ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 13 ໜ້າ 91-96
  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຊົາ​ໂສກ​ເສົ້າ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຊົາ​ໂສກ​ເສົ້າ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ຄວາມ​ໂສກ​ເສົ້າ​ບໍ່​ຫ່າງ​ຫາຍ​ໄປ
  • ຂ້ອຍ​ຈະ​ຄວບຄຸມ​ອາລົມ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ພະເຢໂຫວາຊ່ວຍຄົນທີ່ທໍ້ໃຈແຮງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ບັນທຶກ​ສ່ວນ​ຕົວ​ຂອງ​ຂ້ອຍ—ໃນ​ແລະ​ນອກ​ຫ້ອງ​ຮຽນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 13 ໜ້າ 91-96

ບົດ​ທີ 13

ຂ້ອຍ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຊົາ​ໂສກ​ເສົ້າ?

“ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ມີ​ເລື່ອງ​ອຸກ​ໃຈ ຂ້ອຍ​ຈະ​ຊ່ວຍ​ແກ້​ບັນຫາ​ແລະ​ປອບ​ໃຈ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ. ແຕ່​ສິ່ງ​ທີ່​ບໍ່​ມີ​ໃຜ​ຮູ້​ກໍ​ຄື​ເມື່ອ​ຂ້ອຍ​ເມືອ​ເຮືອນ​ຂ້ອຍ​ເຂົ້າ​ໄປ​ໃນ​ຫ້ອງ​ແລ້ວ​ກໍ​ຮ້ອງໄຫ້.”—ນາງ ເຄລີ.

“ເມື່ອ​ຂ້ອຍ​ຮູ້ສຶກ​ໂສກ​ເສົ້າ ຂ້ອຍ​ຈະ​ແຍກ​ຕົວ​ໄປ​ຢູ່​ຄົນ​ດຽວ. ຖ້າ​ມີ​ໃຜ​ຊວນ​ຂ້ອຍ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ ຂ້ອຍ​ກໍ​ຈະ​ຫາ​ຂໍ້​ອ້າງ​ທີ່​ຈະ​ບໍ່​ໄປ. ຂ້ອຍ​ປິດ​ບັງ​ຄວາມ​ຮູ້ສຶກ​ໄດ້​ດີ​ຈົນ​ຄອບຄົວ​ບໍ່​ຮູ້. ເຂົາ​ເຈົ້າ​ກໍ​ເລີຍ​ຄິດ​ວ່າ​ຂ້ອຍ​ສະບາຍ​ດີ.”—ທ້າວ ຣິກ.

ເຈົ້າ​ເຄີຍ​ມີ​ຄວາມ​ຮູ້ສຶກ​ຄ້າຍ​ຄື​ເຄລີ​ແລະ​ຣິກ​ບໍ? ຖ້າ​ເປັນ​ແນວ​ນັ້ນ​ກໍ​ຢ່າ​ຟ້າວ​ສະຫລຸບ​ວ່າ​ມີ​ບາງ​ສິ່ງ​ບາງ​ຢ່າງ​ຜິດ​ປົກກະຕິ​ກັບ​ເຈົ້າ. ຄວາມ​ຈິງ​ກໍ​ຄື​ທຸກ​ຄົນ​ໂສກ​ເສົ້າ​ເປັນ​ບາງ​ຄັ້ງ​ຄາວ. ແມ່ນ​ແຕ່​ຊາຍ​ຍິງ​ຜູ້​ທີ່​ສັດ​ຊື່​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ກໍ​ເຄີຍ​ໂສກ​ເສົ້າ.—1 ຊາເມືອນ 1:6-8; ຄຳເພງ 35:14.

ໃນ​ບາງ​ກໍລະນີ​ເຈົ້າ​ອາດ​ຮູ້​ສາເຫດ​ທີ່​ຕົນ​ເອງ​ໂສກ​ເສົ້າ ແຕ່​ບາງ​ຄັ້ງ​ກໍ​ບໍ່​ຮູ້. ນາງ​ແອນນາ​ອາຍຸ 19 ປີ​ເວົ້າ​ວ່າ: “ບໍ່​ແມ່ນ​ວ່າ​ເຈົ້າ​ປະເຊີນ​ກັບ​ເລື່ອງ​ທີ່​ໂຫດ​ຮ້າຍ​ແລ້ວ​ຈຶ່ງ​ຈະ​ຮູ້ສຶກ​ໂສກ​ເສົ້າ. ຄວາມ​ຮູ້ສຶກ​ໂສກ​ເສົ້າ​ອາດ​ເກີດ​ຂຶ້ນ​ເວລາ​ໃດ​ກໍ​ໄດ້ ເຖິງ​ແມ່ນ​ວ່າ​ຊີວິດ​ຈະ​ບໍ່​ມີ​ບັນຫາ​ກໍ​ຕາມ. ມັນ​ເປັນ​ເລື່ອງ​ແປກ ແຕ່​ມັນ​ກໍ​ເກີດ​ຂຶ້ນ!”

ບໍ່​ວ່າ​ຈະ​ຍ້ອນ​ສາເຫດ​ໃດ​ກໍ​ຕາມ ຫຼື​ເມື່ອ​ເບິ່ງ​ຄື​ວ່າ​ບໍ່​ມີ​ສາເຫດ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຄວາມ​ໂສກ​ເສົ້າ​ຄອບງຳ​ເຈົ້າ​ໄວ້? ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້.

1. ໃຫ້​ລະບາຍ​ອອກ​ມາ. ໃນ​ທ່າມກາງ​ຄວາມ​ສົນ​ລະ​ວົນ​ຂອງ​ຕົນ ທ່ານ​ໂຢບ​ເວົ້າ​ວ່າ: “ຂ້ອຍ​ຈະ​ປາກ​ດ້ວຍ​ຄວາມ​ຂົມ​ໃຈ.”—ໂຢບ 10:1.

ນາງ ເຄລີ “ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຈົນ​ບໍ່​ເປັນ​ຕາ​ໜ້າ​ເຊື່ອ​ຫຼັງ​ຈາກ​ທີ່​ໄດ້​ເວົ້າ​ລົມ​ກັບ​ຜູ້​ໃດ​ຜູ້​ໜຶ່ງ. ໃນ​ທີ່​ສຸດ​ກໍ​ມີ​ຄົນ​ຮູ້​ວ່າ​ຂ້ອຍ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່. ເຂົາ​ເຈົ້າ​ສາມາດ​ຢ່ອນ​ເຊືອກ​ລົງ​ໄປ​ໃນ​ຂຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ ແລະ​ດຶງ​ເອົາ​ຂ້ອຍ​ຂຶ້ນ​ມາ​ໄດ້​ຢ່າງ​ປອດໄພ!”

ຄຳ​ແນະນຳ ທາງ​ລຸ່ມ​ນີ້​ຂໍ​ໃຫ້​ຂຽນ​ຊື່​ໝູ່​ຜູ້​ໜຶ່ງ​ທີ່​ເຈົ້າ​ຈະ​ລະບາຍ​ຄວາມ​ໃນ​ໃຈ​ເມື່ອ​ເຈົ້າ​ຈົມ​ຢູ່​ໃນ​ຄວາມ​ໂສກ​ເສົ້າ.

․․․․․

2. ໃຫ້​ຂຽນ​ໄວ້. ເມື່ອ​ຄວາມ​ໂສກ​ເສົ້າ​ຄອບງຳ​ທັດສະນະ​ຂອງ​ເຈົ້າ​ໃນ​ເລື່ອງ​ຊີວິດ ເຈົ້າ​ອາດ​ຢາກ​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ນຶກ​ຄິດ​ລົງ​ໃສ່​ເຈ້ຍ. ໃນ​ຄຳເພງ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ ບາງ​ຄັ້ງ​ທ່ານ​ດາວິດ​ກໍ​ສະແດງ​ຄວາມ​ໂສກ​ເສົ້າ​ເສຍໃຈ​ຢ່າງ​ຫຼາຍ​ອອກ​ມາ. (ຄຳເພງ 6:6) ການ​ຂຽນ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ດັ່ງ​ກ່າວ​ອາດ​ຊ່ວຍ​ເຈົ້າ​ໃຫ້ “ຖື​ຮັກສາ​ຄຳ​ເຕືອນ​ສະຕິ​ອັນ​ດີ​ກັບ​ຄວາມ​ຄຶດ​ຕຶກຕອງ​ໄວ້.”—ສຸພາສິດ 3:21.

ນາງ​ເຮເຕີ​ເວົ້າ​ວ່າ: “ການ​ຂຽນ​ຊ່ວຍ​ຂ້ອຍ​ໃຫ້​ຈັດ​ຄວາມ​ຄິດ​ທີ່​ຫຍຸ້ງ​ຈາກ​ການ​ໂສກ​ເສົ້າ​ໃຫ້​ເປັນ​ລະບຽບ. ເມື່ອ​ສາມາດ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ໄຈ້​ແຍກ​ສາເຫດ ຄວາມ​ໂສກ​ເສົ້າ​ກໍ​ອາດ​ບໍ່​ຮຸນແຮງ​ຫຼາຍ.”

ຄຳ​ແນະນຳ ໃຫ້​ໃຊ້​ຕາ​ຕະລາງ​ໃນ​ໜ້າ 93 ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ມີ​ຂໍ້​ຄິດ​ເຫັນ​ທີ່​ດີ​ກວ່າ​ເພື່ອ​ເອົາ​ຊະນະ​ຄວາມ​ໂສກ​ເສົ້າ. ສິ່ງ​ນີ້​ຈະ​ຊ່ວຍ​ບັນເທົາ​ຄວາມ​ໂສກ​ເສົ້າ​ໄດ້.

3. ໃຫ້​ອະທິດຖານ. ຄຳພີ​ໄບເບິນ​ກ່າວ​ວ່າ​ຖ້າ​ເຮົາ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ທີ່​ເຮົາ​ກັງວົນ “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້.”—ຟີລິບ 4:6, 7.

ນາງ​ເອດສະເທີ​ເວົ້າ​ວ່າ: “ຂ້ອຍ​ພະຍາຍາມ​ຄຶດ​ໃຫ້​ອອກ​ວ່າ​ເປັນ​ຫຍັງ​ຈຶ່ງ​ໂສກ​ເສົ້າ​ຫຼາຍ ແຕ່​ກໍ​ຄິດ​ບໍ່​ອອກ. ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ສະບາຍ​ໃຈ. ຂ້ອຍ​ເບື່ອ​ໜ່າຍ​ທີ່​ຕ້ອງ​ໂສກ​ເສົ້າ​ເມື່ອ​ບໍ່​ມີ​ເຫດຜົນ​ທີ່​ຕ້ອງ​ໂສກ​ເສົ້າ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ເຊົາ​ໂສກ​ເສົ້າ. ຢ່າ​ປະເມີນ​ຄ່າ​ຂອງ​ການ​ອະທິດຖານ​ຕ່ຳ​ເກີນ​ໄປ!”

ຄຳ​ແນະນຳ ໃຫ້​ໃຊ້​ຄຳເພງ 139:23, 24 ເພື່ອ​ເປັນ​ແບບ​ຢ່າງ​ສຳລັບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຕໍ່​ພະ​ເຢໂຫວາ. ລະບາຍ​ຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ເຈົ້າ ແລະ​ຂໍ​ພະອົງ​ໃຫ້​ຊ່ວຍ​ເຈົ້າ​ໃຫ້​ຮູ້​ສາເຫດ​ຂອງ​ຄວາມ​ໂສກ​ເສົ້າ.

ນອກ​ຈາກ​ຄຳ​ແນະນຳ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ​ແລ້ວ ເຈົ້າ​ມີ​ຄຳພີ​ໄບເບິນ​ເຄື່ອງ​ມື​ທີ່​ມີ​ຄ່າ​ເຊິ່ງ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ. ຈົ່ງ​ບັນຈຸ​ຈິດ​ໃຈ​ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ທີ່​ເສີມ​ສ້າງ​ຈາກ​ບັນທຶກ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ສົ່ງ​ຜົນ​ໃນ​ແງ່​ບວກ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. (ຄຳເພງ 1:1-3) ເຈົ້າ​ຈະ​ພົບ​ຄຳ​ແນະນຳ​ສຳລັບ​ການ​ອ່ານ​ຄຳພີ​ໄບເບິນ​ທີ່​ເສີມ​ສ້າງ​ໄດ້​ໂດຍ​ການ​ພິຈາລະນາ​ພາກ​ສ່ວນ “ບຸກຄົນ​ທີ່​ເປັນ​ແບບ​ຢ່າງ” ຈາກ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ. ໃນ​ໜ້າ 227 ຂອງ​ເຫຼັ້ມ​ທີ 2 ເຈົ້າ​ຈະ​ໄດ້​ເຫັນ​ວິທີ​ທີ່​ອັກຄະສາວົກ​ໂປໂລ​ຈັດການ​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ​ເຊິ່ງ​ບາງ​ຄັ້ງ​ລາວ​ຮູ້ສຶກ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ.

ເມື່ອ​ຄວາມ​ໂສກ​ເສົ້າ​ບໍ່​ຫ່າງ​ຫາຍ​ໄປ

ທ້າວ​ຣາຍອັນ​ບອກ​ວ່າ: “ໃນ​ບາງ​ມື້​ຕອນ​ເຊົ້າ​ຂ້ອຍ​ຮູ້ສຶກ​ຢາກ​ນອນ​ຢູ່​ເທິງ​ຕຽງ​ຕໍ່​ໄປ​ເພື່ອ​ຈະ​ບໍ່​ຕ້ອງ​ລຸກ​ຂຶ້ນ​ມາ​ປະເຊີນ​ກັບ​ມື້​ທີ່​ໄຮ້​ຈຸດ​ມຸ່ງ​ໝາຍ​ອີກ​ມື້​ໜຶ່ງ.” ຣາຍອັນ​ເປັນ​ພະຍາດ​ຊຶມເສົ້າ ແລະ​ບໍ່​ໄດ້​ມີ​ແຕ່​ລາວ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະຍາດ​ນີ້. ການ​ສຶກສາ​ຄົ້ນ​ຄວ້າ​ສະແດງ​ໃຫ້​ເຫັນ​ວ່າ​ໄວຮຸ່ນ​ປະມານ 1 ໃນ 4 ມີ​ພາວະ​ຊຶມເສົ້າ​ບາງ​ຊະນິດ​ກ່ອນ​ຮອດ​ໄວ​ເປັນ​ຜູ້​ໃຫຍ່.

ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈົ້າ​ເປັນ​ພະຍາດ​ຊຶມເສົ້າ​ຫຼື​ບໍ? ອາການ​ທີ່​ປາກົດ​ໃຫ້​ເຫັນ​ໄດ້​ບາງ​ຢ່າງ​ຄື​ພຶດຕິກຳ​ແລະ​ອາລົມ​ປັ່ນປ່ວນ​ຢ່າງ​ຮຸນແຮງ ມັກ​ແຍກ​ຕົວ​ໄປ​ຢູ່​ຄົນ​ດຽວ ເກືອບ​ບໍ່​ຢາກ​ເຮັດ​ຫຍັງ​ເລີຍ ນິດໄສ​ການ​ກິນ​ແລະ​ການ​ນອນ​ຫຼັບ​ປ່ຽນ​ແປງ​ຫຼາຍ ແລະ​ຮູ້ສຶກ​ໄຮ້​ຄ່າ​ຫຼື​ຮູ້ສຶກ​ຜິດ​ຢ່າງ​ຮຸນແຮງ.

ແນ່ນອນ​ວ່າ​ເກືອບ​ໝົດ​ທຸກ​ຄົນ​ມີ​ອາການ​ທີ່​ກ່າວ​ມາ​ບາງ​ຢ່າງ​ເປັນ​ບາງ​ຄັ້ງ​ຄາວ. ແຕ່​ຖ້າ​ອາການ​ເຫຼົ່າ​ນີ້​ຍືດ​ເຍື້ອ​ຍາວ​ນານ​ຫຼາຍ​ກວ່າ​ສອງ​ສາມ​ອາທິດ ເຈົ້າ​ຄວນ​ຈະ​ປຶກສາ​ພໍ່​ແມ່​ເລື່ອງ​ການ​ໄປ​ຫາ​ທ່ານ​ໝໍ. ທ່ານ​ໝໍ​ອາດ​ຊ່ວຍ​ວິເຄາະ​ໄດ້​ວ່າ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ​ເກີດ​ມາ​ຈາກ​ພະຍາດ​ຊຶມເສົ້າ​ຫຼື​ບໍ່.a

ຖ້າ​ເຈົ້າ​ເປັນ​ພະຍາດ​ຊຶມເສົ້າ ກໍ​ບໍ່​ມີ​ຫຍັງ​ທີ່​ຕ້ອງ​ອາຍ. ຖ້າ​ໄດ້​ຮັບ​ການ​ປິ່ນປົວ ຫຼາຍ​ຄົນ​ກໍ​ຮູ້ສຶກ​ດີ​ຂຶ້ນ ຫຼື​ອາດ​ຮູ້ສຶກ​ດີ​ແບບ​ທີ່​ບໍ່​ເຄີຍ​ຮູ້ສຶກ​ມາ​ກ່ອນ​ເປັນ​ເວລາ​ດົນ​ນານ​ແລ້ວ! ບໍ່​ວ່າ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ​ຈະ​ເກີດ​ຈາກ​ພະຍາດ​ຊຶມເສົ້າ​ຫຼື​ບໍ່​ກໍ​ຕາມ ຂໍ​ໃຫ້​ຈື່​ຖ້ອຍຄຳ​ໃນ​ຄຳເພງ 34:18 ທີ່​ວ່າ: “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ.”

ໃນ​ບົດ​ຕໍ່​ໄປ

ຈະ​ວ່າ​ແນວ​ໃດ​ຖ້າ​ຄວາມ​ໂສກ​ເສົ້າ​ມີ​ຢ່າງ​ເຫຼືອ​ລົ້ນ​ຈົນ​ຄຶດ​ທີ່​ຈະ​ຂ້າ​ຕົວ​ຕາຍ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ເມື່ອ​ຄວາມ​ໂສກ​ເສົ້າ​ຍືດ​ເຍື້ອ​ຍາວ​ນານ ໄວຮຸ່ນ​ບາງ​ຄົນ​ຄຶດ​ຂ້າ​ຕົວ​ຕາຍ. ຖ້າ​ເຈົ້າ​ເຄີຍ​ຄິດ​ແບບ​ນີ້ ໃຫ້​ເວົ້າ​ລົມ​ກັບ​ຜູ້​ໃຫຍ່​ທີ່​ໄວ້​ໃຈ​ໄດ້​ໂດຍ​ບໍ່​ຊັກຊ້າ.—ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 14 ຂອງ​ປຶ້ມ​ຫົວ​ນີ້.

ຂໍ້​ພະ​ຄຳພີ​ຫຼັກ

“ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ.”—ຄຳເພງ 34:18.

ຄຳ​ແນະນຳ

ໃຫ້​ພັນລະນາ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ເມື່ອ​ໂສກ​ເສົ້າ​ແລະ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເປັນ​ສາເຫດ​ຂອງ​ຄວາມ​ໂສກ​ເສົ້າ. ໜຶ່ງ​ເດືອນ​ຕໍ່​ມາ ໃຫ້​ອ່ານ​ສິ່ງ​ທີ່​ໄດ້​ຂຽນ. ຄວາມ​ຮູ້ສຶກ​ຕ່າງໆຕໍ່​ກັບ​ເລື່ອງ​ນັ້ນ​ໄດ້​ປ່ຽນ​ໄປ​ບໍ? ຖ້າ​ປ່ຽນ ໃຫ້​ຂຽນ​ສິ່ງ​ທີ່​ໄດ້​ຊ່ວຍ​ເຈົ້າ.

ເຈົ້າ​ຮູ້​ບໍ . . .?

ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຮ້ອງ​ໄຫ້​ເຖິງ​ແມ່ນ​ວ່າ​ເຈົ້າ​ເປັນ​ຜູ້​ຊາຍ. ໃນ​ໄລຍະ​ໜຶ່ງ​ຂອງ​ຊີວິດ ກະສັດ​ດາວິດ​ຍອມ​ຮັບ​ວ່າ: “ຂ້ານ້ອຍ​ຮ້ອງໄຫ້​ໝົດ​ຄືນ​ນ້ຳ​ຕາ​ໄຫຼ​ລົງ​ໃຫ້​ຕຽງ​ປຽກ ຂ້ານ້ອຍ​ຮົດ​ບ່ອນ​ນອນ​ເອງ​ດ້ວຍ​ນ້ຳ​ຕາ.”—ຄຳເພງ 6:6.

ແຜນ​ພາກ​ປະຕິບັດ!

ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ອາລົມ​ດີ​ຂຶ້ນ ຂ້ອຍ​ສາມາດ​ເຮັດ​ກິດຈະກຳ​ຕ່າງໆຕໍ່​ໄປ​ນີ້ ․․․․․

ການ​ຄົບຫາ​ກັບ​ໝູ່​ເພື່ອນ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ຂ້ອຍ​ໃຫ້​ຜ່ອນຄາຍ​ຄວາມ​ໂສກ​ເສົ້າ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ການ​ຮ້ອງໄຫ້​ມີ​ຜົນ​ປະໂຫຍດ​ບໍ?

• ເປັນ​ຫຍັງ​ການ​ຢູ່​ກັບ​ຄົນ​ອື່ນ​ຈຶ່ງ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ໄດ້?

[ຈຸດເດັ່ນໜ້າ 96]

“ເມື່ອ​ຂ້ອຍ​ໂສກ​ເສົ້າ ຂ້ອຍ​ຕ້ອງ​ຫຼີກ​ລ່ຽງ​ການ​ແຍກ​ຕົວ​ໄປ​ຢູ່​ຕ່າງ​ຫາກ. ແມ່ນ​ຢູ່​ວ່າ​ຂ້ອຍ​ອາດ​ຕ້ອງ​ຢູ່​ຄົນ​ດຽວ​ແດ່​ເພື່ອ​ຄຶດ​ຕຶກຕອງ​ແລະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຕົວ​ເອງ ແລະ​ອາດ​ຈະ​ຮ້ອງໄຫ້. ແຕ່​ຫຼັງ​ຈາກ​ນັ້ນ ຂ້ອຍ​ຮູ້​ວ່າ​ຕ້ອງ​ຢູ່​ກັບ​ຄົນ​ອື່ນ​ເພື່ອ​ລືມ​ເລື່ອງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ຂ້ອຍ​ໂສກ​ເສົ້າ.”—ນາງ ຄລິດສະຕີນ

[ຕາຕະລາງ/ຮູບ​ພາບ​ໜ້າ 93]

ແບບ​ສອບ​ຖາມ

ເພື່ອ​ບັນເທົາ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ

ຂໍ​ໃຫ້​ຕື່ມ​ໃສ່​ຕາ​ຕະລາງ

ເຫດການ

ອາຈານ​ຄົນ​ໜຶ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ

ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

ຂ້ອຍ​ໝົດ​ຄວາມ​ພະຍາຍາມ​ທີ່​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ຫ້ອງ​ຮຽນ​ນັ້ນ

ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ບົດ​ທີ 20 ຂອງ​ປຶ້ມ​ຫົວ​ນີ້

ເຫດການ

ໝູ່​ຄົນ​ໜຶ່ງ​ຫຼົບ​ໜ້າ​ຂ້ອຍ

ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

ແຜ່​ຂ່າວ​ລື​ທີ່​ບໍ່​ດີ​ກ່ຽວ​ກັບ​ຄົນ​ຜູ້​ນັ້ນ

ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ນັ້ນ​ບົດ​ທີ 10 ຂອງ​ເຫຼັ້ມ​ທີ 2

ເຫດການ

ພໍ່​ແມ່​ຂ້ອຍ​ປະ​ຮ້າງ​ກັນ

ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

ເຊື່ອງ​ຄວາມ​ແຄ້ນ​ໃຈ​ຕໍ່​ກັບ​ພໍ່ (ແມ່) ຫຼື​ທັງ​ສອງ

ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ບົດ​ທີ 4 ຂອງ​ປຶ້ມ​ຫົວ​ນີ້

ເຫດການ

․․․․․

ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

․․․․․

ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

․․․․․

ເຫດການ

․․․․․

ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

․․․․․

ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

․․․․․

[ຮູບ​ພາບ​ໜ້າ 95]

ດ້ວຍ​ຄວາມ​ຊ່ວຍເຫຼືອ​ແລະ​ຄວາມ​ບາກບັ່ນ​ພະຍາຍາມ ເຈົ້າ​ສາມາດ​ຂຶ້ນ​ມາ​ຈາກ​ຂຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌