ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 24 ໜ້າ 127-131
  • ຢ່າ​ໄດ້​ກາຍ​ເປັນ​ຄົນ​ຂີ້​ລັກ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຢ່າ​ໄດ້​ກາຍ​ເປັນ​ຄົນ​ຂີ້​ລັກ!
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ອາຫານ​ແລງ​ທີ່​ເປັນ​ອະນຸສອນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 24 ໜ້າ 127-131

ບົດ​ທີ 24

ຢ່າ​ໄດ້​ກາຍ​ເປັນ​ຄົນ​ຂີ້​ລັກ!

ເຄີຍ​ມີ​ໃຜ​ລັກ​ສິ່ງ​ຂອງ​ອັນ​ໜຶ່ງ​ຈາກ​ລູກ​ບໍ?— ມັນ​ເຮັດ​ໃຫ້​ລູກ​ຮູ້ສຶກ​ແນວ​ໃດ?— ໃຜ​ກໍ​ຕາມ​ທີ່​ລັກ​ສິ່ງ​ຂອງ​ຜູ້​ນັ້ນ​ເປັນ​ຄົນ​ຂີ້​ລັກ ແລະ​ບໍ່​ມີ​ໃຜ​ມັກ​ຄົນ​ຂີ້​ລັກ. ລູກ​ຄິດ​ວ່າ​ຄົນ​ເຮົາ​ກາຍ​ເປັນ​ຄົນ​ຂີ້​ລັກ​ໄດ້​ແນວ​ໃດ? ຄົນ​ເຮົາ​ເປັນ​ຄົນ​ຂີ້​ລັກ​ຕັ້ງ​ແຕ່​ເກີດ​ພຸ້ນ​ບໍ?—

ເຮົາ​ຫາ​ກໍ​ຮຽນ​ຮູ້​ວ່າ​ຄົນ​ເຮົາ​ເກີດ​ມາ​ພ້ອມ​ກັບ​ບາບ. ດັ່ງ​ນັ້ນ ເຮົາ​ໝົດ​ທຸກ​ຄົນ​ຈຶ່ງ​ບໍ່​ສົມບູນ​ແບບ. ແຕ່​ບໍ່​ມີ​ໃຜ​ເກີດ​ມາ​ເປັນ​ຄົນ​ຂີ້​ລັກ. ຄົນ​ທີ່​ເປັນ​ຂີ້​ລັກ​ອາດມາ​ຈາກ​ຄອບຄົວ​ທີ່​ດີ​ກໍ​ໄດ້. ພໍ່​ແມ່ ອ້າຍ ເອື້ອຍ ແລະ​ນ້ອງ​ຂອງ​ລາວ​ອາດ​ເປັນ​ຄົນ​ສັດ​ຊື່. ແຕ່​ຄວາມ​ປາຖະໜາ​ທີ່​ຄົນ​ນັ້ນ​ມີ​ຕໍ່​ສິ່ງ​ຕ່າງໆ​ເຊັ່ນ ເງິນ​ແລະ​ສິ່ງ​ທີ່​ເງິນ​ຊື້​ໄດ້​ອາດ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຄົນ​ຂີ້​ລັກ.

ລູກ​ບອກ​ໄດ້​ບໍ​ວ່າ​ໃຜ​ເປັນ​ຄົນ​ຂີ້​ລັກ​ຄົນ​ທຳອິດ?— ຄິດ​ເບິ່ງ​ດູ. ຄູ​ຜູ້​ຍິ່ງໃຫຍ່​ຮູ້ຈັກ​ຜູ້​ນັ້ນ​ເມື່ອ​ພະອົງ​ຢູ່​ໃນ​ສະຫວັນ. ຂີ້​ລັກ​ຜູ້​ນັ້ນ​ເປັນ​ທູດ​ສະຫວັນ. ແຕ່​ເນື່ອງ​ຈາກ​ພະເຈົ້າ​ສ້າງ​ທູດ​ສະຫວັນ​ທັງ​ໝົດ​ໃຫ້​ສົມບູນ​ແບບ ທູດ​ສະຫວັນ​ອົງ​ນັ້ນ​ກາຍ​ເປັນ​ຂີ້​ລັກ​ໄດ້​ແນວ​ໃດ?— ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 8 ຂອງ​ປຶ້ມ​ນີ້ ທູດ​ສະຫວັນ​ອົງ​ນັ້ນ​ຕ້ອງການ​ໃນ​ສິ່ງ​ທີ່​ບໍ່​ແມ່ນ​ຂອງ​ຕົນ​ເອງ. ລູກ​ຈື່​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?—

ຫຼັງ​ຈາກ​ທີ່​ພະເຈົ້າ​ສ້າງ​ມະນຸດ​ຊາຍ​ຍິງ​ຄູ່​ທຳອິດ ທູດ​ສະຫວັນ​ອົງ​ນັ້ນ​ຕ້ອງການ​ໃຫ້​ມະນຸດ​ນະມັດສະການ​ມັນ. ມັນ​ບໍ່​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ນະມັດສະການ​ຈາກ​ມະນຸດ. ການ​ນະມັດສະການ​ນັ້ນ​ເປັນ​ຂອງ​ພະເຈົ້າ. ແຕ່​ມັນ​ລັກ​ເອົາ​ການ​ນະມັດສະການ​ນັ້ນ! ໂດຍ​ເຮັດ​ໃຫ້​ອາດາມ​ແລະ​ເອວາ​ນະມັດສະການ​ມັນ ທູດ​ສະຫວັນ​ອົງ​ນັ້ນ​ກາຍ​ເປັນ​ຂີ້​ລັກ. ມັນ​ກາຍ​ເປັນ​ຊາຕານ​ພະຍາມານ.

ອັນ​ໃດ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ກາຍ​ເປັນ​ຄົນ​ຂີ້​ລັກ?— ຍ້ອນ​ຄວາມ​ຢາກ​ໄດ້​ໃນ​ສິ່ງ​ທີ່​ບໍ່​ແມ່ນ​ຂອງ​ຕົນ​ເອງ. ຄວາມ​ຢາກ​ໄດ້​ນີ້​ອາດ​ຮຸນແຮງ​ຫຼາຍ​ຈົນ​ສາມາດ​ເຮັດ​ໃຫ້​ແມ່ນ​ແຕ່​ຄົນ​ທີ່​ດີ​ເຮັດ​ສິ່ງ​ທີ່​ບໍ່​ດີ. ບາງ​ຄັ້ງ ຄົນ​ທີ່​ກາຍ​ເປັນ​ຄົນ​ຂີ້​ລັກ​ກໍ​ບໍ່​ໄດ້​ຫັນ​ກັບ​ມາ​ເຮັດ​ສິ່ງ​ທີ່​ດີ​ອີກ​ເລີຍ. ຜູ້​ໜຶ່ງ​ໃນ​ຈຳນວນ​ຄົນ​ເຫຼົ່າ​ນີ້​ແມ່ນ​ສາວົກ​ຂອງ​ພະ​ເຍຊູ. ລາວ​ຊື່​ຢູດາ​ອີດສະກາລີໂອດ.

ຢູດາ​ຮູ້​ວ່າ​ການ​ລັກ​ເປັນ​ສິ່ງ​ທີ່​ຜິດ​ເນື່ອງ​ຈາກ​ລາວ​ໄດ້​ຮັບ​ການ​ສອນ​ກ່ຽວ​ກັບ​ກົດໝາຍ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ. ລາວ​ຮູ້​ວ່າ​ຄັ້ງ​ໜຶ່ງ​ພະເຈົ້າ​ແມ່ນ​ແຕ່​ກ່າວ​ຈາກ​ສະຫວັນ​ແລະ​ບອກ​ປະຊາຊົນ​ຂອງ​ພະອົງ​ວ່າ: “ຢ່າ​ລັກ​ເອົາ​ຂອງ.” (ອົບພະຍົບ 20:15) ເມື່ອ​ຢູດາ​ເຕີບ​ໃຫຍ່​ຂຶ້ນ ລາວ​ພົບ​ກັບ​ຄູ​ຜູ້​ຍິ່ງໃຫຍ່​ແລະ​ໄດ້​ມາ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ພະອົງ. ຕໍ່​ມາ​ພະ​ເຍຊູ​ເຖິງ​ຂັ້ນ​ເລືອກ​ເອົາ​ຢູດາ​ໃຫ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ​ໃນ​ບັນດາ​ອັກຄະສາວົກ 12 ຄົນ.

ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ເດີນ​ທາງ​ໄປ​ນຳ​ກັນ. ເຂົາ​ເຈົ້າ​ກິນ​ເຂົ້າ​ນຳ​ກັນ. ແລະ​ເງິນ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ມີ​ໄດ້​ເກັບ​ໄວ້​ຢູ່​ໃນ​ກ່ອງ​ໜ່ວຍ​ໜຶ່ງ. ພະ​ເຍຊູ​ໃຫ້​ຢູດາ​ເປັນ​ຜູ້​ເບິ່ງ​ແຍງ​ກ່ອງ​ນັ້ນ. ແນ່ນອນ​ວ່າ​ເງິນ​ນັ້ນ​ບໍ່​ໄດ້​ເປັນ​ຂອງ​ຢູດາ. ແຕ່​ລູກ​ຮູ້​ບໍ​ວ່າ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ຢູດາ​ໄດ້​ເຮັດ​ຫຍັງ?—

Judas steals from the money box Jesus gave him to take care of

ເປັນ​ຫຍັງ​ຢູດາ​ຈຶ່ງ​ລັກ?

ຢູດາ​ເລີ່ມ​ເອົາ​ເງິນ​ອອກ​ຈາກ​ກ່ອງ​ໃນ​ເວລາ​ທີ່​ລາວ​ບໍ່​ຄວນ​ຈະ​ເອົາ​ມັນ​ອອກ​ໄປ. ລາວ​ຈະ​ເອົາ​ເງິນ​ຕອນ​ທີ່​ຄົນ​ອື່ນ​ບໍ່​ເຫັນ ແລະ​ລາວ​ເຖິງ​ຂັ້ນ​ພະຍາຍາມ​ຊອກ​ຫາ​ວິທີ​ທີ່​ຈະ​ເຮັດ​ໃຫ້​ໄດ້​ເງິນ​ຫຼາຍ​ຕື່ມ​ອີກ. ລາວ​ເລີ່ມ​ຄິດ​ເຖິງ​ແຕ່​ເງິນ​ຕະຫຼອດ​ເວລາ. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ຄວາມ​ປາຖະໜາ​ທີ່​ຜິດ​ນີ້​ພາ​ໄປ​ສູ່​ເຫດການ​ອັນ​ໃດ​ພຽງ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ທີ່​ຄູ​ຜູ້​ຍິ່ງໃຫຍ່​ຈະ​ຖືກ​ປະຫານ​ຊີວິດ.

ນາງ​ມາລີ​ເຊິ່ງ​ເປັນ​ເອື້ອຍ​ຂອງ​ທ້າວ​ລາຊະໂລ​ທີ່​ເປັນ​ຫມູ່​ຂອງ​ພະ​ເຍຊູ ເອົາ​ນ້ຳມັນ​ຫອມ​ຢ່າງ​ດີ​ມາ​ຖອກ​ໃສ່​ຕີນ​ຂອງ​ພະ​ເຍຊູ. ແຕ່​ຢູດາ​ໄດ້​ຈົ່ມ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ?— ລາວ​ບອກ​ວ່າ​ຄວນ​ເອົາ​ນ້ຳມັນ​ໄປ​ຂາຍ​ແລ້ວ​ເອົາ​ເງິນ​ໄປ​ແຈກ​ຈ່າຍ​ໃຫ້​ກັບ​ຄົນ​ທຸກ​ຍາກ. ແຕ່​ທີ່​ຈິງ​ແລ້ວ​ລາວ​ຢາກ​ໃຫ້​ມີ​ເງິນ​ໃນ​ກ່ອງ​ຫຼາຍ​ຂຶ້ນ​ອີກ​ເພື່ອ​ຕົນ​ສາມາດ​ລັກ​ເອົາ​ເງິນ​ນັ້ນ.—ໂຢຮັນ 12:1-6.

ພະ​ເຍຊູ​ບອກ​ຢູດາ​ວ່າ​ຢ່າ​ເຮັດ​ໃຫ້​ມາລີ​ເຊິ່ງ​ເປັນ​ຄົນ​ທີ່​ມີ​ໃຈ​ກະລຸນາ​ຫຼາຍ​ຮູ້ສຶກ​ລຳບາກ​ໃຈ. ຢູດາ​ບໍ່​ມັກ​ເມື່ອ​ພະ​ເຍຊູ​ເວົ້າ​ແນວ​ນັ້ນ​ກັບ​ລາວ ດັ່ງ​ນັ້ນ​ລາວ​ຈຶ່ງ​ໄປ​ຫາ​ພວກ​ປະໂລຫິດ​ໃຫຍ່​ເຊິ່ງ​ເປັນ​ສັດຕູ​ຂອງ​ພະ​ເຍຊູ. ພວກ​ເຂົາ​ເຈົ້າ​ຕ້ອງການ​ຈັບ​ພະ​ເຍຊູ ແຕ່​ເຂົາ​ເຈົ້າ​ຕ້ອງການ​ເຮັດ​ໃນ​ເວລາ​ກາງຄືນ​ເພື່ອ​ປະຊາຊົນ​ຈະ​ບໍ່​ເຫັນ.

ຢູດາ​ບອກ​ພວກ​ປະໂລຫິດ​ວ່າ: ‘ຂ້ອຍ​ຈະ​ບອກ​ພວກ​ທ່ານ​ວ່າ​ຈະ​ພົບ​ແລະ​ຈັບ​ພະ​ເຍຊູ​ໄດ້​ແນວ​ໃດ ຖ້າ​ພວກ​ທ່ານ​ເອົາ​ເງິນ​ໃຫ້​ຂ້ອຍ. ພວກ​ທ່ານ​ຈະ​ໃຫ້​ຂ້ອຍ​ເທົ່າ​ໃດ?’

ພວກ​ປະໂລຫິດ​ໃຫຍ່​ຕອບ​ວ່າ: ‘ພວກ​ເຮົາ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ສາມ​ສິບ​ແຜ່ນ.’—ມັດທາຍ 26:14-16.

ຢູດາ​ຮັບ​ເອົາ​ເງິນ​ນັ້ນ. ນັ້ນ​ເທົ່າ​ກັບ​ວ່າ​ລາວ​ໄດ້​ຂາຍ​ຄູ​ຜູ້​ຍິ່ງໃຫຍ່​ໃຫ້​ກັບ​ຄົນ​ເຫຼົ່າ​ນັ້ນ! ລູກ​ວາດ​ພາບ​ອອກ​ບໍ​ວ່າ​ມີ​ໃຜ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ແບບ​ນັ້ນ​ໄດ້?— ທີ່​ຈິງ ນັ້ນ​ເປັນ​ການ​ກະທຳ​ທີ່​ເກີດ​ຂຶ້ນ​ເມື່ອ​ຄົນ​ເຮົາ​ກາຍ​ເປັນ​ຄົນ​ຂີ້​ລັກ ແລະ​ໄດ້​ລັກ​ເງິນ. ລາວ​ຮັກ​ເງິນ​ຫຼາຍ​ກວ່າ​ຮັກ​ຜູ້​ອື່ນ​ຫຼື​ແມ່ນ​ແຕ່​ພະເຈົ້າ.

ບາງ​ທີ​ລູກ​ອາດ​ເວົ້າ​ວ່າ ‘ລູກ​ຈະ​ບໍ່​ມີ​ວັນ​ຮັກ​ສິ່ງ​ໃດໆ​ຫຼາຍ​ກວ່າ​ຮັກ​ພະ​ເຢໂຫວາ​ພະເຈົ້າ.’ ນັ້ນ​ເປັນ​ສິ່ງ​ທີ່​ດີ​ທີ່​ລູກ​ຮູ້ສຶກ​ແບບ​ນັ້ນ. ເມື່ອ​ພະ​ເຍຊູ​ເລືອກ​ເອົາ​ຢູດາ​ໃຫ້​ເປັນ​ອັກຄະສາວົກ ຢູດາ​ກໍ​ຄົງ​ຈະ​ຮູ້ສຶກ​ແບບ​ນັ້ນ​ເຊັ່ນ​ກັນ. ຄົນ​ອື່ນໆ​ທີ່​ກາຍ​ເປັນ​ຄົນ​ຂີ້​ລັກ​ອາດ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ໃຫ້​ເຮົາ​ມາ​ເວົ້າ​ເຖິງ​ຄົນ​ເຫຼົ່າ​ນັ້ນ​ບາງ​ຄົນ.

Achan holds a robe and a bar of gold; David looks at Bath-sheba

ທ້າວ​ອາການ​ແລະ​ທ່ານ​ດາວິດ​ຄິດ​ເຖິງ​ເລື່ອງ​ຊົ່ວ​ຮ້າຍ​ອັນ​ໃດ?

ຄົນ​ໜຶ່ງ​ທີ່​ຮັບໃຊ້​ພະເຈົ້າ​ຊື່​ອາການ ເຊິ່ງ​ມີ​ຊີວິດ​ຢູ່​ດົນ​ນານ​ກ່ອນ​ຄູ​ຜູ້​ຍິ່ງໃຫຍ່​ເກີດ. ທ້າວ​ອາການ​ເຫັນ​ເສື້ອ​ຄຸມ​ງາມ​ໂຕ​ໜຶ່ງ ຄຳ​ແທ່ງ​ໜຶ່ງ ແລະ​ກ້ອນ​ເງິນ​ຈຳນວນ​ໜຶ່ງ. ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ເປັນ​ຂອງ​ລາວ. ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ເຫຼົ່າ​ນີ້​ເປັນ​ຂອງ​ພະ​ເຢໂຫວາ​ເພາະ​ມັນ​ຖືກ​ຍຶດ​ມາ​ຈາກ​ພວກ​ສັດຕູ​ຂອງ​ປະຊາຊົນ​ພະເຈົ້າ. ແຕ່​ອາການ​ຢາກ​ໄດ້​ຂອງ​ນັ້ນ​ຫຼາຍ​ຈົນ​ເຖິງ​ຂັ້ນ​ລັກ​ເອົາ.—ໂຢຊວຍ 6:19; 7:11, 20-22.

ມີ​ອີກ​ຕົວຢ່າງ​ໜຶ່ງ. ດົນ​ນານ​ມາ​ແລ້ວ​ພະ​ເຢໂຫວາ​ໄດ້​ເລືອກ​ເອົາ​ທ່ານ​ດາວິດ​ໃຫ້​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະລາແອນ. ໃນ​ມື້​ໜຶ່ງ ທ່ານ​ດາວິດ​ເລີ່ມ​ເບິ່ງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໜ້າ​ຕາ​ງາມ​ຊື່​ບາດເຊບາ. ລາວ​ເລີ່ມ​ເຝົ້າ​ເບິ່ງ​ນາງ​ບາດເຊບາ​ແລະ​ຄິດ​ຈະ​ເອົາ​ນາງ​ນັ້ນ​ມາ​ຢູ່​ເຮືອນ​ນຳ. ແນວ​ໃດ​ກໍ​ຕາມ ບາດເຊບາ​ເປັນ​ເມຍ​ຂອງ​ທ້າວ​ອຶລີ. ດາວິດ​ຄວນ​ຈະ​ເຮັດ​ແນວ​ໃດ?—

ດາວິດ​ຄວນ​ຈະ​ເຊົາ​ຄິດ​ເລື່ອງ​ທີ່​ຈະ​ໄດ້​ບາດເຊບາ. ແຕ່​ລາວ​ບໍ່​ໄດ້​ເຮັດ​ເຊັ່ນ​ນັ້ນ. ດັ່ງ​ນັ້ນ ດາວິດ​ເອົາ​ບາດເຊບາ​ມາ​ຢູ່​ເຮືອນ​ນຳ​ແລະ​ໄດ້​ວາງ​ແຜນ​ໃຫ້​ອຶລີ​ຖືກ​ຂ້າ. ເປັນ​ຫຍັງ​ດາວິດ​ຈຶ່ງ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ເຫຼົ່າ​ນີ້?— ເນື່ອງ​ຈາກ​ລາວ​ຢາກ​ໄດ້​ຜູ້​ຍິງ​ເຊິ່ງ​ເປັນ​ເມຍ​ຂອງ​ຄົນ​ອື່ນ.—2 ຊາເມືອນ 11:2-27.

Absalom puts his arm around a man

ທ້າວ​ອາບຊາໂລມ​ເປັນ​ຄົນ​ຂີ້​ລັກ​ໃນ​ແງ່​ໃດ?

ເນື່ອງ​ຈາກ​ດາວິດ​ຮູ້ສຶກ​ເສຍໃຈ ພະ​ເຢໂຫວາ​ຈຶ່ງ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຕໍ່​ໄປ. ແຕ່​ດາວິດ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ. ທ້າວ​ອາບຊາໂລມ​ຜູ້​ເປັນ​ລູກ​ຢາກ​ເປັນ​ກະສັດ​ແທນ​ດາວິດ. ດັ່ງ​ນັ້ນ ເມື່ອ​ຄົນ​ມາ​ພົບ​ດາວິດ ອາບຊາໂລມ​ຈະ​ໂອບ​ກອດ​ແລະ​ຈູບ​ເຂົາ​ເຈົ້າ. ຄຳພີ​ໄບເບິນ​ກ່າວ​ວ່າ: “ທ້າວ​ອາບຊາໂລມ​ໄດ້​ລັກເອົາ​ໃຈ​ຂອງ​ຊາວ​ຍິດສະລາເອນ​ທັງ​ຫຼາຍ.” ລາວ​ເຮັດ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ຢາກ​ໄດ້​ລາວ​ເປັນ​ກະສັດ​ແທນ​ດາວິດ.—2 ຊາເມືອນ 15:1-12.

ລູກ​ເຄີຍ​ຢາກ​ໄດ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ຫຼາຍ​ແທ້ໆ​ຄື​ກັບ​ອາການ ດາວິດ ແລະ​ອາບຊາໂລມ​ບໍ?— ຖ້າ​ສິ່ງ​ນັ້ນ​ເປັນ​ຂອງ​ຄົນ​ອື່ນ ການ​ເອົາ​ສິ່ງ​ຂອງ​ນັ້ນ​ໄປ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຖື​ເປັນ​ການ​ລັກ. ລູກ​ຈື່​ໄດ້​ບໍ​ວ່າ​ຊາຕານ​ເຊິ່ງ​ເປັນ​ຂີ້​ລັກ​ຜູ້​ທຳອິດ​ຢາກ​ໄດ້​ຫຍັງ?— ມັນ​ຢາກ​ໃຫ້​ຜູ້​ຄົນ​ນະມັດສະການ​ມັນ​ແທນ​ທີ່​ຈະ​ນະມັດສະການ​ພະເຈົ້າ. ດັ່ງ​ນັ້ນ ຊາຕານ​ກຳລັງ​ລັກ​ເມື່ອ​ມັນ​ເຮັດ​ໃຫ້​ອາດາມ​ແລະ​ເອວາ​ເຊື່ອ​ຟັງ​ມັນ.

ເມື່ອ​ບຸກຄົນ​ໜຶ່ງ​ເປັນ​ເຈົ້າ​ຂອງ​ສິ່ງ​ໃດ​ສິ່ງ​ໜຶ່ງ ລາວ​ມີ​ສິດ​ທີ່​ຈະ​ອະນຸຍາດ​ໃຫ້​ໃຜ​ກໍ​ໄດ້​ໃຊ້​ສິ່ງ​ຂອງ​ນັ້ນ. ຕົວຢ່າງ​ເຊັ່ນ ລູກ​ອາດ​ໄປ​ຫຼິ້ນ​ກັບ​ເດັກ​ນ້ອຍ​ຄົນ​ອື່ນ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ. ມັນ​ຖືກຕ້ອງ​ບໍ​ທີ່​ຈະ​ເອົາ​ບາງ​ສິ່ງ​ຈາກ​ເຮືອນ​ນັ້ນ​ກັບ​ມາ​ເຮືອນ​ຂອງ​ເຮົາ?— ມັນ​ບໍ່​ຖືກ​ຕ້ອງ ຍົກ​ເວັ້ນ​ແຕ່​ວ່າ​ຜູ້​ເປັນ​ພໍ່​ຫຼື​ເປັນ​ແມ່ຂອງ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ອະນຸຍາດ​ໃຫ້​ລູກ​ເອົາ​ມາ​ໄດ້. ຖ້າ​ລູກ​ເອົາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ມາ​ໂດຍ​ບໍ່​ໄດ້​ຂໍ​ອະນຸຍາດ ນັ້ນ​ຄື​ການ​ລັກ.

ເປັນ​ຫຍັງ​ລູກ​ຈຶ່ງ​ຮູ້ສຶກ​ວ່າ​ຖືກ​ດຶງ​ດູດ​ໃຫ້​ລັກ?— ກໍ​ຍ້ອນ​ວ່າ​ລູກ​ຢາກ​ໄດ້​ໃນ​ສິ່ງ​ທີ່​ບໍ່​ໄດ້​ເປັນ​ຂອງ​ລູກ. ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ບໍ່​ໄດ້​ເຫັນ​ວ່າ​ລູກ​ເອົາ​ສິ່ງ​ນັ້ນ​ໄປ ແຕ່​ວ່າ​ໃຜ​ເຫັນ?— ພະ​ເຢໂຫວາ​ພະເຈົ້າ​ເຫັນ. ແລະ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະເຈົ້າ​ກຽດ​ຊັງ​ການ​ລັກ. ດັ່ງ​ນັ້ນ ຄວາມ​ຮັກ​ທີ່​ລູກ​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ເພື່ອນ​ບ້ານ​ຈະ​ຊ່ວຍ​ລູກ​ບໍ່​ໃຫ້​ກາຍ​ເປັນ​ຄົນ​ຂີ້​ລັກ.

ຄຳພີ​ໄບເບິນ​ເວົ້າ​ຢ່າງ​ຈະ​ແຈ້ງ​ວ່າ​ການ​ລັກ​ເປັນ​ສິ່ງ​ທີ່​ຜິດ. ຂໍ​ໃຫ້​ອ່ານ​ພະທຳ​ມາລະໂກ 10:17-19; ໂລມ 13:9; ແລະ​ເອເຟດ 4:28.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌