ໝວດ 19
ພະເຍຊູກ່າວຄຳພະຍາກອນທີ່ສົ່ງຜົນຕໍ່ທົ່ວໂລກ
ພະເຍຊູຊີ້ເຖິງລັກສະນະພິເສດທີ່ບົ່ງບອກເຖິງການປະທັບດ້ວຍອຳນາດກະສັດແລະອະວະສານຂອງລະບົບນີ້
ເມື່ອຢູ່ເທິງພູເຂົາກົກໝາກກອກບ່ອນທີ່ມີທິວທັດເມືອງເຢຣຶຊາເລມແລະວິຫານທີ່ສະຫງ່າງາມ ອັກຄະສາວົກສີ່ຄົນມາຖາມພະອົງເປັນສ່ວນຕົວກ່ຽວກັບສິ່ງທີ່ພະອົງໄດ້ກ່າວໄປກ່ອນໜ້ານີ້. ພະເຍຊູໄດ້ກ່າວວ່າວິຫານໃນເມືອງເຢຣຶຊາເລມຈະຖືກທຳລາຍ. ແລະໃນໂອກາດໜຶ່ງກ່ອນໜ້ານັ້ນ ພະອົງບອກເຂົາເຈົ້າກ່ຽວກັບ “ທີ່ສຸດແຫ່ງໂລກນີ້.” (ມັດທາຍ 13:40, 49) ຕອນນີ້ອັກຄະສາວົກຖາມວ່າ: “ສິ່ງໃດຈະເປັນສຳຄັນວ່າພະອົງສະເດັດມາແລະເປັນທີ່ສຸດແຫ່ງໂລກນີ້?”—ມັດທາຍ 24:3.
ໃນຄຳຕອບຂອງພະເຍຊູ ພະອົງບອກສິ່ງທີ່ຈະເກີດຂຶ້ນກ່ອນເມືອງເຢຣຶຊາເລມຖືກທຳລາຍ. ແຕ່ຄຳເວົ້າຂອງພະອົງກ່ຽວຂ້ອງຫຼາຍກວ່ານັ້ນ. ໃນເວລາຕໍ່ມາ ຄຳພະຍາກອນຂອງພະອົງຈະສຳເລັດເປັນຈິງໃນຂອບເຂດທີ່ກວ້າງຂວາງທົ່ວໂລກ. ພະເຍຊູພະຍາກອນເຖິງສິ່ງທີ່ເປັນສັນຍະລັກໄດ້ແກ່ເຫດການຕ່າງໆແລະສະພາບການຂອງໂລກທີ່ເກີດຂຶ້ນພ້ອມກັນ. ສັນຍະລັກນັ້ນຈະເຮັດໃຫ້ຜູ້ຄົນເທິງໂລກນີ້ຮູ້ວ່າ ພະເຍຊູເລີ່ມຕົ້ນເປັນກະສັດຢູ່ໃນສະຫວັນແລ້ວ. ໃນອີກແງ່ໜຶ່ງ ສັນຍະລັກນັ້ນກໍຍັງບົ່ງບອກວ່າ ພະເຢໂຫວາພະເຈົ້າໄດ້ແຕ່ງຕັ້ງພະເຍຊູໃຫ້ເປັນກະສັດຂອງລາຊະອານາຈັກເມຊີຕາມທີ່ສັນຍາໄວ້ດົນນານມາແລ້ວ. ສັນຍະລັກນັ້ນໝາຍຄວາມວ່າໃນອີກບໍ່ດົນລາຊະອານາຈັກຈະກຳຈັດຄວາມຊົ່ວຮ້າຍແລະນຳເອົາສັນຕິສຸກແທ້ມາໃຫ້ມະນຸດ. ດັ່ງນັ້ນ ສິ່ງຕ່າງໆທີ່ພະເຍຊູບອກລ່ວງໜ້າຈຶ່ງເປັນເຄື່ອງໝາຍຂອງສະໄໝສຸດທ້າຍແຫ່ງລະບົບໂລກເກົ່າ ນັ້ນກໍແມ່ນ ສາສະໜາ ການເມືອງ ແລະລະບົບສັງຄົມທີ່ມີຢູ່ໃນຕອນນີ້ ແລ້ວລະບົບໃໝ່ກໍຈະເລີ່ມຕົ້ນ.
ພະເຍຊູຊີ້ແຈງເຖິງສິ່ງທີ່ຈະເກີດຂຶ້ນເທິງແຜ່ນດິນໂລກລະຫວ່າງການປະທັບຂອງພະອົງຖານະກະສັດໃນສະຫວັນ ພະອົງກ່າວວ່າຈະມີສົງຄາມລະຫວ່າງປະເທດ ການຂາດແຄນອາຫານ ແຜ່ນດິນໄຫວໃຫຍ່ ແລະໂລກລະບາດ. ການບໍ່ເຄົາລົບກົດໝາຍຈະເພີ່ມຂຶ້ນ. ສາວົກແທ້ຂອງພະເຍຊູຈະປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າທົ່ວໂລກ. ສິ່ງທັງໝົດນີ້ຈະມາເຖິງຈຸດສຸດຍອດໃນ “ຄວາມທຸກລຳບາກໃຫຍ່, ລ.ມ.” ເຊິ່ງບໍ່ເຄີຍເກີດຂຶ້ນມາກ່ອນ.—ມັດທາຍ 24:21.
ຜູ້ຕິດຕາມພະເຍຊູຈະຮູ້ໄດ້ແນວໃດວ່າຄວາມທຸກລຳບາກໃຫຍ່ໃກ້ເຂົ້າມາແລ້ວ? ພະເຍຊູກ່າວວ່າ “ຈົ່ງຮຽນ . . . ດ້ວຍກົກໝາກເດື່ອເທດ.” (ມັດທາຍ 24:32) ເມື່ອເຫັນກົກໝາກເດື່ອແຕກໃບຈຶ່ງເປັນສັນຍະລັກທີ່ບອກວ່າລະດູຮ້ອນໃກ້ເຂົ້າມາແລ້ວ. ໃນທຳນອງດຽວກັນ ເມື່ອເຫັນສິ່ງຕ່າງໆທີ່ພະເຍຊູບອກໄວ້ລ່ວງໜ້າເກີດຂຶ້ນໃນໄລຍະເວລາໜຶ່ງ ນັ້ນເປັນສັນຍະລັກທີ່ສະແດງຈະແຈ້ງວ່າອະວະສານໃກ້ເຂົ້າມາແລ້ວ. ນອກຈາກຜູ້ເປັນພໍ່ ບໍ່ມີໃຜຮູ້ວັນແລະເວລາທີ່ແນ່ນອນເມື່ອຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນ. ດັ່ງນັ້ນ ພະເຍຊູຈຶ່ງກະຕຸ້ນສາວົກຂອງພະອົງວ່າ: “ຈົ່ງເຝົ້າລະວັງ . . . ເຫດວ່າທ່ານທັງຫຼາຍບໍ່ຮູ້ຈັກເວລານັ້ນຈະມາເຖິງເມື່ອໃດ.”—ມາລະໂກ 13:33.
—ຂໍ້ມູນມາຈາກມັດທາຍບົດ 24 ແລະ 25; ມາລະໂກບົດ 13; ລືກາບົດ 21.
a ສຳລັບການພິຈາລະນາເພີ່ມເຕີມໃນເລື່ອງຄຳພະຍາກອນຂອງພະເຍຊູ ຂໍໃຫ້ເບິ່ງໃນໜ້າທີ 86-95 ຂອງປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ຈັດພິມໂດຍພະຍານພະເຢໂຫວາ.