ບົດທີ 8
ຜູ້ອື່ນທີ່ສູງສົ່ງກວ່າພວກເຮົາ
ພໍ່ (ແມ່) ແນ່ໃຈວ່າລູກຈະເຫັນດ້ວຍວ່າມີຄົນອື່ນທີ່ສູງສົ່ງກວ່າ ຫຼືຍິ່ງໃຫຍ່ກວ່າແລະແຂງແຮງກວ່າລູກແລະພໍ່ແມ່. ລູກວ່າແມ່ນໃຜທີ່ສູງສົ່ງກວ່າພວກເຮົາ?— ແມ່ນພະເຢໂຫວາພະເຈົ້ານັ້ນແຫຼະ. ແລ້ວລູກຂອງພະເຈົ້າຄູຜູ້ຍິ່ງໃຫຍ່ເດ? ພະອົງສູງສົ່ງກວ່າພວກເຮົາບໍ?— ພະອົງສູງສົ່ງກວ່າຢ່າງແນ່ນອນ.
ພະເຍຊູເຄີຍຢູ່ກັບພະເຈົ້າໃນສະຫວັນ. ພະອົງເປັນລູກທີ່ເປັນກາຍວິນຍານ ຫຼືທູດສະຫວັນ. ພະເຈົ້າສ້າງທູດສະຫວັນຫຼືລູກກາຍວິນຍານອົງອື່ນໆບໍ?— ສ້າງແທ້ ພະອົງໄດ້ສ້າງທູດສະຫວັນຫຼາຍລ້ານອົງ. ທູດສະຫວັນເຫຼົ່ານີ້ຍັງສູງສົ່ງກວ່າແລະມີລິດເດດຫຼາຍກວ່າພວກເຮົາອີກ.—ຄຳເພງ 104:4; ດານຽນ 7:10.
ລູກຈື່ຊື່ຂອງທູດສະຫວັນທີ່ເວົ້າກັບນາງມາລີໄດ້ບໍ?— ທູດອົງນັ້ນຊື່ວ່າຄາບລຽນ. ພະອົງບອກມາລີວ່າລູກຂອງລາວຈະເປັນລູກຂອງພະເຈົ້າ. ພະເຈົ້າໄດ້ຍ້າຍຊີວິດລູກຂອງພະອົງທີ່ເປັນກາຍວິນຍານມາໃສ່ໄວ້ໃນຕົວມາລີເພື່ອພະເຍຊູຈະໄດ້ເກີດເປັນແອນ້ອຍຢູ່ເທິງແຜ່ນດິນໂລກ.—ລືກາ 1:26, 27.
ມາລີແລະໂຢເຊບຄົງຈະບອກເລື່ອງອັນໃດກັບພະເຍຊູ?
ລູກເຊື່ອເລື່ອງການອັດສະຈັນນັ້ນບໍ? ລູກເຊື່ອບໍວ່າພະເຍຊູເຄີຍຢູ່ໃນສະຫວັນກັບພະເຈົ້າ?— ພະເຍຊູບອກວ່າພະອົງເຄີຍຢູ່. ພະເຍຊູຮູ້ເລື່ອງນັ້ນໄດ້ແນວໃດ? ຕອນທີ່ພະອົງຍັງນ້ອຍບາງທີມາລີອາດຈະບອກສິ່ງທີ່ຄາບລຽນໄດ້ເວົ້າ. ນອກຈາກນັ້ນ ໂຢເຊບຄົງຈະບອກພະເຍຊູວ່າພໍ່ທີ່ແທ້ຈິງຂອງພະອົງແມ່ນພະເຈົ້າ.
ເມື່ອພະເຍຊູຮັບບັບເຕມາ ພະເຈົ້າໄດ້ກ່າວຈາກສະຫວັນວ່າ: “ນີ້ເປັນພະບຸດ . . . ຂອງເຮົາ.” (ມັດທາຍ 3:17) ແລະໃນຄືນກ່ອນພະເຍຊູຕາຍ ພະອົງໄດ້ອະທິດຖານວ່າ: “ພະບິດາເຈົ້າຂ້າ ຂໍໃຫ້ຂ້າພະເຈົ້າມີລັດສະໝີນຳພະເຈົ້າເອງ ແຕ່ລັດສະໝີທີ່ຂ້າພະເຈົ້າມີຢູ່ແລ້ວກ່ອນໂລກໄດ້ເປັນຢູ່.” (ໂຢຮັນ 17:5) ແມ່ນແລ້ວ ພະເຍຊູຂໍໃຫ້ກັບຄືນມາຢູ່ກັບພະເຈົ້າອີກໃນສະຫວັນ. ພະອົງຈະໄປຢູ່ທີ່ນັ້ນໄດ້ແນວໃດ?— ມີແຕ່ພະເຈົ້າເຢໂຫວາເທົ່ານັ້ນທີ່ເຮັດໃຫ້ພະອົງກັບມາເປັນບຸກຄົນກາຍວິນຍານອີກໄດ້ຫຼືເປັນທູດສະຫວັນທີ່ເບິ່ງບໍ່ເຫັນ.
ຕອນນີ້ພໍ່ (ແມ່) ມີຄຳຖາມທີ່ສຳຄັນຢາກຖາມລູກ. ທູດສະຫວັນທຸກອົງດີບໍ? ລູກຄິດແນວໃດ?— ແທ້ຈິງແລ້ວ ແຕ່ກ່ອນທູດສະຫວັນທັງໝົດດີ. ເພາະວ່າພະເຢໂຫວາໄດ້ສ້າງເຂົາເຈົ້າ ແລະທຸກສິ່ງທີ່ພະອົງສ້າງກໍດີ. ແຕ່ແລ້ວທູດສະຫວັນອົງໜຶ່ງໄດ້ກາຍເປັນທູດສະຫວັນຊົ່ວ. ເລື່ອງນີ້ເກີດຂຶ້ນໄດ້ແນວໃດ?
ເພື່ອຈະໄດ້ຄຳຕອບ ເຮົາຕ້ອງຄຶດເຖິງສະໄໝທີ່ພະເຈົ້າໄດ້ສ້າງອາດາມແລະເອວາ ມະນຸດຊາຍແລະຍິງຄູ່ທຳອິດ. ບາງຄົນບອກວ່າເລື່ອງນັ້ນເປັນນິທານທີ່ແຕ່ງຂຶ້ນມາເທົ່ານັ້ນ. ແຕ່ຄູຜູ້ຍິ່ງໃຫຍ່ຮູ້ວ່າເລື່ອງນັ້ນເປັນຄວາມຈິງ.
ເມື່ອພະເຈົ້າໄດ້ສ້າງອາດາມແລະເອວາ ພະອົງໃຫ້ເຂົາເຈົ້າຢູ່ໃນສວນທີ່ສວຍງາມເອີ້ນວ່າເອເດນ. ເປັນສວນທຳມະຊາດ ເປັນອຸທິຍານ. ເຂົາເຈົ້າສາມາດມີລູກຫຼານຫຼາຍຄົນ ຈະເປັນຄອບຄົວໃຫຍ່ແລະມີຊີວິດຢູ່ໃນອຸທິຍານຕະຫຼອດໄປ. ແຕ່ວ່າມີບົດຮຽນສຳຄັນຢ່າງໜຶ່ງທີ່ເຂົາເຈົ້າຕ້ອງຮຽນຮູ້. ບົດຮຽນນັ້ນແມ່ນເລື່ອງທີ່ພວກເຮົາໄດ້ເວົ້າໄປແລ້ວ. ລອງເບິ່ງວ່າເຮົາຈະຈື່ໄດ້ບໍ.
ອາດາມແລະເອວາຈະຢູ່ໃນອຸທິຍານຕະຫຼອດໄປໄດ້ແນວໃດ?
ພະເຢໂຫວາບອກອາດາມກັບເອວາວ່າ ເຂົາເຈົ້າກິນໝາກໄມ້ທຸກຢ່າງໃນສວນຕາມທີ່ເຂົາເຈົ້າຕ້ອງການໄດ້. ແຕ່ວ່າມີຕົ້ນດຽວເທົ່ານັ້ນທີ່ເຂົາເຈົ້າບໍ່ຄວນກິນໝາກຈາກຕົ້ນນັ້ນ. ພະເຈົ້າບອກເຂົາເຈົ້າວ່າຈະເກີດອັນໃດຂຶ້ນຖ້າເຂົາເຈົ້າກິນໝາກຈາກຕົ້ນນັ້ນ. ພະອົງກ່າວວ່າ: “ເຈົ້າຈະຕາຍໄປເປັນແທ້.” (ຕົ້ນເດີມ 2:17) ດັ່ງນັ້ນ ບົດຮຽນອັນໃດທີ່ອາດາມແລະເອວາຄວນຈະຮຽນຮູ້?—
ນັ້ນແມ່ນບົດຮຽນເລື່ອງການເຊື່ອຟັງ. ແມ່ນແລ້ວ ຊີວິດຂຶ້ນຢູ່ກັບການເຊື່ອຟັງພະເຈົ້າເຢໂຫວາ! ການທີ່ອາດາມແລະເອວາພຽງແຕ່ບອກວ່າເຂົາເຈົ້າຈະເຊື່ອຟັງນັ້ນຍັງບໍ່ພໍ. ເຂົາເຈົ້າຕ້ອງສະແດງໃຫ້ເຫັນດ້ວຍການກະທຳຂອງຕົນ. ຖ້າເຊື່ອຟັງພະເຈົ້າກໍສະແດງວ່າເຂົາເຈົ້າຮັກພະອົງແລະຕ້ອງການໃຫ້ພະອົງເປັນຜູ້ປົກຄອງຂອງຕົນ. ແລ້ວເຂົາເຈົ້າຈຶ່ງຈະມີຊີວິດຕະຫຼອດໄປໃນອຸທິຍານ. ແຕ່ຖ້າເຂົາເຈົ້າກິນໝາກຈາກຕົ້ນໄມ້ນັ້ນ ນັ້ນຈະສະແດງເຖິງສິ່ງໃດ?—
ນັ້ນຈະສະແດງວ່າເຂົາເຈົ້າບໍ່ຮູ້ບຸນຄຸນຢ່າງແທ້ຈິງຕໍ່ສິ່ງທີ່ພະເຈົ້າໄດ້ໃຫ້ແກ່ເຂົາເຈົ້າ. ຖ້າວ່າລູກຢູ່ຫັ້ນ ລູກຈະເຊື່ອຟັງພະເຢໂຫວາບໍ?— ຕອນທຳອິດ ອາດາມແລະເອວາເຊື່ອຟັງ. ແຕ່ເມື່ອຜູ້ທີ່ເປັນໃຫຍ່ກວ່າເຂົາເຈົ້າຫຼອກລວງເອວາ. ຜູ້ນັ້ນໄດ້ເຮັດໃຫ້ເອວາບໍ່ເຊື່ອຟັງພະເຢໂຫວາ. ຜູ້ນັ້ນແມ່ນໃຜ?—
ໃຜເຮັດໃຫ້ງູເວົ້າກັບເອວາ?
ຄຳພີໄບເບິນບອກວ່າງູເວົ້າກັບເອວາ. ແຕ່ລູກກໍຮູ້ວ່າງູເວົ້າເອງບໍ່ໄດ້. ດັ່ງນັ້ນງູເວົ້າໄດ້ແນວໃດ?— ທູດສະຫວັນເຮັດໃຫ້ເບິ່ງຄືກັບງູກຳລັງເວົ້າຢູ່. ແຕ່ທີ່ຈິງແລ້ວທູດສະຫວັນເປັນຜູ້ທີ່ເວົ້າ. ທູດສະຫວັນນັ້ນເລີ່ມຄິດສິ່ງຊົ່ວຮ້າຍ. ມັນຕ້ອງການໃຫ້ອາດາມແລະເອວາຂາບໄຫວ້ມັນ. ມັນຕ້ອງການໃຫ້ເຂົາເຈົ້າເຊື່ອຟັງມັນ. ມັນຢາກເປັນພະເຈົ້າເອງ.
ດັ່ງນັ້ນ ທູດສະຫວັນຊົ່ວໄດ້ເອົາຄວາມຄິດທີ່ຜິດໃສ່ໄວ້ໃນຈິດໃຈຂອງເອວາ. ມັນເວົ້າກັບເອວາຜ່ານທາງງູຕົວນັ້ນວ່າ ‘ພະເຈົ້າບໍ່ໄດ້ບອກຄວາມຈິງກັບເຈົ້າ. ເຈົ້າຈະບໍ່ຕາຍຖ້າເຈົ້າກິນໝາກໄມ້ຈາກຕົ້ນນັ້ນ. ເຈົ້າຈະສະຫຼາດຄືກັບພະເຈົ້າ.’ ລູກຈະເຊື່ອສິ່ງທີ່ສຽງນັ້ນເວົ້າບໍ?—
ເອວາເລີ່ມຢາກໄດ້ສິ່ງທີ່ພະເຈົ້າບໍ່ໄດ້ໃຫ້ກັບລາວ. ເອວາໄດ້ກິນໝາກໄມ້ຈາກຕົ້ນໄມ້ທີ່ຫ້າມບໍ່ໃຫ້ກິນນັ້ນ. ແລ້ວລາວຈຶ່ງໄດ້ຍື່ນໃຫ້ອາດາມກິນຄືກັນ. ອາດາມບໍ່ໄດ້ເຊື່ອສິ່ງທີ່ງູເວົ້າ ແຕ່ຄວາມຕ້ອງການທີ່ຈະຢູ່ກັບເອວາແຮງກ້າກວ່າຄວາມຮັກທີ່ລາວມີຕໍ່ພະເຈົ້າ. ດັ່ງນັ້ນ ລາວຈຶ່ງກິນໝາກໄມ້ຈາກຕົ້ນນັ້ນຄືກັນ.—ຕົ້ນເດີມ 3:1-6; 1 ຕີໂມເຕ 2:14.
ຜົນເປັນແນວໃດ?— ອາດາມແລະເອວາກາຍເປັນມະນຸດທີ່ບໍ່ສົມບູນແບບ ເຂົາເຈົ້າຈຶ່ງເຖົ້າລົງແລະຕາຍໄປ. ແລະເນື່ອງຈາກຄວາມບໍ່ສົມບູນແບບຂອງເຂົາເຈົ້າ ລູກຫຼານທັງໝົດຈຶ່ງເປັນຄົນບໍ່ສົມບູນແບບຄືກັນ ແລະໃນທີ່ສຸດກໍເຖົ້າລົງແລະຕາຍໄປ. ພະເຈົ້າບໍ່ໄດ້ເວົ້າຕົວະ! ຊີວິດຂຶ້ນຢູ່ກັບການເຊື່ອຟັງພະອົງ. (ໂລມ 5:12) ຄຳພີໄບເບິນບອກເຮົາວ່າມີການເອີ້ນທູດສະຫວັນທີ່ຕົວະເອວານັ້ນວ່າຊາຕານພະຍາມານ ແລະເອີ້ນທູດສະຫວັນອົງອື່ນໆທີ່ໄດ້ເຮັດຊົ່ວວ່າຜີປີສາດ.—ຢາໂກໂບ 2:19; ຄຳປາກົດ 12:9.
ເກີດຫຍັງຂຶ້ນກັບອາດາມແລະເອວາຫຼັງຈາກເຂົາເຈົ້າບໍ່ເຊື່ອຟັງພະເຈົ້າ?
ຕອນນີ້ລູກເຂົ້າໃຈແລ້ວບໍວ່າເປັນຫຍັງທູດສະຫວັນດີທີ່ພະເຈົ້າໄດ້ສ້າງຈຶ່ງກາຍເປັນທູດສະຫວັນຊົ່ວ?— ກໍເພາະວ່າມັນເລີ່ມຄິດໃນສິ່ງຊົ່ວ. ມັນຕ້ອງການເປັນຜູ້ທີ່ສຳຄັນທີ່ສຸດ. ມັນຮູ້ວ່າພະເຈົ້າໄດ້ບອກອາດາມແລະເອວາໃຫ້ເກີດລູກຫຼານ ແລະມັນຕ້ອງການໃຫ້ຄົນທັງໝົດຂາບໄຫວ້ມັນ. ພະຍາມານຕ້ອງການເຮັດໃຫ້ທຸກຄົນບໍ່ເຊື່ອຟັງພະເຢໂຫວາ. ດັ່ງນັ້ນ ມັນຈຶ່ງພະຍາຍາມໃສ່ຄວາມຄິດທີ່ບໍ່ດີເຂົ້າໄປໃນຈິດໃຈຂອງພວກເຮົາ.—ຢາໂກໂບ 1:13-15.
ພະຍາມານບອກວ່າບໍ່ມີໃຜຮັກພະເຢໂຫວາຢ່າງແທ້ຈິງ. ມັນບອກວ່າລູກແລະພໍ່ (ແມ່) ບໍ່ໄດ້ຮັກພະເຈົ້າແລະບອກວ່າພວກເຮົາບໍ່ຢາກເຮັດຕາມສິ່ງທີ່ພະເຈົ້າກ່າວດອກ. ມັນບອກວ່າພວກເຮົາເຊື່ອຟັງກໍເພາະທຸກສິ່ງເປັນໄປຢ່າງທີ່ພວກເຮົາຕ້ອງການທໍ່ນັ້ນ. ພະຍາມານເວົ້າຖືກບໍ? ພວກເຮົາເປັນແບບນັ້ນບໍ?
ຄູຜູ້ຍິ່ງໃຫຍ່ບອກວ່າພະຍາມານເປັນຜູ້ຂີ້ຕົວະ! ພະເຍຊູໄດ້ພິສູດວ່າພະອົງຮັກພະເຢໂຫວາຢ່າງແທ້ຈິງໂດຍການເຊື່ອພະເຢໂຫວາ. ແລະພະເຍຊູບໍ່ໄດ້ເຊື່ອຟັງພະເຈົ້າສະເພາະເມື່ອເປັນເລື່ອງງ່າຍໆທໍ່ນັ້ນ. ພະອົງເຊື່ອຟັງຕະຫຼອດເວລາ ແມ່ນແຕ່ເມື່ອຄົນອື່ນເຮັດໃຫ້ການເຊື່ອຟັງເປັນເລື່ອງຍາກສຳລັບພະອົງ. ພະອົງພິສູດຕົວພັກດີຕໍ່ພະເຢໂຫວາຈົນສິ້ນຊີວິດ. ນັ້ນເປັນສາເຫດທີ່ພະເຈົ້າໄດ້ໃຫ້ພະອົງກັບມາມີຊີວິດອີກເພື່ອຈະຢູ່ຕະຫຼອດໄປ.
ດັ່ງນັ້ນ ລູກວ່າໃຜເປັນສັດຕູທີ່ໂຫດຮ້າຍທີ່ສຸດຂອງພວກເຮົາ?— ແມ່ນແລ້ວ ຊາຕານພະຍາມານນັ້ນແຫຼະ. ລູກເຫັນມັນບໍ?— ບໍ່ເຫັນດອກ! ແຕ່ພວກເຮົາຮູ້ວ່າມັນມີຢູ່ ມັນເປັນໃຫຍ່ກວ່າແລະມີລິດເດດຫຼາຍກວ່າພວກເຮົາ. ແຕ່ໃຜສູງສົ່ງກວ່າພະຍາມານ?— ແມ່ນພະເຈົ້າເຢໂຫວາ. ດັ່ງນັ້ນ ເຮົາຮູ້ວ່າພະເຈົ້າສາມາດປົກປ້ອງເຮົາໄດ້.
ເຊີນອ່ານກ່ຽວກັບຜູ້ນັ້ນທີ່ເຮົາຄວນນະມັດສະການໃນພະທຳພະບັນຍັດ 30:19, 20; ໂຢຊວຍ 24:14, 15; ສຸພາສິດ 27:11; ແລະມັດທາຍ 4:10.