ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 14
  • ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ຄົນ​ເຫຼົ່າ​ນີ້​ທີ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ໂຍຮັນໃຫ້ພະເຍຊູຮັບບັບເຕມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ການ​ຄັດ​ເລືອກ​ອັກຄະສາວົກ​ຂອງ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຍຊູ​ຮັບ​ບັບເຕມາ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 14

ບົດ 14

ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ

ພາຍ​ຫຼັງ​ຢູ່​ໃນ​ປ່າ​ໄດ້ 40 ມື້ ພະ​ເຍຊູ​ກັບ​ໄປ​ຫາ​ໂຍຮັນ ຜູ້​ທີ່​ໄດ້​ໃຫ້​ພະອົງ​ຮັບ​ບັບເຕມາ. ໃນ​ຂະນະ​ທີ່​ພະອົງ​ເຂົ້າ​ໃກ້ ເບິ່ງ​ຄື​ວ່າ​ໂຍຮັນ​ຊີ້​ໄປ​ທີ່​ພະອົງ​ແລະ​ກ່າວ​ກັບ​ຄົນ​ອື່ນ​ທີ່​ຢູ່​ຫັ້ນ​ວ່າ “ຈົ່ງ​ເບິ່ງ​ລູກ​ແພະ [“ແກະ,” ລ.ມ.] ແຫ່ງ​ພະເຈົ້າ ຜູ້​ຍົກ​ບາບ​ໂທດ​ແຫ່ງ​ມະນຸດສະໂລກ​ອອກ​ເສຍ. ເປັນ​ແຕ່​ພະອົງ​ນີ້​ທີ່​ເຮົາ​ໄດ້​ກ່າວ​ວ່າ ພະອົງ​ທີ່​ມາ​ພາຍ​ຫຼັງ​ເຮົາ​ກໍ​ໃຫຍ່​ກວ່າ​ເຮົາ ເພາະ​ພະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.” ແມ່ນ​ວ່າ​ໂຍຮັນ​ອາຍຸ​ຫຼາຍ​ກວ່າ​ພະ​ເຍຊູ​ລູກ​ພີ່​ລູກ​ນ້ອງ​ຂອງ​ທ່ານ​ກໍ​ຕາມ ໂຍຮັນ​ຮູ້​ດີ​ວ່າ​ພະ​ເຍຊູ​ມີ​ສະພາບ​ເປັນ​ບຸກຄົນ​ວິນຍານ​ໃນ​ສະຫວັນ​ກ່ອນ​ທ່ານ​ເກີດ.

ເຖິງ​ແນວ​ນັ້ນ​ກໍ​ດີ ສອງ​ສາມ​ສັບປະດາ​ກ່ອນ​ໜ້າ​ນັ້ນ ເມື່ອ​ພະ​ເຍຊູ​ມາ​ເພື່ອ​ຮັບ​ບັບເຕມາ ເບິ່ງ​ຄື​ວ່າ ໂຍຮັນ​ບໍ່​ແນ່​ໃຈ​ວ່າ ພະ​ເຍຊູ​ຈະ​ເປັນ​ພະ​ເມຊີ. ໂຍຮັນ​ຍອມ​ຮັບ​ວ່າ “ເຮົາ​ບໍ່​ໄດ້​ຮູ້​ຈັກ​ພະອົງ ແຕ່​ວ່າ​ເພື່ອ​ພະອົງ​ຈະ​ປາກົດ​ໃຫ້​ແຈ້ງ​ແກ່​ພວກ​ຍິດສະລາເອນ ເພາະ​ເຫດ​ນັ້ນ ເຮົາ​ໄດ້​ມາ​ໃຫ້​ຮັບ​ສິນ​ບັບເຕມາ​ໃນ​ນ້ຳ.”

ໂຍຮັນ​ອະທິບາຍ​ຕໍ່​ໄປ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ເມື່ອ​ທ່ານ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ “ເຮົາ​ໄດ້​ເຫັນ​ພະ​ວິນຍານ​ລົງ​ມາ​ຈາກ​ສະຫວັນ​ເໝືອນ​ນົກ​ເຂົາ ແລະ​ພະ​ວິນຍານ​ໄດ້​ຕັ້ງ​ຢູ່​ເທິງ​ພະອົງ. ແລະ​ຝ່າຍ​ເຮົາ ເຮົາ​ບໍ່​ໄດ້​ຮູ້​ຈັກ​ພະອົງ ແຕ່​ວ່າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ໄປ​ໃຫ້​ຮັບ​ສິນ​ບັບເຕມາ​ໃນ​ນ້ຳ ກໍ​ໄດ້​ກ່າວ​ແກ່​ເຮົາ​ວ່າ ເຈົ້າ​ຈະ​ເຫັນ​ພະ​ວິນຍານ​ລົງ​ແລະ​ຕັ້ງ​ຢູ່​ເທິງ​ຜູ້​ໃດ ຜູ້​ນັ້ນ​ເປັນ​ຜູ້​ໄດ້​ຮັບ​ສິນ​ບັບເຕມາ​ໃນ​ພະ​ວິນຍານ​ບໍລິສຸດ. ແລະ​ເຮົາ​ໄດ້​ເຫັນ ແລະ​ເຮົາ​ເປັນ​ພິຍານ​ແລ້ວ​ວ່າ ຜູ້​ນີ້​ເປັນ​ພະ​ບຸດ​ຂອງ​ພະເຈົ້າ.”

ມື້​ຕໍ່​ມາ​ໂຍຮັນ​ຢືນ​ຢູ່​ກັບ​ສາວົກ​ສອງ​ຄົນ. ອີກ​ເທື່ອ​ໜຶ່ງ ເມື່ອ​ພະ​ເຍຊູ​ສະເດັດ​ເຂົ້າ​ມາ​ໃກ້ ທ່ານ​ກ່າວ​ວ່າ “ຈົ່ງ​ເບິ່ງ​ລູກ​ແພະ [“ແກະ,” ລ.ມ.] ແຫ່ງ​ພະເຈົ້າ”! ແລ້ວ​ສາວົກ​ທັງ​ສອງ​ຂອງ​ໂຍຮັນ​ຜູ້​ໃຫ້​ບັບເຕມາ​ກໍ​ໄດ້​ຕາມ​ພະ​ເຍຊູ​ໄປ. ໜຶ່ງ​ໃນ​ສອງ​ຄົນ​ນີ້​ແມ່ນ​ອັນດະເລອາ ແລະ​ອີກ​ຄົນ​ໜຶ່ງ​ຄື​ຈະ​ເປັນ​ຄົນ​ດຽວ​ກັນ​ທີ່​ໄດ້​ບັນທຶກ​ເລື່ອງ​ນີ້​ເຊິ່ງ​ມີ​ຊື່​ໂຍຮັນ​ຄື​ກັນ. ໂຍຮັນ​ຄົນ​ນີ້​ຄື​ຈະ​ເປັນ​ລູກ​ພີ່​ລູກ​ນ້ອງ​ຂອງ​ພະ​ເຍຊູ ປາກົດ​ວ່າ​ເປັນ​ລູກ​ຊາຍ​ຂອງ​ນາງ​ຊະໂລເມ​ນ້ອງ​ສາວ​ຂອງ​ມາລີ.

ເມື່ອ​ຫັນ​ໄປ​ເຫັນ​ອັນດະເລອາ​ແລະ​ໂຍຮັນ​ພວມ​ຕາມ​ມາ ພະ​ເຍຊູ​ຖາມ​ເຂົາ​ວ່າ “ທ່ານ​ທັງ​ສອງ​ຊອກ​ຫາ​ສິ່ງ​ໃດ”?

ເຂົາ​ທູນ​ຖາມ​ວ່າ “ລັບບີ ພະອົງ​ອາໄສ​ຢູ່​ທີ່​ໃດ”?

ພະ​ເຍຊູ​ຕອບ​ວ່າ “ທ່ານ​ທັງ​ສອງ​ຈົ່ງ​ມາ​ເບິ່ງ​ເທີ້ນ.”

ຕອນ​ນັ້ນ​ເປັນ​ເວລາ​ປະມານ​ບ່າຍ​ສີ່​ໂມງ ສ່ວນ​ເວລາ​ທີ່​ເຫຼືອ​ຂອງ​ມື້​ນັ້ນ​ອັນດະເລອາ​ແລະ​ໂຍຮັນ​ໄດ້​ຢູ່​ກັບ​ພະ​ເຍຊູ. ຫຼັງ​ຈາກ​ນັ້ນ ອັນດະເລອາ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ຈຶ່ງ​ຟ້າວ​ໄປ​ຫາ​ອ້າຍ​ຂອງ​ຕົນ​ທີ່​ຊື່​ວ່າ​ເປໂຕ. ເຂົາ​ບອກ​ອ້າຍ​ວ່າ “ຫມູ່​ເຮົາ​ໄດ້​ພົບ​ເມຊີ” ແລະ​ໄດ້​ພາ​ເປໂຕ​ໄປ​ຫາ​ພະ​ເຍຊູ. ອາດ​ຈະ​ເປັນ​ເວລາ​ດຽວ​ກັນ​ທີ່​ໂຍຮັນ​ພໍ້​ຍາໂກໂບ​ນ້ອງ​ຊາຍ​ແລະ​ພາ​ເຂົາ​ມາ​ພົບ​ພະ​ເຍຊູ; ແຕ່​ຕາມ​ລັກສະນະ​ນິດໄສ​ແລ້ວ ໂຍຮັນ​ບໍ່​ໄດ້​ກ່າວ​ເຖິງ​ເລື່ອງ​ສ່ວນ​ຕົວ​ນີ້​ໃນ​ກິດຕິຄຸນ​ຂອງ​ທ່ານ.

ມື້​ຕໍ່​ມາ ພະ​ເຍຊູ​ພໍ້​ຟີລິບ ຜູ້​ເຊິ່ງ​ມາ​ຈາກ​ເບດຊາອີດາ ເມືອງ​ດຽວ​ກັນ​ກັບ​ອັນດະເລອາ​ແລະ​ເປໂຕ. ພະອົງ​ຊວນ​ເຂົາ​ວ່າ “ຈົ່ງ​ຕາມ​ເຮົາ​ໄປ​ເທີ້ນ.”

ແລ້ວ​ຟີລິບ​ພົບ​ນະທານາເອນ ຜູ້​ທີ່​ຮຽກ​ອີກ​ຊື່​ໜຶ່ງ​ວ່າ​ບາເທເລມີ ແລະ​ບອກ​ວ່າ “ຫມູ່​ເຮົາ​ໄດ້​ພົບ​ພະອົງ ທີ່​ທ່ານ​ໂມເຊ​ໄດ້​ຂຽນ​ເຖິງ​ພະອົງ​ໃນ​ພະ​ບັນຍັດ ແລະ​ພວກ​ຜູ້​ທຳນວາຍ​ໄດ້​ຂຽນ​ດ້ວຍ ເປັນ​ພະ​ເຍຊູ​ລູກ​ຊາຍ​ຂອງ​ທ່ານ​ໂຍເຊບ​ຊາວ​ເມືອງ​ນາຊາເລດ.” ນະທານາເອນ​ຖາມ​ຢ່າງ​ສົງໄສ​ວ່າ “ສິ່ງ​ໃດ​ສິ່ງ​ໜຶ່ງ​ອັນ​ດີ​ຈະ​ມາ​ແຕ່​ເມືອງ​ນາຊາເລດ​ໄດ້​ຫຼື”?

ຟີລິບ​ກ່າວ​ຊວນ​ວ່າ “ທ່ານ​ຈົ່ງ​ມາ​ເບິ່ງ​ເທີ້ນ.” ເມື່ອ​ທັງ​ສອງ​ໄປ​ຫາ​ພະ​ເຍຊູ ພະອົງ​ກ່າວ​ເຖິງ​ນະທານາເອນ​ວ່າ “ຜູ້​ນີ້​ເປັນ​ຊາວ​ຍິດສະລາເອນ​ອັນ​ຈິງ ບໍ່​ມີ​ຄວາມ​ອຸບາຍ​ໃນ​ທ່ານ.”

ນະທານາເອນ​ທູນ​ຖາມ​ວ່າ “ພະອົງ​ຮູ້​ຈັກ​ຂ້າພະເຈົ້າ​ແຕ່​ທີ່​ໃດ”?

ພະ​ເຍຊູ​ຕອບ​ວ່າ “ກ່ອນ​ທ່ານ​ຟີລິບ​ໄດ້​ເອີ້ນ​ທ່ານ ເວລາ​ທ່ານ​ຢູ່​ໃຕ້​ກົກ​ໝາກ​ເດື່ອ​ເທດ​ເຮົາ​ໄດ້​ເຫັນ​ທ່ານ​ແລ້ວ.”

ນະທານາເອນ​ຈຶ່ງ​ປະຫຼາດ​ໃຈ ແລະ​ທູນ​ວ່າ “ພະ​ອາຈານ​ເຈົ້າ​ຂ້າ ພະອົງ​ເປັນ​ພະ​ບຸດ​ຂອງ​ພະເຈົ້າ ພະອົງ​ເປັນ​ກະສັດ​ແຫ່ງ​ພວກ​ຍິດສະລາເອນ.”

ພະ​ເຍຊູ​ຖາມ​ເຂົາ​ວ່າ “ທ່ານ​ເຊື່ອ​ເພາະ​ເຮົາ​ໄດ້​ກ່າວ​ແກ່​ທ່ານ​ວ່າ​ເຮົາ​ໄດ້​ເຫັນ​ທ່ານ ເວລາ​ທ່ານ​ຢູ່​ໃຕ້​ກົກ​ໝາກ​ເດື່ອ​ເທດ ທ່ານ​ຈະ​ເຫັນ​ສິ່ງ​ອັນ​ໃຫຍ່​ກວ່າ​ສິ່ງ​ທັງ​ຫຼາຍ​ນີ້​ອີກ.” ແລ້ວ​ພະອົງ​ໄດ້​ສັນຍາ​ວ່າ “ຈິງ​ແທ້ໆ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ແຕ່​ນີ້​ຕໍ່​ໄປ ພວກ​ທ່ານ​ຈະ​ເຫັນ​ສະຫວັນ​ແຫວກ​ອອກ​ແລ້ວ ແລະ​ພວກ​ທູດ​ຂອງ​ພະເຈົ້າ​ຂຶ້ນ​ໄປ​ແລະ​ລົງ​ມາ​ເທິງ​ບຸດ​ມະນຸດ.”

ຈາກ​ນັ້ນ​ບໍ່​ດົນ ພະ​ເຍຊູ​ພ້ອມ​ກັບ​ສາວົກ​ໃໝ່​ທີ່​ພະອົງ​ໄດ້​ຮັບ​ໄວ້​ກໍ​ອອກ​ຈາກ​ຮ່ອມ​ພູ​ຢູລະເດນ ແລະ​ເດີນ​ທາງ​ໄປ​ຄາລິເລ. ໂຍຮັນ 1:29-51.

▪ ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ແມ່ນ​ໃຜ​ແດ່?

▪ ເປໂຕ​ແລະ​ບາງ​ທີ​ຍາໂກໂບ​ດ້ວຍ ໄດ້​ມາ​ຮູ້​ຈັກ​ພະ​ເຍຊູ​ໄດ້​ຢ່າງ​ໃດ?

▪ ແມ່ນ​ຫຍັງ​ເຮັດ​ໃຫ້​ນະທານາເອນ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ​ເປັນ​ພະ​ບຸດ​ຂອງ​ພະເຈົ້າ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌