ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 47 ໜ້າ 244-249
  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະ​ເຍຊູ​ກ່າວ​ຄຳ​ພະຍາກອນ​ທີ່​ສົ່ງ​ຜົນ​ຕໍ່​ທົ່ວ​ໂລກ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ອຸທິຍານ​ໃກ້​ເຂົ້າ​ມາ​ແລ້ວ!
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ໂລກ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ​ບໍ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 47 ໜ້າ 244-249

ບົດ​ທີ 47

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ

ລູກ​ຮູ້​ແລ້ວ​ແມ່ນ​ບໍ​ວ່າ​ສັນຍະລັກ​ແມ່ນ​ຫຍັງ?— ໃນ​ບົດ​ທີ 46 ເຮົາ​ໄດ້​ອ່ານ​ກ່ຽວ​ກັບ​ສັນຍະລັກ​ທີ່​ພະເຈົ້າ​ໃຫ້​ໄວ້​ວ່າ​ພະອົງ​ຈະ​ບໍ່​ທຳລາຍ​ໂລກ​ໂດຍ​ໃຫ້​ນ້ຳ​ຖ້ວມ​ອີກ. ນອກ​ຈາກ​ນັ້ນ ພວກ​ອັກຄະສາວົກ​ໄດ້​ຖາມ​ກ່ຽວ​ກັບ​ສັນຍະລັກ​ທີ່​ໃຫ້​ເຂົາ​ເຈົ້າ​ຮູ້​ຕອນ​ທີ່​ພະ​ເຍຊູ​ຈະ​ກັບ​ມາ​ແລະ​ຕອນ​ສິ້ນ​ສຸດ​ຂອງ​ໂລກ ຫຼື​ອະວະສານ​ຂອງ​ລະບົບ​ນີ້​ໄດ້​ໃກ້​ເຂົ້າ​ມາ​ແລ້ວ.—ມັດທາຍ 24:3.

ເນື່ອງ​ຈາກ​ວ່າ​ພະ​ເຍຊູ​ມີ​ຮ່າງກາຍ​ທີ່​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້​ເມື່ອ​ຢູ່​ໃນ​ສະຫວັນ ສັນຍະລັກ​ທີ່​ຄົນ​ເຮົາ​ເຫັນ​ໄດ້​ຈຶ່ງ​ຖື​ວ່າ​ເປັນ​ສິ່ງ​ຈຳເປັນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເລີ່ມ​ຕົ້ນ​ປົກຄອງ​ແລ້ວ. ດັ່ງ​ນັ້ນ ພະ​ເຍຊູ​ໄດ້​ບອກ​ກ່ຽວ​ກັບ​ເຫດການ​ຕ່າງໆ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ທີ່​ພວກ​ສາວົກ​ຄວນ​ເຝົ້າ​ເບິ່ງ. ເມື່ອ​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ ກໍ​ໝາຍ​ຄວາມ​ວ່າ​ພະອົງ​ກັບ​ມາ​ແລ້ວ​ແລະ​ເລີ່ມ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ.

ເພື່ອ​ສອນ​ພວກ​ສາວົກ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເຝົ້າ​ລະວັງ ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ “ຈົ່ງ​ເບິ່ງ​ກົກ​ໝາກ​ເດື່ອ​ເທດ​ແລະ​ກົກ​ໄມ້​ທັງ​ຫຼາຍ ເວລາ​ເຫັນ ເຂົາ​ປົ່ງ​ອອກ​ແລ້ວ ທ່ານ​ທັງ​ຫຼາຍ​ຮູ້ຈັກ​ດ້ວຍ​ລຳພັງ​ເອງ​ວ່າ​ລະດູ​ຮ້ອນ​ມາ​ໃກ້​ແລ້ວ.” ລູກ​ຮູ້​ວ່າ​ເມື່ອ​ໃດ​ທີ່​ລະດູ​ຮ້ອນ​ໃກ້​ຈະ​ມາ​ຮອດ​ແລ້ວ. ແລະ​ລູກ​ກໍ​ບອກ​ໄດ້​ວ່າ​ເມື່ອ​ໃດ​ທີ່​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ​ຖ້າ​ລູກ​ເຫັນ​ເຫດການ​ຕ່າງໆ​ທີ່​ພະ​ເຍຊູ​ກ່າວ​ໄວ້.—ລືກາ 21:29, 30.

Jesus holds a branch of a budding fig tree

ພະ​ເຍຊູ​ກຳລັງ​ສອນ​ບົດຮຽນ​ອັນ​ໃດ​ເມື່ອ​ພະອົງ​ເວົ້າ​ເຖິງ​ຕົ້ນ​ໝາກ​ເດື່ອ​ເທດ?

ໃນ​ໜ້າ​ນີ້​ແລະ​ໃນ​ໜ້າ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ຮູບ​ພາບ​ເຫດການ​ຕ່າງໆ​ທີ່​ພະ​ເຍຊູ​ກ່າວ​ວ່າ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັນຍະລັກ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຫຍັບ​ໃກ້​ເຂົ້າ​ມາ​ແລ້ວ. ເມື່ອ​ເຫດການ​ຕ່າງໆ​ທັງ​ໝົດ​ເຫຼົ່າ​ນີ້​ເກີດ​ຂຶ້ນ ລາຊະອານາຈັກ​ຂອງ​ພະເຈົ້າ​ພ້ອມ​ດ້ວຍ​ພະ​ຄລິດ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ຈະ​ທຳລາຍ​ລັດຖະບານ​ຕ່າງໆ​ທັງ​ໝົດ​ໃຫ້​ດັບ​ສູນ​ໄປ ຕາມ​ທີ່​ເຮົາ​ໄດ້​ອ່ານ​ໃນ​ບົດ​ທີ 46.

ດັ່ງ​ນັ້ນ ຂໍ​ໃຫ້​ເບິ່ງ​ຮູບ​ພາບ​ໃນ​ສອງ​ໜ້າ​ກ່ອນ​ນີ້​ໃຫ້​ຖີ່​ຖ້ວນ ແລະ​ເຮົາ​ຈະ​ເວົ້າ​ເຖິງ​ຮູບ​ພາບ​ເຫຼົ່າ​ນີ້. ລູກ​ສາມາດ​ອ່ານ​ກ່ຽວ​ກັບ​ສິ່ງ​ທີ່​ລູກ​ເຫັນ​ໃນ​ຮູບ​ພາບ​ເຫຼົ່າ​ນີ້​ໄດ້​ໃນ​ພະທຳ​ມັດທາຍ 24:6-14 ແລະ​ລືກາ 21:9-11. ນອກ​ຈາກ​ນັ້ນ​ຂໍ​ໃຫ້​ສັງເກດ​ຕົວ​ເລກ​ນ້ອຍໆ​ໃນ​ແຕ່​ລະ​ຮູບ. ຈະ​ເຫັນ​ຕົວ​ເລກ​ດຽວ​ກັນ​ນີ້​ຢູ່​ທາງ​ໜ້າ​ຫຍໍ້​ໜ້າ​ທີ່​ອະທິບາຍ​ຮູບ​ພາບ​ນັ້ນ. ຕອນ​ນີ້​ໃຫ້​ມາ​ເບິ່ງ​ວ່າ​ຫຼາຍ​ສ່ວນ​ຂອງ​ສັນຍະລັກ​ທີ່​ພະ​ເຍຊູ​ບອກ​ໄວ້​ກຳລັງ​ສຳເລັດ​ເປັນ​ຈິງ​ຫຼື​ບໍ່​ໃນ​ປັດຈຸບັນ​ນີ້.

A boy fights in a war, a boy is starving, and a girl is sick in bed

(1) ພະ​ເຍຊູ​ກ່າວ​ວ່າ “ທ່ານ​ທັງ​ຫຼາຍ​ຈະ​ໄດ້​ຍິນ​ຂ່າວ​ການ​ທຳ​ເສິກ ແລະ​ເລື່ອງ​ລື​ແຫ່ງ​ການ​ທຳ​ເສິກ . . . ປະເທດ​ຈະ​ຢືນ​ຂຶ້ນ​ຕໍ່​ສູ້​ພວກ​ປະເທດ ແລະ​ແຜ່ນດິນ​ຕໍ່​ສູ້​ແຜ່ນດິນ.” ລູກ​ເຄີຍ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ສົງຄາມ​ບໍ?— ສົງຄາມ​ໂລກ​ຄັ້ງ​ທີ​ໜຶ່ງ​ເກີດ​ຂຶ້ນ​ໃນ​ປີ 1914 ຫາ​ປີ 1918 ແລະ​ຈາກ​ນັ້ນ​ກໍ​ມີ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ເກີດ​ຂຶ້ນ​ໃນ​ປີ 1939 ຫາ​ປີ 1945. ບໍ່​ເຄີຍ​ມີ​ສົງຄາມ​ໂລກ​ເກີດ​ຂຶ້ນ​ມາ​ກ່ອນ! ບັດ​ນີ້​ມີ​ສົງຄາມ​ເກີດ​ຂຶ້ນ​ທົ່ວ​ໂລກ. ເບິ່ງ​ຄື​ວ່າ​ທຸກ​ມື້​ເຮົາ​ໄດ້​ຍິນ​ຫຼື​ໄດ້​ອ່ານ​ກ່ຽວ​ກັບ​ສົງຄາມ​ທັງ​ທາງ​ໂທລະພາບ ວິທະຍຸ ແລະ​ໃນ​ໜັງສື​ພິມ.

(2) ພະ​ເຍຊູ​ຍັງ​ກ່າວ​ອີກ​ວ່າ “ຄວາມ​ອຶດຢາກ​ຈະ​ບັງເກີດ​ມາ . . . ຢູ່​ບ່ອນ​ຕ່າງໆ.” ດັ່ງ​ທີ່​ລູກ​ອາດ​ຈະ​ຮູ້ ບໍ່​ແມ່ນ​ໝົດ​ທຸກ​ຄົນ​ມີ​ອາຫານ​ພໍ​ກິນ. ແຕ່​ລະ​ມື້​ມີ​ຫຼາຍ​ພັນ​ຄົນ​ເສຍ​ຊີວິດ​ຍ້ອນ​ເຂົາ​ເຈົ້າ​ບໍ່​ມີ​ອາຫານ​ກິນ​ພຽງ​ພໍ.

(3) ພະ​ເຍຊູ​ກ່າວ​ຕື່ມ​ວ່າ ‘ພາກ [“ໂລກ​ລະ​ບາດ,” ລ.ມ.] ຈະ​ບັງເກີດ​ມາ​ໃນ​ບ່ອນ​ຕ່າງໆ.’ ລູກ​ຮູ້​ບໍ​ວ່າ​ໂລກ​ລະ​ບາດ​ແມ່ນ​ຫຍັງ?— ມັນ​ຄື​ການ​ເຈັບ​ປ່ວຍ​ຫຼື​ໂລກ​ພະຍາດ​ທີ່​ເຮັດ​ໃຫ້​ຄົນ​ມາກ​ມາຍ​ເສຍ​ຊີວິດ. ໂລກ​ລະ​ບາດ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ເອີ້ນ​ວ່າ​ໄຂ້​ຫວັດ​ສະເປນ​ເຮັດ​ໃຫ້​ຜູ້​ຄົນ​ປະມານ 20 ລ້ານ​ຄົນ​ເສຍ​ຊີວິດ​ພາຍ​ໃນ​ເວລາ​ພຽງ​ໜຶ່ງ​ປີ​ຫຼື​ປະມານ​ນັ້ນ. ໃນ​ສະໄໝ​ຂອງ​ເຮົາ​ມີ​ຄົນ​ຫຼາຍ​ກວ່າ​ນັ້ນ​ອີກ​ທີ່​ອາດ​ເສຍ​ຊີວິດ​ຍ້ອນ​ໂລກ​ເອດ. ແລະ​ກໍ​ມີ​ໂລກ​ມະເຮັງ ພະຍາດ​ຫົວໃຈ ແລະ​ຄວາມ​ເຈັບ​ປ່ວຍ​ອື່ນໆ​ທີ່​ເຮັດ​ໃຫ້​ຫຼາຍ​ພັນ​ຄົນ​ເສຍ​ຊີວິດ​ໃນ​ທຸກໆ​ປີ.

(4) ພະ​ເຍຊູ​ກ່າວ​ເຖິງ​ອີກ​ສ່ວນ​ໜຶ່ງ​ຂອງ​ສັນຍະລັກ​ໂດຍ​ກ່າວ​ວ່າ “[ຈະ​ມີ ] ແຜ່ນດິນ​ຫວັ່ນໄຫວ​ຢູ່​ບ່ອນ​ຕ່າງໆ.” ລູກ​ຮູ້​ບໍ​ວ່າ​ແຜ່ນດິນ​ໄຫວ​ແມ່ນ​ຫຍັງ?— ແຜ່ນດິນ​ໄຫວ​ເຮັດ​ໃຫ້​ພື້ນ​ດິນ​ທີ່​ລູກ​ຢຽບ​ສັ່ນ​ສະເທືອນ. ເຮືອນ​ຊານ​ພັງ​ທະລາຍ ແລະ​ມັກ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດ. ນັບ​ແຕ່​ປີ 1914 ມີ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຫຼາຍ​ແຫ່ງ​ໃນ​ທຸກ​ປີ. ລູກ​ເຄີຍ​ໄດ້​ຍິນ​ເລື່ອງ​ແຜ່ນດິນ​ໄຫວ​ບໍ?—

People escape an earthquake

(5) ພະ​ເຍຊູ​ກ່າວ​ວ່າ​ອີກ​ສ່ວນ​ໜຶ່ງ​ຂອງ​ສັນຍະລັກ​ກໍ​ຄື “ການ​ຊົ່ວ​ຮ້າຍ​ຈະ​ມາກ​ຂຶ້ນ​ຫຼາຍ.” ນັ້ນ​ເປັນ​ສາເຫດ​ທີ່​ມີ​ການ​ລັກ​ແລະ​ຄວາມ​ຮຸນແຮງ​ມາກ​ມາຍ. ຜູ້​ຄົນ​ທຸກ​ຫົນ​ແຫ່ງ​ຢ້ານ​ກົວ​ວ່າ​ອາດ​ມີ​ຄົນ​ພະຍາຍາມ​ງັດ​ເຂົ້າ​ເຮືອນ​ຂອງ​ເຂົາ​ເຈົ້າ. ບໍ່​ເຄີຍ​ມີ​ອາດຊະຍາກຳ​ແລະ​ຄວາມ​ຮຸນແຮງ​ໃນ​ທຸກ​ສ່ວນ​ຂອງ​ໂລກ​ຫຼາຍ​ເທົ່າ​ກັບ​ທີ່​ເກີດ​ຂຶ້ນ​ໃນ​ເວລາ​ນີ້.

(6) ພະ​ເຍຊູ​ກ່າວ​ເຖິງ​ອີກ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ສັນຍະລັກ ເມື່ອ​ພະອົງ​ກ່າວ​ວ່າ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [“ຂ່າວ​ດີ​ເລື່ອງ​ລາຊະອານາຈັກ,” ລ.ມ.] ຂອງ​ພະເຈົ້າ​ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ ແລະ​ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ.” (ມັດທາຍ 24:14) ຖ້າ​ລູກ​ເຊື່ອ​ໃນ “ຂ່າວ​ດີ” ນີ້ ລູກ​ກໍ​ຄວນ​ຈະ​ເວົ້າ​ເລື່ອງ​ນີ້​ກັບ​ຄົນ​ອື່ນໆ. ໂດຍ​ວິທີ​ນີ້​ລູກ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ສຳເລັດ​ຂອງ​ສັນຍະລັກ​ສ່ວນ​ນີ້.

A boy is the victim of violence but later preaches the good news of the Kingdom

ບາງ​ຄົນ​ອາດ​ເວົ້າ​ວ່າ ສິ່ງ​ຕ່າງໆ​ທີ່​ພະ​ເຍຊູ​ບອກ​ລ່ວງ​ໜ້າ​ໄດ້​ເກີດ​ຂຶ້ນ​ແຕ່​ໃດໆ​ມາ. ແຕ່​ກໍ​ບໍ່​ເຄີຍ​ມີ​ມາ​ກ່ອນ​ທີ່​ວ່າ​ທຸກ​ສິ່ງທີ່​ກ່າວ​ມາ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຫຼາຍ​ສ່ວນ​ຂອງ​ໂລກ​ແລະ​ໃນ​ເວລາ​ພ້ອມໆ​ກັນ. ດັ່ງ​ນັ້ນ ລູກ​ເຂົ້າ​ໃຈ​ບໍ​ວ່າ​ສັນຍະລັກ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ມັນ​ໝາຍ​ຄວາມ​ວ່າ​ເມື່ອ​ເຮົາ​ເຫັນ​ເຫດການ​ທັງ​ໝົດ​ນີ້​ເກີດ​ຂຶ້ນ ນັ້ນ​ສະແດງ​ວ່າ​ອີກ​ບໍ່​ດົນ​ໂລກ​ໃໝ່​ຂອງ​ພະເຈົ້າ​ຈະ​ເຂົ້າ​ມາ​ປ່ຽນ​ແທນ​ໂລກ​ທີ່​ຊົ່ວ​ຮ້າຍ​ນີ້.

ເມື່ອ​ພະ​ເຍຊູ​ກ່າວ​ເຖິງ​ເລື່ອງ​ສັນຍະລັກ​ນີ້ ພະອົງ​ຍັງ​ໄດ້​ກ່າວ​ເຖິງ​ລະດູ​ໜຶ່ງ​ໂດຍ​ສະເພາະ​ອີກ​ດ້ວຍ. ພະອົງ​ກ່າວ​ວ່າ “ຈົ່ງ​ອ້ອນ​ວອນ​ຂໍ​ເພື່ອ​ເມື່ອ​ທ່ານ​ທັງ​ຫຼາຍ​ຕ້ອງ​ປົບ​ໜີ​ຈະ​ບໍ່​ບັງເກີດ​ໃນ​ລະດູ​ໜາວ.” (ມັດທາຍ 24:20) ລູກ​ຄິດ​ວ່າ​ພະອົງ​ຈະ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ກ່າວ​ເຊັ່ນ​ນັ້ນ?—

ຄື​ວ່າ​ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງ​ປົບ​ໜີ​ໄພ​ພິບັດ​ບາງ​ຢ່າງ​ໃນ​ລະຫວ່າງ​ລະດູ​ໜາວ ເມື່ອ​ສະພາບ​ອາກາດ​ອາດ​ເຮັດ​ໃຫ້​ການ​ເດີນ​ທາງ​ລຳບາກ​ຫຼາຍ​ຫຼື​ເຖິງ​ຂັ້ນ​ອັນຕະລາຍ​ດ້ວຍ​ຊ້ຳ ອັນ​ໃດ​ອາດ​ຈະ​ເກີດ​ຂຶ້ນ​ໄດ້?— ຖ້າ​ລາວ​ປົບ​ໜີ​ໄດ້​ແທ້ໆ​ກໍ​ຄົງ​ຈະ​ເປັນ​ໄປ​ດ້ວຍ​ຄວາມ​ຍາກ​ລຳບາກ​ຫຼາຍ. ຄົງ​ຈະ​ເປັນ​ເລື່ອງ​ເສົ້າໃຈ​ບໍ່​ແມ່ນ​ບໍ ຖ້າ​ບາງ​ຄົນ​ຕ້ອງ​ຕາຍ​ໃນ​ພາຍຸ​ລະດູ​ໜາວ​ພຽງ​ຍ້ອນ​ວ່າ​ລາວ​ຫຍຸ້ງ​ໂພດ​ກັບ​ການ​ເຮັດ​ສິ່ງ​ອື່ນໆ​ຈົນ​ບໍ່​ໄດ້​ອອກ​ເດີນ​ທາງ​ໄປ​ກ່ອນ​ໜ້າ​ນີ້?—

People flee from Jerusalem while the weather is good

ເມື່ອ​ພະ​ເຍຊູ​ເວົ້າ​ເຖິງ​ເລື່ອງ​ການ​ພະຍາຍາມ​ປົບ​ໜີ​ໃນ​ລະຫວ່າງ​ລະດູ​ໜາວ ພະອົງ​ກຳລັງ​ສອນ​ບົດຮຽນ​ອັນ​ໃດ?

ລູກ​ເຂົ້າ​ໃຈ​ທີ່​ພະ​ເຍຊູ​ເວົ້າ​ບໍ​ເມື່ອ​ພະອົງ​ບອກ​ວ່າ​ຢ່າ​ລໍ​ຖ້າ​ຈົນ​ຮອດ​ລະດູ​ໜາວ​ແລ້ວ​ຈຶ່ງ​ປົບ​ໜີ?— ພະອົງ​ກຳລັງ​ບອກ​ພວກ​ເຮົາ​ວ່າ​ເນື່ອງ​ຈາກ​ເຮົາ​ຮູ້​ວ່າ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ບໍ່​ຕ້ອງການ​ຊັກຊ້າ​ໃນ​ການ​ພິສູດ​ວ່າ​ເຮົາ​ຮັກ​ພະເຈົ້າ​ດ້ວຍ​ການ​ຮັບໃຊ້​ພະອົງ. ຖ້າ​ເຮົາ​ຊັກຊ້າ ນັ້ນ​ອາດ​ຊ້າ​ໂພດ​ສຳລັບ​ເຮົາ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ກໍ​ຄົງ​ເປັນ​ຄື​ຄົນ​ເຫຼົ່າ​ນັ້ນ​ໃນ​ສະໄໝ​ນ້ຳ​ຖ້ວມ​ໃຫຍ່​ເຊິ່ງ​ໄດ້​ຍິນ​ຄຳ​ເຕືອນ​ຂອງ​ທ່ານ​ໂນເອ ແຕ່​ບໍ່​ໄດ້​ເຂົ້າ​ໄປ​ຢູ່​ໃນ​ນາວາ.

ຕໍ່​ຈາກ​ນີ້​ໃຫ້​ເຮົາ​ມາ​ເວົ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເມື່ອ​ສົງຄາມ​ອະລະມະເຄໂດນ​ສິ້ນ​ສຸດ​ລົງ​ແລ້ວ. ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະເຈົ້າ​ຈັດ​ຕຽມ​ສິ່ງ​ໃດ​ໄວ້​ສຳລັບ​ພວກ​ເຮົາ​ທຸກ​ຄົນ​ທີ່​ຮັກ​ແລະ​ຮັບໃຊ້​ພະອົງ​ໃນ​ຕອນ​ນີ້.

ຕໍ່​ໄປ​ນີ້​ແມ່ນ​ຂໍ້​ພະ​ຄຳພີ​ອື່ນໆ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ອະລະມະເຄໂດນ​ໃກ້​ເຂົ້າ​ມາ​ແລ້ວ: 2 ຕີໂມເຕ 3:1-5 ແລະ 2 ເປໂຕ 3:3, 4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌