ບົດທີ 9
ຈະເຮັດແນວໃດຖ້າຂ້ອຍເຫງົາ?
ມື້ນີ້ອາກາດດີທ້ອງຟ້າແຈ່ມໃສ ແລະບໍ່ມີໃຜຊວນເຈົ້າໄປໃສເລີຍ. ໝູ່ຂອງເຈົ້າທຸກຄົນອອກໄປທ່ຽວໝົດ ແຕ່ເຈົ້າຕ້ອງຢູ່ຄົນດຽວຕາມເຄີຍ! ເຈົ້າຄືຊິຮູ້ສຶກເສົ້າຢູ່ແລ້ວທີ່ບໍ່ມີໃຜຊວນ ແຕ່ນັ້ນອາດໝາຍເຖິງບາງຢ່າງທີ່ຮ້າຍແຮງກວ່ານັ້ນອີກ. ເຈົ້າອາດຄິດໃນໃຈວ່າ ‘ຂ້ອຍເຮັດຫຍັງຜິດ? ເປັນຫຍັງຈຶ່ງບໍ່ມີໃຜຢາກຫຼິ້ນນຳຂ້ອຍ?’
ເຈົ້າອາດເຄີຍຢູ່ໃນສະພາບແບບນີ້ບໍ່ແມ່ນແຕ່ເທື່ອດຽວ. ເຈົ້າອາດຮູ້ສຶກວ່າມີຊ່ອງວ່າງທີ່ເຮັດໃຫ້ເຈົ້າຫ່າງເຫີນຈາກໝູ່. ທຸກເທື່ອທີ່ເຈົ້າພະຍາຍາມລົມກັບໝູ່ ເຈົ້າກໍຈະມັກເວົ້າກະຕຸກກະຕັກ. ເມື່ອມີໂອກາດທີ່ຈະຫຼິ້ນກັບໝູ່ ເຈົ້າກໍອາຍແທ້ອາຍວ່າຈົນເຮັດຫຍັງບໍ່ຖືກ. ພຽງແຕ່ຫຼິ້ນນຳໝູ່ ເປັນຫຍັງຈຶ່ງຍາກຂະໜາດນີ້?
ຢ່າໃຫ້ຊ່ອງວ່າງນັ້ນມາຂັດຂວາງເຈົ້າ ເຈົ້າສາມາດສ້າງຂົວຂ້າມໄປໄດ້. ໃຫ້ເຮົາມາເບິ່ງວ່າມີຊ່ອງວ່າງຫຍັງແດ່ແລະເຮົາຈະຂ້າມໄປໄດ້ແນວໃດ?
● ຊ່ອງວ່າງທີ 1: ເບິ່ງໂຕເອງໃນແງ່ລົບ. ໜຸ່ມສາວບາງຄົນມັກເບິ່ງໂຕເອງໃນແງ່ລົບ. ເຂົາເຈົ້າເຊື່ອວ່າບໍ່ມີໃຜມັກເຂົາເຈົ້າແລະເຂົາເຈົ້າກໍບໍ່ມີຄ່າພໍທີ່ຄົນອື່ນຈະມາລົມນຳ. ເຈົ້າຮູ້ສຶກແບບນັ້ນຄືກັນບໍ? ການເບິ່ງໂຕເອງໃນແງ່ລົບມີແຕ່ຈະເຮັດໃຫ້ເຈົ້າກັບໝູ່ຫ່າງເຫີນກັນຫຼາຍຂຶ້ນ.
ຂົວ: ເບິ່ງໄປທີ່ຂໍ້ດີຂອງເຈົ້າ. (2 ໂກຣິນໂທ 11:6) ລອງຖາມໂຕເອງວ່າ ‘ຂ້ອຍມີຂໍ້ດີຫຍັງແດ່?’ ໃຫ້ຄິດເຖິງຂໍ້ດີຫຼືພອນສະຫວັນທີ່ເຈົ້າມີ ແລ້ວຂຽນໃສ່ທາງລຸ່ມນີ້.
․․․․․
ແນ່ນອນວ່າເຈົ້າຄືຊິມີຂໍ້ເສຍ ແລະດີທີ່ເຈົ້າກໍຮູ້ເລື່ອງນີ້. (1 ໂກຣິນໂທ 10:12) ແຕ່ເຈົ້າກໍມີຂໍ້ດີຄືກັນ. ການຮູ້ຂໍ້ດີຂອງໂຕເອງຈະຊ່ວຍໃຫ້ເຈົ້າມີຄວາມໝັ້ນໃຈແລະບໍ່ເບິ່ງໂຕເອງໃນແງ່ລົບ.
● ຊ່ອງວ່າງທີ 2: ເປັນຄົນຂີ້ອາຍ. ເຈົ້າຢາກຈະເລີ່ມລົມກັບໝູ່ ແຕ່ເມື່ອມີໂອກາດ ເຈົ້າພັດບໍ່ກ້າແລະບໍ່ຮູ້ຈະເວົ້າຫຍັງ. ເອລີຊາເບັດອາຍຸ 19 ປີຮ້ອງໄຫ້ວ່າ: “ຂ້ອຍເປັນຄົນຂີ້ອາຍຫຼາຍອີ່ຫຼີ. ມັນຍາກຫຼາຍທີ່ຂ້ອຍຈະໄປລົມກັບຄົນອື່ນໆຢູ່ຫໍປະຊຸມ ແລະຄົນທີ່ເຮັດແບບນັ້ນໄດ້ກໍເກັ່ງແທ້ໆ!” ຖ້າເຈົ້າເປັນຄືເອລີຊາເບັດ ເຈົ້າອາດຮູ້ສຶກຄືກັບວ່າຊ່ອງວ່າງນີ້ບໍ່ມີທາງຂ້າມໄປໄດ້.
ຂົວ: ສົນໃຈຜູ້ອື່ນແທ້ໆ. ບໍ່ຕ້ອງກັງວົນ ເຈົ້າບໍ່ຈຳເປັນຕ້ອງກາຍເປັນຄົນທີ່ມັກເຂົ້າສັງຄົມແລະມັກໄດ້ຮັບຄວາມສົນໃຈຈາກຜູ້ອື່ນ. ໃຫ້ເລີ່ມສະແດງຄວາມສົນໃຈໃນໂຕຄົນໃດຄົນໜຶ່ງກ່ອນ. ໄວລຸ້ນຄົນໜຶ່ງຊື່ຈອດຈ໌ບອກວ່າ: “ພຽງແຕ່ຊວນຄົນອື່ນລົມວ່າຊ່ວງນີ້ເປັນແນວໃດຫຼືຖາມກ່ຽວກັບວຽກຂອງເຂົາເຈົ້າກໍສາມາດຮູ້ຈັກເຂົາເຈົ້າຫຼາຍຂຶ້ນໄດ້ແລ້ວ.”
ຄຳແນະນຳ: ຢ່າຄົບແຕ່ຄົນໄວດຽວກັນ. ຄຳພີໄບເບິນເວົ້າເຖິງບາງຄົນທີ່ເປັນໝູ່ສະໜິດກັນແຕ່ອາຍຸຕ່າງກັນຫຼາຍ ເຊັ່ນ ຣຸດກັບນາໂອມີ ດາວິດກັບໂຢນາທານ ແລະຕີໂມທຽວກັບໂປໂລ. (ນາງຣຸດ 1:16, 17; 1 ຊາມູເອນ 18:1; 1 ໂກຣິນໂທ 4:17) ຂໍຈື່ໄວ້ວ່າ ການເວົ້າລົມກັນທີ່ດີແມ່ນການທີ່ທັງສອງຝ່າຍມີສ່ວນເວົ້າ ບໍ່ແມ່ນເວົ້າຢູ່ຝ່າຍດຽວ ແລະເມື່ອອີກຝ່າຍເວົ້າ ລາວກໍຢາກໃຫ້ເຮົາຕັ້ງໃຈຟັງ. ດັ່ງນັ້ນ ຖ້າເຈົ້າເປັນຄົນຂີ້ອາຍ ກໍສະບາຍໃຈໄດ້ເລີຍເພາະເຈົ້າບໍ່ຈຳເປັນຕ້ອງເວົ້າຕະຫຼອດເວລາ!
ຂຽນຊື່ຜູ້ໃຫຍ່ສອງຄົນທີ່ເຈົ້າຢາກຮູ້ຈັກຫຼາຍຂຶ້ນ.
․․․․․
ລອງລົມກັບຈັກຄົນໜຶ່ງເບິ່ງ. ຖ້າເຈົ້າໄດ້ລົມກັບ “ພີ່ນ້ອງຄລິດສະຕຽນ” ຫຼາຍໆຄົນ ເຈົ້າກໍຈະຮູ້ສຶກເຫງົາໜ້ອຍລົງ.—1 ເປໂຕ 2:17
● ຊ່ອງວ່າງທີ 3: ນິດໄສທີ່ຄົນອື່ນຮັບບໍ່ໄດ້. ຄົນທີ່ຄິດວ່າໂຕເອງສະຫຼາດແລະຮູ້ທຸກຢ່າງມັກຈະເວົ້າດູຖູກ ຫຼືເຮັດສິ່ງທີ່ບໍ່ໃຫ້ກຽດຄົນອື່ນແລະເຮັດໃຫ້ຄົນອື່ນອັບອາຍຂາຍໜ້າ. ບາງຄົນກໍມັກຖຽງແລະບັງຄັບຄົນອື່ນໃຫ້ຄິດຄືໂຕເອງ. ສ່ວນຄົນທີ່ “ຄິດວ່າໂຕເອງດີກວ່າຄົນອື່ນ” ກໍມັກຈະຕຳໜິຄົນທີ່ບໍ່ເຮັດຕາມມາດຕະຖານຂອງລາວ. (ປັນຍາຈານ 7:16) ແນ່ນອນວ່າເຈົ້າຄືຊິບໍ່ມັກຢູ່ກັບຄົນແບບນີ້! ແຕ່ເຈົ້າເອງມີນິດໄສແບບນີ້ບໍ? ຄຳພີໄບເບິນບອກວ່າ: “ຄົນໂງ່ກໍເວົ້າບໍ່ຢຸດບໍ່ເຊົາ” ແລະ “ຄົນທີ່ເວົ້າຫຼາຍໂພດຈະເຮັດຜິດແນ່ນອນ.”—ປັນຍາຈານ 10:14; ສຸພາສິດ 10:19
ຂົວ: ສະແດງຄວາມ “ເຫັນອົກເຫັນໃຈ.” (1 ເປໂຕ 3:8) ເຖິງວ່າເຈົ້າຈະບໍ່ເຫັນດີກັບມຸມມອງຂອງຜູ້ອື່ນ ແຕ່ເຈົ້າຄວນອົດທົນແລະຍອມໃຫ້ອີກຝ່າຍໄດ້ເວົ້າ. ພະຍາຍາມລົມເລື່ອງທີ່ທັງສອງຄົນເຫັນດີນຳກັນ. ຖ້າເຈົ້າມີຄວາມຄິດທີ່ຕ່າງອອກໄປແລະຕ້ອງເວົ້າເລື່ອງນັ້ນ ກໍໃຫ້ເວົ້າແບບອ່ອນໂຍນແລະຜ່ອນໜັກຜ່ອນເບົາ.
ໃຫ້ເວົ້າກັບຄົນອື່ນໃນແບບທີ່ຢາກໃຫ້ຄົນອື່ນເວົ້າກັບເຈົ້າ. ຄຳພີໄບເບິນແນະນຳວ່າ “ໃຫ້ເຮັດທຸກສິ່ງໂດຍບໍ່ຈົ່ມແລະບໍ່ຖຽງກັນ.” (ຟີລິບປອຍ 2:14) ຢ່າເປັນຄົນມັກຖຽງຫຼືເຍາະເຍີ້ຍຄົນອື່ນ ແລະບໍ່ຄວນດູຖູກຫຼືເຮັດໃຫ້ຄົນອື່ນຮູ້ສຶກວ່າໂຕເອງຜິດຕະຫຼອດ ເພາະຖ້າເປັນແບບນີ້ກໍຈະບໍ່ມີໃຜຢາກຢູ່ໃກ້ເຈົ້າ. ຖ້າເຈົ້າຢາກໃຫ້ຄົນອື່ນມັກ ກໍໃຫ້ໃຊ້ ‘ຄຳເວົ້າທີ່ກະລຸນາສະເໝີ.’—ໂກໂລຊາຍ 4:6
ຕ້ອງຕາມໃຈໝູ່ທຸກຢ່າງບໍ?
ຫຼັງຈາກກວດສອບໂຕເອງແລ້ວ ເຈົ້າອາດເຫັນວິທີທີ່ເຈົ້າຈະສ້າງຂົວຂ້າມຊ່ອງວ່າງທີ່ອາດເກີດຂຶ້ນລະຫວ່າງເຈົ້າກັບຄົນອື່ນໆໄດ້. ແຕ່ເຈົ້າກໍຕ້ອງຍອມຮັບວ່າ ບໍ່ແມ່ນທຸກຄົນຈະມັກເຈົ້າ. ພະເຢຊູບອກວ່າບາງຄົນເຖິງຂັ້ນຊັງຄົນທີ່ເຮັດສິ່ງທີ່ຖືກຕ້ອງດ້ວຍຊ້ຳ. (ໂຢຮັນ 15:19) ດັ່ງນັ້ນ ເຈົ້າບໍ່ຈຳເປັນຕ້ອງຕາມໃຈໝູ່ທຸກຢ່າງ.
ຖ້າບໍ່ຂັດກັບມາດຕະຖານໃນຄຳພີໄບເບິນ ເຈົ້າກໍໜ້າຈະພະຍາຍາມເຂົ້າກັບຄົນອື່ນໃຫ້ໄດ້. ຄຳພີໄບເບິນເວົ້າເຖິງຊາມູເອນວ່າ ລາວຕັ້ງໃຈແທ້ໆທີ່ຈະເຮັດສິ່ງທີ່ພະເຈົ້າພໍໃຈ. ຜົນເປັນແນວໃດ? ເມື່ອລາວໃຫຍ່ຂຶ້ນ “ພະເຢໂຫວາກັບປະຊາຊົນກໍຮັກລາວຫຼາຍ.” (1 ຊາມູເອນ 2:26) ຖ້າພະຍາຍາມອີກຈັກໜ້ອຍໜຶ່ງ ເຈົ້າກໍຈະເຮັດໄດ້ຄືກັນ!
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 8
ສຳລັບຂໍ້ມູນເພີ່ມເຕີມ ເບິ່ງວິດີໂອເລື່ອງ “ໜຸ່ມສາວຖາມວ່າ—ຂ້ອຍຈະຫາໝູ່ແທ້ໄດ້ແນວໃດ?” ມີໃຫ້ເບິ່ງຫຼາຍກວ່າ 40 ພາສາ.
ຢູ່ດີໆໝູ່ສະໜິດກໍກາຍເປັນສັດຕູທີ່ຊົ່ວຮ້າຍ. ແລ້ວເຈົ້າຈະເຮັດແນວໃດ?
ຂໍ້ຄຳພີຫຼັກ
“ຄົນທີ່ເຮັດໃຫ້ຄົນອື່ນສົດຊື່ນກໍຈະສົດຊື່ນຄືກັນ.”—ສຸພາສິດ 11:25
ຄຳແນະນຳ
ພະຍາຍາມເຮັດໃຫ້ການເວົ້າລົມກັນດຳເນີນຕໍ່ໄປ. ເຊັ່ນ ຖ້າມີຄົນຖາມວ່າເສົາອາທິດທີ່ຜ່ານມາເຈົ້າໄປຫຼິ້ນມ່ວນບໍ? ຢ່າມີແຕ່ຕອບວ່າມ່ວນ. ແຕ່ໃຫ້ອະທິບາຍນຳວ່າເປັນຫຍັງຈຶ່ງມ່ວນ. ຈາກນັ້ນກໍໃຫ້ຖາມອີກຝ່າຍຄືນວ່າໄດ້ເຮັດຫຍັງແດ່ໃນຊ່ວງເສົາອາທິດ.
ເຈົ້າຮູ້ບໍ . . . ?
ຈາກຂໍ້ມູນໃນຄຳພີໄບເບິນ ເຮົາອາດບອກໄດ້ວ່າໂມເຊ ເຢເຣມີຢາ ແລະຕີໂມທຽວເປັນຄົນຂີ້ອາຍ.—ອົບພະຍົບ 3:11, 13; 4:1, 10; ເຢເຣມີຢາ 1:6-8; 1 ຕີໂມທຽວ 4:12; 2 ຕີໂມທຽວ 1:6-8
ແຜນພາກປະຕິບັດ!
ຊ່ອງວ່າງຫຼືອຸປະສັກທີ່ຂ້ອຍເຈິຫຼາຍທີ່ສຸດໃນການຫາໝູ່ແມ່ນ ․․․․․
ຂ້ອຍຈະພະຍາຍາມສ້າງຂົວຂ້າມຊ່ອງວ່າງນີ້ໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງຄລິດສະຕຽນບາງຄົນຈຶ່ງຮູ້ສຶກເຫງົາ?
● ອັນໃດສາມາດຊ່ວຍໃຫ້ເຈົ້າເບິ່ງໂຕເອງແບບສົມດຸນ ແທນທີ່ຈະຈົມຢູ່ກັບຄວາມຄິດໃນແງ່ລົບ?
● ເຈົ້າຈະຊ່ວຍນ້ອງທີ່ຮູ້ສຶກເຫງົາໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 88]
“ພີ່ນ້ອງຍິງຄົນໜຶ່ງຢາກເປັນໝູ່ກັບຂ້ອຍ ຕອນທຳອິດຂ້ອຍກໍເຮັດຊື່ໆ ແຕ່ໃນທີ່ສຸດຂ້ອຍກໍເປັນໝູ່ກັບລາວ. ຂ້ອຍຮູ້ສຶກໂງ່ຫຼາຍທີ່ບໍ່ຍອມເປັນໝູ່ກັບລາວແຕ່ດົນ! ລາວເປັນໝູ່ທີ່ດີທີ່ສຸດທີ່ຂ້ອຍເຄີຍມີ ເຖິງວ່າລາວຈະອາຍຸຫຼາຍກວ່າຂ້ອຍຕັ້ງ 25 ປີກໍຕາມ!”—ມາຣີ
[ຮູບພາບໜ້າ 87]
ເຈົ້າສາມາດສ້າງຂົວຂ້າມໄປຫາໝູ່ໄດ້