ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 30 ໜ້າ 212-220
  • ພວກ​ເຮົາ​ພ້ອມ​ແທ້ໆ​ບໍ​ສຳລັບ​ການ​ແຕ່ງ​ດອງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພວກ​ເຮົາ​ພ້ອມ​ແທ້ໆ​ບໍ​ສຳລັບ​ການ​ແຕ່ງ​ດອງ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເລື່ອງທີ່ຄ້າຍກັນ
  • “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື”
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 30 ໜ້າ 212-220

ບົດ​ທີ 30

ພວກ​ເຮົາ​ພ້ອມ​ແທ້ໆ ​ບໍ​ສຳລັບ​ການ​ແຕ່ງ​ດອງ?

ເຈົ້າ​ໄດ້​ພົບ​ກັບ​ຄົນ​ທີ່​ເຈົ້າ​ຢາກ​ແຕ່ງ​ດອງ​ນຳ ແລະ​ເຈົ້າ​ໄດ້​ຄົບຫາ​ກັນ​ດົນ​ພໍ​ສົມຄວນ​ຈົນ​ຮູ້​ວ່າ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ຮັກ. ວັນ​ແຕ່ງ​ດອງ​ທີ່​ມີ​ຄວາມ​ສຸກ​ໃກ້​ຈະ​ມາ​ຮອດ​ແລ້ວ. ຫຼື​ວ່າ​ຮອດ​ແລ້ວ​ບໍ? ການ​ຕັດສິນ​ໃຈ​ຢ່າງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເລີ່ມ​ຕົ້ນ​ຂຶ້ນ ເຈົ້າ​ເລີ່ມ​ສົງໄສ​ວ່າ . . .

ພວກ​ເຮົາ​ພ້ອມ​ແທ້ໆ ​ບໍ​ສຳລັບ​ການ​ແຕ່ງ​ດອງ?

ການ​ມີ​ຂໍ້​ສົງໄສ​ກ່ຽວ​ກັບ​ຊີວິດ​ແຕ່ງ​ດອງ​ເປັນ​ເລື່ອງ​ທຳມະດາ ແມ່ນ​ແຕ່​ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ຮັກ. ເນື່ອງ​ຈາກ​ຊີວິດ​ແຕ່ງ​ດອງ​ທີ່​ບໍ່​ມີ​ຄວາມ​ສຸກ​ມີ​ຢູ່​ມາກ​ມາຍ​ແລະ​ອັດຕາ​ການ​ຢ່າ​ຮ້າງ​ນັບ​ມື້​ນັບ​ສູງ​ຂຶ້ນ ດັ່ງ​ນັ້ນ​ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ​ເຈົ້າ​ຕ້ອງການ​ດຳເນີນ​ດ້ວຍ​ຄວາມ​ລະ​ມັດ​ລະວັງ​ໃນ​ຂະນະ​ທີ່​ເຈົ້າ​ຄິດ​ພິຈາລະນາ​ຂັ້ນ​ຕອນ​ໃນ​ການ​ປ່ຽນ​ແປງ​ຊີວິດ. ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈົ້າ​ພ້ອມ​ແລ້ວ​ສຳລັບ​ການ​ແຕ່ງ​ດອງ ຕອນ​ນີ້​ຍິ່ງ​ກວ່າ​ທີ່​ເຄີຍ​ເປັນ​ມາ ເຈົ້າ​ຈຳເປັນ​ຕ້ອງ​ລຶບ​ລ້າງ​ເລື່ອງ​ການ​ຝັນ​ຫວານ​ໃດໆກໍ​ຕາມ​ທີ່​ເຈົ້າ​ອາດ​ມີ​ໃນ​ເລື່ອງ​ຊີວິດ​ແຕ່ງ​ດອງ​ແລະ​ປ່ຽນ​ແທນ​ເລື່ອງ​ເຫຼົ່າ​ນັ້ນ​ຕາມ​ຄວາມ​ເປັນ​ຈິງ. ຕົວຢ່າງ​ເຊັ່ນ:

ຝັນ​ຫວານ​ທີ 1 “ເຮົາ​ສາມາດ​ຢູ່​ນຳ​ກັນ​ໄດ້​ໂດຍ​ອາໄສ​ແຕ່​ຄວາມ​ຮັກ.”

ຄວາມ​ເປັນ​ຈິງ ຄວາມ​ຮັກ​ຊຳລະ​ຄ່າ​ບິນ​ຕ່າງໆບໍ່​ໄດ້​ທັງ​ບໍ່​ໄດ້​ປົກ​ອັດ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ. ທີ່​ຈິງ​ແລ້ວ ນັກ​ຄົ້ນ​ຄວ້າ​ຄົ້ນ​ພົບ​ວ່າ​ເລື່ອງ​ເງິນ​ເປັນ​ບັນຫາ​ຫຼັກ​ຂອງ​ຄວາມ​ຂັດ​ແຍ່ງ​ໃນ​ຊີວິດ​ແຕ່ງ​ດອງ​ແລະ​ໃນ​ທີ່​ສຸດ​ກໍ​ຢ່າ​ຮ້າງ​ກັນ. ການ​ມີ​ທັດສະນະ​ທີ່​ບໍ່​ສົມດຸນ​ໃນ​ເລື່ອງ​ເງິນ​ສາມາດ​ສ້າງ​ຄວາມ​ເສຍຫາຍ​ທາງ​ດ້ານ​ຝ່າຍ​ວິນຍານ​ແລະ​ດ້ານ​ອາລົມ ແລະ​ສາມາດ​ຄ່ອຍໆທຳລາຍ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ຄູ່​ແຕ່ງ​ດອງ​ເທື່ອ​ລະ​ເລັກ​ລະ​ໜ້ອຍ. (1 ຕີໂມເຕ 6:9, 10) ບົດຮຽນ​ທີ່​ໄດ້​ແມ່ນ​ຫຍັງ? ຢ່າ​ລໍ​ຖ້າ​ຈົນ​ຮອດ​ພາຍ​ຫຼັງ ​ແຕ່ງ​ດອງ​ກັນ​ແລ້ວ​ຈຶ່ງ​ລົມ​ກັນ​ເລື່ອງ​ການ​ບໍລິຫານ​ເງິນ!

ຄຳພີ​ໄບເບິນ​ກ່າວ​ວ່າ: “ໃນ​ພວກ​ທ່ານ ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄຶດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ​ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື?”—ລືກາ 14:28.

ຄຳ​ແນະນຳ ໃຫ້​ລົມ​ກັນ​ໃນ​ເລື່ອງ​ການ​ບໍລິຫານ​ເງິນ​ໃນ​ອະນາຄົດ​ກັບ​ຜູ້​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ​ຕັ້ງ​ແຕ່​ດຽວ​ນີ້ ນັ້ນ​ຄື​ກ່ອນ ​ແຕ່ງ​ດອງ​ກັນ. (ສຸພາສິດ 13:10) ຂໍ​ໃຫ້​ພິຈາລະນາ​ຄຳຖາມ​ຕ່າງໆດັ່ງ​ຕໍ່​ໄປ​ນີ້ ເຮົາ​ຈະ​ຕັ້ງ​ງົບ​ປະມານ​ສຳລັບ​ລາຍ​ຮັບ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຈະ​ເປີດ​ບັນຊີ​ເງິນ​ຝາກ​ທະນາຄານ​ທີ່​ມີ​ຊື່​ຮ່ວມ​ກັນ​ຫຼື​ແຍກ​ເປັນ​ຄົນ​ລະ​ບັນຊີ? ຜູ້​ໃດ​ຈະ​ຊຳນານ​ຫຼາຍ​ກວ່າ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ທາງ​ດ້ານ​ການ​ເງິນ​ແລະ​ເບິ່ງ​ວ່າ​ມີ​ການ​ຊຳລະ​ຄ່າ​ບິນ​ຕ່າງໆ?a ຈຳນວນ​ເງິນ​ຫຼາຍ​ປານ​ໃດ​ທີ່​ເຮົາ​ແຕ່​ລະ​ຄົນ​ສາມາດ​ໃຊ້​ຈ່າຍ​ໄດ້​ໂດຍ​ບໍ່​ຕ້ອງ​ປຶກສາ​ກັບ​ອີກ​ຝ່າຍ​ໜຶ່ງ? ຕອນ​ນີ້​ຮອດ​ເວລາ​ແລ້ວ​ທີ່​ຈະ​ເລີ່ມ​ຕົ້ນ​ເຮັດ​ວຽກ​ຮ່ວມ​ກັນ​ເປັນ​ທີມ!—ຜູ້​ເທສະໜາ​ປ່າວ​ປະກາດ 4:9, 10.

ຝັນ​ຫວານ​ທີ 2 “ພວກ​ເຮົາ​ຈະ​ເປັນ​ຄູ່​ແຕ່ງ​ດອງ​ທີ່​ສົມບູນ​ແບບ​ເພາະ​ພວກ​ເຮົາ​ເຫັນ​ດີ​ນຳ​ກັນ​ໃນ​ທຸກ​ເລື່ອງ​ພວກ​ເຮົາ​ບໍ່​ເຄີຍ​ຂັດ​ແຍ່ງ​ກັນ!”

ຄວາມ​ເປັນ​ຈິງ ຖ້າ​ເຈົ້າ​ບໍ່​ເຄີຍ​ທີ່​ຈະ​ບໍ່​ເຫັນ​ດີ​ນຳ​ກັນ ອາດ​ເປັນ​ຍ້ອນ​ວ່າ​ພວກ​ເຈົ້າ​ສາມາດ​ຫຼີກ​ລ່ຽງ​ປະເດັນ​ຕ່າງໆຢ່າງ​ລະ​ມັດ​ລະວັງ​ທີ່​ອາດ​ກໍ່​ໃຫ້​ເກີດ​ການ​ຂັດ​ແຍ່ງ​ກັນ. ແຕ່​ເມື່ອ​ແຕ່ງ​ດອງ​ເຈົ້າ​ຈຳເປັນ​ຕ້ອງ​ປຶກສາ​ຫາ​ລື​ກັນ​ໃນ​ເລື່ອງ​ເຫຼົ່າ​ນັ້ນ! ຄວາມ​ຈິງ​ກໍ​ຄື​ວ່າ ບໍ່​ມີ​ຈັກ​ເທື່ອ ​ທີ່​ມະນຸດ​ສອງ​ຄົນ​ເຊິ່ງ​ບໍ່​ສົມບູນ​ແບບ​ຈະ​ກາຍ​ເປັນ​ຄູ່​ແຕ່ງ​ດອງ​ທີ່​ສົມບູນ​ແບບ ດັ່ງ​ນັ້ນ​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ​ໃນ​ລະດັບ​ໃດ​ໜຶ່ງ​ຈຶ່ງ​ເປັນ​ສິ່ງ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້. (ໂລມ 3:23; ຢາໂກໂບ 3:2) ເຈົ້າ​ບໍ່​ແມ່ນ​ຈະ​ຄິດ​ພຽງ​ແຕ່​ວ່າ​ພວກ​ເຈົ້າ​ເຫັນ​ດີ​ນຳ​ກັນ​ຫຼາຍ​ສ່ຳ​ໃດ ແຕ່​ຍັງ​ຕ້ອງ​ຄິດ​ວ່າ​ຈະ​ເປັນ​ແນວ​ໃດ​ເມື່ອ​ບໍ່​ເຫັນ​ດີ​ນຳ​ກັນ. ສາຍ​ສົມລົດ​ທີ່​ໜຽວແໜ້ນ​ປະກອບ​ດ້ວຍ​ຄົນ​ສອງ​ຄົນ​ທີ່​ເປີດ​ໃຈ​ຍອມ​ຮັບ​ເອົາ​ຄວາມ​ແຕກຕ່າງ ແລະ​ຈາກ​ນັ້ນ​ກໍ​ລົງ​ມື​ຈັດການ​ກັບ​ບັນຫາ​ແບບ​ຜູ້​ໃຫຍ່​ແລະ​ເຮັດ​ຢ່າງ​ສັນຕິ.

ຄຳພີ​ໄບເບິນ​ກ່າວ​ວ່າ: “ຢ່າ​ເຂົ້າ​ໄປ​ນອນ​ເມື່ອ​ຍັງ​ຮ້າຍ​ຢູ່.”—ເອເຟດ 4:26, ສະບັບ​ຄອນເທມໂພຣາຣີ ອິງລິດສ.

ຄຳ​ແນະນຳ ຕຶກຕອງ​ຢ່າງ​ຖີ່​ຖ້ວນ​ເຖິງ​ວິທີ​ທີ່​ເຈົ້າ​ຮັບ​ມື​ກັບ​ຄວາມ​ຂັດ​ແຍ່ງ​ກັນ​ກັບ​ພໍ່​ແມ່​ແລະ​ອ້າຍ​ເອື້ອຍ​ນ້ອງ​ຈົນ​ຮອດ​ດຽວ​ນີ້. ໃຫ້​ເຮັດ​ຕາ​ຕະລາງ​ທີ່​ຄ້າຍ​ກັບ​ຕາ​ຕະລາງ​ທີ່​ຢູ່​ໜ້າ 93 ຂອງ​ປຶ້ມ​ຫົວ​ນີ້ ຫຼື​ໃນ​ໜ້າ 221 ຂອງ​ເຫຼັ້ມ​ທີ​ສອງ. ໃຫ້​ບັນທຶກ​ເຫດການ​ທີ່​ສະເພາະ​ເຈາະ​ຈົງ​ທີ່​ເປັນ​ສາເຫດ​ຂອງ​ຄວາມ​ບໍ່​ເຫັນ​ດີ​ກັນ ແລະ​ການ​ຕອບ​ສະໜອງ​ແບບ​ໃດ​ທີ່​ອາດ​ດີ​ກວ່າ. ຕົວຢ່າງ​ເຊັ່ນ ຖ້າ​ການ​ຕອບ​ສະໜອງ​ທີ່​ໃຈ​ຮ້ອນ​ຂອງ​ເຈົ້າ​ຕໍ່​ກັບ​ຂໍ້​ຂັດ​ແຍ່ງ​ຄື​ການ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ຕົນ​ເອງ​ດ້ວຍ​ຄວາມ​ຄຽດ​ແລະ​ອັດ​ປະຕູ​ແຮງໆດ້ວຍ​ຄວາມ​ໃຈ​ຮ້າຍ ຂໍ​ໃຫ້​ຂຽນ​ການ​ຕອບ​ສະໜອງ​ໃນ​ແບບ​ທີ່​ດີ​ກວ່າ ນັ້ນ​ຄື​ການ​ຕອບ​ສະໜອງ​ທີ່​ຈະ​ໃຊ້​ໄດ້​ເພື່ອ​ແກ້​ບັນຫາ​ແທນ​ທີ່​ຈະ​ເຮັດ​ໃຫ້​ຮ້າຍແຮງ​ກວ່າ​ເກົ່າ. ຖ້າ​ຕອນ​ນີ້​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຕອບ​ສະໜອງ​ໃນ​ແບບ​ທີ່​ດີ​ກວ່າ​ຕໍ່​ກັບ​ຂໍ້​ຂັດ​ແຍ່ງ ເຈົ້າ​ຈະ​ຮຽນ​ຮູ້​ທັກສະ​ທີ່​ສຳຄັນ​ຫຼາຍ​ແທ້ໆທີ່​ນຳ​ໄປ​ສູ່​ຊີວິດ​ແຕ່ງ​ດອງ​ທີ່​ມີ​ຄວາມ​ສຸກ.

ຝັນ​ຫວານ​ທີ 3 “ເມື່ອ​ຂ້ອຍ​ແຕ່ງ​ດອງ​ແລ້ວ ຄວາມ​ປາຖະໜາ​ທາງ​ເພດ​ທຸກ​ຢ່າງ​ຂອງ​ຂ້ອຍ​ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ.”

ຄວາມ​ເປັນ​ຈິງ ການ​ແຕ່ງ​ດອງ​ບໍ່​ໄດ້ ​ຮັບປະກັນ​ວ່າ​ເຈົ້າ​ຈະ​ມີ​ເພດ​ສຳພັນ​ເມື່ອ​ໃດ​ກໍ​ໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄູ່​ແຕ່ງ​ດອງ​ຂອງ​ເຈົ້າ​ເປັນ​ມະນຸດ​ທີ່​ມີ​ຄວາມ​ຮູ້ສຶກ​ເຊິ່ງ​ເປັນ​ສິ່ງ​ທີ່​ຕ້ອງ ​ຄຳນຶງ​ເຖິງ. ເວົ້າ​ແບບ​ກົງໆ ຈະ​ມີ​ໄລຍະ​ເວລາ​ທີ່​ຄູ່​ຂອງ​ເຈົ້າ​ບໍ່​ມີ​ຄວາມ​ຮູ້ສຶກ​ທີ່​ຢາກ​ໃກ້​ຊິດ​ກັນ. ການ​ແຕ່ງ​ດອງ​ບໍ່​ໄດ້​ໃຫ້​ສິດ​ເຈົ້າ​ທີ່​ຈະ​ຮຽກ​ຮ້ອງ​ເອົາ​ວ່າ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ຕອບ​ສະໜອງ. (1 ໂກລິນໂທ 10:24) ຄວາມ​ຈິງ​ກໍ​ຄື ການ​ຄວບຄຸມ​ຕົວ​ເອງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທັງ​ໃນ​ຊີວິດ​ໂສດ​ແລະ ​ຊີວິດ​ແຕ່ງ​ດອງ.—ຄາລາຊີ 5:22, 23.

ຄຳພີ​ໄບເບິນ​ກ່າວ​ວ່າ: “ພວກ​ທ່ານ​ທຸກ​ຄົນ​ຕ້ອງ​ຮູ້ຈັກ​ຮັກສາ​ເຄື່ອງ​ອາການ​ແຫ່ງ​ຕົນ​ຕັ້ງ​ໄວ້​ຢູ່​ຕ່າງ​ຫາກ​ເປັນ​ບໍລິສຸດ​ແລະ​ໃນ​ຄວາມ​ນັບຖື ບໍ່​ໃຊ່​ໃນ​ຄວາມ​ຕັນຫາ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ.”—1 ເທຊະໂລນີກ 4:4, 5.

ຄຳ​ແນະນຳ ໃຫ້​ກວດ​ເບິ່ງ​ຄືນ​ຢ່າງ​ຖີ່​ຖ້ວນ​ໃນ​ເລື່ອງ​ຄວາມ​ປາຖະໜາ​ແລະ​ທ່າ​ອ່ຽງ​ທາງ​ເພດ​ຂອງ​ເຈົ້າ ແລະ​ໃຫ້​ຄິດ​ເບິ່ງ​ວ່າ​ສິ່ງ​ເຫຼົ່າ​ນີ້​ອາດ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຊີວິດ​ແຕ່ງ​ດອງ​ໃນ​ອະນາຄົດ. ຕົວຢ່າງ​ເຊັ່ນ ເຈົ້າ​ຕົກ​ເປັນ​ທາດ​ຂອງ​ນິດໄສ​ທີ່​ເຫັນ​ແກ່​ຕົວ​ໃນ​ເລື່ອງ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ຕົວ​ເອງ​ບໍ? ເຈົ້າ​ມີ​ນິດໄສ​ເບິ່ງ​ພາບ​ລາມົກ​ບໍ? ເຈົ້າ​ມີ​ຕາ​ລ໋ອກແລ໋ກ​ລັກ​ເບິ່ງ​ເພດ​ກົງ​ກັນ​ຂ້າມ​ດ້ວຍ​ຄວາມ​ລາຄະ​ຕັນຫາ​ບໍ? ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຖ້າ​ຂ້ອຍ​ມີ​ບັນຫາ​ໃນ​ການ​ຄວບຄຸມ​ຄວາມ​ປາຖະໜາ​ທາງ​ເພດ​ຂອງ​ຕົນ​ເອງ​ກ່ອນ​ແຕ່ງ​ດອງ ຂ້ອຍ​ຈະ​ສາມາດ​ຄວບຄຸມ​ມັນ​ໄດ້​ແນວ​ໃດ​ພາຍ​ຫຼັງ​ທີ່​ແຕ່ງ​ດອງ​ແລ້ວ?’ (ມັດທາຍ 5:27, 28) ອີກ​ເລື່ອງ​ໜຶ່ງ​ກໍ​ຄື ເຈົ້າ​ມີ​ທ່າ​ອ່ຽງ​ທີ່​ຈະ​ມັກ​ຄົບຫາ​ແບບ​ຫຼິ້ນໆແລະ​ຄົບຫາ​ຫຼາຍໆຄົນ​ພ້ອມ​ກັນ ແລະ​ມີ​ຊື່ສຽງ​ວ່າ​ເປັນ​ເສືອ​ຜູ້​ຍິງ​ຫຼື​ມັກ​ກ້ຽວ​ຫາ​ຜູ້​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຈະ​ຈຳກັດ​ທ່າ​ອ່ຽງ​ນັ້ນ​ແນວ​ໃດ​ພາຍ​ຫຼັງ​ທີ່​ແຕ່ງ​ດອງ​ແລ້ວ ເພາະ​ຄວາມ​ຮັກ​ໄຄ່​ຂອງ​ເຈົ້າ​ຕ້ອງ​ເລັງ​ໃສ່​ພຽງ​ຄົນ​ດຽວ ນັ້ນ​ຄື​ຄູ່​ແຕ່ງ​ດອງ​ຂອງ​ເຈົ້າ?—ສຸພາສິດ 5:15-17.

ຝັນ​ຫວານ​ທີ 4 “ການ​ແຕ່ງ​ດອງ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ.”

ຄວາມ​ເປັນ​ຈິງ ປົກກະຕິ​ແລ້ວ​ເມື່ອ​ເປັນ​ຄົນ​ໂສດ​ທີ່​ບໍ່​ມີ​ຄວາມ​ສຸກ​ກັບ​ຊີວິດ ເມື່ອ​ແຕ່ງ​ດອງ​ແລ້ວ​ກໍ​ຈະ​ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ສຸກ​ກັບ​ຊີວິດ​ຄື​ກັນ. ເພາະ​ເຫດ​ໃດ? ເພາະ​ວ່າ​ຄວາມ​ສຸກ​ຂຶ້ນ​ກັບ​ວິທີ​ທີ່​ຄົນ​ເຮົາ​ເບິ່ງ​ຊີວິດ​ຫຼາຍ​ກວ່າ​ວິທີ​ທີ່​ຄົນ​ເຮົາ​ເບິ່ງ​ສະພາບການ​ທີ່​ຢູ່​ອ້ອມ​ຂ້າງ​ຕົວ. (ສຸພາສິດ 15:15) ຜູ້​ທີ່​ມີ​ທ່າ​ອ່ຽງ​ທີ່​ຈະ​ເບິ່ງ​ທຸກ​ຢ່າງ​ໃນ​ຊີວິດ​ໃນ​ແງ່​ລົບ​ເລັງ​ໃສ່​ໃນ​ສິ່ງ​ທີ່​ຂາດ​ຫາຍ​ໄປ​ໃນ​ສາຍ​ສຳພັນ​ແທນ​ທີ່​ຈະ​ເລັງ​ໃສ່​ໃນ​ສິ່ງ​ທີ່​ມີ​ຢູ່​ແລ້ວ. ມັນ​ຈະ​ດີ​ກວ່າ​ຫຼາຍ​ທີ່​ຈະ​ພັດທະນາ​ແລະ​ຮັກສາ​ທັດສະນະ​ໃນ​ແງ່​ບວກ​ຕອນ​ທີ່​ຍັງ​ເປັນ​ໂສດ. ສະນັ້ນ ເມື່ອ​ແຕ່ງ​ດອງ​ແລ້ວ​ເຈົ້າ​ຈະ​ເຮັດ​ໃຫ້​ຄຸນສົມບັດ​ທີ່​ດີ​ທີ່​ສຸດ​ຂອງ​ຕົນ​ເອງ​ແລະ​ຂອງ​ຄູ່​ແຕ່ງ​ດອງ​ສະແດງ​ອອກ​ມາ.

ຄຳພີ​ໄບເບິນ​ກ່າວ​ວ່າ: “ສິ່ງ​ຂອງ​ທີ່​ຕາ​ເຫັນ​ກໍ​ດີ​ກວ່າ​ຄວາມ​ຄຶດ​ຢາກ​ໄດ້​ຢ່າງ​ນີ້​ຢ່າງ​ນັ້ນ.”—ຜູ້​ເທສະໜາ​ປ່າວ​ປະກາດ 6:9.

ຄຳ​ແນະນຳ ບາງ​ເທື່ອ​ການ​ມີ​ທັດສະນະ​ໃນ​ແງ່​ລົບ​ມາ​ຈາກ​ການ​ຄາດ​ຫວັງ​ທີ່​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິງ. ໃນ​ເຈ້ຍ​ຕ່າງ​ຫາກ ໃຫ້​ຂຽນ​ຄວາມ​ຄາດ​ຫວັງ​ສອງ​ຫຼື​ສາມ​ຢ່າງ​ທີ່​ເຈົ້າ​ມີ​ໃນ​ຊີວິດ​ແຕ່ງ​ດອງ. ໃຫ້​ອ່ານ​ຄວາມ​ຄາດ​ຫວັງ​ນັ້ນ ແລະ​ຈາກ​ນັ້ນ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຄວາມ​ຄາດ​ຫວັງ​ຂອງ​ຂ້ອຍ​ອີງ​ໃສ່​ຄວາມ​ເພີ້​ຝັນ​ຫຼາຍ​ກວ່າ​ຄວາມ​ເປັນ​ຈິງ​ບໍ? ຄວາມ​ຄາດ​ຫວັງ​ຂອງ​ຂ້ອຍ​ໄດ້​ຮັບ​ອິດທິພົນ​ຈາກ​ສື່​ມວນ​ຊົນ ບາງ​ເທື່ອ​ຈາກ​ພາບພະຍົນ​ຫຼື​ປຶ້ມ​ເລື່ອງ​ຄວາມ​ຮັກ​ທີ່​ຝັນ​ຫວານ​ບໍ? ຄວາມ​ຄາດ​ຫວັງ​ຕ່າງໆຂອງ​ຂ້ອຍ​ເລັງ​ໃສ່​ສິ່ງ​ທີ່​ການ​ແຕ່ງ​ດອງ​ຈະ​ສະໜອງ​ໃຫ້​ຂ້ອຍ ບາງ​ເທື່ອ​ເພື່ອ​ແກ້ໄຂ​ຄວາມ​ເປົ່າ​ປ່ຽວ​ຂັ້ນ​ຮ້າຍແຮງ​ຂອງ​ຂ້ອຍ ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ໃຫ້​ຂ້ອຍ ຍົກ​ລະດັບ​ສະຖານະ​ພາບ​ຂອງ​ຂ້ອຍ ​ທ່າມກາງ​ໝູ່​ເພື່ອນ​ໄວ​ດຽວ​ກັນ​ບໍ?’ ຖ້າ​ເປັນ​ເຊັ່ນ​ນັ້ນ​ເຈົ້າ​ຈຳເປັນ​ຕ້ອງ​ປ່ຽນ​ຄວາມ​ຄິດ​ທີ່​ວ່າ​ຄິດ​ເຖິງ​ແຕ່ “ຕົວ​ເອງ” ໄປ​ເປັນ​ການ​ຄິດ​ເຖິງ “ຄູ່” ຂອງ​ເຈົ້າ​ນຳ. ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ເຊັ່ນ​ນັ້ນ ໃຫ້​ຂຽນ​ຄວາມ​ຄາດ​ຫວັງ​ສອງ​ຫຼື​ສາມ​ຢ່າງ​ໃນ​ຊີວິດ​ແຕ່ງ​ດອງ​ທີ່​ກ່ຽວ​ຂ້ອງ​ກັບ​ເຈົ້າ​ແລະ ​ຄູ່​ຂອງ​ເຈົ້າ​ໃນ​ອະນາຄົດ.

ການ​ຝັນ​ຫວານ​ເລື່ອງ​ຊີວິດ​ແຕ່ງ​ດອງ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ​ສາມາດ​ສົ່ງ​ຜົນ​ກະທົບ​ໃນ​ທາງ​ທີ່​ບໍ່​ດີ​ຕໍ່​ກັບ​ຄວາມ​ສຸກ​ຂອງ​ເຈົ້າ​ໃນ​ຊີວິດ​ແຕ່ງ​ດອງ. ດັ່ງ​ນັ້ນ ຈົ່ງ​ພະຍາຍາມ​ທີ່​ຈະ​ກຳຈັດ​ຄວາມ​ຄິດ​ເຊັ່ນ​ນັ້ນ​ແລະ​ປ່ຽນ​ແທນ​ດ້ວຍ​ທັດສະນະ​ທີ່​ເປັນ​ຈິງ. ໃນ​ໜ້າ​ທີ 216 ແລະ 217 ສາມາດ​ຊ່ວຍ​ເຈົ້າ​ແລະ​ຜູ້​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ເຈົ້າ​ໃນ​ອະນາຄົດ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ກຳລັງ​ຄອຍ​ຖ້າ​ໃນ​ສິ່ງ​ທີ່​ເປັນ​ພະ​ພອນ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໃນ​ຊີວິດ ນັ້ນ​ຄື​ຊີວິດ​ແຕ່ງ​ດອງ​ທີ່​ມີ​ຄວາມ​ສຸກ!—ພະບັນຍັດ 24:5; ສຸພາສິດ 5:18.

ໃນ​ບົດ​ຕໍ່​ໄປ

ການ​ຍຸດຕິ​ສາຍ​ສຳພັນ​ເປັນ​ຄື​ກັບ​ການ​ຕາຍ​ສ່ວນ​ໜຶ່ງ​ແລ້ວ. ເຈົ້າ​ຈະ​ຮັບ​ມື​ແນວ​ໃດ​ກັບ​ຜົນ​ທີ່​ຕາມ​ມາ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ມີ​ການ​ສະແດງ​ໃຫ້​ເຫັນ​ວ່າ ‘ເມຍ​ທີ່​ດີ’ ທີ່​ກ່າວ​ເຖິງ​ໃນ​ພະທຳ​ສຸພາສິດ 31:10-28 ເບິ່ງ​ແຍງ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ທີ່​ສຳຄັນ​ເຊິ່ງ​ຄ້ຳ​ຊູ​ເລື່ອງ​ການ​ເງິນ​ຂອງ​ຄອບຄົວ​ໂດຍ​ກົງ. ຂໍ​ໃຫ້​ເບິ່ງ​ຂໍ້​ທີ 13, 14, 16, 18 ແລະ 24.

ຂໍ້​ພະ​ຄຳພີ​ຫຼັກ

“ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.”—ຕົ້ນເດີມ 2:24.

ຄຳ​ແນະນຳ

ໃຫ້​ລົມ​ກັບ​ຄູ່​ຜົວ​ເມຍ​ທີ່​ສູງ​ອາຍຸ ແລະ​ຂໍ​ຄຳ​ແນະນຳ​ຈາກ​ພວກ​ເພິ່ນ​ເພື່ອ​ວ່າ​ຄູ່​ຜົວ​ເມຍ​ໃໝ່​ຈະ​ມີ​ຊີວິດ​ແຕ່ງ​ດອງ​ທີ່​ປະສົບ​ຜົນ​ສຳເລັດ.—ສຸພາສິດ 27:17.

ເຈົ້າ​ຮູ້​ບໍ . . .?

ໃນ​ຊີວິດ​ແຕ່ງ​ດອງ​ທີ່​ປະສົບ​ຜົນ​ສຳເລັດ ຜົວ​ແລະ​ເມຍ​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ໝູ່​ກັນ ສື່​ຄວາມ​ກັນ​ຈະ​ແຈ້ງ ຮູ້​ວິທີ​ແກ້ໄຂ​ຂໍ້​ຂັດ​ແຍ່ງ ແລະ​ຖື​ວ່າ​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ເປັນ​ການ​ຜູກ​ພັນ​ຕະຫຼອດ​ໄປ.

ແຜນ​ພາກ​ປະຕິບັດ!

ຈຸດ​ພິເສດ​ທີ່​ຂ້ອຍ​ຈະ​ແກ້ໄຂ​ໃນ​ຕອນ​ນີ້​ເພື່ອ​ຊ່ວຍ​ເສີມ​ສ້າງ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ຄູ່​ຄອງ​ໃນ​ອະນາຄົດ​ແມ່ນ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ໃນ​ບາງ​ດິນແດນ ຊີວິດ​ແຕ່ງ​ດອງ​ຈຳນວນ​ຫຼາຍ​ຈົບ​ລົງ​ດ້ວຍ​ການ​ຢ່າ​ຮ້າງ. ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

• ມີ​ອັນຕະລາຍ​ອັນ​ໃດ​ທີ່​ແຕ່ງ​ດອງ​ກັນ​ພຽງ​ເພື່ອ​ຫຼີກ​ໜີ​ຊີວິດ​ໃນ​ເຮືອນ​ທີ່​ບໍ່​ມີ​ຄວາມ​ສຸກ?

• ເປັນ​ຫຍັງ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ປະຕິບັດ​ຕາມ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ໃນ​ເລື່ອງ​ຊີວິດ​ແຕ່ງ​ດອງ​ໃນ​ອະນາຄົດ?

[ຈຸດເດັ່ນໜ້າ 220]

“ການ​ແຕ່ງ​ດອງ​ເປັນ​ບາດ​ກ້າວ​ທີ່​ສຳຄັນ. ເປັນ​ສິ່ງ​ສຳຄັນ​ບໍ່​ແມ່ນ​ພຽງ​ແຕ່​ຮູ້​ວ່າ​ເຈົ້າ​ກຳລັງ​ກ້າວ​ເຂົ້າ​ໄປ​ສູ່​ສິ່ງ​ໃດ​ແຕ່​ວ່າ​ເຈົ້າ​ກຳລັງ​ກ້າວ​ເຂົ້າ​ໄປ​ກັບ​ຜູ້​ໃດ.”—ນາງ ອໍດຣາ

[ກອບ/ຮູບ​ພາບ​ໜ້າ 216, 217]

ແບບ​ສອບ​ຖາມ

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ແຕ່ງ​ດອງ?

ຂໍ​ໃຫ້​ພິຈາລະນາ​ຄຳຖາມ​ຕ່າງໆທີ່​ຢູ່​ໃນ​ສອງ​ໜ້າ​ຕໍ່​ໄປ​ນີ້. ເຈົ້າ​ອາດ​ແມ່ນ​ແຕ່​ໃຊ້​ສິ່ງ​ທີ່​ຢູ່​ໃນ​ໜ້າ​ເຫຼົ່າ​ນັ້ນ​ເພື່ອ​ເປັນ​ພື້ນຖານ​ສຳລັບ​ການ​ສົນທະນາ​ລະຫວ່າງ​ເຈົ້າ​ແລະ​ຜູ້​ທີ່​ຈະ​ເປັນ​ຄູ່​ຂອງ​ເຈົ້າ​ໃນ​ອະນາຄົດ. ຢ່າ​ລືມ​ທີ່​ຈະ​ເບິ່ງ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ອ້າງ​ເຖິງ.

ເລື່ອງ​ການ​ເງິນ

◻ ທັດສະນະ​ຂອງ​ເຈົ້າ​ເປັນ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ເງິນ?—ເຫບເລີ 13:5, 6.

◻ ໃນ​ທາງ​ໃດ​ແດ່​ທີ່​ເຈົ້າ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຕົວ​ເອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ການ​ເງິນ​ແລ້ວ?—ມັດທາຍ 6:19-21.

◻ ໃນ​ຂະນະ​ນີ້​ເຈົ້າ​ຕິດ​ໜີ້​ຢູ່​ບໍ? ຖ້າ​ແມ່ນ ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ເຈົ້າ​ກຳລັງ​ເຮັດ​ເພື່ອ​ໄຊ້​ໜີ້​ນັ້ນ?—ສຸພາສິດ 22:7.

◻ ຄ່າ​ໃຊ້​ຈ່າຍ​ສຳລັບ​ການ​ແຕ່ງ​ດອງ​ຈະ​ໝົດ​ເທົ່າ​ໃດ? ຖ້າ​ຕ້ອງ​ຕິດ​ໜີ້ ຈະ​ຕິດ​ໜີ້​ຫຼາຍ​ສຳ​ໃດ​ຈຶ່ງ​ຈະ​ສົມ​ເຫດ​ສົມ​ຜົນ?—ລືກາ 14:28.

◻ ຫຼັງ​ຈາກ​ທີ່​ແຕ່ງ​ດອງ​ແລ້ວ ທັງ​ເຈົ້າ​ແລະ​ຄູ່​ຂອງ​ເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ວຽກ​ບໍ? ຖ້າ​ຕ້ອງ​ເຮັດ ເຈົ້າ​ຈະ​ເຮັດ​ແນວ​ໃດ​ກັບ​ຕາ​ຕະລາງ​ທີ່​ແຕກຕ່າງ​ກັນ​ແລະ​ຄວາມ​ຈຳເປັນ​ໃນ​ການ​ເດີນ​ທາງ​ໄປ​ມາ?—ສຸພາສິດ 15:22.

◻ ເຈົ້າ​ແລະ​ຄູ່​ຂອງ​ເຈົ້າ​ຈະ​ຢູ່​ໃສ? ຄ່າ​ເຊົ່າ​ເຮືອນ ຄ່າ​ຂອງ​ກິນ ຄ່າ​ເຄື່ອງ​ນຸ່ງ ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆຈະ​ຕົກ​ເປັນ​ເງິນ​ຫຼາຍ​ປານ​ໃດ ແລະ​ຈະ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ນັ້ນ​ແນວ​ໃດ?—ສຸພາສິດ 24:27.

ເລື່ອງ​ຄອບຄົວ

◻ ເຈົ້າ​ເຂົ້າ​ກັນ​ໄດ້​ດີ​ສ່ຳ​ໃດ​ກັບ​ພໍ່​ແມ່​ແລະ​ອ້າຍ​ເອື້ອຍ​ນ້ອງ?—ອົບພະຍົບ 20:12; ໂລມ 12:18.

◻ ໃນ​ຂະນະ​ນີ້​ເຈົ້າ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ຢູ່​ເຮືອນ​ແນວ​ໃດ?—ໂກໂລດ 3:13.

◻ ຖ້າ​ເຈົ້າ​ເປັນ​ຍິງ​ສາວ ໃນ​ທາງ​ໃດ​ແດ່​ທີ່​ເຈົ້າ​ສະແດງ​ຕົວ​ວ່າ​ເປັນ​ຄົນ “ສະຫງົບ​ສະຫງ່ຽມ​ແລະ​ອ່ອນ​ໂຍນ”?—1 ເປໂຕ 3:4, ລ.ມ.

◻ ເຈົ້າ​ວາງ​ແຜນ​ວ່າ​ຈະ​ເອົາ​ລູກ​ບໍ? (ຄຳເພງ 127:3) ຖ້າ​ບໍ່​ເອົາ ເຈົ້າ​ຈະ​ໃຊ້​ການ​ຄຸມ​ກຳເນີດ​ແບບ​ໃດ?

◻ ຖ້າ​ເຈົ້າ​ເປັນ​ຊາຍ​ໜຸ່ມ ເຈົ້າ​ຈະ​ວາງ​ແຜນ​ແນວ​ໃດ​ໃນ​ການ​ນຳ​ໜ້າ​ເພື່ອ​ຈັດ​ຕຽມ​ສິ່ງ​ຝ່າຍ​ວິນຍານ​ສຳລັບ​ຄອບຄົວ?—ມັດທາຍ 5:3.

ນິດໄສ​ສະເພາະ​ຕົວ

◻ ໃນ​ທາງ​ໃດ​ແດ່​ທີ່​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຕົວ​ເອງ​ເປັນ​ຄົນ​ດຸ​ໝັ່ນ?—ສຸພາສິດ 6:9-11; 31:17, 19, 21, 22, 27.

◻ ເຈົ້າ​ສະແດງ​ນ້ຳໃຈ​ເສຍ​ສະລະ​ຕົວ​ເອງ​ຄື​ແນວ​ໃດ?—ຟີລິບ 2:4.

◻ ຖ້າ​ເຈົ້າ​ເປັນ​ຊາຍ​ໜຸ່ມ ໃນ​ທາງ​ໃດ​ແດ່​ທີ່​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ສາມາດ​ໃຊ້​ສິດ​ອຳນາດ​ໃນ​ແບບ​ທີ່​ພະ​ຄລິດ​ໃຊ້?—ເອເຟດ 5:25, 28, 29.

◻ ຖ້າ​ເຈົ້າ​ເປັນ​ຍິງ​ສາວ ມີ​ຂໍ້​ພິສູດ​ຫຍັງ​ແດ່​ທີ່​ວ່າ​ເຈົ້າ​ຍອມ​ຢູ່​ໃຕ້​ອຳນາດ?—ເອເຟດ 5:22-24.

[ຮູບ​ພາບ​ໜ້າ 219]

ຢ່າ​ຟ້າວຟັ່ງ​ກ້າວ​ເຂົ້າ​ສູ່​ຊີວິດ​ແຕ່ງ​ດອງ​ຄື​ກັບ​ການ​ຢ່າ​ຟ້າວ​ໂດດ​ລົງ “ນ້ຳ” ເມື່ອ​ທຳອິດ​ບໍ່​ຮູ້​ວ່າ​ມີ​ຫຍັງ​ຢູ່​ໃນ​ນ້ຳ​ນັ້ນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌