ຕອນ 1
ເພດກົງກັນຂ້າມ
ເຈົ້າເຫັນຜູ້ຊາຍແລະຜູ້ຍິງຈັບມືກັນຍ່າງຊ້າໆໄປຕາມທາງຍ່າງຂອງໂຮງຮຽນ. ເຈົ້າຮູ້ສຶກແນວໃດ?
□ ເຈົ້າຮູ້ສຶກເສີຍໆ
□ ອິດສາໜ້ອຍໜຶ່ງ
□ ອິດສາສຸດໆ
ເຈົ້າໄປເບິ່ງໜັງກັບໝູ່ແລະໝູ່ທຸກຄົນມີແຟນ ຍົກເວັ້ນເຈົ້າ! ເຈົ້າຮູ້ສຶກແນວໃດ?
□ ບໍ່ມີບັນຫາ
□ ອຶດອັດ
□ ອິດສາຫຼາຍ
ໝູ່ສະໜິດຂອງເຈົ້າມີແຟນແລະໄປຫຼິ້ນນຳກັນຕະຫຼອດ. ເຈົ້າຮູ້ສຶກແນວໃດ?
□ ມີຄວາມສຸກ
□ ອິດສາໜ້ອຍໜຶ່ງ
□ ບໍ່ພໍໃຈ
ທຸກບ່ອນທີ່ເຈົ້າໄປບໍ່ວ່າຈະເປັນໃນໂຮງຮຽນ ຕາມຫົນທາງ ຫຼືໃນຫ້າງ ເຈົ້າກໍເຫັນໜຸ່ມສາວມານຳກັນເປັນຄູ່. ທຸກເທື່ອທີ່ເຫັນ ເຈົ້າອາດຈະຮູ້ສຶກຢາກມີແຟນ. ແຕ່ເຈົ້າພ້ອມທີ່ຈະມີແຟນແລ້ວບໍ? ຖ້າເຈົ້າພ້ອມທີ່ຈະມີແຟນແທ້ໆ ເຈົ້າຈະຊອກຫາຄົນທີ່ເຂົ້າກັບເຈົ້າໄດ້ແນວໃດ? ຖ້າເຈົ້າຫາເຈິແລ້ວ ເຈົ້າຈະຮັກສາຄວາມບໍລິສຸດແລະບໍ່ເຮັດຜິດສິນລະທຳໃນຊ່ວງທີ່ຄົບກັນໄດ້ແນວໃດ? ບົດທີ 1-5 ຈະຊ່ວຍເຈົ້າຕອບຄຳຖາມເຫຼົ່ານັ້ນ.
[ຮູບພາບເຕັມໜ້າ 12, 13]