ບົດທີ 26
ຂ້ອຍຈະຄວບຄຸມອາລົມໄດ້ແນວໃດ?
ເຈົ້າຄິດວ່າໄຟມີປະໂຫຍດຫຼືເປັນອັນຕະລາຍ? ເຈົ້າອາດຈະບອກວ່າມັນກໍຂຶ້ນຢູ່ກັບສະຖານະການ. ສົມມຸດວ່າເຈົ້າໄປຕັ້ງແຄ້ມໃນປ່າຊ່ວງທີ່ອາກາດໜາວ ຕອນກາງຄືນເຈົ້າກໍ່ກອງໄຟເພື່ອໃຫ້ຄວາມອົບອຸ່ນ. ນີ້ສະແດງວ່າໄຟກໍມີປະໂຫຍດຫຼາຍ. ແຕ່ຖ້າເຮົາບໍ່ຄວບຄຸມແລະປ່ອຍໃຫ້ໄຟໄໝ້ລຸກລາມໄປທົ່ວ ໃນທີ່ສຸດມັນກໍຈະໄໝ້ໝົດປ່າແລະທຳລາຍເຮືອນໝົດຫຼັງໄດ້. ໄຟແບບນີ້ກໍອັນຕະລາຍແທ້.
ອາລົມຂອງຄົນເຮົາກໍຄືກັນ. ຖ້າຄວບຄຸມໄດ້ກໍຈະເປັນປະໂຫຍດແລະຊ່ວຍໃຫ້ເຮົາມີສາຍສຳພັນທີ່ອົບອຸ່ນກັບຄົນອື່ນ. ແຕ່ຖ້າຄວບຄຸມບໍ່ໄດ້ ມັນກໍຈະກໍ່ຄວາມເສຍຫາຍຕໍ່ທັງໂຕເຮົາແລະຄົນອື່ນໆນຳ.
ໃນຊ່ວງໄວລຸ້ນ ບາງເທື່ອເຈົ້າອາດໃຈຮ້າຍຈົນຢາກລະເບີດອອກມາ ຫຼືເຈົ້າອາດຈະເສົ້າແບບຄວບຄຸມບໍ່ໄດ້. ແລ້ວເຈົ້າຈະຄວບຄຸມອາລົມເຫຼົ່ານີ້ໄດ້ແນວໃດ? ໃຫ້ເຮົາມາເບິ່ງເທື່ອລະຢ່າງນຳກັນ.
ເມື່ອໃຈຮ້າຍຈະເຮັດແນວໃດ?
ເມື່ອມີຄົນເຮັດບໍ່ດີກັບເຈົ້າ ເຈົ້າຄືຊິຮູ້ສຶກເຈັບປວດແລະໃຈຮ້າຍ. ບາງຄົນເຖິງຂັ້ນຄວບຄຸມອາລົມບໍ່ຢູ່. ທີ່ຈິງ ຄຳພີໄບເບິນເວົ້າເຖິງຄົນທີ່ “ໃຈຮ້າຍງ່າຍ” ແລະ “ຄວບຄຸມອາລົມບໍ່ໄດ້.” (ສຸພາສິດ 22:24; 29:22) ນີ້ເປັນເລື່ອງທີ່ສຳຄັນແທ້ໆ. ເພາະຖ້າເຈົ້າຄວບຄຸມຄວາມໃຈຮ້າຍບໍ່ໄດ້ແລ້ວໄປເຮັດສິ່ງທີ່ບໍ່ດີ ເຈົ້າກໍຈະຕ້ອງມາເສຍໃຈພາຍຫຼັງ. ຄັນຊັ້ນເຈົ້າຈະເຮັດແນວໃດຖ້າມີຄົນເຮັດບໍ່ດີກັບເຈົ້າ?
ທຳອິດ ໃຫ້ວິເຄາະສະຖານະການແບບກົງໄປກົງມາວ່າແທ້ໆແລ້ວເລື່ອງມັນເປັນແນວໃດ ແລະຄິດວ່າຈະປ່ອຍໃຫ້ເລື່ອງນັ້ນຜ່ານໄປໄດ້ບໍ.a (ເພງສັນລະເສີນ 4:4) ຈື່ໄວ້ວ່າ ການ “ເຮັດຊົ່ວຕອບແທນຄວາມຊົ່ວ” ຈະແຮ່ງເຮັດໃຫ້ມີບັນຫາຫຼາຍຂຶ້ນ. (1 ເທຊະໂລນິກ 5:15) ຫຼັງຈາກຄິດທົບທວນເລື່ອງນີ້ແລະອະທິດຖານ ເຈົ້າອາດຈະເຊົາໃຈຮ້າຍແລະບໍ່ຮູ້ສຶກເຈັບອີກ.—ເພງສັນລະເສີນ 37:8
ແຕ່ຖ້າເຈົ້າຍັງຮູ້ສຶກເຈັບປວດຢູ່ເດ? ຄຳພີໄບເບິນບອກວ່າມີ “ເວລາມິດງຽບແລະເວລາເວົ້າ.” (ປັນຍາຈານ 3:7) ເຈົ້າສາມາດໄປລົມກັບຄົນທີ່ເຮັດໃຫ້ເຈົ້າເຈັບໄດ້ບໍ? ຖ້າບໍ່ໄດ້ ກໍໃຫ້ໄປຫາພໍ່ແມ່ຫຼືໝູ່ທີ່ເຈົ້າຈະປຶກສາໄດ້ ແລ້ວເລົ່າຄວາມຮູ້ສຶກໃຫ້ເຂົາເຈົ້າຟັງ. ຖ້າມີໃຜຈົງໃຈຫາເລື່ອງເຈົ້າ ໃຫ້ພະຍາຍາມເຮັດດີກັບລາວ. ແຕ່ກ່ອນເຈົ້າອາດຕອບໂຕ້ທັນທີແບບບໍ່ຄິດ ແຕ່ຕອນນີ້ໃຫ້ເຈົ້າຄິດກ່ອນເຮັດ. ຕາຕະລາງໃນໜ້າ 221 ຈະຊ່ວຍເຈົ້າໄດ້.
ບໍ່ວ່າແນວໃດກໍຕາມ ໃຫ້ອະທິດຖານເຖິງພະເຢໂຫວາ ແລະຂໍໃຫ້ເພິ່ນຊ່ວຍເຈົ້າບໍ່ໃຫ້ຄຽດແຄ້ນຄົນທີ່ເຮັດບໍ່ດີກັບເຈົ້າ. ຂໍຈື່ໄວ້ວ່າ ເຈົ້າປ່ຽນແປງສິ່ງທີ່ເກີດຂຶ້ນບໍ່ໄດ້ ແຕ່ເຈົ້າປ່ຽນປະຕິກິລິຍາຕໍ່ສິ່ງທີ່ເກີດຂຶ້ນໄດ້. ຖ້າປ່ອຍໃຫ້ຄວາມໃຈຮ້າຍຄອບງຳ ເຈົ້າກໍຈະເປັນຄືກັບປາທີ່ຕິດເບັດ ແລະຕ້ອງເຮັດຕາມທີ່ຄົນອື່ນຕ້ອງການ. ຖ້າເຈົ້າຄວບຄຸມຄວາມໃຈຮ້າຍໄດ້ຈະບໍ່ດີກວ່າບໍ?—ໂຣມ 12:19
ເມື່ອໂສກເສົ້າຈະເຮັດແນວໃດ
ລໍຣາອາຍຸ 16 ປີບອກວ່າ: “ຊ່ວງຫຼັງໆນີ້ຂ້ອຍມັກຫງຸດຫງິດ ຮູ້ສຶກວ່າໂຕເອງບໍ່ມີຄ່າ ແລະບໍ່ມີຄວາມສຸກກັບຊີວິດເລີຍ. ຂ້ອຍມັກຮ້ອງໄຫ້ຈົນຫຼັບໄປ.” ຄືກັນກັບລໍຣາ ໜຸ່ມສາວຫຼາຍຄົນຮູ້ສຶກວ່າໂຕເອງຮັບມືກັບແຮງກົດດັນໃນຊີວິດບໍ່ໄຫວ. ແລ້ວເຈົ້າເດເປັນແນວໃດ? ການທີ່ພໍ່ແມ່ ໝູ່ ແລະຄູຮຽກຮ້ອງຈາກເຈົ້າຫຼາຍເກີນໄປ ພ້ອມທັງມີການປ່ຽນແປງທາງຮ່າງກາຍແລະອາລົມໃນຊ່ວງໄວລຸ້ນ ຫຼືບາງທີເຈົ້າອາດເຮັດຜິດພາດແລ້ວຮູ້ສຶກບໍ່ດີ ທັງໝົດນີ້ອາດເຮັດໃຫ້ເຈົ້າທຸກໃຈບໍ?
ໜຸ່ມສາວບາງຄົນເຖິງຂັ້ນທຳຮ້າຍໂຕເອງເພື່ອລະບາຍອາລົມ.b ບາງຄົນກໍທຳຮ້າຍໂຕເອງເມື່ອເຄັ່ງຕຶງ. ຖ້າເຈົ້າມີນິດໄສແບບນັ້ນ ໃຫ້ພະຍາຍາມຫາສາເຫດ. ຕົວຢ່າງເຊັ່ນ ມີໃຜເຮັດໃຫ້ເຈົ້າເຄັ່ງຕຶງບໍ? ເຈົ້າມີບັນຫາກັບຄົນໃນຄອບຄົວຫຼືໝູ່ບໍ?
ວິທີໜຶ່ງທີ່ດີທີ່ສຸດທີ່ຈະຈັດການກັບຄວາມຮູ້ສຶກນີ້ແມ່ນ ໃຫ້ລະບາຍເລື່ອງນີ້ກັບພໍ່ແມ່ຫຼືພີ່ນ້ອງຄລິດສະຕຽນທີ່ເຈົ້າໄວ້ໃຈເຊິ່ງເປັນຄົນທີ່ “ເກີດມາເພື່ອຊ່ວຍກັນໃນຍາມທີ່ຍາກລຳບາກ.” (ສຸພາສິດ 17:17) ລິລີອານ້າອາຍຸ 16 ປີລະບາຍໃຫ້ພີ່ນ້ອງຍິງໃນປະຊາຄົມຟັງ. ລາວບອກວ່າ “ເນື່ອງຈາກພີ່ນ້ອງເຫຼົ່ານັ້ນອາຍຸຫຼາຍກວ່າຂ້ອຍ ເຂົາເຈົ້າຈຶ່ງມີຄຳແນະນຳດີໆ. ເຮົາເລີຍກາຍເປັນໝູ່ສະໜິດກັນ.”c ເດນ້າອາຍຸ 15 ປີບອກວ່າລາວຮູ້ສຶກດີເມື່ອໄດ້ອອກໄປຮັບໃຊ້ຫຼາຍຂຶ້ນ. ລາວບອກວ່າ: “ມັນເປັນສິ່ງທີ່ດີທີ່ສຸດສຳລັບຂ້ອຍແລະເຮັດໃຫ້ຂ້ອຍມີຄວາມສຸກທີ່ສຸດໃນຊີວິດ!”
ຖ້າເຈົ້າຮູ້ສຶກຊຶມເສົ້າແລະຫົດຫູ່ ກໍຢ່າລືມອະທິດຖານເດັດຂາດ. ດາວິດຜູ້ແຕ່ງເພງສັນລະເສີນເຊິ່ງເຄີຍຜ່ານຄວາມຍາກລຳບາກແລະເຫດການທີ່ບໍ່ດີມາຫຼາຍເທື່ອຂຽນວ່າ: “ໃຫ້ເອົາຄວາມກັງວົນຂອງເຈົ້າຝາກໄວ້ກັບພະເຢໂຫວາ ແລະເພິ່ນຈະຊ່ວຍເຈົ້າ.” (ເພງສັນລະເສີນ 55:22) ພະເຢໂຫວາຮູ້ດີວ່າເຈົ້າຕ້ອງທົນກັບຄວາມທຸກໃຈ. ເພິ່ນບໍ່ພຽງແຕ່ຮູ້ ແຕ່ ‘ເພິ່ນເປັນຫ່ວງເຈົ້າ’ ນຳ. (1 ເປໂຕ 5:7) ຖ້າເຈົ້າຮູ້ສຶກວ່າໂຕເອງບໍ່ມີຄ່າ ຂໍໃຫ້ຈື່ໄວ້ວ່າ ‘ພະເຈົ້າໃຫຍ່ກວ່າໃຈຂອງເຈົ້າແລະເພິ່ນຮູ້ທຸກສິ່ງ.’ (1 ໂຢຮັນ 3:20) ເພິ່ນເຂົ້າໃຈດີກວ່າເຈົ້າວ່າເປັນຫຍັງເຈົ້າຈຶ່ງຮູ້ສຶກແບບນັ້ນ ແລະເພິ່ນຈະຊ່ວຍໃຫ້ເຈົ້າຮູ້ສຶກດີຂຶ້ນໄດ້.
ຖ້າເຈົ້າເສົ້າຍັງຢູ່ ເຈົ້າອາດເປັນໂລກຊຶມເສົ້າກໍໄດ້.d ຖ້າເປັນແບບນັ້ນ ເຈົ້າກໍໜ້າຈະໄປຫາໝໍ. ຖ້າເຈົ້າບໍ່ໄປຫາໝໍກໍຄືກັບເຈົ້າຂັບລົດແລ້ວເປີດສຽງວິທະຍຸດັງໆເພື່ອຈະບໍ່ໄດ້ຍິນສຽງເຄື່ອງຈັກທີ່ຜິດປົກກະຕິ. ມັນຈະດີກວ່າຖ້າຍອມຮັບແລະພະຍາຍາມແກ້ໄຂບັນຫານີ້. ແທ້ໆແລ້ວ ຖ້າເຈົ້າເປັນໂລກຊຶມເສົ້າກໍບໍ່ມີຫຍັງຕ້ອງອາຍ. ໜຸ່ມສາວຫຼາຍຄົນທີ່ເປັນໂລກຊຶມເສົ້າແລະໂລກອື່ນໆທີ່ຄ້າຍກັນກໍມີອາການດີຂຶ້ນເມື່ອໄດ້ຮັບການປິ່ນປົວ.
ຈື່ໄວ້ວ່າ ອາລົມຂອງເຈົ້າກໍຄືກັບໄຟ. ຖ້າຄວບຄຸມໄດ້ ກໍຈະເປັນປະໂຫຍດ ແຕ່ຖ້າຄວບຄຸມບໍ່ໄດ້ ມັນກໍຈະກໍ່ຜົນເສຍຫາຍແນ່ນອນ. ດັ່ງນັ້ນ ໃຫ້ພະຍາຍາມຢ່າງເຕັມທີທີ່ຈະຄວບຄຸມອາລົມຂອງເຈົ້າ. ເຖິງບາງເທື່ອເຈົ້າອາດເວົ້າຫຼືເຮັດສິ່ງທີ່ເຮັດໃຫ້ເຈົ້າເສຍໃຈພາຍຫຼັງ ແຕ່ຂໍໃຫ້ອົດທົນ. ອີກບໍ່ດົນ ເຈົ້າກໍຈະຮູ້ວິທີຄວບຄຸມອາລົມແລະບໍ່ປ່ອຍໃຫ້ອາລົມມາຄວບຄຸມເຈົ້າ.
ທຸກຢ່າງທີ່ເຈົ້າເຮັດຕ້ອງສົມບູນແບບບໍ? ຖ້າເຮັດບໍ່ໄດ້ຕາມທີ່ຕັ້ງໃຈໄວ້ ເຈົ້າຄວນເຮັດແນວໃດ?
[ຂໍ້ຄວາມໄຂເງື່ອນ]
a ຖ້າມີຄົນເຍາະເຍີ້ຍເຈົ້າຫຼືເຮັດບໍ່ດີໃສ່ເຈົ້າ ຂໍໃຫ້ເບິ່ງຄຳແນະນຳໃນບົດທີ 14 ວ່າຈະຈັດການກັບສະຖານະການນັ້ນແນວໃດ. ແຕ່ຖ້າໝູ່ເຮັດໃຫ້ເຈົ້າໃຈຮ້າຍ ໃຫ້ເບິ່ງຄຳແນະນຳໃນບົດທີ 10
b ຄົນທີ່ທຳຮ້າຍໂຕເອງຈົງໃຈເຮັດໃຫ້ໂຕເອງເຈັບດ້ວຍວິທີການຕ່າງໆເຊັ່ນ ໃຊ້ມີດປາດ ໃຊ້ໄຟຈູດ ທຸບຕີ ຫຼືຂູດຜິວໜັງ.
c ຖ້າເຈົ້າບໍ່ກ້າທີ່ຈະລົມແບບໂຕຕໍ່ໂຕ ກໍໃຫ້ຂຽນຈົດໝາຍຫຼືລົມທາງໂທລະສັບ. ການລະບາຍກັບຄົນທີ່ເຈົ້າໄວ້ໃຈເປັນຂັ້ນຕອນທຳອິດທີ່ຈະຊ່ວຍປິ່ນປົວບັນຫາທາງອາລົມ.
d ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂລກຊຶມເສົ້າ ຂໍເບິ່ງເຫຼັ້ມທີ 1 ບົດທີ 13.
ຂໍ້ຄຳພີຫຼັກ
“ຢ່າໃຫ້ຄວາມຊົ່ວຊະນະພວກເຈົ້າໄດ້ ແຕ່ໃຫ້ເອົາຊະນະຄວາມຊົ່ວດ້ວຍຄວາມດີ.”—ໂຣມ 12:21
ຄຳແນະນຳ
ໃນແຕ່ລະມື້ ເລົ່າໃຫ້ພໍ່ແມ່ຟັງວ່າເຈົ້າເຈິເລື່ອງດີໆຫຍັງມາແດ່ເຖິງຈະເປັນເລື່ອງເລັກໆນ້ອຍໆກໍຕາມ. ແລ້ວເມື່ອເກີດບັນຫາຮ້າຍແຮງ ເຈົ້າກໍຈະເລົ່າບັນຫາໃຫ້ພໍ່ແມ່ຟັງງ່າຍຂຶ້ນ ແລະເຂົາເຈົ້າຈະຢູ່ພ້ອມຟັງເຈົ້າຫຼາຍຂຶ້ນ.
ເຈົ້າຮູ້ບໍ . . . ?
ເມື່ອເຈົ້າພັກຜ່ອນບໍ່ພໍຫຼືຮ່າງກາຍຂາດສານອາຫານທີ່ຈຳເປັນ ເຈົ້າຈະຄວບຄຸມອາລົມໄດ້ຍາກ.
ແຜນພາກປະຕິບັດ!
ອາລົມທີ່ຂ້ອຍຄວບຄຸມໄດ້ຍາກທີ່ສຸດແມ່ນ ․․․․․
ຂ້ອຍຈະຈັດການກັບອາລົມນັ້ນໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງຄວາມໃຈຮ້າຍທີ່ຄວບຄຸມບໍ່ໄດ້ຈຶ່ງເຮັດໃຫ້ພະເຈົ້າບໍ່ພໍໃຈ?
● ຖ້າເຈົ້າມີນິດໄສໃຈຮ້າຍງ່າຍຈະມີຜົນເສຍແນວໃດ?
● ມີວິທີໃດແດ່ທີ່ຈະຊ່ວຍໃຫ້ເຈົ້າຮັບມືກັບຄວາມເສົ້າໄດ້?
[ຖ້ອຍຄຳທີ່ຍົກມາໜ້າ 223]
“ຕອນທີ່ຂ້ອຍຊຶມເສົ້າແລ້ວຮູ້ວ່າມີຄົນເປັນຫ່ວງຂ້ອຍແລະພ້ອມຈະຟັງຂ້ອຍລະບາຍຄວາມຮູ້ສຶກ ນັ້ນເປັນສິ່ງທີ່ດີທີ່ສຸດ.”—ເຈນນິເຟີ້
[ຕາຕະລາງ/ຮູບພາບໜ້າ 221]
ສາລະບານແບບສອບຖາມ
ຄວບຄຸມຄວາມໃຈຮ້າຍຂອງເຈົ້າ
ຂຽນໃສ່ຕາຕະລາງ
ເຫດການ
ໝູ່ໃນຫ້ອງຮຽນຄົນໜຶ່ງເຍາະເຍີ້ຍຂ້ອຍ
ຖ້າຕອບໂຕ້ທັນທີ
ຕອບໂຕ້ຄືນດ້ວຍຄຳເວົ້າເຈັບໆ
ຖ້າຄິດກ່ອນເຮັດ
ບໍ່ສົນໃຈຄຳເວົ້ານັ້ນ ເພື່ອໃຫ້ໝູ່ຄົນອື່ນໆເຫັນວ່າລາວຍົວະຂ້ອຍໃຫ້ໃຈຮ້າຍບໍ່ສຳເລັດ
ເຫດການ
ເອື້ອຍຂອງຂ້ອຍເອົາເກີບຄູ່ທີ່ຂ້ອຍມັກໄປໃສ່ໂດຍບໍ່ບອກຂ້ອຍເລີຍ
ຖ້າຕອບໂຕ້ທັນທີ
ເອົາບາງຢ່າງຂອງລາວໄປໃຊ້ໂດຍບໍ່ບອກຄືກັນ
ຖ້າຄິດກ່ອນເຮັດ
․․․․․
ເຫດການ
ພໍ່ແມ່ຫ້າມບໍ່ໃຫ້ຂ້ອຍໄປໃສ
ຖ້າຕອບໂຕ້ທັນທີ
․․․․․
ຖ້າຄິດກ່ອນເຮັດ
․․․․․
[ຮູບພາບໜ້າ 220]
ຄົນທີ່ປ່ອຍໃຫ້ຄວາມໃຈຮ້າຍມາຄອບງຳກໍຄືກັບປາຕິດເບັດເຊິ່ງຕ້ອງເຮັດຕາມທີ່ຄົນອື່ນຕ້ອງການ