ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 11 ໜ້າ 99-104
  • ຈະ​ເປັນ​ແນວ​ໃດ​ຖ້າ​ມີ​ໝູ່​ທາງ​ອອນລາຍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈະ​ເປັນ​ແນວ​ໃດ​ຖ້າ​ມີ​ໝູ່​ທາງ​ອອນລາຍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ຄິດ​ເຖິງ​ອັນຕະລາຍ
  • “ຄົນ​ທີ່​ບໍ່​ຈິງ​ໃຈ”
  • ປອດໄພ​ໄວ້​ກ່ອນ
  • “ມັນ​ຄຸ້ມ​ຄ່າ​ທີ່​ລໍ​ຖ້າ!”
  • ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 11 ໜ້າ 99-104

ບົດ​ທີ 11

ຈະ​ເປັນ​ແນວ​ໃດ​ຖ້າ​ມີ​ໝູ່​ທາງ​ອອນລາຍ?

ເຈົ້າ​ມັກ​ຕິດຕໍ່​ຄົນ​ອື່ນ​ແບບ​ໃດ?

□ ໂຕ​ຕໍ່​ໂຕ

□ ໂທລະສັບ

□ ອິນເຕີເນັດ

ເຈົ້າ​ມັກ​ລົມ​ກັບ​ໃຜ?

□ ໝູ່​ຢູ່​ໂຮງຮຽນ

□ ຄົນ​ໃນ​ຄອບຄົວ

□ ໝູ່​ຄລິດສະຕຽນ

ບ່ອນ​ໃດ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ລົມ​ໄດ້​ເຕັມທີ?

□ ຢູ່​ໂຮງຮຽນ

□ ຢູ່​ເຮືອນ

□ ຢູ່​ຫໍປະຊຸມ

ລອງ​ມາ​ເບິ່ງ​ຄຳ​ຕອບ​ຂໍ້​ທຳອິດ. ເຈົ້າ​ຄື​ຊິ​ຕອບ​ວ່າ​ມັກ​ຕິດຕໍ່​ທາງ​ອິນເຕີເນັດ​ແມ່ນ​ບໍ? ຖ້າ​ແມ່ນ​ກໍ​ບໍ່​ແປກ ເພາະ​ໄວລຸ້ນ​ໜຸ່ມ​ສາວ​ຫຼາຍ​ຄົນ​ມັກ​ຫາ​ໝູ່​ແລະ​ຕິດຕໍ່​ໝູ່​ທາງ​ອິນເຕີເນັດ. ໄວລຸ້ນ​ຍິງ​ທີ່​ຊື່​ເອເລນ​ບອກ​ວ່າ: “ອິນເຕີເນັດ​ເຮັດ​ໃຫ້​ເຮົາ​ສາມາດ​ຕິດຕໍ່​ກັບ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ໄດ້​ເຊິ່ງ​ປົກກະຕິ​ແລ້ວ​ເປັນ​ໄປ​ໄດ້​ຍາກ. ມັນ​ໜ້າ​ຕື່ນເຕັ້ນ​ແທ້ໆ!” ທາມມີ້​ອາຍຸ 19 ປີ​ບອກ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ມັກ​ຫຼິ້ນ​ອິນເຕີເນັດ. ລາວ​ບອກ​ວ່າ: ເມື່ອ​ຢູ່​ໃນ​ອິນເຕີເນັດ ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ໄດ້​ເພື່ອ​ໃຫ້​ຄົນ​ອື່ນ​ມັກ​ເຈົ້າ. ແຕ່​ເມື່ອ​ລົມ​ກັນ​ຕໍ່​ໜ້າ ຖ້າ​ເຂົາເຈົ້າ​ບໍ່​ມັກ​ເຈົ້າ ເຈົ້າ​ກໍ​ເຮັດ​ຫຍັງ​ບໍ່​ໄດ້.”

ຕອນນີ້​ໃຫ້​ມາ​ເບິ່ງ​ຄຳ​ຕອບ​ຂອງ​ຂໍ້​ທີ​ສອງ​ແລະ​ສາມ. ຖ້າ​ເຈົ້າ​ຕອບ​ວ່າ​ເຈົ້າ​ມັກ​ລົມ​ກັບ​ໝູ່​ຢູ່​ໂຮງຮຽນ​ຫຼາຍ​ກວ່າ​ລົມ​ກັບ​ໝູ່​ຄລິດສະຕຽນ​ທີ່​ຢູ່​ຫໍປະຊຸມ ກໍ​ບໍ່​ແມ່ນ​ເລື່ອງ​ແປກ. ຈັດສ໌ມິນ ອາຍຸ 18 ປີ​ບອກ​ວ່າ: “ຢູ່​ໂຮງຮຽນ​ເຈົ້າ​ໄດ້​ເຈິ​ຄົນ​ລຸ້ນ​ດຽວ​ກັນ​ແລະ​ຮຽນ​ໜັງສື​ຄື​ກັນ​ກັບ​ເຈົ້າ. ມັນ​ເລີຍ​ມີ​ຫຼາຍ​ເລື່ອງ​ທີ່​ຈະ​ລົມ​ກັນ​ໄດ້​ງ່າຍ.”

ຫຼັງ​ຈາກ​ພິຈາລະນາ​ສາມ​ຄຳ​ຖາມ​ນັ້ນ​ແລ້ວ ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ເຈົ້າ​ຢາກ​ລົມ​ກັບ​ໝູ່​ຢູ່​ໂຮງຮຽນ​ທາງ​ອອນລາຍ. ທາມ​ມີ້​ກໍ​ເຄີຍ​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ໝູ່​ຢູ່​ໂຮງຮຽນ​ທຸກ​ຄົນ​ມັກ​ຈະ​ລົມ​ກັນ​ທາງ​ອອນລາຍ ແລະ​ຂ້ອຍ​ກໍ​ບໍ່​ຢາກ​ຕ່າງ​ໝູ່.”a ນາຕາລີ ອາຍຸ 20 ປີ​ໄດ້​ສ້າງ​ໜ້າ​ເວັບ​ຂອງ​ໂຕເອງ​ເພື່ອ​ຕິດຕໍ່​ກັບ​ໝູ່​ຄູ່. ລາວ​ບອກ​ວ່າ: “ດຽວ​ນີ້​ເຕັກໂນໂລຊີ​ກ້າວໜ້າ​ຫຼາຍ ແລະ​ມີ​ວິທີ​ໃໝ່ໆ​ທີ່​ຈະ​ຕິດຕໍ່​ກັນ​ໄດ້. ການ​ລົມ​ກັນ​ທາງ​ອອນລາຍ​ກໍ​ເປັນ​ວິທີ​ໜຶ່ງ​ທີ່​ຂ້ອຍ​ມັກ​ຫຼາຍ.”

ໃຫ້​ຄິດ​ເຖິງ​ອັນຕະລາຍ

ແນ່ນອນ​ວ່າ ສຳລັບ​ບາງ​ຄົນ​ຮູ້ສຶກ​ວ່າ​ງ່າຍ​ກວ່າ​ທີ່​ຈະ​ຫາ​ໝູ່​ແລະ​ຕິດຕໍ່​ໝູ່​ທາງ​ອອນລາຍ. ນາຕາລີ​ບອກ​ວ່າ: “ການ​ລົມ​ກັນ​ທາງ​ອິນເຕີເນັດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ໝັ້ນໃຈ​ຫຼາຍ​ກວ່າ​ການ​ລົມ​ກັນ​ແບບ​ໂຕ​ຕໍ່​ໂຕ.” ທາມ​ມີ້​ກໍ​ເຫັນດີ​ໃນ​ເລື່ອງ​ນີ້. ລາວ​ບອກ​ວ່າ: “ຖ້າ​ເຈົ້າ​ຂີ້​ອາຍ ການ​ລົມ​ກັນ​ທາງ​ອອນລາຍ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ກຽມ​ໂຕ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ.”

ແຕ່​ການ​ຕິດຕໍ່​ກັນ​ທາງ​ອິນເຕີເນັດ​ອາດ​ມີ​ອັນຕະລາຍ​ຫຼາຍ​ຢ່າງ ແລະ​ຖ້າ​ເຈົ້າ​ສະຫຼາດ​ກໍ​ໜ້າ​ຈະ​ລະວັງ​ເລື່ອງ​ນີ້. ເພື່ອ​ເປັນ​ຕົວຢ່າງ: ຖ້າ​ເຈົ້າ​ຢູ່​ໃນ​ເຂດ​ທີ່​ອັນຕະລາຍ ເຈົ້າ​ກໍ​ຄື​ຊິ​ບໍ່​ປິດ​ຕາ​ຍ່າງ​ໄປ​ຕາມ​ຫົນທາງ​ແມ່ນ​ບໍ? ຄັນຊັ້ນ​ເປັນ​ຫຍັງ​ຈຶ່ງ​ຈະ​ຫຼິ້ນ​ອິນເຕີເນັດ​ໂດຍ​ບໍ່​ລະວັງ​ແລະ​ບໍ່​ຄິດ​ເຖິງ​ອັນຕະລາຍ​ຫຍັງ​ເລີຍ?

ລອງ​ຄິດ​ເຖິງ​ອັນຕະລາຍ​ຂອງ​ການ​ພະຍາຍາມ​ຫາ​ໝູ່​ທາງ​ອິນເຕີເນັດ. ເອເລນ​ເຄີຍ​ແຊັດ​ກັບ​ຄົນ​ແປກ​ໜ້າ. ລາວ​ບອກ​ວ່າ “ໃນ​ອິນເຕີເນັດ ມັນ​ງ່າຍ​ຫຼາຍ​ທີ່​ຈະ​ເຈິ​ຄົນ​ທີ່​ບໍ່​ດີ​ຫຼື​ໄວ້ໃຈ​ບໍ່​ໄດ້. ຢູ່​ດີໆ​ຄົນ​ທີ່​ເຈົ້າ​ລົມ​ນຳ​ກໍ​ອາດ​ເວົ້າ​ເລື່ອງ​ລາມົກ​ຂຶ້ນ​ມາ​ຫຼື​ຖາມ​ວ່າ: ‘ເຈົ້າ​ເຄີຍ​ມີ​ເພດ​ສຳພັນ​ບໍ? ເຈົ້າ​ມັກ​ມີ​ເພດ​ສຳພັນ​ທາງ​ປາກ​ບໍ?’ ບາງ​ຄົນ​ອາດ​ເຖິງຂັ້ນ​ຊວນ​ເຈົ້າ​ໃຫ້​ຫຼິ້ນ​ໄຊເບີເຊັກ.”b

ແລ້ວ​ຖ້າ​ເຈົ້າ​ແຊັດ​ແຕ່​ກັບ​ໝູ່​ທີ່​ຮູ້​ຈັກ​ເດ? ເຖິງ​ຈະ​ເປັນ​ແນວ​ນັ້ນ ເຈົ້າ​ກໍ​ຍັງ​ຕ້ອງ​ລະວັງ. ຈອນ​ບອກ​ວ່າ: “ເຈົ້າ​ອາດ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ໃນ​ການ​ແຊັດ​ລົມ​ກັບ​ໝູ່​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ. ແຮ່ງ​ເຈົ້າ​ສົ່ງ​ຂໍ້​ຄວາມ​ເຖິງ​ຄົນ​ນັ້ນ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ​ຈົນ​ກ້າ​ເວົ້າ​ເລື່ອງ​ທີ່​ບໍ່​ເໝາະສົມ.”

“ຄົນ​ທີ່​ບໍ່​ຈິງ​ໃຈ”

ກະສັດ​ດາວິດ​ຮູ້​ດີ​ວ່າ​ຕ້ອງ​ລະວັງ​ໝູ່​ທີ່​ບໍ່​ດີ. ລາວ​ຂຽນ​ວ່າ: “ລູກ​ບໍ່​ຄົບຫາ​ກັບ​ຄົນ​ຂີ້​ຕົວະ ແລະ​ບໍ່​ໄປ​ໃກ້​ຄົນ​ທີ່​ບໍ່​ຈິງ​ໃຈ.”—ເພງ​ສັນລະເສີນ 26:4

ຕອນ​ທີ່​ຫຼິ້ນ​ອິນເຕີເນັດ ເຈົ້າ​ເຄີຍ​ເຈິ​ຄົນ​ແບບ​ທີ່​ດາວິດ​ເວົ້າ​ເຖິງ​ບໍ? ເຂົາເຈົ້າ​ເປັນ “ຄົນ​ທີ່​ບໍ່​ຈິງ​ໃຈ” ແນວ​ໃດ​ແລະ​ຍ້ອນຫຍັງ? ․․․․․

ໃນ​ທາງ​ກົງ​ກັນ​ຂ້າມ ເຈົ້າ​ເອງ​ເປັນ​ຄົນ​ທີ່​ບໍ່​ຈິງ​ໃຈ​ຫຼື​ປິດ​ບັງ​ຕົວ​ຕົນ​ຕອນທີ່​ຫຼິ້ນ​ອິນເຕີເນັດ​ບໍ? ອາບີເກວ​ທີ່​ເຄີຍ​ໃຊ້​ແຊັດ​ຣູມ​ຫຼື​ຫ້ອງ​ສົນທະນາ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ແຊັດ ຂ້ອຍ​ຈະ​ພະຍາຍາມ​ປັບ​ໂຕເອງ​ໃຫ້​ເຂົ້າ​ກັບ​ເລື່ອງ​ທີ່​ກຳລັງ​ລົມ​ກັນ.”

ຜູ້​ຍິງ​ຊື່​ລີແອນ​ເຄີຍ​ໃຊ້​ອີກ​ຮູບ​ແບບ​ໜຶ່ງ​ເພື່ອ​ປິດ​ບັງ​ຕົວຕົນ. ລາວ​ເລົ່າ​ວ່າ: “ຂ້ອຍ​ລົມ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ປະຊາຄົມ​ໃກ້​ຄຽງ​ທາງ​ອອນລາຍ​ເປັນ​ປະຈຳ. ບໍ່​ດົນ ເຮົາ​ກໍ​ເລີ່ມ​ລົມ​ກັນ​ເລື່ອງ​ຮັກໆ​ໃຄ່ໆ. ເມື່ອ​ພໍ່​ແມ່​ຂອງ​ຂ້ອຍ​ຍ່າງ​ມາ ຂ້ອຍ​ກໍ​ຈະ​ຫຍໍ້​ໜ້າ​ຈໍ​ໃຫ້​ນ້ອຍ​ລົງ​ເພື່ອ​ບໍ່​ໃຫ້​ພໍ່​ແມ່​ຈັບ​ໄດ້​ວ່າ​ເຮົາ​ລົມ​ເລື່ອງ​ຫຍັງ​ກັນ. ເຂົາເຈົ້າ​ຄື​ຊິ​ຄິດ​ບໍ່​ເຖິງ​ວ່າ​ລູກ​ສາວ​ອາຍຸ 13 ປີ​ຈະ​ສົ່ງ​ຄຳ​ກອນ​ຫວານໆ​ຫາ​ຜູ້​ຊາຍ​ອາຍຸ 14 ປີ. ເຂົາເຈົ້າ​ຄື​ຊິ​ນຶກພາບ​ບໍ່​ອອກ​ແທ້ໆ.”

ປອດໄພ​ໄວ້​ກ່ອນ

ແນ່ນອນ​ວ່າ ບາງ​ເທື່ອ​ກໍ​ເໝາະ​ທີ່​ຈະ​ຕິດຕໍ່​ກັນ​ທາງ​ອິນເຕີເນັດ. ຕົວຢ່າງ​ເຊັ່ນ ຜູ້​ໃຫຍ່​ຫຼາຍ​ຄົນ​ໃຊ້​ອິນເຕີເນັດ​ເພື່ອ​ຕິດຕໍ່​ກັບ​ໝູ່. ແຕ່​ຖ້າ​ເຈົ້າ​ຕິດຕໍ່​ໝູ່​ດ້ວຍ​ວິທີ​ນີ້ ເຈົ້າ​ຕ້ອງ​ລະວັງ​ຫຍັງ​ແດ່? ລອງ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

● ກວດ​ເບິ່ງ​ເວລາ​ທີ່​ເຈົ້າ​ໃຊ້​ຕອນ​ຫຼິ້ນ​ອິນເຕີເນັດ. ຢ່າ​ຫຼິ້ນ​ອິນເຕີເນັດ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ມີ​ເວລາ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ​ເຊິ່ງ​ລວມ​ເຖິງ​ການ​ນອນ​ຫຼັບ​ພັກຜ່ອນ. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ໄບຣອັນ​ບອກ​ວ່າ: “ບາງ​ຄົນ​ຢູ່​ໂຮງຮຽນ​ຫຼິ້ນ​ອິນເຕີເນັດ​ຈົນ​ຮອດ​ສາມ​ໂມງ​ເຊົ້າ.”—ເອເຟໂຊ 5:15, 16

● ຕິດຕໍ່​ສະເພາະ​ກັບ​ຄົນ​ທີ່​ເຈົ້າ​ຮູ້​ຈັກ​ຫຼື​ຄົນ​ທີ່​ເຈົ້າ​ກວດ​ສອບ​ຕົວ​ຕົນ​ໄດ້. ຄົນ​ທີ່​ບໍ່​ດີ​ມັກ​ຈະ​ໃຊ້​ອິນເຕີເນັດ​ເພື່ອ​ຫາ​ຜົນ​ປະໂຫຍດ​ຈາກ​ໜຸ່ມ​ສາວ​ທີ່​ບໍ່​ລະວັງ​ໂຕ.—ໂຣມ 16:18

● ຕ້ອງ​ລະວັງ​ເປັນ​ພິເສດ​ເມື່ອ​ຕິດຕໍ່​ເລື່ອງ​ທຸລະກິດ. ຢ່າ​ໃຫ້​ຂໍ້ມູນ​ສ່ວນ​ໂຕ​ກັບ​ໃຜ​ງ່າຍ. ຄັນ​ບໍ່​ຊັ້ນ ເຈົ້າ​ອາດ​ຖືກ​ໂກງ ຫຼື​ອາດ​ເຈິ​ເລື່ອງ​ທີ່​ຮ້າຍ​ແຮງ​ກວ່າ​ນັ້ນ.—ມັດທາຍ 10:16

● ຖ້າ​ຈະ​ສົ່ງ​ຮູບ​ຖ່າຍ​ໃຫ້​ໝູ່ ລອງ​ຖາມ​ໂຕເອງ​ວ່າ ‘ນີ້​ແມ່ນ​ຮູບ​ຂອງ​ຄົນ​ທີ່​ບອກ​ວ່າ​ຮັບໃຊ້​ພະເຈົ້າ​ແທ້​ບໍ?’—ຕີໂຕ 2:7, 8

● ໃຫ້​ເຊົາ​ແຊັດ​ທັນທີ. ຖ້າ​ການ​ລົມ​ກັນ​ທາງ​ອິນເຕີເນັດ​ເລີ່ມ​ລາມ​ໄປ​ຫາ “ສິ່ງ​ທີ່​ບໍ່​ເໝາະສົມ” ກໍ​ໃຫ້​ເຊົາ​ລົມ​ກັນ​ທັນທີ.—ເອເຟໂຊ 5:3, 4

● ໃຊ້​ອິນເຕີເນັດ​ແບບ​ປິດ​ບັງ. ຖ້າ​ເຈົ້າ​ມັກ​ປິດ​ບັງ​ພໍ່​ແມ່ ສະແດງ​ວ່າ​ມີ​ບາງ​ຢ່າງ​ຜິດ​ປົກກະຕິ. ໄວລຸ້ນ​ຄົນ​ໜຶ່ງ​ຊື່​ຄາຣີ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ປິດ​ບັງ​ແມ່. ຂ້ອຍ​ໃຫ້​ລາວ​ເບິ່ງ​ຕະຫຼອດ​ວ່າ​ຂ້ອຍ​ກຳລັງ​ເຮັດ​ຫຍັງ​ທາງ​ອອນລາຍ.”—ເຮັບເຣີ 13:18

“ມັນ​ຄຸ້ມ​ຄ່າ​ທີ່​ລໍ​ຖ້າ!”

ເປັນ​ເລື່ອງ​ປົກກະຕິ​ທີ່​ເຈົ້າ​ຢາກ​ມີ​ໝູ່. ພະເຈົ້າ​ບໍ່​ໄດ້​ສ້າງ​ມະນຸດ​ໃຫ້​ຢູ່​ຄົນ​ດຽວ ແຕ່​ໃຫ້​ມີ​ໝູ່. (ປະຖົມມະການ 2:18) ດັ່ງນັ້ນ ທີ່​ເຈົ້າ​ຮູ້ສຶກ​ຢາກ​ມີ​ໝູ່ ກໍ​ຍ້ອນ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ​ແບບ​ນັ້ນ! ແຕ່​ເຈົ້າ​ຕ້ອງ​ຮູ້​ວິທີ​ເລືອກ​ໝູ່.

ຖ້າ​ເຈົ້າ​ເລືອກ​ໝູ່​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ​ເຈົ້າ​ຈະ​ມີ​ໝູ່​ທີ່​ດີ​ທີ່​ສຸດ. ຜູ້​ຍິງ​ຄົນ​ໜຶ່ງ​ອາຍຸ 15 ປີ​ບອກ​ວ່າ: “ການ​ຫາ​ໝູ່​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ເຈົ້າ​ເປັນ​ເລື່ອງ​ຍາກ. ແຕ່​ເມື່ອ​ຫາ​ເຈິ ເຈົ້າ​ກໍ​ຈະ​ຮູ້ສຶກ​ວ່າ​ມັນ​ຄຸ້ມ​ຄ່າ​ທີ່​ລໍ​ຖ້າ!”

ໃນ​ບົດ​ຕໍ່​ໄປ

ໃຜ​ບອກ​ວ່າ​ຄຳເວົ້າ​ທຳຮ້າຍ​ເຮົາ​ບໍ່​ໄດ້? ການ​ຊຸບຊິບ​ນິນທາ​ສາມາດ​ແທງ​ໄດ້​ຄື​ດາບ. ເຈົ້າ​ຈະ​ເຊົາ​ນິນທາ​ໄດ້​ແນວ​ໃດ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ເລື່ອງ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ​ຈະ​ພິຈາລະນາ​ເພີ່ມເຕີມ​ໃນ​ບົດ​ທີ 17.

b ໄຊເບີເຊັກ​ແມ່ນ​ການ​ລົມ​ກັນ​ທາງ​ອອນລາຍ​ກ່ຽວກັບ​ເລື່ອງ​ເພດ​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ.

ຂໍ້​ຄຳພີ​ຫຼັກ

“ລູກ​ບໍ່​ຄົບຫາ​ກັບ​ຄົນ​ຂີ້​ຕົວະ ແລະ​ບໍ່​ໄປ​ໃກ້​ຄົນ​ທີ່​ບໍ່​ຈິງ​ໃຈ.”—ເພງ​ສັນລະເສີນ 26:4

ຄຳ​ແນະນຳ

ເມື່ອ​ເຈົ້າ​ໃຊ້​ອິນເຕີເນັດ ເວລາ​ຈະ​ຜ່ານ​ໄປ​ໄວ​ຫຼາຍ​ປານ​ຕິດ​ປີກ! ດັ່ງນັ້ນ ໃຫ້​ກຳນົດ​ເວລາ​ທີ່​ຈະ​ໃຊ້ ແລ້ວ​ເຮັດ​ຕາມ​ນັ້ນ. ຖ້າ​ຈຳເປັນ ໃຫ້​ຕັ້ງ​ໂມງ​ປຸກ​ວ່າ​ເຈົ້າ​ຕ້ອງ​ເຊົາ​ຫຼິ້ນ​ຕອນ​ຈັກ​ໂມງ.

ເຈົ້າ​ຮູ້​ບໍ . . . ?

ການ​ໄດ້​ຂໍ້ມູນ​ທາງ​ອິນເຕີເນັດ​ພຽງ​ແຕ່​ໜ້ອຍ​ດຽວ ເຊັ່ນ ນາມ​ສະກຸນ ຊື່​ໂຮງຮຽນ ຫຼື​ເບີ​ໂທລະສັບ​ຂອງ​ເຈົ້າ ກໍ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ດີ​ສາມາດ​ຫາ​ເຈົ້າ​ເຈິ​ໄດ້.

ແຜນ​ພາກ​ປະຕິບັດ!

ຂ້ອຍ​ຢາກ​ຈຳກັດ​ເວລາ​ໃນ​ການ​ຫຼິ້ນ​ອິນເຕີເນັດ​ພຽງ​ແຕ່​ຕໍ່​ອາທິດ ແລະ​ຂ້ອຍ​ຈະ​ເຮັດ​ແບບ​ນີ້​ໂດຍ ․․․․․

ຖ້າ​ຂ້ອຍ​ເຈິ​ຄົນ​ທີ່​ຂ້ອຍ​ບໍ່​ຮູ້​ຈັກ​ທາງ​ອິນເຕີເນັດ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ໃຫ້​ປຽບທຽບ​ວ່າ​ການ​ລົມ​ກັນ​ທາງ​ອິນເຕີເນັດ​ແລະ​ການ​ລົມ​ກັນ​ແບບ​ໂຕ​ຕໍ່​ໂຕ​ມີ​ຂໍ້​ດີ​ແລະ​ຂໍ້​ເສຍ​ແນວ​ໃດ?

● ຕອນ​ທີ່​ຫຼິ້ນ​ອິນເຕີເນັດ ເປັນ​ຫຍັງ​ເຮົາ​ຈຶ່ງ​ມັກ​ປ່ຽນ​ບຸກຄະລິກ​ໄປ​ເປັນ​ອີກ​ຄົນ​ໜຶ່ງ?

● ເຈົ້າ​ຈະ​ຈຳກັດ​ເວລາ​ທີ່​ເຈົ້າ​ຫຼິ້ນ​ອິນເຕີເນັດ​ໄດ້​ແນວ​ໃດ?

● ການ​ຕິດຕໍ່​ກັນ​ທາງ​ອິນເຕີເນັດ​ມີ​ຂໍ້​ດີ​ຫຍັງ​ແດ່?

[ຮູບ​ພາບ​ໜ້າ 100, 101]

ເຈົ້າ​ຈະ​ປິດ​ຕາ​ຍ່າງ​ໄປ​ຕາມ​ຫົນທາງ​ໃນ​ເຂດ​ທີ່​ອັນຕະລາຍ​ບໍ? ຄັນຊັ້ນ​ເປັນ​ຫຍັງ​ຈຶ່ງ​ຈະ​ຫຼິ້ນ​ອິນເຕີເນັດ​ໂດຍ​ບໍ່​ລະວັງ​ຫຍັງ​ເລີຍ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 103]

“ຂ້ອຍ​ບໍ່​ຕິດຕໍ່​ທາງ​ອອນລາຍ​ກັບ​ຄົນ​ທີ່​ຂ້ອຍ​ບໍ່​ຮູ້​ຈັກ​ຫຼື​ຄົນ​ທີ່​ຂ້ອຍ​ບໍ່​ຢາກ​ຄົບຫາ​ນຳ​ໃນ​ຊີວິດ​ຈິງ.”—ຈອນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌