ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສລ study 3 ໜ້າ 8-9
  • ລາຫາບ​ເຊື່ອ​ໃນ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລາຫາບ​ເຊື່ອ​ໃນ​ພະ​ເຢໂຫວາ
  • ສອນລູກໃຫ້ເປັນຄົນດີ
  • ເລື່ອງທີ່ຄ້າຍກັນ
  • ຣາຮາບ​ເຊື່ອງ​ຜູ້​ສອດແນມ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ລາຫາບເຊື່ອງຜູ້ສອດແນມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ກຳແພງເມືອງເຢລິໂກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ສອນລູກໃຫ້ເປັນຄົນດີ
ສລ study 3 ໜ້າ 8-9
ລາຫາບ​ຂຶ້ນ​ໄປ​ເທິງ​ດາດ​ຟ້າ​ທີ່​ມີ​ຄົນ​ສອດແນມ​ລີ້​ຢູ່

ບົດຮຽນ 3

ລາຫາບ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ

ສົມມຸດ​ວ່າ​ເຮົາ​ອາໄສ​ຢູ່​ເມືອງ​ເຢລິໂກ​ທີ່​ຕັ້ງ​ຢູ່​ໃນ​ແຜ່ນດິນ​ການາອານ. ປະຊາຊົນ​ໃນ​ເມືອງ​ນີ້​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ຜູ້​ຍິງ​ທີ່​ຊື່​ລາຫາບ​ກໍ​ອາໄສ​ຢູ່​ໃນ​ເມືອງ​ນີ້.

ຕອນ​ທີ່​ລາຫາບ​ຍັງ​ນ້ອຍ ລາວ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢໂຫວາ​ໃຊ້​ໂມເຊ​ໃຫ້​ແຍກ​ນ້ຳ​ທະເລ​ແດງ​ອອກ​ຈາກ​ກັນ​ແລະ​ນຳ​ພາ​ຊາວ​ອິດສະລາແອນ​ອອກ​ຈາກ​ເອຢິບ. ລາວ​ຍັງ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ສັດຕູ​ໃນ​ສົງຄາມ​ຕ່າງໆ. ບັດ​ນີ້​ລາວ​ໄດ້​ຍິນ​ວ່າ​ຊາວ​ອິດສະລາແອນ​ມາ​ຕັ້ງ​ຄ້າຍ​ຢູ່​ໃກ້ໆ​ເມືອງ​ເຢລິໂກ!

ລາຫາບ​ປົກ​ປ້ອງ​ພວກ​ຜູ້​ສອດແນມ​ເພາະ​ລາວ​ເຊື່ອ​ໃນ​ພະ​ເຢໂຫວາ

ຕອນ​ແລງ​ມື້​ໜຶ່ງ ຊາຍ​ອິດສະລາແອນ​ສອງ​ຄົນ​ໄດ້​ລັກ​ເຂົ້າ​ໄປ​ເບິ່ງ​ເມືອງ​ເຢລິໂກ ເຂົາ​ເຈົ້າ​ຈຶ່ງ​ພາ​ກັນ​ໄປ​ເຮືອນ​ຂອງ​ລາຫາບ. ລາຫາບ​ຊວນ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ເຮືອນ​ແລະ​ໃຫ້​ພັກ​ເຊົາ​ຢູ່​ນຳ​ລາວ. ໃນ​ຕອນ​ກາງຄືນ ກະສັດ​ໄດ້​ຮູ້​ວ່າ​ຜູ້​ສອດແນມ​ຢູ່​ໃນ​ເມືອງ​ແລະ​ໄປ​ທີ່​ເຮືອນ​ຂອງ​ລາຫາບ. ກະສັດ​ຈຶ່ງ​ສົ່ງ​ທະຫານ​ໃຫ້​ໄປ​ຈັບ​ເຂົາ​ເຈົ້າ. ລາຫາບ​ໄດ້​ເຊື່ອງ​ຜູ້​ຊາຍ​ສອງ​ຄົນ​ນັ້ນ​ໄວ້​ຢູ່​ເທິງ​ດາດ​ຟ້າ ແລະ​ເວົ້າ​ກັບ​ທະຫານ​ວ່າ: ‘ຜູ້​ສອດແນມ​ໄດ້​ມາ​ນີ້​ແທ້ ແຕ່​ອອກ​ຈາກ​ເມືອງ​ໄປ​ແລ້ວ. ຖ້າ​ນຳ​ໄປ​ຕອນ​ນີ້​ພວກ​ທ່ານ​ຈະ​ທັນ​ເຂົາ​ເຈົ້າ!’ ລູກ​ບອກ​ໄດ້​ບໍ​ວ່າ​ເປັນ​ຫຍັງ​ລາຫາບ​ຈຶ່ງ​ຊ່ວຍ​ຊີວິດ​ຜູ້​ສອດແນມ?— ເພາະ​ລາຫາບ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ພະອົງ​ຈະ​ມອບ​ແຜ່ນດິນ​ການາອານ​ໃຫ້​ແກ່​ຊາວ​ອິດສະລາແອນ.

ກ່ອນ​ທີ່​ຜູ້​ສອດແນມ​ຈະ​ອອກ​ຈາກ​ເຮືອນ​ຂອງ​ລາຫາບ ເຂົາ​ເຈົ້າ​ຈຶ່ງ​ສັນຍາ​ວ່າ​ລາຫາບ​ແລະ​ຄອບຄົວ​ຈະ​ປອດໄພ​ເມື່ອ​ເມືອງ​ເຢລິໂກ​ຖືກ​ທຳລາຍ. ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ບອກ​ລາຫາບ​ໃຫ້​ເຮັດ​ຫຍັງ?— ເຂົາ​ເຈົ້າ​ບອກ​ວ່າ: ‘ໃຫ້​ເອົາ​ສາຍ​ເຊືອກ​ສີ​ແດງ​ເສັ້ນ​ນີ້​ຢ່ອນ​ລົງ​ທາງ​ປ່ອງ​ຢ້ຽມ. ຖ້າ​ເຮັດ​ຕາມ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ປອດໄພ.’ ລາຫາບ​ກໍ​ເຮັດ​ຕາມ​ນັ້ນ. ລູກ​ຄຶດ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ?—

ເຊືອກ​ເສັ້ນ​ສີ​ແດງ​ຢ່ອນ​ລົງ​ປ່ອງ​ຢ້ຽມ​ຂອງ​ລາຫາບ​ທີ່​ກຳແພງ​ເມືອງ​ເຢລິໂກ

ພະ​ເຢໂຫວາ​ຊ່ວຍ​ຊີວິດ​ຂອງ​ລາຫາບ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ລາວ

ບໍ່​ເທົ່າ​ໃດ​ມື້​ຕໍ່​ຈາກ​ນັ້ນ ຊາວ​ອິດສະລາແອນ​ໄດ້​ຍ່າງ​ອ້ອມ​ເມືອງ​ເຢລິໂກ​ຢ່າງ​ງຽບໆ. ເຂົາ​ເຈົ້າ​ຍ່າງ​ອ້ອມ​ເມືອງ​ເປັນ​ເວລາ​ຫົກ​ມື້ ມື້​ລະ​ຮອບ ແຕ່​ໃນ​ມື້​ທີ​ເຈັດ​ເຂົາ​ເຈົ້າ​ໄດ້​ຍ່າງ​ອ້ອມ​ເມືອງ​ຮອດ​ເຈັດ​ຮອບ. ຈາກ​ນັ້ນ​ທຸກ​ຄົນ​ກໍ​ພາ​ກັນ​ຮ້ອງ​ສຽງ​ດັງໆ. ພະ​ເຢໂຫວາ​ເຮັດ​ໃຫ້​ກຳແພງ​ອ້ອມ​ເມືອງ​ເຈື່ອນ​ລົງ. ແຕ່​ເຮືອນ​ທີ່​ມີ​ສາຍ​ເຊືອກ​ສີ​ແດງ​ຢ່ອນ​ລົງ​ທາງ​ປ່ອງ​ຢ້ຽມ​ບໍ່​ໄດ້​ຖືກ​ທຳລາຍ! ລູກ​ເຫັນ​ໃນ​ຮູບ​ບໍ?— ລາຫາບ​ແລະ​ຄອບຄົວ​ປອດໄພ!

ລູກ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ຂອງ​ລາຫາບ?— ລາຫາບ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ເພາະ​ລາວ​ໄດ້​ຮຽນ​ຮູ້​ຈາກ​ສິ່ງ​ຕ່າງໆ​ທີ່​ໜ້າ​ງຶດງໍ້​ທີ່​ພະອົງ​ໄດ້​ເຮັດ. ລູກ​ກໍ​ເຊັ່ນ​ກັນ​ກຳລັງ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ໜ້າ​ງຶດງໍ້​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ. ລູກ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແບບ​ລາຫາບ​ບໍ?— ພໍ່ (ແມ່) ຮູ້​ວ່າ​ລູກ​ມີ​ຄວາມ​ເຊື່ອ​ແບບ​ນັ້ນ!

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ

  • ໂຢຊວຍ 2:1-24; 6:1-5, 14, 15, 20-25

  • ເຫບເລີ 11:31

ຄຳຖາມ:

  • ຕອນ​ທີ່​ຍັງ​ນ້ອຍ ລາຫາບ​ໄດ້​ຍິນ​ເລື່ອງ​ຫຍັງ?

  • ລາຫາບ​ຊ່ວຍ​ຊີວິດ​ຜູ້​ສອດແນມ​ຊາວ​ອິດສະລາແອນ​ແນວ​ໃດ? ເປັນ​ຫຍັງ​ລາວ​ຈຶ່ງ​ຊ່ວຍ​ເຂົາ​ເຈົ້າ?

  • ຜູ້​ສອດແນມ​ສັນຍາ​ເລື່ອງ​ຫຍັງ​ກັບ​ລາຫາບ?

  • ລູກ​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ຂອງ​ລາຫາບ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌