ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 13 ໜ້າ 125-133
  • ທັດສະນະ​ແບບ​ພະເຈົ້າ​ໃນ​ເລື່ອງ​ຊີວິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ທັດສະນະ​ແບບ​ພະເຈົ້າ​ໃນ​ເລື່ອງ​ຊີວິດ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ການ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ
  • ການ​ສະແດງ​ຄວາມ​ນັບຖື​ຕໍ່​ເລືອດ
  • ການ​ໃຊ້​ເລືອດ​ທີ່​ຖືກຕ້ອງ​ພຽງ​ວິທີ​ດຽວ
  • ເຫັນ​ຄຸນຄ່າ​ຊີວິດ​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເຈົ້າ​ເຫັນ​ຄຸນຄ່າ​ຊີວິດ​ແບບ​ດຽວ​ກັບ​ທີ່​ພະເຈົ້າ​ເຫັນ​ບໍ?
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 13 ໜ້າ 125-133

ບົດ​ທີ​ສິບ​ສາມ

ທັດສະນະ​ແບບ​ພະເຈົ້າ​ໃນ​ເລື່ອງ​ຊີວິດ

  • ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຊີວິດ?

  • ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ເອົາ​ລູກ​ອອກ?

  • ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ​ຄື​ແນວ​ໃດ?

1. ໃຜ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທີ່​ມີ​ຊີວິດ?

ຜູ້​ພະຍາກອນ​ເຢເຣມີ​ໄດ້​ເວົ້າ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ເປັນ​ຄວາມ​ຈິງ. ພະອົງ​ແມ່ນ​ພະເຈົ້າ​ຜູ້​ເປັນ​ຊີວິດ.” (ເຢເຣມີ 10:10) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຍັງ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທີ່​ມີ​ຊີວິດ. ພວກ​ກາຍ​ວິນຍານ​ທີ່​ຢູ່​ສະຫວັນ​ກ່າວ​ເຖິງ​ພະອົງ​ວ່າ “ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່​ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນ້ຳໃຈ​ຂອງ​ພະອົງ.” (ຄຳປາກົດ 4:11) ໃນ​ເພງ​ບົດ​ໜຶ່ງ​ທີ່​ໃຊ້​ສັນລະເສີນ​ພະເຈົ້າ ກະສັດ​ດາວິດ​ໄດ້​ເວົ້າ​ວ່າ “ພະອົງ​ເປັນ​ບໍ່​ເກີດ​ແຫ່ງ​ທຸກ​ຊີວິດ.” (ຄຳເພງ 36:9, ທ.ປ.) ດັ່ງ​ນັ້ນ ຊີວິດ​ຈຶ່ງ​ເປັນ​ຂອງ​ປະທານ​ຈາກ​ພະເຈົ້າ.

2. ເພື່ອ​ຄ້ຳ​ຊູ​ຊີວິດ​ຂອງ​ພວກ​ເຮົາ ພະເຈົ້າ​ໄດ້​ເຮັດ​ຫຍັງ?

2 ພະ​ເຢໂຫວາ​ຍັງ​ຄ້ຳ​ຊູ​ຊີວິດ​ຂອງ​ພວກ​ເຮົາ​ນຳ​ອີກ. (ກິດຈະການ 17:28) ພະອົງ​ຈັດ​ຕຽມ​ອາຫານ​ທີ່​ເຮົາ​ກິນ ນ້ຳ​ທີ່​ເຮົາ​ດື່ມ ອາກາດ​ທີ່​ເຮົາ​ຫັນ​ໃຈ​ເອົາ ແລະ​ພື້ນ​ດິນ​ທີ່​ເຮົາ​ອາໄສ​ຢູ່. (ກິດຈະການ 14:15-17) ພະ​ເຢໂຫວາ​ຈັດ​ຕຽມ​ສິ່ງ​ເຫຼົ່າ​ນີ້​ໃນ​ວິທີ​ທີ່​ເຮັດ​ໃຫ້​ຊີວິດ​ເປັນ​ຕາ​ມ່ວນ​ຊື່ນ. ແຕ່​ວ່າ​ເພື່ອ​ຈະ​ມ່ວນ​ຊື່ນ​ກັບ​ຊີວິດ​ໄດ້​ຢ່າງ​ເຕັມທີ ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ​ແລະ​ປະຕິບັດ​ຕາມ​ກົດ​ໝາຍ​ເຫຼົ່າ​ນັ້ນ.—ເອຊາອີ 48:17, 18.

ການ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ

3. ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ທີ່​ອາເບນ​ຖືກ​ຂ້າ?

3 ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ ທັງ​ຊີວິດ​ຂອງ​ເຮົາ​ເອງ​ແລະ​ຊີວິດ​ຂອງ​ຄົນ​ອື່ນ​ນຳ. ຕົວຢ່າງ​ເຊັ່ນ ເມື່ອ​ຫວນ​ກັບ​ຄືນ​ໄປ​ໃນ​ສະໄໝ​ຂອງ​ອາດາມ​ແລະ​ເອວາ ກາອີນ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ໄດ້​ຄຽດ​ຮ້າຍ​ຫຼາຍ​ຕໍ່​ອາເບນ​ນ້ອງ​ຊາຍ​ຂອງ​ຕົນ. ພະ​ເຢໂຫວາ​ເຕືອນ​ກາອີນ​ວ່າ​ຄວາມ​ຄຽດ​ຮ້າຍ​ອາດ​ພາ​ໃຫ້​ເຮັດ​ບາບ​ທີ່​ຮ້າຍແຮງ​ໄດ້. ກາອີນ​ເມີນ​ເສີຍ​ຕໍ່​ການ​ຕັກ​ເຕືອນ​ນັ້ນ. ລາວ​ໄດ້ “ລຸກ​ຂຶ້ນ​ຕໍ່​ສູ້​ທ້າວ​ອາເບນ​ຜູ້​ເປັນ​ນ້ອງ​ຊາຍ​ແຫ່ງ​ຕົນ​ແລະ​ໄດ້​ຂ້າ​ລາວ​ເສຍ.” (ຕົ້ນເດີມ 4:3-8) ພະ​ເຢໂຫວາ​ລົງໂທດ​ກາອີນ​ເພາະ​ລາວ​ໄດ້​ຂ້າ​ນ້ອງ​ຊາຍ.—ຕົ້ນເດີມ 4:9-11.

4. ໃນ​ພະບັນຍັດ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ພະເຈົ້າ​ໄດ້​ເນັ້ນ​ແນວ​ໃດ​ກ່ຽວ​ກັບ​ທັດສະນະ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ຊີວິດ?

4 ປະມານ 2.400 ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ອອກ​ກົດ​ໝາຍ​ໃຫ້​ຊາດ​ອິດສະລາແອນ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະອົງ​ໃນ​ແບບ​ທີ່​ຍອມ​ຮັບ​ໄດ້. ເນື່ອງ​ຈາກ​ໄດ້​ອອກ​ປະ​ມວນ​ກົດ​ໝາຍ​ນັ້ນ​ຜ່ານ​ທາງ​ຜູ້​ພະຍາກອນ​ໂມເຊ ບາງ​ຄັ້ງ​ມີ​ການ​ເອີ້ນ​ປະ​ມວນ​ກົດ​ໝາຍ​ເຫຼົ່າ​ນັ້ນ​ວ່າ​ພະບັນຍັດ​ຂອງ​ໂມເຊ. ຂໍ້​ໜຶ່ງ​ໃນ​ພະບັນຍັດ​ຂອງ​ໂມເຊ​ບອກ​ວ່າ “ຢ່າ​ຂ້າ​ຄົນ.” (ພະບັນຍັດ 5:17) ພະບັນຍັດ​ຂໍ້​ນີ້​ຊີ້​ໃຫ້​ຊາດ​ອິດສະລາແອນ​ເຫັນ​ວ່າ​ພະເຈົ້າ​ຖື​ວ່າ​ຊີວິດ​ມະນຸດ​ມີ​ຄ່າ​ແລະ​ຄົນ​ເຮົາ​ກໍ​ຕ້ອງ​ຖື​ວ່າ​ຊີວິດ​ຂອງ​ຄົນ​ອື່ນ​ມີ​ຄ່າ.

5. ເຮົາ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ເອົາ​ລູກ​ອອກ?

5 ຊິ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ຂອງ​ລູກ​ອ່ອນ​ທີ່​ຍັງ​ບໍ່​ທັນ​ເກີດ​ມາ? ຕາມ​ພະບັນຍັດ​ຂອງ​ໂມເຊ ການ​ເຮັດ​ໃຫ້​ລູກ​ນ້ອຍ​ທີ່​ຢູ່​ໃນ​ທ້ອງ​ແມ່​ຕາຍ​ແມ່ນ​ເປັນ​ສິ່ງ​ທີ່​ຜິດ. ແທ້​ຈິງ​ແລ້ວ ແມ່ນ​ແຕ່​ຊີວິດ​ຂອງ​ລູກ​ອ່ອນ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ກໍ​ມີ​ຄ່າ​ສຳລັບ​ພະ​ເຢໂຫວາ. (ອົບພະຍົບ 21:22, 23; ຄຳເພງ 127:3) ນີ້​ກໍ​ໝາຍ​ຄວາມ​ວ່າ​ການ​ເອົາ​ລູກ​ອອກ​ເປັນ​ສິ່ງ​ທີ່​ຜິດ.

6. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ກຽດ​ຊັງ​ເພື່ອນ​ມະນຸດ?

6 ການ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ​ລວມ​ເຖິງ​ການ​ມີ​ທັດສະນະ​ທີ່​ຖືກຕ້ອງ​ຕໍ່​ເພື່ອນ​ມະນຸດ. ຄຳພີ​ໄບເບິນ​ເວົ້າ​ວ່າ “ຄົນ​ທຸກ​ຄົນ​ທີ່​ຊັງ​ພີ່​ນ້ອງ​ແຫ່ງ​ຕົນ​ເປັນ​ຄົນ​ຂ້າ​ຄົນ ແລະ​ທ່ານ​ທັງ​ຫຼາຍ​ຮູ້ຈັກ​ແລ້ວ​ວ່າ​ຄົນ​ຂ້າ​ຄົນ​ບໍ່​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ຢູ່​ໃນ​ຕົວ.” (1 ໂຢຮັນ 3:15) ຖ້າ​ເຮົາ​ຢາກ​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ຕ້ອງ​ກຳຈັດ​ຄວາມ​ກຽດ​ຊັງ​ໃດໆທີ່​ມີ​ຕໍ່​ເພື່ອນ​ມະນຸດ​ໃຫ້​ໝົດ​ໄປ​ຈາກ​ໃຈ​ຂອງ​ເຮົາ ເພາະ​ວ່າ​ສ່ວນ​ຫຼາຍ​ແລ້ວ​ຄວາມ​ກຽດ​ຊັງ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຮຸນແຮງ. (1 ໂຢຮັນ 3:11, 12) ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຮັກ​ກັນ​ແລະ​ກັນ.

7. ນິດໄສ​ອັນ​ໃດ​ແດ່​ທີ່​ສະແດງ​ເຖິງ​ການ​ຂາດ​ຄວາມ​ນັບຖື​ຕໍ່​ຊີວິດ?

7 ຊິ​ວ່າ​ແນວ​ໃດ​ກ່ຽວ​ກັບ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ​ຂອງ​ເຮົາ​ເອງ? ຕາມ​ປົກກະຕິ​ຄົນ​ເຮົາ​ບໍ່​ຢາກ​ຕາຍ ແຕ່​ບາງ​ຄົນ​ພັດ​ສ່ຽງ​ຕາຍ​ເພື່ອ​ຄວາມ​ເພີດເພີນ. ຕົວຢ່າງ​ເຊັ່ນ ຫຼາຍ​ຄົນ​ສູບ​ຢາ ຄ້ຽວ​ໝາກ ຫຼື​ໃຊ້​ຢາເສບຕິດ​ເພື່ອ​ຄວາມ​ເພີດເພີນ. ສານ​ເສບ​ຕິດ​ດັ່ງ​ກ່າວ​ກໍ່​ຄວາມ​ເສຍຫາຍ​ຕໍ່​ຮ່າງກາຍ​ແລະ​ຫຼາຍ​ເທື່ອ​ເຮັດ​ໃຫ້​ຜູ້​ທີ່​ໃຊ້​ສານ​ນັ້ນ​ເສຍ​ຊີວິດ. ຜູ້​ທີ່​ໃຊ້​ສານ​ເສບ​ຕິດ​ເຫຼົ່າ​ນີ້​ຈົນ​ເປັນ​ນິດໄສ​ບໍ່​ໄດ້​ຖື​ວ່າ​ຊີວິດ​ເປັນ​ສິ່ງ​ສັກສິດ. ນິດໄສ​ແບບ​ນັ້ນ​ບໍ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. (ໂລມ 6:19; 12:1; 2 ໂກລິນໂທ 7:1) ເພື່ອ​ຈະ​ຮັບໃຊ້​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ​ໄດ້ ເຮົາ​ຕ້ອງ​ເຊົາ​ຈາກ​ນິດໄສ​ດັ່ງ​ກ່າວ. ເຖິງ​ແມ່ນ​ວ່າ​ການ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ເລື່ອງ​ຍາກ ແຕ່​ພະ​ເຢໂຫວາ​ສາມາດ​ໃຫ້​ຄວາມ​ຊ່ວຍເຫຼືອ​ທີ່​ຈຳເປັນ​ແກ່​ເຮົາ. ແລະ​ພະອົງ​ເຫັນ​ຄຸນຄ່າ​ທີ່​ເຮົາ​ແພງ​ຊີວິດ​ຄື​ເປັນ​ຂອງ​ປະທານ​ທີ່​ມີ​ຄ່າ​ຈາກ​ພະອົງ.

8. ເປັນ​ຫຍັງ​ເຮົາ​ຄວນ​ມີ​ຈິດ​ສຳນຶກ​ສູງ​ໃນ​ເລື່ອງ​ຄວາມ​ປອດໄພ?

8 ຖ້າ​ເຮົາ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ ເຮົາ​ຈະ​ມີ​ຈິດ​ສຳນຶກ​ສູງ​ສະເໝີ​ໃນ​ເລື່ອງ​ຄວາມ​ປອດໄພ. ເຮົາ​ຈະ​ບໍ່​ປະໝາດ​ແລະ​ຈະ​ບໍ່​ສ່ຽງ​ອັນຕະລາຍ​ພຽງ​ເພື່ອ​ຈະ​ໄດ້​ຄວາມ​ມ່ວນ​ຊື່ນ​ຫຼື​ຄວາມ​ຕື່ນ​ເຕັ້ນ. ເຮົາ​ຈະ​ຫຼີກ​ລ່ຽງ​ການ​ຂັບ​ລົດ​ແບບ​ປະໝາດ​ລວມ​ທັງ​ກິລາ​ຕ່າງໆທີ່​ເປັນ​ອັນຕະລາຍ​ຫຼື​ຮຸນແຮງ. (ຄຳເພງ 11:5) ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ໃຫ້​ແກ່​ຊາດ​ອິດສະລາແອນ​ບູຮານ​ກ່າວ​ວ່າ “ຖ້າ​ເຈົ້າ​ກໍ່​ສ້າງ​ໂຮງ​ໃໝ່ [ທີ່​ມີ​ດາດ​ຟ້າ] ຈົ່ງ​ສ້າງ​ຂ່າຍ [ຫຼື​ຮົ້ວ​ຕ່ຳໆ] ລ້ອມ​ຮອບ​ຫຼັງ​ໂຮງ​ນັ້ນ​ຈຶ່ງ​ບໍ່​ໃຫ້​ມີ​ໂທດ​ເລືອດ​ເທິງ​ໂຮງ​ນັ້ນ​ຖ້າ​ຄົນ​ຜູ້​ໜຶ່ງ​ຜູ້​ໃດ​ຕົກ​ແຕ່​ຫຼັງ​ໂຮງ​ນັ້ນ.” (ພະບັນຍັດ 22:8) ເພື່ອ​ໃຫ້​ສອດຄ່ອງ​ກັບ​ຫຼັກ​ການ​ຂອງ​ກົດ​ໝາຍ​ຂໍ້​ນີ້ ເຮົາ​ຄວນ​ຮັກສາ​ເຮືອນ​ຂອງ​ເຮົາ​ເຊັ່ນ ຂັ້ນໄດ ໃຫ້​ຢູ່​ໃນ​ສະພາບ​ທີ່​ປອດໄພ​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ສະດຸດ​ລົ້ມ ຕົກ​ລົງ​ມາ​ແລ້ວ​ຖືກ​ບາດເຈັບ​ສາຫັດ. ຖ້າ​ມີ​ຍານ​ພາຫະນະ ຄວນ​ກວດ​ເບິ່ງ​ໃຫ້​ຢູ່​ໃນ​ສະພາບ​ທີ່​ຈະ​ຂັບ​ຂີ່​ໄດ້​ຢ່າງ​ປອດໄພ. ຢ່າ​ປ່ອຍ​ໃຫ້​ເຮືອນ​ຫຼື​ຍານ​ພາຫະນະ​ຂອງ​ເຈົ້າ​ເປັນ​ອັນຕະລາຍ​ຕໍ່​ໂຕ​ເອງ​ຫຼື​ຕໍ່​ຊີວິດ​ຂອງ​ຄົນ​ອື່ນ.

9. ຖ້າ​ເຮົາ​ມີ​ຄວາມ​ນັບຖື​ຕໍ່​ຊີວິດ ເຮົາ​ຈະ​ປະຕິບັດ​ຕໍ່​ສັດ​ແນວ​ໃດ?

9 ກ່ຽວ​ກັບ​ຊີວິດ​ຂອງ​ສັດ​ເດ? ຜູ້​ສ້າງ​ກໍ​ຖື​ວ່າ​ຊີວິດ​ສັດ​ສັກສິດ​ຄື​ກັນ. ພະເຈົ້າ​ອະນຸຍາດ​ໃຫ້​ຂ້າ​ສັດ​ເພື່ອ​ເປັນ​ອາຫານ​ແລະ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ ຫຼື​ເພື່ອ​ປ້ອງກັນ​ບໍ່​ໃຫ້​ມັນ​ເຮັດ​ອັນຕະລາຍ​ແກ່​ຄົນ. (ຕົ້ນເດີມ 3:21; 9:3; ອົບພະຍົບ 21:28) ແຕ່​ການ​ທາລຸນ​ຫຼື​ຂ້າ​ສັດ​ພຽງ​ເພື່ອ​ຄວາມ​ເພີດເພີນ​ນັ້ນ​ເປັນ​ສິ່ງ​ທີ່​ຜິດ​ແລະ​ຂາດ​ຄວາມ​ນັບຖື​ຢ່າງ​ຍິ່ງ​ຕໍ່​ຄວາມ​ສັກສິດ​ຂອງ​ຊີວິດ.—ສຸພາສິດ 12:10.

ການ​ສະແດງ​ຄວາມ​ນັບຖື​ຕໍ່​ເລືອດ

10. ພະເຈົ້າ​ໄດ້​ຊີ້​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊີວິດ​ກັບ​ເລືອດ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ?

10 ພາຍ​ຫຼັງ​ທີ່​ກາອີນ​ໄດ້​ຂ້າ​ອາເບນ​ຜູ້​ເປັນ​ນ້ອງ​ແລ້ວ ພະ​ເຢໂຫວາ​ບອກ​ກາອີນ​ວ່າ “ສຽງ​ເລືອດ​ຂອງ​ນ້ອງ​ຊາຍ​ເຈົ້າ​ກໍ​ຮ້ອງ​ຂຶ້ນ​ມາ​ຈາກ​ດິນ​ເຖິງ​ເຮົາ.” (ຕົ້ນເດີມ 4:10) ເມື່ອ​ພະເຈົ້າ​ກ່າວ​ເຖິງ​ເລືອດ​ຂອງ​ອາເບນ ພະອົງ​ພວມ​ກ່າວ​ເຖິງ​ຊີວິດ​ຂອງ​ອາເບນ. ກາອີນ​ໄດ້​ທຳລາຍ​ຊີວິດ​ຂອງ​ອາເບນ ແລະ​ດັ່ງ​ນັ້ນ​ກາອີນ​ຈະ​ຕ້ອງ​ຖືກ​ລົງໂທດ. ນັ້ນ​ຄື​ກັບ​ວ່າ​ເລືອດ​ຫຼື​ຊີວິດ​ຂອງ​ອາເບນ​ພວມ​ຮ້ອງ​ຂໍ​ຄວາມ​ຍຸຕິທຳ​ຈາກ​ພະ​ເຢໂຫວາ. ມີ​ການ​ຊີ້​ໃຫ້​ເຫັນ​ຄວາມ​ກ່ຽວ​ຂ້ອງ​ກັນ​ລະຫວ່າງ​ຊີວິດ​ແລະ​ເລືອດ​ອີກ​ຄັ້ງ​ໜຶ່ງ​ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ​ໃນ​ສະໄໝ​ຂອງ​ໂນເອ. ກ່ອນ​ນ້ຳ​ຖ້ວມ​ໂລກ ມະນຸດ​ກິນ​ແຕ່​ໝາກ​ໄມ້ ຜັກ ແລະ​ທັນຍະພືດ​ຕ່າງໆ. ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ ພະ​ເຢໂຫວາ​ບອກ​ໂນເອ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ “ສັດ​ທຸກ​ຕົວ​ທີ່​ຕີງ​ໄປ​ມາ​ມີ​ຊີວິດ​ຢູ່​ຈະ​ເປັນ​ອາຫານ​ສຳລັບ​ພວກ​ທ່ານ ສັບພະ​ທຸກ​ສິ່ງ​ນັ້ນ​ເຮົາ​ປະທານ​ໃຫ້​ແກ່​ພວກ​ທ່ານ​ເໝືອນ​ດັ່ງ​ຜັກ​ຂຽວ.” ແຕ່​ພະເຈົ້າ​ໄດ້​ຕັ້ງ​ຂໍ້​ຫ້າມ​ໄວ້​ດັ່ງ​ນີ້ “ຊີ້ນ​ນັ້ນ ທ່ານ​ທັງ​ຫຼາຍ​ຢ່າຊູ່​ກິນ​ກັບ​ຊີວິດ​ຂອງ​ມັນ ຄື​ວ່າ​ເລືອດ.” (ຕົ້ນເດີມ 1:29; 9:3, 4) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ຊີວິດ​ກັບ​ເລືອດ​ຂອງ​ສັດ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ.

11. ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ໂນເອ ພະເຈົ້າ​ຫ້າມ​ການ​ໃຊ້​ເລືອດ​ແນວ​ໃດ?

11 ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ເລືອດ​ໂດຍ​ການ​ບໍ່​ກິນ​ເລືອດ. ໃນ​ພະບັນຍັດ​ທີ່​ພະ​ເຢໂຫວາ​ໃຫ້​ແກ່​ຊາວ​ອິດສະລາແອນ ພະອົງ​ສັ່ງ​ວ່າ “ບຸກຄະລະ​ຜູ້​ໃດ​ຈັບ​ສັດ​ປ່າ​ຫຼື​ນົກ ທີ່​ຈະ​ກິນ​ໄດ້​ກໍ​ຕ້ອງ​ໃຫ້​ເລືອດ​ສັດ​ນັ້ນ​ໄຫຼ​ລົງ​ແລະ​ເອົາ​ຂີ້ຝຸ່ນ​ປົກ​ບັງ​ໄວ້. . . . ເຮົາ​ໄດ້​ບອກ​ພວກ​ລູກ​ຫຼານ​ຍິດສະລາເອນ​ວ່າ ‘ເລືອດ​ແຕ່​ເນື້ອ​ທຸກ​ຢ່າງ​ຢ່າຊູ່​ກິນ.’” (ພວກເລວີ 17:13, 14) ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ຫ້າມ​ການ​ກິນ​ເລືອດ​ສັດ​ເຊິ່ງ​ທຳອິດ​ໄດ້​ໃຫ້​ໂນເອ​ປະມານ 800 ປີ​ກ່ອນ​ໜ້າ​ນີ້​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ໄດ້. ທັດສະນະ​ຂອງ​ພະ​ເຢໂຫວາ​ແມ່ນ​ຈະ​ແຈ້ງ ຄື​ຜູ້​ຮັບໃຊ້​ຂອງ​ພະອົງ​ກິນ​ຊີ້ນ​ສັດ​ໄດ້ ແຕ່​ວ່າ​ກິນ​ເລືອດ​ບໍ່​ໄດ້. ເຂົາ​ເຈົ້າ​ຕ້ອງ​ເທ​ເລືອດ​ລົງ​ດິນ​ເຊິ່ງ​ຄວາມ​ໝາຍ​ວ່າ ເປັນ​ການ​ສົ່ງ​ຊີວິດ​ສັດ​ຄືນ​ໃຫ້​ພະເຈົ້າ.

12. ໃນ​ສະຕະວັດ​ທຳອິດ ໂດຍ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ບໍລິສຸດ​ຈຶ່ງ​ມີ​ການ​ໃຫ້​ຄຳ​ສັ່ງ​ອັນ​ໃດ​ໃນ​ການ​ໃຊ້​ເລືອດ​ເຊິ່ງ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປັດຈຸບັນ?

12 ຄລິດສະຕຽນ​ກໍ​ໄດ້​ຮັບ​ຄຳ​ສັ່ງ​ຄ້າຍໆກັນ​ນັ້ນ. ໃນ​ສະຕະວັດ​ທຳອິດ​ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ຊາຍ​ທີ່​ນຳ​ໜ້າ​ໃນ​ທ່າມກາງ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ໄດ້​ປະຊຸມ​ກັນ​ເພື່ອ​ຕັດສິນ​ວ່າ​ທຸກ​ຄົນ​ໃນ​ປະຊາຄົມ​ຄລິດສະຕຽນ​ຄວນ​ປະຕິບັດ​ຕາມ​ຄຳ​ສັ່ງ​ອັນ​ໃດ​ແດ່. ເຂົາ​ເຈົ້າ​ໄດ້​ສະຫລຸບ​ດັ່ງ​ນີ້ “ພະ​ວິນຍານ​ບໍລິສຸດ​ແລະ​ເຮົາ​ທັງ​ຫຼາຍ​ໄດ້​ເຫັນ​ດີ​ວ່າ​ຈະ​ບໍ່​ເອົາ​ຂອງ​ໜັກ​ມາ​ວາງ​ໄວ້​ເທິງ​ທ່ານ​ທັງ​ຫຼາຍ ເທົ່າ​ເວັ້ນ​ໄວ້​ແຕ່​ຂໍ້​ນີ້​ທີ່​ເປັນ​ຂໍ້​ອັນ​ຕ້ອງ​ປະສົງ ຄື​ວ່າ​ໃຫ້​ອົດ​ຈາກ​ຂອງ​ຖວາຍ​ແກ່​ຮູບ​ພະ​ແລະ​ຈາກ​ກິນ​ເລືອດ ແລະ​ຈາກ​ກິນ​ສັດ​ຕາຍ​ອັດ​ຄໍ [ທີ່​ຍັງ​ມີ​ເລືອດ​ຕິດ​ຢູ່​ນຳ​ຊີ້ນ] ແລະ​ຈາກ​ການ​ຜິດ​ຊາຍ​ຍິງ.” (ກິດຈະການ 15:28, 29; 21:25) ດັ່ງ​ນັ້ນ ເຮົາ​ຕ້ອງ ‘ອົດ​ຈາກ​ກິນ​ເລືອດ.’ ໃນ​ສາຍ​ຕາ​ຂອງ​ພະເຈົ້າ ການ​ທີ່​ເຮົາ​ລະ​ເວັ້ນ​ຈາກ​ເລືອດ​ມີ​ຄວາມ​ສຳຄັນ​ທໍ່ໆກັບ​ການ​ຫຼີກ​ໜີ​ຈາກ​ການ​ບູຊາ​ຮູບ​ປັ້ນ​ແລະ​ການ​ຜິດ​ສິນລະທຳ​ທາງ​ເພດ.

ພາບຂອງແກ້ວເຫຼົ້າທີ່ມີການສົ່ງນ້ຳເຫຼົ້າເຂົ້າໄປໃນແຂນຂອງຜູ້ຊາຍຄົນໜຶ່ງ

ຖ້າ​ທ່ານ​ໝໍ​ສັ່ງ​ເຈົ້າ​ໃຫ້​ງົດ​ດື່ມ​ເຫຼົ້າ​ເຈົ້າ​ຈະ​ສັກ​ເຫຼົ້າ​ເຂົ້າ​ທາງ​ເສັ້ນ​ເລືອດ​ບໍ?

13. ຈົ່ງ​ຍົກ​ຕົວຢ່າງ​ທີ່​ສະແດງ​ເຖິງ​ເຫດຜົນ​ວ່າ​ຄຳ​ສັ່ງ​ທີ່​ໃຫ້​ລະ​ເວັ້ນ​ຈາກ​ເລືອດ​ລວມ​ເອົາ​ການ​ໃສ່​ເລືອດ​ໄປ​ນຳ.

13 ຄຳ​ສັ່ງ​ທີ່​ໃຫ້​ລະ​ເວັ້ນ​ຈາກ​ເລືອດ​ລວມ​ເຖິງ​ການ​ໃສ່​ເລືອດ​ນຳ​ບໍ? ແມ່ນ​ແລ້ວ. ເພື່ອ​ເປັນ​ຕົວຢ່າງ ສົມມຸດ​ວ່າ​ທ່ານ​ໝໍ​ບອກ​ໃຫ້​ເຈົ້າ​ງົດ​ເຄື່ອງ​ດື່ມ​ທີ່​ມີ​ເຫຼົ້າ. ນັ້ນ​ຈະ​ພຽງ​ແຕ່​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ຄວນ​ດື່ມ​ເຫຼົ້າ ແຕ່​ເຈົ້າ​ສາມາດ​ສັກ​ເຫຼົ້າ​ເຂົ້າ​ໄປ​ທາງ​ເສັ້ນ​ເລືອດ​ຂອງ​ເຈົ້າ​ເອງ​ໄດ້​ບໍ? ເຮັດ​ບໍ່​ໄດ້! ເຊັ່ນ​ດຽວ​ກັນ ການ​ລະ​ເວັ້ນ​ຈາກ​ເລືອດ​ໝາຍ​ເຖິງ​ການ​ບໍ່​ເອົາ​ເລືອດ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ເຮົາ​ບໍ່​ວ່າ​ຈະ​ດ້ວຍ​ວິທີ​ໃດ​ກໍ​ຕາມ. ດັ່ງ​ນັ້ນ ຄຳ​ສັ່ງ​ທີ່​ໃຫ້​ລະ​ເວັ້ນ​ຈາກ​ເລືອດ​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້​ໃດ​ໃສ່​ເລືອດ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​ຂອງ​ເຮົາ.

14, 15. ຖ້າ​ທ່ານ​ໝໍ​ບອກ​ວ່າ​ຄົນ​ເຈັບ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ໃສ່​ເລືອດ ຄົນ​ເຈັບ​ຈະ​ເຮັດ​ແນວ​ໃດ ແລະ​ຍ້ອນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ?

14 ຊິ​ວ່າ​ແນວ​ໃດ​ຖ້າ​ຄລິດສະຕຽນ​ບາດເຈັບ​ສາຫັດ​ຫຼື​ຈຳເປັນ​ຕ້ອງ​ໄດ້​ຜ່າ​ຕັດ​ໃຫຍ່? ສົມມຸດ​ວ່າ​ທ່ານ​ໝໍ​ບອກ​ຄົນ​ເຈັບ​ວ່າ​ຕ້ອງ​ໃສ່​ເລືອດ​ຄັນ​ບໍ່​ຊັ້ນ​ລາວ​ຈະ​ຕາຍ. ແນ່ນອນ ຄົນ​ເຈັບ​ທີ່​ເປັນ​ຄລິດສະຕຽນ​ຄົງ​ຈະ​ບໍ່​ຢາກ​ຕາຍ. ດ້ວຍ​ຄວາມ​ພະຍາຍາມ​ທີ່​ຈະ​ຮັກສາ​ຊີວິດ​ເຊິ່ງ​ເປັນ​ຂອງ​ປະທານ​ທີ່​ມີ​ຄ່າ​ຈາກ​ພະເຈົ້າ ລາວ​ຈະ​ຍອມ​ຮັບ​ການ​ປິ່ນປົວ​ແບບ​ອື່ນ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ. ດ້ວຍ​ເຫດ​ນີ້ ລາວ​ຈະ​ຊອກ​ຫາ​ວິທີ​ປິ່ນປົວ​ທາງ​ການ​ແພດ​ດັ່ງ​ກ່າວ​ຖ້າ​ສາມາດ​ຫາ​ໄດ້ ແລະ​ຈະ​ຍອມ​ຮັບ​ເອົາ​ທາງ​ເລືອກ​ອື່ນ​ແທນ​ການ​ໃສ່​ເລືອດ.

15 ຄລິດສະຕຽນ​ຈະ​ລະເມີດ​ກົດ​ໝາຍ​ຂອງ​ພະເຈົ້າ​ພຽງ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່​ອີກ​ໜ້ອຍ​ໜຶ່ງ​ໃນ​ລະບົບ​ປັດຈຸບັນ​ນີ້​ບໍ? ພະ​ເຍຊູ​ກ່າວ​ວ່າ “ຄົນ​ທຸກ​ຄົນ​ທີ່​ຈະ​ຢາກ​ຊ່ວຍ​ຊີວິດ​ຈິດ​ໃຈ​ແຫ່ງ​ຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ​ຈິດ​ໃຈ ແລະ​ຄົນ​ທຸກ​ຄົນ​ທີ່​ຈະ​ເສຍ​ຊີວິດ​ຈິດ​ໃຈ​ແຫ່ງ​ຕົນ​ເພາະ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ພົບ​ຊີວິດ​ຈິດ​ໃຈ.” (ມັດທາຍ 16:25) ເຮົາ​ບໍ່​ຢາກ​ຕາຍ. ແຕ່​ຖ້າ​ເຮົາ​ພະຍາຍາມ​ຮັກສາ​ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ນີ້​ໂດຍ​ຝ່າ​ຝືນ​ກົດ​ໝາຍ​ຂອງ​ພະເຈົ້າ ເຮົາ​ຈະ​ສ່ຽງ​ຕໍ່​ການ​ສູນ​ເສຍ​ຊີວິດ​ຕະຫຼອດ​ໄປ. ດັ່ງ​ນັ້ນ ເປັນ​ສິ່ງ​ທີ່​ສຸຂຸມ​ທີ່​ເຮົາ​ເຊື່ອ​ໝັ້ນ​ໃນ​ຄວາມ​ຖືກຕ້ອງ​ຂອງ​ກົດ​ໝາຍ​ພະເຈົ້າ​ພ້ອມ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ​ວ່າ ຖ້າ​ເຮົາ​ເສຍ​ຊີວິດ​ດ້ວຍ​ສາເຫດ​ໃດ​ກໍ​ຕາມ ພະອົງ​ຜູ້​ປະທານ​ຊີວິດ​ໃຫ້​ເຮົາ​ຈະ​ລະນຶກ​ເຖິງ​ເຮົາ​ໃນ​ຕອນ​ທີ່​ມີ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ຈະ​ຄືນ​ຊີວິດ​ເຊິ່ງ​ເປັນ​ຂອງ​ປະທານ​ອັນ​ມີ​ຄ່າ​ໃຫ້​ແກ່​ເຮົາ.—ໂຢຮັນ 5:28, 29; ເຫບເລີ 11:6.

16. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ແນວ​ໃດ​ໃນ​ເລື່ອງ​ເລືອດ?

16 ໃນ​ປັດຈຸບັນ​ນີ້ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ທີ່​ຈະ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ​ໃນ​ເລື່ອງ​ເລືອດ. ເຂົາ​ເຈົ້າ​ຈະ​ບໍ່​ກິນ​ເລືອດ​ບໍ່​ວ່າ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ ແລະ​ຈະ​ບໍ່​ຍອມ​ຮັບ​ເລືອດ​ເພື່ອ​ການ​ຮັກສາ​ປິ່ນປົວ.a ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຜູ້​ສ້າງ​ເລືອດ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຂົາ​ເຈົ້າ. ເຈົ້າ​ເຊື່ອ​ບໍ​ວ່າ​ພະອົງ​ຮູ້ຈັກ​ດີ?

ການ​ໃຊ້​ເລືອດ​ທີ່​ຖືກຕ້ອງ​ພຽງ​ວິທີ​ດຽວ

17. ໃນ​ອິດສະລາແອນ​ບູຮານ​ການ​ໃຊ້​ເລືອດ​ພຽງ​ວິທີ​ດຽວ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຍອມ​ຮັບ​ຄື​ຫຍັງ?

17 ພະບັນຍັດ​ຂອງ​ໂມເຊ​ເນັ້ນ​ການ​ໃຊ້​ເລືອດ​ທີ່​ຖືກຕ້ອງ​ພຽງ​ວິທີ​ດຽວ. ກ່ຽວ​ກັບ​ການ​ນະມັດສະການ​ທີ່​ຮຽກ​ຮ້ອງ​ຈາກ​ຊາວ​ອິດສະລາແອນ​ບູຮານ ພະ​ເຢໂຫວາ​ສັ່ງ​ວ່າ “ຊີວິດ​ຈິດ​ໃຈ​ແຫ່ງ​ເນື້ອ​ກໍ​ຢູ່​ໃນ​ເລືອດ ແລະ​ຝ່າຍ​ເຮົາ ເຮົາ​ໄດ້​ປະທານ​ເລືອດ​ເທິງ​ແທ່ນ​ບູຊາ​ເພື່ອ​ຈະ​ໄດ້​ກະທຳ​ການ​ໄຖ່​ໂທດ​ແທນ​ຈິດ​ໃຈ​ທັງ​ຫຼາຍ​ຂອງ​ພວກ​ທ່ານ ເຫດ​ວ່າ​ແມ່ນ​ເລືອດ​ໄຖ່​ໂທດ​ຊີວິດ​ຈິດ​ໃຈ.” (ພວກເລວີ 17:11) ເມື່ອ​ຊາວ​ອິດສະລາແອນ​ເຮັດ​ບາບ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ໂດຍ​ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ ແລະ​ເອົາ​ເລືອດ​ສັດ​ບາງ​ສ່ວນ​ໄປ​ຊິດ​ໃສ່​ແທ່ນ​ບູຊາ​ທີ່​ຢູ່​ໃນ​ທັບ​ອາໄສ ຫຼື​ໃນ​ສະໄໝ​ຕໍ່​ມາ​ກໍ​ແມ່ນ​ຢູ່​ແທ່ນ​ບູຊາ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະເຈົ້າ. ການ​ໃຊ້​ເລືອດ​ພຽງ​ວິທີ​ດຽວ​ກໍ​ຄື​ໃຊ້​ເພື່ອ​ເປັນ​ເຄື່ອງ​ບູຊາ​ຕາມ​ທີ່​ໄດ້​ກ່າວ​ໄປ​ແລ້ວ.

18. ຜົນ​ປະໂຫຍດ​ແລະ​ຄວາມ​ພອນ​ອັນ​ໃດ​ທີ່​ເຮົາ​ໄດ້​ຮັບ​ຈາກ​ເລືອດ​ຂອງ​ພະ​ເຍຊູ​ທີ່​ໄຫຼ​ອອກ?

18 ຄລິດສະຕຽນ​ແທ້​ບໍ່​ໄດ້​ຢູ່​ພາຍ​ໃຕ້​ພະບັນຍັດ​ຂອງ​ໂມເຊ ແລະ​ດ້ວຍ​ເຫດ​ນັ້ນ​ຈຶ່ງ​ບໍ່​ໄດ້​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ​ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແທ່ນ​ບູຊາ. (ເຫບເລີ 10:1) ແນວ​ໃດ​ກໍ​ຕາມ ການ​ໃຊ້​ເລືອດ​ຊິດ​ໃສ່​ແທ່ນ​ບູຊາ​ໃນ​ສະໄໝ​ຂອງ​ຊາດ​ອິດສະລາແອນ​ບູຮານ​ຊີ້​ເຖິງ​ເຄື່ອງ​ບູຊາ​ທີ່​ມີ​ຄ່າ​ຫຼາຍ​ຂອງ​ພະ​ເຍຊູ​ຄລິດ​ລູກ​ຊາຍ​ຂອງ​ພະເຈົ້າ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 5 ຂອງ​ປຶ້ມ​ນີ້ ພະ​ເຍຊູ​ໄດ້​ສະລະ​ຊີວິດ​ມະນຸດ​ຂອງ​ຕົນ​ເພື່ອ​ພວກ​ເຮົາ​ໂດຍ​ຍອມ​ໃຫ້​ເລືອດ​ຂອງ​ພະອົງ​ໄຫຼ​ອອກ​ເປັນ​ເຄື່ອງ​ບູຊາ. ຈາກ​ນັ້ນ ພະອົງ​ໄດ້​ຂຶ້ນ​ໄປ​ສະຫວັນ​ແລະ​ໄດ້​ນຳ​ເອົາ​ຄຸນຄ່າ​ຂອງ​ເລືອດ​ທີ່​ໄຫຼ​ອອກ​ນັ້ນ​ໄປ​ຖວາຍ​ໃຫ້​ພະເຈົ້າ​ຄັ້ງ​ດຽວ​ເຊິ່ງ​ມີ​ຜົນ​ໃຊ້​ໄດ້​ຕະຫຼອດ​ໄປ. (ເຫບເລີ 9:11, 12) ນັ້ນ​ເປັນ​ການ​ປູ​ພື້ນຖານ​ໄວ້​ສຳລັບ​ການ​ອະໄພ​ບາບ​ຂອງ​ເຮົາ​ແລະ​ເປີດ​ທາງ​ໃຫ້​ເຮົາ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ມັດທາຍ 20:28; ໂຢຮັນ 3:16) ການ​ໃຊ້​ເລືອດ​ໃນ​ວິທີ​ນັ້ນ​ຈັ່ງ​ແມ່ນ​ມີ​ຄວາມ​ສຳຄັນ​ແທ້ໆ! (1 ເປໂຕ 1:18, 19) ໂດຍ​ການ​ສະແດງ​ຄວາມ​ເຊື່ອ​ໃນ​ຄຸນຄ່າ​ຂອງ​ເລືອດ​ພະ​ເຍຊູ​ທີ່​ໄຫຼ​ອອກ ເຮົາ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ລອດ.

ຄລິດສະຕຽນຍິງຄົນໜຶ່ງກຳລັງອະທິບາຍໃຫ້ທ່ານໝໍຟັງເລື່ອງທັດສະນະຂອງຄຳພີໄບເບິນກ່ຽວກັບເລືອດ

ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ​ແລະ​ເລືອດ​ໄດ້​ແນວ​ໃດ?

19. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ “ເສາະ​ໃສ​ຈາກ​ເລືອດ​ແຫ່ງ​ຄົນ​ທັງ​ປວງ”?

19 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ພະເຈົ້າ​ສຳລັບ​ຊີວິດ​ເຊິ່ງ​ເປັນ​ການ​ຈັດ​ຕຽມ​ດ້ວຍ​ຄວາມ​ຮັກ! ເລື່ອງ​ນີ້​ຄວນ​ກະຕຸ້ນ​ເຮົາ​ບໍ່​ແມ່ນ​ບໍ​ໃຫ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໂດຍ​ອາໄສ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ? ການ​ທີ່​ເຮົາ​ຫ່ວງໃຍ​ຕໍ່​ຊີວິດ​ຂອງ​ເພື່ອນ​ມະນຸດ​ແບບ​ທີ່​ພະເຈົ້າ​ຫ່ວງໃຍ​ຈະ​ກະຕຸ້ນ​ເຮົາ​ໃຫ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ນີ້​ດ້ວຍ​ຄວາມ​ກະຕືລືລົ້ນ​ແລະ​ດ້ວຍ​ໃຈ​ແຮງ​ກ້າ. (ເອເຊກຽນ 3:17-21) ຖ້າ​ເຮົາ​ດຸ​ໝັ່ນ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້​ສຳເລັດ ເຮົາ​ກໍ​ຈະ​ເວົ້າ​ແບບ​ດຽວ​ກັບ​ອັກຄະສາວົກ​ໂປໂລ​ທີ່​ວ່າ “ເຮົາ​ກໍ​ເສາະ​ໃສ​ຈາກ​ເລືອດ​ແຫ່ງ​ຄົນ​ທັງ​ປວງ ເພາະ​ວ່າ​ເຮົາ​ບໍ່​ໄດ້​ຫວງ​ຈະ​ສັ່ງ​ສອນ​ຄຳ​ປະກາດ​ແຫ່ງ​ພະເຈົ້າ​ໝົດ​ສິ້ນ​ໃຫ້​ທ່ານ​ທັງ​ຫຼາຍ​ຟັງ.” (ກິດຈະການ 20:26, 27) ການ​ບອກ​ຄົນ​ອື່ນ​ໃນ​ເລື່ອງ​ພະເຈົ້າ​ແລະ​ເລື່ອງ​ໃຈ​ປະສົງ​ຕ່າງໆຂອງ​ພະອົງ​ເປັນ​ວິທີ​ທີ່​ດີ​ທີ່​ສະແດງ​ວ່າ​ເຮົາ​ນັບຖື​ຊີວິດ​ແລະ​ເລືອດ​ຢ່າງ​ສູງ​ສົ່ງ.

ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ

  • ໂດຍ​ບໍ່​ທຳລາຍ​ຊີວິດ​ຂອງ ລູກ​ອ່ອນ​ທີ່​ຍັງ​ບໍ່​ທັນ​ເກີດ​ມາ

  • ໂດຍ​ເຊົາ​ຈາກ​ນິດໄສ​ຕ່າງໆທີ່​ບໍ່​ສະອາດ

  • ໂດຍ​ກຳຈັດ​ຄວາມ​ກຽດ​ຊັງ​ໃດໆທີ່​ມີ​ຕໍ່​ເພື່ອນ​ມະນຸດ​ໃຫ້​ໝົດ​ໄປ​ຈາກ​ຫົວໃຈ​ຂອງ​ເຮົາ

1. ຮູບລູກອ່ອນທີ່ຢູ່ໃນທ້ອງ 2. ມືກຳລັງກຳຢາສູບໃນຊອງ 3. ສອງຄົນທີ່ມາຈາກຄົນລະເຊື້ອຊາດໄດ້ມາເປັນເພື່ອນກັນ

a ສຳລັບ​ຂໍ້​ມູນ​ເລື່ອງ​ທາງ​ເລືອກ​ອື່ນ​ທີ່​ໃຊ້​ແທນ​ການ​ໃສ່​ເລືອດ ຂໍ​ໃຫ້​ເບິ່ງ​ຈຸນລະສານ​ເລືອດ​ສາມາດ​ຊ່ວຍ​ຊີວິດ​ຂອງ​ເຮົາ​ໄດ້​ແນວ​ໃດ? (ພາສາ​ໄທ) ໜ້າ 13-17 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຊີວິດ​ເປັນ​ຂອງ​ປະທານ​ຈາກ​ພະເຈົ້າ.—ຄຳເພງ 36:9; ຄຳປາກົດ 4:11.

  • ການ​ເອົາ​ລູກ​ອອກ​ເປັນ​ສິ່ງ​ທີ່​ຜິດ ເນື່ອງ​ຈາກ​ຊີວິດ​ຂອງ​ລູກ​ອ່ອນ​ທີ່​ຍັງ​ບໍ່​ທັນ​ເກີດ​ມາ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ.—ອົບພະຍົບ 21:22, 23; ຄຳເພງ 127:3.

  • ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ຊີວິດ​ໂດຍ​ບໍ່​ເຮັດ​ໃຫ້​ຊີວິດ​ຕົກ​ຢູ່​ໃນ ອັນຕະລາຍ​ແລະ​ໂດຍ​ບໍ່​ກິນ​ເລືອດ.—ພະບັນຍັດ 5:17; ກິດຈະການ 15:28, 29.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌