ບົດທີ 33
ການເບິ່ງສື່ລາມົກຜິດບໍ?
ເຈົ້າມັກເຈິສື່ລາມົກແບບບໍ່ໄດ້ຕັ້ງໃຈເລື້ອຍສ່ຳໃດ?
□ ບໍ່ເຄີຍເຫັນ
□ ເຫັນບາງເທື່ອ
□ ເຫັນຕະຫຼອດ
ເຈົ້າເຈິຢູ່ໃສຫຼາຍທີ່ສຸດ?
□ ອິນເຕີເນັດ
□ ໂຮງຮຽນ
□ ໂທລະທັດ
□ ອື່ນໆ
ເຈົ້າເຮັດແນວໃດ?
□ ປິດແລະຍ່າງໜີທັນທີ
□ ເບິ່ງໜ້ອຍໜຶ່ງຍ້ອນຢາກຮູ້ຢາກເຫັນ
□ ຕັ້ງໃຈເບິ່ງ ແລະເບິ່ງຫຼາຍຂຶ້ນ
ໃນສະໄໝພໍ່ແມ່ຂອງເຈົ້າ ຖ້າໃຜຢາກເບິ່ງສື່ລາມົກຕ້ອງໄປຊອກຫາມາເບິ່ງເອງ. ແຕ່ສະໄໝນີ້ສື່ລາມົກມາຫາເຈົ້າເອງ. ຜູ້ຍິງຄົນໜຶ່ງອາຍຸ 19 ປີບອກວ່າ: “ບາງເທື່ອຕອນທີ່ຂ້ອຍຫຼິ້ນອິນເຕີເນັດ ຊ໋ອບປິ້ງອອນລາຍຫຼືກວດເບິ່ງເງິນໃນບັນຊີ ກໍມີຮູບໂປ້ໂຜ່ຂຶ້ນມາ.” ນີ້ເປັນເລື່ອງທຳມະດາ. ຈາກການສຳຫຼວດໄວລຸ້ນອາຍຸລະຫວ່າງ 8 ຫາ 16 ປີບອກວ່າເຄີຍເຈິສື່ລາມົກແບບບໍ່ໄດ້ຕັ້ງໃຈໃນອິນເຕີເນັດຕອນທີ່ເຂົາເຈົ້າຊອກຫາຂໍ້ມູນບາງຢ່າງທີ່ຈະເອົາໄປໃຊ້ໃນໂຮງຮຽນ.
ເມື່ອສື່ລາມົກເລີ່ມນັບມື້ນັບຫຼາຍຂຶ້ນ ເຈົ້າອາດສົງໄສວ່າ: ‘ສື່ລາມົກບໍ່ດີແທ້ໆບໍ?’ ຄຳຕອບກໍຄື ບໍ່ດີແນ່ນອນ! ສື່ລາມົກເຮັດໃຫ້ຄົນທີ່ມີສ່ວນໃນການຜະລິດແລະຄົນເບິ່ງຮູ້ສຶກດ້ອຍຄ່າ ແລະຍັງມັກຈະກະຕຸ້ນຄົນເຮົາໃຫ້ເຮັດຜິດສິນລະທຳທາງເພດນຳ. ແຕ່ຜົນເສຍກໍຍັງມີຫຼາຍກວ່ານັ້ນອີກ.
ການເບິ່ງສື່ລາມົກຈະກາຍເປັນນິດໄສທີ່ມີຜົນເສຍຍາວນານ. ຕົວຢ່າງເຊັ່ນ ເຈບຟ໌ເຊິ່ງເຊົາເບິ່ງສື່ລາມົກມາ 14 ປີແລ້ວຍອມຮັບວ່າ: “ຂ້ອຍຕ້ອງຕໍ່ສູ້ກັບຄວາມຮູ້ສຶກນີ້ທຸກມື້. ຂ້ອຍຍັງຢາກເບິ່ງຢູ່ເຖິງແມ່ນວ່າຈະບໍ່ໄດ້ຢາກເບິ່ງຫຼາຍຄືແຕ່ກ່ອນ. ພາບເຫຼົ່ານັ້ນຍັງຕິດຕາແລະຝັງຢູ່ໃນຄວາມຄິດຂອງຂ້ອຍຢູ່. ຖ້າຂ້ອຍບໍ່ເຄີຍເບິ່ງສິ່ງທີ່ໜ້າລັງກຽດແບບນັ້ນເລີຍກໍຄືຊິດີ. ຕອນທຳອິດມັນເບິ່ງຄືບໍ່ມີພິດມີໄພຫຍັງ ແຕ່ຕອນນີ້ຂ້ອຍຮູ້ແລ້ວວ່າມັນໜ້າລັງກຽດແລະອັນຕະລາຍຫຼາຍສ່ຳໃດ. ມັນສົ່ງຜົນທີ່ບໍ່ດີຕໍ່ທັງຄົນເຮັດແລະຄົນເບິ່ງ. ບໍ່ວ່າໃຜຈະອ້າງແນວໃດ ມັນກໍບໍ່ມີຫຍັງດີເລີຍ ມັນບໍ່ດີອີ່ຫຼີ.”
ຄິດລ່ວງໜ້າ
ເຈົ້າຈະຫຼີກລ່ຽງບໍ່ໃຫ້ເຈິສື່ລາມົກແບບບັງເອີນໄດ້ແນວໃດ? ທຳອິດ ໃຫ້ຄິດເບິ່ງວ່າມີສະຖານະການໃດແດ່ທີ່ເຮັດໃຫ້ເຈິສື່ລາມົກ? ໃຫ້ເບິ່ງຕົວຢ່າງຕໍ່ໄປນີ້:
ໝູ່ຢູ່ໂຮງຮຽນມັກສົ່ງຮູບລາມົກໃຫ້ເຈົ້າທາງອີເມວຫຼືໂທລະສັບບໍ? ຖ້າມີ ເມື່ອຄົນນັ້ນສົ່ງມາກໍໃຫ້ລົບຖິ້ມທັນທີໂດຍບໍ່ຕ້ອງເປີດເບິ່ງ.
ເມື່ອເຈົ້າພິມບາງຄຳເພື່ອຊອກຫາເລື່ອງທີ່ຕ້ອງການໃນອິນເຕີເນັດ ມີຂໍ້ຄວາມຫຼືພາບທີ່ບໍ່ຄາດຄິດໂຜ່ຂຶ້ນມາບໍ? ຖ້າມີ ກໍໃຫ້ພິມຄຳທີ່ເຈາະຈົງຫຼາຍຂຶ້ນ.
ໃຫ້ຂຽນອອກມາວ່າມີສະຖານະການໃດແດ່ທີ່ເຮັດໃຫ້ເຈົ້າເຈິສື່ລາມົກ?
․․․․․
ເຈົ້າຈະຫຼີກລ່ຽງທີ່ຈະບໍ່ເຈິສື່ລາມົກໄດ້ບໍ? ຖ້າໄດ້ ເຈົ້າຄິດວ່າຈະເຮັດແນວໃດ?
․․․․․
ຖ້າເຈົ້າຕິດສື່ລາມົກແລ້ວເດຈະເຮັດແນວໃດ?
ການເຫັນສື່ລາມົກແບບບັງເອີນກັບການຕັ້ງໃຈເບິ່ງຕ່າງກັນຫຼາຍ. ແຕ່ຖ້າເຈົ້າຕິດສື່ລາມົກຈົນກາຍເປັນນິດໄສແລ້ວເດ? ແນ່ນອນວ່າບໍ່ແມ່ນເລື່ອງງ່າຍທີ່ຈະເຊົານິດໄສແບບນັ້ນ. ສົມມຸດວ່າມີດ້າຍເສັ້ນໜຶ່ງມັດຢູ່ມືເຈົ້າທັງສອງຂ້າງ ເຈົ້າກໍຄືຊິດຶງມັນອອກໄດ້ງ່າຍໆ. ແຕ່ຖ້າດ້າຍນັ້ນພັນຢູ່ມືເຈົ້າຫຼາຍຮອບ ມັນກໍຄືຊິດຶງໃຫ້ຂາດຍາກ. ການເບິ່ງສື່ລາມົກກໍຄືກັນ ແຮ່ງເບິ່ງແຮ່ງຕິດ. ຖ້າເຈົ້າຕິດແລ້ວ ເຈົ້າຈະເຮັດແນວໃດຈຶ່ງຈະເຊົາເບິ່ງໄດ້?
ເບິ່ງໃຫ້ອອກວ່າສື່ລາມົກແມ່ນຫຍັງ. ສື່ລາມົກເປັນເຄື່ອງມືທີ່ຊາຕານໃຊ້ເພື່ອເຮັດໃຫ້ສິ່ງທີ່ພະເຢໂຫວາສ້າງມາຢ່າງດີກາຍເປັນສິ່ງທີ່ໜ້າລັງກຽດ. ການເຂົ້າໃຈແບບນີ້ຈະຊ່ວຍເຈົ້າໃຫ້ “ຊັງສິ່ງຊົ່ວ.”—ເພງສັນລະເສີນ 97:10
ຄິດເຖິງຜົນເສຍ. ສື່ລາມົກທຳລາຍຊີວິດຄູ່. ມັນເຮັດໃຫ້ທັງຄົນທີ່ສະແດງແລະຄົນທີ່ເບິ່ງກາຍເປັນຄົນທີ່ບໍ່ມີຄ່າແລະບໍ່ນັບຖືໂຕເອງ. ຍ້ອນແນວນີ້ ຄຳພີໄບເບິນຈຶ່ງເວົ້າວ່າ: “ຄົນສະຫຼາດເຫັນອັນຕະລາຍແລ້ວໜີໄປລີ້.” (ສຸພາສິດ 22:3) ຖ້າເຈົ້າເບິ່ງສື່ລາມົກເປັນປະຈຳ ເຈົ້າຄິດວ່າມັນມີຜົນເສຍຫຍັງແດ່? ຂໍໃຫ້ຂຽນໃສ່ທາງລຸ່ມນີ້.
․․․․․
ຕັ້ງໃຈແນ່ວແນ່. ໂຢບເຊິ່ງເປັນຜູ້ຊາຍທີ່ສັດຊື່ບອກວ່າ: “ຂ້ອຍໄດ້ຕັ້ງໃຈໄວ້ແລ້ວວ່າ ຂ້ອຍຈະບໍ່ເບິ່ງຜູ້ຍິງຄົນອື່ນແລ້ວຄິດກັບລາວແບບບໍ່ເໝາະສົມ.” (ໂຢບ 31:1) ເຈົ້າອາດຈະ ‘ຕັ້ງໃຈໄວ້’ ແບບນີ້ເຊັ່ນ:
ຖ້າຢູ່ໃນຫ້ອງຄົນດຽວ ຂ້ອຍຈະບໍ່ຫຼິ້ນອິນເຕີເນັດ.
ຖ້າມີຮູບໂປ້ໂຜ່ຂຶ້ນມາ ຂ້ອຍຈະຮີບປິດທັນທີ.
ຖ້າກັບໄປຕິດສື່ລາມົກອີກ ຂ້ອຍຈະລົມກັບໝູ່ທີ່ຊ່ວຍຂ້ອຍໄດ້.
ນອກຈາກສິ່ງທີ່ໄດ້ເວົ້າມາແລ້ວ ເຈົ້າຄິດວ່າຍັງມີຫຍັງອີກທີ່ເຮົາເຮັດໄດ້ເພື່ອຈະບໍ່ກັບໄປຕິດສື່ລາມົກ? ໃຫ້ຂຽນມາຢ່າງໜຶ່ງຫຼືສອງຢ່າງ
․․․․․
ເວົ້າເລື່ອງນີ້ໃນຄຳອະທິດຖານ. ຜູ້ຂຽນເພງສັນລະເສີນອ້ອນວອນພະເຢໂຫວາວ່າ: “ຂໍພະອົງຊ່ວຍລູກໃຫ້ປິ່ນໜ້າໜີຈາກສິ່ງທີ່ບໍ່ມີຄ່າ.” (ເພງສັນລະເສີນ 119:37) ພະເຢໂຫວາຢາກໃຫ້ເຈົ້າເຊົາຕິດສື່ລາມົກ ແລະເພິ່ນຈະໃຫ້ກຳລັງກັບເຈົ້າເພື່ອເຮັດສິ່ງທີ່ຖືກຕ້ອງໄດ້!—ຟີລິບປອຍ 4:13
ລົມກັບຄົນອື່ນ. ການລົມກັບຄົນທີ່ເຈົ້າໄວ້ໃຈຈະຊ່ວຍເຈົ້າໃຫ້ເຊົາຕິດສື່ລາມົກໄດ້. (ສຸພາສິດ 17:17) ໃຫ້ຂຽນອອກມາວ່າມີໃຜແດ່ທີ່ເຈົ້າຈະລົມເລື່ອງນີ້ນຳໄດ້ຢ່າງສະບາຍໃຈ.
․․․․․
ຂໍໃຫ້ຈື່ໄວ້ວ່າ ເຈົ້າສາມາດເຊົາຕິດສື່ລາມົກໄດ້. ທີ່ຈິງ ແຕ່ລະເທື່ອທີ່ເຈົ້າບໍ່ເບິ່ງ ເຈົ້າກໍຊະນະມັນແລ້ວ. ເລົ່າໃຫ້ພະເຢໂຫວາຟັງວ່າເຈົ້າເອົາຊະນະມັນໄດ້ແລະຂອບໃຈເພິ່ນທີ່ໃຫ້ກຳລັງກັບເຈົ້າ. ຈື່ໄວ້ສະເໝີວ່າ ຖ້າເຈົ້າພະຍາຍາມຫຼີກລ່ຽງສື່ລາມົກ ເຈົ້າກໍຈະເຮັດໃຫ້ພະເຢໂຫວາດີໃຈ!—ສຸພາສິດ 27:11
ຂໍ້ຄຳພີຫຼັກ
“ໃຫ້ພວກເຈົ້າກຳຈັດຄວາມຕ້ອງການຂອງອະໄວຍະວະຕ່າງໆໃນຮ່າງກາຍເຊິ່ງແມ່ນການເຮັດຜິດສິນລະທຳທາງເພດ ການກະທຳທີ່ບໍ່ສະອາດ ຕັນຫາແບບທີ່ບໍ່ມີການຄວບຄຸມ ຄວາມຕ້ອງການທີ່ສ້າງຄວາມເສຍຫາຍ ແລະຄວາມໂລບທີ່ເປັນຮູບແບບໜຶ່ງຂອງການຂາບໄຫວ້ຮູບບູຊາ.”—ໂກໂລຊາຍ 3:5
ຄຳແນະນຳ
ເຮັດໃຫ້ແນ່ໃຈວ່າຄອມພິວເຕີຂອງເຈົ້າໄດ້ຕັ້ງຄ່າບໍ່ໃຫ້ເຂົ້າເຖິງເວັບໄຊລາມົກ. ເມື່ອໄດ້ຮັບອີເມວຈາກຄົນທີ່ບໍ່ຮູ້ຈັກ ກໍຢ່າເປີດເບິ່ງ.
ເຈົ້າຮູ້ບໍ . . . ?
ຄົນທີ່ຕິດສື່ລາມົກບໍ່ຕ່າງຫຍັງກັບພວກທູດສະຫວັນຊົ່ວໃນສະໄໝໂນອາທີ່ໝົກມຸ້ນຢູ່ແຕ່ກັບເລື່ອງເພດທີ່ຜິດທຳມະຊາດ.—ປະຖົມມະການ 6:2
ແຜນພາກປະຕິບັດ!
ເພື່ອຈະບໍ່ເຈິສື່ລາມົກ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ສື່ລາມົກເຮັດໃຫ້ສິ່ງທີ່ໜ້ານັບຖືກາຍເປັນສິ່ງທີ່ດ້ອຍຄ່າໄດ້ແນວໃດ?
● ເຈົ້າຈະຊ່ວຍນ້ອງທີ່ຕິດສື່ລາມົກໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 276]
ສື່ລາມົກແຮ່ງເບິ່ງແຮ່ງຕິດແລະແຮ່ງເຊົາຍາກ
[ຮູບພາບໜ້າ 278]
“ກ່ອນຈະມາຮຽນຄຳພີໄບເບິນ ຂ້ອຍເຄີຍລອງເສບຢາເສບຕິດເກືອບທຸກຊະນິດມາແລ້ວ ແຕ່ສິ່ງທີ່ຂ້ອຍຕິດແລ້ວເຊົາຍາກທີ່ສຸດແມ່ນສື່ລາມົກ. ມີແຕ່ພະເຢໂຫວາເທົ່ານັ້ນທີ່ຊ່ວຍຂ້ອຍໃຫ້ເຊົາຕິດໄດ້.”—ເຈບຟ໌