ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 6 ໜ້າ 37-41
  • ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ຄົນ​ອື່ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ຄົນ​ອື່ນ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ສາເຫດ​ທີ່​ພະ​ເຍຊູ​ເປັນ​ຄູ​ຜູ້​ຍິ່ງໃຫຍ່
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຂ້ອຍ​ຈະ​ເຂົ້າ​ກັບ​ນາຍ​ຄູ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ການ​ສະແດງ​ຄວາມ​ຖ່ອມ​ໃຈ​ໃນ​ຕອນ​ປັດສະຄາ​ເທື່ອ​ສຸດ​ທ້າຍ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ລູກ​ຕ້ອງການ​ເປັນ​ທີ​ໜຶ່ງ​ສະເໝີ​ບໍ?
    ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 6 ໜ້າ 37-41

ບົດ​ທີ 6

ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ຄົນ​ອື່ນ

ລູກ​ດີໃຈ​ບໍ​ເມື່ອ​ມີ​ໃຜ​ເຮັດ​ສິ່ງ​ດີໆ​ໃຫ້​ກັບ​ລູກ?— ອັນ​ທີ່​ຈິງ​ຄົນ​ອື່ນ​ກໍ​ມັກ​ຄື​ກັນ​ເມື່ອ​ມີ​ຄົນ​ເຮັດ​ສິ່ງ​ທີ່​ດີໆ​ໃຫ້​ກັບ​ເຂົາ​ເຈົ້າ. ພວກ​ເຮົາ​ທຸກ​ຄົນ​ມັກ. ຄູ​ຜູ້​ຍິ່ງໃຫຍ່​ຮູ້​ເລື່ອງ​ນັ້ນ ແລະ​ພະອົງ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ຄົນ​ອື່ນ​ຢູ່​ສະເໝີ. ພະອົງ​ກ່າວ​ວ່າ ‘ເຮົາ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ເພື່ອ​ຈະ​ຮັບໃຊ້​ຄົນ​ອື່ນ.’—ມັດທາຍ 20:28.

Jesus observes two of his disciples arguing

ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ຖຽງ​ກັນ​ເລື່ອງ​ຫຍັງ?

ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ເປັນ​ຄື​ຄູ​ຜູ້​ຍິ່ງໃຫຍ່ ເຮົາ​ຈະ​ຕ້ອງ​ເຮັດ​ແນວ​ໃດ?— ເຮົາ​ຕ້ອງ​ຮັບໃຊ້​ຄົນ​ອື່ນໆ. ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ໃຫ້​ກັບ​ເຂົາ​ເຈົ້າ. ທີ່​ຈິງ​ຫຼາຍ​ຄົນ​ບໍ່​ໄດ້​ເຮັດ​ແບບ​ນີ້. ຄົນ​ສ່ວນ​ຫຼາຍ​ຊ້ຳ​ພັດ​ຢາກ​ໃຫ້​ຄົນ​ອື່ນ​ຮັບໃຊ້​ຕົນ​ເອງ​ຢູ່​ສະເໝີ. ເທື່ອ​ໜຶ່ງ​ແມ່ນ​ແຕ່​ສາວົກ​ຂອງ​ພະ​ເຍຊູ​ກໍ​ຍັງ​ຮູ້ສຶກ​ແບບ​ນີ້. ແຕ່​ລະ​ຄົນ​ຢາກ​ເປັນ​ຄົນ​ທີ່​ສຳຄັນ​ທີ່​ສຸດ.

ມື້​ໜຶ່ງ​ພະ​ເຍຊູ​ເດີນ​ທາງ​ໄປ​ກັບ​ເຫຼົ່າ​ສາວົກ​ຂອງ​ພະອົງ. ຫຼັງ​ຈາກ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ກັບເອນາອູມ​ທີ່​ຢູ່​ໃກ້​ກັບ​ທະເລ​ຄາລິເລ ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໜຶ່ງ. ຢູ່​ຫັ້ນ​ພະ​ເຍຊູ​ໄດ້​ຖາມ​ເຫຼົ່າ​ສາວົກ​ວ່າ: “ເມື່ອ​ມາ​ໃນ​ທາງ​ນັ້ນ​ທ່ານ​ທັງ​ຫຼາຍ​ໄດ້​ຖຽງ​ກັນ​ດ້ວຍ​ຂໍ້​ຄວາມ​ໃດ?” ເຂົາ​ເຈົ້າ​ບໍ່​ປາກ​ເພາະ​ຕອນ​ມາ​ຕາມ​ທາງ​ເຂົາ​ເຈົ້າ​ຖຽງ​ກັນ​ວ່າ​ໃຜ​ຈະ​ເປັນ​ໃຫຍ່​ກວ່າ​ຫມູ່.—ມາລະໂກ 9:33, 34.

ພະ​ເຍຊູ​ຮູ້​ວ່າ​ບໍ່​ຖືກ​ທີ່​ສາວົກ​ຄົນ​ໃດ​ຈະ​ຄິດ​ວ່າ​ຕົນ​ເປັນ​ໃຫຍ່​ທີ່​ສຸດ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ບົດ​ທຳອິດ​ຂອງ​ປຶ້ມ​ນີ້ ພະອົງ​ໃຫ້​ເດັກ​ນ້ອຍໆ​ຄົນ​ໜຶ່ງ​ມາ​ຢືນ​ຫວ່າງ​ກາງ​ສາວົກ​ແລະ​ບອກ​ວ່າ​ເຂົາ​ເຈົ້າ​ຄວນ​ຈະ​ຖ່ອມ​ຕົວ​ຄື​ກັບ​ເດັກ​ນ້ອຍໆ​ຄົນ​ນີ້. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ໄດ້​ຖອດ​ຖອນ​ເອົາ​ເປັນ​ບົດຮຽນ. ດັ່ງ​ນັ້ນ ບໍ່​ດົນ​ກ່ອນ​ພະອົງ​ເສຍ​ຊີວິດ ພະ​ເຍຊູ​ໄດ້​ສອນ​ບົດຮຽນ​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ໄດ້​ເລີຍ. ພະອົງ​ສອນ​ແນວ​ໃດ?—

ພໍ​ດີ​ຂະນະ​ທີ່​ເຂົາ​ເຈົ້າ​ທຸກ​ຄົນ​ຊຸມ​ເຂົ້າ​ນຳ​ກັນ​ຢູ່ ພະ​ເຍຊູ​ໄດ້​ລຸກ​ຈາກ​ໂຕະ​ແລະ​ແກ້​ເສື້ອ​ຊັ້ນ​ນອກ​ອອກ. ພະອົງ​ຈັບ​ເອົາ​ຜ້າ​ເຊັດ​ໂຕ​ມາ​ຄຽນ​ແອວ​ແລ້ວ​ຈຶ່ງ​ເອົາ​ຊາມ​ໃບ​ໜຶ່ງ​ມາ​ໃສ່​ນ້ຳ. ສາວົກ​ຂອງ​ພະອົງ​ຄົງ​ຈະ​ສົງໄສ​ວ່າ​ພະອົງ​ເຮັດ​ຫຍັງ​ຢູ່. ຂະນະ​ທີ່​ເຂົາ​ເຈົ້າ​ຄອຍ​ເບິ່ງ​ຢູ່ ພະ​ເຍຊູ​ຍ່າງ​ເຂົ້າ​ໄປ​ຫາ​ເຂົາ​ເຈົ້າ​ແລ້ວ​ກົ້ມ​ຕົວ​ລົງ​ລ້າງ​ຕີນ​ໃຫ້​ເຂົາ​ເຈົ້າ. ແລ້ວ​ຈຶ່ງ​ເອົາ​ຜ້າ​ເຊັດ​ຕີນ​ເຂົາ​ເຈົ້າ​ໃຫ້​ແຫ້ງ. ລູກ​ລອງ​ຄິດ​ເບິ່ງ​ດູ! ຈະ​ເປັນ​ແນວ​ໃດ​ຖ້າ​ລູກ​ຢູ່​ຫັ້ນ? ລູກ​ຈະ​ຮູ້ສຶກ​ແນວ​ໃດ?—

Jesus washes his disciples’ feet

ພະ​ເຍຊູ​ສອນ​ບົດຮຽນ​ຫຍັງ​ໃຫ້​ເຫຼົ່າ​ສາວົກ​ຂອງ​ພະອົງ?

ສາວົກ​ຂອງ​ພະອົງ​ຮູ້ສຶກ​ວ່າ​ບໍ່​ສົມຄວນ​ທີ່​ຄູ​ຜູ້​ຍິ່ງໃຫຍ່​ຮັບໃຊ້​ເຂົາ​ເຈົ້າ​ແບບ​ນີ້. ເຂົາ​ເຈົ້າ​ຮູ້ສຶກ​ອາຍ. ທີ່​ຈິງ ເປໂຕ​ບໍ່​ຍອມ​ໃຫ້​ພະ​ເຍຊູ​ຮັບໃຊ້​ລາວ​ໃນ​ແບບ​ຕ່ຳ​ຕ້ອຍ​ເຊັ່ນ​ນີ້. ແຕ່​ພະ​ເຍຊູ​ກ່າວ​ວ່າ​ເປັນ​ສິ່ງ​ສຳຄັນ​ທີ່​ພະອົງ​ເຮັດ​ເຊັ່ນ​ນີ້.

ຕາມ​ປົກກະຕິ​ເຮົາ​ບໍ່​ໄດ້​ລ້າງ​ຕີນ​ໃຫ້​ກັນ​ໃນ​ສະໄໝ​ນີ້. ແຕ່​ນັ້ນ​ເປັນ​ສິ່ງ​ທີ່​ເຄີຍ​ເຮັດ​ໃນ​ສະໄໝ​ທີ່​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ?— ທຳມະດາ​ໃນ​ດິນແດນ​ທີ່​ພະ​ເຍຊູ​ແລະ​ສາວົກ​ຂອງ​ພະອົງ​ຢູ່​ນັ້ນ​ຜູ້​ຄົນ​ໃສ່​ເກີບແຕະ. ດັ່ງ​ນັ້ນ ເມື່ອ​ເຂົາ​ເຈົ້າ​ຍ່າງ​ຕາມ​ທາງ​ທີ່​ມີ​ຝຸ່ນ ຕີນ​ເຂົາ​ເຈົ້າ​ຈຶ່ງ​ເປື້ອນ​ຝຸ່ນ. ການ​ລ້າງ​ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ຜູ້​ທີ່​ມາ​ຢາມ​ຈຶ່ງ​ເປັນ​ເລື່ອງ​ທີ່​ກະລຸນາ.

ແຕ່​ເທື່ອ​ນີ້​ບໍ່​ມີ​ສາວົກ​ຂອງ​ພະ​ເຍຊູ​ຄົນ​ໃດ​ສະເໜີ​ຕົວ​ທີ່​ຈະ​ລ້າງ​ຕີນ​ໃຫ້​ຄົນ​ອື່ນ. ດັ່ງ​ນັ້ນ​ພະ​ເຍຊູ​ຈຶ່ງ​ເຮັດ​ເອງ. ໂດຍ​ການ​ເຮັດ​ເຊັ່ນ​ນີ້​ພະ​ເຍຊູ​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ກັບ​ສາວົກ​ຂອງ​ພະອົງ. ເຂົາ​ເຈົ້າ​ຕ້ອງ​ໄດ້​ຮຽນ​ຮູ້​ບົດຮຽນ​ນີ້. ແລະ​ນັ້ນ​ເປັນ​ບົດຮຽນ​ທີ່​ເຮົາ​ໃນ​ປັດຈຸບັນ​ກໍ​ຕ້ອງ​ຮຽນ​ຮູ້​ຄື​ກັນ.

ລູກ​ຮູ້​ບໍ​ວ່າ​ບົດຮຽນ​ນັ້ນ​ແມ່ນ​ຫຍັງ?— ຫຼັງ​ຈາກ​ພະ​ເຍຊູ​ໃສ່​ເສື້ອ​ຊັ້ນ​ນອກ​ແລ້ວ​ກັບ​ໄປ​ນັ່ງ​ທີ່​ໂຕະ​ອີກ ພະອົງ​ອະທິບາຍ​ວ່າ: “ການ​ນີ້​ທີ່​ເຮົາ​ໄດ້​ກະທຳ​ແກ່​ທ່ານ​ທັງ​ຫຼາຍ ທ່ານ​ທັງ​ຫຼາຍ​ເຂົ້າ​ໃຈ​ຫຼື? ທ່ານ​ທັງ​ຫຼາຍ​ເອີ້ນ​ເຮົາ​ວ່າ ‘ພະ​ອາຈານ’ ແລະ ‘ພະອົງ​ເຈົ້າ’ ແລະ​ທ່ານ​ທັງ​ຫຼາຍ​ເວົ້າ​ຈິງ​ເພາະ​ເຮົາ​ເປັນ​ສັນ​ນັ້ນ. ເຫດ​ສັນນີ້​ຖ້າ​ເຮົາ​ຜູ້​ເປັນ​ພະອົງ​ເຈົ້າ​ແລະ​ພະ​ອາຈານ​ໄດ້​ລ້າງ​ຕີນ​ຂອງ​ທ່ານ​ທັງ​ຫຼາຍ ທ່ານ​ທັງ​ຫຼາຍ​ຕ້ອງ​ລ້າງ​ຕີນ​ກັນ​ແລະ​ກັນ​ທັງ​ມວນ.”—ໂຢຮັນ 13:2-14.

A child brings a pot to two women preparing food

ລູກ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ຄົນ​ອື່ນໆ?

ໃນ​ເລື່ອງ​ນີ້​ຄູ​ຜູ້​ຍິ່ງໃຫຍ່​ສະແດງ​ວ່າ​ພະອົງ​ຕ້ອງການ​ໃຫ້​ສາວົກ​ຂອງ​ພະອົງ​ຮັບໃຊ້​ກັນ​ແລະ​ກັນ. ພະອົງ​ບໍ່​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ຄິດ​ເຖິງ​ແຕ່​ຕົວ​ເອງ. ພະ​ເຍຊູ​ບໍ່​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ສຳຄັນ​ຫຼາຍ​ຈົນ​ຄົນ​ອື່ນ​ຈະ​ຕ້ອງ​ຮັບໃຊ້​ຕົນ​ສະເໝີ. ພະອົງ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບໃຊ້​ຄົນ​ອື່ນ.

ນັ້ນ​ເປັນ​ບົດຮຽນ​ທີ່​ດີ​ແມ່ນ​ບໍ?— ລູກ​ຈະ​ເປັນ​ຄື​ຄູ​ຜູ້​ຍິ່ງໃຫຍ່​ແລະ​ຮັບໃຊ້​ຄົນ​ອື່ນ​ບໍ?— ເຮົາ​ທຸກ​ຄົນ​ເຮັດ​ສິ່ງ​ຕ່າງໆ​ໃຫ້​ກັບ​ຄົນ​ອື່ນ​ໄດ້. ການ​ກະທຳ​ເຊັ່ນ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. ແຕ່​ສຳຄັນ​ທີ່​ສຸດ ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ພະ​ເຍຊູ​ແລະ​ພໍ່​ຂອງ​ພະອົງ​ມີ​ຄວາມ​ສຸກ.

Children help their mother clean the house

ການ​ຮັບໃຊ້​ຄົນ​ອື່ນ​ບໍ່​ແມ່ນ​ເລື່ອງ​ຍາກ. ຖ້າ​ລູກ​ສັງເກດ​ລູກ​ກໍ​ຈະ​ເຫັນ​ວ່າ​ມີ​ຫຼາຍໆ​ສິ່ງ​ທີ່​ລູກ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້. ຄິດ​ເບິ່ງ​ດູ​ວ່າ​ລູກ​ຈະ​ຊ່ອຍ​ແມ່​ເຮັດ​ຫຍັງ​ໄດ້​ແດ່? ລູກ​ກໍ​ຮູ້​ວ່າ​ແມ່​ເຮັດ​ຫຼາຍ​ສິ່ງ​ສຳລັບ​ລູກ​ແລະ​ຄົນ​ອື່ນ​ໃນ​ຄອບຄົວ. ລູກ​ຈະ​ຊ່ອຍ​ແມ່​ໄດ້​ບໍ?— ລອງ​ຖາມ​ແມ່​ເບິ່ງ?

ລູກ​ອາດ​ຈະ​ກຽມ​ພາ​ເຂົ້າ​ກ່ອນ​ຄອບຄົວ​ຈະ​ກິນ​ເຂົ້າ​ຫຼື​ເມື່ອ​ກິນ​ອີ່ມ​ແລ້ວ​ລູກ​ອາດ​ຈະ​ເອົາ​ຖ້ວຍ​ເອົາ​ບ່ວງ​ທີ່​ໃຊ້​ແລ້ວ​ໄປ​ລ້າງ. ເດັກ​ນ້ອຍ​ລາງ​ຄົນ​ເອົາ​ຂີ້ເຫຍື້ອ​ອອກ​ໄປ​ຖິ້ມ​ທຸກ​ມື້. ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ລູກ​ເຮັດ​ໄດ້ ຍ່ອມ​ຈະ​ເປັນ​ການ​ຮັບໃຊ້​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ເຮັດ.

An older boy helps his younger brother make his bed

ລູກ​ມີ​ນ້ອງ​ຊາຍ​ແລະ​ນ້ອງ​ສາວ​ແມ່ນ​ບໍ​ທີ່​ລູກ​ຈະ​ຮັບໃຊ້​ໄດ້? ຈື່​ໄວ້​ວ່າ​ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່​ກໍ​ຍັງ​ຮັບໃຊ້​ສາວົກ​ຂອງ​ພະອົງ. ໂດຍ​ການ​ຮັບໃຊ້​ນ້ອງ​ຊາຍ​ແລະ​ນ້ອງ​ສາວ ລູກ​ຈະ​ເປັນ​ຜູ້​ທີ່​ຮຽນ​ແບບ​ພະ​ເຍຊູ. ລູກ​ເຮັດ​ສິ່ງ​ໃດ​ໃຫ້​ກັບ​ນ້ອງ​ໄດ້​ແດ່?— ບາງ​ທີ​ລູກ​ອາດ​ສອນ​ເຂົາ​ເຈົ້າ​ໃຫ້​ມ້ຽນ​ເຄື່ອງ​ຫຼິ້ນ​ເມື່ອ​ເຊົາ​ຫຼິ້ນ​ແລ້ວ​ຫຼື​ອາດ​ຈະ​ຊ່ອຍ​ແຕ່ງ​ຕົວ​ໃຫ້​ເຂົາ​ເຈົ້າ​ຫຼື​ບາງ​ທີ​ລູກ​ອາດ​ຊ່ອຍ​ເຂົາ​ເຈົ້າ​ເກັບ​ມ້ຽນ​ບ່ອນ​ນອນ​ກໍ​ໄດ້. ອັນ​ໃດ​ອີກ​ທີ່​ລູກ​ຄິດ​ວ່າ​ຈະ​ເຮັດ​ໃຫ້​ກັບ​ນ້ອງ​ໄດ້?— ເຂົາ​ເຈົ້າ​ຈະ​ຮັກ​ລູກ​ເພາະ​ລູກ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ຄື​ກັບ​ທີ່​ພວກ​ສາວົກ​ຂອງ​ພະ​ເຍຊູ​ຮັກ​ພະອົງ.

ຢູ່​ທີ່​ໂຮງ​ຮຽນ​ກໍ​ຄື​ກັນ​ລູກ​ສາມາດ​ຮັບໃຊ້​ຄົນ​ອື່ນໆ​ໄດ້. ອາດ​ຈະ​ຮັບໃຊ້​ຫມູ່​ຫ້ອງ​ດຽວ​ກັນ​ຫຼື​ນາຍ​ຄູ​ຂອງ​ລູກ. ຖ້າ​ມີ​ໃຜ​ເຮັດ​ປຶ້ມ​ຕົກ ການ​ເກັບ​ປຶ້ມ​ໃຫ້​ເຂົາ​ເຈົ້າ​ສະແດງ​ວ່າ​ລູກ​ມີ​ນ້ຳໃຈ. ລູກ​ອາດ​ຈະ​ລຶບ​ກະດານ​ດຳ​ຫຼື​ເຮັດ​ສິ່ງ​ອື່ນໆ​ໃຫ້​ກັບ​ນາຍ​ຄູ. ແມ່ນ​ແຕ່​ເປີດ​ປະຕູ​ແລະ​ຈັບ​ໄວ້​ເພື່ອ​ໃຫ້​ຄົນ​ເຂົ້າ​ແລະ​ອອກ​ກໍ​ເປັນ​ການ​ດີ.

A boy cleans the blackboard for his teacher; a girl brings groceries to a woman in a wheelchair

ບາງ​ເທື່ອ​ລູກ​ຈະ​ສັງເກດ​ວ່າ​ຄົນ​ອື່ນ​ມັກ​ຈະ​ບໍ່​ຂອບໃຈ​ເມື່ອ​ເຮົາ​ຮັບໃຊ້​ເຂົາ​ເຈົ້າ. ລູກ​ຄິດ​ວ່າ​ເຮົາ​ຄວນ​ເຊົາ​ເຮັດ​ການ​ດີ​ເພາະ​ເລື່ອງ​ນີ້​ບໍ?— ບໍ່​ຄວນ​ເຊົາ! ຫຼາຍ​ຄົນ​ບໍ່​ໄດ້​ຂອບໃຈ​ພະ​ເຍຊູ​ສຳລັບ​ການ​ດີ​ທີ່​ພະອົງ​ໄດ້​ເຮັດ. ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພະອົງ​ເຊົາ​ເຮັດ​ສິ່ງ​ທີ່​ດີ.

ດັ່ງ​ນັ້ນ ຢ່າ​ຊູ່​ເຊົາ​ຮັບໃຊ້​ຜູ້​ອື່ນ. ໃຫ້​ເຮົາ​ຄິດ​ເຖິງ​ພະ​ເຍຊູ​ຄູ​ສອນ​ຜູ້​ຍິ່ງໃຫຍ່ ແລະ​ພະຍາຍາມ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະອົງ​ຢູ່​ເລື້ອຍ.

ອ່ານ​ຂໍ້​ພະ​ຄຳພີ​ເພີ່ມ​ເຕີມ​ເລື່ອງ​ການ​ຊ່ອຍ​ຜູ້​ອື່ນ​ຢູ່: ສຸພາສິດ 3:27, 28; ໂລມ 15:1, 2; ແລະ​ຄາລາຊີ 6:2.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌