ບຸກຄົນແບບຢ່າງ—ຢາໂຄບ
ທ້າວຢາໂຄບແລະເອຊາອຶອ້າຍຂອງລາວບໍ່ເວົ້ານຳກັນເປັນເວລາຫຼາຍປີ. ທີ່ຈິງແລ້ວ ເອຊາອຶກຽດຊັງຢາໂຄບ. ເຖິງແມ່ນວ່າຢາໂຄບບໍ່ໄດ້ເຮັດຫຍັງຜິດ ແຕ່ຢາໂຄບເປັນຜູ້ລິເລີ່ມທີ່ຈະແກ້ບັນຫາລະຫວ່າງເຂົາເຈົ້າ. ຢາໂຄບເປັນຝ່າຍຍິນຍອມ. ຈຸດປະສົງບໍ່ແມ່ນເພື່ອທີ່ຈະຊະນະການຜິດກັນ ແຕ່ວ່າເພື່ອຈະໄດ້ຄວາມຮັກແພງຈາກອ້າຍ. ຢາໂຄບຍຶດຖືກັບຫຼັກການແຕ່ບໍ່ໄດ້ຮຽກຮ້ອງການຂໍໂທດກ່ອນສ້າງສັນຕິກັບອ້າຍຂອງຕົນ.—ຕົ້ນເດີມ 25:27-34; 27:30-41; 32:3-22; 33:1-9.
ເຈົ້າຈັດການກັບການຜິດຖຽງກັນກັບສະມາຊິກຄອບຄົວແນວໃດ? ບາງຄັ້ງເຈົ້າອາດຮູ້ສຶກວ່າເຈົ້າຖືກຮ້ອຍສ່ວນຮ້ອຍແລະອ້າຍເອື້ອຍນ້ອງຫຼືພໍ່ (ແມ່) ຂອງເຈົ້າຜິດຮ້ອຍສ່ວນຮ້ອຍ. ໃນສະພາບການເຊັ່ນນັ້ນເຈົ້າລໍຖ້າໃຫ້ອີກຝ່າຍໜຶ່ງເປັນຜູ້ລິເລີ່ມບໍ? ຫຼືເຈົ້າຈະເປັນຄືຢາໂຄບ? ເມື່ອຫຼັກການໃນຄຳພີໄບເບິນບໍ່ໄດ້ເປັນບັນຫາ ເຈົ້າເຕັມໃຈທີ່ຈະເປັນຝ່າຍຍິນຍອມເພື່ອເຫັນແກ່ສັນຕິສຸກບໍ? (1 ເປໂຕ 3:8, 9) ຢາໂຄບບໍ່ໄດ້ປ່ອຍໃຫ້ຄວາມຍິ່ງແບ່ງແຍກຄອບຄົວຂອງລາວ. ລາວຖ່ອມຕົວແລະແກ້ໄຂສາຍສຳພັນກັບອ້າຍ. ເຈົ້າຈະເຮັດແບບດຽວກັນນັ້ນກັບສະມາຊິກຄອບຄົວຂອງເຈົ້າໄດ້ບໍ?