ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 79-86
ໃຜເປັນບຸກຄົນສຳຄັນທີ່ສຸດໃນຊີວິດຂອງເຈົ້າ?
ຜູ້ແຕ່ງຄຳເພງບົດ 83 ຄົງເປັນລູກຫຼານຂອງອາຊາບເຊິ່ງເປັນຊາວເລວີໃນສະໄໝຂອງກະສັດດາວິດ. ຄຳເພງບົດນີ້ຂຽນຂຶ້ນໃນລະຫວ່າງສັດຕູມາໂຈມຕີປະຊາຊົນຂອງພະເຢໂຫວາ.
ໃນຄຳອະທິດຖານຂອງຜູ້ປະພັນຄຳເພງ ລາວໄດ້ຈົດຈໍ່ຢູ່ທີ່ນາມຊື່ຂອງພະເຢໂຫວາແລະສິດທິສູງສຸດໃນການປົກຄອງຂອງພະອົງຫຼາຍກວ່າຄວາມປອດໄພຂອງຕົນເອງ.
ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຈົ້າກໍຍັງຖືກໂຈມຕີຢູ່ເລື້ອຍໆ. ການອົດທົນຢ່າງສັດຊື່ຂອງເຮົາຈະນຳຄຳສັນລະເສີນມາສູ່ພະເຢໂຫວາ.
ພະເຢໂຫວາຢາກໃຫ້ເຮົາຮູ້ຈັກນາມຊື່ຂອງພະອົງ.
ເຮົາຕ້ອງເຮັດໃຫ້ເຫັນໂດຍການກະທຳວ່າເຮົາໃຫ້ພະເຢໂຫວາເປັນບຸກຄົນສຳຄັນທີ່ສຸດໃນຊີວິດຂອງເຮົາ.