ບຸກຄົນທີ່ຄວນຮຽນແບບ—ອາສັບ
ຊີວິດຂອງອາສັບເຈິແຕ່ເລື່ອງທີ່ບໍ່ດີ. ອ້ອມໂຕລາວມີແຕ່ຄົນທີ່ບໍ່ໄດ້ເຮັດຕາມກົດໝາຍຂອງພະເຈົ້າແລະເບິ່ງຄືວ່າບໍ່ໄດ້ຮັບຜົນເສຍຫາຍຫຍັງ. ດັ່ງນັ້ນ ລາວຈຶ່ງເລີ່ມສົງໄສວ່າມີປະໂຫຍດບໍທີ່ຈະພະຍາຍາມເຮັດໃຫ້ພະເຈົ້າພໍໃຈ. ລາວບອກວ່າ: “ເຖິງວ່າລູກຈະມີໃຈບໍລິສຸດ ແລະລ້າງມືເພື່ອສະແດງວ່າລູກບໍ່ມີຄວາມຜິດ ມັນກໍບໍ່ມີປະໂຫຍດຫຍັງເລີຍ.” ແຕ່ຫຼັງຈາກທີ່ຄິດຢ່າງຮອບຄອບແລ້ວ ອາສັບກໍປ່ຽນໃຈ. ລາວເຫັນວ່າຄວາມສຸກທີ່ຄົນຊົ່ວໄດ້ຮັບຢູ່ແຕ່ຊົ່ວຄາວ. ອາສັບສະຫຼຸບແນວໃດ? ລາວບອກພະເຢໂຫວາເປັນບົດເພງວ່າ: ‘ສຳລັບລູກ ໃນສະຫວັນບໍ່ມີໃຜສຳຄັນສ່ຳກັບພະອົງອີກແລ້ວ . . . ລູກບໍ່ຢາກໄດ້ຫຍັງອີກແລ້ວເທິງໂລກນີ້.’—ເພງສັນລະເສີນ 73:3, 13, 16, 25, 27
ບາງເທື່ອເຈົ້າອາດສົງໄສວ່າການໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າຄຸ້ມຄ່າບໍ. ເຈົ້າໜ້າຈະເຮັດຄືກັບອາສັບໂດຍບໍ່ເບິ່ງແຕ່ຜິວເຜີນ ແຕ່ໃຫ້ຄິດຢ່າງຮອບຄອບ. ໃຫ້ຄິດເບິ່ງວ່າຄົນທີ່ບໍ່ເຊື່ອຟັງກົດໝາຍຂອງພະເຢໂຫວາເປັນແນວໃດ. ເຂົາເຈົ້າມີຄວາມສຸກແທ້ໆບໍ? ມີແຕ່ເຂົາເຈົ້າເທົ່ານັ້ນບໍທີ່ຮູ້ເຄັດລັບຂອງຄວາມສຸກ? ແລ້ວຄົນທີ່ສັດຊື່ຕໍ່ພະເຈົ້າບໍ່ຮູ້ບໍ? ຫຼັງຈາກຄິດຮອບຄອບແລ້ວ ເຈົ້າອາດເວົ້າຄືກັບອາສັບວ່າ: “ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ.”—ເພງສັນລະເສີນ 73:28