ບົດທີ 28
ເປັນຫຍັງພວກຜູ້ສາວຈຶ່ງບໍ່ມັກຂ້ອຍ?
ລາວກຳລັງປະທັບໃຈຂ້ອຍແທ້ໆ. ຂ້ອຍບອກລາວແລ້ວທຸກຢ່າງກ່ຽວກັບຕົວຂ້ອຍທີ່ວ່າ ຂ້ອຍມີຫຍັງແດ່ ຂ້ອຍເຄີຍໄປໃສແດ່ ຂ້ອຍຮູ້ຈັກໃຜແດ່. ລາວຕ້ອງຢາກນັດພົບກັບຂ້ອຍຈົນໃຈຊິຂາດພຸ້ນລະ!
ຂ້ອຍພໍຢາກມຸດດິນໜີ! ລາວບໍ່ເຂົ້າໃຈບໍ? ເຮັດແນວໃດຂ້ອຍຈຶ່ງຈະໃຫ້ລາວເຊົາລົມໄດ້ໂດຍທີ່ບໍ່ໃຫ້ເສຍມາລະຍາດ?
ເຈົ້າໃຫຍ່ພຽງພໍແລ້ວທີ່ຈະນັດພົບ. ເຈົ້າຢາກພົບກັບຜູ້ໃດຜູ້ໜຶ່ງທີ່ມີສະເໜ່ແລະມີຄວາມເຊື່ອທາງສາສະໜາແບບດຽວກັບເຈົ້າ. (1 ໂກລິນໂທ 7:39) ແນວໃດກໍຕາມ ໃນອະດີດແຕ່ລະຄັ້ງທີ່ເຈົ້າພະຍາຍາມຈະເລີ່ມສາຍສຳພັນ ເຈົ້າກໍຮູ້ສຶກວ່າມັນຫຼົມແຫຼວທຸກຄັ້ງ. ມີຫຍັງຜິດພາດໄປບໍ? ຜູ້ຍິງມີແຕ່ຊອກຫາຜູ້ຊາຍທີ່ໜ້າຕາງາມທີ່ສຸດເທົ່ານັ້ນບໍ? ຍິງສາວຊື່ລິຊາຍອມຮັບວ່າ: “ມີກ້າມແດ່ກໍບໍ່ໄດ້ເສຍຫາຍຫຍັງໄດ໋.” ເຖິງແນວນັ້ນກໍຕາມ ຜູ້ຍິງສ່ວນຫຼາຍຊອກຫາຫຼາຍກວ່ານັ້ນອີກ. ນາງຄາລີອາຍຸ 18 ປີເວົ້າວ່າ: “ຜູ້ຊາຍທີ່ໜ້າຕາດີບາງເທື່ອຂາດຄຸນລັກສະນະທີ່ສຳຄັນບາງຢ່າງ.”
ຄຸນລັກສະນະທີ່ສຳຄັນອັນໃດແດ່ທີ່ຜູ້ຍິງຊອກຫາ? ຖ້າເຈົ້າຢາກຮູ້ຈັກກັບຜູ້ຍິງໃຫ້ດີຂຶ້ນ ມີປັດໄຈອັນໃດແດ່ທີ່ເຈົ້າຄວນພິຈາລະນາ? ແລະຫຼັກການອັນໃດແດ່ໃນຄຳພີໄບເບິນທີ່ເຈົ້າຄວນຈື່ຈຳໄວ້ໃຫ້ດີ?
ສິ່ງທີ່ຄວນເຮັດອັນດັບທຳອິດ
ກ່ອນທີ່ເຈົ້າຈະເລີ່ມຄວາມສຳພັນກັບຍິງສາວຄົນໜຶ່ງ ເຈົ້າຈຳເປັນຕ້ອງມີທັກສະພື້ນຖານບາງຢ່າງແລະທັກສະເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ເປັນໝູ່ກັບໃຜກໍໄດ້. ຂໍໃຫ້ພິຈາລະນາສິ່ງຕໍ່ໄປນີ້.
• ຈົ່ງພັດທະນາມາລະຍາດທີ່ດີ. ຄຳພີໄບເບິນກ່າວວ່າ ຄວາມຮັກ ‘ບໍ່ປະພຶດຫຍາບຄາຍ.’ (1 ໂກລິນໂທ 13:5) ມາລະຍາດທີ່ດີສະແດງວ່າເຈົ້ານັບຖືຄົນອື່ນແລະຍັງສະແດງວ່າເຈົ້າກຳລັງພັດທະນາຄຸນລັກສະນະທີ່ເປັນຜູ້ໃຫຍ່ແບບພະຄລິດ. ແນວໃດກໍຕາມ ມາລະຍາດທີ່ດີບໍ່ເປັນຄືກັບເຄື່ອງນຸ່ງທີ່ເຈົ້າໃສ່ເພື່ອໃຫ້ຄົນອື່ນປະທັບໃຈໃນຕົວເຈົ້າ ແຕ່ພັດແກ້ມັນອອກເມື່ອຢູ່ເຮືອນ. ຂໍໃຫ້ຖາມຕົວເອງວ່າ: ‘ຂ້ອຍສະແດງມາລະຍາດທີ່ດີຕໍ່ສະມາຊິກໃນຄອບຄົວບໍ?’ ຖ້າບໍ່ ກໍຈະເປັນຄືກັບວ່າເຈົ້າຝືນສະແດງມາລະຍາດທີ່ດີເມື່ອຕິດຕໍ່ພົວພັນກັບຄົນອື່ນໆນອກເຮືອນ. ຂໍໃຫ້ເຈົ້າຈື່ໄວ້ວ່າ ເພື່ອທີ່ຈະພົບວ່າເຈົ້າເປັນຄົນແບບໃດແທ້ໆ ຍິງສາວທີ່ສຸຂຸມຈະເບິ່ງວິທີທີ່ເຈົ້າປະຕິບັດກັບຄົນໃນຄອບຄົວ.—ເອເຟດ 6:1, 2.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍຮູ້ສຶກວ່າມີສະເໜ່ແທ້ໆຖ້າຜູ້ຊາຍສະແດງມາລະຍາດທີ່ດີທັງໃນເລື່ອງເລັກນ້ອຍ ເຊັ່ນ ເປີດປະຕູໃຫ້ຂ້ອຍ ແລະໃນເລື່ອງໃຫຍ່ໆເຊັ່ນ ເປັນຄົນກະລຸນາແລະເຫັນອົກເຫັນໃຈບໍ່ສະເພາະກັບຂ້ອຍແຕ່ກັບຄອບຄົວຂອງຂ້ອຍນຳ.”—ນາງ ທິນາ.
“ຂ້ອຍອຶດອັດແທ້ໆເມື່ອຫາກໍຮູ້ຈັກກັບຜູ້ຊາຍຄົນໜຶ່ງແຕ່ລາວຖາມເລື່ອງທີ່ເປັນສ່ວນຕົວຫຼາຍເກີນໄປເຊັ່ນ ‘ມີແຟນແລ້ວບໍ?’ ແລະ ‘ອັນໃດແມ່ນເປົ້າໝາຍຊີວິດຂອງເຈົ້າ?’ ນັ້ນເປັນເລື່ອງບໍ່ສຸພາບແລະເຮັດໃຫ້ຂ້ອຍຮູ້ສຶກອຶດອັດໃຈ!”—ນາງ ແຄັດທີ.
“ຂ້ອຍຮູ້ສຶກວ່າມັນເປັນການບໍ່ສະແດງຄວາມນັບຖືເມື່ອຜູ້ຊາຍຄິດວ່າເຂົາເຈົ້າສາມາດຫຼິ້ນກັບຄວາມຮູ້ສຶກຂອງເຮົາໄດ້ ເຮັດຄືກັບວ່າຄວາມຮູ້ສຶກເຮົາບໍ່ສຳຄັນ ແລະເຮົາທຸກຄົນຢາກແຕ່ງດອງຈົນໃຈຊິຂາດເຊິ່ງພວກເຮົາຢາກໃຫ້ເຂົາເຈົ້າອີ່ດູຕົນ.”—ນາງ ອາເລັກເຊຍ.
• ຮັກສາສຸຂະອະນາໄມສ່ວນຕົວ. ສຸຂະອະນາໄມທີ່ດີສະແດງວ່າເຈົ້າບໍ່ພຽງແຕ່ນັບຖືຄົນອື່ນແຕ່ຍັງນັບຖືຕົວເອງ. (ມັດທາຍ 7:12) ຖ້າເຈົ້ານັບຖືຕົວເອງ ຄົນອື່ນໆກໍຄົງຈະນັບຖືເຈົ້າຫຼາຍຂຶ້ນ. ໃນອີກດ້ານໜຶ່ງ ຖ້າເຈົ້າລະເລີຍເລື່ອງສຸຂະອະນາໄມ ມັນຈະເປັນອຸປະສັກຕໍ່ກັບຄວາມພະຍາຍາມຂອງເຈົ້າທີ່ຈະເຮັດໃຫ້ຜູ້ຍິງປະທັບໃຈ.
ສິ່ງທີ່ຍິງສາວເວົ້າ: “ຊາຍໜຸ່ມຄົນໜຶ່ງທີ່ສົນໃຈຂ້ອຍ ມີກິ່ນປາກແຮງອີ່ຫຼີ. ຂ້ອຍບໍ່ສາມາດເບິ່ງຂ້າມໄດ້ເລີຍ.”—ນາງ ເຄລີ.
• ພັດທະນາທັກສະການສົນທະນາ. ພື້ນຖານສຳລັບການມີສາຍສຳພັນທີ່ຍືນຍາວຄືການຕິດຕໍ່ສື່ຄວາມທີ່ດີ. ເວົ້າລົມກັນບໍ່ສະເພາະແຕ່ເລື່ອງຂອງເຈົ້າເອງເທົ່ານັ້ນ ແຕ່ເລື່ອງຂອງໝູ່ເຈົ້ານຳ.—(ຟີລິບ 2:3, 4) ເຈົ້າຕັ້ງໃຈຟັງແທ້ໆໃນສິ່ງທີ່ລາວຈະເວົ້າແລະຖືວ່າຄວາມຄິດເຫັນຂອງລາວມີຄ່າ.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍຮູ້ສຶກປະທັບໃຈເມື່ອຊາຍໜຸ່ມສົນທະນາກັບຂ້ອຍແບບເປັນທຳມະຊາດ ເມື່ອລາວຈື່ສິ່ງທີ່ຂ້ອຍເລົ່າໃຫ້ຟັງແລະສາມາດຕັ້ງຄຳຖາມທີ່ເຮັດໃຫ້ການສົນທະນາດຳເນີນຕໍ່ໄປ.”—ນາງ ຄລິດສະຕີນ.
“ຂ້ອຍຄິດວ່າພວກຜູ້ຊາຍຖືກດຶງດູດໃຈໃນສິ່ງທີ່ເຂົາເຈົ້າເຫັນ ແຕ່ຜູ້ຍິງຖືກດຶງດູດຫຼາຍກວ່າຈາກສິ່ງທີ່ເຂົາເຈົ້າໄດ້ຍິນ.”—ນາງ ລໍຣາ.
“ຂອງຂວັນເປັນສິ່ງທີ່ດີຫຼາຍ. ແຕ່ຖ້າຊາຍໜຸ່ມສາມາດສົນທະນາໄດ້ດີ ສາມາດໃຫ້ກຳລັງໃຈແລະປອບໂຍນເຈົ້າໄດ້ດ້ວຍຄຳເວົ້າຂອງລາວ...ນັ້ນແຫຼະຄືສະເໜ່!”—ນາງ ແອມີ.
“ຂ້ອຍຮູ້ຈັກຊາຍໜຸ່ມຄົນໜຶ່ງທີ່ສຸພາບແລະບໍ່ເຄີຍຕີສະໜິດຫຼາຍໂພດ. ທີ່ຈິງພວກເຮົາສາມາດລົມກັນຢ່າງມີຄວາມໝາຍໂດຍທີ່ລາວບໍ່ໄດ້ເວົ້າສິ່ງຕ່າງໆ ເຊັ່ນ ‘ເຈົ້າຫອມອີ່ຫຼີ’ ຫຼື ‘ມື້ນີ້ເຈົ້າເປັນຕາຮັກແທ້.’ ລາວຮັບຟັງແທ້ໆໃນສິ່ງທີ່ຂ້ອຍເວົ້າ ແລະນັ້ນເຮັດໃຫ້ຜູ້ຍິງຄົນໃດກໍຕາມຮູ້ສຶກດີ.”—ນາງ ເບັດ.
“ແນ່ນອນວ່າຂ້ອຍຢາກຮູ້ຈັກຜູ້ໃດຜູ້ໜຶ່ງໃຫ້ດີຂຶ້ນ ຖ້າຄົນນັ້ນເປັນຄົນຕະຫຼົກແລະຍັງສາມາດເວົ້າລົມໃນເລື່ອງທີ່ຈິງຈັງອື່ນໆໂດຍທີ່ຟັງແລ້ວບໍ່ເປັນແບບທຳທ່າເຮັດເອົາ.”—ນາງ ເຄລີ.
• ຈົ່ງມີຄວາມຮັບຜິດຊອບ. ຄຳພີໄບເບິນເວົ້າວ່າ: “ຄົນທຸກຄົນຈະແບກການໜັກຂອງຕົນເອງ.” (ຄາລາຊີ 6:5) ຜູ້ຍິງຈະບໍ່ສົນໃຈຜູ້ຊາຍທີ່ບໍ່ສາມາດຮັກສາວຽກຂອງຕົນເອງໄວ້ໄດ້ ເພາະເປັນຄົນຂີ້ຄ້ານຫຼືເປັນຍ້ອນວ່າໃຊ້ເວລາຫຼາຍໂພດໃນການຫຼິ້ນ.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍຫວັງວ່າຊາຍໜຸ່ມບາງຄົນຈະມີຄວາມຮັບຜິດຊອບຫຼາຍຂຶ້ນ. ເມື່ອເຂົາເຈົ້າບໍ່ມີຄວາມຮັບຜິດຊອບ ບໍ່ເປັນຕາໜ້າດຶງດູດໃຈຈັກໜ້ອຍ. ບໍ່ມີຄວາມປະທັບໃຈເລີຍ.”—ນາງ ຄາຣີ.
“ຊາຍໜຸ່ມບາງຄົນບໍ່ມີເປົ້າໝາຍທີ່ຊັດເຈນ. ຖ້າເຂົາເຈົ້າສົນໃຈຜູ້ຍິງຄົນໜຶ່ງ ແລະຮູ້ວ່າອັນໃດແມ່ນເປົ້າໝາຍຂອງລາວແລະເຂົາເຈົ້າເວົ້າວ່າ ‘ໂອ້ ນັ້ນແຫຼະເປັນສິ່ງທີ່ຂ້ອຍຕ້ອງການເຮັດໄດ໋!’ ແຕ່ການປະພຶດທີ່ເປັນຢູ່ພັດພິສູດເຖິງສິ່ງທີ່ກົງກັນຂ້າມ.”—ນາງ ເບັດ.
ການມີຄວາມຮັບຜິດຊອບແບບທີ່ກ່າວໄວ້ຂ້າງເທິງນັ້ນຈະຊ່ວຍເຈົ້າໃຫ້ມີມິດຕະພາບທີ່ດີ. ແນວໃດກໍຕາມ ເມື່ອເຈົ້າຮູ້ສຶກວ່າຕົນເອງພ້ອມແລ້ວທີ່ຈະເລີ່ມຕົ້ນສາຍສຳພັນທີ່ຈິງຈັງກັບຜູ້ຍິງຄົນໃດຄົນໜຶ່ງ ເຈົ້າຄວນເຮັດແນວໃດ?
ຂັ້ນຕອນຕໍ່ໄປ
• ຈົ່ງເປັນຝ່າຍລິເລີ່ມ. ຖ້າເຈົ້າຄິດວ່າໝູ່ທີ່ເຈົ້ານິຍົມຊົມຊອບອາດຈະເປັນຄູ່ແຕ່ງດອງທີ່ດີ ຈົ່ງບອກໃຫ້ລາວຮູ້ວ່າເຈົ້າສົນໃຈລາວ. ຈົ່ງບອກໃນແບບທີ່ຊັດເຈນແລະເຜີຍຄວາມຮູ້ສຶກຢ່າງກົງໄປກົງມາ. ແມ່ນແລ້ວ ນັ້ນອາດເປັນເລື່ອງທີ່ເປັນຕາໜ້າຫວັ່ນໃຈ. ເຈົ້າຢ້ານການຖືກປະຕິເສດ. ແຕ່ການທີ່ເຈົ້າເຕັມໃຈເປັນຝ່າຍລິເລີ່ມເປັນສັນຍະລັກສະແດງວ່າເຈົ້າເປັນຜູ້ໃຫຍ່ແລ້ວ. ແນວໃດກໍຕາມ ມີຄຳເຕືອນຢ່າງໜຶ່ງ ນີ້ບໍ່ແມ່ນການຂໍແຕ່ງດອງ. ດັ່ງນັ້ນ ຂໍໃຫ້ໄຈ້ແຍກ. ການເຂົ້າຫາແບບທີ່ເປັນຕາໜ້າເບື່ອຫຼືແບບທີ່ຈິງຈັງຫຼາຍໂພດອາດເຮັດໃຫ້ຜູ້ຍິງຮູ້ສຶກຢ້ານຫຼາຍກວ່າຈະດຶງດູດໃຈລາວ.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍອ່ານໃຈຄົນບໍ່ໄດ້. ດັ່ງນັ້ນ ຖ້າບາງຄົນຕ້ອງການຮູ້ຈັກຂ້ອຍດີຂຶ້ນ ລາວຕ້ອງຈິງໃຈແລະບອກຂ້ອຍກົງໆ.”—ນາງ ນິນາ.
“ມັນອາດເປັນເລື່ອງອຶດອັດໃຈໃນຂະນະທີ່ເຈົ້າຍັງເປັນໝູ່ກັນຢູ່. ແຕ່ຂ້ອຍຈະນັບຖືຄົນທີ່ບອກຂ້ອຍກົງໆວ່າລາວຢາກຮູ້ຈັກຂ້ອຍຫຼາຍກວ່າການເປັນໝູ່ກັນ.”—ນາງ ເຮເລນ.
• ນັບຖືການຕັດສິນໃຈຂອງຝ່າຍຍິງ. ຈະວ່າແນວໃດຖ້າໝູ່ຂອງເຈົ້າບອກວ່າລາວບໍ່ຕ້ອງການມີສາຍສຳພັນທີ່ຈິງຈັງຫຼາຍກວ່ານີ້ກັບເຈົ້າ? ຈົ່ງສະແດງວ່າເຈົ້ານັບຖືລາວໂດຍເຊື່ອວ່າລາວຮູ້ຈັກໃຈຂອງຕົນເອງດີພໍ ແລະຄຳວ່າບໍ່ຂອງລາວໝາຍຄວາມວ່າແນວນັ້ນແທ້ໆ. ຖ້າເຈົ້າຍັງຊູຊີຂໍຄົບຫາກັບລາວຢ່າງຈິງຈັງ ນີ້ຈະສະແດງວ່າເຈົ້າບໍ່ເປັນຜູ້ໃຫຍ່. ທີ່ຈິງ ຖ້າເຈົ້າບໍ່ຍອມຮັບການປະຕິເສດຂອງລາວ ຫຼືແມ່ນກະທັ່ງຄຽດທີ່ລາວປະຕິເສດ ທີ່ແທ້ແລ້ວເຈົ້າກຳລັງຄິດເຖິງຜົນປະໂຫຍດຂອງລາວຫຼືຜົນປະໂຫຍດຂອງເຈົ້າເອງ?—1 ໂກລິນໂທ 13:11.
ສິ່ງທີ່ຍິງສາວເວົ້າ: “ເປັນຕາລຳຄານເມື່ອຂ້ອຍບອກວ່າບໍ່ຢ່າງຊັດເຈນກັບຊາຍຄົນໜຶ່ງ ແຕ່ລາວກໍຍັງພະຍາຍາມນຳຕື້ຢູ່.”—ນາງ ຄໍລີນ.
“ຂ້ອຍອະທິບາຍກັບຊາຍໜຸ່ມຄົນໜຶ່ງວ່າຂ້ອຍບໍ່ສົນໃຈລາວ ແຕ່ລາວຍັງຊູຊີຢາກໄດ້ເບີໂທລະສັບຂອງຂ້ອຍ. ຂ້ອຍພະຍາຍາມປະຕິບັດແບບສຸພາບ. ເພາະວ່າມັນອາດບໍ່ແມ່ນເລື່ອງງ່າຍສຳລັບລາວທີ່ຈະກ້າບອກຄວາມຮູ້ສຶກຂອງຕົນເອງ. ແຕ່ໃນທີ່ສຸດຂ້ອຍຕ້ອງຢືນຢັນຢ່າງໜັກແໜ້ນກັບລາວ.”—ນາງ ຊາຣາ.
ສິ່ງທີ່ບໍ່ຄວນເຮັດ
ຊາຍໜຸ່ມບາງຄົນຮູ້ສຶກວ່າ ເຂົາເຈົ້າບໍ່ມີບັນຫາໃນການເຮັດໃຫ້ຜູ້ຍິງມັກຕົນ. ເຂົາເຈົ້າຍັງອາດແຂ່ງຂັນກັນທີ່ຈະສະແດງວ່າໃຜສາມາດໄດ້ຮັບຄວາມສົນໃຈຈາກຍິງສາວໄດ້ຫຼາຍທີ່ສຸດ. ແນວໃດກໍຕາມ ການແຂ່ງຂັນແບບນັ້ນເປັນເລື່ອງໂຫດຮ້າຍແລະຈະພາໃຫ້ເຈົ້າມີຊື່ສຽງທີ່ບໍ່ດີ. (ສຸພາສິດ 20:11) ເຈົ້າສາມາດຫຼີກລ່ຽງຜົນໄດ້ຮັບແບບນັ້ນໄດ້ຖ້າເຈົ້າເຮັດຕາມສິ່ງຕໍ່ໄປນີ້.
• ຢ່າກ້ຽວສາວຫຼິ້ນໆ. ຄົນທີ່ກ້ຽວສາວຫຼິ້ນໆໃຊ້ຄຳເວົ້າຍົກຍ້ອງແລະພາສາທີ່ເຍົ້າຍວນ. ລາວບໍ່ໄດ້ມີຄວາມຕັ້ງໃຈທີ່ຈະຈິງຈັງໃນເລື່ອງສາຍສຳພັນຮັກໄຄ່ທີ່ເປັນຕາໜ້ານັບຖື. ການກະທຳແລະທັດສະນະແບບນັ້ນລະເລີຍຄຳແນະນຳຂອງຄຳພີໄບເບິນທີ່ໃຫ້ປະຕິບັດກັບ “ຜູ້ຍິງຫນຸ່ມເໝືອນເປັນນ້ອງສາວໃນຄວາມບໍລິສຸດ.” (1 ຕີໂມເຕ 5:2) ຄົນທີ່ກ້ຽວສາວຫຼິ້ນໆເປັນໝູ່ທີ່ບໍ່ດີແລະເປັນຄູ່ແຕ່ງດອງທີ່ບໍ່ຈົບ. ຍິງສາວທີ່ສາຍຕາແຫຼມຄົມຮູ້ເລື່ອງນີ້.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍຄິດວ່າເປັນເລື່ອງທີ່ບໍ່ເປັນຕາໜ້າປະທັບໃຈເລີຍເມື່ອມີຄົນຍ້ອງເຈົ້າ ແລະເຈົ້າກໍຮູ້ວ່າລາວໄດ້ເວົ້າແບບດຽວກັນນີ້ກັບໝູ່ຂອງເຈົ້າເດືອນແລ້ວນີ້.”—ນາງ ເຮເລນ.
“ຊາຍໜຸ່ມມີສະເໜ່ຄົນໜຶ່ງ ຄັ້ງໜຶ່ງເລີ່ມກ້ຽວເຂົ້າຫາຂ້ອຍຫຼິ້ນໆໂດຍເວົ້າເຖິງຕົວເອງເປັນສ່ວນໃຫຍ່. ເມື່ອຍິງສາວອີກຄົນໜຶ່ງມາຮ່ວມກຸ່ມຂອງເຮົາ ຊາຍໜຸ່ມນັ້ນກໍເຮັດແບບດຽວກັນກັບລາວ. ຕໍ່ມາຍິງສາວຄົນທີສາມກໍມາຮ່ວມກຸ່ມກັບເຮົາອີກ ແລະຊາຍໜຸ່ມນັ້ນກໍໃຊ້ວິທີການແບບດຽວກັນນັ້ນອີກ. ບໍ່ແມ່ນສິ່ງທີ່ເປັນຕາເຮັດເລີຍ!”—ນາງ ທິນາ.
• ຢ່າຫຼິ້ນກັບຄວາມຮູ້ສຶກຂອງຜູ້ຍິງ. ຢ່າຄາດໝາຍວ່າມິດຕະພາບກັບຄົນທີ່ເປັນເພດກົງກັນຂ້າມຈະຄືກັນກັບມິດຕະພາບກັບຄົນທີ່ເປັນເພດດຽວກັນ. ເພາະເຫດໃດ? ຂໍໃຫ້ພິຈາລະນາເບິ່ງ ຖ້າເຈົ້າທ້ວງໝູ່ຜູ້ຊາຍວ່າລາວເບິ່ງງາມໃນເຄື່ອງນຸ່ງຊຸດໃໝ່ຫຼືເຈົ້າເວົ້າລົມກັບໝູ່ຜູ້ນັ້ນເປັນປະຈຳແລະເປີດເຜີຍເລື່ອງຕ່າງໆກັບລາວ ລາວຄົງຈະບໍ່ຄິດວ່າເຈົ້າສົນໃຈລາວແບບລັກສະນະບ່າວສາວ. ແຕ່ຖ້າເຈົ້າຍ້ອງຜູ້ຍິງກ່ຽວກັບຮູບຮ່າງໜ້າຕາຂອງລາວຫຼືເວົ້າລົມກັບລາວເປັນປະຈຳແລະເປີດເຜີຍຄວາມໃນໃຈກັບລາວ ລາວອາດຄິດວ່າເຈົ້າກຳລັງສົນໃຈລາວແບບລັກສະນະບ່າວສາວ.
ສິ່ງທີ່ຍິງສາວເວົ້າ: “ຂ້ອຍຄິດວ່າຜູ້ຊາຍບໍ່ເຂົ້າໃຈດອກວ່າເຂົາເຈົ້າບໍ່ສາມາດປະຕິບັດກັບຜູ້ຍິງແບບດຽວກັບທີ່ປະຕິບັດກັບໝູ່ຜູ້ຊາຍນຳກັນ.”—ນາງ ເຊີຣີນ.
“ຊາຍໜຸ່ມຄົນໜຶ່ງຈະຂໍເບີໂທລະສັບຂ້ອຍແລະຫຼັງຈາກນັ້ນຂ້ອຍກໍໄດ້ຮັບຂໍ້ຄວາມຈາກລາວ. ທີ່ຈິງແລ້ວລາວຄິດແນວໃດ? ບາງທີເຈົ້າສາມາດມີສາຍສຳພັນຜ່ານຂໍ້ຄວາມທາງໂທລະສັບແລະຮູ້ສຶກຜູກພັນທາງອາລົມໄດ້ ແຕ່ເຈົ້າຈະເວົ້າຫຍັງໄດ້ຫຼາຍສ່ຳໃດໃນຂໍ້ຄວາມນັ້ນ?”—ນາງ ມໍລີ.
“ຂ້ອຍຄິດວ່າຜູ້ຊາຍບໍ່ຮູ້ວ່າຜູ້ຍິງສາມາດຮູ້ສຶກຜູກພັນໄດ້ໄວຫຼາຍໂດຍສະເພາະຖ້າຜູ້ຊາຍນັ້ນເອົາໃຈແລະເວົ້າລົມນຳໄດ້ງ່າຍ. ນັ້ນບໍ່ແມ່ນຍ້ອນຜູ້ຍິງໝົດຫົນທາງ. ຂ້ອຍພຽງແຕ່ຄິດວ່າຜູ້ຍິງສ່ວນຫຼາຍຕ້ອງການມີຄວາມຮັກແລະເຂົາເຈົ້າຈຶ່ງມອງຫາ ‘ຄົນທີ່ແມ່ນ’ ສຳລັບຕົນເອງ.”—ນາງ ອາລິສັນ.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 3 ຂອງເຫຼັ້ມທີ 2
ເຈົ້າຈະໄຈ້ແຍກຄວາມແຕກຕ່າງລະຫວ່າງຄວາມຮັກແລະຄວາມຫຼົງໄຫຼໄດ້ແນວໃດ?
ຂໍ້ພະຄຳພີຫຼັກ
“ໃຫ້ເອົາເພດຄົນໃໝ່ຫົ່ມໄວ້ທີ່ນິລະມິດສ້າງຂຶ້ນໃໝ່ຕາມພະເຈົ້າໃນຄວາມຊອບທຳແລະໃນຄວາມບໍລິສຸດແຫ່ງຄວາມຈິງ.”—ເອເຟດ 4:24.
ຄຳແນະນຳ
ຂໍໃຫ້ຖາມຜູ້ໃຫຍ່ທີ່ອາວຸໂສຈັກສອງສາມຄົນວ່າທັກສະອັນໃດທີ່ເຂົາເຈົ້າຄິດວ່າສຳຄັນທີ່ສຸດສຳລັບຊາຍໜຸ່ມທີ່ຈະພັດທະນາໃຫ້ກ້າວໜ້າ ແລະໃຫ້ລອງເບິ່ງວ່ານີ້ເປັນດ້ານທີ່ເຈົ້າຈຳເປັນຕ້ອງພະຍາຍາມຕື່ມອີກຫຼືບໍ່.
ເຈົ້າຮູ້ບໍ . . .?
ສິ່ງທີ່ປາກົດພາຍນອກມີຄວາມສຳຄັນໜ້ອຍກວ່າສິ່ງທີ່ເປັນຢູ່ພາຍໃນ.
ແຜນພາກປະຕິບັດ!
ຂ້ອຍຄວນສະແດງມາລະຍາດຫຼາຍຂຶ້ນຕື່ມໃນຂົງເຂດທີ່ ․․․․․
ເພື່ອປັບປຸງທັກສະການສົນທະນາຂອງຂ້ອຍ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຕ້ອງການຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຈົ້າຈະສະແດງໃຫ້ເຫັນໂດຍວິທີໃດວ່າເຈົ້ານັບຖືຕົວເອງ?
• ເຈົ້າຈະສະແດງໃຫ້ເຫັນໂດຍວິທີໃດວ່າເຈົ້ານັບຖືຄວາມຄິດແລະຄວາມຮູ້ສຶກຂອງຜູ້ຍິງ?
[ຈຸດເດັ່ນໜ້າ 198]
“ຜູ້ຊາຍຄິດວ່າເພື່ອຈະເຮັດໃຫ້ຜູ້ຍິງປະທັບໃຈເຂົາເຈົ້າຕ້ອງແຕ່ງຕົວໃນແບບໜຶ່ງສະເພາະ ຫຼືມີໜ້າຕາແບບໜຶ່ງສະເພາະ. ໃນຂະນະທີ່ເລື່ອງນີ້ເປັນຈິງໃນລະດັບໜຶ່ງ ຂ້ອຍຄິດວ່າຜູ້ຍິງຫຼາຍຄົນສົນໃຈນິດໄສໃຈຄໍທີ່ດີຫຼາຍກວ່າ.”—ນາງ ເຄັດ
[ຮູບພາບໜ້າ 197]
ມາລະຍາດທີ່ດີບໍ່ເປັນຄືກັບເຄື່ອງນຸ່ງທີ່ເຈົ້າໃສ່ເພື່ອໃຫ້ຄົນອື່ນປະທັບໃຈໃນຕົວເຈົ້າ ແຕ່ພັດແກ້ມັນອອກເມື່ອຢູ່ເຮືອນ