ບົດທີ 13
ຂ້ອຍຈະຮຽນດີຂຶ້ນໄດ້ແນວໃດ?
ລອງນຶກພາບວ່າຖ້າເຈົ້າຕິດຢູ່ໃນປ່າຕຶບໜາແລະມືດມິດ ແສງແດດສ່ອງບໍ່ເຖິງຍ້ອນຖືກຕົ້ນໄມ້ປົກຄຸມ ອ້ອມຮອບກໍເຕັມແຕ່ຫຍ້າແລະຕົ້ນໄມ້ທັງຕົ້ນໃຫຍ່ແລະຕົ້ນນ້ອຍຈົນເຈົ້າເກືອບຈະເໜັງໂຕບໍ່ໄດ້ ເຈົ້າຈະເຮັດແນວໃດ? ຖ້າເຈົ້າຢາກອອກມາ ເຈົ້າກໍຕ້ອງໃຊ້ມີດຫຼືພ້າເພື່ອຈະຖາງທາງອອກມາໄດ້.
ບາງຄົນອາດບອກວ່າຊີວິດນັກຮຽນກໍຄ້າຍກັບເລື່ອງທີ່ເລົ່າມາທາງເທິງ. ເຈົ້າຕ້ອງຢູ່ໃນຫ້ອງຮຽນໝົດມື້ ແລະຕອນແລງກໍຕ້ອງມາເຮັດວຽກບ້ານອີກຫຼາຍຊົ່ວໂມງ. ເຈົ້າຮູ້ສຶກແບບນັ້ນບໍ? ໃຫ້ຂຽນວິຊາທີ່ເຈົ້າຮູ້ສຶກວ່າຍາກທີ່ສຸດໃສ່ທາງລຸ່ມນີ້.
․․․․․
ພໍ່ແມ່ແລະຄູຂອງເຈົ້າອາດພະຍາຍາມກະຕຸ້ນເຈົ້າໃຫ້ເອົາໃຈໃສ່ວິຊານີ້ຫຼາຍຂຶ້ນ. ເຂົາເຈົ້າບໍ່ໄດ້ຢາກເຮັດໃຫ້ເຈົ້າລຳບາກ ພຽງແຕ່ຢາກໃຫ້ເຈົ້າໃຊ້ຄວາມສາມາດຢ່າງເຕັມທີແລະເຮັດໃຫ້ດີທີ່ສຸດ. ແລ້ວຖ້າເຈົ້າຮັບບໍ່ໄຫວເດຈະເຮັດແນວໃດ? ເຈົ້າຕ້ອງຮູ້ວິທີຮັບມືຈຶ່ງຈະສາມາດຜ່ານຊ່ວງເວລາທີ່ຫຍຸ້ງຍາກນີ້ໄປໄດ້. ມີວິທີໃດແດ່ທີ່ຊ່ວຍໄດ້?
● ວິທີທີ 1: ເບິ່ງການຮຽນໃນແງ່ບວກ. ຖ້າເຈົ້າຢາກຮຽນດີ ຢ່າເບິ່ງການຮຽນໃນແງ່ລົບ. ໃຫ້ພະຍາຍາມຄິດເຖິງຜົນທີ່ໄດ້ຮັບ. ອັກຄະສາວົກໂປໂລຂຽນວ່າ: “ຄົນທີ່ໄຖນາແລະຄົນທີ່ຟາດເຂົ້າກໍຫວັງວ່າຈະໄດ້ສ່ວນແບ່ງຂອງໂຕເອງ.”—1 ໂກຣິນໂທ 9:10
ເຈົ້າຄືຊິຄິດບໍ່ອອກວ່າ ຖ້າເຈົ້າຕັ້ງໃຈຮຽນວິຊານີ້ຢ່າງຈິງຈັງຄືກັບ “ໄຖນາ” ຈະມີຜົນດີແນວໃດ. ຍ້ອນຫຍັງ? ຍ້ອນເຈົ້າຍັງບໍ່ເຫັນວ່າແຕ່ລະວິຊາທີ່ເຈົ້າຮຽນມີປະໂຫຍດແນວໃດໃນຕອນນີ້. ແນວໃດກໍຕາມ ການຮຽນຫຼາກຫຼາຍວິຊາຈະຊ່ວຍເຈົ້າໃຫ້ເຂົ້າໃຈກ່ຽວກັບໂລກແລະສິ່ງທີ່ຢູ່ອ້ອມໂຕຫຼາຍຂຶ້ນ. ນີ້ຈະຊ່ວຍໃຫ້ເຈົ້າ “ປັບໂຕເປັນຄົນທຸກປະເພດ” ເຮັດໃຫ້ເຈົ້າສາມາດເວົ້າລົມກັບຜູ້ຄົນຈາກຫຼາກຫຼາຍພູມຫຼັງໄດ້. (1 ໂກຣິນໂທ 9:22) ແລະຢ່າງໜ້ອຍກໍຍັງຊ່ວຍເຈົ້າໃຫ້ພັດທະນາຄວາມສາມາດໃນການຄິດແລະການອ່ານໃຫ້ດີຂຶ້ນເຊິ່ງຈະເປັນທັກສະທີ່ເປັນປະໂຫຍດຕໍ່ເຈົ້າໃນໄລຍະຍາວແນ່ນອນ.
● ວິທີທີ 2: ເບິ່ງຄວາມສາມາດຂອງເຈົ້າໃນແງ່ບວກ. ການຮຽນຢູ່ໂຮງຮຽນຈະຊ່ວຍເຈົ້າໃຫ້ຮູ້ວ່າເຈົ້າມີພອນສະຫວັນດ້ານໃດແລະເຮັດຫຍັງໄດ້ແດ່. ໂປໂລຂຽນເຖິງຕີໂມທຽວວ່າ: “ໃຫ້ເຈົ້າກະຕືລືລົ້ນໃນການໃຊ້ຄວາມສາມາດ (ຫຼື “ຂອງຂວັນ” ໄຂເງື່ອນ) ທີ່ມາຈາກພະເຈົ້າ.” (2 ຕີໂມທຽວ 1:6) ເບິ່ງຄືວ່າ ຕີໂມທຽວຖືກແຕ່ງຕັ້ງໃຫ້ເຮັດວຽກພິເສດບາງຢ່າງໃນປະຊາຄົມຄລິດສະຕຽນ. ແຕ່ລາວຕ້ອງໃຊ້ຄວາມສາມາດທີ່ເປັນ “ຂອງຂວັນ” ຈາກພະເຈົ້າ ຄັນບໍ່ຊັ້ນຄວາມສາມາດນັ້ນຈະບໍ່ມີປະໂຫຍດຫຍັງເລີຍ. ແນ່ນອນວ່າ ພະເຈົ້າບໍ່ໄດ້ຊ່ວຍເຈົ້າໃຫ້ຮຽນເກັ່ງ ແຕ່ເຈົ້າກໍມີຄວາມສາມາດດ້ານໃດດ້ານໜຶ່ງໂດຍສະເພາະທີ່ເຈົ້າເອງອາດບໍ່ຮູ້. ແນວໃດກໍຕາມ ເຈົ້າມີຄວາມສາມາດທີ່ແຕກຕ່າງຈາກຄົນອື່ນໆ. ການຮຽນຢູ່ໂຮງຮຽນສາມາດຊ່ວຍໃຫ້ເຈົ້າຄົ້ນພົບຄວາມສາມາດນັ້ນແລະພັດທະນາມັນໄດ້ຕໍ່ໆໄປ.
ການທີ່ຄິດວ່າໂຕເອງບໍ່ມີທາງຮຽນດີຂຶ້ນແຮ່ງຈະເຮັດໃຫ້ເຈົ້າບໍ່ພັດທະນາ. ເມື່ອໃດທີ່ເຈົ້າຄິດວ່າໂຕເອງບໍ່ມີຄວາມສາມາດ ກໍໃຫ້ພະຍາຍາມຄິດເຖິງຂໍ້ດີຂອງໂຕເອງ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນວິພາກວິຈານຄວາມສາມາດໃນການເວົ້າຂອງໂປໂລຢ່າງບໍ່ສົມເຫດສົມຜົນ ລາວຕອບວ່າ: “ຂ້ອຍອາດຈະເວົ້າບໍ່ເກັ່ງ ແຕ່ຂ້ອຍກໍມີຄວາມຮູ້.” (2 ໂກຣິນໂທ 10:10; 11:6) ໂປໂລຮູ້ຈຸດອ່ອນຂອງໂຕເອງ ແຕ່ລາວກໍຮູ້ນຳວ່າລາວມີຂໍ້ດີຫຍັງ.
ແລ້ວເຈົ້າເດ? ເຈົ້າມີຂໍ້ດີຫຍັງແດ່? ຖ້າຄິດບໍ່ອອກ ໃຫ້ຖາມຜູ້ໃຫຍ່ທີ່ຮູ້ຈັກເຈົ້າດີ? ລາວຈະຊ່ວຍໃຫ້ເຈົ້າເຫັນຂໍ້ດີຂອງໂຕເອງແລະຮູ້ວ່າຈະໃຊ້ຂໍ້ດີນັ້ນແນວໃດ.
● ວິທີທີ 3: ດຸໝັ່ນໃນການອ່ານ. ການຮຽນທີ່ດີບໍ່ມີທາງລັດ. ຈັ່ງໃດເຈົ້າກໍຕ້ອງອ່ານແລະສຶກສາຄົ້ນຄວ້າ. ເຈົ້າອາດບໍ່ມັກວິທີນີ້ ແຕ່ມັນຈະເປັນປະໂຫຍດຕໍ່ເຈົ້າແທ້. ພຽງແຕ່ພະຍາຍາມຈັກໜ້ອຍໜຶ່ງ ເຈົ້າອາດຈະມັກກໍໄດ້.
ເຈົ້າຕ້ອງຈັດເວລາເພື່ອອ່ານແລະສຶກສາຄົ້ນຄວ້າ. ຈື່ໄວ້ວ່າ ຕອນຢູ່ໃນໂຮງຮຽນ ການຮຽນຄວນມາກ່ອນ. ແມ່ນຢູ່ ທີ່ຄຳພີໄບເບິນບອກວ່າມີ “ເວລາຫົວ” ແລະ “ເວລາເຕັ້ນລຳ.” (ປັນຍາຈານ 3:1, 4; 11:9) ເຈົ້າຄືຊິຮູ້ສຶກຄືກັບໜຸ່ມສາວຄົນອື່ນໆທີ່ຢາກມີເວລາພັກຜ່ອນຢ່ອນໃຈແດ່.a ແຕ່ປັນຍາຈານ 11:4 ເຕືອນວ່າ: “ຄົນທີ່ມົວແຕ່ເບິ່ງລົມກໍຈະບໍ່ຫວ່ານແນວປູກ ແລະຄົນທີ່ມົວແຕ່ເບິ່ງຂີ້ເຝື້ອກໍຈະບໍ່ໄດ້ເກັບກ່ຽວ.” ເຈົ້າໄດ້ບົດຮຽນຫຍັງຈາກຂໍ້ນີ້? ເລື່ອງຮຽນຕ້ອງມາກ່ອນ ເລື່ອງຫຼິ້ນໄວ້ທີຫຼັງ. ແຕ່ບໍ່ຕ້ອງກັງວົນ ເຈົ້າຈະມີເວລາຫຼິ້ນແນ່ນອນ!
ວຽກບ້ານຫຼາຍໂພດ
ຖ້າເຈົ້າມີວຽກບ້ານກອງຖ້ວມຫົວຈະເຮັດແນວໃດ? ເຈົ້າອາດຮູ້ສຶກຄືກັບແຊນດຣີນອາຍຸ 17 ປີທີ່ເວົ້າວ່າ: “ຂ້ອຍຕ້ອງເຮັດວຽກບ້ານມື້ລະສອງຫາສາມຊົ່ວໂມງ ແຖມເສົາອາທິດກໍຍັງຕ້ອງເຮັດອີກ.” ຢູ່ບາງບ່ອນ ນັກຮຽນຕ້ອງໃຊ້ເວລາເຮັດວຽກບ້ານຫຼາຍກວ່ານີ້. ແລ້ວເຈົ້າຈະເຮັດແນວໃດຖ້າວຽກບ້ານຫຼາຍຂະໜາດນີ້? ລອງເຮັດຕາມຄຳແນະນຳໃນໜ້າ 119 ເບິ່ງ.
ກຳຈັດອຸປະສັກ
ເມື່ອໃຫ້ຄຳແນະນຳກ່ຽວກັບວິທີທີ່ຈະຮັບໃຊ້ພະເຈົ້າໄດ້ດີ ໂປໂລຂຽນເຖິງຕີໂມທຽວວ່າ: “ໃຫ້ເຈົ້າຄິດຕຶກຕອງແລະທຸ່ມເທກັບເລື່ອງເຫຼົ່ານີ້ ເພື່ອຄົນອື່ນຈະເຫັນຄວາມກ້າວໜ້າຂອງເຈົ້າຫຼາຍຂຶ້ນ.” (1 ຕີໂມທຽວ 4:15) ຄ້າຍຄືກັນ ຖ້າເຈົ້າໝັ່ນອ່ານໝັ່ນສຶກສາ ເຈົ້າກໍຈະຮຽນໄດ້ດີຂຶ້ນແທ້.
ລອງນຶກເຖິງຕົວຢ່າງໃນຕອນຕົ້ນຂອງບົດນີ້. ເມື່ອເຈົ້າຕິດຢູ່ໃນປ່າຕຶບໜາ ເຈົ້າຕ້ອງມີມີດຫຼືພ້າເພື່ອຖາງທາງອອກມາໄດ້. ການຮຽນກໍຄືກັນ. ຢ່າມົວແຕ່ຄິດໜັກໃຈວ່າພໍ່ແມ່ແລະຄູຮຽກຮ້ອງຈາກເຈົ້າຫຼາຍເກີນໄປ. ໃຫ້ເຮັດຕາມສາມວິທີທີ່ເວົ້າເຖິງໃນບົດນີ້ ແລ້ວເຈົ້າຈະປະສົບຄວາມສຳເລັດໃນການຮຽນ. ເຈົ້າຈະດີໃຈທີ່ຮຽນໄດ້ດີຂຶ້ນ!
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 18
ນອກຈາກບັນຫາຢູ່ໂຮງຮຽນແລ້ວ ຕອນນີ້ເຈົ້າອາດກຳລັງຖືກໝູ່ກວນນຳອີກ. ແລ້ວເຈົ້າຈະເຮັດແນວໃດ?
[ຂໍ້ຄວາມໄຂເງື່ອນ]
ຂໍ້ຄຳພີຫຼັກ
“ຄົນທີ່ມົວແຕ່ເບິ່ງລົມກໍຈະບໍ່ຫວ່ານແນວປູກ ແລະຄົນທີ່ມົວແຕ່ເບິ່ງຂີ້ເຝື້ອກໍຈະບໍ່ໄດ້ເກັບກ່ຽວ.”—ປັນຍາຈານ 11:4
ຄຳແນະນຳ
ເມື່ອອ່ານໜັງສື ໃຫ້ອ່ານເນື້ອໃນທັງໝົດແບບຜ່ານໆກ່ອນ ເພື່ອເບິ່ງພາບລວມວ່າເປັນເລື່ອງຫຍັງ. ຈາກນັ້ນ ໃຫ້ເບິ່ງຫົວຂໍ້ຍ່ອຍແລ້ວລອງຕັ້ງຄຳຖາມ ແລະອ່ານເນື້ອໃນເພື່ອຊອກຫາຄຳຕອບ. ສຸດທ້າຍໃຫ້ທົບທວນວ່າເຈົ້າຈື່ຫຍັງແດ່ຈາກເລື່ອງທີ່ໄດ້ອ່ານ.
ເຈົ້າຮູ້ບໍ . . . ?
ການໂກງບໍ່ໄດ້ຊ່ວຍໃຫ້ເຈົ້າຮຽນດີຂຶ້ນແລະຍັງເຮັດໃຫ້ຄົນອື່ນບໍ່ໄວ້ໃຈເຈົ້າ. ທີ່ສຳຄັນແມ່ນ ມັນຈະທຳລາຍສາຍສຳພັນຂອງເຈົ້າກັບພະເຈົ້າ.—ສຸພາສິດ 11:1
ແຜນພາກປະຕິບັດ!
ໃນການສອບເສັງເທື່ອຕໍ່ໄປ ຂ້ອຍຢາກໄດ້ຄະແນນ ․․․․․ ໃນວິຊາຕໍ່ໄປນີ້:
ຂ້ອຍຈະພະຍາຍາມຮຽນວິຊານີ້ໃຫ້ດີຂຶ້ນໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງເຈົ້າຄວນຕັ້ງໃຈຮຽນ?
● ເຈົ້າຈະອ່ານໜັງສືແລະເຮັດວຽກບ້ານເວລາໃດດີ?
● ໃນເຮືອນຂອງເຈົ້າ ບ່ອນໃດດີທີ່ສຸດທີ່ຈະອ່ານໜັງສືແລະເຮັດວຽກບ້ານ?
● ຖ້າເຈົ້າມັກພັກຜ່ອນຢ່ອນໃຈຫຼືເຮັດກິດຈະກຳອື່ນ ເຈົ້າຈະເຮັດສິ່ງນັ້ນໂດຍບໍ່ໃຫ້ມັນມາລົບກວນການຮຽນຂອງເຈົ້າໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 117]
“ເມື່ອໄດ້ສັງເກດເບິ່ງນິດໄສໄວລຸ້ນຄົນອື່ນໆ ຂ້ອຍເຫັນວ່ານິດໄສການຮຽນຂອງເຂົາເຈົ້າບອກໃຫ້ຮູ້ວ່າເຂົາເຈົ້າສົນໃຈສຶກສາເລື່ອງກ່ຽວກັບພະເຈົ້າຫຼາຍໜ້ອຍສ່ຳໃດ. ຄົນທີ່ບໍ່ມັກຮຽນຈະບໍ່ມັກສຶກສາຄຳພີໄບເບິນ.”—ຊິວວີ້
[ຂອບໜ້າ 119]
ຊອກຫາບ່ອນອ່ານໜັງສື. ຄວນເປັນບ່ອນທີ່ບໍ່ມີສິ່ງລົບກວນ. ຖ້າມີໂຕະອ່ານໜັງສືກໍແຮ່ງດີ. ຢ່າເປີດໂທລະທັດ.
ເຮັດສິ່ງທີ່ສຳຄັນກ່ອນ. ການຮຽນເປັນສິ່ງສຳຄັນ. ຢ່າເປີດໂທລະທັດຈົນກວ່າຈະເຮັດວຽກບ້ານແລ້ວ.
ຢ່າເລື່ອນມື້ເລື່ອນຍາມ. ກຳນົດໃຫ້ຊັດເຈນວ່າຈະເຮັດວຽກບ້ານຕອນໃດ ແລະໃຫ້ເຮັດຕາມນັ້ນ.
ວາງແຜນ. ໃຫ້ຂຽນອອກມາວ່າວຽກບ້ານວິຊາໃດທີ່ເຈົ້າຄວນເຮັດກ່ອນແລະເຮັດທີຫຼັງ. ແລະແຕ່ລະວິຊາຈະໃຊ້ເວລາສ່ຳໃດ. ເມື່ອເຮັດວິຊາໃດແລ້ວກໍໃຫ້ຂີດອອກ.
ພັກຜ່ອນ. ຖ້າເຈົ້າເລີ່ມບໍ່ມີສະມາທິ ກໍໃຫ້ພັກຜ່ອນຈັກບຶດໜຶ່ງ ແລ້ວຈຶ່ງກັບໄປເຮັດຕໍ່.
ໝັ້ນໃຈໃນໂຕເອງ. ຂໍໃຫ້ຈື່ໄວ້ວ່າ ໂດຍປົກກະຕິແລ້ວນັກຮຽນຈະຮຽນໄດ້ດີຫຼືບໍ່ ແມ່ນຂຶ້ນຢູ່ກັບຄວາມດຸໝັ່ນບໍ່ແມ່ນຄວາມສະຫຼາດ. ຖ້າເຈົ້າພະຍາຍາມ ຮັບຮອງເລີຍວ່າເຈົ້າຈະເຫັນຜົນ. ເຈົ້າຈະຮຽນດີຂຶ້ນໄດ້ແນ່ນອນ.
[ຮູບພາບໜ້າ 116]
ຖ້າມີເຄື່ອງມືທີ່ເໝາະສົມ ເຈົ້າກໍຈະຖາງທາງຜ່ານປ່າຕຶບໜາໄດ້ ຄ້າຍກັນຖ້າເຈົ້າຮູ້ວິທີຮຽນທີ່ຖືກຕ້ອງ ເຈົ້າກໍຈະຮຽນໄດ້ດີຂຶ້ນ