ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມສ ຄຳຖາມ 5 ໜ້າ 15-17
  • ຖ້າ​ຂ້ອຍ​ຖືກ​ຂົ່ມເຫງ​ຈະ​ເຮັດ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖ້າ​ຂ້ອຍ​ຖືກ​ຂົ່ມເຫງ​ຈະ​ເຮັດ​ແນວ​ໃດ?
  • ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ເລື່ອງທີ່ຄ້າຍກັນ
  • ໝາຍເພິ່ງພະເຢໂຫວາເມື່ອຖືກຫາເລື່ອງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຂ້ອຍ​ຈະ​ປົກປ້ອງ​ໂຕເອງ​ຕອນ​ຢູ່​ໂຮງຮຽນ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
ຄມສ ຄຳຖາມ 5 ໜ້າ 15-17
ເດັກ​ນ້ອຍ​ຊາຍ​ຄົນ​ໜຶ່ງ​ຖືກ​ໝູ່​ຢູ່​ໂຮງ​ຮຽນ​ແກ້ງ

ຄຳຖາມ​ທີ 5

ຖ້າ​ຂ້ອຍ​ຖືກ​ຂົ່ມເຫງ​ຈະ​ເຮັດ​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເພາະ​ວິທີ​ທີ່​ເຈົ້າ​ຕອບ​ໂຕ້​ສາມາດ​ເຮັດ​ໃຫ້​ເລື່ອງ​ດີ​ຂຶ້ນ​ຫຼື​ຮ້າຍ​ກວ່າ​ເກົ່າ​ໄດ້.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ໂທມັດ​ບໍ່​ຢາກ​ໄປ​ໂຮງ​ຮຽນ​ທັງ​ໃນ​ມື້​ນີ້ ມື້​ອື່ນ ແລະ​ມື້​ຕໍ່ໆໄປ. ຍ້ອນ​ວ່າ​ສາມ​ເດືອນ​ກ່ອນ ໝູ່​ໃນ​ໂຮງ​ຮຽນ​ໄດ້​ແຜ່​ຂ່າວ​ລື​ທີ່​ມຸ່ງ​ຮ້າຍ​ຕໍ່​ລາວ ແລ້ວ​ກໍ​ຕັ້ງ​ສາຍາ​ໃຫ້​ລາວ. ບາງ​ຄັ້ງ​ກໍ​ມີ​ຄົນ​ຟາດ​ປຶ້ມ​ຢູ່​ມື​ຂອງ​ລາວ​ຕົກ​ແລ້ວ​ກໍ​ເຮັດ​ຄື​ກັບ​ວ່າ​ບໍ່​ໄດ້​ຕັ້ງ​ໃຈ ຫຼື​ບາງ​ຄັ້ງ​ຄົນ​ໜຶ່ງ​ໃນ​ກຸ່ມ​ທີ່​ຢູ່​ທາງ​ຫຼັງ​ໄດ້​ຊຸກ​ໂທມັດ ເມື່ອ​ລາວ​ຫຼຽວ​ໄປ​ເບິ່ງ​ກໍ​ບໍ່​ຮູ້​ວ່າ​ໃຜ​ເຮັດ. ມື້​ວານ​ນີ້​ແຮ່ງ​ຖືກ​ຂົ່ມເຫງ​ເປັນ​ຕາ​ຢ້ານ​ກວ່າ​ເກົ່າ​ເມື່ອ​ໂທມັດ​ຖືກ​ຂູ່​ທາງ​ໂທລະສັບ . . .

ຖ້າ​ເຈົ້າ​ເປັນ​ໂທມັດ ເຈົ້າ​ຈະ​ຕອບ​ໂຕ້​ແນວ​ໃດ?

ຢຸດ​ແລະ​ຄິດ!

ບໍ່​ແມ່ນ​ວ່າ​ເຈົ້າ​ບໍ່​ມີ​ແຮງ​ສູ້​ຄືນ! ທີ່​ຈິງ ເຈົ້າ​ສາມາດ​ເອົາ​ຊະນະ​ຄົນ​ທີ່​ຂົ່ມເຫງ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ກຳລັງ. ໂດຍ​ວິທີ​ໃດ?

  • ເຮັດ​ເສີຍໆ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ໂງ່​ລະເບີດ​ອາລົມ​ອອກ​ມາ​ເຕັມທີ ແຕ່​ຄົນ​ສະຫຼາດ​ລະງັບ​ອາລົມ​ໄວ້​ສະເໝີ.” (ສຸພາສິດ 29:11, ລ.ມ.) ຖ້າ​ເຈົ້າ​ເຮັດ​ເສີຍໆ ຄົນ​ທີ່​ຂົ່ມເຫງ​ອາດ​ຈະ​ເຊົາ​ໄປ​ເອງ​ເພາະ​ເຫັນ​ວ່າ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້.

  • ຢ່າ​ຕອບ​ໂຕ້. ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ທຳ​ຊົ່ວ​ຕອບ​ແທນ​ຊົ່ວ​ແກ່​ຜູ້​ໜຶ່ງ​ຜູ້​ໃດ.” (ໂລມ 12:17) ການ​ແກ້ແຄ້ນ​ຈະ​ເຮັດ​ໃຫ້​ສະຖານະການ​ຮ້າຍແຮງ​ຂຶ້ນ.

  • ຢ່າ​ເຂົ້າ​ໄປ​ສູ່​ບັນຫາ. ຄຳພີ​ໄບເບິນ​ບອກ​ວ່າ: ‘ຄົນ​ສະຫຼາດ​ເຫັນ​ການ​ຮ້າຍ​ແລະ​ໄປ​ລີ້​ຕົວ.’ (ສຸພາສິດ 22:3) ຖ້າ​ເຮັດ​ໄດ້ ໃຫ້​ຫຼີກ​ລ່ຽງ​ຄົນ​ແລະ​ສະຖານະການ​ທີ່​ເຈົ້າ​ຮູ້​ວ່າ​ອາດ​ຈະ​ຖືກ​ແກ້ງ.

  • ຕອບ​ໃຫ້​ດີ​ເກີນ​ຄາດ. ຄຳພີ​ໄບເບິນ​ບອກ​ວ່າ: “ຄຳຕອບ​ອ່ອນ​ຫວານ​ກໍ​ໃຫ້​ຄວາມ​ຄຽດ​ຮ້ອນຮົນ​ຖອຍ​ຫາຍ​ໄປ.” (ສຸພາສິດ 15:1) ເຈົ້າ​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຕະຫຼົກ​ກໍ​ໄດ້. ຕົວຢ່າງ​ເຊັ່ນ: ຖ້າ​ຄົນ​ມັກ​ເວົ້າ​ກວນ​ວ່າ​ເຈົ້າ​ຕຸ້ຍ​ຫຼາຍ ເຈົ້າ​ກໍ​ພຽງ​ແຕ່​ຍິ້ມ​ແລະ​ເວົ້າ​ວ່າ: “ຂ້ອຍ​ກໍ​ຄິດ​ວ່າ​ຈະ​ລົດ​ນ້ຳ​ໜັກ​ຈັກ 2-3 ກິໂລ​ຢູ່​ໄດ໋!”

  • ຍ່າງ​ໜີ. ໂນຣາ ອາຍຸ 19 ປີ ເວົ້າ​ວ່າ: “ການ​ມິດ​ຢູ່​ແລ້ວ​ກໍ​ຍ່າງ​ໜີ​ສະແດງ​ວ່າ​ເຈົ້າ​ເປັນ​ຜູ້​ໃຫຍ່ ເຈົ້າ​ຄວບຄຸມ​ຕົວ​ເອງ​ໄດ້​ແລະ​ເຂັ້ມແຂງ​ກວ່າ​ຄົນ​ທີ່​ແກ້ງ​ເຈົ້າ.”—2 ຕີໂມເຕ 2:24

  • ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົວ​ເອງ. ຄົນ​ທີ່​ມັກ​ຂົ່ມເຫງ​ຈະ​ເບິ່ງ​ອອກ​ວ່າ​ຄົນ​ໃດ​ເບິ່ງ​ຕົວ​ເອງ​ໃນ​ແງ່​ລົບ​ແລະ​ຄົນ​ໃດ​ທີ່​ບໍ່​ມັກ​ສູ້​ຄືນ. ແຕ່​ຄົນ​ທີ່​ມັກ​ຂົ່ມເຫງ​ຈະ​ຖອຍ​ໜີ​ຖ້າ​ເຫັນ​ວ່າ​ບໍ່​ສາມາດ​ຄວບຄຸມ​ເຈົ້າ​ໄດ້.

  • ບອກ​ຄົນ​ອື່ນ. ອະດີດ​ອາຈານ​ສອນ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຂ້ອຍ​ບອກ​ນັກ​ຮຽນ​ທຸກ​ຄົນ​ທີ່​ຖືກ​ກວນ​ວ່າ ໃຫ້​ບອກ​ອາຈານ​ໂລດ. ເປັນ​ສິ່ງ​ຖືກຕ້ອງ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພາະ​ຈະ​ຊ່ວຍ​ຕົວ​ເອງ​ແລະ​ຄົນ​ອື່ນ​ບໍ່​ໃຫ້​ຖືກ​ກວນ.”

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ປະເຊີນ​ໜ້າ​ກັບ​ຄົນ​ທີ່​ຂົ່ມເຫງ​ດ້ວຍ​ຄວາມ​ໝັ້ນ​ໃຈ

ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ ເຊິ່ງ​ຄົນ​ທີ່​ມັກ​ແກ້ງ​ບໍ່​ມີ​ກຳລັງ​ແບບ​ນີ້

ເຈົ້າ​ຮູ້​ບໍ?

ການ​ຖືກ​ຂົ່ມເຫງ​ບໍ່​ໄດ້​ໝາຍ​ເຖິງ​ການ​ຖືກ​ທຳ​ຮ້າຍ​ຮ່າງກາຍ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ:

  • ຄຳ​ເວົ້າ​ຂອງ​ຄົນ​ທີ່​ມັກ​ແກ້ງ​ເປັນ​ຄື​ໄຟ​ທີ່​ອອກ​ມາ​ຈາກ​ປາກ

    ການ​ໂຈມຕີ​ດ້ວຍ​ຄຳ​ເວົ້າ. ເຊ​ລິນ ອາຍຸ 20 ປີ ເວົ້າ​ວ່າ: “ຂ້ອຍ​ບໍ່​ມີ​ວັນ​ລືມ​ດອກ​ສາຍາ​ຕ່າງໆທີ່​ເຂົາ​ເຈົ້າ​ຕັ້ງ​ໃຫ້​ຂ້ອຍ ຫຼື​ຄຳ​ເວົ້າ​ທີ່​ເຈັບໆຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ໄຮ້​ຄ່າ ບໍ່​ມີ​ໃຜ​ຕ້ອງການ ແລະ​ບໍ່​ໄດ້​ເລື່ອງ. ຂ້ອຍ​ຍອມ​ຖືກ​ຊົກ​ໃຫ້​ຕາ​ຂຽວ​ດີ​ກວ່າ​ທີ່​ຈະ​ເຈິ​ແບບ​ນີ້.”

  • ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນັ່ງ​ຄົນ​ດຽວ​ຫຼັງ​ຈາກ​ຫຼີກ​ລ່ຽງ​ຄວາມ​ກົດ​ດັນ​ຈາກ​ໝູ່

    ບໍ່​ມີ​ໃຜ​ຢາກ​ຄົບ​ນຳ. ເຮລີ ອາຍຸ 18 ປີ ເວົ້າ​ວ່າ: “ໝູ່​ຢູ່​ໂຮງ​ຮຽນ​ເລີ່ມ​ຫ່າງ​ເຫີນ​ຈາກ​ຂ້ອຍ. ຕອນ​ກິນ​ເຂົ້າ​ສວາຍ ເຂົາ​ເຈົ້າ​ເຮັດ​ທຸກ​ວິທີ​ເພື່ອ​ບໍ່​ໃຫ້​ຂ້ອຍ​ນັ່ງ​ນຳ ໝົດ​ປີ​ຂ້ອຍ​ກິນ​ເຂົ້າ​ຄົນ​ດຽວ ທັງ​ກິນ​ທັງ​ໄຫ້.”

  • ຍິງ​ຄົນ​ໜຶ່ງ​ຕົກໃຈ​ຈົນ​ຫງາຍ​ເງີບ​ຈາກ​ຈໍ​ຄອມພິວເຕີ​ຫຼັງ​ຈາກ​ຖືກ​ແກ້ງ​ທາງ​ສັງຄົມ​ອອນລາຍ

    ການ​ແກ້ງ​ທາງ​ສັງຄົມ​ອອນລາຍ. ດານຽນ ອາຍຸ 14 ປີ ເວົ້າ​ວ່າ: “ພຽງ​ແຕ່​ກົດ​ຄີ​ບອດ​ສອງ​ສາມ​ບາດ ເຈົ້າ​ກໍ​ສາມາດ​ທຳລາຍ​ຊື່ສຽງ​ຂອງ​ຄົນ​ໜຶ່ງ​ໄດ້ ຫຼື​ແມ່ນ​ແຕ່​ທຳລາຍ​ຊີວິດ​ຂອງ​ລາວ​ໄດ້. ອາດ​ຟັງ​ເກີນ​ຈິງ ແຕ່​ກໍ​ເປັນ​ແບບ​ນັ້ນ​ແທ້ໆ!”

ຄຳຖາມ​ທົດ​ສອບ​ເລື່ອງ​ການ​ຖືກ​ຂົ່ມເຫງ

ຖືກ​ຫຼື​ຜິດ

ຄຳຕອບ

1 ການ​ຂົ່ມເຫງ​ມີ​ມາ​ຫຼາຍ​ພັນ​ປີ​ແລ້ວ.

1 ຖືກ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ພວກ​ເນຟິລິມ ຊື່​ນີ້​ໝາຍ​ເຖິງ “ຜູ້​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ລົ້ມ​ລົງ.”—ຕົ້ນເດີມ 6:4

2 ການ​ຂົ່ມເຫງ​ບໍ່​ແມ່ນ​ບັນຫາ​ໃຫຍ່ ເປັນ​ພຽງ​ການ​ຢອກ​ຫຼິ້ນ.

2 ຜິດ. ການ​ຖືກ​ຂົ່ມເຫງ​ເລື້ອຍໆມີ​ສ່ວນ​ເຮັດ​ໃຫ້​ໄວໜຸ່ມ​ຫຼາຍ​ຄົນ​ຂ້າ​ຕົວ​ຕາຍ.

3 ຖ້າ​ຖືກ​ຂົ່ມເຫງ ການ​ສູ້​ຄືນ​ແມ່ນ​ດີ​ທີ່​ສຸດ.

3 ຜິດ. ຄົນ​ທີ່​ຂົ່ມເຫງ​ສ່ວນ​ຫຼາຍ​ແຂງແຮງ​ກວ່າ​ຄົນ​ທີ່​ຖືກ​ຂົ່ມເຫງ​ເຊິ່ງ​ບໍ່​ມີ​ທາງ​ສູ້​ຄືນ​ໄດ້.

4 ຖ້າ​ເຫັນ​ຄົນ​ຖືກ​ຂົ່ມເຫງ ການ​ຢູ່​ເສີຍໆແມ່ນ​ດີ​ທີ່​ສຸດ.

4 ຜິດ. ຖ້າ​ເຈົ້າ​ເຫັນ​ຄົນ​ຖືກ​ຂົ່ມເຫງ​ແລ້ວ​ບໍ່​ບອກ​ໃຜ ເຈົ້າ​ກໍ​ມີ​ສ່ວນ​ເຮັດ​ຜິດ​ນຳ.

5 ຄົນ​ທີ່​ຂົ່ມເຫງ​ມັກ​ຂີ້​ໂມ້​ວ່າ​ຕົວ​ເອງ​ເກັ່ງ ແຕ່​ຄວາມ​ຈິງ​ແລ້ວ​ເຂົາ​ເຈົ້າ​ບໍ່​ໝັ້ນ​ໃຈ​ໃນ​ຕົວ​ເອງ.

5 ຖືກ. ຄົນ​ທີ່​ຂົ່ມເຫງ​ບາງ​ຄົນ​ຖື​ວ່າ​ຕົວ​ເອງ​ໃຫຍ່ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໝັ້ນ​ໃຈ​ໃນ​ຕົວ​ເອງ ດັ່ງ​ນັ້ນ ຈຶ່ງ​ຂົ່ມ​ຄົນ​ອື່ນ​ເພື່ອ​ໃຫ້​ຕົວ​ເອງ​ເໜືອ​ກວ່າ.

6 ຄົນ​ທີ່​ມັກ​ຂົ່ມເຫງ​ສາມາດ​ປ່ຽນ​ນິດໄສ​ໄດ້.

6 ຖືກ. ຄົນ​ທີ່​ຂົ່ມເຫງ​ສາມາດ​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ​ໄດ້​ຖ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.

ແຜນ​ພາກ​ປະຕິບັດ

  • ຖ້າ​ຖືກ​ຂົ່ມເຫງ ຂ້ອຍ​ຈະ​ເຮັດ​ແລະ​ເວົ້າ​ແບບໃດ?

ເບິ່ງ​ເພີ່ມ​ເຕີມ!

ເອົາ​ຊະນະ​ຄົນ​ເກ​ເລ​ໂດຍ​ບໍ່​ຕ້ອງ​ໃຊ້​ກຳລັງ

ເບິ່ງ​ວິດີໂອ​ສອນ​ດ້ວຍ​ພາບ​ວາດ​ເລື່ອງ​ເອົາ​ຊະນະ​ຄົນ​ເກ​ເລ​ໂດຍ​ບໍ່​ຕ້ອງ​ໃຊ້​ກຳລັງ ໃນ www.pr2711.com/th (ເບິ່ງ​ຫົວ​ຂໍ້​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ໄວລຸ້ນ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌