ຕອນ 3
ຄວາມສຳພັນກັບໝູ່
ການມີໝູ່ສຳຄັນກັບເຈົ້າສ່ຳໃດ?
□ ບໍ່ສຳຄັນ
□ ສຳຄັນໜ້ອຍໜຶ່ງ
□ ສຳຄັນຫຼາຍ
ເຈົ້າຄິດວ່າມັນງ່າຍບໍທີ່ຈະເປັນໝູ່ກັບໃຜຄົນໜຶ່ງ?
□ ງ່າຍ
□ ບໍ່ງ່າຍ
ເຈົ້າມີໝູ່ສະໜິດບໍ?
□ ມີ
□ ບໍ່ມີ
ເຈົ້າຢາກໃຫ້ໝູ່ມີນິດໄສແນວໃດ? ໃຫ້ຂຽນອອກມາຢ່າງໜຶ່ງ ․․․․․
ຄຳພີໄບເບິນບອກວ່າ: “ໝູ່ແທ້ສະແດງຄວາມຮັກສະເໝີແລະເປັນຄືກັບອ້າຍນ້ອງທີ່ເກີດມາເພື່ອຊ່ວຍກັນໃນຍາມທີ່ຍາກລຳບາກ.” (ສຸພາສິດ 17:17) ໝູ່ແບບນີ້ແຫຼະທີ່ເຈົ້າຕ້ອງມີ! ການເປັນໝູ່ກັບໃຜຄົນໜຶ່ງອາດເປັນເລື່ອງຍາກ ແຕ່ການຮັກສາມິດຕະພາບໄວ້ອາດຍາກຫຼາຍກວ່ານັ້ນອີກ. ຄັນຊັ້ນ ເຈົ້າຈະມີໝູ່ທີ່ດີແລະຮັກສາມິດຕະພາບນັ້ນໃຫ້ດົນໆໄດ້ແນວໃດ? ໃຫ້ເຮົາມາເບິ່ງຄຳແນະນຳໃນບົດທີ 9-12.
[ຮູບພາບເຕັມໜ້າ 84, 85]