ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 20 ໜ້າ 142-148
  • ຂ້ອຍ​ຈະ​ເຂົ້າ​ກັບ​ນາຍ​ຄູ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ເຂົ້າ​ກັບ​ນາຍ​ຄູ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ແກ້ໄຂ​ປະເດັນ​ສະເພາະ
  • ມີ​ທັດສະນະ​ທີ່​ຍາວ​ໄກ
  • ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ຄົນ​ອື່ນ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 20 ໜ້າ 142-148

ບົດ​ທີ 20

ຂ້ອຍ​ຈະ​ເຂົ້າ​ກັບ​ນາຍ​ຄູ​ໄດ້​ແນວ​ໃດ?

ໃຫ້​ຂຽນ​ຊື່​ນາຍ​ຄູ​ທີ່​ເຈົ້າ​ມັກ​ທີ່​ສຸດ. ․․․․․

ເປັນ​ຫຍັງ​ຈຶ່ງ​ມັກ​ນາຍ​ຄູ​ຜູ້​ນັ້ນ? ․․․․․

ໃຫ້​ຂຽນ​ຊື່​ນາຍ​ຄູ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ເຂົ້າ​ກັນ​ໄດ້​ຍາກ​ທີ່​ສຸດ. ․․․․․

ເຈົ້າ​ສາມາດ​ເລືອກ​ໝູ່​ໄດ້ ແຕ່​ເມື່ອ​ຍັງ​ນ້ອຍ​ເຈົ້າ​ບໍ່​ສາມາດ​ເລືອກ​ນາຍ​ຄູ​ໄດ້. ບາງ​ທີ​ເຈົ້າ​ອາດ​ຈະ​ມັກ​ນາຍ​ຄູ​ໝົດ​ທຸກ​ຄົນ. ທ້າວ​ເດວິດ​ອາຍຸ 18 ປີ​ເວົ້າ​ວ່າ: “ທີ່​ຈິງ​ຂ້ອຍ​ບໍ່​ເຄີຍ​ມີ​ບັນຫາ​ກັບ​ນາຍ​ຄູ​ຈັກ​ຄົນ. ຂ້ອຍ​ນັບຖື​ພວກ​ເພິ່ນ​ແລະ​ພວກ​ເພິ່ນ​ກໍ​ມັກ​ຂ້ອຍ.”

ໃນ​ທາງ​ກົງ​ກັນ​ຂ້າມ ເຈົ້າ​ອາດ​ມີ​ນາຍ​ຄູ​ທີ່​ຄ້າຍ​ຄື​ກັບ​ນາຍ​ຄູ​ທີ່​ນາງ​ເຊຣາ​ອາຍຸ 11 ປີ​ພັນລະນາ​ເຖິງ. “ນາຍ​ຄູ​ຂອງ​ຂ້ອຍ​ຮ້າຍ​ຫຼາຍ​ແລະ​ຂ້ອຍ​ບໍ່​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເພິ່ນ​ສອນ. ເພິ່ນ​ອະທິບາຍ​ບໍ່​ພຽງ​ພໍ​ກ່ຽວ​ກັບ​ບົດຮຽນ ຫຼື​ບໍ່​ຊັ້ນ​ກໍ​ອະທິບາຍ​ແບບ​ນ້ຳ​ຖ້ວມ​ທົ່ງ​ໄປ​ເລີຍ.” ເພື່ອ​ຊ່ວຍ​ໃຫ້​ເຂົ້າ​ກັນ​ໄດ້​ກັບ​ນາຍ​ຄູ ກ່ອນ​ອື່ນ​ຕ້ອງ​ລະບຸ​ສາເຫດ​ຫຼັກ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ເປັນ​ບັນຫາ. ເມື່ອ​ກຳນົດ​ຂໍ້​ທ້າທາຍ​ນັ້ນ​ຊັດ​ແຈ້ງ​ຂຶ້ນ ເຈົ້າ​ກໍ​ສາມາດ​ເອົາ​ຊະນະ​ມັນ​ໄດ້​ດີ​ກວ່າ. ໃຫ້​ໝາຍ ✔ ໃສ່​ປ່ອງ​ຕ່າງໆທີ່​ເໝາະ​ສົມ​ທາງ​ລຸ່ມ​ນີ້ ຫຼື​ໃຫ້​ຂຽນ​ເຫດຜົນ​ຂອງ​ຕົວ​ເອງ​ໃສ່.

◻ ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ນາຍ​ຄູ

◻ ຂ້ອຍ​ຮູ້ສຶກ​ວ່າ​ຄວນ​ໄດ້​ຄະແນນ​ສູງ​ກວ່າ​ນີ້

◻ ຂ້ອຍ​ຮູ້ສຶກ​ວ່າ​ຄົນ​ອື່ນ​ໄດ້​ຮັບ​ການ​ປະຕິບັດ​ແບບ​ພິເສດ

◻ ຂ້ອຍ​ໄດ້​ຮັບ​ການ​ຕັກ​ເຕືອນ​ຫຼາຍ​ກວ່າ​ທີ່​ຄວນ​ໄດ້​ຮັບ

◻ ຂ້ອຍ​ຮູ້ສຶກ​ວ່າ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ແບ່ງ​ຊັ້ນ​ວັນ​ນະ

◻ ອື່ນໆ ․․․․․

ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເຮັດ​ໃຫ້​ສະຖານະການ​ດີ​ຂຶ້ນ? ຂັ້ນ​ຕອນ​ທຳອິດ​ແມ່ນ​ໃຫ້​ໃຊ້​ຄຳ​ແນະນຳ​ທີ່​ອັກຄະສາວົກ​ເປໂຕ​ໃຫ້​ໄວ້. ລາວ​ຂຽນ​ວ່າ: “ທ່ານ​ທັງ​ປວງ​ຈົ່ງ​ມີ​ໃຈ​ອັນ​ດຽວ​ກັນ ມີ​ໃຈ​ເລົ້າໂລມ​ກັນ​ແລະ​ກັນ [“ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັນ,” ລ.ມ.].” (1 ເປໂຕ 3:8) ສິ່ງ​ໃດ​ອາດ​ກະຕຸ້ນ​ເຈົ້າ​ໃຫ້​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ນາຍ​ຄູ​ທີ່​ເຈົ້າ​ຄິດ​ວ່າ​ເພິ່ນ​ເຫັນ​ແກ່​ຕົວ? ຂໍ​ໃຫ້​ພິຈາລະນາ​ແງ່​ມຸມ​ບາງ​ຢ່າງ​ກ່ຽວ​ກັບ​ນາຍ​ຄູ​ທີ່​ອາດ​ຊ່ວຍ​ເຈົ້າ​ໄດ້.

ນາຍ​ຄູ​ກໍ​ອາດ​ຜິດ​ພາດ​ໄດ້. ເຊັ່ນ​ດຽວ​ກັບ​ທຸກໆຄົນ ນາຍ​ຄູ​ກໍ​ມີ​ນິດໄສ​ແປກໆ ມີ​ບັນຫາ ແລະ​ແມ່ນ​ແຕ່​ມີ​ອະຄະຕິ. ສາວົກ​ຢາໂກໂບ​ຂຽນ​ວ່າ: “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ບໍ່​ກະທຳ​ຜິດ​ໃນ​ຖ້ອຍຄຳ ຜູ້​ນັ້ນ​ເປັນ​ຄົນ​ດີ​ສຳເລັດ​ແລ້ວ ອາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ດ້ວຍ.” (ຢາໂກໂບ 3:2) ນາງ​ບິດ​ອັນນາ​ອາຍຸ 19 ປີ​ເວົ້າ​ວ່າ: “ອາຈານ​ສອນ​ວິຊາ​ເລກ​ບໍ່​ມີ​ຄວາມ​ອົດ​ທົນ​ເລີຍ​ແລະ​ຮ້ອງ​ທັ່ງ​ໃສ່​ພວກ​ເຮົາ​ເລື້ອຍໆ. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ນັບຖື​ເພິ່ນ.” ອັນ​ໃດ​ແມ່ນ​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ນາຍ​ຄູ​ປະພຶດ​ແບບ​ນີ້? ບິດ​ອັນນາ​ເວົ້າ​ວ່າ: “ບໍ່​ມີ​ຄວາມ​ເປັນ​ລະບຽບ​ໃນ​ຫ້ອງ​ຮຽນ ແລະ​ພວກ​ນັກ​ຮຽນ​ພາ​ກັນ​ປະພຶດ​ແບບ​ບໍ່​ດີ​ພຽງ​ເພື່ອ​ຈະ​ເຮັດ​ໃຫ້​ນາຍ​ຄູ​ໃຈ​ຮ້າຍ​ຫຼາຍ​ຂຶ້ນ​ອີກ.”

ແນ່ນອນ​ວ່າ ເຈົ້າ​ມັກ​ທີ່​ນາຍ​ຄູ​ເບິ່ງ​ຂ້າມ​ຄວາມ​ຜິດ​ພາດ​ແລະ​ຂໍ້​ບົກ​ພ່ອງ​ຂອງ​ເຈົ້າ ໂດຍ​ສະເພາະ​ຖ້າ​ເຈົ້າ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຫຼາຍ. ເຈົ້າ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ກັບ​ນາຍ​ຄູ​ໄດ້​ບໍ? ໃຫ້​ຂຽນ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ມໍ່ໆນີ້​ຢູ່​ໂຮງ​ຮຽນ ແລະ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ອາດ​ພາ​ໃຫ້​ນາຍ​ຄູ​ປະພຶດ​ແບບ​ນັ້ນ.

․․․․․

ນາຍ​ຄູ​ມີ​ຜູ້​ທີ່​ເພິ່ນ​ມັກ​ຫຼາຍ​ທີ່​ສຸດ. ຂໍ​ໃຫ້​ຄິດ​ເຖິງ​ຂໍ້​ທ້າທາຍ​ຕ່າງໆທີ່​ນາຍ​ຄູ​ປະເຊີນ ມີ​ນັກ​ຮຽນ​ຈັກ​ຄົນ​ຢູ່​ໃນ​ຫ້ອງ​ທີ່​ຕ້ອງການ ​ຮຽນ​ໜັງສື? ມີ​ນັກ​ຮຽນ​ຈັກ​ຄົນ​ໃນ​ຈຳນວນ​ນັກ​ຮຽນ​ເຫຼົ່າ​ນັ້ນ​ທີ່​ຕ້ອງການ​ຮຽນ​ໜັງສື​ເຊິ່ງ​ເຕັມ​ໃຈ​ແລະ​ເອົາໃຈໃສ່​ໃນ​ຫົວ​ເລື່ອງ​ໜຶ່ງ​ເປັນ​ເວລາ​ເຄິ່ງ​ຊົ່ວ​ໂມງ​ຫຼື​ຫຼາຍ​ກວ່າ​ນັ້ນ? ມີ​ນັກ​ຮຽນ​ຈັກ​ຄົນ​ທີ່​ມັກ​ປ່ອຍ​ອາລົມ​ຮ້າຍ​ເຊິ່ງ​ອັ່ງ​ຢູ່​ໃນ​ໃຈ​ໃສ່​ນາຍ​ຄູ​ຂອງ​ຕົນ? ຕອນ​ນີ້​ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ມີ​ໜ້າ​ທີ່​ສອນ​ໝູ່​ນັກ​ຮຽນ​ໄວ​ດຽວ​ກັນ​ນັ້ນ​ຈຳນວນ 20 ຄົນ 30 ຄົນ ຫຼື​ຫຼາຍ​ກວ່າ​ນັ້ນ ໃນ​ຫົວ​ເລື່ອງ​ທີ່​ມີ​ບໍ່​ເທົ່າ​ໃດ​ຄົນ​ໃນ​ຈຳນວນ​ນັກ​ຮຽນ​ເຫຼົ່າ​ນັ້ນ​ຕ້ອງການ​ພິຈາລະນາ. ເຈົ້າ​ຄົງ​ຈະ​ຢາກ​ເອົາໃຈໃສ່​ຜູ້​ທີ່​ເບິ່ງ​ຄື​ວ່າ​ສົນ​ໃຈ​ຫຼາຍ​ກວ່າ​ແມ່ນ​ບໍ?

ແມ່ນ​ຢູ່ ມັນ​ອາດ​ເຮັດ​ໃຫ້​ເຈົ້າ​ໃຈ​ຮ້າຍ​ເມື່ອ​ເຫັນ​ນາຍ​ຄູ​ລຳອຽງ​ຢ່າງ​ຈະ​ແຈ້ງ. ນາງ​ນາ​ຕາ​ຊາ​ເວົ້າ​ເຖິງ​ນາຍ​ຄູ​ຄົນ​ໜຶ່ງ​ຂອງ​ລາວ​ວ່າ: “ເພິ່ນ​ກຳນົດ​ມື້​ສົ່ງ​ວຽກ​ບ້ານ ແຕ່​ມັກ​ມີ​ຂໍ້​ຍົກ​ເວັ້ນ​ສຳລັບ​ພວກ​ທີມ​ນັກ​ກິລາ ແລະ​ບໍ່​ມີ​ຂໍ້​ຍົກ​ເວັ້ນ​ສຳລັບ​ຄົນ​ອື່ນ​ອີກ​ເລີຍ. ມັນ​ເປັນ​ຍ້ອນ​ວ່າ​ນາຍ​ຄູ​ຄົນ​ນັ້ນ​ເປັນ​ຜູ້​ຊ່ວຍ​ນາຍ​ຄູ​ສອນ​ກິລາ​ຂອງ​ເຂົາ​ເຈົ້າ.” ຖ້າ​ມີ​ສິ່ງ​ທີ່​ຄ້າຍໆກັນ​ນັ້ນ​ເກີດ​ຂຶ້ນ​ກັບ​ເຈົ້າ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຄວາມ​ຈຳເປັນ​ດ້ານ​ການ​ສຶກສາ​ຂອງ​ຂ້ອຍ​ກຳລັງ​ຖືກ​ປ່ອຍ​ປະ​ລະເລີຍ​ບໍ?’ ຖ້າ​ບໍ່​ແມ່ນ ເປັນ​ຫຍັງ​ຈຶ່ງ​ອາລົມ​ບໍ່​ດີ​ຫຼື​ອິດສາ?

ໃຫ້​ຂຽນ​ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ສະແດງ​ໃຫ້​ນາຍ​ຄູ​ເຫັນ​ແຈ້ງ​ຂຶ້ນ​ຕື່ມ​ວ່າ​ເຈົ້າ​ສົນ​ໃຈ​ໃນ​ສິ່ງ​ທີ່​ເພິ່ນ​ກຳລັງ​ສອນ.

․․․․․

ນາຍ​ຄູ​ເຂົ້າ​ໃຈ​ນັກ​ຮຽນ​ຜິດ. ບາງ​ເທື່ອ​ຄວາມ​ແຕກຕ່າງ​ກັນ​ທາງ​ດ້ານ​ນິດໄສ​ໃຈ​ຄໍ​ຫຼື​ການ​ເຂົ້າ​ໃຈ​ຜິດ​ບາງ​ຢ່າງ​ເຮັດ​ໃຫ້​ນາຍ​ຄູ​ບໍ່​ມັກ​ເຈົ້າ. ບາງ​ທີ​ການ​ສໍ້​ຖາມ​ອາດ​ຖືກ​ມອງ​ວ່າ​ເປັນ​ການ​ຂັດຂືນ ຫຼື​ການ​ເວົ້າ​ບາງ​ຢ່າງ​ທີ່​ຕະຫຼົກ​ອາດ​ຖືກ​ມອງ​ວ່າ​ເປັນ​ການ​ຂາດ​ຄວາມ​ນັບຖື​ຫຼື​ໄຮ້​ສາລະ.

ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ເຂົ້າ​ໃຈ​ຜິດ? ພະ​ຄຳພີ​ກ່າວ​ວ່າ: “ຢ່າ​ທຳ​ຊົ່ວ​ຕອບ​ແທນ​ຊົ່ວ​ແກ່​ຜູ້​ໜຶ່ງ​ຜູ້​ໃດ​ສັກ​ເທື່ອ . . . ຖ້າ​ອາດ​ໄດ້ ຕາມ​ເຫດ​ອັນ​ມີ​ຢູ່​ໃນ​ທ່ານ​ທັງ​ຫຼາຍ ຈົ່ງ​ມີ​ຄວາມ​ສຸກ​ສຳລານ​ກັນ​ກັບ​ຄົນ​ທັງ​ປວງ.” (ໂລມ 12:17, 18) ດັ່ງ​ນັ້ນ ພະຍາຍາມ​ທີ່​ຈະ​ບໍ່​ໃຈ​ຮ້າຍ​ໃຫ້​ນາຍ​ຄູ. ຫຼີກ​ລ່ຽງ​ການ​ປະທະ​ກັນ​ແບບ​ທີ່​ບໍ່​ຈຳເປັນ. ຢ່າ​ຈົ່ມ​ໃຫ້​ນາຍ​ຄູ​ເຖິງ​ແມ່ນ​ວ່າ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ. ທີ່​ຈິງ​ແລ້ວ ພະຍາຍາມ​ທີ່​ຈະ​ເປັນ​ມິດ. ເຈົ້າ​ຖາມ​ວ່າ ‘ເປັນ​ມິດ? ກັບ​ເພິ່ນ?’ ແມ່ນ​ແລ້ວ ທັກທາຍ​ນາຍ​ຄູ​ດ້ວຍ​ການ​ສະແດງ​ທ່າທີ​ທີ່​ເປັນ​ຕາ​ເຄົາລົບ​ນັບຖື​ເມື່ອ​ເຈົ້າ​ເຂົ້າ​ມາ​ໃນ​ຫ້ອງ​ຮຽນ. ຄວາມ​ສຸພາບ​ອ່ອນ​ໂຍນ​ທີ່​ມີ​ຢ່າງ​ຕໍ່​ເນື່ອງ ແມ່ນ​ແຕ່​ການ​ຍິ້ມ​ເປັນ​ບາງ​ຄັ້ງ​ຄາວ ນາຍ​ຄູ​ອາດ​ປ່ຽນ​ທັດສະນະ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ເຈົ້າ.—ໂລມ 12:20, 21.

ຕົວຢ່າງ​ເຊັ່ນ ທ້າວ​ເຄນ​ມີ​ນາຍ​ຄູ​ທີ່​ມັກ​ຕີ​ລາຄາ​ລາວ​ຜິດ​ຕະຫຼອດ. ລາວ​ບອກ​ວ່າ: “ຂ້ອຍ​ອາຍ​ຫຼາຍ ແລະ​ຈະ​ບໍ່​ເວົ້າ​ລົມ​ກັບ​ນາຍ​ຄູ​ເຫຼົ່າ​ນັ້ນ.” ລາວ​ຈັດການ​ກັບ​ບັນຫາ​ແນວ​ໃດ? “ໃນ​ທີ່​ສຸດ​ຂ້ອຍ​ສຳນຶກ​ວ່າ​ພວກ​ນາຍ​ຄູ​ຕ້ອງການ​ຊ່ວຍ​ຂ້ອຍ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕັ້ງ​ເປົ້າ​ທີ່​ຈະ​ຮູ້ຈັກ​ກັບ​ນາຍ​ຄູ​ໝົດ​ທຸກ​ຄົນ​ເປັນ​ສ່ວນ​ຕົວ. ເມື່ອ​ເຮັດ​ແນວ​ນັ້ນ​ກໍ​ເຫັນ​ວ່າ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ເລື່ອງ​ຄະແນນ​ຂອງ​ຂ້ອຍ.”

ແນ່ນອນ​ວ່າ​ການ​ມີ​ທ່າທີ​ທີ່​ເປັນ​ມິດ​ແລະ​ການ​ເວົ້າ​ລົມ​ບໍ່​ແມ່ນ​ຈະ​ຊະນະ​ໃຈ​ນາຍ​ຄູ​ໄດ້​ຕະຫຼອດ. ແຕ່​ຂໍ​ໃຫ້​ອົດ​ທົນ. ກະສັດ​ຊາໂລໂມນ​ຂຽນ​ວ່າ: “ຄວາມ​ອົດ​ທົນ​ແລະ​ການ​ເວົ້າ​ລົມ​ທີ່​ສຸພາບ​ອ່ອນ​ໂຍນ​ສາມາດ​ໂນ້ມນ້າວ​ໃຈ​ເຈົ້ານາຍ [ນາຍ​ຄູ] ແລະ​ເອົາ​ຊະນະ​ບັນຫາ​ໄດ້.” (ສຸພາສິດ 25:15, ສະບັບ​ຄອນເທມໂພຣາຣີ ອິງລິດສ) ໃຫ້​ໃຈ​ເຢັນໆແລະ​ເວົ້າ​ຢ່າງ​ອ່ອນ​ໂຍນ​ເມື່ອ​ຖືກ​ປະຕິບັດ​ຢ່າງ​ບໍ່​ຍຸຕິທຳ. ນາຍ​ຄູ​ອາດ​ປະເມີນ​ທັດສະນະ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ເຈົ້າ​ຄືນ​ໃໝ່.—ສຸພາສິດ 15:1.

ຖ້າ​ນາຍ​ຄູ​ເຂົ້າ​ໃຈ​ເຈົ້າ​ຜິດ​ຫຼື​ປະຕິບັດ​ກັບ​ເຈົ້າ​ຢ່າງ​ບໍ່​ຍຸດຕິທຳ ຕາມ​ປົກກະຕິ​ແລ້ວ ການ​ໂຕ້​ຕອບ​ທຳອິດ​ຂອງ​ເຈົ້າ​ແມ່ນ​ຫຍັງ?

․․․․․

ການ​ໂຕ້​ຕອບ​ທີ່​ດີ​ກວ່າ​ແມ່ນ​ຫຍັງ?

․․․․․

ແກ້ໄຂ​ປະເດັນ​ສະເພາະ

ການ​ເຂົ້າ​ໃຈ​ຂໍ້​ຈຳກັດ​ຕ່າງໆຂອງ​ນາຍ​ຄູ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ. ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ແກ້ໄຂ​ປະເດັນ​ສະເພາະ? ຕົວຢ່າງ​ເຊັ່ນ ເຈົ້າ​ອາດ​ຈັດການ​ແນວ​ໃດ​ກັບ​ການ​ຈົ່ມ​ຕໍ່​ໄປ​ນີ້?

ຂ້ອຍ​ສົມຄວນ​ໄດ້​ຄະແນນ​ດີ​ກວ່າ​ນີ້. ນາງ​ເຄັດທຣີນາ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຄະແນນ​ສູງ​ຕະຫຼອດ ແຕ່​ຕົກ​ມາ​ໃນ​ປີ​ໜຶ່ງ​ນາຍ​ຄູ​ສອນ​ວິຊາ​ວິທະຍາສາດ​ໃຫ້​ຄະແນນ​ຂ້ອຍ​ຕ່ຳ​ຫຼາຍ​ຈົນ​ຕົກ. ຂ້ອຍ​ສົມຄວນ​ໄດ້​ຄະແນນ​ດີ​ກວ່າ​ນີ້. ພໍ່​ແມ່​ໄປ​ລົມ​ກັບ​ຜູ້​ອຳນວຍ​ການ​ໂຮງ​ຮຽນ ແຕ່​ເພິ່ນ​ກໍ​ມີ​ແຕ່​ເພີ່ມ​ຄະແນນ​ໃຫ້​ອີກ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ ດັ່ງ​ນັ້ນ ຂ້ອຍ​ກໍ​ຍັງ​ອາລົມ​ບໍ່​ດີ​ຢູ່.” ຖ້າ​ເຈົ້າ​ປະເຊີນ​ກັບ​ບັນຫາ​ທີ່​ຄ້າຍໆກັນ ຢ່າ​ຟ້າວ​ກ່າວ​ຫາ​ໂຈມຕີ​ນາຍ​ຄູ​ທັນທີ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ຂໍ​ໃຫ້​ຮຽນ​ຈາກ​ນາທານ​ບຸກຄົນ​ໃນ​ຄຳພີ​ໄບເບິນ. ນາທານ​ໄດ້​ຮັບ​ໜ້າ​ທີ່​ມອບ​ໝາຍ​ທີ່​ຍາກ​ເຊິ່ງ​ເປັນ​ການ​ເປີດ​ເຜີຍ​ການ​ກະທຳ​ຜິດ​ທີ່​ຮ້າຍແຮງ​ຂອງ​ກະສັດ​ດາວິດ. ນາທານ​ບໍ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ພະ​ລາຊະວັງ​ທັງ​ຮ້ອງ​ກ່າວ​ຫາ​ດັງໆ ແຕ່​ລາວ​ເຂົ້າ​ຫາ​ດາວິດ​ດ້ວຍ​ທ່າ​ທີ່​ຜ່ອນ​ສັ້ນ​ຜ່ອນ​ຍາວ.—2 ຊາເມືອນ 12:1-7.

ຄ້າຍ​ກັນ ເຈົ້າ​ອາດ​ເຂົ້າ​ຫາ​ນາຍ​ຄູ​ຢ່າງ​ຖ່ອມ​ໃຈ​ແລະ​ຢ່າງ​ໃຈ​ເຢັນໆ. ຖ້າ​ເຈົ້າ​ໃຈ​ຮ້າຍ​ຫຼື​ກ່າວ​ຫາ​ນາຍ​ຄູ​ວ່າ​ຂາດ​ຄວາມ​ສາມາດ​ຫຼື​ຮ້າຍແຮງ​ກວ່າ​ນັ້ນ ເປັນ​ເລື່ອງ​ຍາກ​ທີ່​ຈະ​ຜູກ​ມິດ​ໄດ້. ໃຫ້​ລອງ​ເຂົ້າ​ຫາ​ແບບ​ວິທີ​ການ​ຂອງ​ຜູ້​ໃຫຍ່​ຫຼາຍ​ກວ່າ. ເລີ່ມ​ຕົ້ນ​ດ້ວຍ​ການ​ຖາມ​ນາຍ​ຄູ​ໃຫ້​ຊ່ວຍ​ເຈົ້າ​ເຂົ້າ​ໃຈ​ລະບົບ​ການ​ໃຫ້​ຄະແນນ​ຂອງ​ເພິ່ນ. ຊາໂລໂມນ​ຂຽນ​ວ່າ: “ຕອບ​ຄວາມ​ກ່ອນ​ໄດ້​ຍິນ​ກໍ​ເປັນ​ການ​ບ້າ​ແລະ​ຄວາມ​ອາຍ​ໃຈ​ຖືກ​ຄົນ​ທີ່​ຕອບ​ຢ່າງ​ນັ້ນ.” (ສຸພາສິດ 18:13) ເມື່ອ​ໄດ້​ຟັງ​ແລ້ວ ເຈົ້າ​ອາດ​ສາມາດ​ຊີ້​ໃຫ້​ເຫັນ​ຈຸດ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ເປັນ​ຂໍ້​ຜິດ​ພາດ. ເຖິງ​ແມ່ນ​ວ່າ​ຄະແນນ​ຈະ​ບໍ່​ປ່ຽນ​ແປງ ຄວາມ​ເປັນ​ຜູ້​ໃຫຍ່​ຂອງ​ເຈົ້າ​ອາດ​ຈະ​ເຮັດ​ໃຫ້​ນາຍ​ຄູ​ປະທັບ​ໃຈ​ເຈົ້າ​ໃນ​ແງ່​ທີ່​ດີ.

ຂ້ອຍ​ຮູ້ສຶກ​ວ່າ​ນາຍ​ຄູ​ມີ​ອະຄະຕິ. ຂໍ​ໃຫ້​ພິຈາລະນາ​ປະສົບການ​ຂອງ​ນາງ​ຣາເຊວ. ລາວ​ໄດ້​ຄະແນນ​ດີ​ຕະຫຼອດ​ຢູ່​ໂຮງ​ຮຽນ. ແຕ່​ເມື່ອ​ຮຽນ​ຢູ່​ຫ້ອງ​ມໍ 2 ເລື່ອງ​ນີ້​ໄດ້​ປ່ຽນ​ໄປ. ຣາເຊວ​ເລົ່າ​ວ່າ: “ນາຍ​ຄູ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ໄດ້​ເພື່ອ​ໃຫ້​ຂ້ອຍ​ເສັງ​ຕົກ.” ອັນ​ໃດ​ຄື​ບັນຫາ? ນາຍ​ຄູ​ເຮັດ​ໃຫ້​ທັງ​ຣາເຊວ​ແລະ​ແມ່​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ລາວ​ບໍ່​ມັກ​ສາສະໜາ​ຂອງ​ເຂົາ​ເຈົ້າ.

ເກີດ​ຫຍັງ​ຂຶ້ນ? ຣາເຊວ​ເລົ່າ​ວ່າ: “ແຕ່​ລະ​ເທື່ອ​ມັນ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ນາຍ​ຄູ​ປ່ອຍ​ໃຫ້​ອະຄະຕິ​ກະທົບ​ໃສ່​ວິທີ​ທີ່​ລາວ​ໃຫ້​ຄະແນນ​ການ​ຮຽນ​ຂອງ​ຂ້ອຍ ແມ່​ໄປ​ໂຮງ​ຮຽນ​ນຳ​ຂ້ອຍ​ເພື່ອ​ເວົ້າ​ລົມ​ກັບ​ນາຍ​ຄູ​ໃນ​ເລື່ອງ​ນີ້. ໃນ​ທີ່​ສຸດ ເພິ່ນ​ກໍ​ເຊົາ​ກໍ່​ເລື່ອງ​ຫຍຸ້ງຍາກ​ສຳລັບ​ຂ້ອຍ.” ຖ້າ​ເຈົ້າ​ປະເຊີນ​ກັບ​ສິ່ງ​ທ້າທາຍ​ທີ່​ຄ້າຍໆກັນ ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເວົ້າ​ກັບ​ພໍ່​ແມ່​ໃນ​ເລື່ອງ​ນີ້. ແນ່ນອນ​ວ່າ​ພວກ​ເພິ່ນ​ຄົງ​ສົນ​ໃຈ​ທີ່​ຈະ​ເວົ້າ​ລົມ​ກັບ​ນາຍ​ຄູ​ແລະ​ອາດ​ເວົ້າ​ລົມ​ກັບ​ຜູ້​ບໍລິຫານ​ໂຮງ​ຮຽນ​ເພື່ອ​ຫາ​ທາງ​ແກ້ໄຂ.

ມີ​ທັດສະນະ​ທີ່​ຍາວ​ໄກ

ເປັນ​ທີ່​ຍອມ​ຮັບ​ວ່າ ບໍ່​ແມ່ນ​ເລື່ອງ​ສັບສົນ​ວຸ່ນວາຍ​ທັງ​ໝົດ​ຈະ​ຈົບ​ລົງ​ດ້ວຍ​ດີ. ບາງ​ເທື່ອ​ຈຳເປັນ​ຕ້ອງ​ອົດ​ທົນ. ນາງ​ທັນຍາ​ເວົ້າ​ວ່າ: “ນາຍ​ຄູ​ຂອງ​ຂ້ອຍ​ຄົນ​ໜຶ່ງ​ມີ​ທັດສະນະ​ທີ່​ບໍ່​ດີ​ຕໍ່​ກັບ​ນັກ​ຮຽນ. ເພິ່ນ​ມັກ​ດູຖູກ​ພວກ​ເຮົາ ເວົ້າ​ໃຫ້​ພວກ​ເຮົາ​ວ່າ​ໂງ່​ຈ້າ. ທຳອິດ​ເພິ່ນ​ເຮັດ​ໃຫ້​ຂ້ອຍ​ຮ້ອງໄຫ້ ແຕ່​ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ບໍ່​ໃສ່​ໃຈ​ກັບ​ການ​ດູຖູກ​ຂອງ​ເພິ່ນ. ຂ້ອຍ​ຕັ້ງ​ໃຈ​ຮຽນ​ແລະ​ໝົກມຸ້ນ​ກັບ​ສິ່ງ​ທີ່​ເພິ່ນ​ສອນ. ຜົນ​ກໍ​ຄື ເພິ່ນ​ບໍ່​ໄດ້​ກໍ່​ເລື່ອງ​ຫຍຸ້ງຍາກ​ໃຫ້​ຂ້ອຍ​ຫຼາຍ ແລະ​ຂ້ອຍ​ເປັນ​ໜຶ່ງ​ໃນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ໄດ້​ຄະແນນ​ດີ. ສອງ​ປີ​ຕໍ່​ມາ ນາຍ​ຄູ​ຜູ້​ນັ້ນ​ກໍ​ຖືກ​ໄລ່​ອອກ.”

ຮຽນ​ຮູ້​ວິທີ​ທີ່​ຈະ​ຮັບ​ມື​ກັບ​ນາຍ​ຄູ​ທີ່​ເອົາ​ໃຈ​ຍາກ ແລະ​ເຈົ້າ​ຈະ​ໄດ້​ຮັບ​ທັກສະ​ທີ່​ມີ​ຄ່າ​ໃນ​ຊີວິດ ເຊິ່ງ​ເປັນ​ທັກສະ​ທີ່​ຈະ​ຊ່ວຍ​ເຈົ້າ​ໄດ້​ດີ​ເມື່ອ​ຕ້ອງ​ຮັບ​ມື​ກັບ​ຫົວ​ໜ້າ​ທີ່​ເອົາ​ໃຈ​ຍາກ. ນອກ​ຈາກ​ນັ້ນ ເມື່ອ​ເຈົ້າ​ມີ​ນາຍ​ຄູ​ທີ່​ດີ ເຈົ້າ​ຈະ​ເຫັນ​ຄຸນຄ່າ​ຂອງ​ເພິ່ນ.

ໃນ​ບົດ​ຕໍ່​ໄປ

ເບິ່ງ​ຄື​ວ່າ​ບໍ່​ມີ​ເວລາ​ພຽງ​ພໍ​ບໍ​ໃນ​ມື້​ໜຶ່ງ? ຈົ່ງ​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ເວລາ​ເປັນ​ໝູ່ ບໍ່​ແມ່ນ​ເປັນ​ສັດຕູ.

ຂໍ້​ພະ​ຄຳພີ​ຫຼັກ

“ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຢາກ​ໄດ້​ໃຫ້​ຄົນ​ກະທຳ​ສິ່ງ​ໃດ​ສຳລັບ​ທ່ານ ທ່ານ​ຈົ່ງ​ກະທຳ​ສິ່ງ​ນັ້ນ​ສຳລັບ​ເຂົາ​ທຸກ​ປະການ​ເໝືອນ​ກັນ​ດ້ວຍ.”—ມັດທາຍ 7:12.

ຄຳ​ແນະນຳ

ຖ້າ​ເຈົ້າ​ຄິດ​ວ່າ​ນາຍ​ຄູ​ເປັນ​ຕາ​ເບື່ອ​ໜ່າຍ ໃຫ້​ສຸມ​ໃຈ​ໃສ່​ຫົວ​ເລື່ອງ​ທີ່​ເພິ່ນ​ສອນ ບໍ່​ແມ່ນ​ຕົວ​ເພິ່ນ. ໃຫ້​ຈົດ​ບັນທຶກ ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ດ້ວຍ​ຄວາມ​ນັບ​ຖື ແລະ​ໃຫ້​ກະຕືລືລົ້ນ​ໃນ​ເລື່ອງ​ທີ່​ຮຽນ. ຄວາມ​ກະຕືລືລົ້ນ​ຂອງ​ເຈົ້າ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ໄດ້.

ເຈົ້າ​ຮູ້​ບໍ . . .?

ອາດ​ເປັນ​ໄປ​ໄດ້​ທີ່​ນາຍ​ຄູ​ສອນ​ບົດ​ຮຽນ​ເກົ່າ​ເປັນ​ຫຼາຍ​ສິບ​ເທື່ອ​ຫຼື​ແມ່ນ​ແຕ່​ເປັນ​ຫຼາຍ​ຮ້ອຍ​ເທື່ອ​ໃຫ້​ຫ້ອງ​ອື່ນ​ນຳ. ດັ່ງ​ນັ້ນ ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ນາຍ​ຄູ​ທີ່​ຈະ​ຮັກສາ​ລະດັບ​ຄວາມ​ກະຕືລືລົ້ນ​ຕໍ່​ວິຊາ​ນັ້ນ​ແບບ​ທີ່​ເພິ່ນ​ມີ​ແຕ່​ກ່ອນ.

ແຜນ​ພາກ​ປະຕິບັດ!

ເພື່ອ​ຊ່ວຍ​ເຮັດ​ໃຫ້​ຫ້ອງ​ຮຽນ​ທີ່​ເປັນ​ຕາ​ເບື່ອ​ເປັນ​ຕາ​ໜ້າ​ສົນ​ໃຈ​ຂຶ້ນ ຂ້ອຍ​ຈະ ․․․․․

ຖ້າ​ຮູ້ສຶກ​ວ່າ​ນາຍ​ຄູ​ກຳລັງ​ປະຕິບັດ​ກັບ​ຂ້ອຍ​ແບບ​ບໍ່​ທ່ຽງ​ທຳ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ສຸມ​ໃຈ​ໃສ່​ຫົວ​ເລື່ອງ​ທີ່​ສອນ​ແທນ​ທີ່​ຈະ​ສຸມ​ໃຈ​ໃສ່​ນາຍ​ຄູ?

• ທັດສະນະ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ກັບ​ຫົວ​ເລື່ອງ​ທີ່​ສອນ​ອາດ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ທັດສະນະ​ຂອງ​ນາຍ​ຄູ​ທີ່​ມີ​ຕໍ່​ເຈົ້າ?

[ຈຸດເດັ່ນໜ້າ 146]

“ຂ້ອຍ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ເປັນ​ມິດ​ກັບ​ນາຍ​ຄູ​ໝົດ​ທຸກ​ຄົນ. ຂ້ອຍ​ຮູ້​ຊື່​ຂອງ​ພວກ​ເພິ່ນ ແລະ​ຖ້າ​ພໍ້​ພວກ​ເພິ່ນ​ຢູ່​ຕາມ​ຫົນ​ທາງ ຂ້ອຍ​ໃຊ້​ເວລາ​ສອງ​ສາມ​ນາທີ​ເວົ້າ​ລົມ​ກັບ​ພວກ​ເພິ່ນ.”—ນາງ ຄາເມັນ

[ຮູບ​ພາບ​ໜ້າ 145]

ນາຍ​ຄູ​ເປັນ​ຄື​ກັບ​ແຜ່ນ​ຫີນ​ທີ່​ປູ​ໄວ້​ເປັນ​ໄລຍະໆ ເຊິ່ງ​ຊ່ວຍ​ເຈົ້າ​ໃຫ້​ຂ້າມ​ຜ່ານ​ຈາກ​ການ​ບໍ່​ມີ​ຄວາມ​ຮູ້​ໄປ​ສູ່​ການ​ມີ​ຄວາມ​ເຂົ້າ​ໃຈ ແຕ່​ເຈົ້າ​ຕ້ອງ​ເປັນ​ຄົນ​ຍ່າງ​ຂ້າມ​ເອງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌