ບົດທີ 13
ຢາໂຄບກັບເອຊາວຄືນດີກັນ
ພະເຢໂຫວາສັນຍາກັບຢາໂຄບວ່າຈະປົກປ້ອງຄຸ້ມຄອງລາວຄືກັບທີ່ເພິ່ນເຄີຍປົກປ້ອງຄຸ້ມຄອງອັບຣາຮາມແລະອີຊາກ. ຢາໂຄບອາໄສຢູ່ເມືອງຮາຣານ ລາວແຕ່ງດອງມີຄອບຄົວໃຫຍ່ຢູ່ຫັ້ນແລະລາວກໍລວຍຫຼາຍ.
ຕໍ່ມາ ພະເຢໂຫວາກໍບອກຢາໂຄບວ່າ: ‘ໃຫ້ກັບໄປບ້ານເກີດເມືອງນອນຂອງເຈົ້າສະ.’ ຢາໂຄບກັບຄອບຄົວກໍເລີຍອອກເດີນທາງກັບເມືອ ເຊິ່ງເປັນໄລຍະທາງທີ່ໄກຫຼາຍ. ລະຫວ່າງທາງມີຄົນມາບອກຢາໂຄບວ່າ: ‘ເອຊາວອ້າຍຂອງເຈົ້າກຳລັງມາພ້ອມກັບຄົນຂອງລາວ 400 ຄົນ!’ ຢາໂຄບຢ້ານເອຊາວຈະມາທຳຮ້າຍລາວກັບຄອບຄົວ ລາວຈຶ່ງອະທິດຖານຫາພະເຢໂຫວາວ່າ: ‘ຂໍພະອົງຊ່ວຍລູກໃຫ້ລອດຈາກອ້າຍຂອງລູກແດ່ເດີ້.’ ມື້ຕໍ່ມາ ຢາໂຄບກໍໄດ້ສົ່ງຂອງຂວັນໄປໃຫ້ເອຊາວບັກຫຼາຍໆ ເຊິ່ງມີທັງແກະ ແບ້ ງົວ ອູດ ແລະລາ.
ໃນຄືນມື້ນັ້ນ ຕອນທີ່ຢາໂຄບຢູ່ຄົນດຽວ ລາວເຫັນທູດສະຫວັນອົງໜຶ່ງມາຫາລາວແລະລາວກໍໄດ້ປ້ຳສູ້ກັບທູດສະຫວັນອົງນັ້ນຈົນຊອດແຈ້ງ. ເຖິງວ່າຢາໂຄບຈະບາດເຈັບ ແຕ່ລາວກໍບໍ່ຍອມແພ້. ທູດສະຫວັນອົງນັ້ນເວົ້າກັບລາວວ່າ: “ປ່ອຍຂ້ອຍໄປສະ.” ແຕ່ຢາໂຄບບອກວ່າ: ‘ບໍ່! ຂ້ອຍຊິບໍ່ປ່ອຍຈົນກວ່າເຈົ້າຊິອວຍພອນໃຫ້ຂ້ອຍກ່ອນ.’
ໃນທີ່ສຸດ ທູດສະຫວັນອົງນັ້ນກໍອວຍພອນຢາໂຄບ. ຕອນນີ້ຢາໂຄບຮູ້ແລ້ວວ່າ ພະເຢໂຫວາຈະບໍ່ຍອມໃຫ້ເອຊາວທຳຮ້າຍລາວແນ່ນອນ.
ໃນຕອນເຊົ້າມື້ນັ້ນ ຢາໂຄບແນມເຫັນເອຊາວກັບພວກຜູ້ຊາຍ 400 ຄົນກຳລັງມຸ່ງໜ້າມາຫາລາວຕັ້ງແຕ່ໄກໆ. ຢາໂຄບກໍເລີຍຍ່າງອອກໜ້າຄອບຄົວໄປຫາເຂົາເຈົ້າ. ໃນລະຫວ່າງທີ່ຍ່າງໄປຫາອ້າຍ ຢາໂຄບໄດ້ໝູບໜ້າລົງພື້ນ 7 ເທື່ອເພື່ອສະແດງຄວາມນັບຖື. ແລ້ວເອຊາວກໍແລ່ນເຂົ້າໄປກອດຢາໂຄບ. ສອງອ້າຍນ້ອງພາກັນໄຫ້ແທ້ໄຫ້ວ່າແລະຄືນດີກັນໄດ້ສຳເລັດ. ເຈົ້າຄິດວ່າພະເຢໂຫວາຮູ້ສຶກແນວໃດທີ່ຢາໂຄບແກ້ໄຂບັນຫາດ້ວຍວິທີນີ້?
ຫຼັງຈາກນັ້ນ ເອຊາວກໍກັບເມືອເຮືອນຂອງລາວ ສ່ວນຢາໂຄບກໍເດີນທາງຕໍ່ໄປຈົນຮອດບ້ານເກີດຂອງໂຕເອງ. ຢາໂຄບມີລູກຊາຍ 12 ຄົນຊື່ ຣູເບັນ ຊີເມໂອນ ເລວີ ຢູດາ ດານ ນັບທາລີ ຄາດ ອາເຊ ອິດຊາຄາ ເຊບູລູນ ໂຢເຊັບ ແລະເບັນຢາມິນ. ໃນບັນດາລູກຊາຍທັງໝົດ ໂຢເຊັບຈະເປັນຜູ້ທີ່ພະເຢໂຫວາໃຊ້ເພື່ອຊ່ວຍປະຊາຊົນຂອງເພິ່ນ. ເຈົ້າຮູ້ບໍວ່າເພິ່ນຈະໃຊ້ລາວແນວໃດ? ໃຫ້ເຮົາມາເບິ່ງນຳກັນ.
“ໃຫ້ຮັກສັດຕູຂອງພວກເຈົ້າແລະອະທິດຖານເພື່ອຄົນທີ່ຂົ່ມເຫງພວກເຈົ້າ. ຖ້າເຮັດແນວນັ້ນ ພວກເຈົ້າກໍຈະເປັນລູກແທ້ໆຂອງພະເຈົ້າພໍ່ທີ່ຢູ່ໃນສະຫວັນ.”—ມັດທາຍ 5:44, 45