ບົດທີ 31
ຂ້ອຍຈະຟື້ນຕົວໄດ້ແນວໃດພາຍຫຼັງທີ່ຍຸດຕິສາຍສຳພັນ?
“ເຮົາຕິດຕໍ່ຝາກຮັກກັນເປັນເວລາຫົກເດືອນ ແລະເປັນໝູ່ກັນເປັນເວລາຫ້າປີ. ເມື່ອລາວຕ້ອງການຍຸດຕິສາຍສຳພັນ ລາວບໍ່ກ້າແມ່ນແຕ່ຈະບອກຂ້ອຍ. ລາວມີແຕ່ເຊົາເວົ້ານຳຂ້ອຍ. ຂ້ອຍບໍ່ຮູ້ຈະເຮັດແນວໃດ. ຄວາມຜິດຫວັງແມ່ນມີຢ່າງລົ້ນເຫຼືອ. ຂ້ອຍຖາມຕົວເອງຕະຫຼອດວ່າ ‘ຂ້ອຍເຮັດຫຍັງຜິດບໍ?’”—ນາງ ຣາເຊວ.
ການຍຸດຕິຄວາມສຳພັນສາມາດທຳລາຍຄວາມຮູ້ສຶກທີ່ດີຂອງເຈົ້າແລະປ່ຽນແທນດ້ວຍຄວາມສິ້ນຫວັງ. ຂໍໃຫ້ພິຈາລະນາເລື່ອງຂອງທ້າວເຈຟແລະນາງຊູຊານ ເຊິ່ງຕິດຕໍ່ຝາກຮັກກັນເປັນເວລາສອງປີ. ໃນໄລຍະເວລານັ້ນຄວາມຜູກພັນທາງອາລົມໄດ້ພັດທະນາຂຶ້ນ. ເຈຟໄດ້ສົ່ງຂໍ້ຄວາມບອກຮັກຊູຊານທາງໂທລະສັບໝົດມື້ໝົດເວັນ. ໃນບາງໂອກາດ ເຈຟໃຫ້ຂອງຂວັນຊູຊານເພື່ອສະແດງວ່າລາວຄິດຮອດຊູຊານ. ຊູຊານເວົ້າວ່າ: “ເຈຟຕັ້ງໃຈຟັງແລະພະຍາຍາມເຂົ້າໃຈຂ້ອຍ. ລາວເຮັດໃຫ້ຂ້ອຍຮູ້ສຶກວ່າເປັນຄົນພິເສດ.”
ຫຼັງຈາກນັ້ນບໍ່ດົນ ເຈຟແລະຊູຊານກໍເວົ້າລົມກັນເລື່ອງການແຕ່ງດອງແລະບ່ອນທີ່ເຂົາເຈົ້າຈະຢູ່ກິນນຳກັນໃນຖານະຜົວເມຍ. ເຈຟເຖິງຂັ້ນວ່າໄດ້ຖາມກ່ຽວກັບຂະໜາດແຫວນຂອງຊູຊານ. ຈາກນັ້ນໂດຍກະທັນຫັນ ເຈຟໄດ້ຍົກເລີກຄວາມສຳພັນທີ່ມີຕໍ່ກັນ! ຊູຊານຫົວໃຈແຕກສະຫຼາຍ. ດ້ວຍຄວາມຕົກຕະລຶງ ລາວຈຶ່ງໃຊ້ຊີວິດໃນແຕ່ລະມື້ຢ່າງເສີຍຊາຄືກັບຄົນທີ່ບໍ່ມີຄວາມຮູ້ສຶກ. ລາວເວົ້າວ່າ: “ຂ້ອຍກາຍເປັນຄົນອ່ອນເພຍເປ້ຍລ່ອຍທັງທາງຈິດໃຈແລະທາງຮ່າງກາຍ.”a
ສາເຫດທີ່ເຈັບປວດ
ຖ້າເຈົ້າຕົກຢູ່ໃນສະພາບການຄ້າຍຄືກັບຊູຊານ ເຈົ້າອາດສົງໄສວ່າ: ‘ຂ້ອຍຈະຜ່ານພົ້ນໄລຍະເວລານີ້ໄປໄດ້ແນວໃດ?’ ຄວາມເຈັບປວດໃຈຂອງເຈົ້າເປັນສິ່ງທີ່ເຂົ້າໃຈໄດ້. ກະສັດຊາໂລໂມນຂຽນວ່າ: “ຄວາມຮັກມີແຮງຄືຄວາມຕາຍ.” ດັ່ງນັ້ນ ການຍຸດຕິສາຍສຳພັນອາດເປັນປະສົບການທີ່ເຈັບປວດໃຈທີ່ສຸດທີ່ເຈົ້າເຄີຍປະສົບມາ. ທີ່ຈິງ ບາງຄົນບອກວ່າການຍຸດຕິສາຍສຳພັນເຮັດໃຫ້ຮູ້ສຶກວ່າຮ່າງກາຍໄດ້ຕາຍໄປໃນບາງສ່ວນ. ເຈົ້າອາດເຖິງຂັ້ນພົບວ່າຕົວເອງກຳລັງປະສົບກັບຂັ້ນຕອນເຫຼົ່ານີ້ແລະອາດລວມເຖິງລັກສະນະອື່ນໆຂອງຄວາມໂສກເສົ້າເຊັ່ນ
ການບໍ່ຍອມຮັບຄວາມຈິງ. ‘ສາຍສຳພັນຂອງເຮົາບໍ່ໄດ້ຍຸດຕິລົງ. ລາວຈະປ່ຽນໃຈໃນອີກມື້ໜຶ່ງຫຼືສອງມື້.’
ຄວາມຄຽດຮ້າຍ. ‘ລາວເຮັດແບບນັ້ນກັບຂ້ອຍໄດ້ແນວໃດ. ຂ້ອຍຊັງລາວ!’
ຄວາມທໍ້ແທ້ໃຈ. ‘ຂ້ອຍເປັນຄົນບໍ່ດີ ບໍ່ມີໃຜຮັກຂ້ອຍເລີຍ.’
ການຍອມຮັບຄວາມຈິງ. ‘ຂ້ອຍຈະກັບຄືນສູ່ສະພາບປົກກະຕິ. ການຍຸດສາຍສຳພັນເຮັດໃຫ້ເຈັບປວດ ແຕ່ຂ້ອຍກຳລັງຟື້ນຕົວໄດ້.’
ຂ່າວດີກໍຄື ເຈົ້າສາມາດ ບັນລຸເຖິງຂັ້ນທີ່ວ່າຍອມຮັບຄວາມຈິງໄດ້. ເພື່ອບັນລຸເຖິງຂັ້ນນີ້ໄດ້ຈະໃຊ້ເວລາຫຼາຍໜ້ອຍສ່ຳໃດນັ້ນແມ່ນຂຶ້ນຢູ່ກັບປັດໄຈຫຼາຍປະການ ລວມທັງໄລຍະເວລາຂອງຄວາມສຳພັນຂອງເຈົ້າແລະລະດັບຂອງຄວາມສຳພັນນັ້ນວ່າໄດ້ພັດທະນາໄປໄກເຖິງຂັ້ນໃດແລ້ວ. ໃນຂະນະດຽວກັນ ເຈົ້າຈະຮັບມືກັບອາການອົກຫັກໄດ້ແນວໃດ?
ມຸ່ງໄປຂ້າງໜ້າ
ເຈົ້າອາດໄດ້ຍິນຄຳເວົ້າທີ່ວ່າ ເວລາຈະຊ່ວຍຮັກສາບາດແຜທຸກຢ່າງ. ເມື່ອເຈົ້າຫາກໍເຊົາຄົບຫາກັນໃໝ່ໆ ຄຳເວົ້ານີ້ອາດບໍ່ມີຄວາມໝາຍຫຍັງເລີຍ. ນັ້ນເປັນຍ້ອນເວລາເປັນພຽງແຕ່ສ່ວນໜຶ່ງຂອງການແກ້ບັນຫາ. ຍົກຕົວຢ່າງ ບາດແຜຢູ່ຜິວໜັງຂອງເຈົ້າຈະເຊົາໃນເວລາອັນສົມຄວນ ແຕ່ຕອນນີ້ ເຈົ້າຮູ້ສຶກເຈັບ. ເຈົ້າຕ້ອງເຮັດໃຫ້ເລືອດເຊົາໄຫຼແລະເຮັດໃຫ້ຄວາມເຈັບປວດຫລຸດຜ່ອນລົງ. ເຈົ້າຍັງຕ້ອງຮັກສາບໍ່ໃຫ້ບາດແຜຕິດເຊື້ອ. ເປັນແບບດຽວກັນນັ້ນກັບບາດແຜທາງອາລົມ. ຕອນນີ້ເຈົ້າຮູ້ສຶກເຈັບ. ແຕ່ມີຂັ້ນຕອນຕ່າງໆທີ່ຈະເຮັດໄດ້ເພື່ອຫລຸດຜ່ອນຄວາມເຈັບປວດແລະເຮັດໃຫ້ເຈົ້າບໍ່ຕ້ອງຈົມຢູ່ກັບຄວາມຂົມຂື່ນ. ເວລາຈະຊ່ວຍເຈົ້າໃນເລື່ອງນີ້ ແຕ່ເຈົ້າຈະເຮັດສ່ວນຂອງເຈົ້າໄດ້ແນວໃດ? ລອງເຮັດຕາມຄຳແນະນຳຕໍ່ໄປນີ້.
• ປ່ອຍຕົວໃຫ້ໂສກເສົ້າ. ບໍ່ຜິດທີ່ຈະຮ້ອງໄຫ້ເພື່ອສະແດງຄວາມຮູ້ສຶກອອກມາ. ທີ່ຈິງ ຄຳພີໄບເບິນບອກວ່າມີ “ເວລາຮ້ອງໄຫ້” ແລະມີ “ເວລາຮ້ອງຄາງ.” (ຜູ້ເທສະໜາປ່າວປະກາດ 3:1, 4) ການຮ້ອງໄຫ້ບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນອ່ອນແອ. ເມື່ອປະສົບກັບຄວາມເຈັບປວດທາງອາລົມ ແມ່ນແຕ່ດາວິດເຊິ່ງເປັນນັກຮົບຜູ້ກ້າຫານຍັງໄດ້ຍອມຮັບຄັ້ງໜຶ່ງວ່າ: “ຂ້ານ້ອຍຮ້ອງໄຫ້ໝົດຄືນນ້ຳຕາໄຫຼລົງໃຫ້ຕຽງປຽກ ຂ້ານ້ອຍຮົດບ່ອນນອນເອງ [“ໝອນ,” ລ.ມ.] ດ້ວຍນ້ຳຕາເອງ.”—ຄຳເພງ 6:6.
• ຮັກສາສຸຂະພາບທາງກາຍຂອງເຈົ້າ. ການອອກກຳລັງກາຍແລະກິນອາຫານທີ່ມີຄຸນຄ່າຈະທົດແທນພະລັງງານທີ່ສູນເສຍໄປ ເຊິ່ງເປັນຜົນມາຈາກຄວາມໂສກເສົ້າເສຍໃຈເນື່ອງຈາກການຍຸດຕິສາຍສຳພັນ. ຄຳພີໄບເບິນກ່າວວ່າ: “ການຫັດເຫື່ອແຮງກໍມີປະໂຫຍດ.”—1 ຕີໂມເຕ 4:8.
ແງ່ມຸມໃດແດ່ເຊິ່ງກ່ຽວຂ້ອງກັບສຸຂະພາບທີ່ເຈົ້າອາດຈຳເປັນຕ້ອງເອົາໃຈໃສ່?
․․․․․
• ໃຫ້ຕົວເອງມີວຽກເຮັດ. ຢ່າເຊົາເຮັດສິ່ງຕ່າງໆທີ່ເຈົ້າສົນໃຈ. ແລະຕອນນີ້ຫຼາຍກວ່າຕອນໃດໆທັງໝົດ ຢ່າແຍກຕົວໄປຢູ່ປ່ຽວ. (ສຸພາສິດ 18:1) ການຄົບຫາກັບຄົນທີ່ຫ່ວງໃຍເຈົ້າຈະເຮັດໃຫ້ເຈົ້າມີເລື່ອງດີໆທີ່ຈະຈົດຈໍ່ໄດ້.
ເຈົ້າຈະຕັ້ງເປົ້າອັນໃດໄດ້ແດ່?
․․․․․
• ອະທິດຖານເຖິງພະເຈົ້າກ່ຽວກັບຄວາມຮູ້ສຶກຂອງເຈົ້າ. ເລື່ອງນີ້ອາດເປັນຂໍ້ທ້າທາຍ. ພາຍຫຼັງການເຊົາຄົບຫາກັນ ບາງຄົນແມ່ນກະທັ່ງຮູ້ສຶກວ່າພະເຈົ້າທໍລະຍົດ. ເຂົາເຈົ້າຫາເຫດຜົນວ່າ ‘ຂ້ອຍອະທິດຖານແລ້ວອະທິດຖານອີກວ່າໃຫ້ພົບ ກັບຜູ້ໃດຜູ້ໜຶ່ງ ແລະເບິ່ງແມະ ຕອນນີ້ ເກີດຫຍັງຂຶ້ນ!’ (ຄຳເພງ 10:1) ແຕ່ສົມຄວນບໍທີ່ຈະຖືວ່າພະເຈົ້າເປັນຄືພໍ່ສື່ທີ່ຢູ່ໃນສະຫວັນ? ບໍ່ສົມຄວນເລີຍ ແລະພະອົງກໍບໍ່ແມ່ນຜູ້ທີ່ຕ້ອງຮັບຜິດຊອບເມື່ອຝ່າຍໜຶ່ງຕ້ອງການຍຸດຕິສາຍສຳພັນ. ແຕ່ເຮົາຮູ້ວ່າພະເຢໂຫວາ ‘ໃສ່ໃຈເຮົາ.’ (1 ເປໂຕ 5:7) ດັ່ງນັ້ນ ຈົ່ງເປີດເຜີຍຄວາມຮູ້ສຶກທັງໝົດຂອງເຈົ້າຕໍ່ພະອົງໃນຄຳອະທິດຖານ. ຄຳພີໄບເບິນກ່າວວ່າ: “ຄວາມຕ້ອງການຢາກໄດ້ຂອງທ່ານທັງຫຼາຍທຸກສິ່ງ ທ່ານຈົ່ງໃຫ້ຊາບແກ່ພະເຈົ້າດ້ວຍຄຳອ້ອນວອນກໍດີ ຄຳອ້ອນວອນຂໍເຊີນກໍດີ ດ້ວຍຄວາມໂມທະນາພະຄຸນ ແລະຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້ໃນ [“ໂດຍທາງ,” ລ.ມ.] ພະຄລິດເຍຊູ.”—ຟີລິບ 4:6, 7.
ເຈົ້າຈະອະທິດຖານເຖິງພະເຢໂຫວາແບບທີ່ເຈາະຈົງໃນສິ່ງໃດແດ່ໃນຂະນະທີ່ຕ້ອງຮັບມືກັບຄວາມເຈັບປວດໃຈເນື່ອງຈາກການຍຸດຕິສາຍສຳພັນ?
․․․․․
ເບິ່ງໄປຂ້າງໜ້າ
ຫຼັງຈາກທີ່ເວລາຜ່ານໄປແລະເຈົ້າດີຂຶ້ນ ເຈົ້າຄວນທີ່ຈະຄິດຕຶກຕອງໃນສິ່ງທີ່ເກີດຂຶ້ນກັບສາຍສຳພັນຄັ້ງທີ່ຜ່ານມາ. ເມື່ອເຈົ້າພ້ອມທີ່ຈະເຮັດເຊັ່ນນັ້ນ ເຈົ້າອາດພົບວ່າເປັນປະໂຫຍດທີ່ຈະຂຽນຄຳຕອບສຳລັບຄຳຖາມຕ່າງໆໃນຂອບສີ່ລ່ຽມທີ່ຊື່ວ່າ “ຂ້ອຍສາມາດຮຽນຮູ້ຫຍັງແດ່ຈາກການຍຸດຕິສາຍສຳພັນ?” ໃນໜ້າ 224.
ແມ່ນຢູ່ ສາຍສຳພັນທີ່ເຈົ້າເຄີຍມີບໍ່ໄດ້ເປັນໄປຕາມແບບທີ່ເຈົ້າຕ້ອງການ. ແຕ່ຂໍໃຫ້ຈື່ໄວ້ວ່າ ໃນລະຫວ່າງທີ່ເກີດພາຍຸ ເຮົາມັກຈະຄິດແຕ່ເລື່ອງຟ້າທີ່ມືດດຳແລະຝົນຫ່າໃຫຍ່ທີ່ຕົກລົງມາ. ແນວໃດກໍຕາມ ໃນທີ່ສຸດຝົນກໍເຊົາແລະທ້ອງຟ້າກໍແຈ່ມໃສຄືເກົ່າ. ໜຸ່ມສາວທີ່ເວົ້າເຖິງເບື້ອງຕົ້ນໃນບົດນີ້ໄດ້ພົບວ່າໃນເວລາອັນຄວນເຂົາເຈົ້າກໍສາມາດດຳເນີນຊີວິດໄດ້ຕາມປົກກະຕິ. ຂໍໃຫ້ໝັ້ນໃຈວ່າສິ່ງນີ້ຈະເປັນຈິງກັບເຈົ້າເຊັ່ນກັນ!
ມີຂັ້ນຕອນໃດແດ່ທີ່ເຈົ້າສາມາດເຮັດໄດ້ເພື່ອປົກປ້ອງຕົວເອງຈາກການຕົກເປັນເຫຍື່ອທາງເພດ?
[ຂໍ້ຄວາມໄຂເງື່ອນ]
a ເຖິງແມ່ນວ່າ ບຸກຄົນຕ່າງໆທີ່ອ້າງເຖິງໃນບົດນີ້ເປັນຜູ້ຍິງ ຫຼັກການທີ່ພິຈາລະນາກໍໃຊ້ໄດ້ກັບຜູ້ຊາຍເຊັ່ນກັນ.
ຂໍ້ພະຄຳພີຫຼັກ
“ຄົນທັງຫຼາຍທີ່ມີໃຈຂາດແລ້ວ [ພະເຢໂຫວາ] ໃຫ້ເຂົາດີປົກກະຕິແລະຫໍ່ບາດແຫ່ງເຂົາ.”—ຄຳເພງ 147:3.
ຄຳແນະນຳ
ນາງ ຊູຊານທີ່ກ່າວເຖິງໃນຕອນຕົ້ນຂອງບົດນີ້ ໄດ້ເຮັດລາຍການຂໍ້ພະຄຳພີຕ່າງໆແລະເກັບຕິດຕົວໄປນຳເພື່ອລາວຈະອ່ານເມື່ອຮູ້ສຶກວ່າຄວບຄຸມອາລົມບໍ່ໄດ້. ບາງທີເຈົ້າອາດເຮັດແບບດຽວກັນໂດຍໃຊ້ຂໍ້ພະຄຳພີທີ່ຍົກມາກ່າວໃນບົດນີ້.
ເຈົ້າຮູ້ບໍ . . .?
ການມີສາຍສຳພັນມັກຮັກກັນຂອງໄວຮຸ່ນສ່ວນຫຼາຍບໍ່ໄດ້ກ້າວໄປສູ່ການແຕ່ງດອງ ແລະຜູ້ທີ່ແຕ່ງດອງກັນກໍມີອັດຕາການຢ່າຮ້າງສູງ.
ແຜນພາກປະຕິບັດ!
ເພື່ອຊ່ວຍຂ້ອຍໃຫ້ດຳເນີນຊີວິດຕໍ່ໄປພາຍຫຼັງການຍຸດຕິສາຍສຳພັນ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຄວນພະຍາຍາມເຮັດເພື່ອເປັນຄູ່ທີ່ດີຂຶ້ນໃນສາຍສຳພັນຄັ້ງໃໝ່ແມ່ນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຈົ້າຮຽນຮູ້ຫຍັງກ່ຽວກັບຕົວເອງຈາກສາຍສຳພັນຄັ້ງທີ່ຜ່ານມາ?
• ເຈົ້າຮຽນຮູ້ຫຍັງກ່ຽວກັບຄົນທີ່ເປັນເພດກົງກັນຂ້າມ?
[ຈຸດເດັ່ນໜ້າ 227]
“ເວລາຈະຊ່ວຍເຈົ້າໃຫ້ມີທັດສະນະທີ່ຈະແຈ້ງຂຶ້ນຕື່ມ. ຕໍ່ມາອາລົມຂອງເຈົ້າບໍ່ໄດ້ແລ່ນໃນລະດັບສູງໂພດ ດັ່ງນັ້ນ ເຈົ້າສາມາດຄິດກ່ຽວກັບສະພາບການຕາມຄວາມເປັນຈິງ ແລະສຳນຶກຕົວວ່າສະພາບການທີ່ເຈັບປວດໃຈຜ່ານພົ້ນໄປແລ້ວ. ນອກຈາກນັ້ນ ເຈົ້າສາມາດຮຽນຮູ້ເພີ່ມເຕີມກ່ຽວກັບຕົວເອງແລະສິ່ງທີ່ເຈົ້າຈະເບິ່ງຫາໃນຕົວຜູ້ທີ່ຈະເປັນຄູ່ຂອງເຈົ້າ ພ້ອມທັງສິ່ງປ້ອງກັນເພື່ອຫຼີກລ່ຽງສະຖານະການທີ່ຄ້າຍໆກັນໄດ້ໃນອະນາຄົດ.”—ນາງ ຄະລິນາ
[ກອບໜ້າ 224]
ແບບສອບຖາມ
ຂ້ອຍສາມາດຮຽນຮູ້ຫຍັງແດ່ຈາກການຍຸດຕິສາຍສຳພັນ?
ເຈົ້າໄດ້ຮັບການແຈ້ງບອກເຫດຜົນເລື່ອງການຍຸດຕິສາຍສຳພັນບໍ? ຖ້າແມ່ນ ໃຫ້ຂຽນເຫດຜົນໃສ່ທາງລຸ່ມນີ້ເຖິງແມ່ນວ່າເຈົ້າຈະບໍ່ເຫັນດີນຳ? ․․․․․
ມີເຫດຜົນອື່ນໆຫຍັງອີກທີ່ເຈົ້າຄິດວ່າອາດມີຄວາມກ່ຽວຂ້ອງຢູ່ນຳ? ․․․․․
ເມື່ອຄິດຫວນຄືນຫຼັງໃນສິ່ງທີ່ເກີດຂຶ້ນ ມີຫຍັງແດ່ທີ່ເຈົ້າອາດຈະເຮັດໄດ້ເພື່ອບໍ່ໃຫ້ເກີດຜົນແບບນີ້? ຖ້າມີ ມີຫຍັງແດ່? ․․․․․
ປະສົບການນີ້ຊີ້ໃຫ້ເຫັນໃນທາງໃດທາງໜຶ່ງບໍທີ່ເຈົ້າຈະເຕີບໂຕທາງຝ່າຍວິນຍານແລະທາງອາລົມ? ․․․․․
ຖ້າເຈົ້າມີສາຍສຳພັນຄັ້ງໃໝ່ ເຈົ້າຈະເຮັດຫຍັງທີ່ແຕກຕ່າງອອກໄປ? ․․․․․
[ຮູບພາບໜ້າ 223]
ການເຊົາຄົບຫາກັນເປັນຄືກັບບາດແຜທີ່ເຈັບປວດ ແຕ່ມັນຈະເຊົາໃນເວລາອັນສົມຄວນ