ບົດຄວາມສຶກສາທີ 25
ຢ່າເປັນຕົ້ນເຫດເຮັດໃຫ້ “ຄົນທີ່ຕ່ຳຕ້ອຍ” ຖິ້ມຄວາມເຊື່ອ
“ຢ່າດູຖູກຢຽດຫຍາມຄົນທີ່ຕ່ຳຕ້ອຍ.”—ມທ. 18:10
ເພງ 113 ສັນຕິສຸກຂອງພວກເຮົາ
ໃຈຄວາມສຳຄັນa
1. ພະເຢໂຫວາໄດ້ເຮັດຫຍັງເພື່ອເຮົາແຕ່ລະຄົນ?
ພະເຢໂຫວາຊັກນຳເຮົາທຸກຄົນໃຫ້ມາຫາເພິ່ນ. (ຢຮ. 6:44) ລອງຄິດເບິ່ງວ່າຢູ່ໃນໂລກນີ້ມີຕັ້ງຫຼາຍລ້ານຄົນ ແຕ່ພະເຢໂຫວາກໍເຫັນຫົວໃຈທີ່ດີຂອງເຮົາທີ່ຢາກຮູ້ຈັກເພິ່ນ. (1 ຂ່າວ. 28:9) ການທີ່ຮູ້ວ່າພະເຢໂຫວາຮູ້ຈັກເຮົາ ເຂົ້າໃຈເຮົາ ແລະຮັກເຮົາ ນີ້ເຮັດໃຫ້ເຮົາຮູ້ສຶກອົບອຸ່ນໃຈແທ້ໆ!
2. ພະເຢຊູຊ່ວຍເຮົາແນວໃດໃຫ້ເຂົ້າໃຈວ່າພະເຢໂຫວາເປັນຫ່ວງເຮົາທຸກຄົນຫຼາຍ?
2 ພະເຢໂຫວາເປັນຫ່ວງເຈົ້າຫຼາຍ ແລະເພິ່ນກໍເປັນຫ່ວງພີ່ນ້ອງທຸກຄົນຄືກັນ. ເພື່ອຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້ ພະເຢຊູໄດ້ສົມທຽບພະເຢໂຫວາເປັນຄືກັບຜູ້ລ້ຽງແກະ. ຖ້າຜູ້ລ້ຽງແກະມີແກະ 100 ໂຕ ແລ້ວແກະໂຕ 1 ຫຼົງຫາຍໄປ ລາວຈະເຮັດແນວໃດ? ລາວຈະ “ປະແກະ 99 ໂຕໄວ້ເທິງພູເຂົາ ແລ້ວໄປຊອກຫາໂຕທີ່ຫຼົງຫາຍໄປ.” ເມື່ອຜູ້ລ້ຽງແກະເຫັນແກະໂຕທີ່ຫຼົງຫາຍໄປ ລາວຈະບໍ່ຮ້າຍໃສ່ມັນ ແຕ່ລາວຈະດີໃຈທີ່ເຫັນມັນ. ບົດຮຽນແມ່ນຫຍັງ? ພະເຢຊູບອກວ່າ: “ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ . . . ບໍ່ຢາກໃຫ້ຄົນທີ່ຕ່ຳຕ້ອຍເຫຼົ່ານີ້ແມ່ນແຕ່ຄົນດຽວ ຕ້ອງຫາຍສາບສູນໄປ.”—ມທ. 18:12-14
3. ເຮົາຈະຮຽນຫຍັງໃນບົດນີ້?
3 ເຮົາບໍ່ຢາກເປັນຕົ້ນເຫດເຮັດໃຫ້ພີ່ນ້ອງເສຍໃຈ. ເຮົາຈະເຮັດແນວໃດເພື່ອຈະບໍ່ເຮັດໃຫ້ພີ່ນ້ອງເສຍໃຈ? ແລ້ວເຮົາຈະເຮັດແນວໃດຖ້າມີບາງຄົນເຮັດໃຫ້ເຮົາເຈັບໃຈ? ໃນບົດນີ້ເຮົາຈະຕອບຄຳຖາມເຫຼົ່ານີ້. ແຕ່ກ່ອນອື່ນເຮົາຈະມາເບິ່ງວ່າຄົນທີ່ຕ່ຳຕ້ອຍທີ່ຢູ່ໃນມັດທາຍບົດ 18 ແມ່ນໃຜ?
“ຄົນທີ່ຕ່ຳຕ້ອຍ” ແມ່ນໃຜ?
4. “ຄົນທີ່ຕ່ຳຕ້ອຍ” ແມ່ນໃຜ?
4 “ຄົນທີ່ຕ່ຳຕ້ອຍ” ແມ່ນລູກສິດຂອງພະເຢຊູທຸກຄົນບໍ່ວ່າຈະອາຍຸຫຼາຍຫຼືໜ້ອຍ. ເຂົາເຈົ້າທຸກຄົນ “ເປັນຄືກັບເດັກນ້ອຍ” ເພາະເຂົາເຈົ້າຍອມໃຫ້ພະເຢຊູສອນ. (ມທ. 18:3) ເຖິງວ່າເຂົາເຈົ້າຈະມາຈາກຫຼາຍບ່ອນ ຫຼາຍວັດທະນາທຳ ແລະມີຄວາມຄິດທີ່ແຕກຕ່າງກັນ ແຕ່ເຂົາເຈົ້າກໍມີຄວາມເຊື່ອໃນພະເຢຊູ ແລະພະເຢຊູກໍຮັກເຂົາເຈົ້າຫຼາຍ.—ມທ. 18:6; ຢຮ. 1:12
5. ພະເຢໂຫວາຮູ້ສຶກແນວໃດເມື່ອມີໃຜມາເຮັດບໍ່ດີໃສ່ປະຊາຊົນຂອງເພິ່ນ?
5 “ຄົນທີ່ຕ່ຳຕ້ອຍ” ທຸກຄົນມີຄ່າຕໍ່ພະເຢໂຫວາ. ເພື່ອຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກຂອງພະເຢໂຫວາ ໃຫ້ເຮົາຄິດເຖິງຄວາມຮູ້ສຶກທີ່ເຮົາມີຕໍ່ເດັກນ້ອຍ. ເຮົາຮັກເດັກນ້ອຍແລະຢາກປົກປ້ອງເຂົາເຈົ້າຍ້ອນວ່າເຂົາເຈົ້າຂາດປະສົບການ ບໍ່ສະຫຼາດຄືກັບຜູ້ໃຫຍ່ ແລະປົກປ້ອງຕົວເອງບໍ່ໄດ້. ທີ່ຈິງ ເຮົາກໍຮູ້ສຶກບໍ່ມັກຢູ່ແລ້ວທີ່ເຫັນຜູ້ໜຶ່ງເຮັດບໍ່ດີໃສ່ອີກຜູ້ໜຶ່ງ ແລະເຮົາກໍຮູ້ສຶກບໍ່ພໍໃຈແລະເຖິງຂັ້ນໃຈຮ້າຍຫຼາຍເມື່ອເຫັນຜູ້ໃດຜູ້ໜຶ່ງເຮັດບໍ່ດີໃສ່ເດັກນ້ອຍ. ພະເຢໂຫວາກໍຄືກັນ ເພິ່ນຢາກປົກປ້ອງເຮົາ ເພິ່ນຈະຮູ້ສຶກບໍ່ພໍໃຈແລະເຖິງຂັ້ນໃຈຮ້າຍຖ້າມີໃຜມາເຮັດບໍ່ດີໃສ່ປະຊາຊົນຂອງເພິ່ນ.—ເອຊາ. 63:9; ມຣກ. 9:42
6. ຕາມ 1 ໂກຣິນໂທ 1:26-29 ຄົນທົ່ວໄປຖືວ່າລູກສິດຂອງພະເຢຊູເປັນຄົນແບບໃດ?
6 ລູກສິດຂອງພະເຢຊູຍັງເປັນຄືກັບ “ຄົນທີ່ຕ່ຳຕ້ອຍ” ໃນແງ່ໃດ? ຄົນທົ່ວໄປຖືວ່າຄົນແບບໃດເປັນຄົນສຳຄັນ? ຄົນລວຍ ຄົນທີ່ມີໜ້າມີຕາໃນສັງຄົມ ແລະຄົນທີ່ມີອຳນາດ. ແຕ່ລູກສິດຂອງພະເຢຊູບໍ່ໄດ້ເປັນແບບນັ້ນ ຫຼາຍຄົນຈຶ່ງຖືວ່າເຂົາເຈົ້າເປັນ “ຄົນທີ່ຕ່ຳຕ້ອຍ.” (ອ່ານ 1 ໂກຣິນໂທ 1:26-29) ແຕ່ພະເຢໂຫວາບໍ່ໄດ້ຖືວ່າເຂົາເຈົ້າເປັນຄົນຕ່ຳຕ້ອຍ.
7. ພະເຢໂຫວາຢາກໃຫ້ເຮົາຮູ້ສຶກແນວໃດກັບພີ່ນ້ອງ?
7 ພະເຢໂຫວາຮັກຜູ້ຮັບໃຊ້ຂອງເພິ່ນທຸກຄົນບໍ່ວ່າເຂົາເຈົ້າຫາກໍເຂົ້າມາຮັບໃຊ້ເພິ່ນຫຼືວ່າຮັບໃຊ້ເພິ່ນມາດົນແລ້ວ. ພີ່ນ້ອງທຸກຄົນມີຄ່າຕໍ່ພະເຢໂຫວາ ແລະເຮົາກໍຄວນເບິ່ງເຂົາເຈົ້າແບບນັ້ນຄືກັນ. ເຮົາຢາກ “ຮັກພີ່ນ້ອງຄລິດສະຕຽນທຸກຄົນ” ບໍ່ແມ່ນຮັກແຕ່ບາງຄົນເທົ່ານັ້ນ. (1 ປຕ. 2:17) ເຮົາຄວນເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍເຫຼືອແລະປົກປ້ອງເຂົາເຈົ້າ. ຖ້າເຮົາເຮັດໃຫ້ບາງຄົນຄຽດຫຼືເສຍໃຈ ເຮົາບໍ່ຄວນເບິ່ງຂ້າມແລະຄິດວ່າເຂົາເຈົ້າຄິດຫຼາຍໂພດ ອີກຈັກໜ້ອຍກໍຈະລືມເລື່ອງນັ້ນເອງດອກ. ເປັນຫຍັງບາງຄົນຈຶ່ງຮູ້ສຶກຄຽດ? ຍ້ອນວິທີທີ່ເຂົາເຈົ້າຖືກລ້ຽງມາ ຈຶ່ງເຮັດໃຫ້ເຂົາເຈົ້າຄິດວ່າຕົວເອງດ້ອຍກວ່າຄົນອື່ນ. ສ່ວນບາງຄົນທີ່ຫາກໍເຂົ້າມາໃນຄວາມຈິງອາດຈະຍັງບໍ່ຮູ້ໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຂົາເຈົ້າ. ບໍ່ວ່າຈະເປັນກໍລະນີໃດກໍຕາມ ເຮົາຄວນເປັນຝ່າຍສ້າງສັນຕິກັບພີ່ນ້ອງ. ຄົນທີ່ມັກຄຽດໃຫ້ຄົນອື່ນຕ້ອງພະຍາຍາມທີ່ຈະບໍ່ເປັນຄົນຄຽດງ່າຍ. ຖ້າລາວເຮັດແບບນີ້ ລາວກໍຈະມີຄວາມສຸກ ແລະມີສາຍສຳພັນທີ່ດີກັບພີ່ນ້ອງ.
ໃຫ້ຖືວ່າຄົນອື່ນດີກວ່າຕົວເອງ
8. ຄວາມຄິດເລື່ອງຫຍັງຂອງຄົນໃນສະໄໝນັ້ນທີ່ມີຜົນຕໍ່ລູກສິດຂອງພະເຢຊູ?
8 ເປັນຫຍັງພະເຢຊູຈຶ່ງເວົ້າເຖິງ “ຄົນທີ່ຕ່ຳຕ້ອຍ”? ກໍຍ້ອນພວກລູກສິດຖາມເພິ່ນວ່າ: “ຜູ້ໃດຈະໄດ້ເປັນໃຫຍ່ທີ່ສຸດໃນການປົກຄອງທີ່ຢູ່ໃນສະຫວັນ?” (ມທ. 18:1) ຄົນຢິວຫຼາຍຄົນໃນສະໄໝນັ້ນຖືວ່າການມີຖານະຕຳແໜ່ງເປັນສິ່ງທີ່ສຳຄັນຫຼາຍ. ນັກວິຊາການຄົນໜຶ່ງບອກວ່າ: “ການໄດ້ຮັບຄວາມນັບຖືຈາກຄົນອື່ນ ແລະມີໜ້າມີຕາໃນສັງຄົມເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ.”
9. ລູກສິດຂອງພະເຢຊູຄວນເຮັດຫຍັງ?
9 ພະເຢຊູຮູ້ວ່າພວກລູກສິດຂອງເພິ່ນຈະຕ້ອງພະຍາຍາມປ່ຽນນິດໄສທີ່ມັກຊີງດີຊີງເດັ່ນຄືກັບຄົນຢິວໃນສະໄໝນັ້ນເປັນ. ພະເຢຊູບອກເຂົາເຈົ້າວ່າ: “ໃຫ້ຄົນທີ່ເປັນໃຫຍ່ທີ່ສຸດໃນພວກເຈົ້າເປັນຄືກັບຄົນທີ່ອາຍຸນ້ອຍທີ່ສຸດ ແລະໃຫ້ຄົນທີ່ເປັນຫົວໜ້າເປັນຄືກັບຄົນຮັບໃຊ້.” (ລກ. 22:26) ເມື່ອເຮົາ “ຖືວ່າຄົນອື່ນດີກວ່າ” ຕົວເຮົາ ເຮົາກໍເປັນຄືກັບ “ຄົນທີ່ອາຍຸນ້ອຍທີ່ສຸດ.” (ຟລປ. 2:3) ຖ້າເຮົາມີຄວາມຄິດແບບນີ້ຫຼາຍຂຶ້ນ ເຮົາກໍຈະບໍ່ສ້າງບັນຫາໃຫ້ຄົນອື່ນ.
10. ເຮົາຄວນເຮັດຕາມຄຳແນະນຳຫຍັງຂອງໂປໂລ?
10 ເຮົາຄວນຖືວ່າພີ່ນ້ອງທຸກຄົນດີກວ່າເຮົາບໍ່ທາງໃດກໍທາງໜຶ່ງ. ຖ້າເຮົາເບິ່ງແຕ່ຈຸດດີຂອງພີ່ນ້ອງ ມັນກໍງ່າຍທີ່ເຮົາຈະຄິດແບບນັ້ນ. ເຮົາຄວນເຮັດຕາມຄຳແນະນຳທີ່ອັກຄະສາວົກໂປໂລໃຫ້ກັບພີ່ນ້ອງທີ່ຢູ່ໃນເມືອງໂກຣິນໂທທີ່ວ່າ: “ຜູ້ໃດໃຫ້ເຈົ້າວິເສດກວ່າຄົນອື່ນ? ທີ່ຈິງແລ້ວສິ່ງທີ່ເຈົ້າມີຕອນນີ້ ມີຫຍັງບໍທີ່ເຈົ້າບໍ່ໄດ້ຮັບຈາກພະເຈົ້າ? ໃນເມື່ອພະອົງໃຫ້ທຸກຢ່າງກັບເຈົ້າ ເປັນຫຍັງຈຶ່ງອວດຄືກັບວ່າເຈົ້າໄດ້ສິ່ງນັ້ນມາເອງ?” (1 ກຣ. 4:7) ເຮົາຄວນລະວັງທີ່ຈະບໍ່ເຮັດໃຫ້ຄົນອື່ນສົນໃຈເຮົາຫຼາຍເກີນໄປ ຫຼືຄິດວ່າເຮົາດີກວ່າຄົນອື່ນ. ຕົວຢ່າງເຊັ່ນ: ພີ່ນ້ອງຊາຍທີ່ບັນຍາຍເກັ່ງ ຫຼືພີ່ນ້ອງຍິງທີ່ມີນັກສຶກສາຫຼາຍຄົນຄວນຈະໃຫ້ກຽດແລະຄຳຊົມເຊີຍນັ້ນກັບພະເຢໂຫວາ ບໍ່ແມ່ນຕົວເຂົາເຈົ້າເອງ.
ໃຫ້ອະໄພຄົນອື່ນ “ຈາກໃຈຈິງ”
11. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງປຽບທຽບຂອງພະເຢຊູເລື່ອງກະສັດກັບທາດ?
11 ບໍ່ດົນຫຼັງຈາກທີ່ພະເຢຊູເຕືອນພວກລູກສິດວ່າຢ່າເຮັດໃຫ້ຄົນອື່ນຮູ້ສຶກບໍ່ດີ ເພິ່ນກໍໄດ້ເລົ່າຕົວຢ່າງປຽບທຽບເລື່ອງກະສັດກັບທາດ. ກະສັດໄດ້ຍົກໜີ້ກ້ອນໃຫຍ່ໃຫ້ກັບທາດຄົນໜຶ່ງທີ່ບໍ່ສາມາດຈ່າຍຄືນໄດ້. ຕໍ່ມາ ທາດຄົນນີ້ພັດບໍ່ຍອມຍົກໜີ້ໃຫ້ກັບໝູ່ທີ່ເປັນທາດເຊິ່ງຕິດໜີ້ລາວພຽງແຕ່ໜ້ອຍດຽວ. ໃນທີ່ສຸດ ກະສັດກໍໄດ້ຈັບທາດທີ່ບໍ່ມີຄວາມເມດຕາຜູ້ນີ້ເຂົ້າຄຸກ. ເຮົາໄດ້ບົດຮຽນຫຍັງ? ພະເຢຊູບອກວ່າ: “ພະເຈົ້າຜູ້ເປັນພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຈະເຮັດແບບນັ້ນກັບພວກເຈົ້າຄືກັນ ຖ້າພວກເຈົ້າບໍ່ໃຫ້ອະໄພຄົນອື່ນຈາກໃຈຈິງ.”—ມທ. 18:21-35
12. ຖ້າເຮົາບໍ່ໃຫ້ອະໄພພີ່ນ້ອງ ຜົນຈະເປັນແນວໃດ?
12 ການກະທຳຂອງທາດຜູ້ນັ້ນ ບໍ່ພຽງແຕ່ເຮັດໃຫ້ໝູ່ຂອງລາວທີ່ເປັນທາດຮູ້ສຶກບໍ່ດີ ແຕ່ຍັງເຮັດໃຫ້ທາດຄົນອື່ນໆຮູ້ສຶກບໍ່ດີນຳ. ທຳອິດ ລາວບໍ່ມີຄວາມເມດຕາຕໍ່ໝູ່ທີ່ເປັນທາດໂດຍ ‘ໃຫ້ຄົນຈັບທາດຄົນນັ້ນໄປຂັງໄວ້ໃນຄຸກຈົນກວ່າຈະໄຊ້ໜີ້ໝົດ.’ ສອງ ສິ່ງທີ່ລາວເຮັດ ເຮັດໃຫ້ທາດຄົນອື່ນໆຮູ້ສຶກບໍ່ດີ. “ເມື່ອພວກໝູ່ທີ່ເປັນທາດນຳກັນເຫັນສິ່ງທີ່ເກີດຂຶ້ນກໍເສົ້າໃຈຫຼາຍ.” ຄ້າຍຄືກັນ ການກະທຳຂອງເຮົາສົ່ງຜົນຕໍ່ຄົນອື່ນ. ຜົນຈະເປັນແນວໃດຖ້າມີບາງຄົນເຮັດຜິດຕໍ່ເຮົາ ແລ້ວເຮົາບໍ່ໃຫ້ອະໄພລາວ? ທຳອິດ ເຮົາຈະເຮັດໃຫ້ລາວເສຍໃຈ ຍ້ອນເຮົາບໍ່ໃຫ້ອະໄພ ບໍ່ສົນໃຈ ແລະບໍ່ສະແດງຄວາມຮັກຕໍ່ລາວ. ສອງ ເຮົາຈະເຮັດໃຫ້ພີ່ນ້ອງຄົນອື່ນໃນປະຊາຄົມຮູ້ສຶກບໍ່ສະບາຍໃຈທີ່ເຫັນວ່າເຮົາຍັງຄຽດໃຫ້ພີ່ນ້ອງຄົນນັ້ນ.
ເຈົ້າຈະຄຽດຕໍ່ໄປບໍຫຼືຈະໃຫ້ອະໄພພີ່ນ້ອງຈາກໃຈຈິງ? (ເບິ່ງຂໍ້ 13-14)d
13. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງຄຣິດສະໂຕ?
13 ເມື່ອເຮົາໃຫ້ອະໄພພີ່ນ້ອງ ເຮົາກໍຈະຮູ້ສຶກສະບາຍໃຈ ແລະພີ່ນ້ອງກໍຈະຮູ້ສຶກສະບາຍໃຈຄືກັນ. ໃຫ້ເຮົາມາເບິ່ງເລື່ອງຂອງໄພໂອເນຍຄົນໜຶ່ງທີ່ຊື່ຄຣິດສະໂຕ. ພີ່ນ້ອງຍິງຄົນໜຶ່ງເຮັດໃຫ້ລາວຄຽດ. ລາວເວົ້າວ່າ: “ບາງເທື່ອຄຳເວົ້າຂອງລາວກໍເຮັດໃຫ້ຂ້ອຍເຈັບປານຖືກມີດບາດ. ຂ້ອຍຈົນບໍ່ຢາກຂີ່ລົດໄປນຳລາວຕອນທີ່ໄປປະກາດ. ຂ້ອຍເລີ່ມຮູ້ສຶກບໍ່ມີຄວາມສຸກແລະບໍ່ຢາກໄປປະກາດ.” ຄຣິດສະໂຕຮູ້ສຶກວ່າລາວມີເຫດຜົນທີ່ຈະຄຽດ. ແຕ່ລາວກໍບໍ່ໄດ້ປ່ອຍໃຫ້ຕົວເອງມີຄວາມຮູ້ສຶກແບບນີ້ຢູ່ຕະຫຼອດ. ລາວຖ່ອມຕົວແລະເຮັດຕາມຄຳແນະນຳໃນບົດຄວາມທີ່ຊື່ວ່າ “ຈົ່ງໃຫ້ອະໄພຈາກຫົວໃຈຂອງເຈົ້າ” ຢູ່ໃນຫໍສັງເກດການ 15 ຕຸລາ 1999.b ແລ້ວລາວກໍໃຫ້ອະໄພພີ່ນ້ອງຍິງຄົນນັ້ນ. ລາວບອກວ່າ: “ຕອນນີ້ຂ້ອຍຮູ້ແລ້ວວ່າເຮົາທຸກຄົນຕ້ອງໄດ້ພະຍາຍາມປ່ຽນແປງຕົວເອງ ແລະພະເຢໂຫວາກໍພ້ອມທີ່ຈະໃຫ້ອະໄພເຮົາທຸກມື້. ຂ້ອຍຮູ້ສຶກໂລ່ງໃຈຫຼາຍແທ້ໆ ແລ້ວກໍກັບມາມີຄວາມສຸກໄດ້ອີກ.”
14. (ກ) ຕາມມັດທາຍ 18:21, 22 ອັກຄະສາວົກເປໂຕມີບັນຫາຫຍັງ? ແລະເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ພະເຢຊູຕອບເປໂຕ? (ຂ) ຖ້າເຮົາຮູ້ສຶກວ່າເປັນເລື່ອງຍາກທີ່ຈະໃຫ້ອະໄພພີ່ນ້ອງ ເຮົາຄວນເຮັດແນວໃດ?
14 ເຮົາຄວນຈະໃຫ້ອະໄພພີ່ນ້ອງເພາະມັນເປັນສິ່ງທີ່ເຮົາຕ້ອງເຮັດ. ແຕ່ມັນກໍບໍ່ງ່າຍສະເໝີໄປທີ່ຈະເຮັດແບບນັ້ນ. ບາງເທື່ອອັກຄະສາວົກເປໂຕກໍຮູ້ສຶກແບບນັ້ນຄືກັນ. (ອ່ານມັດທາຍ 18:21, 22) ສິ່ງໃດຈະຊ່ວຍເຮົາໃຫ້ຢາກໃຫ້ອະໄພພີ່ນ້ອງ? ທຳອິດ ໃຫ້ຄິດວ່າພະເຢໂຫວາໄດ້ໃຫ້ອະໄພເຈົ້າຫຼາຍສ່ຳໃດ. (ມທ. 18:32, 33) ທີ່ຈິງ ເຮົາບໍ່ສົມຄວນໄດ້ຮັບການໃຫ້ອະໄພຊ້ຳ ແຕ່ພະເຢໂຫວາກໍເຕັມໃຈໃຫ້ອະໄພເຮົາຢ່າງໃຈກວ້າງ. (ເພງ. 103:8-10) ພະຄຳພີບອກວ່າ: “ພວກເຮົາກໍຄວນຈະຮັກກັນແລະກັນ.” ດັ່ງນັ້ນ ການໃຫ້ອະໄພພີ່ນ້ອງບໍ່ແມ່ນທາງເລືອກ ແຕ່ເປັນສິ່ງທີ່ເຮົາຕ້ອງເຮັດ. (1 ຢຮ. 4:11) ສອງ ຄິດເບິ່ງວ່າຖ້າເຮົາໃຫ້ອະໄພພີ່ນ້ອງຈະມີຜົນດີແນວໃດແດ່? ອາດຈະເປັນຜົນດີກັບຄົນທີ່ເຮັດຜິດຕໍ່ເຮົາ ເຮັດໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນ ປົກປ້ອງສາຍສຳພັນຂອງເຮົາກັບພະເຢໂຫວາ ແລະເຮັດໃຫ້ເຮົາຮູ້ສຶກສະບາຍໃຈ. (2 ກຣ. 2:7; ກລຊ. 3:14) ສຸດທ້າຍ ໃຫ້ອະທິດຖານເພື່ອຄົນທີ່ເຮັດຜິດຕໍ່ເຮົາ ຢ່າຍອມໃຫ້ຊາຕານມາເຮັດໃຫ້ເຈົ້າກັບພີ່ນ້ອງແຕກແຍກກັນ. (ອຟຊ. 4:26, 27) ເຮົາຕ້ອງຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາເພື່ອເຮັດໃຫ້ປະຊາຄົມມີສັນຕິສຸກ.
ຢ່າໃຫ້ຄົນອື່ນເຮັດໃຫ້ເຮົາຖິ້ມຄວາມເຊື່ອ
15. ຕາມໂກໂລຊາຍ 3:13 ເຮົາຄວນເຮັດແນວໃດຖ້າພີ່ນ້ອງເຮັດໃຫ້ເຮົາຄຽດ?
15 ຖ້າພີ່ນ້ອງເຮັດໃຫ້ເຈົ້າຄຽດ ເຈົ້າຄວນເຮັດແນວໃດ? ໃຫ້ພະຍາຍາມສ້າງສັນຕິສຸກ. ໃຫ້ອະທິດຖານບອກຄວາມຮູ້ສຶກກັບພະເຢໂຫວາ ຂໍພະເຢໂຫວາໃຫ້ຊ່ວຍເຫຼືອຄົນທີ່ເຮັດຜິດຕໍ່ເຈົ້າ ແລະຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ເຫັນຈຸດທີ່ດີໃນໂຕລາວທີ່ເຮັດໃຫ້ພະເຢໂຫວາຮັກລາວ. (ລກ. 6:28) ຖ້າເຈົ້າຍັງຮູ້ສຶກວ່າໃຫ້ອະໄພລາວບໍ່ໄດ້ ກໍໃຫ້ໄປລົມກັບລາວດີໆ. ເປັນສິ່ງທີ່ດີທີ່ເຮົາຈະຄິດວ່າພີ່ນ້ອງບໍ່ໄດ້ຕັ້ງໃຈເຮັດໃຫ້ຄຽດ. (ມທ. 5:23, 24; 1 ກຣ. 13:7) ຕອນທີ່ເຮົາໄປລົມກັບລາວ ບໍ່ໃຫ້ເບິ່ງວ່າລາວເປັນຄືກັບສັດຕູຂອງເຮົາ. ແຕ່ຖ້າລາວບໍ່ຟັງເດ? “ກໍຂໍໃຫ້ອົດທົນ” ກັບລາວຕໍ່ໆໄປ. (ອ່ານໂກໂລຊາຍ 3:13) ແຕ່ທີ່ສຳຄັນ ຢ່າເກັບຄວາມຄຽດໄວ້ເພາະມັນຈະທຳລາຍສາຍສຳພັນຂອງເຈົ້າກັບພະເຢໂຫວາ. ຢ່າຍອມໃຫ້ສິ່ງໃດມາເຮັດໃຫ້ເຈົ້າຖິ້ມຄວາມເຊື່ອ. ຖ້າເຈົ້າເຮັດແບບນີ້ ກໍສະແດງໃຫ້ເຫັນວ່າເຈົ້າຮັກພະເຢໂຫວາຫຼາຍກວ່າສິ່ງອື່ນໆ.—ເພງ. 119:165
16. ເຮົາແຕ່ລະຄົນມີໜ້າທີ່ທີ່ຈະເຮັດຫຍັງ?
16 ເຮົາຮູ້ສຶກດີໃຈຫຼາຍແທ້ໆທີ່ໄດ້ຮັບໃຊ້ພະເຢໂຫວາຮ່ວມກັນກັບພີ່ນ້ອງເປັນ “ຝູງດຽວ” ທີ່ມີ “ຜູ້ລ້ຽງຄົນດຽວ.” (ຢຮ. 10:16) ປຶ້ມລວບລວມເປັນອົງການເພື່ອເຮັດຕາມຄວາມປະສົງຂອງພະເຢໂຫວາc ໜ້າ 165 ບອກວ່າ: “ເມື່ອເຈົ້າໄດ້ຮັບປະໂຫຍດຈາກຄວາມເປັນນ້ຳໜຶ່ງໃຈດຽວກັນ ເຈົ້າກໍມີໜ້າທີ່ທີ່ຈະຕ້ອງຮັກສາໄວ້.” ເພື່ອຈະເຮັດແບບນັ້ນໄດ້ ເຮົາຕ້ອງ “ຝຶກຕົວເອງໃຫ້ເບິ່ງພີ່ນ້ອງຊາຍຍິງທຸກຄົນແບບດຽວກັບທີ່ພະເຢໂຫວາເບິ່ງ.” ພະເຢໂຫວາຖືວ່າເຮົາທຸກຄົນທີ່ເປັນຄືກັບ “ຄົນທີ່ຕ່ຳຕ້ອຍ” ມີຄ່າຫຼາຍ ແລະເຮົາກໍຢາກເບິ່ງພີ່ນ້ອງແບບນັ້ນຄືກັນ. ພະເຢໂຫວາເຫັນຄ່າທຸກສິ່ງທີ່ເຮົາເຮັດເພື່ອຊ່ວຍເຫຼືອພີ່ນ້ອງ.—ມທ. 10:42
17. ເຮົາຄວນຕັ້ງໃຈເຮັດຫຍັງ?
17 ເຮົາຮັກພີ່ນ້ອງຂອງເຮົາ. ຂໍໃຫ້ເຮົາ “ຕັ້ງໃຈວ່າຈະບໍ່ເຮັດສິ່ງໜຶ່ງສິ່ງໃດທີ່ເປັນຕົ້ນເຫດໃຫ້ພີ່ນ້ອງຫຼົງເຮັດຜິດຫຼືຖິ້ມຄວາມເຊື່ອ.” (ຣມ. 14:13) ຂໍໃຫ້ເຮົາຖືວ່າພີ່ນ້ອງດີກວ່າເຮົາ ແລະເຮົາຢາກໃຫ້ອະໄພເຂົາເຈົ້າຈາກໃຈຈິງ. ຂໍໃຫ້ເຮົາຢ່າຍອມໃຫ້ຄົນອື່ນເຮັດໃຫ້ເຮົາຖິ້ມຄວາມເຊື່ອ ແຕ່ໃຫ້ເຮົາ “ຕັ້ງໃຈເຮັດສິ່ງທີ່ສ້າງສັນຕິສຸກແລະສິ່ງທີ່ສົ່ງເສີມກັນໃຫ້ເຂັ້ມແຂງຂຶ້ນ.”—ຣມ. 14:19
ເພງ 130 ເຮົາຕ້ອງໃຫ້ອະໄພກັນ
a ຍ້ອນເຮົາທຸກຄົນບໍ່ສົມບູນແບບ ດັ່ງນັ້ນ ເຮົາຈຶ່ງເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ພີ່ນ້ອງເສຍໃຈ. ຖ້າເປັນແບບນັ້ນເຮົາຄວນເຮັດແນວໃດ? ເຮົາຄວນພະຍາຍາມຄືນດີກັບພີ່ນ້ອງບໍ? ເຮົາຈະຂໍໂທດພີ່ນ້ອງທັນທີບໍ? ຫຼືເຮົາຈະຄິດວ່າມັນເປັນເລື່ອງຂອງເຂົາເຈົ້າ ບໍ່ກ່ຽວກັບເຮົາ? ເຮົາເປັນຄົນມັກຄຽດງ່າຍບໍກັບສິ່ງທີ່ຄົນອື່ນເວົ້າແລະເຮັດ? ເຮົາມັກຈະເວົ້າວ່າຂ້ອຍກໍຕັ້ງເປັນແບບນີ້ຢູ່ແລ້ວ ຫຼືເຮົາເຫັນວ່າເຮົາຈຳເປັນຕ້ອງປ່ຽນແປງຕົວເອງບໍ?
b ພາສາໄທ
c ບໍ່ມີໃນພາສາລາວ
d ຄຳອະທິບາຍຮູບພາບ: ພີ່ນ້ອງຍິງຄົນໜຶ່ງຄຽດໃຫ້ພີ່ນ້ອງຍິງອີກຄົນໜຶ່ງໃນປະຊາຄົມ. ຫຼັງຈາກທີ່ເຂົາເຈົ້າປັບຄວາມເຂົ້າໃຈກັນສອງຕໍ່ສອງແລ້ວ ເຂົາເຈົ້າກໍຄືນດີກັນແລະກັບມາຮັບໃຊ້ນຳກັນຢ່າງມີຄວາມສຸກ.