ບົດທີ 14
ຂ້ອຍຈະປົກປ້ອງໂຕເອງຕອນຢູ່ໂຮງຮຽນໄດ້ແນວໃດ?
ໃຫ້ໝາຍຂີດໃສ່ຂໍ້ຄວາມຕໍ່ໄປນີ້ວ່າແມ່ນຫຼືບໍ່ແມ່ນ:
1. ການຖືກໝູ່ກວນໝາຍເຖິງການຖືກທຳຮ້າຍຮ່າງກາຍຢ່າງດຽວ.
□ ແມ່ນ
□ ບໍ່ແມ່ນ
2. ຕ້ອງມີການແຕະເນື້ອຕ້ອງໂຕຈຶ່ງຈະເອີ້ນວ່າການຄຸກຄາມທາງເພດ.
□ ແມ່ນ
□ ບໍ່ແມ່ນ
3. ຜູ້ຍິງກໍເປັນຝ່າຍກວນແລະລວນລາມໄດ້.
□ ແມ່ນ
□ ບໍ່ແມ່ນ
4. ຖ້າເຈົ້າຖືກໝູ່ກວນຫຼືຄຸກຄາມທາງເພດ ເຈົ້າຈະເຮັດຫຍັງບໍ່ໄດ້ເລີຍ ມີແຕ່ຕ້ອງອົດທົນ.
□ ແມ່ນ
□ ບໍ່ແມ່ນ
ໜຸ່ມສາວຫຼາຍລ້ານຄົນຮູ້ສຶກຢ້ານຍ້ອນຖືກໝູ່ກວນແລະເຍາະເຍີ້ຍຢູ່ໂຮງຮຽນເປັນປະຈຳ. ຊາຍໜຸ່ມຄົນໜຶ່ງຊື່ໄຣອັນບອກວ່າ: “ການນັ່ງລົດຂອງໂຮງຮຽນ 15 ນາທີທໍລະມານປານນັ່ງຫຼາຍຊົ່ວໂມງ. ພວກທີ່ມັກກວນຂ້ອຍໄດ້ເລີ່ມເວົ້າໃສ່ຈົນເຖິງຂັ້ນທຳຮ້າຍຮ່າງກາຍຂ້ອຍ.” ສ່ວນໜຸ່ມສາວບາງຄົນກໍຖືກຄຸກຄາມທາງເພດ. ໄວລຸ້ນຊື່ແອນນິຕ້າບອກວ່າ: “ຕອນທີ່ກຳລັງຍ່າງຢູ່ ຜູ້ຊາຍຄົນໜຶ່ງທີ່ເປັນຄົນດັງໃນໂຮງຮຽນໄດ້ບຽດຂ້ອຍເຂົ້າແຈຝາແລະເລີ່ມຈັບບ່ອນນັ້ນບ່ອນນີ້ໃນໂຕຂ້ອຍ. ຂ້ອຍຂໍຮ້ອງລາວດີໆວ່າຢ່າເຮັດແບບນັ້ນ ແຕ່ກໍບໍ່ໄດ້ຜົນ. ລາວຄິດວ່າຂ້ອຍຫຼິ້ນໂຕຊື່ໆ.”
ໜຸ່ມສາວບາງຄົນຖືກໝູ່ຢູ່ໂຮງຮຽນກວນແລະເຍາະເຍີ້ຍທາງອິນເຕີເນັດ. ເຈົ້າຖືກກວນແບບນັ້ນຄືກັນບໍ? ຖ້າແມ່ນ ແລ້ວເຈົ້າຈະເຮັດແນວໃດ? ມີຫຼາຍສິ່ງທີ່ເຈົ້າສາມາດເຮັດໄດ້! ແຕ່ກ່ອນອື່ນ ໃຫ້ເຮົາມາພິຈາລະນາຂໍ້ຄວາມທີ່ຢູ່ຕອນຕົ້ນຂອງບົດນີ້ເພື່ອເບິ່ງວ່າປະໂຫຍກໃດແມ່ນແລະປະໂຫຍກໃດບໍ່ແມ່ນ.
1. ບໍ່ແມ່ນ. ສ່ວນໃຫຍ່ຄົນທີ່ມັກກວນຫຼືເຍາະເຍີ້ຍມັກຈະໃຊ້ປາກຫຼາຍກວ່າກຳປັ້ນ. ເຂົາເຈົ້າມັກຈະເວົ້າຂົ່ມຂູ່ ດູຖູກ ຫຼືເຍາະເຍີ້ຍສຽດສີຄົນອື່ນ.
2. ບໍ່ແມ່ນ. ແມ່ນແຕ່ “ຄຳຊົມເຊີຍ” ທີ່ມີລັກສະນະສອງແງ່ສອງງ່າມ ເລື່ອງຕະຫຼົກລາມົກອະນາຈານ ຫຼືການຫຼິ້ນໜ້າຫຼິ້ນຕາກໍຖືເປັນການຄຸກຄາມທາງເພດນຳ.
3. ແມ່ນ. ຄົນທີ່ເຍາະເຍີ້ຍແລະລວນລາມຄົນອື່ນສາມາດເປັນໄດ້ທັງຜູ້ຊາຍແລະຜູ້ຍິງ.
4. ບໍ່ແມ່ນ. ເຈົ້າສາມາດເຮັດບາງຢ່າງເພື່ອຢຸດຄົນທີ່ທຳຮ້າຍເຈົ້າໄດ້. ໃຫ້ເຮົາມາເບິ່ງນຳກັນວ່າຈະເຮັດແນວໃດ.
ວິທີເອົາຊະນະຄົນທີ່ເຍາະເຍີ້ຍເຈົ້າໂດຍບໍ່ຕ້ອງໃຊ້ກຳລັງ
ບາງຄົນທີ່ກວນຫຼືເຍາະເຍີ້ຍເຈົ້າກໍພຽງແຕ່ຢາກເບິ່ງວ່າເຈົ້າຈະຕອບໂຕ້ແນວໃດ. ແຕ່ຄຳພີໄບເບິນໃຫ້ຄຳແນະນຳທີ່ສະຫຼາດວ່າ: “ຢ່າເປັນຄົນຄຽດງ່າຍ.” (ປັນຍາຈານ 7:9) ທີ່ຈິງການ ‘ເຮັດຊົ່ວໃສ່ເຂົາເຈົ້າຄືນ’ ອາດເປັນຄືກັບການສາດນ້ຳມັນໃສ່ກອງໄຟເຊິ່ງຈະເຮັດໃຫ້ບັນຫາຮ້າຍແຮງກວ່າເກົ່າ. (ໂຣມ 12:17) ແລ້ວຈະເອົາຊະນະຄົນແບບນີ້ໂດຍບໍ່ໃຊ້ກຳລັງໄດ້ແນວໃດ?
ຢ່າຈິງຈັງຫຼາຍເກີນໄປ. ຖ້າຄົນນັ້ນພຽງແຕ່ເວົ້າຢອກ ກໍໃຫ້ເບິ່ງເປັນເລື່ອງຕະຫຼົກແທນທີ່ຈະໃຈຮ້າຍ. ໄວລຸ້ນຄົນໜຶ່ງຊື່ເອລີອູບອກວ່າ: “ບາງເທື່ອກໍມີແຕ່ຢ່າຈິງຈັງຫຼາຍກັບຄຳເວົ້າທີ່ບໍ່ດີຂອງພວກນັ້ນ.” ຖ້າຄົນທີ່ມາຫາເລື່ອງເຈົ້າເຫັນວ່າຄຳເວົ້າຂອງລາວບໍ່ມີຜົນຫຍັງ ລາວກໍອາດເຊົາຄຸກຄາມເຈົ້າເອງ.
ໃຊ້ຄວາມອ່ອນໂຍນ. ຄຳພີໄບເບິນບອກວ່າ: “ຄຳຕອບທີ່ອ່ອນຫວານເຮັດໃຫ້ເຊົາໃຈຮ້າຍ.” (ສຸພາສິດ 15:1) ຄົນທີ່ມາຫາເລື່ອງເຈົ້າມັກຄິດບໍ່ເຖິງວ່າເຈົ້າຈະເຮັດດີກັບລາວ. ການຮູ້ຈັກບັງຄັບໂຕເອງຈະຊ່ວຍໃຫ້ເຈົ້າໃຈເຢັນ ແລະການເຮັດແບບນີ້ກໍຈະຊ່ວຍໃຫ້ສະຖານະການດີຂຶ້ນແລະໃຊ້ໄດ້ຜົນສະເໝີ. ສຸພາສິດ 29:11 ບອກວ່າ: “ຄົນໂງ່ລະບາຍຄວາມຮູ້ສຶກທັງໝົດຂອງລາວອອກມາ ແຕ່ຄົນສະຫຼາດໃຈເຢັນຈົນບັນຫາຜ່ານພົ້ນໄປ.” ຄວາມອ່ອນໂຍນເປັນຄຸນລັກສະນະຂອງຄົນທີ່ເຂັ້ມແຂງ. ລາວຈະຄວບຄຸມອາລົມໄດ້. ແຕ່ຄົນທີ່ມັກຫາເລື່ອງຈະມີອາລົມບໍ່ໝັ້ນຄົງແລະຫງຸດຫງິດງ່າຍ. ນີ້ເປັນເຫດຜົນທີ່ຄຳພີໄບເບິນບອກວ່າ: “ຄົນທີ່ບໍ່ໃຈຮ້າຍງ່າຍກໍດີກວ່າຄົນທີ່ມີແຮງຫຼາຍ.”—ສຸພາສິດ 16:32
ປ້ອງກັນໂຕເອງ. ຖ້າສະຖານະການເບິ່ງຄືຄວບຄຸມບໍ່ໄດ້ ເຈົ້າອາດຕ້ອງຊອກຫາ ‘ທາງອອກ.’ ສຸພາສິດ 17:14 ບອກວ່າ: “ໃຫ້ເຈົ້າອອກໄປຈາກບ່ອນນັ້ນກ່ອນທີ່ຈະຜິດຖຽງກັນຢ່າງຮຸນແຮງ.” ດັ່ງນັ້ນຖ້າເບິ່ງຄືວ່າຈະມີການໃຊ້ຄວາມຮຸນແຮງ ກໍໃຫ້ຟ້າວໜີອອກມາ. ຖ້າໜີບໍ່ທັນ ເຈົ້າອາດຕ້ອງປ້ອງກັນໂຕເອງເທົ່າທີ່ເຮັດໄດ້.
ບອກໃຫ້ຄົນອື່ນຮູ້. ພໍ່ແມ່ຂອງເຈົ້າຄວນຮູ້ວ່າເກີດຫຍັງຂຶ້ນກັບເຈົ້າ. ເຂົາເຈົ້າຈະຊ່ວຍເຈົ້າໄດ້. ຕົວຢ່າງເຊັ່ນ ເຂົາເຈົ້າອາດແນະນຳໃຫ້ເຈົ້າໄປເວົ້າເລື່ອງນີ້ກັບຄູອາຈານ. ຂໍໃຫ້ໝັ້ນໃຈວ່າພໍ່ແມ່ແລະຄູອາຈານສາມາດຈັດການເລື່ອງນີ້ໄດ້ຢ່າງຮອບຄອບແລະບໍ່ເຮັດໃຫ້ເຈົ້າມີບັນຫາຫຼາຍຂຶ້ນ.
ສິ່ງທີ່ຕ້ອງຈື່ໄວ້ແມ່ນ ຄົນທີ່ມາກວນຫຼືມາຫາເລື່ອງເຈົ້າຈະເຮັດຫຍັງເຈົ້າບໍ່ໄດ້ຖ້າເຈົ້າບໍ່ຕອບໂຕ້ແບບທີ່ລາວຄາດຫວັງ. ດັ່ງນັ້ນ ຢ່າຍອມໃຫ້ລາວມາຍົວະເຈົ້າໃຫ້ໃຈຮ້າຍໄດ້. ໃຫ້ພະຍາຍາມຄວບຄຸມສະຖານະການໂດຍເຮັດຕາມຄຳແນະນຳທີ່ໄດ້ເວົ້າໄປແລ້ວ.
ຮັບມືກັບການຄຸກຄາມທາງເພດ
ຖ້າເຈົ້າຖືກຄຸກຄາມທາງເພດ ເປັນເລື່ອງປົກກະຕິທີ່ເຈົ້າຈະໃຈຮ້າຍຫຼາຍ! ແຕ່ບັນຫາຄື ເຈົ້າຈະເຮັດຫຍັງແດ່ເພື່ອຮັບມືກັບເລື່ອງນີ້? ມີຫຼາຍວິທີທີ່ເຮັດໄດ້! ໃຫ້ເຮົາມາເບິ່ງບາງຢ່າງນຳກັນ.
ປະຕິເສດຢ່າງໜັກແໜ້ນ. ຖ້າເຈົ້າປະຕິເສດບໍ່ເຕັມສຽງ ຄົນທີ່ພະຍາຍາມລວນລາມເຈົ້າກໍອາດຄິດວ່າເຈົ້າຍອມຫຼືບໍ່ກໍອາດຈະຍອມ. ດັ່ງນັ້ນ ໃຫ້ເຈົ້າປະຕິເສດຢ່າງໜັກແໜ້ນວ່າຈັ່ງໃດເຈົ້າກໍບໍ່ຍອມ. ໃຫ້ຄຳວ່າບໍ່ໝາຍຄວາມວ່າບໍ່. (ມັດທາຍ 5:37) ຖ້າເຈົ້າຫົວຄິກໆຄັກໆຫຼືທຳທ່າເຂີນອາຍກໍອາດເຮັດໃຫ້ລາວເຂົ້າໃຈຜິດ. ໃຫ້ເວົ້າກົງໆແລະໜັກແໜ້ນ ເພາະນັ້ນແມ່ນການປ້ອງກັນໂຕທີ່ດີທີ່ສຸດ!
ເຮັດໃຫ້ເປັນເລື່ອງໃຫຍ່. ໄວລຸ້ນຍິງຊື່ແອນນິຕ້າເວົ້າເຖິງຕອນທີ່ຖືກລວນລາມວ່າ: “ຂ້ອຍຕັ້ງໃຈເຮັດໃຫ້ລາວຂາຍໜ້າຕໍ່ໜ້າໝູ່ຄູ່ໂດຍຮ້ອງສຽງດັງວ່າ ຢ່າມາຈັບຂ້ອຍແບບນີ້!” ຜົນເປັນແນວໃດ? ແອນນິຕ້າເລົ່າຕໍ່ວ່າ: “ໝູ່ຂອງລາວທຸກຄົນຫົວຂວັນລາວ. ລາວຄຽດໃຫ້ຂ້ອຍໄລຍະໜຶ່ງ. ແຕ່ຫຼັງຈາກນັ້ນບໍ່ເທົ່າໃດມື້ ລາວກໍມາຂໍໂທດຂ້ອຍ ແລະລາວເຖິງຂັ້ນຊ່ວຍປົກປ້ອງຂ້ອຍນຳເມື່ອມີຄົນພະຍາຍາມມາກວນຂ້ອຍ.”
ຖ້າຄຳເວົ້າບໍ່ໄດ້ຜົນ ກໍໃຫ້ຍ່າງໜີ. ແລ່ນໜີໄດ້ກໍແຮ່ງດີ. ແຕ່ຖ້າບໍ່ມີທາງໜີ ກໍຢ່າຍອມໃຫ້ໂຕເອງຖືກລວນລາມ. (ພະບັນຍັດ 22:25-27) ໄວລຸ້ນຄົນໜຶ່ງເລົ່າວ່າ: “ເມື່ອຜູ້ຊາຍຄົນໜຶ່ງພະຍາຍາມຈະຈັບແລະແຕະເນື້ອຕ້ອງໂຕຂ້ອຍ ຂ້ອຍກໍຕີລາວສຸດແຮງແລ້ວແລ່ນໜີໄປ!”
ບອກຄົນອື່ນ. ເອດຣີນອາຍຸ 16 ປີຍອມຮັບວ່າ: “ໃນທີ່ສຸດຂ້ອຍຕ້ອງໄປປຶກສາພໍ່ແມ່ວ່າຈະເຮັດແນວໃດຕອນທີ່ຜູ້ຊາຍຄົນໜຶ່ງພະຍາຍາມຈະລວນລາມຂ້ອຍເຖິງລາວຈະເປັນໝູ່ທີ່ດີກໍຕາມ. ແຮ່ງຂ້ອຍຫ້າມ ລາວກໍແຮ່ງເຮັດ ລາວເຮັດປານວ່າກຳລັງຫຼິ້ນເກມ.” ພໍ່ແມ່ຂອງເອດຣີນໄດ້ໃຫ້ຄຳແນະນຳທີ່ຊ່ວຍລາວໃຫ້ຮັບມືກັບບັນຫາໄດ້. ພໍ່ແມ່ຂອງເຈົ້າສາມາດຊ່ວຍເຈົ້າໄດ້ຄືກັນ.
ການຈັດການກັບພວກທີ່ມັກຫາເລື່ອງຫຼືມັກລວນລາມບໍ່ແມ່ນເລື່ອງງ່າຍ. ແຕ່ຈື່ໄວ້ສະເໝີວ່າ ໜຸ່ມສາວຄລິດສະຕຽນບໍ່ຈຳເປັນຕ້ອງທົນເມື່ອຖືກກວນຫຼືຖືກຫາເລື່ອງ ແລະບໍ່ຄວນຍອມເມື່ອຖືກຄຸກຄາມທາງເພດ. ການເຮັດຕາມວິທີທີ່ບອກໄວ້ຈະຊ່ວຍເຈົ້າໃຫ້ຮັບມືໄດ້.
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 18
ຄວາມກົດດັນຈາກໝູ່ຮັບມືໄດ້ຍາກຫຼາຍ. ໃຫ້ເຮົາມາເບິ່ງວ່າເຮົາຈະຮັບມືກັບເລື່ອງນີ້ໄດ້ແນວໃດ.
ຂໍ້ຄຳພີຫຼັກ
“ໃຫ້ພວກເຈົ້າພະຍາຍາມຫຼາຍທີ່ສຸດເພື່ອຈະສ້າງຄວາມສະຫງົບສຸກກັບທຸກຄົນ.”—ໂຣມ 12:18
ຄຳແນະນຳ
ຖ້າເຈົ້າຖືກກວນຫຼືຖືກຫາເລື່ອງ ໃຫ້ບອກຄົນນັ້ນດີໆ ແຕ່ກໍບອກແບບໜັກແໜ້ນວ່າ ‘ຢຸດດຽວນີ້’ ແລ້ວຍ່າງໜີອອກມາ. ຖ້າລາວຍັງບໍ່ຢຸດ ກໍໃຫ້ໄປບອກຜູ້ໃຫຍ່.
ເຈົ້າຮູ້ບໍ . . . ?
ການນຸ່ງເສື້ອທີ່ມີເຄື່ອງໝາຍຫຼືສີຄືກັບແກ໊ງໃດແກ໊ງໜຶ່ງອາດເຮັດໃຫ້ເຈົ້າຕົກເປັນເປົ້າຖືກທຳຮ້າຍໄດ້. ອະດີດສະມາຊິກແກ໊ງຄົນໜຶ່ງເວົ້າວ່າ: “ຖ້າໃຜນຸ່ງເສື້ອແບບພວກເຮົາ ແຕ່ລາວບໍ່ແມ່ນພວກເຮົາ ລາວກໍຈະຕົກເປັນເປົ້າໝາຍ. ຖ້າລາວບໍ່ມາເຂົ້າຮ່ວມແກ໊ງເຮົາ ລາວກໍຈະຖືກທຸບຕີ.”
ແຜນພາກປະຕິບັດ!
ຖ້າມີໃຜພະຍາຍາມເຍາະເຍີ້ຍຫຼືຍົວະຂ້ອຍໃຫ້ໃຈຮ້າຍ ຂ້ອຍຈະ ․․․․․
ເພື່ອຫຼີກລ່ຽງບໍ່ໃຫ້ຖືກເຍາະເຍີ້ຍຫຼືຖືກລວນລາມ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເຈົ້າຈະວາງໂຕໃຫ້ເບິ່ງຄືສຸຂຸມແລະໜ້ານັບຖືໄດ້ແນວໃດເພື່ອຄົນອື່ນຈະບໍ່ກ້າມາກວນຫຼືຫາເລື່ອງເຈົ້າ?
● ເຈົ້າຈະເຮັດແນວໃດຖ້າຖືກລວນລາມ? (ຄິດເຖິງສະຖານະການທີ່ອາດເກີດຂຶ້ນແລະວິທີຮັບມື)
● ເປັນຫຍັງເຈົ້າຈຶ່ງບໍ່ຄວນຄິດວ່າການຖືກລວນລາມເປັນເລື່ອງທຳມະດາ?
[ຖ້ອຍຄຳທີ່ຍົກມາໜ້າ 123]
“ຖ້າຮູ້ວ່າຈະມີການຕີກັນ ກໍຢ່າເຂົ້າໄປຫຍຸ້ງແລ້ວຂ້ຽວເມືອເຮືອນ. ບາງຄົນທີ່ຍັງຢືນເບິ່ງຢູ່ຫັ້ນ ສຸດທ້າຍກໍເຈິບັນຫາ.”—ໄຮໂຣ
[ຂອບໜ້າ 125]
ວິທີປ້ອງກັນການຖືກຄຸກຄາມທາງເພດ
ຢ່າຫວ່ານສະເໜ່. ມັນເປັນການເຊີນຊວນໃຫ້ມີການຄຸກຄາມທາງເພດ. ຄຳພີໄບເບິນໃຫ້ຂໍ້ຄິດທີ່ວ່າ: “ຖ້າຄົນໜຶ່ງເອົາໄຟໃສ່ເອິກ ເຄື່ອງນຸ່ງຂອງລາວຈະບໍ່ໄໝ້ບໍ?” (ສຸພາສິດ 6:27) ຄວາມຈິງກໍຄື ການຫວ່ານສະເໜ່ເປັນອັນຕະລາຍຄືກັບການຫຼິ້ນໄຟ.
ເບິ່ງການຄົບຫາຂອງເຈົ້າ. ຄົນອື່ນມັກຈະເບິ່ງວ່າເຈົ້າກັບໝູ່ມີນິດໄສຄ້າຍໆກັນ. ໄວລຸ້ນຍິງທີ່ຊື່ຄາລາເລົ່າວ່າ: “ຖ້າເຈົ້າໄປໃສມາໃສກັບຄົນທີ່ມັກຫວ່ານສະເໜ່ ເຈົ້າກໍອາດຈະຖືກລວນລາມໄດ້ຄືກັນ.”—1 ໂກຣິນໂທ 15:33
ລະວັງການແຕ່ງໂຕຂອງເຈົ້າ. ການນຸ່ງເຄື່ອງໂປ້ຫຼືໂຊສັດສ່ວນຫຼາຍເກີນໄປເປັນການຍົວະໃຫ້ເພດກົງກັນຂ້າມສົນໃຈ. ຖ້ານຸ່ງແບບນັ້ນ ແລ້ວຖືກລວນລາມກໍບໍ່ແປກ.—ຄາລາເຕຍ 6:7
ຢ່າປິດບັງວ່າເຈົ້າເປັນຄລິດສະຕຽນ. ຖ້າປິດບັງ ກໍບໍ່ມີໃຜຄິດວ່າເຈົ້າຈະໃຊ້ຊີວິດຕາມມາດຕະຖານຂອງຄລິດສະຕຽນ.—ມັດທາຍ 5:15, 16
[ຮູບພາບໜ້າ 124]
ຖ້າມີຄົນມາຫາເລື່ອງແລ້ວເຈົ້າໃຈຮ້າຍກໍຄືກັບການສາດນ້ຳມັນໃສ່ກອງໄຟ
[ຮູບພາບໜ້າ 127]
ຖ້າມີຄົນຈະລວນລາມເຈົ້າ ກໍໃຫ້ໄລ່ລາວໜີ