ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 24 ໜ້າ 27-28
  • ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ປະຊາຄົມ​ຕ່າງໆ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ປະຊາຄົມ​ຕ່າງໆ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ຄຳ​ແນະນຳ​ເລື່ອງ​ຄວາມ​ເຊື່ອ ການ​ປະພຶດ ແລະ​ຄວາມ​ຮັກ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ໂປໂລໃນນະຄອນໂລມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຜູ້ນັ້ນເຊິ່ງຜູ້ພະຍາກອນທັງຫຼາຍເປັນພິຍານເຖິງ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ອຸທິຍານ​ໄດ້​ສູນ​ເສຍ​ໄປ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ເບິ່ງຕື່ມ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 24 ໜ້າ 27-28
ໂປໂລໄດ້ບອກໃຫ້ຂຽນຈົດໝາຍຕອນທີ່ຖືກກັກຂັງໃນເຮືອນ

ໝວດ 24

ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ປະຊາຄົມ​ຕ່າງໆ

ຈົດ​ໝາຍ​ຕ່າງໆຂອງ​ໂປໂລ​ເສີມ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ

ປະຊາຄົມ​ຄລິດສະຕຽນ​ທີ່​ກໍ່​ຕັ້ງ​ຂຶ້ນ​ໃໝ່​ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ສຳເລັດ. ແຕ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕົກ​ເຂົ້າ​ສູ່​ການ​ໂຈມຕີ​ຢ່າງ​ໄວ. ເຂົາ​ເຈົ້າ​ຈະ​ຮັກສາ​ຄວາມ​ຊື່​ສັດ​ໝັ້ນ​ຄົງ​ຕໍ່​ພະເຈົ້າ​ເມື່ອ​ປະເຊີນ​ກັບ​ການ​ຂົ່ມເຫງ​ຈາກ​ພາຍ​ນອກ​ແລະ​ອີກ​ທັງ​ອັນຕະລາຍ​ອື່ນໆທີ່​ເລິກ​ແລບ​ແນບ​ນຽນ​ກວ່າ​ຈາກ​ພາຍ​ໃນ​ປະຊາຄົມ​ເອງ​ໄດ້​ບໍ? ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ມີ​ຈົດ​ໝາຍ 21 ສະບັບ​ທີ່​ໃຫ້​ຄຳ​ແນະນຳ​ແລະ​ການ​ຫນູນ​ໃຈ​ທີ່​ຈຳເປັນ.

ຈົດ​ໝາຍ​ສິບ​ສີ່​ສະບັບ​ນັບ​ຈາກ​ພະທຳ​ໂລມ​ຈົນ​ຮອດ​ພະທຳ​ເຫບເລີ​ຂຽນ​ໂດຍ​ອັກຄະສາວົກ​ໂປໂລ. ຈົດ​ໝາຍ​ເຫຼົ່າ​ນີ້​ຕັ້ງ​ຊື່​ຕາມ​ຜູ້​ຮັບ ບໍ່​ວ່າ​ຈະ​ເປັນ​ບຸກຄົນ​ຫຼື​ສະມາຊິກ​ຂອງ​ປະຊາຄົມ​ໜຶ່ງ​ສະເພາະ. ຂໍ​ໃຫ້​ພິຈາລະນາ​ບາງ​ເລື່ອງ​ທີ່​ຈົດ​ໝາຍ​ຂອງ​ໂປໂລ​ກວມ​ລວມ​ເອົາ.

ການ​ຕັກ​ເຕືອນ​ໃນ​ເລື່ອງ​ສິນລະທຳ​ແລະ​ການ​ປະພຶດ. ຜູ້​ທີ່​ເຮັດ​ຜິດ​ປະເວນີ ຫຼິ້ນ​ຊູ້ ແລະ​ບາບ​ຮ້າຍແຮງ​ອື່ນໆ “ຈະ​ບໍ່​ຮັບ​ແຜ່ນດິນ​ຂອງ​ພະເຈົ້າ​ເປັນ​ມູນ.” (ຄາລາຊີ 5:19-21; 1 ໂກລິນໂທ 6:9-11) ຜູ້​ນະມັດສະການ​ຂອງ​ພະເຈົ້າ​ຕ້ອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໂດຍ​ບໍ່​ຄຳນຶງ​ເຖິງ​ເຊື້ອ​ຊາດ. (ໂລມ 2:11; ເອເຟດ 4:1-6) ເຂົາ​ເຈົ້າ​ຄວນ​ມີ​ນ້ຳໃຈ​ເສຍ​ສະລະ​ເພື່ອ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໃນ​ຍາມ​ຈຳເປັນ. (2 ໂກລິນໂທ 9:7) ໂປໂລ​ບອກ​ວ່າ “ຈົ່ງ​ອ້ອນ​ວອນ​ບໍ່​ເຊົາ​ບໍ່​ຂາດ.” ທີ່​ຈິງ ມີ​ການ​ສະໜັບສະຫນູນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ໃຫ້​ລະ​ບາຍ​ຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ເຂົາ​ເຈົ້າ​ຕໍ່​ພະອົງ​ໃນ​ຄຳ​ອະທິດຖານ. (1 ເທຊະໂລນີກ 5:17; 2 ເທຊະໂລນີກ 3:1; ຟີລິບ 4:6, 7) ເພື່ອ​ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ ເຂົາ​ເຈົ້າ​ຕ້ອງ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ.—ເຫບເລີ 11:6.

ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ຄອບຄົວ​ກ້າວ​ໜ້າ? ຜູ້​ເປັນ​ຜົວ​ຄວນ​ຮັກ​ເມຍ​ຂອງ​ຕົນ​ເໝືອນ​ຮັກ​ຕົວ​ເອງ. ຜູ້​ເປັນ​ເມຍ​ຄວນ​ມີ​ຄວາມ​ນັບຖື​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜົວ​ຂອງ​ຕົນ. ຜູ້​ເປັນ​ລູກ​ຄວນ​ຟັງ​ພໍ່​ແມ່​ຂອງ​ຕົນ ເພາະ​ການ​ກະທຳ​ແບບ​ນີ້​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ຜູ້​ເປັນ​ພໍ່​ແມ່​ຕ້ອງ​ໃຫ້​ການ​ຊີ້​ນຳ​ແລະ​ການ​ແອບ​ສອນ​ລູກ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ໂດຍ​ໃຊ້​ຫຼັກ​ການ​ຕ່າງໆທີ່​ຢູ່​ໃນ​ພະ​ຄຳ​ຂອງ​ພະເຈົ້າ.—ເອເຟດ 5:22–6:4; ໂກໂລດ 3:18-21.

ແຜນທີຂອງສະຖານທີທີ່ໂປໂລຂຽນຈດໝາຍ

ຄລິດສະຕຽນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ເຂົ້າ​ໃຈ​ຈຸດ​ປະສົງ​ຂອງ​ພະເຈົ້າ. ຫຼາຍ​ແງ່​ມຸມ​ໃນ​ບັນຍັດ​ຂອງ​ໂມເຊ​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ແລະ​ຊີ້​ນຳ​ຊາວ​ອິດສະລາແອນ​ຈົນ​ເຖິງ​ການ​ປາກົດ​ຂອງ​ພະ​ຄລິດ. (ຄາລາຊີ 3:24) ແນວ​ໃດ​ກໍ​ຕາມ ຄລິດສະຕຽນ​ບໍ່​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ບັນຍັດ​ນັ້ນ​ເພື່ອ​ນະມັດສະການ​ພະເຈົ້າ. ໃນ​ການ​ຂຽນ​ເຖິງ​ຊາວ​ເຫບເລີ​ເຊິ່ງ​ເປັນ​ຄລິດສະຕຽນ​ທີ່​ມີ​ພູມ​ຫຼັງ​ເປັນ​ຄົນ​ຢິວ ໂປໂລ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ໝາຍ​ຂອງ​ບັນຍັດ​ແລະ​ວິທີ​ທີ່​ຈຸດ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ​ໃນ​ພະ​ຄລິດ. ໂປໂລ​ອະທິບາຍ​ວ່າ​ບັນຍັດ​ນັ້ນ​ຫຼາຍ​ພາກ​ສ່ວນ​ມີ​ຄຸນຄ່າ​ໃນ​ລັກສະນະ​ຄຳ​ພະຍາກອນ. ຕົວ​ຢ່າງ​ເຊັ່ນ ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ​ເປັນ​ພາບ​ສະແດງ​ເຖິງ​ຄວາມ​ຕາຍ​ຂອງ​ພະ​ເຍຊູ​ທີ່​ຖວາຍ​ເປັນ​ເຄື່ອງ​ບູຊາ ເຊິ່ງ​ຈະ​ເຮັດ​ໃຫ້​ການ​ໃຫ້​ອະໄພ​ບາບ​ສຳເລັດ​ເປັນ​ຈິງ. (ເຫບເລີ 10:1-4) ໂດຍ​ໃຊ້​ການ​ຕາຍ​ຂອງ​ພະ​ເຍຊູ ພະເຈົ້າ​ຍົກ​ເລີກ​ຄຳ​ສັນຍາ​ແຫ່ງ​ບັນຍັດ​ເພາະ​ມັນ​ບໍ່​ຈຳເປັນ​ອີກ​ແລ້ວ.—ໂກໂລດ 2:13-17; ເຫບເລີ 8:13.

ຄລິດສະຕຽນໃນສະຕະວັດທຳອິດກຳລັງຟັງການອ່ານຈົດໝາຍສະບັບໜຶ່ງທີ່ໂປໂລຂຽນເຖິງປະຊາຄົມ

ຄຳ​ແນະນຳ​ທີ່​ເໝາະ​ສົມ​ໃນ​ການ​ຈັດ​ຕັ້ງ​ປະຊາຄົມ. ຜູ້​ຊາຍ​ທີ່​ເຕັມ​ໃຈ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ຕ້ອງ​ມີ​ມາດຕະຖານ​ສູງ​ໃນ​ດ້ານ​ສິນລະທຳ​ແລະ​ມີ​ຄຸນວຸທິ​ຕາມ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. (1 ຕີໂມເຕ 3:1-10, 12, 13; ຕິໂຕ 1:5-9) ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຄວນ​ເຕົ້າ​ໂຮມ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເປັນ​ປະຈຳ​ເພື່ອ​ເສີມ​ສ້າງ​ເຊິ່ງ​ກັນ​ແລະ​ກັນ. (ເຫບເລີ 10:24, 25) ການ​ປະຊຸມ​ຕ່າງໆສຳລັບ​ການ​ນະມັດສະການ​ຄວນ​ເສີມ​ສ້າງ​ແລະ​ໃຫ້​ຄວາມ​ຮູ້.—1 ໂກລິນໂທ 14:26, 31.

ຕອນ​ທີ່​ໂປໂລ​ຂຽນ​ຈົດ​ໝາຍ​ສະບັບ​ທີ​ສອງ​ເຖິງ​ຕີໂມເຕ ທ່ານ​ອັກຄະສາວົກ​ໄດ້​ກັບ​ເມືອ​ເມືອງ​ໂລມ; ລາວ​ຖືກ​ກັກ​ຂັງ​ເພື່ອ​ລໍ​ຖ້າ​ການ​ຕັດສິນ. ມີ​ຄົນ​ກ້າຫານ​ສອງ​ສາມ​ຄົນ​ເທົ່າ​ນັ້ນ​ສ່ຽງ​ຊີວິດ​ໄປ​ຢາມ​ໂປໂລ. ໂປໂລ​ຮູ້​ວ່າ​ເວລາ​ຂອງ​ລາວ​ຍັງ​ເຫຼືອ​ໜ້ອຍ. ລາວ​ເວົ້າ​ວ່າ “ເຮົາ​ໄດ້​ເລວເສິກ​ໃນ​ການ​ທຳ​ເສິກ​ຢ່າງ​ດີ ເຮົາ​ໄດ້​ແລ່ນ​ເສັງ​ເຖິງ​ທີ່​ສຸດ​ທາງ​ແລ້ວ ເຮົາ​ໄດ້​ຖື​ຮັກສາ​ຄວາມ​ເຊື່ອ​ໄວ້.” (2 ຕີໂມເຕ 4:7) ເປັນ​ໄປ​ໄດ້​ວ່າ​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ໂປໂລ​ຖືກ​ປະຫານ​ຊີວິດ​ຍ້ອນ​ຄວາມ​ເຊື່ອ. ແຕ່​ຈົດ​ໝາຍ​ຂອງ​ທ່ານ​ອັກຄະສາວົກ​ໃຫ້​ການ​ຊີ້​ນຳ​ຜູ້​ນະມັດສະການ​ແທ້​ຂອງ​ພະເຈົ້າ​ຈົນ​ເຖິງ​ທຸກ​ມື້​ນີ້.

—ຂໍ້​ມູນ​ມາ​ຈາກ​ໂລມ; 1 ແລະ 2 ໂກລິນໂທ; ຄາລາຊີ; ເອເຟດ; ຟີລິບ; ໂກໂລດ; 1 ແລະ 2 ເທຊະໂລນີກ; 1 ແລະ 2 ຕີໂມເຕ; ຕິໂຕ; ຟີເລໂມນ; ເຫບເລີ.

  • ຈົດ​ໝາຍ​ຂອງ​ໂປໂລ​ມີ​ຂໍ້​ເຕືອນ​ໃຈ​ອັນ​ໃດ​ທີ່​ສຳຄັນ​ໃນ​ເລື່ອງ​ສິນລະທຳ​ແລະ​ການ​ປະພຶດ?

  • ໂດຍ​ວິທີ​ໃດ​ທີ່​ໂປໂລ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ສຳເລັດ​ເປັນ​ຈິງ​ແຫ່ງ​ຈຸດ​ປະສົງ​ຂອງ​ພະເຈົ້າ​ໃນ​ພະ​ຄລິດ?

  • ຄຳ​ແນະນຳ​ທີ່​ເໝາະ​ສົມ​ແບບ​ໃດ​ທີ່​ໂປໂລ​ຈັດ​ຕຽມ​ໄວ້​ໃນ​ການ​ຈັດ​ຕັ້ງ​ປະຊາຄົມ?

ໃຜ​ເປັນ​ເຊື້ອ​ສາຍ​ທີ່​ສັນຍາ​ໄວ້

ພາຍ​ຫຼັງ​ທີ່​ອາດາມ​ແລະ​ເອວາ​ໄດ້​ເຮັດ​ບາບ ພະເຈົ້າ​ໄດ້​ໃຊ້​ຖ້ອຍຄຳ​ທີ່​ມີ​ຄວາມ​ໝາຍ​ເມື່ອ​ພະອົງ​ເວົ້າ​ກັບ​ງູ​ວ່າ “ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ຜູ້​ຍິງ​ເປັນ​ສັດຕູ​ກັນ ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ​ກັບ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ເປັນ​ສັດຕູ​ກັນ ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ຈະ​ຢຽບ​ຫົວ​ເຈົ້າ​ໃຫ້​ແຕກ ແລະ​ເຈົ້າ​ຈະ​ທຳ​ໃຫ້​ສົ້ນ​ຕີນ​ເພິ່ນ​ບວມ​ຊ້ຳ​ໄປ.” (ຕົ້ນເດີມ 3:15) ພະ​ຄຳພີ​ລະບຸ​ຕົວ​ພະຍາມານ​ວ່າ​ເປັນ “ງູ​ບູຮານ.” (ຄຳປາກົດ 12:9) ການ​ລະບຸ​ຕົວ​ເຊື້ອ​ສາຍ​ທີ່​ພະເຈົ້າ​ສັນຍາ​ໄວ້​ຫຼື​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ປິດ​ເປັນ​ຄວາມ​ລັບ​ເຊິ່ງ​ເປັນ​ເວລາ​ຫຼາຍ​ສະຕະວັດ​ຈຶ່ງ​ມີ​ການ​ເປີດ​ເຜີຍ​ໃນ​ຄຳພີ​ໄບເບິນ​ເປັນ​ເທື່ອ​ລະ​ຂັ້ນ.

ປະມານ 2.000​ພາຍ​ຫຼັງ​ອາດາມ​ແລະ​ເອວາ​ໄດ້​ເຮັດ​ບາບ ພະ​ເຢໂຫວາ​ຈຶ່ງ​ຊີ້​ບອກ​ວ່າ​ເຊື້ອ​ສາຍ​ທີ່​ສັນຍາ​ໄວ້​ຈະ​ມາ​ທາງ​ເຊື້ອ​ສາຍ​ຂອງ​ອັບລາຫາມ. (ຕົ້ນເດີມ 22:17, 18) ຫຼາຍ​ສະຕະວັດ​ຕໍ່​ມາ ອັກຄະສາວົກ​ໂປໂລ​ໄດ້​ເປີດ​ເຜີຍ​ວ່າ​ສ່ວນ​ສຳຄັນ​ຂອງ​ເຊື້ອ​ສາຍ​ແມ່ນ​ເມຊີ​ເຊິ່ງ​ກໍ​ຄື​ພະ​ເຍຊູ​ຄລິດ. (ຄາລາຊີ 3:16) ສອດຄ່ອງ​ກັບ​ຕົ້ນເດີມ 3:15 ດ້ວຍ​ຄວາມ​ໝາຍ​ເປັນ​ໄນ​ພະ​ເຍຊູ​ຖືກ​ເຮັດ​ໃຫ້ “ສົ້ນ​ຕີນ” ບວມ​ຊ້ຳ ເມື່ອ​ພະອົງ​ຖືກ​ຂ້າ. ແນວ​ໃດ​ກໍ​ຕາມ ພະເຈົ້າ​ປຸກ​ພະ​ເຍຊູ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ເຊິ່ງ “ໄດ້​ຊີວິດ​ເປັນ​ຄືນ​ມາ​ດ້ວຍ​ພະ​ວິນຍານ.”—1 ເປໂຕ 3:18.

ພະເຈົ້າ​ຍັງ​ປະສົງ​ໃຫ້​ມະນຸດ 144.000 ຄົນ​ກາຍ​ເປັນ​ເຊື້ອ​ສາຍ​ອັນ​ດັບ​ຮອງ. (ຄາລາຊີ 3:29; ຄຳປາກົດ 14:1) ເຂົາ​ເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ສະພາບ​ກາຍ​ວິນຍານ​ເພື່ອ​ຮັບ​ມໍລະດົກ​ກັບ​ພະ​ຄລິດ​ໃນ​ລາຊະອານາຈັກ​ທາງ​ພາກ​ສະຫວັນ.—ໂລມ 8:16, 17.

ໃນ​ຖານະ​ກະສັດ​ທີ່​ມີ​ລິດເດດ​ໃນ​ສະຫວັນ ອີກ​ບໍ່​ດົນ​ພະ​ເຍຊູ​ຈະ​ກຳຈັດ​ພະຍາມານ​ແລະ​ເຊື້ອ​ສາຍ​ຂອງ​ມັນ ນັ້ນ​ກໍ​ຄື​ມະນຸດ​ທີ່​ຊົ່ວ​ຮ້າຍ​ແລະ​ພວກ​ຜີ​ປີ​ສາດ​ທີ່​ຕິດ​ຕາມ​ຊາຕານ. (ໂຢຮັນ 8:44; ເອເຟດ 6:12) ການ​ປົກຄອງ​ຂອງ​ພະ​ເຍຊູ​ຈະ​ນຳ​ເອົາ​ສັນຕິສຸກ​ແລະ​ຄວາມ​ຍິນດີ​ມາ​ສູ່​ມະນຸດ​ທຸກ​ຄົນ​ທີ່​ເຊື່ອ​ຟັງ. ທີ່​ຈິງ​ແລ້ວ​ພະອົງ​ຈະ​ຢຽບ “ຫົວ” ຂອງ​ງູ ທຳລາຍ​ມັນ​ບໍ່​ໃຫ້​ມີ​ຊີວິດ​ອີກ​ຕໍ່​ໄປ.—ເຫບເລີ 2:14.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌