ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 14 ໜ້າ 77-81
  • ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ອະໄພ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ອະໄພ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ບົດຮຽນ​ເລື່ອງ​ການ​ຍົກ​ໂທດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຢ່າ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້ “ຄົນ​ທີ່​ຕ່ຳ​ຕ້ອຍ” ຖິ້ມ​ຄວາມ​ເຊື່ອ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 14 ໜ້າ 77-81

ບົດ​ທີ 14

ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ອະໄພ

ເຄີຍ​ມີ​ຜູ້​ໃດ​ເຮັດ​ຜິດ​ຕໍ່​ລູກ​ແດ່​ບໍ?— ລາວ​ເຮັດ​ໃຫ້​ລູກ​ເຈັບ​ໃຈ​ຫຼື​ໃຊ້​ຄຳ​ເວົ້າ​ຢ່າງ​ບໍ່​ກະລຸນາ​ກັບ​ລູກ​ບໍ?— ລູກ​ຄວນ​ຈະ​ເຮັດ​ກັບ​ລາວ​ແບບ​ດຽວ​ກັນ​ກັບ​ທີ່​ລາວ​ເຄີຍ​ເຮັດ​ກັບ​ລູກ​ບໍ?—

ຖ້າ​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ໃຈ ຫຼາຍ​ຄົນ​ກໍ​ຈະ​ຕອບ​ແທນ​ດ້ວຍ​ການ​ເຮັດ​ໃຫ້​ຄົນ​ນັ້ນ​ເຈັບ​ໃຈ. ແຕ່​ພະ​ເຍຊູ​ສອນ​ວ່າ​ເຮົາ​ຄວນ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ເຮົາ. (ມັດທາຍ 6:12) ຖ້າ​ຄົນ​ຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ເຮົາ​ຫຼາຍໆ​ເທື່ອ​ເດ? ເຮົາ​ຄວນ​ຈະ​ໃຫ້​ອະໄພ​ລາວ​ຈັກ​ເທື່ອ?—

ນັ້ນ​ເປັນ​ສິ່ງ​ທີ່​ເປໂຕ​ຢາກ​ຮູ້. ດັ່ງ​ນັ້ນ ມື້​ໜຶ່ງ​ລາວ​ຈຶ່ງ​ຖາມ​ພະ​ເຍຊູ​ວ່າ: ‘ຂ້າພະເຈົ້າ​ຕ້ອງ​ໃຫ້​ອະໄພ​ເຂົາ​ເຖິງ​ເຈັດ​ເທື່ອ​ບໍ?’ ແຕ່​ເຈັດ​ເທື່ອ​ຍັງ​ບໍ່​ພໍ. ພະ​ເຍຊູ​ບອກ​ວ່າ: ‘ເຈົ້າ​ຕ້ອງ​ໃຫ້​ອະໄພ 77 ເທື່ອ’ ຖ້າ​ຜູ້​ນັ້ນ​ເຮັດ​ຜິດ​ຕໍ່​ເຈົ້າ​ຫຼາຍ​ເທື່ອ​ສ່ຳ​ນັ້ນ.

Peter asks Jesus a question

ເປໂຕ​ຢາກ​ຮູ້​ສິ່ງ​ໃດ​ກ່ຽວ​ກັບ​ການ​ໃຫ້​ອະໄພ?

ນັ້ນ​ຄື​ວ່າ​ຫຼາຍ​ເທື່ອ​ແທ້! ເຮົາ​ຄົງ​ຈະ​ບໍ່​ຈື່​ຄວາມ​ຜິດ​ຫຼື​ສິ່ງ​ທີ່​ບໍ່​ດີ​ທີ່​ຄົນ​ໜຶ່ງ​ເຮັດ​ກັບ​ເຮົາ​ຫຼາຍ​ຂະໜາດ​ນັ້ນ​ແມ່ນ​ບໍ? ແລະ​ນີ້​ແມ່ນ​ສິ່ງ​ທີ່​ພະ​ເຍຊູ​ກຳລັງ​ບອກ​ເຮົາ ເຮົາ​ບໍ່​ຄວນ​ພະຍາຍາມ​ຈື່​ຈຳນວນ​ຄັ້ງ​ທີ່​ຄົນ​ອື່ນ​ເຮັດ​ຜິດ​ຕໍ່​ເຮົາ. ຖ້າ​ເຂົາ​ເຈົ້າ​ຂໍ​ໃຫ້​ເຮົາ​ໃຫ້​ອະໄພ ເຮົາ​ກໍ​ຄວນ​ຈະ​ໃຫ້​ອະໄພ​ເຂົາ​ເຈົ້າ.

ພະ​ເຍຊູ​ຕ້ອງການ​ສະແດງ​ໃຫ້​ສາວົກ​ຂອງ​ພະອົງ​ເຫັນ​ວ່າ​ການ​ໃຫ້​ອະໄພ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ສ່ຳ​ໃດ. ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ພະອົງ​ຕອບ​ຄຳຖາມ​ຂອງ​ເປໂຕ​ແລ້ວ ພະອົງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ສາວົກ​ຟັງ. ລູກ​ຢາກ​ຟັງ​ບໍ?—

ຄັ້ງ​ໜຶ່ງ ມີ​ກະສັດ​ທີ່​ດີ​ອົງ​ໜຶ່ງ. ລາວ​ມີ​ຄວາມ​ເມດຕາ​ຫຼາຍ. ລາວ​ເອົາ​ເງິນ​ໃຫ້​ຂ້າ​ໃຊ້​ຢືມ​ເມື່ອ​ເຂົາ​ເຈົ້າ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ. ພໍ​ເຖິງ​ມື້​ທີ່​ກະສັດ​ຕ້ອງການ​ໃຫ້​ບັນດາ​ຂ້າ​ໃຊ້​ທີ່​ເປັນ​ໜີ້​ໄຊ້​ໜີ້​ພະອົງ. ຂ້າ​ໃຊ້​ຜູ້​ໜຶ່ງ​ທີ່​ຖືກ​ພາ​ເຂົ້າ​ມາ​ໄດ້​ເປັນ​ໜີ້​ກະສັດ 60 ລ້ານ​ຫຼຽນ ເຊິ່ງ​ເປັນ​ເງິນ​ຈຳນວນ​ຫຼາຍ​ອີ່ຫຼີ!

A slave begs the king for more time to pay, but later grabs and begins to choke a fellow slave

ເກີດ​ຫຍັງ​ຂຶ້ນ​ເມື່ອ​ຂ້າ​ໃຊ້​ອ້ອນ​ວອນ​ກະສັດ​ເພື່ອ​ຂໍ​ຍືດ​ເວລາ​ໄຊ້​ໜີ້?

ແຕ່​ຂ້າ​ໃຊ້​ນັ້ນ​ໄດ້​ໃຊ້​ຈ່າຍ​ເງິນ​ຂອງ​ກະສັດ​ຈົນ​ໝົດ​ແລະ​ບໍ່​ສາມາດ​ໄຊ້​ໜີ້​ຄືນ​ໄດ້. ດັ່ງ​ນັ້ນ ກະສັດ​ຈຶ່ງ​ສັ່ງ​ໃຫ້​ເອົາ​ຂ້າ​ໃຊ້​ນັ້ນ​ໄປ​ຂາຍ. ກະສັດ​ຍັງ​ສັ່ງ​ໃຫ້​ຂາຍ​ເມຍ​ແລະ​ລູກ​ລວມ​ທັງ​ທຸກ​ສິ່ງ​ທີ່​ເປັນ​ຂອງ​ຂ້າ​ໃຊ້​ນັ້ນ. ແລ້ວ​ເອົາ​ເງິນ​ທີ່​ໄດ້​ມາ​ນັ້ນ​ໄຊ້​ໜີ້​ກະສັດ. ລູກ​ຄິດ​ວ່າ​ຂ້າ​ໃຊ້​ນັ້ນ​ຈະ​ຮູ້ສຶກ​ແນວ​ໃດ?—

ລາວ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ກະສັດ​ແລະ​ອ້ອນ​ວອນ​ວ່າ: ‘ກະລຸນາ​ໃຫ້​ເວລາ​ຂ້ານ້ອຍ​ອີກ​ຈັກ​ໜ້ອຍ​ໜຶ່ງ ແລະ​ຂ້ານ້ອຍ​ຈະ​ໄຊ້​ໜີ້​ທັງ​ໝົດ​ໃຫ້​ພະອົງ.’ ຖ້າ​ລູກ​ເປັນ​ກະສັດ ລູກ​ຈະ​ເຮັດ​ແນວ​ໃດ​ກັບ​ຂ້າ​ໃຊ້​ນັ້ນ?— ກະສັດ​ຮູ້ສຶກ​ອີ່​ຕົນ​ລາວ. ດັ່ງ​ນັ້ນ ກະສັດ​ຈຶ່ງ​ຍົກ​ໜີ້​ໃຫ້​ລາວ. ພະອົງ​ບອກ​ຂ້າ​ໃຊ້​ນັ້ນ​ວ່າ​ລາວ​ບໍ່​ຕ້ອງ​ໄຊ້​ໜີ້​ຈຳນວນ 60 ລ້ານ​ຫຼຽນ​ແມ່ນ​ແຕ່​ຫຼຽນ​ດຽວ. ນັ້ນ​ຄົງ​ເຮັດ​ໃຫ້​ຂ້າ​ໃຊ້​ນັ້ນ​ມີ​ຄວາມ​ສຸກ​ຫຼາຍ!

ແຕ່​ແລ້ວ​ຂ້າ​ໃຊ້​ຜູ້​ນັ້ນ​ເຮັດ​ແນວ​ໃດ? ລາວ​ອອກ​ໄປ​ແລະ​ພົບ​ຂ້າ​ໃຊ້​ອີກ​ຄົນ​ໜຶ່ງ​ທີ່​ເປັນ​ໜີ້​ລາວ​ພຽງ 100 ຫຼຽນ. ລາວ​ຈັບ​ໂຕ​ເພື່ອນ​ຂ້າ​ໃຊ້​ແລ້ວ​ກໍ​ບີບ​ຄໍ​ເພື່ອນ ແລະ​ກ່າວ​ວ່າ: ‘ເອົາ​ເງິນ 100 ຫຼຽນ​ທີ່​ເຈົ້າ​ຕິດ​ໜີ້​ຂ້ອຍ​ມາ​ສົ່ງ​ແມະ!’ ລູກ​ນຶກ​ພາບ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ອອກ​ບໍ ໂດຍ​ສະເພາະ​ຫຼັງ​ຈາກ​ທີ່​ກະສັດ​ໄດ້​ຍົກ​ໜີ້​ຈຳນວນ​ຫຼວງ​ຫຼາຍ​ໃຫ້​ກັບ​ລາວ​ແລ້ວ?—

A slave has his fellow slave thrown into prison

ຂ້າ​ໃຊ້​ຄົນ​ນີ້​ເຮັດ​ແນວ​ໃດ​ກັບ​ເພື່ອນ​ຂ້າ​ໃຊ້​ທີ່​ໄຊ້​ໜີ້​ບໍ່​ໄດ້?

ທີ່​ຈິງ​ຂ້າ​ໃຊ້​ທີ່​ເປັນ​ໜີ້​ເພື່ອນ 100 ຫຼຽນ​ນັ້ນ​ທຸກ​ຍາກ. ລາວ​ໄຊ້​ໜີ້​ທັນທີ​ບໍ່​ໄດ້. ດັ່ງ​ນັ້ນ ລາວ​ຈຶ່ງ​ຂາບ​ລົງ​ທີ່​ຕີນ​ຂອງ​ເພື່ອນ​ຂ້າ​ໃຊ້​ແລະ​ອ້ອນ​ວອນ​ວ່າ: ‘ກະລຸນາ​ໃຫ້​ເວລາ​ຂ້ອຍ​ໜ້ອຍ​ໜຶ່ງ ແລ້ວ​ຂ້ອຍ​ຈະ​ໄຊ້​ໜີ້​ເຈົ້າ.’ ຊາຍ​ຄົນ​ນີ້​ຄວນ​ໃຫ້​ເວລາ​ເພື່ອນ​ຂ້າ​ໃຊ້​ຂອງ​ລາວ​ຫຼາຍ​ກວ່າ​ນີ້​ບໍ?— ຖ້າ​ເປັນ​ລູກ ລູກ​ຈະ​ເຮັດ​ແນວ​ໃດ?—

ຊາຍ​ຄົນ​ນີ້​ບໍ່​ມີ​ຄວາມ​ເມດຕາ​ຄື​ກັບ​ກະສັດ​ເລີຍ. ລາວ​ຕ້ອງການ​ໄດ້​ເງິນ​ຄືນ​ທັນທີ. ແລະ​ເນື່ອງ​ຈາກ​ເພື່ອນ​ຂ້າ​ໃຊ້​ຂອງ​ລາວ​ໄຊ້​ໜີ້​ບໍ່​ໄດ້ ລາວ​ຈຶ່ງ​ຈັບ​ເພື່ອນ​ຄົນ​ນັ້ນ​ໄປ​ຂັງ​ຄຸກ. ຂ້າ​ໃຊ້​ຄົນ​ອື່ນໆ​ເຫັນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງ​ໝົດ ເຂົາ​ເຈົ້າ​ບໍ່​ມັກ​ທີ່​ເປັນ​ແບບ​ນັ້ນ. ເຂົາ​ເຈົ້າ​ຮູ້ສຶກ​ເຫັນ​ໃຈ​ຂ້າ​ໃຊ້​ທີ່​ຢູ່​ໃນ​ຄຸກ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄປ​ຫາ​ກະສັດ​ແລະ​ເລົ່າ​ເລື່ອງ​ໃຫ້​ເພິ່ນ​ຟັງ.

ກະສັດ​ກໍ​ບໍ່​ພໍ່​ໃຈ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ຄື​ກັນ. ລາວ​ຄຽດ​ຮ້າຍ​ຫຼາຍ​ກັບ​ຂ້າ​ໃຊ້​ທີ່​ບໍ່​ຍອມ​ຍົກ​ໜີ້. ດັ່ງ​ນັ້ນ ລາວ​ຈຶ່ງ​ສັ່ງ​ໃຫ້​ເອົາ​ຂ້າ​ໃຊ້​ນັ້ນ​ມາ​ແລະ​ກ່າວ​ວ່າ: ‘ເຈົ້າ​ຂ້າ​ໃຊ້​ຊົ່ວ ເຮົາ​ໄດ້​ຍົກ​ໜີ້​ທີ່​ເຈົ້າ​ຕິດ​ເຮົາ​ແມ່ນ​ບໍ? ດັ່ງ​ນັ້ນ ເຈົ້າ​ຄວນ​ຈະ​ຍົກ​ໜີ້​ໃຫ້​ແກ່​ເພື່ອນ​ຂ້າ​ໃຊ້​ຂອງ​ເຈົ້າ​ແມ່ນ​ບໍ?’

The king has the unforgiving slave thrown into prison

ກະສັດ​ເຮັດ​ແນວ​ໃດ​ກັບ​ຂ້າ​ໃຊ້​ທີ່​ບໍ່​ຍອມ​ຍົກ​ໜີ້?

ຂ້າ​ໃຊ້​ທີ່​ບໍ່​ຍອມ​ຍົກ​ໜີ້​ຄວນ​ຈະ​ຮຽນ​ບົດຮຽນ​ຈາກ​ກະສັດ​ທີ່​ດີ. ແຕ່​ລາວ​ບໍ່​ໄດ້​ຮຽນ. ດັ່ງ​ນັ້ນ ຕອນ​ນີ້​ກະສັດ​ໄດ້​ສັ່ງ​ໃຫ້​ຈັບ​ຂ້າ​ໃຊ້​ນັ້ນ​ໄປ​ຂັງ​ຄຸກ​ຈົນ​ກວ່າ​ລາວ​ຈະ​ໄຊ້​ໜີ້ 60 ລ້ານ​ຫຼຽນ​ໄດ້. ແນ່ນອນ ເມື່ອ​ຢູ່​ໃນ​ຄຸກ​ລາວ​ຈະ​ຫາ​ເງິນ​ມາ​ໄຊ້​ໜີ້​ກະສັດ​ບໍ່​ໄດ້​ເລີຍ. ດັ່ງ​ນັ້ນ ລາວ​ຄົງ​ຕ້ອງ​ຢູ່​ໃນ​ຫັ້ນ​ຈົນ​ຕາຍ.

ເມື່ອ​ພະ​ເຍຊູ​ເລົ່າ​ເລື່ອງ​ຈົບ ພະອົງ​ກ່າວ​ກັບ​ເຫຼົ່າ​ສາວົກ​ຂອງ​ພະອົງ​ດັ່ງ​ນີ້: “ສັນ​ນັ້ນ​ພະ​ບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ຈະ​ກະທຳ​ຢ່າງ​ນັ້ນ​ແກ່​ທ່ານ​ທັງ​ຫຼາຍ ຖ້າ​ທ່ານ​ທັງ​ຫຼາຍ​ບໍ່​ຍົກ​ຜິດ​ດ້ວຍ​ສຸດ​ໃຈ​ໃຫ້​ພີ່​ນ້ອງ​ແຫ່ງ​ຕົນ​ທຸກ​ຄົນ.”—ມັດທາຍ 18:21-35.

ລູກ​ຕ້ອງ​ເຂົ້າ​ໃຈ​ວ່າ​ພວກ​ເຮົາ​ທຸກ​ຄົນ​ເປັນ​ໜີ້​ພະເຈົ້າ​ຫຼາຍ​ແທ້ໆ. ທີ່​ຈິງ ຊີວິດ​ຂອງ​ເຮົາ​ກໍ​ມາ​ຈາກ​ພະເຈົ້າ! ດັ່ງ​ນັ້ນ ເມື່ອ​ທຽບ​ກັບ​ສິ່ງ​ທີ່​ເຮົາ​ເປັນ​ໜີ້​ພະເຈົ້າ​ແລ້ວ ຄົນ​ອື່ນ​ເປັນ​ໜີ້​ເຮົາ​ມີ​ແຕ່​ໜ້ອຍ​ດຽວ. ໜີ້​ທີ່​ເພື່ອນ​ມະນຸດ​ຕິດ​ເຮົາ​ທໍ່​ກັບ 100 ຫຼຽນ​ທີ່​ຂ້າ​ໃຊ້​ຄົນ​ໜຶ່ງ​ເປັນ​ໜີ້​ຂ້າ​ໃຊ້​ອີກ​ຄົນ​ໜຶ່ງ. ແຕ່​ສິ່ງ​ທີ່​ເຮົາ​ເປັນ​ໜີ້​ພະເຈົ້າ​ເນື່ອງ​ຈາກ​ການ​ຜິດ​ຕ່າງໆ​ທີ່​ເຮົາ​ເຮັດ​ນັ້ນ​ປຽບ​ຄື​ກັບ​ເງິນ 60 ລ້ານ​ຫຼຽນ​ທີ່​ຂ້າ​ໃຊ້​ຄົນ​ນັ້ນ​ເປັນ​ໜີ້​ກະສັດ.

ພະເຈົ້າ​ມີ​ຄວາມ​ເມດຕາ​ຫຼາຍ. ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ເຮັດ​ຜິດ​ຫຼາຍ​ຢ່າງ ພະອົງ​ກໍ​ໃຫ້​ອະໄພ​ເຮົາ. ພະອົງ​ບໍ່​ໃຫ້​ເຮົາ​ໄຊ້​ໜີ້​ໂດຍ​ການ​ເອົາ​ຊີວິດ​ຂອງ​ເຮົາ​ໄປ​ຈາກ​ເຮົາ​ຕະຫຼອດ​ໄປ. ແຕ່​ບົດຮຽນ​ທີ່​ເຮົາ​ຕ້ອງ​ຈົດ​ຈຳ​ໄວ້​ແມ່ນ ພະເຈົ້າ​ຈະ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຮົາ. ນັ້ນ​ເປັນ​ບົດຮຽນ​ທີ່​ສຳຄັນ​ແມ່ນ​ບໍ?—

One boy asks another boy for forgiveness after breaking his toy airplane

ລູກ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ຂໍ​ໃຫ້​ລູກ​ໃຫ້​ອະໄພ​ລາວ?

ດັ່ງ​ນັ້ນ ຖ້າ​ມີ​ໃຜ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ລູກ ແຕ່​ແລ້ວ​ລາວ​ບອກ​ວ່າ​ເສຍໃຈ ລູກ​ຈະ​ເຮັດ​ແນວ​ໃດ? ລູກ​ຈະ​ໃຫ້​ອະໄພ​ລາວ​ບໍ?— ແລ້ວ​ຖ້າ​ມັນ​ເກີດ​ຂຶ້ນ​ຫຼາຍໆ​ເທື່ອ​ເດ? ລູກ​ກໍ​ຍັງ​ຈະ​ໃຫ້​ອະໄພ​ລາວ​ບໍ?—

ຖ້າ​ເຮົາ​ເປັນ​ຝ່າຍ​ທີ່​ຂໍ​ໃຫ້​ຄົນ​ອື່ນ​ໃຫ້​ອະໄພ​ເຮົາ ເຮົາ​ຄົງ​ຢາກ​ໃຫ້​ລາວ​ໃຫ້​ອະໄພ​ເຮົາ​ແມ່ນ​ບໍ?— ດັ່ງ​ນັ້ນ ເຮົາ​ກໍ​ຄວນ​ໃຫ້​ອະໄພ​ລາວ​ຄື​ກັນ. ເຮົາ​ບໍ່​ຄວນ​ເວົ້າ​ວ່າ​ໃຫ້​ອະໄພ​ເທົ່າ​ນັ້ນ ແຕ່​ຕ້ອງ​ໃຫ້​ອະໄພ​ຈາກ​ໃຈ​ແທ້ໆ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ກໍ​ສະແດງ​ວ່າ​ເຮົາ​ຕ້ອງການ​ເປັນ​ຜູ້​ຕິດ​ຕາມ​ຄູ​ຜູ້​ຍິ່ງໃຫຍ່​ແທ້ໆ.

ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ສຳຄັນ​ຂອງ​ການ​ໃຫ້​ອະໄພ ໃຫ້​ເຮົາ​ອ່ານ​ໃນ​ພະທຳ​ສຸພາສິດ 19:11; ມັດທາຍ 6:14, 15; ແລະ​ລືກາ 17:3, 4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌