ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 8 ໜ້າ 11
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ລາຫາບເຊື່ອງຜູ້ສອດແນມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ລາຫາບ​ເຊື່ອ​ໃນ​ພະ​ເຢໂຫວາ
    ສອນລູກໃຫ້ເປັນຄົນດີ
  • ຣາຮາບ​ເຊື່ອງ​ຜູ້​ສອດແນມ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 8 ໜ້າ 11
ໂຢຊວຍໂຫ່ຮ້ອງສຽງດັງໃນສົງຄາມໃນຂະນະທີ່ເປົ່າແກ

ໝວດ 8

ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ

ໂຢຊວຍ​ນຳ​ພາ​ຊາວ​ອິດສະລາແອນ​ໃນ​ການ​ພິຊິດ​ແຜ່ນດິນ​ການາອານ. ພະ​ເຢໂຫວາ​ປະທານ​ກຳລັງ​ແກ່​ພວກ​ຜູ້ຕັດສິນ​ເພື່ອ​ຊ່ອຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່

ຫຼາຍ​ຮ້ອຍ​ປີ​ກ່ອນ​ທີ່​ຊາວ​ອິດສະລາແອນ​ຈະ​ເຂົ້າ​ສູ່​ແຜ່ນດິນ​ການາອານ ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ປະທານ​ແຜ່ນດິນ​ນັ້ນ​ໃຫ້​ກັບ​ລູກ​ຫຼານ​ຂອງ​ອັບລາຫາມ. ຕອນ​ນີ້​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ໂຢຊວຍ​ຊາວ​ອິດສະລາແອນ​ພ້ອມ​ຈະ​ຄອບຄອງ​ແຜ່ນດິນ​ນັ້ນ​ຕາມ​ທີ່​ສັນຍາ​ໄວ້​ແລ້ວ.

ພະເຈົ້າ​ຕັດສິນ​ວ່າ​ພວກ​ການາອານ​ສົມຄວນ​ກັບ​ການ​ທຳລາຍ​ລ້າງ. ພວກ​ເຂົາ​ໄດ້​ເຮັດ​ໃຫ້​ແຜ່ນດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ກິດ​ປະຕິບັດ​ທາງ​ເພດ​ທີ່​ເສື່ອມຊາມ​ຫຼາຍ​ທີ່​ສຸດ ພ້ອມ​ທັງ​ຄວາມ​ປ່າ​ເຖື່ອນ​ແບບ​ນອງ​ເລືອດ. ດັ່ງ​ນັ້ນ​ແຜ່ນດິນ​ການາອານ​ທີ່​ຊາວ​ອິດສະລາແອນ​ໄດ້​ພິຊິດ​ຈຶ່ງ​ໄດ້​ຖືກ​ທຳລາຍ​ຢ່າງ​ສິ້ນ​ເຊີງ.

ແນວ​ໃດ​ກໍ​ຕາມ ກ່ອນ​ເຂົ້າ​ສູ່​ແຜ່ນດິນ​ນັ້ນ​ໂຢຊວຍ​ໄດ້​ສົ່ງ​ຄົນ​ສອດແນມ​ອອກ​ໄປ​ສອງ​ຄົນ ເຊິ່ງ​ໄດ້​ພັກ​ເຊົາ​ກັບ​ຜູ້​ຍິງ​ທີ່​ຊື່​ວ່າ​ລາຫາບ​ໃນ​ເມືອງ​ເຢລິໂກ. ລາວ​ຕ້ອນຮັບ​ຄົນ​ສອດແນມ​ໄວ້​ໃນ​ເຮືອນ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ເຖິງ​ແມ່ນ​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຊາວ​ອິດສະລາແອນ. ລາຫາບ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ຂອງ​ຊາວ​ອິດສະລາແອນ ຍ້ອນ​ເຄີຍ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢໂຫວາ​ຊ່ອຍ​ເຫຼືອ​ປະຊາຊົນ​ຂອງ​ພະອົງ. ລາວ​ໃຫ້​ຄົນ​ສອດແນມ​ສາບານ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຂ້າ​ລາວ​ແລະ​ຄອບຄົວ.

ຕໍ່​ມາ ເມື່ອ​ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ​ແລະ​ໂຈມຕີ​ເມືອງ​ເຢລິໂກ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ກຳແພງ​ເມືອງ​ເຢລິໂກ​ພັງ​ລົງ​ຢ່າງ​ອັດສະຈັນ. ກອງ​ກຳລັງ​ຂອງ​ໂຢຊວຍ​ແລ່ນ​ເຂົ້າ​ໄປ​ແລະ​ທຳລາຍ​ເມືອງ​ນັ້ນ ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ທຳລາຍ​ລາຫາບ​ແລະ​ຄອບຄົວ​ຂອງ​ລາວ. ຫຼັງ​ຈາກ​ນັ້ນ ໃນ​ການ​ສູ້​ຮົບ​ຢ່າງ​ໄວ​ຫຼາຍ​ເທື່ອ​ເຊິ່ງ​ໃຊ້​ເວລາ​ຫົກ​ປີ ໂຢຊວຍ​ໄດ້​ພິຊິດ​ດິນແດນ​ສ່ວນ​ຫຼາຍ​ຂອງ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ. ຕໍ່​ມາ​ຊາວ​ອິດສະລາແອນ​ຕະກູນ​ຕ່າງໆໄດ້​ຮັບ​ສ່ວນ​ແບ່ງ​ໃນ​ແຜ່ນດິນ​ນັ້ນ.

ແຜນທີແຜ່ນດິນການາອານ[ແຜນທີ່​ໜ້າ 11]

ເມື່ອ​ການ​ຮັບໃຊ້​ພະເຈົ້າ​ຢ່າງ​ຍາວ​ນານ​ຂອງ​ໂຢຊວຍ​ໃກ້​ຈະ​ສິ້ນ​ສຸດ​ລົງ ລາວ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ເຕົ້າ​ໂຮມ​ກັນ. ລາວ​ທົບ​ທວນ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ​ແລະ​ສະໜັບສະຫນູນ​ໃຫ້​ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ. ແນວ​ໃດ​ກໍ​ຕາມ ຫຼັງ​ຈາກ​ທີ່​ໂຢຊວຍ​ແລະ​ເພື່ອນ​ຮ່ວມ​ຮັບໃຊ້​ຕາຍ​ແລ້ວ ຊາວ​ອິດສະລາແອນ​ໄດ້​ປະ​ຖິ້ມ​ພະ​ເຢໂຫວາ​ເພື່ອ​ໄປ​ຮັບໃຊ້​ພະ​ປອມ. ເປັນ​ເວລາ​ປະມານ 300 ປີ​ທີ່​ຊາດ​ນີ້​ບໍ່​ໄດ້​ຍຶດ​ໝັ້ນ​ປະຕິບັດ​ຕໍ່​ກັບ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ຢ່າງ​ຕໍ່​ເນື່ອງ. ໃນ​ລະຫວ່າງ​ນັ້ນ​ພະ​ເຢໂຫວາ​ໄດ້​ຍອມ​ໃຫ້​ສັດຕູ​ເຊັ່ນ​ພວກ​ຟີລີດຕີນ​ຂົ່ມເຫງ​ເຂົາ​ເຈົ້າ. ແຕ່​ວ່າ​ເມື່ອ​ຊາວ​ອິດສະລາແອນ​ຂໍຮ້ອງ​ໃຫ້​ພະ​ເຢໂຫວາ​ຊ່ອຍ​ເຫຼືອ ພະອົງ​ໄດ້​ແຕ່ງ​ຕັ້ງ​ຜູ້ຕັດສິນ​ທັງ​ໝົດ 12 ຄົນ​ເພື່ອ​ຊ່ອຍ​ເຫຼືອ​ເຂົາ​ເຈົ້າ.

ໄລຍະ​ເວລາ​ຂອງ​ພວກ​ຜູ້ຕັດສິນ​ທີ່​ບັນທຶກ​ໄວ້​ໃນ​ພະທຳ​ຜູ້ຕັດສິນ​ເລີ່ມ​ຈາກ​ທ່ານ​ໂອດນຽນ​ແລະ​ຜູ້​ສຸດ​ທ້າຍ​ແມ່ນ​ທ່ານ​ຊາມຊອນ ເຊິ່ງ​ເປັນ​ຜູ້​ຊາຍ​ທີ່​ມີ​ຮ່າງກາຍ​ແຂງແຮງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ຊີວິດ​ຢູ່. ຄວາມ​ຈິງ​ຫຼັກໆທີ່​ສະແດງ​ໃຫ້​ເຫັນ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ບັນທຶກ​ທີ່​ໜ້າ​ຕື່ນ​ເຕັ້ນ​ຢູ່​ພະທຳ​ຜູ້ຕັດສິນ​ໃນ​ຄຳພີ​ໄບເບິນ​ແມ່ນ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ໄດ້​ພະ​ພອນ ການ​ບໍ່​ເຊື່ອ​ຟັງ​ຈະ​ນຳ​ໄປ​ສູ່​ຄວາມ​ຈິບຫາຍ.

—ຂໍ້​ມູນ​ມາ​ຈາກ​ໂຢຊວຍ; ຜູ້ຕັດສິນ; ພວກເລວີ 18:24, 25.

  • ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໃຫ້​ລາຫາບ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຊີວິດ​ຢູ່?

  • ຫຼັງ​ຈາກ​ທີ່​ໂຢຊວຍ​ເສຍ​ຊີວິດ ຊາວ​ອິດສະລາແອນ​ໄດ້​ເຮັດ​ຫຍັງ?

  • ຄວາມ​ຈິງ​ຫຼັກໆອັນ​ໃດ​ທີ່​ຢູ່​ໃນ​ພະທຳ​ຜູ້ຕັດສິນ​ໃນ​ຄຳພີ​ໄບເບິນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌