ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 3 ໜ້າ 28-41
  • ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮູ້​ຈັກ​ໂຕເອງ​ກ່ອນ
  • ຂ້ອຍ​ເລືອກ​ແຕ່ງດອງ​ກັບ​ໃຜ​ກໍ​ໄດ້ ບໍ?
  • ຢ່າ​ເບິ່ງ​ແຕ່​ພາຍ​ນອກ
  • ເຮົາ​ຄວນ​ເລີກ​ກັນ​ບໍ?
  • ວິທີ​ບອກ​ເລີກ
  • ຜົນ​ຈາກ​ການ​ເລີກ​ກັນ
  • ຂ້ອຍ​ພ້ອມ​ທີ່​ຈະ​ມີ​ແຟນ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ຟື້ນ​ຕົວ​ໄດ້​ແນວ​ໃດ​ພາຍ​ຫຼັງ​ທີ່​ຍຸດຕິ​ສາຍ​ສຳພັນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ລັກ​ຄົບ​ກັນ​ມັນ​ຊິ​ເປັນ​ຫຍັງ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ຫຍັງ​ຂ້ອຍ​ຢ້ານ​ທີ່​ຈະ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ຢູ່​ໂຮງ​ຮຽນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 3 ໜ້າ 28-41

ບົດ​ທີ 3

ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?

ໃຊ້​ເວລາ​ຈັກ​ໜ້ອຍ​ໜຶ່ງ​ເຮັດ​ແບບ​ທົດສອບ​ຕໍ່​ໄປ​ນີ້:

ເຈົ້າ​ຄິດ​ວ່າ​ຄົນ​ທີ່​ຈະ​ມາ​ເປັນ​ຄູ່​ຊີວິດ​ຂອງ​ເຈົ້າ​ຄວນ​ມີ​ຄຸນລັກສະນະ​ແນວ​ໃດ? ໃຫ້​ເລືອກ​ປະມານ​ສີ່​ຂໍ້​ທີ່​ເຈົ້າ​ຮູ້ສຶກ​ວ່າ​ສຳຄັນ​ໂດຍ​ໝາຍ ✔ ທາງ​ໜ້າ.

□ ຮູບ​ຮ່າງ​ໜ້າ​ຕາ​ດີ □ ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ

□ ເປັນ​ກັນເອງ □ ໄວ້ໃຈ​ໄດ້

□ ເປັນ​ທີ່​ນິຍົມ □ ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ

□ ຕະຫຼົກ □ ຈິງຈັງ​ກັບ​ເປົ້າໝາຍ

ຕອນ​ເຈົ້າ​ອາຍຸ​ຍັງ​ນ້ອຍ ເຈົ້າ​ເຄີຍ​ມັກ​ໃຜ​ບໍ? ຕອນ​ນັ້ນ​ເຈົ້າ​ຄິດ​ວ່າ​ຄຸນລັກສະນະ​ໃດ​ສຳຄັນ​ທີ່​ສຸດ ໃຫ້​ໝາຍ.

ຄຸນລັກສະນະ​ໃນ​ລາຍການ​ທາງ​ເທິງ​ນັ້ນ​ບໍ່​ມີ​ຂໍ້​ໃດ​ຜິດ. ແຕ່​ລະ​ຂໍ້​ກໍ​ດີ​ໝົດ. ເມື່ອ​ເຈົ້າ​ຫຼົງ​ຮັກ​ຜູ້​ໃດ​ຜູ້​ໜຶ່ງ​ຕອນ​ທີ່​ອາຍຸ​ຍັງ​ນ້ອຍ ເຈົ້າ​ກໍ​ມັກ​ຈະ​ເບິ່ງ​ຄົນ​ນັ້ນ​ແຕ່​ຜິວເຜີນ. ເຈົ້າ​ຈຶ່ງ​ເລືອກ​ຕອບ​ຄຸນລັກສະນະ​ທີ່​ຢູ່​ເບື້ອງ​ຊ້າຍ​ແມ່ນ​ບໍ?

ແຕ່​ເມື່ອ​ເຈົ້າ​ອາຍຸ​ຫຼາຍ​ຂຶ້ນ ເຈົ້າ​ຈະ​ເລີ່ມ​ຮູ້​ຈັກ​ຄິດ​ແລະ​ສັງເກດ​ສິ່ງ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ. ແລ້ວ​ເຈົ້າ​ກໍ​ຈະ​ເລືອກ​ຄຸນລັກສະນະ​ທີ່​ຢູ່​ເບື້ອງ​ຂວາ. ຕົວຢ່າງ​ເຊັ່ນ ເຈົ້າ​ເລີ່ມ​ເຫັນ​ວ່າ​ຜູ້​ຍິງ​ງາມໆ​ທີ່​ຢູ່ແຖວ​ບ້ານ​ໄວ້ໃຈ​ບໍ່​ຄ່ອຍ​ໄດ້ ຫຼື​ຜູ້​ຊາຍ​ທີ່​ເປັນ​ທີ່​ນິຍົມ​ທີ່​ສຸດ​ໃນ​ຫ້ອງ​ຮຽນ​ອາດ​ບໍ່​ໄດ້​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ເມື່ອ​ເຈົ້າ​ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ເບິ່ງ​ແຕ່​ຄຸນລັກສະນະ​ທີ່​ຜິວເຜີນ​ຕອນ​ທີ່​ເຈົ້າ​ຢາກ​ຮູ້​ວ່າ “ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?”

ຮູ້​ຈັກ​ໂຕເອງ​ກ່ອນ

ກ່ອນ​ຈະ​ເບິ່ງ​ວ່າ​ໃຜ​ທີ່​ເໝາະ​ກັບ​ເຈົ້າ ເຈົ້າ​ຕ້ອງ​ຮູ້​ຈັກ​ໂຕເອງ​ໃຫ້​ດີ​ກ່ອນ. ເພື່ອ​ຈະ​ຮູ້​ຈັກ​ໂຕເອງ​ຫຼາຍ​ຂຶ້ນ ໃຫ້​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ຂ້ອຍ​ມີ​ຂໍ້​ດີ​ຫຍັງ​ແດ່? ․․․․․

ຂ້ອຍ​ມີ​ຂໍ້​ເສຍ​ຫຍັງ​ແດ່? ․․․․․

ຂ້ອຍ​ຢາກ​ໃຫ້​ຄູ່​ແຕ່ງດອງ​ເຮັດ​ກັບ​ຂ້ອຍ​ແນວ​ໃດ ແລະ​ຂ້ອຍ​ຢາກ​ມີ​ສາຍ​ສຳພັນ​ແບບ​ໃດ​ກັບ​ພະເຈົ້າ? ․․․․․

ການ​ຮູ້​ຈັກ​ໂຕເອງ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ການ​ຖາມ​ໂຕເອງ​ດ້ວຍ​ຄຳ​ຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້. ເມື່ອ​ເຈົ້າ​ຮູ້​ຈັກ​ໂຕເອງ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ຕ້ອງ​ເລືອກ​ຄົນ​ແບບ​ໃດ​ຈຶ່ງ​ຈະ​ຊ່ວຍ​ເສີມ​ຂໍ້​ດີ​ຂອງ​ເຈົ້າ​ແທນ​ທີ່​ຈະ​ເຮັດ​ໃຫ້​ເຫັນ​ຂໍ້​ເສຍ​ຂອງ​ເຈົ້າ​ແຈ້ງ​ຂຶ້ນ.a ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຄິດ​ວ່າ​ໄດ້​ເຈິ​ຄົນ​ນັ້ນ​ແລ້ວ?

ຂ້ອຍ​ເລືອກ​ແຕ່ງດອງ​ກັບ​ໃຜ​ກໍ​ໄດ້ ບໍ?

“ແລງ​ນີ້​ໄປ​ກິນ​ເຂົ້າ​ນຳ​ກັນ​ບໍ່?” ເມື່ອ​ໄດ້​ຍິນ​ຄຳ​ຖາມ​ນີ້ ເຈົ້າ​ອາດ​ຈະ​ຮູ້ສຶກ​ຢ້ານ​ຈົນ​ໂຕ​ສັ່ນ ຫຼື​ດີ​ໃຈ​ຈົນ​ເຕັ້ນ​ໄປ​ເຕັ້ນ​ມາ ເຊິ່ງ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ໃຜ​ຖາມ. ຖ້າ​ເຈົ້າ​ຕອບ​ຕົກ​ລົງ. ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ນີ້​ແຫຼະ​ເໝາະ​ກັບ​ເຈົ້າ?

ສົມມຸດ​ວ່າ​ເຈົ້າ​ຢາກ​ຊື້​ເກີບ​ໃໝ່. ເຈົ້າ​ໄປ​ຮ້ານ​ແລະ​ເຈິ​ຄູ່​ທີ່​ເຈົ້າ​ມັກ. ແຕ່​ເມື່ອ​ເຈົ້າ​ລອງ​ໃສ່​ຄູ່​ນັ້ນ​ແລ້ວ ເຈົ້າ​ພັດ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ​ເພາະ​ມັນ​ຄັບ​ໂພດ. ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ຍັງ​ຈະ​ຊື້​ເກີບ​ຄູ່​ນັ້ນ​ບໍ​ເຖິງ​ວ່າ​ມັນ​ຈະ​ຄັບ ຫຼື​ເຈົ້າ​ຈະ​ຊອກ​ຫາ​ຄູ່​ໃໝ່? ແນ່ນອນ ເຈົ້າ​ຄື​ຊິ​ເອົາ​ເກີບ​ຄູ່​ນັ້ນ​ໄປ​ໄວ້​ບ່ອນ​ເກົ່າ ແລ້ວ​ຊອກ​ຫາ​ຄູ່​ໃໝ່. ເຈົ້າ​ຄື​ຊິ​ບໍ່​ພະຍາຍາມ​ໃສ່​ເກີບ​ຄູ່​ນັ້ນ​ໃຫ້​ໄດ້​ແມ່ນ​ບໍ?

ການ​ເລືອກ​ຄູ່​ຊີວິດ​ກໍ​ຄື​ກັນ. ໃນ​ຊ່ວງ​ໄລຍະ​ເວລາ​ໜຶ່ງ ອາດ​ຈະ​ມີ​ເພດ​ກົງ​ກັນ​ຂ້າມ​ຫຼາຍ​ຄົນ​ທີ່​ຖືກ​ໃຈ​ເຈົ້າ ແຕ່​ກໍ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ເໝາະ​ກັບ​ເຈົ້າ. ເຈົ້າ​ຄື​ຊິ​ຢາກ​ເຈິ​ຄົນ​ທີ່​ຢູ່​ນຳ​ແລ້ວ​ສະບາຍ​ໃຈ ຍ້ອນ​ເຂົ້າ​ກັບ​ເຈົ້າ​ໄດ້​ດີ​ທັງ​ດ້ານ​ນິດໄສ​ແລະ​ເປົ້າໝາຍ​ຊີວິດ. (ປະຖົມມະການ 2:18; ມັດທາຍ 19:4-6) ເຈົ້າ​ເຈິ​ຄົນ​ແບບ​ນີ້​ແລ້ວ​ບໍ? ຖ້າ​ເຈິ​ແລ້ວ ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ນີ້​ເໝາະ​ກັບ​ເຈົ້າ?

ຢ່າ​ເບິ່ງ​ແຕ່​ພາຍ​ນອກ

ເພື່ອ​ຈະ​ຮູ້​ວ່າ​ຄົນ​ນັ້ນ​ເໝາະ​ກັບ​ເຈົ້າ​ຫຼື​ບໍ່ ເຈົ້າ​ຕ້ອງ​ເບິ່ງ​ຄົນ​ນັ້ນ​ຕາມ​ຄວາມ​ເປັນ​ຈິງ. ຢ່າ​ລືມ​ວ່າ ເຈົ້າ​ມັກ​ຈະ​ເຫັນ​ແຕ່​ສິ່ງ​ທີ່​ເຈົ້າ​ຢາກ​ເຫັນ​ເທົ່າ​ນັ້ນ. ດັ່ງນັ້ນ ໃຫ້​ໃຈ​ເຢັນໆ. ຄ່ອຍໆ​ໃຊ້​ເວລາ​ສັງເກດ​ວ່າ​ຄົນ​ນັ້ນ​ເປັນ​ແນວ​ໃດ​ແທ້ໆ. ສົມມຸດ​ວ່າ​ເຈົ້າ​ຢາກ​ຊື້​ລົດ​ຄັນ​ໜຶ່ງ. ເຈົ້າ​ຄື​ຊິ​ຄົ້ນຄວ້າ​ຂໍ້ມູນ​ຢ່າງ​ລະອຽດ​ກ່ຽວກັບ​ລົດ​ທີ່​ຈະ​ຊື້​ແມ່ນ​ບໍ? ເຈົ້າ​ຄື​ຊິ​ບໍ່​ເບິ່ງ​ແຕ່​ສະພາບ​ພາຍ​ນອກ​ຂອງ​ລົດ ແຕ່​ຈະ​ເບິ່ງ​ເລິກ​ລົງ​ໄປ​ອີກ​ເຊັ່ນ ກວດ​ເບິ່ງ​ສະພາບ​ຂອງ​ເຄື່ອງ​ຈັກ​ແມ່ນ​ບໍ?

ການ​ເລືອກ​ຄູ່​ຊີວິດ​ເປັນ​ເລື່ອງ​ທີ່​ສຳຄັນ​ກວ່າ​ການ​ເລືອກ​ລົດ. ແຕ່​ຫຼາຍ​ຄົນ​ທີ່​ມີ​ແຟນ​ມັກ​ເບິ່ງ​ແຕ່​ພາຍ​ນອກ. ເຂົາເຈົ້າ​ສົນໃຈ​ແຕ່​ຮູບ​ຮ່າງ​ໜ້າ​ຕາ​ຫຼື​ສົນໃຈ​ແຕ່​ວ່າ​ເຂົາເຈົ້າ​ມີ​ຫຍັງ​ທີ່​ຄື​ກັນ​ແດ່​ເຊັ່ນ: ‘ເຮົາ​ມັກ​ຟັງ​ເພງ​ແນວ​ດຽວ​ກັນ.’ ‘ເຮົາ​ມັກ​ເຮັດ​ນັ້ນ​ເຮັດ​ນີ້​ຄື​ກັນ.’ ‘ເຮົາ​ບໍ່​ເຄີຍ​ຂັດແຍ່ງ​ກັນ​ເລີຍ!’ ຄື​ທີ່​ບອກ​ໄວ້​ແຕ່​ຕອນ​ຕົ້ນ ຖ້າ​ເຈົ້າ​ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ ເຈົ້າ​ຈະ​ບໍ່​ເບິ່ງ​ແຕ່​ຄຸນລັກສະນະ​ທີ່​ຜິວເຜີນ ແຕ່​ເຈົ້າ​ຈະ​ເບິ່ງ​ເລິກ​ລົງ​ໄປ​ເຖິງ “ຄວາມ​ງາມ​ທີ່​ຢູ່​ພາຍ​ໃນ” ຂອງ​ຄົນ​ນັ້ນ.—1 ເປໂຕ 3:4; ເອເຟໂຊ 3:16

ຢ່າ​ສົນໃຈ​ແຕ່​ວ່າ​ພວກ​ເຈົ້າ​ທັງ​ສອງ​ມັກ​ຫຍັງ​ຄື​ກັນ ແຕ່​ໃຫ້​ສັງເກດ​ວ່າ​ເມື່ອ​ມີ​ຄວາມ​ຄິດ​ເຫັນ​ບໍ່​ກົງ​ກັນ ແຕ່​ລະ​ຄົນ​ຈະ​ມີ​ປະຕິກິລິຍາ​ແນວ​ໃດ. ຕົວຢ່າງ​ເຊັ່ນ ເມື່ອ​ຂັດແຍ່ງ​ກັນ ລາວ​ຍັງ​ຢືນຢັນ​ຈະ​ເຮັດ​ຕາມ​ວິທີ​ຂອງ​ລາວ​ແລະ​ເຖິງຂັ້ນ “ໃຈ​ຮ້າຍ” ຫຼື “ເວົ້າ​ດູຖູກ” ບໍ? (ຄາລາເຕຍ 5:19, 20; ໂກໂລຊາຍ 3:8) ຫຼື​ລາວ​ເປັນ​ຄົນ​ທີ່​ມີ​ເຫດຜົນ ແລະ​ຍອມ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ອີກ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ທີ່​ບໍ່​ຂັດ​ກັບ​ຫຼັກການ​ຂອງ​ພະເຈົ້າ?—ຢາໂກໂບ 3:17

ອີກ​ຢ່າງ​ໜຶ່ງ​ທີ່​ຕ້ອງ​ສັງເກດ​ແມ່ນ ຄົນ​ນັ້ນ​ມັກ​ຄວບຄຸມ​ຫຼື​ພະຍາຍາມ​ໃຊ້​ເລ່ລ່ຽມ​ໃຫ້​ເຈົ້າ​ເຮັດ​ຕາມ​ໃຈ​ລາວ​ບໍ? ລາວ​ຫຶງ​ຫວງ ຫຼື​ຂີ້​ອິດສາ​ບໍ? ລາວ​ຕ້ອງ​ຮູ້​ຕະຫຼອດ​ບໍ​ວ່າ​ເຈົ້າ​ໄປ​ໃສ​ມາ​ໃສ​ແດ່? ນິໂຄ​ເວົ້າ​ວ່າ: “ຂ້ອຍ​ເຄີຍ​ໄດ້​ຍິນ​ບາງ​ຄູ່​ຜິດ​ກັນ​ຍ້ອນ​ຝ່າຍ​ໜຶ່ງ​ຮັບ​ບໍ່​ໄດ້​ທີ່​ອີກ​ຝ່າຍ​ໜຶ່ງ​ບໍ່​ໂທມາ​ລາຍງານ​ວ່າ​ຕອນນີ້​ຢູ່​ໃສ​ຫຼື​ເຮັດ​ຫຍັງ​ຢູ່. ຂ້ອຍ​ຄິດ​ວ່າ​ຈັກ​ໜ້ອຍ​ກໍ​ຄື​ຊິ​ມີ​ບັນຫາ​ແທ້ໆ​ແຫຼະ.”—1 ໂກຣິນໂທ 13:4

ບັນຫາ​ຕ່າງໆ​ທີ່​ເວົ້າ​ໄປ​ເປັນ​ເລື່ອງ​ຂອງ​ນິດໄສ​ໃຈ​ຄໍ​ແລະ​ການ​ປະພຶດ. ແຕ່​ອີກ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ກໍ​ຄື ການ​ຮູ້​ຈັກ​ຊື່​ສຽງ​ຂອງ​ຄົນ​ທີ່​ເຈົ້າ​ມັກ. ຄົນ​ອື່ນ​ເບິ່ງ​ລາວ​ແນວ​ໃດ? ເຈົ້າ​ໜ້າ​ຈະ​ລົມ​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ທີ່​ຮູ້​ຈັກ​ລາວ​ມາ​ດົນ​ພໍ​ສົມຄວນ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ລາວ​ຖືກ ‘ເວົ້າ​ເຖິງ​ໃນ​ແງ່​ດີ’ ຫຼື​ບໍ່.—ກິດຈະການ 16:1, 2

ຖ້າ​ເຈົ້າ​ຢາກ​ຮູ້​ວ່າ​ຄົນ​ທີ່​ເຈົ້າ​ມັກ​ເປັນ​ຄົນ​ແນວ​ໃດ​ແລະ​ເໝາະ​ກັບ​ເຈົ້າ​ແທ້ໆ​ບໍ ກໍ​ໃຫ້​ເຈົ້າ​ສັງເກດ​ວ່າ​ລາວ​ເປັນ​ແນວ​ໃດ​ໃນ​ເລື່ອງ​ຕໍ່​ໄປ​ນີ້.

ນິດໄສ​ໃຈ​ຄໍ ․․․․․

ການ​ປະພຶດ ․․․․․

ຊື່​ສຽງ ․․․․․

ເຈົ້າ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ຂອບ “ລາວ​ຈະ​ເປັນ​ຜົວ​ທີ່​ດີ​ບໍ?” ໃນ​ໜ້າ 39 ຫຼື “ລາວ​ຈະ​ເປັນ​ເມຍ​ທີ່​ດີ​ບໍ?” ໃນ​ໜ້າ 40. ຄຳ​ຖາມ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຄົນ​ນັ້ນ​ເໝາະ​ທີ່​ຈະ​ເປັນ​ຄູ່​ຊີວິດ​ຂອງ​ເຈົ້າ​ຫຼື​ບໍ່.

ຖ້າ​ພິຈາລະນາ​ແລ້ວ​ເຫັນ​ວ່າ​ຄົນ​ນີ້​ອາດ​ບໍ່​ເໝາະ​ກັບ​ເຈົ້າ​ເດ ຈະ​ເຮັດ​ແນວ​ໃດ? ເຈົ້າ​ກໍ​ຕ້ອງ​ຄິດ​ດີໆ​ວ່າ:

ເຮົາ​ຄວນ​ເລີກ​ກັນ​ບໍ?

ບາງ​ເທື່ອ​ການ​ເລີກ​ກັນ​ກໍ​ໜ້າ​ຈະ​ດີ​ກວ່າ. ຂໍ​ໃຫ້​ເບິ່ງ​ປະສົບການ​ຂອງ​ຈິວ. ລາວ​ເວົ້າ​ວ່າ: “ຕອນ​ທຳອິດ ຂ້ອຍ​ດີ​ໃຈ​ທີ່​ແຟນ​ຂ້ອຍ​ເປັນ​ຫ່ວງ​ຢູ່​ຕະຫຼອດ​ວ່າ​ຂ້ອຍ​ຢູ່​ໃສ ເຮັດ​ຫຍັງ​ຢູ່ ແລະ​ຢູ່​ກັບ​ໃຜ. ແຕ່​ຕໍ່​ມາ​ລາວ​ກໍ​ເປັນ​ຫ່ວງ​ຫຼາຍ​ໂພດ​ຈົນ​ບໍ່​ຍອມ​ໃຫ້​ຂ້ອຍ​ຢູ່​ກັບ​ໃຜ​ເລີຍ​ນອກ​ຈາກ​ລາວ. ຕອນ​ທີ່​ໃຊ້​ເວລາ​ຢູ່​ກັບ​ຄອບຄົວ ລາວ​ກໍ​ຍັງ​ອິດສາ​ຮອດ​ພໍ່​ຂ້ອຍ. ເມື່ອ​ຂ້ອຍ​ເລີກ​ກັບ​ລາວ ຂ້ອຍ​ຈຶ່ງ​ຮູ້ສຶກ​ໂລ່ງໃຈ​ຫຼາຍ​ແທ້ໆ!”

ຊາຣາ​ກໍ​ມີ​ປະສົບການ​ທີ່​ຄ້າຍໆ​ກັນ. ລາວ​ເລີ່ມ​ສັງເກດ​ເຫັນ​ວ່າ​ຈອນ​ຊາຍ​ໜຸ່ມ​ທີ່​ລາວ​ຄົບຫາ​ຢູ່​ເປັນ​ຄົນ​ມັກ​ເຮັດ​ໃສ່ ເອົາ​ແຕ່​ໃຈ​ໂຕເອງ ແລະ​ບໍ່​ມີ​ມາລະຍາດ. ຊາຣາ​ເລົ່າ​ວ່າ: “ມີ​ເທື່ອ​ໜຶ່ງ ລາວ​ມາ​ຊ້າ​ຕັ້ງ​ສາມ​ຊົ່ວໂມງ! ເມື່ອ​ແມ່​ຂ້ອຍ​ເປີດ​ປະຕູ​ໃຫ້ ລາວ​ກໍ​ບໍ່​ສົນໃຈ​ແມ່​ຂ້ອຍ​ເລີຍ ແຕ່​ລາວ​ຫຼຽວ​ມາ​ຮ້າຍ​ຂ້ອຍ​ວ່າ: ‘ຂ້ຽວ​ໄປ​ເທາະ. ເຮົາ​ຊ້າ​ແລ້ວ.’ ລາວ​ບໍ່​ໄດ້​ບອກ​ວ່າ ‘ລາວ​ຊ້າ’ ແຕ່​ບອກ​ວ່າ ‘ເຮົາ​ຊ້າ.’ ລາວ​ຄວນ​ຈະ​ຂໍໂທດ​ຫຼື​ອະທິບາຍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ມາ​ຊ້າ. ທີ່​ສຳຄັນ ລາວ​ຄວນ​ນັບຖື​ແມ່​ຂອງ​ຂ້ອຍ!” ແນ່ນອນ​ວ່າ ການ​ກະທຳ​ທີ່​ບໍ່​ດີ​ພຽງ​ເທື່ອ​ດຽວ​ບໍ່​ແມ່ນ​ສາເຫດ​ທີ່​ເຮັດ​ໃຫ້​ເລີກ​ກັນ. (ເພງ​ສັນລະເສີນ 130:3) ເມື່ອ​ຊາຣາ​ຮູ້​ວ່າ​ຈອນ​ບໍ່​ໄດ້​ເຮັດ​ແບບ​ນີ້​ກັບ​ແມ່​ຂອງ​ລາວ​ເທົ່າ​ນັ້ນ ແຕ່​ຈອນ​ເຮັດ​ແບບ​ນີ້​ກັບ​ທຸກ​ຄົນ​ຈົນ​ເປັນ​ນິດໄສ ລາວ​ຈຶ່ງ​ຕັດສິນໃຈ​ເລີກ​ກັບ​ຈອນ.

ຄື​ກັບ​ຈິວ​ແລະ​ຊາຣາ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຄົນ​ທີ່​ກຳລັງ​ຄົບ​ຢູ່​ບໍ່​ເໝາະ​ທີ່​ຈະ​ເປັນ​ຄູ່​ຂອງ​ເຈົ້າ ເຈົ້າ​ຈະ​ເຮັດ​ແນວ​ໃດ? ຢ່າ​ເບິ່ງ​ຂ້າມ​ຄວາມ​ຮູ້ສຶກ​ນັ້ນ! ເຖິງ​ວ່າ​ຈະ​ທຳ​ໃຈ​ໄດ້​ຍາກ ແຕ່​ເລີກ​ກັນ​ກໍ​ໜ້າ​ຈະ​ດີ​ກວ່າ. ສຸພາສິດ 22:3 ບອກ​ວ່າ: “ຄົນ​ສະຫຼາດ​ເຫັນ​ອັນຕະລາຍ​ແລ້ວ​ໜີ​ໄປ​ລີ້.” ດັ່ງນັ້ນ ຖ້າ​ຄົນ​ທີ່​ເຈົ້າ​ຄົບ​ຢູ່​ມີ​ນິດໄສ​ທີ່​ບໍ່​ດີ​ຄື​ທີ່​ບອກ​ໄວ້​ໃນ​ໜ້າ 39 ແລະ 40 ເຈົ້າ​ກໍ​ຄວນ​ເລີກ​ກັບ​ລາວ ຫຼື​ຢ່າງ​ໜ້ອຍ​ກໍ​ຢຸດ​ຄວາມ​ສຳພັນ​ໄວ້​ຊົ່ວຄາວ​ຈົນ​ກວ່າ​ລາວ​ຈະ​ປັບປຸງ​ໂຕເອງ​ໄດ້. ແມ່ນ​ຢູ່​ວ່າ ການ​ເລີກ​ກັນ​ບໍ່​ແມ່ນ​ເລື່ອງ​ງ່າຍ. ແຕ່​ການ​ແຕ່ງດອງ​ເປັນ​ການ​ຜູກພັນ​ຖາວອນ. ຍອມ​ເຈັບ​ປວດ​ໃຈ​ຊົ່ວຄາວ​ໃນ​ຕອນນີ້ ກໍ​ດີ​ກວ່າ​ເສຍໃຈ​ໄປ​ຕະຫຼອດ​ຊີວິດ​ຍ້ອນ​ເລືອກ​ຄູ່​ແຕ່ງດອງ​ຜິດ!

ວິທີ​ບອກ​ເລີກ

ເຈົ້າ​ຈະ​ບອກ​ເລີກ​ລາວ​ແນວ​ໃດ? ທຳອິດ ໃຫ້​ເລືອກ​ບ່ອນ​ເໝາະສົມ​ທີ່​ຈະ​ລົມ​ກັນ. ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ເປັນ​ເຈົ້າ ເຈົ້າ​ຢາກ​ໃຫ້​ຄົນ​ນັ້ນ​ເຮັດ​ແນວ​ໃດ. (ມັດທາຍ 7:12) ເຈົ້າ​ຄື​ຊິ​ບໍ່​ຢາກ​ໃຫ້​ລາວ​ບອກ​ເລີກ​ເຈົ້າ​ຕໍ່​ໜ້າ​ຄົນ​ອື່ນ​ແມ່ນ​ບໍ? ການ​ບອກ​ເລີກ​ໂດຍ​ຝາກ​ຂໍ້​ຄວາມ​ຜ່ານ​ທາງ​ເຄື່ອງ​ຮັບ​ໂທລະສັບ ສົ່ງ​ຂໍ້​ຄວາມ ຫຼື​ອີເມວ​ກໍ​ບໍ່​ຄ່ອຍ​ເໝາະ​ປານ​ໃດ ນອກ​ຈາກ​ອີກ​ຝ່າຍ​ຈະ​ເປັນ​ຄົນ​ທີ່​ຮຸນແຮງ​ຫຼື​ລົມ​ກັນ​ຍາກ. ເຈົ້າ​ຄວນ​ເລືອກ​ເວລາ​ແລະ​ສະຖານ​ທີ່​ທີ່​ຈະ​ລົມ​ກັນ​ເລື່ອງ​ນີ້​ໄດ້​ສະດວກ.

ເຈົ້າ​ຄວນ​ເວົ້າ​ແນວ​ໃດ? ອັກຄະສາວົກ​ໂປໂລ​ກະຕຸ້ນ​ໃຫ້​ຄລິດສະຕຽນ “ເວົ້າ​ຄວາມ​ຈິງ” ຕໍ່​ກັນ. (ເອເຟໂຊ 4:25) ດັ່ງນັ້ນ ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ເວົ້າ​ຢ່າງ​ໜັກແໜ້ນ​ແຕ່​ກໍ​ບໍ່​ທຳຮ້າຍ​ຈິດ​ໃຈ. ບອກ​ໃຫ້​ຈະ​ແຈ້ງ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ແຟນ​ກັນ​ຕໍ່​ໄປ​ບໍ່​ໄດ້. ເຈົ້າ​ບໍ່​ຄວນ​ຕຳໜິ​ຫຼື​ເວົ້າ​ເຖິງ​ຂໍ້​ຜິດ​ພາດ​ຂອງ​ລາວ​ຫຼາຍ. ຢ່າ​ເວົ້າ​ວ່າ “ເຈົ້າ​ບໍ່​ເຄີຍ” ເຮັດ​ແບບ​ນັ້ນ​ແບບ​ນີ້ ແຕ່​ໃຫ້​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ ເຊັ່ນ “ຂ້ອຍ​ຢາກ​ຢູ່​ກັບ​ຄົນ​ທີ່ . . . ” ຫຼື “ຂ້ອຍ​ຄິດ​ວ່າ​ເຮົາ​ຄວນ​ເລີກ​ກັນ​ຍ້ອນ . . . ”

ເຈົ້າ​ບໍ່​ຄວນ​ລັງເລ​ຫຼື​ຍອມ​ໃຫ້​ຄົນ​ນັ້ນ​ເຮັດ​ໃຫ້​ເຈົ້າ​ປ່ຽນ​ໃຈ. ຈື່​ໄວ້​ວ່າ ເຈົ້າ​ມີ​ເຫດຜົນ​ໜັກແໜ້ນ​ທີ່​ຈະ​ເລີກ​ກັບ​ລາວ. ດັ່ງນັ້ນ ຖ້າ​ລາວ​ພະຍາຍາມ​ໃຊ້​ເລ່ລ່ຽມ​ເພື່ອ​ໃຫ້​ເຈົ້າ​ປ່ຽນ​ໃຈ ກໍ​ຢ່າ​ຍອມ. ໄວລຸ້ນ​ຍິງ​ທີ່​ຊື່​ລໍຣີ​ເວົ້າ​ວ່າ: “ຫຼັງ​ຈາກ​ທີ່​ເລີກ​ກັນ ແຟນ​ເກົ່າ​ຂອງ​ຂ້ອຍ​ເຮັດ​ທຳທ່າ​ໝົດ​ອາໄລ​ຕາຍ​ຢາກ. ຂ້ອຍ​ຄິດ​ວ່າ​ລາວ​ເຮັດ​ເພື່ອ​ໃຫ້​ຂ້ອຍ​ຮູ້ສຶກ​ອີ່ຕົນ​ລາວ. ຕອນ​ນັ້ນ​ຂ້ອຍ​ອີ່ຕົນ​ລາວ​ອີ່ຫຼີ ແຕ່​ຂ້ອຍ​ກໍ​ບໍ່​ຍອມ​ປ່ຽນ​ໃຈ.” ຄື​ກັນ​ກັບ​ລໍຣີ ເຈົ້າ​ຄວນ​ຮູ້​ໃຈ​ໂຕເອງ​ແລະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້. ໃຫ້​ຄຳ​ວ່າ​ບໍ່​ຂອງ​ເຈົ້າ​ໝາຍ​ຄວາມ​ວ່າ​ບໍ່.—ຢາໂກໂບ 5:12

ຜົນ​ຈາກ​ການ​ເລີກ​ກັນ

ຫຼັງ​ຈາກ​ເລີກ​ກັນ ເປັນ​ເລື່ອງ​ທຳມະດາ​ທີ່​ເຈົ້າ​ຈະ​ຮູ້ສຶກ​ເສຍໃຈ​ຫຼື​ບໍ່​ສະບາຍ​ໃຈ​ຢູ່​ໄລຍະ​ໜຶ່ງ. ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ເພງ​ສັນລະເສີນ​ທີ່​ເວົ້າ​ວ່າ: “ລູກ​ທຸກໃຈ​ແລະ​ເສົ້າໃຈ​ຫຼາຍ. ລູກ​ຍ່າງ​ໄປ​ຍ່າງ​ມາ​ດ້ວຍ​ຄວາມ​ໂສກເສົ້າ​ໝົດ​ມື້.” (ເພງ​ສັນລະເສີນ 38:6) ໝູ່​ທີ່​ຫວັງ​ດີ​ບາງ​ຄົນ​ອາດ​ພະຍາຍາມ​ຊ່ວຍ​ເຈົ້າ​ໂດຍ​ສະໜັບສະໜູນ​ໃຫ້​ເຈົ້າ​ກັບ​ໄປ​ຄົບ​ກັບ​ຄົນ​ນັ້ນ​ອີກ​ເທື່ອ​ໜຶ່ງ. ຢ່າ​ລືມ​ວ່າ ຜູ້​ທີ່​ຕ້ອງ​ຮັບ​ຜົນ​ຈາກ​ການ​ຕັດສິນໃຈ​ເທື່ອ​ນີ້​ແມ່ນ​ເຈົ້າ​ເອງ ບໍ່​ແມ່ນ​ໝູ່​ທີ່​ຫວັງ​ດີ. ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ຢືນຢັດ​ໝັ້ນຄົງ​ຕໍ່​ໄປ​ເຖິງ​ວ່າ​ຈະ​ເສຍໃຈ​ກັບ​ສິ່ງ​ທີ່​ເກີດຂຶ້ນ​ກໍ​ຕາມ.

ໃນ​ທີ່​ສຸດ ຄວາມ​ຮູ້ສຶກ​ເຈັບ​ປວດ​ຂອງ​ເຈົ້າ​ກໍ​ຈະ​ຫາຍ​ໄປ. ແຕ່​ໃນ​ລະຫວ່າງ​ນີ້ ໃຫ້​ເຈົ້າ​ລອງ​ເຮັດ​ແບບ​ນີ້​ເບິ່ງ​ເພື່ອ​ຈະ​ຮູ້ສຶກ​ດີ​ຂຶ້ນ.

ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ກັບ​ຄົນ​ທີ່​ເຈົ້າ​ໄວ້ໃຈ.b (ສຸພາສິດ 15:22) ອະທິດຖານ​ບອກ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້. (ເພງ​ສັນລະເສີນ 55:22) ຢ່າ​ປ່ອຍ​ໃຫ້​ໂຕເອງ​ວ່າງ. (1 ໂກຣິນໂທ 15:58) ຢ່າ​ແຍກ​ໂຕ​ຈາກ​ຄົນ​ອື່ນ! (ສຸພາສິດ 18:1) ໃຫ້​ເລີ່ມ​ຫຼິ້ນ​ກັບ​ໝູ່​ທີ່​ຈະ​ເສີມສ້າງ​ເຈົ້າ​ແລະ​ພະຍາຍາມ​ຄິດ​ໃນ​ແງ່​ບວກ.—ຟີລິບປອຍ 4:8

ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ອາດ​ເຈິ​ຄົນ​ໃໝ່. ເທື່ອ​ນີ້​ເຈົ້າ​ຮູ້​ວ່າ​ຄວນ​ເລືອກ​ຄົບ​ຄົນ​ແບບ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ເພາະ​ເຈົ້າ​ມີ​ປະສົບການ​ມາ​ແລ້ວ. ເມື່ອ​ຮອດ​ຕອນ​ນັ້ນ ເຈົ້າ​ເອງ​ອາດ​ຈະ​ໝັ້ນໃຈ​ວ່າ ຄົນ​ນີ້​ແຫຼະ​ທີ່​ເໝາະ​ກັບ​ຂ້ອຍ.

ອ່ານ​ເພີ່ມເຕີມ​ກ່ຽວກັບ​ຫົວຂໍ້​ນີ້​ໃນ​ເຫຼັ້ມ​ທີ 1 ບົດ​ທີ 31

ໃນ​ບົດ​ຕໍ່​ໄປ

ລະຫວ່າງ​ທີ່​ເປັນ​ແຟນ​ກັນ ເຈົ້າ​ທັງ​ສອງ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ສ່ຳ​ໃດ​ຈຶ່ງ​ເໝາະສົມ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ການ​ພິຈາລະນາ​ຄຳ​ຖາມ​ໃນ​ຫົວຂໍ້​ຍ່ອຍ “ເຈົ້າ​ພ້ອມ​ທີ່​ຈະ​ແຕ່ງດອງ​ແລ້ວ​ບໍ? ຂອງ​ບົດ​ທີ 1 ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ໂຕເອງ​ຫຼາຍ​ຂຶ້ນ”

b ພໍ່​ແມ່​ຫຼື​ຜູ້​ໃຫຍ່​ຄົນ​ອື່ນໆ ເຊັ່ນ ຜູ້​ເບິ່ງແຍງ​ຄລິດສະຕຽນ​ສາມາດ​ຊ່ວຍ​ເຈົ້າ​ໄດ້. ບາງ​ຄົນ​ອາດ​ເລົ່າ​ໃຫ້​ເຈົ້າ​ຟັງ​ວ່າ ສະໄໝ​ທີ່​ລາວ​ຍັງ​ເປັນ​ໄວລຸ້ນ ລາວ​ກໍ​ເຄີຍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຄ້າຍໆ​ກັບ​ເຈົ້າ.

ຂໍ້​ຄຳພີ​ຫຼັກ

“ການ​ກະທຳ​ຂອງ​ເດັກນ້ອຍ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ໄດ້​ວ່າ ລາວ​ເປັນ​ຄົນ​ທີ່​ບໍລິສຸດ​ແລະ​ສັດຊື່​ຫຼື​ບໍ່.”—ສຸພາສິດ 20:11

ຄຳ​ແນະນຳ

ເຮັດ​ກິດຈະກຳ​ທີ່​ເຮັດ​ໃຫ້​ເຫັນ​ຄຸນລັກສະນະ​ຂອງ​ກັນ​ແລະ​ກັນ​ເຊັ່ນ:

● ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ.

● ສັງເກດ​ວ່າ​ອີກ​ຝ່າຍ​ໜຶ່ງ​ເປັນ​ແນວ​ໃດ​ໃນ​ເລື່ອງ​ການ​ປະຊຸມ​ປະຊາຄົມ​ແລະ​ການ​ປະກາດ.

● ອະນາໄມ​ຫໍປະຊຸມ​ແລະ​ຊ່ວຍ​ວຽກ​ໂຄງ​ການ​ກໍ່ສ້າງ​ຫໍປະຊຸມ​ນຳ​ກັນ.

ເຈົ້າ​ຮູ້​ບໍ . . . ?

ຈາກ​ການ​ວິໄຈ​ສະແດງ​ໃຫ້​ເຫັນ​ວ່າ​ຄູ່​ຜົວ​ເມຍ​ທີ່​ນັບຖື​ສາສະໜາ​ຕ່າງ​ກັນ​ມັກ​ມີ​ໂອກາດ​ຢ່າຮ້າງ​ຫຼາຍ​ກວ່າ​ຄູ່​ຜົວ​ເມຍ​ທີ່​ນັບຖື​ສາສະໜາ​ດຽວ​ກັນ.

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ມັກ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ ຂ້ອຍ​ຈະ ․․․․․

ຖ້າ​ຢາກ​ຮູ້​ວ່າ​ຄົນ​ທີ່​ຂ້ອຍ​ມັກ​ມີ​ຊື່​ສຽງ​ແນວ​ໃດ ຂ້ອຍ​ສາມາດ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເຈົ້າ​ມີ​ຂໍ້​ດີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ຊີວິດ​ຄູ່​ມີ​ຄວາມ​ສຸກ?

● ເຈົ້າ​ຄິດ​ວ່າ​ຄູ່​ແຕ່ງດອງ​ຂອງ​ເຈົ້າ​ຕ້ອງ​ເປັນ​ຄົນ​ແນວ​ໃດ?

● ຖ້າ​ເຈົ້າ​ແຕ່ງດອງ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຄື​ເຈົ້າ ເຈົ້າ​ຈະ​ເຈິ​ບັນຫາ​ຫຍັງ​ແດ່?

● ເຈົ້າ​ຈະ​ຮູ້​ຈັກ​ນິດໄສ​ໃຈ​ຄໍ ການ​ປະພຶດ ແລະ​ຊື່​ສຽງ​ຂອງ​ຄົນ​ທີ່​ເຈົ້າ​ມັກ​ໄດ້​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 37]

”ແຟນ​ຂອງ​ເຈົ້າ​ເຮັດ​ກັບ​ຄອບຄົວ​ຂອງ​ລາວ​ເອງ​ແນວ​ໃດ ລາວ​ກໍ​ຈະ​ເຮັດ​ກັບ​ເຈົ້າ​ແນວ​ນັ້ນ​ຄື​ກັນ.”—ໂທນີ

[ຂອບ​ໜ້າ 34]

“ຢ່າ​ມີ​ສ່ວນ​ຮ່ວມ”

ຫຼັກການ​ໃນ​ຄຳພີ​ໄບເບິນ​ທີ່​ຢູ່​ໃນ 2 ໂກຣິນໂທ 6:14 ບອກ​ວ່າ “ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ.” ເຈົ້າ​ຄື​ຊິ​ຍອມຮັບ​ວ່າ​ຫຼັກການ​ນີ້​ດີ. ແຕ່​ເຈົ້າ​ອາດ​ຈະ​ຍັງ​ມັກ​ຄົນ​ທີ່​ບໍ່​ເຊື່ອ​ຢູ່​ດີ. ຍ້ອນຫຍັງ? ບາງ​ເທື່ອ​ກໍ​ເປັນ​ຍ້ອນ​ວ່າ​ຄົນ​ນັ້ນ​ງາມ​ຫຼື​ຫຼໍ່. ໄວລຸ້ນ​ຊາຍ​ທີ່​ຊື່​ມາກ​ເວົ້າ​ວ່າ: “ຕອນ​ທີ່​ຮຽນ​ວິຊາ​ພາລະ​ສຶກສາ ຂ້ອຍ​ເຈິ​ຜູ້​ຍິງ​ຄົນ​ນີ້​ຕະຫຼອດ. ລາວ​ມັກ​ຈະ​ຍ່າງ​ມາ​ຫາ​ຂ້ອຍ​ແລະ​ຊວນ​ຂ້ອຍ​ລົມ​ນຳ. ເຮົາ​ກໍ​ເລີຍ​ສະໜິດ​ກັນ.”

ຖ້າ​ເຈົ້າ​ຮູ້​ຈັກ​ໂຕເອງ​ດີ ມີ​ຄວາມ​ໝັ້ນໃຈ​ໃນ​ມາດຕະຖານ​ຂອງ​ພະເຈົ້າ ແລະ​ເປັນ​ຜູ້​ໃຫຍ່​ພໍ​ທີ່​ຈະ​ບໍ່​ເຮັດ​ຫຍັງ​ຕາມ​ອາລົມ​ຄວາມ​ຮູ້ສຶກ ເຈົ້າ​ກໍ​ຈະ​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ. ເຖິງ​ວ່າ​ຄົນ​ທີ່​ເຈົ້າ​ມັກ​ຈະ​ໜ້າ​ຕາ​ດີ ມີ​ສະເໜ່ ຫຼື​ນິດໄສ​ດີ​ສ່ຳ​ໃດ ລາວ​ກໍ​ຊ່ວຍ​ເຈົ້າ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ບໍ່​ໄດ້.—ຢາໂກໂບ 4:4

ແນ່ນອນ​ວ່າ ຖ້າ​ເຈົ້າ​ສະໜິດ​ກັບ​ລາວ​ຈົນ​ເປັນ​ແຟນ​ກັນ ແລ້ວ​ຄິດ​ທີ່​ຈະ​ເລີກ​ກໍ​ຄື​ຊິ​ບໍ່​ງ່າຍ. ໄວລຸ້ນ​ຍິງ​ທີ່​ຊື່​ຊິນ​ດີ້​ກໍ​ເຈິ​ເລື່ອງ​ແບບ​ນີ້. ລາວ​ເລົ່າ​ວ່າ: “ຂ້ອຍ​ຮ້ອງໄຫ້​ທຸກ​ມື້. ຂ້ອຍ​ຄິດ​ຮອດ​ຜູ້​ຊາຍ​ຄົນ​ນີ້​ຕະຫຼອດ​ເວລາ​ແມ່ນ​ແຕ່​ຕອນ​ທີ່​ກຳລັງ​ປະຊຸມ​ຢູ່. ຂ້ອຍ​ຮັກ​ລາວ​ຫຼາຍ​ຈົນ​ຄິດ​ວ່າ​ຂ້ອຍ​ຍອມ​ຕາຍ​ດີ​ກວ່າ​ທີ່​ຈະ​ເສຍ​ລາວ​ໄປ.” ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຊິນ​ດີ້​ກໍ​ເຫັນ​ວ່າ​ດີ​ແລ້ວ​ທີ່​ແມ່​ແນະນຳ​ບໍ່​ໃຫ້​ຄົບ​ກັບ​ຄົນ​ທີ່​ບໍ່​ເຊື່ອ. ລາວ​ເລົ່າ​ຕໍ່​ວ່າ: “ດີ​ທີ່​ຂ້ອຍ​ເລີກ​ກັບ​ລາວ. ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ຂ້ອຍ.”

ເຈົ້າ​ຕົກ​ຢູ່​ໃນ​ສະຖານະການ​ຄ້າຍ​ກັບ​ຊິນ​ດີ້​ບໍ? ຖ້າ​ເປັນ​ແນວ​ນັ້ນ ກໍ​ຢ່າ​ຮັບມື​ດ້ວຍ​ໂຕເອງ! ເຈົ້າ​ສາມາດ​ລົມ​ເລື່ອງ​ນີ້​ກັບ​ພໍ່​ແມ່​ໄດ້. ຈິມ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ​ເມື່ອ​ລາວ​ຫຼົງ​ໄຫຼ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ໂຮງຮຽນ. ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພໍ່​ແມ່. ນີ້​ຈຶ່ງ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນັ້ນ​ໄດ້.” ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ກໍ​ສາມາດ​ຊ່ວຍ​ເຈົ້າ​ໄດ້​ຄື​ກັນ. ເຈົ້າ​ໜ້າ​ຈະ​ລອງ​ໄປ​ຫາ​ຜູ້​ເບິ່ງແຍງ​ແລະ​ເລົ່າ​ເລື່ອງ​ທີ່​ເຈົ້າ​ກຳລັງ​ເຈິ​ຢູ່​ໃຫ້​ເຂົາເຈົ້າ​ຟັງ.—ເອຊາຢາ 32:1, 2

[ຂອບ/ຮູບ​ພາບ​ໜ້າ 39]

ສາລະບານ​ແບບ​ສອບ​ຖາມ

ລາວ​ຈະ​ເປັນ​ຜົວ​ທີ່​ດີບໍ?

ສິ່ງ​ສຳຄັນ​ທີ່​ຕ້ອງ​ຮູ້​ກ່ຽວກັບ​ລາວ

◻ ລາວ​ໃຊ້​ອຳນາດ​ແນວ​ໃດ?—ມັດທາຍ 20:25, 26

◻ ລາວ​ມີ​ເປົ້າໝາຍ​ຫຍັງ?—1 ຕີໂມທຽວ 4:15

◻ ຕອນນີ້​ລາວ​ກຳລັງ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ບໍ?—1 ໂກຣິນໂທ 9:26, 27

◻ ລາວ​ເຮັດ​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ແນວ​ໃດ?—ອົບພະຍົບ 20:12

◻ ໝູ່​ຂອງ​ລາວ​ເປັນ​ຄົນ​ແນວ​ໃດ?—ສຸພາສິດ 13:20

◻ ລາວ​ມັກ​ລົມ​ເລື່ອງ​ຫຍັງ​ແດ່?—ລູກາ 6:45

◻ ລາວ​ຄິດ​ແນວ​ໃດ​ກ່ຽວກັບ​ເງິນ?—ເຮັບເຣີ 13:5, 6

◻ ລາວ​ມັກ​ຄວາມ​ບັນເທີງ​ແບບ​ໃດ?—ເພງ​ສັນລະເສີນ 97:10

◻ ລາວ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແນວ​ໃດ?—1 ໂຢຮັນ 5:3

ຂໍ້​ດີ

◻ ລາວ​ເປັນ​ຄົນ​ດຸ​ໝັ່ນ​ບໍ?—ສຸພາສິດ 6:9-11

◻ ລາວ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ເງິນ​ບໍ?—ລູກາ 14:28

◻ ລາວ​ມີ​ຊື່​ສຽງ​ທີ່​ດີ​ບໍ?—ກິດຈະການ 16:1, 2

◻ ລາວ​ຄິດ​ເຖິງ​ຄົນ​ອື່ນ​ບໍ?—ຟີລິບປອຍ 2:4

ນິດໄສ​ບໍ່​ດີ​ທີ່​ຊີ້​ໃຫ້​ເຫັນ​ບັນຫາ

◻ ລາວ​ໃຈ​ຮ້າຍ​ງ່າຍ​ບໍ?—ສຸພາສິດ 22:24

◻ ລາວ​ພະຍາຍາມ​ໂນ້ມນ້າວ​ໃຫ້​ເຈົ້າ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ບໍ?—ຄາລາເຕຍ 5:19

◻ ລາວ​ທຳຮ້າຍ​ຜູ້​ອື່ນ​ທາງ​ຮ່າງກາຍ​ຫຼື​ເວົ້າ​ຫຍາບ​ຄາຍ​ບໍ?—ເອເຟໂຊ 4:31

◻ ລາວ​ຮູ້ສຶກ​ວ່າ​ບໍ່​ມ່ວນ​ຖ້າ​ບໍ່​ໄດ້​ກິນ​ເຫຼົ້າ​ບໍ?—ສຸພາສິດ 20:1

◻ ລາວ​ຂີ້​ອິດສາ​ແລະ​ເຫັນ​ແກ່​ໂຕ​ບໍ?—1 ໂກຣິນໂທ 13:4, 5

[ຂອບ/ຮູບ​ພາບ​ໜ້າ 40]

ສາລະບານ​ແບບ​ສອບ​ຖາມ

ລາວ​ຈະ​ເປັນ​ເມຍ​ທີ່​ດີ​ບໍ?

ສິ່ງ​ສຳຄັນ​ທີ່​ຕ້ອງ​ຮູ້​ກ່ຽວກັບ​ລາວ

◻ ລາວ​ເປັນ​ຄົນ​ທີ່​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຄອບຄົວ​ຫຼື​ໃນ​ປະຊາຄົມ​ບໍ?—ເອເຟໂຊ 5:21, 22

◻ ລາວ​ເຮັດ​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ແນວ​ໃດ?—ອົບພະຍົບ 20:12

◻ ໝູ່​ຂອງ​ລາວ​ເປັນ​ຄົນ​ແນວ​ໃດ?—ສຸພາສິດ 13:20

◻ ລາວ​ມັກ​ລົມ​ເລື່ອງ​ຫຍັງ?—ລູກາ 6:45

◻ ລາວ​ຄິດ​ແນວ​ໃດ​ກ່ຽວກັບ​ເງິນ?—1 ໂຢຮັນ 2:15-17

◻ ລາວ​ມີ​ເປົ້າໝາຍ​ຫຍັງ?—1 ຕີໂມທຽວ 4:15

◻ ຕອນນີ້​ລາວ​ກຳລັງ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ບໍ?—1 ໂກຣິນໂທ 9:26, 27

◻ ລາວ​ມັກ​ຄວາມ​ບັນເທີງ​ແບບ​ໃດ?—ເພງ​ສັນລະເສີນ 97:10

◻ ລາວ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແນວ​ໃດ?—1 ໂຢຮັນ 5:3

ຂໍ້​ດີ

◻ ລາວ​ເປັນ​ຄົນ​ດຸ​ໝັ່ນ​ບໍ?—ສຸພາສິດ 31:17, 19, 21, 22, 27

◻ ລາວ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ເງິນ​ບໍ?—ສຸພາສິດ 31:16, 18

◻ ລາວ​ມີ​ຊື່​ສຽງ​ທີ່​ດີ​ບໍ?—ນາງ​ຣຸດ 3:11

◻ ລາວ​ຄິດ​ເຖິງ​ຄົນ​ອື່ນ​ບໍ?—ສຸພາສິດ 31:20

ນິດໄສ​ບໍ່​ດີ​ທີ່​ຊີ້​ໃຫ້​ເຫັນ​ບັນຫາ

◻ ລາວ​ມັກ​ຫາ​ເລື່ອງ​ຜິດ​ຖຽງ​ກັນ​ບໍ?—ສຸພາສິດ 21:19

◻ ລາວ​ພະຍາຍາມ​ໂນ້ມນ້າວ​ໃຫ້​ເຈົ້າ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ບໍ?—ຄາລາເຕຍ 5:19

◻ ລາວ​ທຳຮ້າຍ​ຜູ້​ອື່ນ​ທາງ​ຮ່າງກາຍ​ຫຼື​ເວົ້າ​ຫຍາບ​ຄາຍ​ບໍ?—ເອເຟໂຊ 4:31

◻ ລາວ​ຮູ້ສຶກ​ວ່າ​ບໍ່​ມ່ວນ​ຖ້າ​ບໍ່​ໄດ້​ດື່ມ​ເຫຼົ້າ​ບໍ?—ສຸພາສິດ 20:1

◻ ລາວ​ຂີ້​ອິດສາ​ແລະ​ເອົາ​ແຕ່​ໃຈ​ໂຕເອງ​ບໍ?—1 ໂກຣິນໂທ 13:4, 5

[ຮູບ​ພາບ​ໜ້າ 30]

ບໍ່​ແມ່ນ​ເກີບ​ທຸກ​ຂະໜາດ​ທີ່​ເຈົ້າ​ຈະ​ໃສ່​ໄດ້​ພໍ​ດີ ຄ້າຍຄື​ກັນ ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ເໝາະ​ກັບ​ເຈົ້າ

[ຮູບ​ພາບ​ໜ້າ 31]

ຖ້າ​ເຈົ້າ​ຊື້​ລົດ ເຈົ້າ​ຄື​ຊິ​ບໍ່​ເບິ່ງ​ແຕ່​ສະພາບ​ພາຍ​ນອກ​ແມ່ນ​ບໍ? ເມື່ອ​ເລືອກ​ຄູ່​ແຕ່ງດອງ ເຈົ້າ​ກໍ​ແຮ່ງ​ຕ້ອງ​ເບິ່ງ​ເລິກ​ລົງ​ໄປ​ຫຼາຍ​ກວ່າ​ນັ້ນ​ອີກ!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌