ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 15 ໜ້າ 128-135
  • ຂ້ອຍ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍ​ຈະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?
    ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ບັນທຶກ​ສ່ວນຕົວ​ຂອງ​ຂ້ອຍ—ຄວາມ​ກົດ​ດັນ​ຢູ່​ໂຮງຮຽນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ໃສ່​ເຄື່ອງ​ນຸ່ງ​ແບບ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 15 ໜ້າ 128-135

ບົດ​ທີ 15

ຂ້ອຍ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?

“ຢູ່​ໂຮງຮຽນ​ມີ​ສິ່ງ​ລໍ້ໃຈ​ຫຼາຍ​ຢ່າງ ເຊັ່ນ ການ​ສູບ​ຢາ ຢາເສບຕິດ ແລະ​ການ​ມີ​ເພດ​ສຳພັນ. ທັງ​ທີ່​ຮູ້​ວ່າ​ເລື່ອງ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ບໍ່​ດີ ແຕ່​ໃນ​ທີ່​ສຸດ​ເຮົາ​ກໍ​ທົນ​ແຮງ​ກົດ​ດັນ​ຈາກ​ໝູ່​ບໍ່​ໄດ້​ແລະ​ຕ້ອງ​ຍອມແພ້.”—ອີບ

ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຢາກ​ຈະ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ຄົນ​ອື່ນ. ດັ່ງນັ້ນ ຄວາມ​ກົດ​ດັນ​ຈາກ​ໝູ່​ຈຶ່ງ​ມີ​ອິດທິພົນ​ຫຼາຍ. ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ຄລິດສະຕຽນ ເຈົ້າ​ກໍ​ຮູ້​ວ່າ​ການ​ມີ​ເພດ​ສຳພັນ​ກ່ອນ​ແຕ່ງດອງ​ແລະ​ການ​ກິນ​ເຫຼົ້າ​ຫຼາຍ​ເກີນ​ໄປ​ເປັນ​ສິ່ງ​ທີ່​ຜິດ. (ຄາລາເຕຍ 5:19-21) ແຕ່​ໝູ່​ຫຼາຍ​ຄົນ​ພະຍາຍາມ​ກົດ​ດັນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. ລອງ​ຄິດ​ເບິ່ງ​ວ່າ ທີ່​ໝູ່​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ຍ້ອນ​ລາວ​ຢາກ​ເຮັດ​ເອງ​ບໍ? ຄື​ຊິ​ບໍ່. ສ່ວນ​ໃຫຍ່​ແລ້ວ ໄວລຸ້ນ​ມັກ​ຈະ​ເຮັດ​ຕາມ​ຄົນ​ອື່ນ. ເຂົາເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ຍອມຮັບ ກໍ​ເລີຍ​ຍອມ​ເຊື່ອ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄົນ​ອື່ນ​ບອກ​ທັງ​ທີ່​ຮູ້​ວ່າ​ບໍ່​ຖືກຕ້ອງ. ເຈົ້າ​ເຮັດ​ແບບ​ດຽວ​ກັນ​ບໍ? ຫຼື​ເຈົ້າ​ກ້າ​ປົກປ້ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ?

ອາໂຣນ​ອ້າຍ​ຂອງ​ໂມເຊ​ກໍ​ຍອມແພ້​ຕໍ່​ແຮງ​ກົດ​ດັນ. ເມື່ອ​ພວກ​ອິດສະຣາເອນ​ພາກັນ​ມາ​ອ້ອມ​ລາວ​ແລະ​ກົດ​ດັນ​ລາວ​ໃຫ້​ສ້າງ​ພະເຈົ້າ​ຂຶ້ນ​ມາ ລາວ​ກໍ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ບອກ! (ອົບພະຍົບ 32:1-4) ລອງ​ຄິດ​ເບິ່ງ ອາໂຣນ​ເປັນ​ຜູ້​ທີ່​ເຄີຍ​ຢູ່​ຕໍ່​ໜ້າ​ຟາໂຣ​ແລະ​ປະກາດ​ຄຳເວົ້າ​ຂອງ​ພະເຈົ້າ​ຢ່າງ​ກ້າຫານ ແຕ່​ເມື່ອ​ໝູ່​ຮ່ວມ​ຊາດ​ກົດ​ດັນ​ຢ່າງ​ໜັກ ລາວ​ກໍ​ຍອມແພ້. (ອົບພະຍົບ 7:1, 2, 16) ເບິ່ງ​ຄື​ວ່າ ລາວ​ຈະ​ຮູ້ສຶກ​ວ່າ​ການ​ປະເຊີນ​ໜ້າ​ກັບ​ກະສັດ​ເອຢິບ​ງ່າຍ​ກວ່າ​ການ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່​ຮ່ວມ​ຊາດ!

ແລ້ວ​ເຈົ້າ​ເດ? ເຈົ້າ​ຮູ້ສຶກ​ວ່າ​ມັນ​ຍາກ​ບໍ​ທີ່​ຈະ​ຢືນຢັດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ? ເຈົ້າ​ຢາກ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ຄົນ​ອ້ອມ​ຂ້າງ​ໂດຍ​ບໍ່​ຮູ້ສຶກ​ຢ້ານ​ຫຼື​ອຶດ​ອັດ​ບໍ? ແນ່ນອນ​ວ່າ​ເຈົ້າ​ເຮັດ​ໄດ້! ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ຈະ​ມີ​ຄວາມ​ກົດ​ດັນ​ຫຍັງ​ແລະ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ຮັບມື​ແນວ​ໃດ. ສີ່​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້.

1. ໃຫ້​ຄິດ​ລ່ວງ​ໜ້າ. (ສຸພາສິດ 22:3) ຫຼາຍ​ເທື່ອ ເຈົ້າ​ມັກ​ເບິ່ງ​ອອກ​ວ່າ​ຈະ​ມີ​ບັນຫາ​ຫຍັງ​ເກີດຂຶ້ນ. ຕົວຢ່າງ​ເຊັ່ນ ເຈົ້າ​ເຫັນ​ນັກ​ຮຽນ​ກຸ່ມ​ໜຶ່ງ​ກຳລັງ​ສູບ​ຢາ​ແລະ​ຍ່າງ​ມາ​ຫາ​ເຈົ້າ ເຈົ້າ​ຄື​ຊິ​ເດົາ​ອອກ​ວ່າ​ເຂົາເຈົ້າ​ຈະ​ມາ​ຊວນ​ເຈົ້າ​ໃຫ້​ສູບ​ຢາ​ແມ່ນ​ບໍ? ເມື່ອ​ເຈົ້າ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຈົ້າ​ກໍ​ຈະ​ຕັດສິນໃຈ​ໄດ້​ວ່າ​ຈະ​ຫຼີກລ່ຽງ​ຫຼື​ຈະ​ປະເຊີນ​ໜ້າ​ກັບ​ມັນ.

2. ຄິດ. (ເຮັບເຣີ 5:14) ເຈົ້າ​ອາດ​ຖາມ​ໂຕເອງ​ວ່າ ‘ຖ້າ​ຂ້ອຍ​ເຮັດ​ຕາມ​ໝູ່ ຂ້ອຍ​ຈະ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ນັ້ນ?’ ແມ່ນ​ຢູ່ ໝູ່​ຂອງ​ເຈົ້າ​ອາດ​ຈະ​ມັກ​ເຈົ້າ​ໄລຍະ​ໜຶ່ງ. ແຕ່​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຢູ່​ກັບ​ພໍ່​ແມ່​ຫຼື​ໝູ່​ຄລິດສະຕຽນ? ເຈົ້າ​ຈະ​ຍອມ​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ເພື່ອ​ເອົາ​ໃຈ​ໝູ່​ບໍ?

3. ຕັດສິນໃຈ. (ພະ​ບັນຍັດ 30:19) ໃນ​ທີ່​ສຸດ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ​ຕ້ອງ​ເລືອກ​ວ່າ ລາວ​ຈະ​ສັດຊື່​ແລ້ວ​ໄດ້​ຮັບ​ຜົນ​ດີ ຫຼື​ບໍ່​ສັດຊື່​ແລ້ວ​ໄດ້​ຮັບ​ຜົນ​ເສຍ. ໂຢເຊັບ ໂຢບ ແລະ​ພະ​ເຢຊູ​ເລືອກ​ຖືກ ສ່ວນ​ກາອິນ ເອຊາວ ແລະ​ຢູດາ​ເລືອກ​ຜິດ. ແລ້ວ​ເຈົ້າ​ເດ​ຈະ​ເລືອກ​ຫຍັງ?

4. ປະຕິບັດ. ເຈົ້າ​ອາດ​ຄິດ​ວ່າ​ນີ້​ເປັນ​ຂັ້ນ​ຕອນ​ທີ່​ຍາກ​ທີ່​ສຸດ. ແຕ່​ບໍ່​ແມ່ນ​ແບບ​ນັ້ນ​ເລີຍ! ຖ້າ​ເຈົ້າ​ຄິດ​ເຖິງ​ຜົນ​ໄດ້​ຜົນ​ເສຍ​ແລະ​ຕັດສິນໃຈ​ແລ້ວ ການ​ບອກ​ຈຸດຢືນ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ເລື່ອງ​ງ່າຍ​ຈົນ​ບໍ່​ໜ້າ​ເຊື່ອ​ແລະ​ໄດ້​ຮັບ​ຜົນ​ດີ​ນຳ. (ສຸພາສິດ 15:23) ບໍ່​ຕ້ອງ​ກັງວົນ ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ອະທິບາຍ​ຄຳພີ​ໄບເບິນ​ໃຫ້​ໝູ່​ຟັງ​ຢ່າງ​ລະອຽດ. ການ​ປະຕິເສດ​ງ່າຍໆ​ແຕ່​ໜັກແໜ້ນ​ອາດ​ພຽງ​ພໍ​ແລ້ວ. ຫຼື​ຖ້າ​ເຈົ້າ​ຢາກ​ໃຫ້​ໝູ່​ເຂົ້າໃຈ​ຢ່າງ​ຈະ​ແຈ້ງ​ວ່າ​ເຈົ້າ​ຕັດສິນໃຈ​ແນວ​ໃດ ເຈົ້າ​ອາດ​ຈະ​ເວົ້າ​ວ່າ:

“ຂ້ອຍ​ບໍ່​ເຮັດ​ນຳ​ດອກ!”

“ຂ້ອຍ​ບໍ່​ເຮັດ​ແບບ​ນັ້ນ!”

“ເຈົ້າ​ກໍ​ໜ້າ​ຈະ​ຮູ້​ດີ​ວ່າ​ຂ້ອຍ​ບໍ່​ເຮັດ​ແບບ​ນັ້ນ!”

ສິ່ງ​ສຳຄັນ​ແມ່ນ ເຈົ້າ​ຕ້ອງ​ຕອບ​ທັນທີ​ແລະ​ເວົ້າ​ດ້ວຍ​ຄວາມ​ໝັ້ນໃຈ. ຖ້າ​ເຮັດ​ແບບ​ນັ້ນ ໝູ່​ອາດ​ຈະ​ບໍ່​ມາ​ກົດ​ດັນ​ເຈົ້າ​ອີກ​ເລີຍ! ແຕ່​ຖ້າ​ເຂົາເຈົ້າ​ເຍາະເຍີ້ຍ​ເຈົ້າ​ເດ? ຖ້າ​ເຂົາເຈົ້າ​ເວົ້າ​ວ່າ “ເປັນ​ຫຍັງ​ບໍ່​ກ້າ ຂີ້​ຢ້ານ​ຫວະ?” ໃຫ້​ຈື່​ໄວ້​ວ່າ​ນີ້​ແຫຼະ​ເປັນ​ວິທີ​ທີ່​ໝູ່​ພະຍາຍາມ​ກົດ​ດັນ​ເຈົ້າ. ແລ້ວ​ເຈົ້າ​ຈະ​ຕອບ​ແນວ​ໃດ? ຢ່າງ​ໜ້ອຍ​ມີ​ສາມ​ທາງ​ໃຫ້​ເລືອກ.

● ເຈົ້າ​ອາດ​ຍອມຮັບ​ໄປ​ເລີຍ​ກໍ​ໄດ້. (“ແມ່ນ ຂ້ອຍ​ຢ້ານ!” ຈາກ​ນັ້ນ ບອກ​ເຫດຜົນ​ສັ້ນໆ)

● ເຈົ້າ​ອາດ​ບອກ​ຈຸດຢືນ​ເພື່ອປ່ຽນ​ຄວາມ​ສົນໃຈ​ໂດຍ​ທີ່​ບໍ່​ຕ້ອງ​ໂຕ້​ຖຽງ​ເລື່ອງ​ທີ່​ລາວ​ເຍາະເຍີ້ຍ.

● ເຈົ້າ​ອາດ​ກົດ​ດັນ​ຄືນ. ບອກ​ເຫດຜົນ​ທີ່​ເຈົ້າ​ບໍ່​ເຮັດ​ຕາມ ແລ້ວ​ຖາມ​ລາວ​ຄືນ​ເພື່ອ​ໃຫ້​ລາວ​ໄດ້​ຄິດ. (“ເບິ່ງ​ເຈົ້າ​ກໍ​ຄື​ວ່າ​ສະຫຼາດ ແຕ່​ເປັນ​ຫຍັງ​ຈຶ່ງ​ສູບ​ຢາ!”)

ຖ້າ​ໝູ່​ຍັງ​ກົດ​ດັນ​ເຈົ້າ​ຢູ່ ກໍ​ໃຫ້​ຍ່າງ​ອອກ​ຈາກ​ບ່ອນ​ນັ້ນ! ແຮ່ງ​ຢູ່​ດົນ ຄວາມ​ກົດ​ດັນ​ກໍ​ແຮ່ງ​ຈະ​ຫຼາຍ​ຂຶ້ນ. ຂໍ​ຈື່​ໄວ້​ວ່າ ຖ້າ​ເຈົ້າ​ຍ່າງ​ອອກ​ມາ ເຈົ້າ​ກໍ​ຈະ​ເປັນ​ຜູ້​ທີ່​ຄວບຄຸມ​ສະຖານະການ ແລະ​ບໍ່​ຍອມ​ໃຫ້​ໝູ່​ກົດ​ດັນ​ເຈົ້າ​ໄດ້!

ໝູ່​ບາງ​ຄົນ​ອາດ​ເຍາະເຍີ້ຍ​ເຈົ້າ​ວ່າ ເປັນ​ຫຍັງ​ເຈົ້າ​ບໍ່​ຮູ້​ຈັກ​ຄິດ​ເອງ. ແຕ່​ເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ! ທີ່​ຈິງ ການ​ທີ່​ເຈົ້າ​ບໍ່​ເຮັດ​ຕາມ​ໝູ່​ສະແດງ​ວ່າ​ເຈົ້າ​ຄິດ​ເອງ​ຢູ່​ແລ້ວ. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ພິສູດ​ດ້ວຍ​ໂຕເອງ​ວ່າ​ການ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. (ໂຣມ 12:2) ຄັນຊັ້ນ​ເປັນ​ຫຍັງ​ຈຶ່ງ​ຈະ​ຍອມ​ໃຫ້​ໝູ່​ຄວບຄຸມ​ຊີວິດ​ເຈົ້າ​ຄື​ກັບ​ຫຸ່ນ​ຍົນ? (ໂຣມ 6:16) ຂໍ​ໃຫ້​ເຈົ້າ​ຢືນຢັດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ!

ໃນ​ຊີວິດ​ຈິງ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຫຼີກລ່ຽງ​ບໍ່​ໃຫ້​ເຈິ​ຄວາມ​ກົດ​ດັນ​ຈາກ​ໝູ່. ແຕ່​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ແມ່ນ ຕັດສິນໃຈ ບອກ​ຈຸດຢືນ ແລ້ວ​ຄວບຄຸມ​ສະຖານະການ​ໃຫ້​ໄດ້. ໃນ​ທີ່​ສຸດ ເຈົ້າ​ກໍ​ຕ້ອງ​ເລືອກ​ເອງ!—ໂຢຊວຍ 24:15

ອ່ານ​ເພີ່ມເຕີມ​ກ່ຽວກັບ​ຫົວຂໍ້​ນີ້​ໃນ​ເຫຼັ້ມ​ທີ 1 ບົດ​ທີ 9

ໃນ​ບົດ​ຕໍ່​ໄປ

ເຈົ້າ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ບໍ? ເປັນ​ຫຍັງ​ເຈົ້າ​ບໍ່​ຄວນ​ປິດ​ບັງ​ພໍ່​ແມ່?

ຂໍ້​ຄຳພີ​ຫຼັກ

“ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ ແຕ່​ຄົນ​ທີ່​ຄົບ​ກັບ​ຄົນ​ໂງ່​ຈະ​ເດືອດຮ້ອນ.”—ສຸພາສິດ 13:20

ຄຳ​ແນະນຳ

ໃຫ້​ອ່ານ​ປະສົບການ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ປັດຈຸບັນ​ທີ່​ຢືນຢັດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລ້ວ​ເຈົ້າ​ກໍ​ຈະ​ກ້າ​ເຮັດ​ແບບ​ດຽວ​ກັນ.

ເຈົ້າ​ຮູ້​ບໍ . . . ?

ຫຼັງ​ຈາກ​ທີ່​ຮຽນ​ຈົບ​ໄປ​ໄດ້​ໜຶ່ງ​ປີ ຈະ​ມີ​ໝູ່​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຍັງ​ຕິດຕໍ່​ເຈົ້າ​ຢູ່. ບາງ​ຄົນ​ອາດ​ຈື່​ຊື່​ເຈົ້າ​ບໍ່​ໄດ້​ດ້ວຍ​ຊ້ຳ. ແຕ່​ຄອບຄົວ​ຂອງ​ເຈົ້າ​ຮັກ​ແລະ​ສົນໃຈ​ເຈົ້າ​ສະເໝີ. ທີ່​ສຳຄັນ​ທີ່​ສຸດ​ແມ່ນ ພະ​ເຢໂຫວາ​ພະເຈົ້າ ຈະ​ເບິ່ງແຍງ​ເຈົ້າ​ແລະ​ບໍ່​ມີ​ທາງ​ຖິ້ມ​ເຈົ້າ​ແນ່ນອນ.—ເພງ​ສັນລະເສີນ 37:23-25

ແຜນ​ພາກ​ປະຕິບັດ!

ຂ້ອຍ​ສາມາດ​ກຽມ​ໂຕ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້​ໂດຍ ․․․․․

ຖ້າ​ໝູ່​ພະຍາຍາມ​ກົດ​ດັນ​ຂ້ອຍ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເຈົ້າ​ຈະ​ໃຊ້​ສີ່​ຂັ້ນ​ຕອນ​ທີ່​ສະຫຼຸບ​ໄວ້​ໃນ​ບົດ​ນີ້​ເມື່ອ​ເຈິ​ສະຖານະການ​ໃດ​ແດ່?

● ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຈົ້າ​ຍອມ​ເຮັດ​ຕາມ​ທີ່​ໝູ່​ກົດ​ດັນ?

● ມີ​ວິທີ​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ໝູ່?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 131]

“ໝູ່​ຫຼາຍ​ຄົນ​ຮູ້​ວ່າ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ ເຂົາເຈົ້າ​ກໍ​ຍອມຮັບ​ແລະ​ໃຫ້​ກຽດ​ຂ້ອຍ. ຖ້າ​ເຂົາເຈົ້າ​ຈະ​ລົມ​ກັນ​ກ່ຽວກັບ​ເລື່ອງ​ທີ່​ບໍ່​ດີ ເຂົາເຈົ້າ​ກໍ​ມັກ​ຈະ​ບອກ​ຂ້ອຍ​ວ່າ ‘ໄມ ພວກ​ເຮົາ​ກຳລັງ​ຈະ​ເວົ້າ​ເລື່ອງ​ແບບ​ນັ້ນ. ຖ້າ​ເຈົ້າ​ບໍ່​ຢາກ​ຟັງ​ກໍ​ອອກ​ໄປ​ເດີ້.’”—ໄມ

[ຕາຕະລາງ​ໜ້າ 132, 133]

ສາລະບານ​ແບບ​ສອບ​ຖາມ

ແຜນ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່

ຕົວຢ່າງ

1 ໃຫ້​ຄິດ​ລ່ວງ​ໜ້າ

ຈະ​ເກີດ​ບັນຫາ​ຫຍັງ? ສູບ​ຢາ

ຂ້ອຍ​ມັກ​ເຈິ​ບັນຫາ​ນີ້​ຢູ່​ໃສ? ຢູ່​ຫ້ອງ​ນ້ຳ

2 ຄິດ

ຖ້າ​ຂ້ອຍ​ຍອມ​ເຮັດ​ຕາມ​ຈະ​ເປັນ​ແນວ​ໃດ?

ຂ້ອຍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ແລະ​ພໍ່​ແມ່​ເສຍໃຈ. ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ບໍ່​ດີ. ເທື່ອ​ຕໍ່​ໄປ​ຂ້ອຍ​ກໍ​ແຮ່ງ​ຈະ​ບໍ່​ກ້າ​ປະຕິເສດ.

ຖ້າ​ຂ້ອຍ​ບໍ່​ຍອມ​ເຮັດ​ຕາມ​ຈະ​ເປັນ​ແນວ​ໃດ?

ຂ້ອຍ​ອາດ​ຈະ​ຖືກ​ເຍາະເຍີ້ຍ ແລະໝູ່​ບາງ​ຄົນ​ອາດ​ບໍ່​ຢາກ​ຫຼິ້ນ​ກັບ​ຂ້ອຍ. ແຕ່​ຂ້ອຍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ ແລະ​ຂ້ອຍ​ເອງ​ກໍ​ຈະ​ເຂັ້ມແຂງ​ຫຼາຍ​ຂຶ້ນ.

3 ຕັດສິນໃຈ

ຖ້າ​ຂ້ອຍ​ຍອມ​ເຮັດ​ຕາມ​ກໍ​ຍ້ອນ

ຂ້ອຍ​ກຽມ​ໂຕ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່​ບໍ່​ດີ​ພໍ. ຂ້ອຍ​ເຫັນ​ວ່າ​ໝູ່​ສຳຄັນ​ກວ່າ​ພະ​ເຢໂຫວາ.

ຂ້ອຍ​ຈະ​ບໍ່​ຍອມ​ເຮັດ​ຕາມ​ຍ້ອນ

ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ແລະ​ການ​ສູບ​ຢາ​ອາດ​ທຳລາຍ​ສຸຂະພາບ​ຂອງ​ຂ້ອຍ​ໄດ້.

4 ປະຕິບັດ

ຂ້ອຍ​ຈະ

ເວົ້າ​ວ່າ​ບໍ່ ແລ້ວ​ກໍ​ຍ່າງ​ໜີ.

ເມື່ອ​ໝູ່​ທ້າ

ຖ້າ​ໝູ່​ເວົ້າ​ວ່າ: “ມາ ມາ​ສູບ​ຢາ. ຫຼື​ເຈົ້າ​ຢ້ານ​ຫວາ?”

ຂ້ອຍ​ຈະ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່​ໂດຍ

ຍອມຮັບ

“ແມ່ນ ຂ້ອຍ​ຢ້ານ. ຂ້ອຍ​ບໍ່​ຢາກ​ເປັນ​ມະເຮັງ​ປອດ.”

ບອກ​ຈຸດຢືນ

“ຢ່າ​ເສຍ​ຢາ​ສູບ​ໃຫ້​ຂ້ອຍ​ເລີຍ ຂ້ອຍ​ບໍ່​ສູບ​ດອກ.”

ກົດ​ດັນ​ຄືນ

“ບໍ່​ເປັນ​ຫຍັງ ຂອບໃຈ. ເບິ່ງ​ເຈົ້າ​ກໍ​ຄື​ວ່າ​ສະຫຼາດ ແຕ່​ເປັນ​ຫຍັງ​ຈຶ່ງ​ສູບ​ຢາ!”

ຂໍ້​ສັງເກດ: ຖ້າ​ໝູ່​ຂອງ​ເຈົ້າ​ຍັງ​ບໍ່​ເຊົາ​ກົດ​ດັນ​ເຈົ້າ ກໍ​ໃຫ້​ຮີບ​ຍ່າງ​ອອກ​ຈາກ​ບ່ອນ​ນັ້ນ​ໄວໆ. ແຮ່ງ​ເຈົ້າ​ຢູ່​ດົນ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ມີ​ໂອກາດ​ຍອມແພ້​ຕໍ່​ຄວາມ​ກົດ​ດັນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ຕອນນີ້ ໃຫ້​ລອງ​ຂຽນ​ແຜນ​ຂອງ​ເຈົ້າ​ເອງ​ໃນ​ໜ້າ​ຕໍ່​ໄປ.

ແຜນ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່

ຄັດລອກ​ໜ້າ​ນີ້!

1 ໃຫ້​ຄິດ​ລ່ວງ​ໜ້າ

ຈະ​ເກີດ​ບັນຫາ​ຫຍັງ? ․․․․․

ຂ້ອຍ​ມັກ​ເຈິ​ບັນຫາ​ນີ້​ຢູ່​ໃສ? ․․․․․

2 ຄິດ

ຖ້າ​ຂ້ອຍ​ຍອມ​ເຮັດ​ຕາມ​ຈະ​ເປັນ​ແນວ​ໃດ?

․․․․․

ຖ້າ​ຂ້ອຍ​ບໍ່​ຍອມ​ເຮັດ​ຕາມ​ຈະ​ເປັນ​ແນວ​ໃດ?

․․․․․

3 ຕັດສິນໃຈ

ຖ້າ​ຂ້ອຍ​ຍອມ​ເຮັດ​ຕາມ​ກໍ​ຍ້ອນ . . .

․․․․․

ຂ້ອຍ​ຈະ​ບໍ່​ຍອມ​ເຮັດ​ຕາມ​ຍ້ອນ . . .

․․․․․

4 ປະຕິບັດ

․․․․․

ຂ້ອຍ​ຈະ . . .

․․․․․

ຖ້າ​ໝູ່​ເວົ້າ​ວ່າ: ․․․․․

ຂ້ອຍ​ຈະ​ຮັບມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່​ໂດຍ

ເມື່ອ​ໝູ່​ທ້າ

ຍອມຮັບ

․․․․․

ບອກ​ຈຸດຢືນ

․․․․․

ກົດ​ດັນ​ຄືນ

․․․․․

ເມື່ອ​ຂຽນ​ແລ້ວ ລອງ​ເອົາ​ໄປ​ຝຶກ​ເວົ້າ​ກັບ​ພໍ່​ແມ່​ຫຼື​ໝູ່​ທີ່​ແນະນຳ​ເຈົ້າ​ໄດ້.

[ຮູບ​ພາບ​ໜ້າ 135]

ຖ້າ​ເຈົ້າ​ຍອມແພ້​ຕໍ່​ຄວາມ​ກົດ​ດັນ​ຈາກ​ໝູ່ ເຈົ້າ​ຈະ​ກາຍ​ເປັນ​ຫຸ່ນ​ຍົນ​ໃຫ້​ເຂົາເຈົ້າ​ຄວບຄຸມ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌