ໝວດ 5
ພະເຈົ້າອວຍພອນໃຫ້ອັບລາຫາມແລະຄອບຄົວຂອງທ່ານ
ລູກຫຼານຂອງອັບລາຫາມຈະເລີນຮຸ່ງເຮືອງ. ພະເຈົ້າປົກປ້ອງໂຢເຊບໃນປະເທດເອຢິບ.
ພະເຢໂຫວາຮູ້ວ່າໃນມື້ໜຶ່ງລູກທີ່ພະອົງຮັກທີ່ສຸດຈະຕ້ອງທົນທຸກທໍລະມານແລະສິ້ນຊີວິດ. ຄຳພະຍາກອນທີ່ບັນທຶກຢູ່ໃນຕົ້ນເດີມ 3:15 ບອກເປັນໄນເຖິງຄວາມເປັນຈິງເລື່ອງນັ້ນ. ພະເຈົ້າຈະໃຫ້ມະນຸດຮູ້ບໍວ່າພະອົງຕ້ອງຈ່າຍດ້ວຍລາຄາແພງຫຼາຍສ່ຳໃດສຳລັບຄວາມຕາຍນັ້ນ? ຄຳພີໄບເບິນໃຫ້ຕົວຢ່າງເພື່ອສົມທຽບ. ພະເຈົ້າສັ່ງອັບລາຫາມໃຫ້ຖວາຍອີຊາກລູກທີ່ຮັກຂອງລາວເປັນເຄື່ອງບູຊາ.
ອັບລາຫາມມີຄວາມເຊື່ອຫຼາຍ. ເຫັນວ່າພະເຈົ້າໄດ້ສັນຍາກັບລາວວ່າຜູ້ຊ່ອຍໃຫ້ລອດຫຼືເຊື້ອສາຍທີ່ກ່າວໄວ້ລ່ວງໜ້າຈະສືບເຊື້ອສາຍຈາກອີຊາກ. ໂດຍເຊື່ອວ່າພະເຈົ້າຈະປຸກອີຊາກໃຫ້ຟື້ນຄືນມາຈາກຕາຍຖ້າຈຳເປັນ ລາວຈຶ່ງຈະຖວາຍລູກຊາຍຂອງຕົນເປັນເຄື່ອງບູຊາດ້ວຍຄວາມເຊື່ອຟັງ. ແຕ່ທູດສະຫວັນອົງໜຶ່ງຂອງພະເຈົ້າໄດ້ຫ້າມອັບລາຫາມໄວ້ທັນພໍດີ. ພະເຈົ້າຊົມເຊີຍອັບລາຫາມທີ່ເຕັມໃຈຖວາຍສິ່ງທີ່ມີຄ່າທີ່ສຸດ ແລະພະອົງຈຶ່ງໄດ້ກ່າວຊ້ຳອີກເຖິງຄຳສັນຍາທີ່ເຮັດກັບຊາຍທີ່ສັດຊື່ຜູ້ນີ້.
ຕໍ່ມາ ອີຊາກມີລູກຊາຍສອງຄົນ ຄືເອຊາອຶແລະຢາໂຄບ. ບໍ່ຄືກັບເອຊາອຶ ຢາໂຄບຮູ້ຄຸນຄ່າສິ່ງຝ່າຍວິນຍານແລະລາວໄດ້ຮັບຜົນຕອບແທນ. ພະເຈົ້າປ່ຽນຊື່ຢາໂຄບເປັນອິດສະລາແອນ ແລະລູກຊາຍ 12 ຄົນຂອງອິດສະລາແອນຈຶ່ງໄດ້ກາຍເປັນຕົ້ນຕະກູນຂອງຊາດອິດສະລາແອນ. ແຕ່ຄອບຄົວນີ້ໄດ້ກາຍເປັນຊາດໃຫຍ່ໄດ້ແນວໃດ?
ມີເຫດການອັນຕໍ່ເນື່ອງເລີ່ມຂຶ້ນ ເມື່ອພວກອ້າຍພາກັນອິດສາໂຢເຊບຜູ້ເປັນນ້ອງຊາຍ. ເຂົາເຈົ້າຈຶ່ງພາກັນຂາຍລາວໃຫ້ໄປເປັນທາດ ແລະໂຢເຊບຖືກພາໄປຢູ່ໃນປະເທດເອຢິບ. ແຕ່ພະເຈົ້າໄດ້ອວຍພອນຊາຍຫນຸ່ມທີ່ສັດຊື່ແລະກ້າຫານຜູ້ນີ້. ເຖິງແມ່ນວ່າມີຄວາມຍາກລຳບາກຫຼາຍຢ່າງ ໃນທີ່ສຸດຟາໂລຜູ້ປົກຄອງຂອງເອຢິບເລືອກໂຢເຊບແລະໃຫ້ລາວມີສິດອຳນາດຫຼາຍ. ກົງເວລາພໍດີ ເພາະຕອນນັ້ນມີການຂາດແຄນອາຫານ ຢາໂຄບຈຶ່ງໃຊ້ລູກຊາຍບາງຄົນໄປຊອກຊື້ສະບຽງອາຫານຢູ່ປະເທດເອຢິບປາກົດວ່າໃນຕອນນັ້ນໂຢເຊບເປັນຜູ້ເບິ່ງແຍງເລື່ອງສະບຽງອາຫານທັງໝົດ! ຫຼັງຈາກໄດ້ພົບພໍ້ຢ່າງໜ້າຕື່ນເຕັ້ນກັບພວກອ້າຍທີ່ສຳນຶກຜິດແລ້ວ ໂຢເຊບຍົກໂທດໃຫ້ແກ່ເຂົາເຈົ້າແລະຂໍໃຫ້ພາຄອບຄົວທັງໝົດຍ້າຍໄປຢູ່ປະເທດເອຢິບ. ເຂົາເຈົ້າໄດ້ຮັບດິນຕອນທີ່ດີທີ່ສຸດ ເຊິ່ງເປັນບ່ອນທີ່ເຂົາເຈົ້າຂະຫຍາຍຄອບຄົວອອກແລະຈະເລີນຮຸ່ງເຮືອງຕໍ່ໆໄປ. ໂຢເຊບເຂົ້າໃຈວ່າແມ່ນພະເຈົ້າທີ່ໃຫ້ເຫດການເປັນໄປແບບນັ້ນ ເພື່ອຄຳສັນຍາຂອງພະອົງຈະໄດ້ສຳເລັດເປັນຈິງ.
ຢາໂຄບເຊິ່ງເຖົ້າແກ່ແລ້ວໄດ້ອາໄສຢູ່ໃນປະເທດເອຢິບຈົນສິ້ນຊີວິດ ເຊິ່ງຫ້ອມລ້ອມດ້ວຍຄອບຄົວທີ່ມີສະມາຊິກເພີ່ມຂຶ້ນ. ກ່ອນຈະຕາຍຢາໂຄບບອກລ່ວງໜ້າວ່າ ເຊື້ອສາຍຫຼືຜູ້ຊ່ວຍໃຫ້ລອດຕາມທີ່ສັນຍາໄວ້ຈະເປັນຜູ້ປົກຄອງທີ່ມີສິດອຳນາດເຊິ່ງຈະເກີດຈາກລູກຊາຍຂອງລາວໃນຕະກູນຂອງຢູດາ. ຫຼາຍປີຕໍ່ມາ ກ່ອນໂຢເຊບຈະຕາຍ ລາວໄດ້ພະຍາກອນໄວ້ວ່າມື້ໜຶ່ງພະເຈົ້າຈະນຳເອົາຄອບຄົວຂອງຢາໂຄບອອກຈາກປະເທດເອຢິບ.
—ຂໍ້ມູນມາຈາກຕົ້ນເດີມບົດ 20 ເຖິງບົດ 50; ເຫບເລີ 11:17-22.