ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລປ ບົດທີ 13 ໜ້າ 134-147
  • ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ
  • ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ບໍ່​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ແຕ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ພັກດີ
  • ບໍ່​ແມ່ນ​ນັກ​ປຸກ​ລະ​ດົມ ແຕ່​ເປັນ​ຜູ້​ປະກາດ​ຄວາມ​ຈິງ
  • ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ເຄື່ອງ ແຕ່​ເປັນ​ຜູ້​ປະກາດ​ເລື່ອງ​ລາຊະອານາຈັກ​ທີ່​ດຸ​ໝັ່ນ
  • “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ”
  • “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ”
  • ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ສະໜັບສະໜູນ​ລັດຖະບານ​ຂອງ​ພະເຈົ້າ​ພຽງ​ໜຶ່ງ​ດຽວ​ດ້ວຍ​ຄວາມ​ພັກດີ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ລປ ບົດທີ 13 ໜ້າ 134-147

ບົດ​ທີ 13

ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ເຍຊູ​ເຄີຍ​ບອກ​ໄວ້​ວ່າ​ປະຊາຊົນ​ຂອງ​ເພິ່ນ​ຈະ​ຕ້ອງ​ຂຶ້ນ​ສານ​ເພາະ​ວຽກ​ປະກາດ ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ

1, 2. (ກ) ພວກ​ຫົວ​ໜ້າ​ສາສະໜາ​ໄດ້​ເຮັດ​ຫຍັງ​ເພື່ອ​ຂັດ​ຂວາງ​ວຽກ​ປະກາດ ແຕ່​ພວກ​ອັກຄະສາວົກ​ມີ​ທ່າທີ​ແນວ​ໃດ? (ຂ) ເປັນ​ຫຍັງ​ອັກຄະສາວົກ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຫ້າມ​ນັ້ນ?

ວັນ​ເພນເຕກອດ​ປີ ຄ.ສ. 33 ຫາ​ກໍ​ຜ່ານ​ໄປ​ໄດ້​ບໍ່​ດົນ. ປະຊາຄົມ​ໃນ​ເມືອງ​ເຢຣຶຊາເລມ​ກໍ່​ຕັ້ງ​ຂຶ້ນ​ໄດ້​ບໍ່​ເທົ່າ​ໃດ​ອາທິດ ຊາຕານ​ເຫັນ​ວ່າ​ຕອນ​ນີ້​ເປັນ​ໂອກາດ​ດີ​ທີ່​ຈະ​ລົງ​ມື. ມັນ​ຕ້ອງການ​ທຳລາຍ​ປະຊາຄົມ​ນັ້ນ​ໃຫ້​ສາບ​ສູນ​ກ່ອນ​ທີ່​ຈະ​ເຕີບໂຕ​ແລະ​ເຂັ້ມແຂງ. ຊາຕານ​ໃຊ້​ກົນລະຍຸດ​ຕ່າງໆແບບ​ທີ່​ພວກ​ຫົວ​ໜ້າ​ສາສະໜາ​ເຄີຍ​ເຮັດ​ມາ​ແລ້ວ ເພື່ອ​ຫ້າມ​ບໍ່​ໃຫ້​ມີ​ການ​ປະກາດ​ເລື່ອງ​ລາຊະອານາຈັກ. ແຕ່​ພວກ​ອັກຄະສາວົກ​ກໍ​ປະກາດ​ຕໍ່​ໄປ​ຢ່າງ​ກ້າຫານ ເຊິ່ງ​ເຮັດ​ໃຫ້​ຊາຍ​ຍິງ​ຫຼາຍ​ຄົນ​ໄດ້​ມາ​ເປັນ ‘ຜູ້​ທີ່​ເຊື່ອ​ຖື . . . ພະອົງ​ເຈົ້າ.’—ກິດ. 4:18, 33; 5:14

ອັກຄະສາວົກ​ຂອງ​ພະ​ຄລິດ​ມີ​ຄວາມ​ສຸກ​ຫຼັງ​ຈາກ​ເຂົາ​ເຈົ້າ​ອອກ​ຈາກ​ສະພາ​ຊັນເຮດຣິນ​ເຖິງ​ແມ່ນ​ຈະ​ຖືກ​ຂ້ຽນ

ພວກ​ອັກຄະສາວົກ​ມີ​ຄວາມ​ຍິນດີ “ເພາະ​ຖື​ວ່າ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ອັບປະຍົດ​ເພື່ອ​ນາມ​ຊື່​ຂອງ​ພະ​ເຍຊູ​ນັ້ນ​ສະແດງ​ວ່າ​ພະເຈົ້າ​ພໍ​ໃຈ​ເຂົາ​ເຈົ້າ”

2 ພວກ​ຜູ້​ຕໍ່​ຕ້ານ​ໃຈ​ຮ້າຍ​ແລະ​ຈັບ​ອັກຄະສາວົກ​ທັງ​ໝົດ​ໄປ​ຂັງ​ຄຸກ. ແຕ່​ໃນ​ຄືນ​ນັ້ນ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ມາ​ເປີດ​ປະຕູ​ຄຸກ ແລະ​ຕອນ​ເຊົ້າ​ອັກຄະສາວົກ​ເຫຼົ່າ​ນັ້ນ​ກໍ​ອອກ​ໄປ​ປະກາດ! ເຂົາ​ເຈົ້າ​ຖືກ​ຈັບ​ອີກ ແຕ່​ເທື່ອ​ນີ້​ຖືກ​ນຳ​ຕົວ​ໄປ​ພົບ​ພວກ​ຜູ້​ປົກຄອງ​ບ້ານ​ເມືອງ​ເຊິ່ງ​ກ່າວ​ຫາ​ວ່າ​ເຂົາ​ເຈົ້າ​ຝ່າ​ຝືນ​ກົດ​ໝາຍ​ທີ່​ຫ້າມ​ເລື່ອງ​ການ​ປະກາດ! ແຕ່​ພວກ​ອັກຄະສາວົກ​ກໍ​ເວົ້າ​ຢ່າງ​ກ້າຫານ​ວ່າ: “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.” ພວກ​ທີ່​ມີ​ອຳນາດ​ໃຈ​ຮ້າຍ​ຫຼາຍ​ຈົນ​ຢາກ “ຂ້າ” ພວກ​ອັກຄະສາວົກ. ແຕ່​ໃນ​ນາທີ​ວິກິດ​ນັ້ນ​ຄາມາລຽນ​ອາຈານ​ສອນ​ກົດ​ໝາຍ​ທີ່​ຜູ້​ຄົນ​ນັບຖື​ກໍ​ເຂົ້າ​ມາ ລາວ​ເຕືອນ​ຜູ້​ມີ​ອຳນາດ​ເຫຼົ່າ​ນັ້ນ​ວ່າ: “ຂໍ​ໃຫ້​ຄິດ​ດີໆ . . . ຢ່າ​ໄປ​ຫຍຸ້ງ​ກັບ​ຄົນ​ພວກ​ນັ້ນ​ເລີຍ ປ່ອຍ​ພວກ​ເຂົາ​ໄປ​ເຖາະ, ລ.ມ.” ແລະ​ກໍ​ເປັນ​ເລື່ອງ​ແປກ​ທີ່​ຜູ້​ມີ​ອຳນາດ​ຍອມ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄາມາລຽນ​ແລະ​ປ່ອຍ​ພວກ​ອັກຄະສາວົກ​ໄປ. ຫຼັງ​ຈາກ​ຖືກ​ປ່ອຍ​ຕົວ​ແລ້ວ ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ໄດ້​ເຮັດ​ຫຍັງ? ແທນ​ທີ່​ຈະ​ຢ້ານ​ຕາຍ ເຂົາ​ເຈົ້າ​ພັດ “ສັ່ງ​ສອນ​ແລະ​ປ່າວ​ປະກາດ [ຂ່າວ​ດີ​ເລື່ອງ] ພະ​ເຍຊູ​ຄລິດ . . . ທຸກ​ວັນໆ.”—ກິດ. 5:17-21, 27-42; ສຸພາ. 21:1, 30

3, 4. (ກ) ຊາຕານ​ໃຊ້​ວິທີ​ໃດ​ມາ​ດົນ​ແລ້ວ​ເພື່ອ​ຕໍ່​ຕ້ານ​ຂັດ​ຂວາງ​ປະຊາຊົນ​ຂອງ​ພະເຈົ້າ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້ ແລະ​ອີກ 2 ບົດ​ຄວາມ​ຕໍ່​ໄປ?

3 ການ​ພິຈາລະນາ​ຄະດີ​ໃນ​ສານ​ປີ ຄ.ສ. 33 ຖື​ວ່າ​ເປັນ​ຄັ້ງ​ທຳອິດ​ທີ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ຕໍ່​ຕ້ານ​ຂັດ​ຂວາງ​ປະຊາຄົມ​ຄລິດສະຕຽນ ແຕ່​ນັ້ນ​ບໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ. (ກິດ. 4:5-8; 16:20; 17:6, 7) ໃນ​ສະໄໝ​ຂອງ​ເຮົາ ຊາຕານ​ກໍ​ຍັງ​ໃຊ້​ຜູ້​ຕໍ່​ຕ້ານ​ການ​ນະມັດສະການ​ແທ້​ໂດຍ​ກະຕຸ້ນ​ເຈົ້າ​ໜ້າ​ທີ່​ໃຫ້​ສັ່ງ​ຫ້າມ​ວຽກ​ປະກາດ. ຜູ້​ຕໍ່​ຕ້ານ​ກ່າວ​ຫາ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ລະເມີດ​ກົດ​ໝາຍ​ເຊັ່ນ: ກໍ່​ກວນ​ຫຼື​ສ້າງ​ຄວາມ​ວຸ່ນວາຍ​ໃຫ້​ຄົນ​ອື່ນ ເປັນ​ພວກ​ນັກ​ປຸກ​ລະ​ດົມ ແລະ​ເປັນ​ຄົນ​ເລາະ​ຂາຍ​ເຄື່ອງ ແຕ່​ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ ພີ່​ນ້ອງ​ຂອງ​ເຮົາ​ກໍ​ສູ້​ຄະດີ​ເພື່ອ​ພິສູດ​ວ່າ​ຂໍ້​ກ່າວ​ຫາ​ເຫຼົ່າ​ນັ້ນ​ບໍ່​ເປັນ​ຄວາມ​ຈິງ. ຜົນ​ຂອງ​ການ​ສູ້​ຄະດີ​ເປັນ​ແນວ​ໃດ? ຄຳ​ຕັດສິນ​ຂອງ​ສານ​ເມື່ອ​ຫຼາຍ​ສິບ​ປີ​ກ່ອນ​ໄດ້​ສົ່ງ​ຜົນ​ຕໍ່​ເຈົ້າ​ແນວ​ໃດ​ໃນ​ເວລາ​ນີ້? ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຄະດີ​ນຳ​ກັນ ແລ້ວ​ເບິ່ງ​ວ່າ​ຄະດີ​ເຫຼົ່າ​ນີ້​ຊ່ວຍ​ໃຫ້ “ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມ​ຮັບ​ຕາມ​ກົດ​ໝາຍ” ແນວ​ໃດ.—ຟີລິບ 1:7, ລ.ມ.

4 ໃນ​ບົດ​ຄວາມ​ນີ້​ຈະ​ເວົ້າ​ເຖິງ​ວິທີ​ທີ່​ເຮົາ​ປົກ​ປ້ອງ​ສິດ​ເສລີ​ພາບ​ໃນ​ການ​ປະກາດ. ສ່ວນ​ອີກ 2 ບົດ​ຄວາມ​ຕໍ່​ໄປ​ຈະ​ເປັນ​ເລື່ອງ​ການ​ຕໍ່​ສູ້​ທາງ​ກົດ​ໝາຍ​ທີ່​ເຮົາ​ພະຍາຍາມ​ເຮັດ​ມາ​ຕະຫຼອດ​ເພື່ອ​ຈະ​ບໍ່​ເປັນ​ສ່ວນ​ຂອງ​ໂລກ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ທີ່​ລາຊະອານາຈັກ​ໄດ້​ວາງ​ໄວ້.

ບໍ່​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ແຕ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ພັກດີ

5. ໃນ​ທ້າຍ​ທົດສະວັດ 1930 ເປັນ​ຫຍັງ​ຜູ້​ປະກາດ​ຈຶ່ງ​ຖືກ​ຈັບ ແລະ​ຜູ້​ທີ່​ນຳ​ໜ້າ​ໃນ​ອົງການ​ຂອງ​ພະເຈົ້າ​ໄດ້​ເຮັດ​ແນວ​ໃດ?

5 ໃນ​ທ້າຍ​ທົດສະວັດ 1930 ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ແລະ​ລັດ​ຕ່າງໆທົ່ວ​ສະຫະລັດ​ອາ​ເມຣິ​ກາ​ພະຍາຍາມ​ບັງຄັບ​ພະຍານ​ພະ​ເຢໂຫວາ​ໃຫ້​ຍື່ນ​ຂໍ​ໃບ​ອະນຸຍາດ​ເພື່ອ​ເຜີຍ​ແຜ່​ສາສະໜາ ແຕ່​ພີ່​ນ້ອງ​ຂອງ​ເຮົາ​ບໍ່​ຍອມ​ເຮັດ​ແບບ​ນັ້ນ ຍ້ອນ​ວ່າ​ໃບ​ອະນຸຍາດ​ອາດ​ຖືກ​ຖອດ​ຖອນ​ໄດ້​ແລະ​ພີ່​ນ້ອງ​ກໍ​ເຊື່ອ​ວ່າ​ບໍ່​ມີ​ລັດຖະບານ​ໃດ​ມີ​ສິດ​ຂັດ​ຂວາງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໃຫ້​ຄລິດສະຕຽນ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. (ມໂກ. 13:10) ຜົນ​ກໍ​ຄື ຜູ້​ປະກາດ​ຫຼາຍ​ຮ້ອຍ​ຄົນ​ຖືກ​ຈັບ ຜູ້​ທີ່​ນຳ​ໜ້າ​ໃນ​ອົງການ​ຈຶ່ງ​ຄິດ​ຈະ​ສູ້​ຄະດີ​ໃນ​ສານ ເຂົາ​ເຈົ້າ​ຕ້ອງການ​ສະແດງ​ໃຫ້​ເຫັນ​ວ່າ​ບາງ​ລັດ​ບາງ​ເມືອງ​ໄດ້​ວາງ​ຂໍ້​ຈຳກັດ​ຫຼາຍ​ຢ່າງ​ທີ່​ຂັດ​ຕໍ່​ກົດ​ໝາຍ ເຊິ່ງ​ເປັນ​ການ​ເອົາ​ປຽບ​ສິດ​ເສລີ​ພາບ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ການ​ເຮັດ​ກິດຈະກຳ​ທາງ​ສາສະໜາ ແລະ​ໃນ​ປີ 1938 ກໍ​ເກີດ​ເລື່ອງ​ຂຶ້ນ ເຊິ່ງ​ກາຍ​ເປັນ​ຄະດີ​ສຳຄັນ​ທີ່​ຕ້ອງ​ຟ້ອງ​ຮ້ອງ​ກັນ​ໃນ​ສານ. ເປັນ​ເລື່ອງ​ຫຍັງ?

6, 7. ເກີດ​ຫຍັງ​ຂຶ້ນ​ກັບ​ຄອບຄົວ​ແຄນ​ທະເວວ?

6 ຕອນ​ເຊົ້າ​ວັນ​ອັງຄານ​ທີ 26 ເມສາ 1938 ນິວຕັນ ແຄນ​ທະເວວ ອາຍຸ 60 ປີ ເອສະເທີ​ເມຍ​ຂອງ​ລາວ ແລະ​ລູກ​ຂອງ​ເຂົາ​ເຈົ້າ ເຮັນຣີ ຣັດ​ເຊ​ວ ແລະ​ເຈັດ​ຊີ ຄອບຄົວ​ໄພໂອເນຍ​ພິເສດ​ທັງ 5 ຄົນ​ນີ້​ກຽມ​ຕົວ​ທີ່​ຈະ​ໄປ​ປະກາດ​ໝົດ​ມື້​ໃນ​ເມືອງ​ນິວ​ຮາ​ເວນ ລັດ​ຄອນ​ເນ​ດທິ​ຄັດ. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ກຽມ​ຕົວ​ເພື່ອ​ວ່າ​ອາດ​ຈະ​ບໍ່​ໄດ້​ກັບ​ມາ​ເຮືອນ​ໃນ​ມື້​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ເຄີຍ​ຖືກ​ຕຳ​ຫຼວດ​ຈັບ​ມາ​ຫຼາຍ​ເທື່ອ​ແລ້ວ ເທື່ອ​ນີ້​ກໍ​ອາດ​ຈະ​ຖືກ​ຈັບ​ອີກ ແຕ່​ເລື່ອງ​ນີ້​ກໍ​ບໍ່​ໄດ້​ເຮັດ​ໃຫ້​ຄອບຄົວ​ແຄນ​ທະເວວ​ໝົດ​ກຳລັງ​ໃຈ​ທີ່​ຈະ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ເຂົາ​ເຈົ້າ​ໄປ​ທີ່​ນິວ​ຮາ​ເວນ​ໂດຍ​ໃຊ້​ລົດ 2 ຄັນ. ນິວຕັນ​ຂັບ​ລົດ​ຂອງ​ຄອບຄົວ​ທີ່​ມີ​ທັງ​ຫີບ​ສຽງ​ແບບ​ກະເປົ໋າ​ຫິ້ວ​ແລະ​ປຶ້ມ​ຈຳນວນ​ຫຼາຍ ສ່ວນ​ເຮັນຣີ​ອາຍຸ 22 ປີ​ຂັບ​ລົດ​ກະຈາຍ​ສຽງ ແລ້ວ​ກໍ​ເປັນ​ຄື​ກັບ​ທີ່​ຄິດ​ໄວ້​ແທ້ໆ ເມື່ອ​ປະກາດ​ໄດ້​ບໍ່​ດົນ​ຕຳ​ຫຼວດ​ກໍ​ມາ​ຈັບ​ເຂົາ​ເຈົ້າ.

7 ຣັດ​ເຊ​ວ​ອາຍຸ 18 ປີ​ຖືກ​ຈັບ​ເປັນ​ຄົນ​ທຳອິດ ຕໍ່​ມາ​ກໍ​ແມ່ນ​ນິວຕັນ​ກັບ​ເອສະເທີ. ເຈັດ​ຊີ​ໜຸ່ມ​ນ້ອຍ​ອາຍຸ 16 ປີ​ແນມ​ເຫັນ​ແຕ່​ໄກ​ຕອນ​ທີ່​ພໍ່​ແມ່​ກັບ​ອ້າຍ​ຖືກ​ຕຳ​ຫຼວດ​ຄຸມ​ຕົວ​ໄປ. ສ່ວນ​ເຮັນຣີ​ກໍ​ກຳລັງ​ປະກາດ​ຢູ່​ອີກ​ບ່ອນ​ໜຶ່ງ​ໃນ​ເມືອງ​ນັ້ນ ຕອນ​ນີ້​ຈຶ່ງ​ເຫຼືອ​ແຕ່​ເຈັດ​ຊີ​ຄົນ​ດຽວ ລາວ​ຫິ້ວ​ກະເປົ໋າ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແລ້ວ​ກໍ​ຍ່າງ​ປະກາດ​ຕໍ່​ໄປ. ຜູ້​ຊາຍ​ຊາວ​ກາໂຕລິກ 2 ຄົນ​ອະນຸຍາດ​ໃຫ້​ເຈັດ​ຊີ​ເປີດ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ທີ່​ເປັນ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີ​ຝອດ​ເຊິ່ງ​ມີ​ຫົວ​ຂໍ້​ວ່າ: “ພວກ​ສັດຕູ” ເມື່ອ​ເຂົາ​ເຈົ້າ​ໄດ້​ຟັງ​ຄຳ​ບັນລະຍາຍ​ນັ້ນ​ກໍ​ໃຈ​ຮ້າຍ​ຫຼາຍ​ຈົນ​ເກືອບ​ຈະ​ຊົກ​ເຈັດ​ຊີ ລາວ​ຫຼົບ​ໜີ​ອອກ​ໄປ​ໄດ້​ແຕ່​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ຖືກ​ຕຳ​ຫຼວດ​ຈັບ. ພີ່​ນ້ອງ​ນິວຕັນ​ແລະ​ລູກ​ຖືກ​ຕັ້ງ​ຂໍ້​ຫາ ຍົກ​ເວັ້ນ​ພີ່​ນ້ອງ​ເອສະເທີ ແຕ່​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ການ​ປະກັນ​ຕົວ​ອອກ​ໄປ​ໃນ​ມື້​ນັ້ນ.

8. ເປັນ​ຫຍັງ​ສານ​ຈຶ່ງ​ຕັດສິນ​ວ່າ​ເຈັດ​ຊີ ແຄນ​ທະເວວ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ກໍ່​ຄວາມ​ວຸ່ນວາຍ?

8 ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ນັ້ນ ຄື​ເດືອນ​ກັນ​ຍາ ປີ 1938 ຄອບຄົວ​ແຄນ​ທະເວວ​ຕ້ອງ​ໄປ​ຂຶ້ນ​ສານ​ໃນ​ເມືອງ​ນິວ​ຮາ​ເວນ. ຕອນ​ນັ້ນ​ນິວຕັນ ຣັດ​ເຊ​ວ ແລະ​ເຈັດ​ຊີ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ເກັບ​ເງິນ​ບໍລິຈາກ​ໂດຍ​ບໍ່​ມີ​ໃບ​ອະນຸຍາດ. ທັງໆທີ່​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ລັດ​ຄອນ​ເນ​ດທິ​ຄັດ ແຕ່​ເຈັດ​ຊີ​ຍັງ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ກໍ່​ຄວາມ​ວຸ່ນວາຍ. ຍ້ອນ​ຫຍັງ? ຍ້ອນ​ຊາວ​ກາໂຕລິກ 2 ຄົນ​ທີ່​ຟັງ​ຄຳ​ບັນລະຍາຍ​ຈາກ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ໄດ້​ໃຫ້​ການ​ຕໍ່​ສານ​ວ່າ ຄຳ​ບັນລະຍາຍ​ນັ້ນ​ລົບ​ຫຼູ່​ສາສະໜາ​ແລະ​ຍົວະ​ເຍົ້າ​ເຂົາ​ເຈົ້າ​ໃຫ້​ຄຽດ​ແຄ້ນ. ເພື່ອ​ແກ້​ຂໍ້​ກ່າວ​ຫາ​ນັ້ນ ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ເຮົາ​ໄດ້​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ສະຫະລັດ.

9, 10. (ກ) ສານ​ສູງ​ສຸດ​ຂອງ​ປະເທດ​ສະຫະລັດ​ຕັດສິນ​ຄະດີ​ຂອງ​ຄອບຄົວ​ແຄນ​ທະເວວ​ແນວ​ໃດ? (ຂ) ເຮົາ​ຍັງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ຕັດສິນ​ນີ້?

9 ເລີ່ມ​ແຕ່​ວັນ​ທີ 29 ມີນາ 1940 ຊາລ ອີ. ຮິ​ວ ຫົວ​ໜ້າ​ຄະນະ​ຜູ້​ພິພາກສາ​ພ້ອມ​ກັບ​ຜູ້​ພິພາກສາ​ອີກ 8 ຄົນ​ໄດ້​ຟັງ​ຄຳ​ໂຕ້​ແຍ່ງ​ຂອງ​ພີ່​ນ້ອງ​ເຮ​ເດນ ຄັບ​ວິງ​ຕັນ​ເຊິ່ງ​ເປັນ​ທະນາຍ​ຄວາມ​ຝ່າຍ​ພະຍານ​ພະ​ເຢໂຫວາ.a ເມື່ອ​ໄອຍະການ​ຝ່າຍ​ລັດ​ຄອນ​ເນ​ດທິ​ຄັດ​ພະຍາຍາມ​ໂຕ້​ແຍ່ງ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ພວກ​ທີ່​ກໍ່​ຄວາມ​ບໍ່​ສະຫງົບ​ໃຫ້​ບ້ານ​ເມືອງ ຜູ້​ພິພາກສາ​ຄົນ​ໜຶ່ງ​ຈຶ່ງ​ຖາມ​ຂຶ້ນ​ວ່າ: “ເປັນ​ຄວາມ​ຈິງ​ບໍ​ທີ່​ວ່າ: ຂ່າວ​ສານ​ທີ່​ພະ​ຄລິດ​ເຍຊູ​ປະກາດ​ເປັນ​ເລື່ອງ​ທີ່​ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ຄ່ອຍ​ມັກ?” ໄອຍະການ​ຕອບ​ວ່າ: “ແມ່ນ​ແລ້ວ ຖ້າ​ຂ້ອຍ​ຈື່​ບໍ່​ຜິດ ຄຳພີ​ໄບເບິນ​ຍັງ​ບອກ​ອີກ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ພະ​ເຍຊູ​ເມື່ອ​ເພິ່ນ​ປະກາດ​ຂ່າວ​ສານ​ນັ້ນ.” ຄຳ​ເວົ້າ​ນີ້​ມັດ​ຕົວ​ລາວ! ສິ່ງ​ທີ່​ໄອຍະການ​ຄົນ​ນັ້ນ​ຫຼຸດ​ປາກ​ອອກ​ມາ​ສະແດງ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຝ່າຍ​ດຽວ​ກັບ​ພະ​ເຍຊູ ສ່ວນ​ລັດ​ກໍ​ເປັນ​ຝ່າຍ​ດຽວ​ກັບ​ຄົນ​ທີ່​ກ່າວ​ຫາ​ພະ​ເຍຊູ. ໃນ​ວັນ​ທີ 20 ພຶດສະພາ 1940 ສານ​ໄດ້​ປະກາດ​ຄຳ​ຕັດສິນ​ຢ່າງ​ເປັນ​ເອກະພາບ​ໃຫ້​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ.

ພີ່​ນ້ອງ​ຄລິດສະຕຽນ ລວມ​ທັງ​ພີ່​ນ້ອງ​ເຮ​ເດນ ຄັບ​ວິງ​ຕັນ​ແລະ​ເກ​ລນ ຮາວ ຍ່າງ​ອອກ​ຈາກ​ສານ​ຢ່າງ​ມີ​ຄວາມ​ສຸກ

ເຮ​ເດນ ຄັບ​ວິງ​ຕັນ (ຢືນ​ຢູ່​ເຄິ່ງ​ກາງ​ຂອງ​ແຖວ​ໜ້າ) ເກ​ລນ ຮາວ (ຊ້າຍ) ແລະ​ຄົນ​ອື່ນໆຍ່າງ​ອອກ​ຈາກ​ສານ​ຫຼັງ​ຈາກ​ຊະນະ​ຄະດີ

10 ຄຳ​ຕັດສິນ​ຂອງ​ສານ​ໃນ​ຄັ້ງ​ນັ້ນ​ສຳຄັນ​ແນວ​ໃດ? ຄຳ​ຕັດສິນ​ນີ້​ຊ່ວຍ​ຄຸ້ມຄອງ​ສິດ​ເສລີ​ພາບ​ທາງ​ດ້ານ​ສາສະໜາ ບໍ່​ໃຫ້​ລັດຖະບານ ສະຫະພັນທະລັດ ຫຼື​ອົງການ​ບໍລິຫານ​ສ່ວນ​ທ້ອງຖິ່ນ​ມາ​ຈຳກັດ​ເສລີ​ພາບ​ທາງ​ສາສະໜາ​ໄດ້. ສານ​ຍັງ​ເຫັນ​ວ່າ​ການ​ປະພຶດ​ຂອງ​ເຈັດ​ຊີ “ບໍ່​ໄດ້ . . . ເປັນ​ອັນຕະລາຍ​ຕໍ່​ຄວາມ​ສະຫງົບ​ສຸກ​ຂອງ​ບ້ານ​ເມືອງ.” ດັ່ງ​ນັ້ນ ຄຳ​ຕັດສິນ​ນີ້​ຈຶ່ງ​ເປັນ​ຄຳ​ຮັບຮອງ​ທີ່​ຈະ​ແຈ້ງ​ວ່າ​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພວກ​ທີ່​ກໍ່​ຄວາມ​ບໍ່​ສະຫງົບ ນີ້​ເປັນ​ໄຊ​ຊະນະ​ຢ່າງ​ເດັດ​ຂາດ​ທາງ​ກົດ​ໝາຍ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮັບ! ໄຊ​ຊະນະ​ໃນ​ຄັ້ງ​ນັ້ນ​ຍັງ​ມີ​ຜົນ​ດີ​ຕໍ່​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ? ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ທີ່​ເປັນ​ທະນາຍ​ຄວາມ​ເວົ້າ​ວ່າ: “ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ປະກາດ​ຂ່າວ​ສານ​ທີ່​ໃຫ້​ຄວາມ​ຫວັງ​ກັບ​ເພື່ອນ​ບ້ານ​ໄດ້​ກໍ​ເພາະ​ເຮົາ​ໄດ້​ຮັບ​ສິດ​ເສລີ​ພາບ​ທາງ​ສາສະໜາ ເຮົາ​ຈຶ່ງ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ມີ​ການ​ຕັ້ງ​ຂໍ້​ຈຳກັດ​ແບບ​ບໍ່​ເປັນ​ທຳ.”

ບໍ່​ແມ່ນ​ນັກ​ປຸກ​ລະ​ດົມ ແຕ່​ເປັນ​ຜູ້​ປະກາດ​ຄວາມ​ຈິງ

ໜ້າ​ປົກ​ຂອງ​ແຜ່ນ​ພັບ​ຄິວ​ເບກ​ກຽດ​ຊັງ​ພະເຈົ້າ ພະ​ຄລິດ ແລະ​ເສລີ​ພາບ ນີ້​ເປັນ​ເລື່ອງ​ໜ້າ​ອາຍ​ຂອງ​ຄົນ​ການາດາ​ທັງ​ປະເທດ

ແຜ່ນ​ພັບ​ຄິວ​ເບກ​ກຽດ​ຊັງ​ພະເຈົ້າ ພະ​ຄລິດ ແລະ​ເສລີ​ພາບ ນີ້​ເປັນ​ເລື່ອງ​ໜ້າ​ອາຍ​ຂອງ​ຄົນ​ການາດາ​ທັງ​ປະເທດ

11. ພີ່​ນ້ອງ​ໃນ​ການາດາ​ໄດ້​ແຈກ​ຢາຍ​ແຜ່ນ​ພັບ​ຫຍັງ​ແລະ​ຍ້ອນ​ຫຍັງ?

11 ໃນ​ລະຫວ່າງ​ທົດສະວັດ 1940 ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ການາດາ​ຖືກ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ. ດັ່ງ​ນັ້ນ ໃນ​ປີ 1946 ພີ່​ນ້ອງ​ໃນ​ທີ່​ນັ້ນ​ໄດ້​ພາ​ກັນ​ແຈກ​ຢາຍ​ແຜ່ນ​ພັບ​ເປັນ​ເວລາ 16 ມື້​ເພື່ອ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ຮູ້​ວ່າ​ລັດຖະບານ​ເພີກເສີຍ​ເລື່ອງ​ສິດ​ເສລີ​ພາບ​ທາງ​ສາສະໜາ. ແຜ່ນ​ພັບ​ນັ້ນ​ມີ​ຊື່​ວ່າ: ຄິວ​ເບກ​ກຽດ​ຊັງ​ພະເຈົ້າ ພະ​ຄລິດ ແລະ​ເສລີ​ພາບ ນີ້​ເປັນ​ເລື່ອງ​ໜ້າ​ອາຍ​ຂອງ​ຄົນ​ການາດາ​ທັງ​ປະເທດ (ພາສາ​ອັງກິດ). ແຜ່ນ​ພັບ​ທີ່​ມີ 4 ໜ້າ​ນີ້​ເປີດໂປງ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ຄິວ​ເບກ​ຢ່າງ​ລະອຽດ ເຊັ່ນ: ການ​ກໍ່​ຄວາມ​ວຸ່ນວາຍ​ທີ່​ມີ​ພວກ​ນັກ​ເທດ​ນັກ​ບວດ​ຢູ່​ເບື້ອງ​ຫຼັງ ການ​ກະທຳ​ທີ່​ປ່າ​ເຖື່ອນ​ຂອງ​ຕຳ​ຫຼວດ ແລະ​ການ​ສ້າງ​ກຸ່ມ​ທີ່​ໃຊ້​ຄວາມ​ຮຸນແຮງ. ແຜ່ນ​ພັບ​ນັ້ນ​ບອກ​ວ່າ: “ການ​ຈັບ​ພະຍານ​ພະ​ເຢໂຫວາ​ແບບ​ຜິດ​ກົດ​ໝາຍ​ຍັງ​ມີ​ຢູ່​ເລື້ອຍໆ ພະຍານ​ພະ​ເຢໂຫວາ​ໃນ​ເມືອງ​ມອນ​ທຣີ​ອໍ​ແລະ​ເຂດ​ທີ່​ຢູ່​ອ້ອມ​ແອ້ມ​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ປະມານ 800 ຂໍ້.”

12. (ກ) ຜູ້​ຕໍ່​ຕ້ານ​ຕອບ​ໂຕ້​ການ​ແຈກ​ຢາຍ​ແຜ່ນ​ພັບ​ຂອງ​ເຮົາ​ແນວ​ໃດ? (ຂ) ພີ່​ນ້ອງ​ຂອງ​ເຮົາ​ຖືກ​ດຳເນີນ​ຄະດີ​ໃນ​ຂໍ້​ຫາ​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

12 ເພື່ອ​ເປັນ​ການ​ຕອບ​ໂຕ້ ມໍ​ເຣັດ ດູ​ເພ​ລດ​ຊິດ ນາຍົກ​ລັດຖະມົນຕີ​ລັດ​ຄິວ​ເບກ​ຈຶ່ງ​ຮ່ວມ​ມື​ກັບ​ວິນ​ເລິ​ເນີ​ບ​ເຊິ່ງ​ມີ​ຕຳແໜ່ງ​ເປັນ​ຮອງ​ສັນຕະປາປາ​ຂອງ​ໂລມັນ​ກາໂຕລິກ ເຂົາ​ເຈົ້າ​ປະກາດ “ສົງຄາມ​ແບບ​ບໍ່​ມີ​ຄວາມ​ປານີ” ກັບ​ພະຍານ​ພະ​ເຢໂຫວາ. ການ​ດຳເນີນ​ຄະດີ​ຈຶ່ງ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ​ຈາກ 800 ເປັນ 1.600 ຄະດີ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ເວົ້າ​ວ່າ: “ເຮົາ​ຖືກ​ຕຳ​ຫຼວດ​ຈັບ​ຈົນ​ນັບ​ບໍ່​ຖ້ວນ.” ພະຍານ​ພະ​ເຢໂຫວາ​ທີ່​ຖືກ​ຈັບ​ໃນ​ຕອນ​ທີ່​ແຈກ​ແຜ່ນ​ພັບ​ກໍ​ຖືກ​ຟ້ອງ​ວ່າ​ມີ​ຄວາມ​ຜິດ​ທາງ​ອາຍາ​ໃນ​ຂໍ້​ຫາ​ແຈກ​ສິ່ງ​ພິມ​ເຖື່ອນ​ທີ່ “ໂຄສະນາ​ປຸກ​ລະ​ດົມ​ເພື່ອ​ລົ້ມ​ລ້າງ​ລັດຖະບານ.”b

13. ໃຜ​ເປັນ​ກຸ່ມ​ທຳອິດ​ທີ່​ຖືກ​ດຳເນີນ​ຄະດີ​ໃນ​ຂໍ້​ຫາ​ປຸກ​ລະ​ດົມ​ແລະ​ສານ​ຊັ້ນ​ຕົ້ນ​ຕັດສິນ​ແນວ​ໃດ?

13 ໃນ​ປີ 1947 ພີ່​ນ້ອງ​ອີ​ເມ ບູເຊ ກັບ​ຊີ​ເຊ​ນ​ລູກ​ສາວ​ອາຍຸ 18 ປີ​ແລະ​ລູ​ຊີ​ອາຍຸ 11 ປີ​ເປັນ​ກຸ່ມ​ທຳອິດ​ທີ່​ຖືກ​ດຳເນີນ​ຄະດີ​ຍ້ອນ​ຂໍ້​ຫາ​ປຸກ​ລະ​ດົມ. ເຂົາ​ເຈົ້າ​ແຈກ​ແຜ່ນ​ພັບ​ຄິວ​ເບກ​ກຽດ​ຊັງ ຢູ່​ໃກ້ໆຟາມ​ຂອງ​ເຂົາ​ເຈົ້າ​ແຖວ​ພູເຂົາ​ທາງ​ໃຕ້​ຂອງ​ເມືອງ​ຄິວ​ເບກ ແຕ່​ລອງ​ນຶກ​ພາບ​ເບິ່ງ​ວ່າ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຄອບຄົວ​ນີ້​ຈະ​ເປັນ​ຜູ້​ກໍ່​ຄວາມ​ບໍ່​ສະຫງົບ​ສຸກ. ພີ່​ນ້ອງ​ບູເຊ​ເປັນ​ຄົນ​ຖ່ອມ​ຕົວ ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ ແລະ​ເປັນ​ຄົນ​ສຸພາບ​ຫຼາຍ ລາວ​ອາໄສ​ຢູ່​ໃນ​ຟາມ​ນ້ອຍໆ ແລະ​ດົນໆລາວ​ຈຶ່ງ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ດ້ວຍ​ລົດ​ມ້າ ແຕ່​ຄອບຄົວ​ຂອງ​ລາວ​ຕ້ອງ​ມາ​ທົນ​ກັບ​ການ​ກະທຳ​ທີ່​ໂຫດ​ຮ້າຍ​ຕາມ​ທີ່​ບອກ​ໄວ້​ໃນ​ແຜ່ນ​ພັບ​ນັ້ນ. ຜູ້​ພິພາກສາ​ຊັ້ນ​ຕົ້ນ​ທີ່​ກຽດ​ຊັງ​ພະຍານ​ພະ​ເຢໂຫວາ ນອກ​ຈາກ​ຈະ​ບໍ່​ຍອມ​ພິຈາລະນາ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ຄອບຄົວ​ບູເຊ​ເປັນ​ຜູ້​ບໍລິສຸດ​ແລ້ວ ລາວ​ຍັງ​ຍອມ​ຮັບ​ຄຳ​ຟ້ອງ​ທີ່​ວ່າ​ແຜ່ນ​ພັບ​ນັ້ນ​ປຸກປັ່ນ​ໃຫ້​ເກີດ​ຄວາມ​ເປັນ​ສັດຕູ​ກັນ. ຄອບຄົວ​ບູເຊ​ຈຶ່ງ​ມີ​ຄວາມ​ຜິດ ແລະ​ນັ້ນ​ສະແດງ​ວ່າ​ສຳລັບ​ຜູ້​ພິພາກສາ​ຄົນ​ນີ້ ການ​ເວົ້າ​ຄວາມ​ຈິງ​ມີ​ຄວາມ​ຜິດ​ທາງ​ອາຍາ! ອີ​ເມ​ກັບ​ຊີ​ເຊ​ນ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ປຸກປັ່ນ​ເພື່ອ​ລົ້ມ​ລ້າງ​ລັດຖະບານ ແມ່ນ​ແຕ່​ລູ​ຊີ​ລູກ​ສາວ​ຄົນ​ນ້ອຍ​ຂອງ​ລາວ​ກໍ​ຖືກ​ຂັງ​ຄຸກ​ເຖິງ 2 ມື້. ພວກ​ພີ່​ນ້ອງ​ຈຶ່ງ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ໃນ​ການາດາ​ເຊິ່ງ​ຮັບ​ພິຈາລະນາ​ຄະດີ​ນີ້.

14. ພີ່​ນ້ອງ​ໃນ​ຄິວ​ເບກ​ໄດ້​ເຮັດ​ຫຍັງ​ຕະຫຼອດ​ໄລຍະ​ທີ່​ມີ​ການ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ?

14 ຂະນະ​ດຽວ​ກັນ​ນັ້ນ ພີ່​ນ້ອງ​ຊາຍ​ຍິງ​ທີ່​ກ້າຫານ​ໃນ​ຄິວ​ເບກ​ກໍ​ຍັງ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຕໍ່ໆໄປ ເຖິງ​ແມ່ນ​ມີ​ການ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ແຕ່​ກໍ​ເກີດ​ຜົນ​ດີ​ຢ່າງ​ບໍ່​ໜ້າ​ເຊື່ອ. ຕະຫຼອດ​ໄລຍະ 4 ປີ​ຫຼັງ​ຈາກ​ທີ່​ເລີ່ມ​ແຈກ​ແຜ່ນ​ພັບ​ໃນ​ປີ 1946 ພະຍານ​ພະ​ເຢໂຫວາ​ໃນ​ຄິວ​ເບກ​ກໍ​ເພີ່ມ​ຂຶ້ນ​ຈາກ 300 ຄົນ​ເປັນ 1.000 ຄົນ!c

15, 16. (ກ) ສານ​ສູງ​ສຸດ​ຂອງ​ການາດາ​ໄດ້​ຕັດສິນ​ຄະດີ​ຂອງ​ຄອບຄົວ​ບູເຊ​ແນວ​ໃດ? (ຂ) ໄຊ​ຊະນະ​ໃນ​ຄັ້ງ​ນີ້​ມີ​ຜົນ​ຕໍ່​ພີ່​ນ້ອງ​ແລະ​ປະຊາຊົນ​ຄົນ​ອື່ນໆແນວ​ໃດ?

15 ໃນ​ເດືອນ​ມິຖຸນາ 1950 ສານ​ສູງ​ສຸດ​ຂອງ​ການາດາ​ເຊິ່ງ​ມີ​ຄະ​ນະ​ຜູ້​ພິພາກສາ​ທັງ​ໝົດ 9 ຄົນ​ໄດ້​ພິຈາລະນາ​ຄະດີ​ຂອງ​ພີ່​ນ້ອງ​ອີ​ເມ ບູເຊ ແລ້ວ​ຫົກ​ເດືອນ​ຕໍ່​ມາ​ຄື​ໃນ​ວັນ​ທີ 18 ທັນວາ 1950 ສານ​ໄດ້​ຕັດສິນ​ໃຫ້​ເຮົາ​ເປັນ​ຝ່າຍ​ຊະນະ​ຄະດີ. ຍ້ອນ​ຫຍັງ? ພີ່​ນ້ອງ​ເກ​ລນ ຮາວ​ເຊິ່ງ​ເປັນ​ທະນາຍ​ຄວາມ​ຝ່າຍ​ພະຍານ​ພະ​ເຢໂຫວາ​ອະທິບາຍ​ວ່າ ສານ​ສູງ​ສຸດ​ເຫັນ​ດີ​ກັບ​ຂໍ້​ໂຕ້​ແຍ່ງ​ຂອງ​ທະນາຍ​ຝ່າຍ​ຈຳ​ເລີຍ​ທີ່​ວ່າ: “ການ​ປຸກ​ລະ​ດົມ” ຕ້ອງ​ມີ​ການ​ຍົວະ​ເຍົ້າ​ໃຫ້​ເກີດ​ຄວາມ​ຮຸນແຮງ​ຫຼື​ກໍ່​ຄວາມ​ວຸ່ນວາຍ​ເພື່ອ​ຕໍ່​ຕ້ານ​ລັດຖະບານ ແຕ່​ແຜ່ນ​ພັບ​ນັ້ນ “ບໍ່​ມີ​ຄຳ​ເວົ້າ​ທີ່​ເປັນ​ການ​ຍົວະ​ເຍົ້າ ແລະ​ເສລີ​ພາບ​ໃນ​ການ​ເວົ້າ​ກໍ​ເປັນ​ເລື່ອງ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ.” ພີ່​ນ້ອງ​ຮາວ​ເວົ້າ​ອີກ​ວ່າ: “ຂ້ອຍ​ເຫັນ​ກັບ​ຕາ​ຕົວ​ເອງ​ເລີຍ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຊະນະ.”d

16 ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ເປັນ​ໄຊ​ຊະນະ​ທີ່​ເດັດ​ຂາດ​ຂອງ​ລາຊະອານາຈັກ​ແທ້ໆ. ຄຳ​ຕັດສິນ​ນີ້​ເປັນ​ຕົວຢ່າງ​ສຳລັບ​ອີກ 122 ຄະດີ​ທີ່​ລໍ​ຖ້າ​ການ​ຕັດສິນ​ຢູ່ ເຮັດ​ໃຫ້​ພະຍານ​ພະ​ເຢໂຫວາ​ໃນ​ຄິວ​ເບກ​ທີ່​ຖືກ​ຟ້ອງ​ດ້ວຍ​ຂໍ້​ຫາ​ໂຄສະນາ​ປຸກ​ລະ​ດົມ​ເພື່ອ​ລົ້ມ​ລ້າງ​ລັດຖະບານ​ພົ້ນ​ຈາກ​ຂໍ້​ກ່າວ​ຫາ​ທຸກ​ປະການ. ຄຳ​ຕັດສິນ​ຂອງ​ສານ​ຍັງ​ສະແດງ​ວ່າ ຕອນ​ນີ້​ພົນລະເມືອງ​ການາດາ ແລະ​ເຄືອ​ຈັກກະພົບ​ຂອງ​ອັງກິດ​ທັງ​ໝົດ​ມີ​ເສລີ​ພາບ​ໃນ​ການ​ສະແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ວິທີ​ບໍລິຫານ​ບ້ານ​ເມືອງ​ຂອງ​ລັດຖະບານ. ໄຊ​ຊະນະ​ຄັ້ງ​ນີ້​ຍັງ​ເປັນ​ການ​ລົ້ມ​ລ້າງ​ແຜນການ​ຂອງ​ຄລິດຕະຈັກ​ແລະ​ລັດຖະບານ​ຄິວ​ເບກ​ທີ່​ຕ້ອງການ​ຈຳກັດ​ເສລີ​ພາບ​ຂອງ​ພະຍານ​ພະ​ເຢໂຫວາ.e

ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ເຄື່ອງ ແຕ່​ເປັນ​ຜູ້​ປະກາດ​ເລື່ອງ​ລາຊະອານາຈັກ​ທີ່​ດຸ​ໝັ່ນ

17. ລັດຖະບານ​ໃນ​ບາງ​ປະເທດ​ພະຍາຍາມ​ຄວບຄຸມ​ວຽກ​ປະກາດ​ຂອງ​ເຮົາ​ແນວ​ໃດ?

17 ຄື​ກັບ​ຄລິດສະຕຽນ​ຮຸ່ນ​ທຳອິດ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້ “ບໍ່​ເໝືອນ​ຄົນ​ຫຼາຍ​ຄົນ​ທີ່​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ປອມ​ປ່ຽນ​ເສຍ” ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ເລາະ​ຂາຍ​ຄຳ​ສອນ​ຂອງ​ພະເຈົ້າ. (ອ່ານ 2 ໂກ​ລິນ 2:17) ແຕ່​ລັດຖະບານ​ໃນ​ບາງ​ປະເທດ​ຄວບຄຸມ​ວຽກ​ປະກາດ​ໂດຍ​ໃຊ້​ກົດ​ຂໍ້​ບັງຄັບ​ຕ່າງໆດ້ານ​ການ​ຄ້າ. ໃຫ້​ເຮົາ​ມາ​ພິຈາລະນາ 2 ຄະດີ​ທີ່​ມີ​ການ​ຕັດສິນ​ຊີ້​ຂາດ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ເລາະ​ຂາຍ​ເຄື່ອງ​ຫຼື​ວ່າ​ເປັນ​ຜູ້​ປະກາດ​ຂ່າວ​ດີ​ກັນ​ແທ້.

18, 19. ເຈົ້າ​ໜ້າ​ທີ່​ລັດ​ໃນ​ປະເທດ​ແດນ​ມາກ​ພະຍາຍາມ​ຂັດ​ຂວາງ​ວຽກ​ປະກາດ​ແນວ​ໃດ?

18 ແດນ​ມາກ. ໃນ​ວັນ​ທີ 1 ຕຸລາ 1932 ເລີ່ມ​ມີ​ການ​ບັງຄັບ​ໃຊ້​ກົດ​ໝາຍ​ຫ້າມ​ບໍ່​ໃຫ້​ຂາຍ​ສິ່ງ​ພິມ​ໃດໆໂດຍ​ບໍ່​ມີ​ໃບ​ອະນຸຍາດ. ແຕ່​ພີ່​ນ້ອງ​ກໍ​ບໍ່​ຍອມ​ໄປ​ຍື່ນ​ຂໍ​ໃບ​ອະນຸຍາດ. ມື້​ຕໍ່​ມາ​ພີ່​ນ້ອງ 5 ຄົນ​ໄປ​ປະກາດ​ໃນ​ເມືອງ​ຣອດ​ສະ​ກິເລີ ເຊິ່ງ​ຢູ່​ຫ່າງ​ຈາກ​ເມືອງ​ຫຼວງ​ໂຄ​ເປ​ນຮາ​ເກນ​ໄປ​ທາງ​ທິດ​ຕາເວັນ​ຕົກ​ປະມານ 30 ກວ່າ​ກິໂລ​ເມັດ. ເມື່ອ​ຮອດ​ຕອນ​ຄ່ຳ ອູ​ກຸດ​ສ ເລ​ມັນ​ຜູ້​ປະກາດ​ຄົນ​ໜຶ່ງ​ໃນ​ກຸ່ມ​ນັ້ນ​ກໍ​ຫາຍ​ຕົວ​ໄປ ລາວ​ຖືກ​ຈັບ​ຍ້ອນ​ຂາຍ​ເຄື່ອງ​ໂດຍ​ບໍ່​ມີ​ໃບ​ອະນຸຍາດ.

19 ໃນ​ວັນ​ທີ 19 ທັນວາ 1932 ອູ​ກຸດ​ສ ເລ​ມັນ​ໄປ​ຂຶ້ນ​ສານ​ແລະ​ໃຫ້​ການ​ວ່າ ລາວ​ໄປ​ຢາມ​ຜູ້​ຄົນ​ເພື່ອ​ສະເໜີ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ບໍ່​ແມ່ນ​ເລາະ​ຂາຍ​ເຄື່ອງ. ສານ​ຊັ້ນ​ຕົ້ນ​ຕັດສິນ​ໃຫ້​ລາວ​ເປັນ​ຝ່າຍ​ຊະນະ​ແລະ​ຍັງ​ບອກ​ວ່າ: “ຈຳ​ເລີຍ . . . ບໍ່​ໄດ້​ຮັບ​ກຳໄລ​ຫຍັງ​ເລີຍ​ຫຼື​ສະແດງ​ວ່າ​ມີ​ເຈຕະນາ​ທີ່​ຈະ​ຄ້າ​ຂາຍ​ເພື່ອ​ຫວັງ​ຜົນ​ກຳໄລ ແຕ່​ສິ່ງ​ທີ່​ລາວ​ເຮັດ​ພັດ​ເຮັດ​ໃຫ້​ລາວ​ເສຍ​ເງິນ​ດ້ວຍ​ຊ້ຳ.” ສານ​ຕັດສິນ​ໃຫ້​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ​ແລະ​ບອກ​ວ່າ​ສິ່ງ​ທີ່​ເລ​ມັນ​ເຮັດ “ບໍ່​ແມ່ນ​ລັກສະນະ​ຂອງ​ການ​ຄ້າ.” ແຕ່​ພວກ​ສັດຕູ​ກໍ​ບໍ່​ລົ້ມ​ເລີກ​ຄວາມ​ພະຍາ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ວຽກ​ປະກາດ​ທົ່ວ​ປະເທດ. (ເພງ. 94:20) ພະນັກງານ​ໄອຍະການ​ຍື່ນ​ອຸທອນ​ໄປ​ຈົນ​ເຖິງ​ສານ​ສູງ​ສຸດ ແລ້ວ​ພີ່​ນ້ອງ​ຂອງ​ເຮົາ​ເຮັດ​ແນວ​ໃດ?

20. ສານ​ສູງ​ສຸດ​ຂອງ​ແດນ​ມາກ​ໄດ້​ປະກາດ​ຄຳ​ຕັດສິນ​ແນວ​ໃດ​ແລະ​ພີ່​ນ້ອງ​ຕອບ​ຮັບ​ແນວ​ໃດ?

20 ປະມານ​ໜຶ່ງ​ອາທິດ​ກ່ອນ​ທີ່​ສານ​ສູງ​ສຸດ​ຈະ​ພິຈາລະນາ​ຄະດີ​ນັ້ນ ພະຍານ​ໃນ​ທົ່ວ​ປະເທດ​ແດນ​ມາກ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ອອກ​ປະກາດ​ຫຼາຍ​ຂຶ້ນ. ໃນ​ວັນ​ອັງຄານ​ທີ 3 ຕຸລາ 1933 ສານ​ສູງ​ສຸດ​ມີ​ຄຳ​ພິພາກສາ​ທີ່​ຍື່ນ​ຕາມ​ສານ​ຊັ້ນ​ຕົ້ນ​ວ່າ ອູ​ກຸດ​ສ ເລ​ມັນ​ບໍ່​ໄດ້​ເຮັດ​ຜິດ​ກົດ​ໝາຍ. ຄຳ​ຕັດສິນ​ນີ້​ໝາຍ​ຄວາມ​ວ່າ​ພະຍານ​ສາມາດ​ປະກາດ​ຕໍ່​ໄປ​ໄດ້​ຢ່າງ​ເສລີ​ພາບ. ເພື່ອ​ສະແດງ​ຄວາມ​ຂອບໃຈ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຊະນະ​ຄະດີ ພີ່​ນ້ອງ​ກໍ​ຍິ່ງ​ອອກ​ປະກາດ​ຫຼາຍ​ຂຶ້ນ. ຕັ້ງ​ແຕ່​ມີ​ຄຳ​ຕັດສິນ​ຂອງ​ສານ​ອອກ​ມາ ພີ່​ນ້ອງ​ໃນ​ປະເທດ​ກໍ​ປະກາດ​ໄດ້​ໂດຍ​ບໍ່​ມີ​ການ​ຂັດ​ຂວາງ​ຈາກ​ລັດຖະບານ.

ພະຍານ​ພະ​ເຢໂຫວາ​ຈັບ​ປ້າຍ​ຢືນ​ເປັນ​ແຖວ​ໃນ​ປະເທດ​ແດນ​ມາກ​ໃນ​ທົດສະວັດ 1930

ພະຍານ​ທີ່​ກ້າຫານ​ໃນ​ປະເທດ​ແດນ​ມາກ​ໃນ​ທົດສະວັດ 1930

21, 22. ສານ​ສູງ​ສຸດ​ໃນ​ສະຫະລັດ​ຕັດສິນ​ຄະດີ​ຂອງ​ພີ່​ນ້ອງ​ເມີ​ດອກ​ແນວ​ໃດ?

21 ສະຫະລັດ. ໃນ​ວັນ​ອາທິດ​ທີ 25 ກຸມພາ 1940 ໄພໂອເນຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຣ​ເບີດ ເມີ​ດອກ ຈູ​ເນ​ຍ​ແລະ​ພະຍານ​ອີກ 7 ຄົນ​ໄດ້​ຖືກ​ຈັບ​ໃນ​ຂະນະ​ທີ່​ປະກາດ​ໃນ​ເມືອງ​ເຈນ​ເນັດ ເຊິ່ງ​ຢູ່​ໃກ້​ກັບ​ເມືອງ​ພິດສເບິຣກ ລັດ​ເພນຊິລເວເນຍ ເຂົາ​ເຈົ້າ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ຍ້ອນ​ບໍ່​ໄດ້​ຂໍ​ໃບ​ອະນຸຍາດ​ສຳລັບ​ການ​ສະເໜີ​ປຶ້ມ. ເມື່ອ​ມີ​ການ​ອຸທອນ ສານ​ສູງ​ສຸດ​ຂອງ​ສະຫະລັດ​ກໍ​ຮັບ​ຄຳ​ຟ້ອງ​ເພື່ອ​ພິຈາລະນາ​ຄະດີ.

22 ໃນ​ວັນ​ທີ 3 ພຶດົ​ສະພາ 1943 ສານ​ສູງ​ສຸດ​ໄດ້​ປະກາດ​ຄຳ​ຕັດສິນ​ທີ່​ເປັນ​ການ​ຄຸ້ມຄອງ​ພະຍານ​ພະ​ເຢໂຫວາ ສານ​ຖື​ວ່າ​ຂໍ້​ຮຽກ​ຮ້ອງ​ທີ່​ໃຫ້​ຈ່າຍ​ເງິນ​ເພື່ອ​ຂໍ​ໃບ​ອະນຸຍາດ​ສຳລັບ​ການ​ແຈກ​ຢາຍ​ສິ່ງ​ພິມ​ທາງ​ສາສະໜາ​ເປັນ​ເລື່ອງ​ທີ່​ຂັດ​ຕໍ່​ລັດຖະທຳມະນູນ. ສານ​ສູງ​ສຸດ​ເຖິງ​ກັບ​ສັ່ງ​ໃຫ້​ຍົກ​ເລີກ​ບັນຍັດ​ຂໍ້​ນີ້ ເນື່ອງ​ຈາກ​ຂໍ້​ນີ້​ເປັນ “ການ​ຈຳກັດ​ເສລີ​ພາບ​ໃນ​ການ​ສະເໜີ​ຂ່າວ​ສານ​ແລະ​ເສລີ​ພາບ​ໃນ​ການ​ເຮັດ​ກິດຈະກຳ​ທາງ​ສາສະໜາ.” ເມື່ອ​ອ່ານ​ຄຳ​ຕັດສິນ​ຂອງ​ຜູ້​ພິພາກສາ​ສຽງ​ສ່ວນ​ຫຼາຍ ວິນລຽມ ໂອ. ດັກ​ລາດ​ສ ຜູ້​ພິພາກສາ​ຄົນ​ໜຶ່ງ​ໄດ້​ເວົ້າ​ວ່າ: ກິດຈະກຳ​ຂອງ​ພະຍານ​ພະ​ເຢໂຫວາ “ເປັນ​ຫຼາຍ​ກວ່າ​ການ​ປະກາດ ຫຼາຍ​ກວ່າ​ການ​ຈຳ​ໜ່າຍ​ຈ່າຍ​ແຈກ​ປຶ້ມ​ກ່ຽວ​ກັບ​ສາສະໜາ ແຕ່​ລວມ​ເຖິງ​ທັງ​ສອງ​ຢ່າງ​ນັ້ນ.” ລາວ​ເວົ້າ​ຕໍ່​ອີກ​ວ່າ: “ການ​ເຮັດ​ກິດຈະກຳ​ທາງ​ສາສະໜາ​ແບບ​ນີ້​ຖື​ວ່າ​ມີ​ກຽດ​ເທົ່າ​ກັບ . . . ການ​ນະມັດສະການ​ແລະ​ການ​ເທດ​ໃນ​ໂບດ.”

23. ເປັນ​ຫຍັງ​ການ​ຊະນະ​ຄະດີ​ໃນ​ປີ 1943 ຈຶ່ງ​ສຳຄັນ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້?

23 ຄຳ​ຕັດສິນ​ຂອງ​ສານ​ນີ້​ເປັນ​ໄຊ​ຊະນະ​ທາງ​ກົດ​ໝາຍ​ຄັ້ງ​ສຳຄັນ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ເປັນ​ການ​ຮັບຮອງ​ວ່າ​ເຮົາ​ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ເຄື່ອງ​ແຕ່​ເປັນ​ຄລິດສະຕຽນ​ທີ່​ປະກາດ​ຂ່າວ​ດີ. ໃນ​ມື້​ທີ່​ໜ້າ​ຈົດ​ຈຳ​ໃນ​ປີ 1943 ນັ້ນ ພະຍານ​ພະ​ເຢໂຫວາ​ໄດ້​ຊະນະ​ຄະດີ​ໃນ​ສານ​ສູງ​ສຸດ 12 ໃນ 13 ຄະດີ​ລວມ​ທັງ​ຄະດີ​ຂອງ​ເມີ​ດອກ​ນຳ​ອີກ. ຄຳ​ຕັດສິນ​ເຫຼົ່າ​ນີ້​ເປັນ​ຕົວຢ່າງ​ທີ່​ມີ​ນ້ຳ​ໜັກ​ຫຼາຍ​ແທ້ໆສຳລັບ​ຄະດີ​ອື່ນໆທີ່​ພວກ​ຜູ້​ຕໍ່​ຕ້ານ​ພະຍາຍາມ​ຂັດ​ຄ້ານ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ສິດ​ໃນ​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ທັງ​ໃນ​ທີ່​ສາທາລະນະ​ແລະ​ຕາມ​ບ້ານ​ເຮືອນ.

“ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ”

24. ເຮົາ​ເຮັດ​ແນວ​ໃດ​ເມື່ອ​ລັດຖະບານ​ສັ່ງ​ຫ້າມ​ວຽກ​ປະກາດ?

24 ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ລັດຖະບານ​ຕ່າງໆຍອມ​ໃຫ້​ເຮົາ​ມີ​ສິດທິ​ຕາມ​ກົດ​ໝາຍ ເຮັດ​ໃຫ້​ເຮົາ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໄດ້​ຢ່າງ​ເສລີ​ພາບ. ແຕ່​ເມື່ອ​ລັດຖະບານ​ຂອງ​ປະເທດ​ໃດ​ຫ້າມ​ວຽກ​ປະກາດ ເຮົາ​ກໍ​ພຽງ​ແຕ່​ປັບ​ປ່ຽນ​ວິທີ​ເພື່ອ​ໃຫ້​ເຮັດ​ວຽກ​ຕໍ່​ໄປ​ໄດ້. ເຮົາ​ເຮັດ​ຄື​ກັບ​ພວກ​ອັກຄະສາວົກ​ທີ່ “ຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.” (ກິດ. 5:29; ມັດ. 28:19, 20) ໃນ​ຂະນະ​ດຽວ​ກັນ ເຮົາ​ກໍ​ອຸທອນ​ຕໍ່​ສານ​ເພື່ອ​ຂໍ​ໃຫ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ເຮັດ​ກິດຈະກຳ​ຂອງ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ 2 ຕົວຢ່າງ.

25, 26. ມີ​ເຫດການ​ຫຍັງ​ໃນ​ປະເທດ​ນີ​ກາ​ຣາ​ກົວ​ທີ່​ເຮັດ​ໃຫ້​ພີ່​ນ້ອງ​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ສູງ​ສຸດ ແລະ​ຜົນ​ເປັນ​ແນວ​ໃດ?

25 ນີ​ກາ​ຣາ​ກົວ. ໃນ​ວັນ​ທີ 19 ພະຈິກ 1952 ດໍ​ໂນ​ແວ​ນ ມັນ​ສະ​ເຕີມານ​ເຊິ່ງ​ເປັນ​ມິດຊັນນາລີ​ແລະ​ຜູ້​ຮັບໃຊ້​ໃນ​ສາຂາ ໄດ້​ເຂົ້າ​ໄປ​ທີ່​ສຳນັກງານ​ກວດ​ຄົນ​ເຂົ້າ​ເມືອງ​ໃນ​ມານາ​ກົວ ເມືອງ​ຫຼວງ​ຂອງ​ນີ​ກາ​ຣາ​ກົວ. ລາວ​ຖືກ​ເອີ້ນ​ໃຫ້​ໄປ​ພົບ​ຫົວ​ໜ້າ​ສຳນັກງານ​ນີ້​ເຊິ່ງ​ກໍ​ຄື ຮ້ອຍ​ຕຳ​ຫຼວດ​ເອກ​ອາ​ນອນ​ໂດ ກາ​ເຊຍ ຕຳ​ຫຼວດ​ຄົນ​ນີ້​ເວົ້າ​ກັບ​ດໍ​ໂນ​ແວ​ນ​ວ່າ ພະຍານ​ພະ​ເຢໂຫວາ​ໃນ​ນີ​ກາ​ຣາ​ກົວ “ຖືກ​ຫ້າມ​ບໍ່​ໃຫ້​ເຜີຍ​ແຜ່​ຫຼັກ​ຄຳ​ສອນ​ແລະ​ບໍ່​ໃຫ້​ເຮັດ​ກິດຈະກຳ​ທາງ​ສາສະໜາ​ອີກ​ຕໍ່​ໄປ.” ເມື່ອ​ດໍ​ໂນ​ແວ​ນ​ຖາມ​ວ່າ​ຍ້ອນ​ຫຍັງ? ຮ້ອຍ​ຕຳ​ຫຼວດ​ເອກ​ກາ​ເຊຍ​ຈຶ່ງ​ອະທິບາຍ​ວ່າ​ກະຊວງ​ບໍ່​ອະນຸຍາດ​ໃຫ້​ປະກາດ​ແລະ​ພະຍານ​ພະ​ເຢໂຫວາ​ຍັງ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຄອມມູນິດ. ແລ້ວ​ແມ່ນ​ໃຜ​ທີ່​ເປັນ​ຄົນ​ກ່າວ​ຫາ? ພວກ​ນັກ​ເທດ​ຂອງ​ຄລິດຕະຈັກ​ໂລມັນ​ກາໂຕລິກ​ນັ້ນ​ເອງ.

ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ນີ​ກາ​ຣາ​ກົວ​ເຊິ່ງ​ປະຊຸມ​ຢູ່​ເດີ່ນ​ກາງ​ແຈ້ງ​ໃນ​ປີ 1953

ພີ່​ນ້ອງ​ໃນ​ປະເທດ​ນີ​ກາ​ຣາ​ກົວ​ໃນ​ໄລຍະ​ທີ່​ຖືກ​ສັ່ງ​ຫ້າມ

26 ພີ່​ນ້ອງ​ມັນ​ສະ​ເຕີມານ​ໄດ້​ຍື່ນ​ອຸທອນ​ທັນທີ​ຕໍ່​ລັດຖະບານ​ແລະ​ກະຊວງ​ກ່ຽວ​ກັບ​ສາສະໜາ​ລວມ​ທັງ​ປະທານາທິບໍດີ​ອາ​ນັດ​ຊະ​ເຕ​ຊິ​ໂຢ ໂຊ​ໂມ​ຊາ ກາ​ເຊຍ ແຕ່​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຫຍັງ​ດີ​ຂຶ້ນ​ເລີຍ. ພວກ​ພີ່​ນ້ອງ​ຈຶ່ງ​ປັບ​ປ່ຽນ​ວິທີ​ການ​ບາງ​ຢ່າງ​ເຊັ່ນ: ປິດ​ຫໍ​ປະຊຸມ ພົບ​ກັນ​ເປັນ​ກຸ່ມ​ນ້ອຍໆ ເຂົາ​ເຈົ້າ​ຍັງ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຕໍ່ໆໄປ ພຽງ​ແຕ່​ບໍ່​ປະກາດ​ຢູ່​ຕາມ​ຫົນ​ທາງ. ເຂົາ​ເຈົ້າ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ນີ​ກາ​ຣາ​ກົວ​ຂໍ​ໃຫ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ວຽກ​ປະກາດ. ໜັງສື​ພິມ​ລາຍງານ​ຂ່າວ​ຢ່າງ​ອຶກກະທຶກ​ກ່ຽວ​ກັບ​ຄຳ​ສັ່ງ​ຫ້າມ​ແລະ​ເນື້ອ​ໃນ​ຄຳ​ຮ້ອງ​ຂອງ​ພະຍານ​ພະ​ເຢໂຫວາ ແລະ​ສານ​ສູງ​ສຸດ​ຍັງ​ຮັບ​ພິຈາລະນາ​ຄະດີ​ນີ້. ຜົນ​ເປັນ​ແນວ​ໃດ? ໃນ​ວັນ​ທີ 19 ມິຖຸນາ 1953 ສານ​ສູງ​ສຸດ​ໄດ້​ຕີ​ພິມ​ຄຳ​ຕັດສິນ​ຢ່າງ​ເປັນ​ເອກະສັນ​ໃຫ້​ພະຍານ​ເປັນ​ຝ່າຍ​ຊະນະ. ສານ​ເຫັນ​ວ່າ​ຄຳ​ສັ່ງ​ຫ້າມ​ນັ້ນ​ຂັດ​ຕໍ່​ລັດຖະທຳມະນູນ​ທີ່​ຮັບຮອງ​ເສລີ​ພາບ​ໃນ​ການ​ສະແດງ​ອອກ ເສລີ​ພາບ​ໃນ​ການ​ເຮັດ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ ແລະ​ເສລີ​ພາບ​ໃນ​ການ​ສະແດງ​ຄວາມ​ເຊື່ອ​ທາງ​ສາສະໜາ. ສານ​ຍັງ​ສັ່ງ​ໃຫ້​ລັດຖະບານ​ນີ​ກາ​ຣາ​ກົວ​ຟື້ນຟູ​ຄວາມ​ສຳພັນ​ກັບ​ພະຍານ​ພະ​ເຢໂຫວາ​ນຳ​ອີກ.

27. ເປັນ​ຫຍັງ​ຊາວ​ນີ​ກາ​ຣາ​ກົວ​ຮູ້ສຶກ​ແປກ​ໃຈ​ຫຼາຍ​ເມື່ອ​ສານ​ສູງ​ສຸດ​ຕັດສິນ​ໃຫ້​ພະຍານ​ເປັນ​ຝ່າຍ​ຊະນະ ແລະ​ພີ່​ນ້ອງ​ເບິ່ງ​ໄຊ​ຊະນະ​ຄັ້ງ​ນີ້​ແນວ​ໃດ?

27 ຊາວ​ນີ​ກາ​ຣາ​ກົວ​ແປກ​ໃຈ​ຫຼາຍ​ທີ່​ສານ​ສູງ​ສຸດ​ຕັດສິນ​ໃຫ້​ພະຍານ​ເປັນ​ຝ່າຍ​ຊະນະ​ຄະດີ. ກ່ອນ​ໜ້າ​ນັ້ນ ພວກ​ນັກ​ເທດ​ມີ​ອິດທິພົນ​ຫຼາຍ​ຈົນ​ສານ​ບໍ່​ຢາກ​ມີ​ເລື່ອງ​ຂັດ​ແຍ່ງ​ກັບ​ເຂົາ​ເຈົ້າ. ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ກໍ​ມີ​ອຳນາດ​ຫຼາຍ​ຈົນ​ສານ​ເກືອບ​ບໍ່​ກ້າ​ຕັດສິນ​ຄະດີ​ແບບ​ທີ່​ສວນ​ທາງ​ກັບ​ເຂົາ​ເຈົ້າ ພີ່​ນ້ອງ​ຈຶ່ງ​ໝັ້ນ​ໃຈ​ວ່າ​ທີ່​ເຂົາ​ເຈົ້າ​ຊະນະ​ໃນ​ຄັ້ງ​ນັ້ນ​ກໍ​ເພາະ​ກະສັດ​ເຍຊູ​ໄດ້​ປົກ​ປ້ອງ​ແລະ​ເພາະ​ເຂົາ​ເຈົ້າ​ບໍ່​ເຄີຍ​ຢຸດ​ປະກາດ.—ກິດ. 1:8

28, 29. ກາງ​ທົດສະວັດ 1980 ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ທີ່​ປະເທດ​ຊາ​ອີ?

28 ຊາ​ອີ. ກາງ​ທົດສະວັດ 1980 ມີ​ພະຍານ​ພະ​ເຢໂຫວາ​ປະມານ 35.000 ຄົນ​ໃນ​ປະເທດ​ຊາ​ອີ ປັດຈຸບັນ​ຄື​ສາທາລະນະ​ລັດ​ປະຊາທິປະໄຕ​ກົງ​ໂກ. ສາຂາ​ໄດ້​ຕັດສິນ​ໃຈ​ສ້າງ​ອາຄານ​ໃໝ່​ຫຼາຍ​ຫຼັງ​ເພື່ອ​ຮອງ​ຮັບ​ວຽກ​ທີ່​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ. ໃນ​ເດືອນ​ທັນວາ 1985 ມີ​ການ​ປະຊຸມ​ນານາ​ຊາດ​ທີ່​ເມືອງ​ຫຼວງ​ທີ່​ຊື່​ວ່າ​ກິນ​ຊາ​ຊາ ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຈາກ​ສະຖານ​ທີ່​ຕ່າງໆໃນ​ທົ່ວ​ໂລກ 32.000 ຄົນ​ນັ່ງ​ຢູ່​ເຕັມ​ສະ​ໜາມ​ກິລາ​ຂອງ​ເມືອງ​ນີ້. ແຕ່​ຫຼັງ​ຈາກ​ນັ້ນ​ສະພາບການ​ກໍ​ເລີ່ມ​ປ່ຽນ​ໄປ ເກີດ​ຫຍັງ​ຂຶ້ນ​ກັບ​ພະຍານ​ພະ​ເຢໂຫວາ​ໃນ​ທີ່​ນັ້ນ?

29 ພີ່​ນ້ອງ​ມາເຊ​ວ ຟິລ​ໂທ ມິດຊັນນາລີ​ຈາກ​ຄິວ​ເບກ​ປະເທດ​ການາດາ​ເຊິ່ງ​ເຄີຍ​ຖືກ​ຂົ່ມເຫງ​ໃນ​ຍຸກ​ດູ​ເພ​ລດ​ຊິດ​ປົກຄອງ ແລະ​ຕອນ​ນັ້ນ​ໄດ້​ຮັບໃຊ້​ໃນ​ຊາ​ອີ ເລົ່າ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ວ່າ: “ວັນ​ທີ 12 ມີນາ 1986 ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ຮັບ​ຈົດ​ໝາຍ​ແຈ້ງ​ວ່າ​ສະມາຄົມ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ຊາ​ອີ​ເປັນ​ສະມາຄົມ​ທີ່​ຜິດ​ກົດ​ໝາຍ.” ຄຳ​ສັ່ງ​ຫ້າມ​ນີ້​ລົງ​ນາມ​ໂດຍ​ໂມ​ບູ​ຕູ ເຊ​ເຊ ເຊ​ໂກ​ເຊິ່ງ​ເປັນ​ປະທານາທິບໍດີ​ຂອງ​ຊາ​ອີ.

30. ບັນຫາ​ໃຫຍ່​ທີ່​ຄະນະ​ກຳມະການ​ສາຂາ​ຕ້ອງ​ຕັດສິນ​ໃຈ​ແມ່ນ​ຫຍັງ ແລະ​ເຂົາ​ເຈົ້າ​ຕັດສິນ​ໃຈ​ແນວ​ໃດ?

30 ມື້​ຕໍ່​ມາ ສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາຍງານ​ວ່າ: “ເຮົາ​ຈະ​ບໍ່​ໄດ້​ຍິນ​ຫຍັງ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ​ໃນ [ຊາ​ອີ] ອີກ​ຕໍ່​ໄປ.” ແລ້ວ​ການ​ຂົ່ມເຫງ​ກໍ​ເກີດ​ຂຶ້ນ​ທັນທີ. ຫໍ​ປະຊຸມ​ຖືກ​ທຳລາຍ ພີ່​ນ້ອງ​ຂອງ​ເຮົາ​ຖືກ​ປຸ້ນ ຖືກ​ຈັບ ຖືກ​ຂັງ​ຄຸກ ແລະ​ຖືກ​ຕີ ແມ່ນ​ແຕ່​ເດັກ​ນ້ອຍ​ທີ່​ເປັນ​ພະຍານ​ກໍ​ຖືກ​ຂັງ​ຄຸກ. ໃນ​ວັນ​ທີ 12 ຕຸລາ 1988 ລັດຖະບານ​ໄດ້​ຍຶດ​ຊັບ​ສິນ​ຂອງ​ອົງການ ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນ​ຄົງ​ໄດ້​ເຂົ້າ​ຍຶດ​ສາຂາ. ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ປະທານາທິບໍດີ​ໂມ​ບູ​ຕູ ແຕ່​ລາວ​ບໍ່​ຮັບ​ຄຳ​ຮ້ອງ. ເມື່ອ​ເຖິງ​ຕອນ​ນີ້​ຄະນະ​ກຳມະການ​ສາຂາ​ຈຶ່ງ​ມີ​ບັນຫາ​ໃຫຍ່​ຫຼາຍ​ທີ່​ຕ້ອງ​ຕັດສິນ​ໃຈ​ວ່າ: “ເຮົາ​ຄວນ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ ຫຼື​ຖ້າ​ເບິ່ງ​ສະຖານະການ​ໄປ​ກ່ອນ?” ທິ​ໂມ​ທີ ໂຮມ ມິດຊັນນາລີ​ແລະ​ຜູ້​ປະສານ​ງານ​ສາຂາ​ໃນ​ຊາ​ອີ​ຕອນ​ນັ້ນ​ໄດ້​ເລົ່າ​ວ່າ: “ເຮົາ​ຂໍ​ການ​ຊີ້​ນຳ​ແລະ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ.” ຫຼັງ​ຈາກ​ຄິດ​ຢ່າງ​ຮອບຄອບ​ແລະ​ອະທິດຖານ​ຈາກ​ໃຈ​ຈິງ ຄະນະ​ກຳມະການ​ຈຶ່ງ​ເຫັນ​ດີ​ວ່າ​ຍັງ​ບໍ່​ເຖິງ​ເວລາ​ທີ່​ເຮົາ​ຈະ​ດຳເນີນ​ການ​ທາງ​ກົດ​ໝາຍ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຫັນ​ມາ​ເອົາໃຈໃສ່​ເບິ່ງ​ແຍງ​ພີ່​ນ້ອງ​ແລະ​ຫາ​ວິທີ​ອື່ນໆທີ່​ເຮັດ​ໃຫ້​ເຮົາ​ປະກາດ​ຕໍ່​ໄປ​ໄດ້.

“ໃນ​ລະຫວ່າງ​ທີ່​ມີ​ການ​ຮ້ອງ​ຟ້ອງ​ຄະດີ​ນີ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ສາມາດ​ປ່ຽນ​ສະຖານະການ​ຕ່າງໆໄດ້”

31, 32. ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ໃນ​ປະເທດ​ຊາ​ອີ​ໜ້າ​ງຶດງໍ້​ແນວ​ໃດ ແລະ​ຄຳ​ຕັດສິນ​ນີ້​ມີ​ຜົນ​ຕໍ່​ພີ່​ນ້ອງ​ແນວ​ໃດ?

31 ຫຼາຍ​ປີ​ຜ່ານ​ໄປ. ມີ​ການ​ຕໍ່​ຕ້ານ​ພະຍານ​ໜ້ອຍ​ລົງ ແລະ​ການ​ນັບຖື​ສິດທິ​ມະນຸດ​ໃນ​ປະເທດ​ນີ້​ກໍ​ມີ​ຫຼາຍ​ຂຶ້ນ. ສຳນັກງານ​ສາຂາ​ຈຶ່ງ​ຕັດສິນ​ໃຈ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ຮ້ອງ​ຂໍ​ຕໍ່​ສານ​ສູງ​ສຸດ​ຂອງ​ຊາ​ອີ​ໃຫ້​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ. ໜ້າ​ງຶດງໍ້​ແທ້ໆທີ່​ສານ​ສູງ​ສຸດ​ຍອມ​ພິ​ຈະ​ລະ​ນາ​ຄະດີ. ເມື່ອ​ເຖິງ​ວັນ​ທີ 8 ມັງກອນ 1993 ເຊິ່ງ​ເປັນ​ເວລາ​ເກືອບ 7 ປີ​ຫຼັງ​ຈາກ​ມີ​ຄຳ​ສັ່ງ​ຫ້າມ​ທີ່​ລົງ​ນາມ​ໂດຍ​ປະທານາທິບໍດີ ສານ​ໄດ້​ຕັດສິນ​ວ່າ​ການ​ຕໍ່​ຕ້ານ​ທີ່​ລັດຖະບານ​ໄດ້​ເຮັດ​ກັບ​ພະຍານ​ເປັນ​ການ​ກະທຳ​ທີ່​ຜິດ​ກົດ​ໝາຍ ແລະ​ຕ້ອງ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ນັ້ນ. ຄິດ​ເບິ່ງ​ແມ ນີ້​ໝາຍ​ຄວາມ​ວ່າ​ພວກ​ຜູ້​ພິພາກສາ​ຍົກ​ເລີກ​ຄຳ​ສັ່ງ​ຂອງ​ປະທານາທິບໍດີ​ເຖິງ​ແມ່ນ​ວ່າ​ຕ້ອງ​ສ່ຽງ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ! ແຕ່​ພີ່​ນ້ອງ​ໂຮມ​ບອກ​ວ່າ: “ໃນ​ລະຫວ່າງ​ທີ່​ມີ​ການ​ຟ້ອງ​ຮ້ອງ​ຄະດີ​ນີ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ສາມາດ​ປ່ຽນ​ສະຖານະການ​ຕ່າງໆໄດ້.” (ດາ. 2:21) ໄຊ​ຊະນະ​ໃນ​ຄັ້ງ​ນີ້​ເຮັດ​ໃຫ້​ພີ່​ນ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ກະສັດ​ເຍຊູ​ຊີ້​ນຳ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຮູ້​ວ່າ​ຈະ​ໃຊ້​ກົດ​ໝາຍ​ເມື່ອ​ໃດ​ແລະ​ແນວ​ໃດ.

ພີ່​ນ້ອງ​ຍິງ​ສອງ​ຄົນ​ຢູ່​ທີ່​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ສາທາລະນະ​ລັດ​ປະຊາທິປະໄຕ​ກົງ​ໂກ

ພະຍານ​ພະ​ເຢໂຫວາ​ໃນ​ສາທາລະນະ​ລັດ​ປະຊາທິປະໄຕ​ກົງ​ໂກ ດີ​ໃຈ​ຫຼາຍ​ທີ່​ເຂົາ​ເຈົ້າ​ມີ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ

32 ເມື່ອ​ຍົກ​ເລີກ​ການ​ສັ່ງ​ຫ້າມ​ແລ້ວ ສຳນັກງານ​ສາຂາ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ມິດຊັນນາລີ​ສ້າງ​ສຳນັກງານ​ໃໝ່​ອີກ​ບ່ອນ​ໜຶ່ງ ແລະ​ນຳ​ເຂົ້າ​ສັບພະ​ໜັງສື​ຕ່າງໆກ່ຽວ​ກັບ​ຄຳພີ​ໄບເບິນ.f ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທົ່ວ​ໂລກ​ຮູ້ສຶກ​ຍິນດີ​ແທ້ໆທີ່​ເຫັນ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ!—ເອຊາ. 52:10

“ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ”

33. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ເມື່ອ​ທົບ​ທວນ​ຄະດີ​ເຫຼົ່າ​ນີ້?

33 ການ​ທົບ​ທວນ​ເລື່ອງ​ການ​ສູ້​ຄະດີ​ເຫຼົ່າ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຮັກສາ​ຄຳ​ສັນຍາ​ທີ່​ວ່າ: “ເຮົາ​ຈະ​ປະທານ​ປາກ​ແລະ​ສະຕິ​ປັນຍາ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ​ທີ່​ສັດຕູ​ທັງ​ປວງ​ຂອງ​ທ່ານ​ຈະ​ອາດ​ຕອບ​ແລະ​ຕໍ່​ສູ້​ບໍ່​ໄດ້.” (ອ່ານ​ລືກາ 21:12-15) ໃນ​ທຸກ​ມື້​ນີ້ ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ໃຊ້​ຄົນ​ອື່ນໆເຊິ່ງ​ເປັນ​ຄື​ກັບ​ຄາມາລຽນ​ໃຫ້​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ ຫຼື​ອາດ​ກະຕຸ້ນ​ຜູ້​ພິພາກສາ​ແລະ​ນັກ​ກົດ​ໝາຍ​ໃຫ້​ຮັກສາ​ຄວາມ​ຍຸຕິທຳ. ພະ​ເຢໂຫວາ​ເຮັດ​ໃຫ້​ອາວຸດ​ຂອງ​ພວກ​ຜູ້​ຕໍ່​ຕ້ານ​ໃຊ້​ການ​ບໍ່​ໄດ້. (ອ່ານ​ເອຊາອີ 54:17) ການ​ຕໍ່​ຕ້ານ​ບໍ່​ອາດ​ຢຸດ​ວຽກ​ຂອງ​ພະເຈົ້າ​ໄດ້.

34. ເປັນ​ຫຍັງ​ໄຊ​ຊະນະ​ທາງ​ກົດ​ໝາຍ​ຈຶ່ງ​ໜ້າ​ງຶດງໍ້​ແທ້ໆ? (ເບິ່ງ​ຂອບ “ໄຊ​ຊະນະ​ໃນ​ສານ​ສູງ​ທີ່​ຊ່ວຍ​ໃຫ້​ວຽກ​ປະກາດ​ກ້າວ​ໜ້າ”)

34 ເປັນ​ຫຍັງ​ໄຊ​ຊະນະ​ທາງ​ດ້ານ​ກົດ​ໝາຍ​ຈຶ່ງ​ເປັນ​ຕາ​ງຶດງໍ້​ແທ້ໆ? ລອງ​ຄິດ​ເບິ່ງ ພະຍານ​ພະ​ເຢໂຫວາ​ບໍ່​ແມ່ນ​ຄົນ​ເດັ່ນ​ດັງ ບໍ່​ແມ່ນ​ຜູ້​ມີ​ອິດທິພົນ ເຮົາ​ບໍ່​ລົງ​ຄະແນນ​ສຽງ​ເລືອກ​ຕັ້ງ ບໍ່​ໄປ​ຟັງ​ນັກ​ການ​ເມືອງ​ຫາ​ສຽງ ບໍ່​ໄດ້​ຂໍຮ້ອງ​ໃຫ້​ນັກ​ການ​ເມືອງ​ຊ່ວຍ​ເຫຼືອ ແລະ​ພະຍານ​ທີ່​ຂຶ້ນ​ສານ​ສ່ວນ​ຫຼາຍ​ຖືກ​ເບິ່ງ​ວ່າ​ເປັນ​ຄົນ​ທີ່: “ບໍ່​ມີ​ການ​ສຶກສາ.” (ກິດ. 4:13, ລ.ມ.) ໃນ​ສາຍ​ຕາ​ຂອງ​ມະນຸດ ເກືອບ​ຈະ​ບໍ່​ມີ​ຫຍັງ​ທີ່​ເປັນ​ແຮງ​ຈູງ​ໃຈ​ທີ່​ເຮັດ​ໃຫ້​ສານ​ຢາກ​ຕັດສິນ​ໃຫ້​ເຮົາ​ເປັນ​ຝ່າຍ​ຊະນະ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ມີ​ເລື່ອງ​ບາດ​ໝາງ​ກັບ​ພວກ​ຜູ້​ຕໍ່​ຕ້ານ​ທັງ​ໃນ​ວົງ​ການ​ສາສະໜາ​ແລະ​ການ​ເມືອງ​ດ້ວຍ​ຊ້ຳ ແຕ່​ສານ​ຍັງ​ຕັດສິນ​ໃຫ້​ເຮົາ​ຊະນະ​ຄະດີ​ຫຼາຍ​ຕໍ່​ຫຼາຍ​ຄັ້ງ! ໄຊ​ຊະນະ​ທາງ​ກົດ​ໝາຍ​ພິສູດ​ວ່າ​ເຮົາ​ເປັນ “ສາວົກ​ພະ​ຄລິດ” ທີ່ ‘ຢູ່​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ສະເໝີ.’ (2 ໂກ. 2:17, ລ.ມ.) ເຮົາ​ຈຶ່ງ​ໝັ້ນ​ໃຈ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ເວົ້າ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ສິ່ງ​ໃດ.”—ເຫບ. 13:6, ລ.ມ.

a ຄະດີ​ລະຫວ່າງ​ແຄນ​ທະເວວ​ກັບ​ລັດ​ຄອນ​ເນ​ດທິ​ຄັດ​ເປັນ​ຄະດີ​ທຳອິດ​ໃນ 43 ຄະດີ​ທີ່​ພີ່​ນ້ອງ​ເຮ​ເດນ ຄັບ​ວິງ​ຕັນ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ສະຫະລັດ ເພື່ອ​ປົກ​ປ້ອງ​ພີ່​ນ້ອງ​ຂອງ​ເຮົາ. ລາວ​ເສຍ​ຊີວິດ​ໃນ​ປີ 1978. ໂດໂຣ​ທີ ເມຍ​ຂອງ​ລາວ​ຮັບໃຊ້​ຢ່າງ​ສັດ​ຊື່​ຈົນ​ເສຍ​ຊີວິດ​ໃນ​ປີ 2015 ດ້ວຍ​ອາຍຸ 92 ປີ.

b ຂໍ້​ຫາ​ນີ້​ອາໄສ​ກົດ​ໝາຍ​ທີ່​ອອກ​ໃນ​ປີ 1606 ເຊິ່ງ​ອະນຸຍາດ​ໃຫ້​ລູກ​ຂຸນ​ເວົ້າ​ເຖິງ​ຄວາມ​ຜິດ​ຂອງ​ບຸກຄົນ​ໃດ​ໜຶ່ງ​ທີ່​ລາວ​ເຫັນ​ວ່າ​ໄດ້​ເວົ້າ​ປຸກປັ່ນ​ໃຫ້​ເກີດ​ຄວາມ​ເປັນ​ສັດຕູ​ກັນ​ເຖິງ​ແມ່ນ​ສິ່ງ​ນັ້ນ​ຈະ​ເປັນ​ຄວາມ​ຈິງ​ກໍ​ຕາມ.

c ໃນ​ປີ 1950 ມີ​ຜູ້​ຮັບໃຊ້​ເຕັມ​ເວລາ​164 ຄົນ​ໃນ​ຄິວ​ເບກ ເຊິ່ງ​ລວມ​ເຖິງ​ນັກ​ຮຽນ​ກິລຽດ 63 ຄົນ​ທີ່​ເຕັມ​ໃຈ​ໄປ​ເຮັດ​ວຽກ​ຢູ່​ທີ່​ນັ້ນ​ທັງໆ ທີ່​ຮູ້​ວ່າ​ຈະ​ປະສົບ​ກັບ​ການ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ໃນ​ວັນ​ຂ້າງ​ໜ້າ.

d ພີ່​ນ້ອງ​ດັບ​ເບິນ​ຢູ. ເກ​ລນ ຮາວ​ເປັນ​ທະນາຍ​ຄວາມ​ທີ່​ກ້າຫານ​ຫຼາຍ ລາວ​ສູ້​ຄະດີ​ເປັນ​ຮ້ອຍໆຄະດີ​ເພື່ອ​ພະຍານ​ພະ​ເຢໂຫວາ​ໃນ​ການາດາ​ແລະ​ປະເທດ​ອື່ນໆຕັ້ງ​ແຕ່​ປີ 1943-2003.

e ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄະດີ​ນີ້​ຢູ່​ໃນ​ບົດ​ຄວາມ “ການ​ຮົບ​ນັ້ນ​ບໍ່​ແມ່ນ​ເລື່ອງ​ຂອງ​ທ່ານ ແຕ່​ເປັນ​ຂອງ​ພະເຈົ້າ” ໃນ​ຕື່ນ​ເຖີດ! 22 ເມສາ 2000 ໜ້າ 18-24 (ພາສາ​ອັງກິດ)

f ໃນ​ທີ່​ສຸດ​ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນ​ຄົງ​ກໍ​ຖອນ​ກຳລັງ​ອອກ​ຈາກ​ສາຂາ ແຕ່​ສາຂາ​ໄດ້​ສ້າງ​ສຳນັກງານ​ໃໝ່​ໃນ​ພື້ນ​ທີ່​ອື່ນ​ແລ້ວ.

ເຈົ້າ​ໝັ້ນ​ໃຈ​ຫຼາຍ​ສ່ຳ​ໃດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້?

  • ຄຳ​ປະກາດ​ຂອງ​ສານ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ເຄື່ອງ ນັກ​ປຸກ​ລະ​ດົມ ຫຼື​ກໍ່​ຄວາມ​ວຸ່ນວາຍ ແຕ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ?

  • ເຮົາ​ຍັງ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ໄຊ​ຊະນະ​ທາງ​ກົດ​ໝາຍ​ໃນ​ອະດີດ?

  • ເມື່ອ​ວຽກ​ປະກາດ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ ພວກ​ເຮົາ​ເຮັດ​ແນວ​ໃດ?

  • ເມື່ອ​ເບິ່ງ​ຕາມ​ທັດສະນະ​ຂອງ​ມະນຸດ ເປັນ​ຫຍັງ​ຈຶ່ງ​ໜ້າ​ງຶດງໍ້​ຫຼາຍ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຊະນະ​ຄະດີ​ໃຫຍ່ໆຫຼາຍ​ຄະດີ?

  • ການ​ທົບ​ທວນ​ເລື່ອງ​ການ​ສູ້​ຄະດີ​ໃນ​ສານ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ແນວ​ໃດ?

ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ປະເທດ​ແຊມ​ເບຍ​ກຳລັງ​ປະກາດ​ຂ່າວ​ດີ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງ​ລາວ

ເມືອງ​ສະ​ຕາ​ຣາ ພາ​ໂຊ​ວາ ປະເທດ​ເຊີ​ເບຍ

ໄຊ​ຊະນະ​ໃນ​ສານ​ສູງ​ທີ່​ຊ່ວຍ​ໃຫ້​ວຽກ​ປະກາດ​ກ້າວ​ໜ້າ

ວັນ​ຕັດສິນ​ຄະດີ 11 ພະຈິກ 1927

ປະເທດ ສະ​ວິດ

ປະເດັນ ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ​ແລະ​ຄວາມ​ເຊື່ອ.

ເຫດການ ໃນ​ຂະນະ​ທີ່​ພີ່​ນ້ອງ​ອະດ໋ອບ ຮິ​ວ​ເບີ​ກຳລັງ​ປະກາດ​ຢູ່ ຕຳ​ຫຼວດ​ຄົນ​ໜຶ່ງ​ກໍ​ເຂົ້າ​ມາ​ສັ່ງ​ໃຫ້​ລາວ​ຢຸດ​ປະກາດ ຕຳ​ຫຼວດ​ກ່າວ​ຫາ​ພີ່​ນ້ອງ​ຄົນ​ນີ້​ວ່າ​ແຈກ​ຢາຍ​ແຜ່ນ​ພັບ​ທີ່​ກໍ່​ຄວາມ​ຂັດ​ແຍ່ງ​ທາງ​ສາສະໜາ ແລະ​ໄດ້​ຍຶດ​ເອົາ​ແຜ່ນ​ພັບ​ໄປ.

ຄຳ​ຕັດສິນ ພີ່​ນ້ອງ​ຮິ​ວ​ເບີ​ຄັດ​ຄ້ານ​ການ​ກະທຳ​ຂອງ​ຕຳ​ຫຼວດ​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ​ລັດຖະບານ​ກາງ ສານ​ເຫັນ​ວ່າ​ການ​ຍຶດ​ແຜ່ນ​ພັບ​ທາງ​ສາສະໜາ​ເປັນ​ສິ່ງ​ທີ່​ຂັດ​ກັບ “ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ​ແລະ​ຄວາມ​ເຊື່ອ.”

ຜົນ​ຂອງ​ຄຳ​ຕັດສິນ ຕຳ​ຫຼວດ​ເຊົາ​ຂັດ​ຂວາງ​ວຽກ​ປະກາດ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ.

ວັນ​ຕັດສິນ​ຄະດີ 9 ກໍລະກົດ 1935

ປະເທດ ຣູ​ມາ​ນີ

ປະເດັນ ເສລີ​ພາບ​ໃນ​ການ​ສະແດງ​ອອກ.

ເຫດການ ພະຍານ​ພະ​ເຢໂຫວາ 6 ຄົນ​ຖືກ​ຈັບ​ຍ້ອນ​ວ່າ​ແຈກ​ຢາຍ​ປຶ້ມ​ທີ່ “ທຳລາຍ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ບ້ານ​ເມືອງ.” ພີ່​ນ້ອງ​ເຫຼົ່າ​ນັ້ນ​ຕິດ​ຄຸກ 15 ມື້.

ຄຳ​ຕັດສິນ ສານ​ຍຸຕິທຳ​ສູງ​ສຸດ​ເຫັນ​ວ່າ​ພະຍານ​ເຮັດ​ກິດຈະກຳ​ຂອງ​ຕົວ​ເອງ​ຢ່າງ​ສະຫງົບ ປຶ້ມ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ອັນຕະລາຍ​ຕໍ່​ສັງຄົມ ແລະ​ເຂົາ​ເຈົ້າ​ມີ​ສິດ​ແບ່ງ​ປັນ​ຄວາມ​ຄິດ​ເຫັນ​ໃຫ້​ກັບ​ຄົນ​ອື່ນໆ.

ຜົນ​ຂອງ​ຄຳ​ຕັດສິນ ຄຳ​ຕັດສິນ​ນີ້​ກັບ​ຄະດີ​ອື່ນໆອີກ 530 ຄະດີ​ທີ່​ສານ​ໄດ້​ພິຈາລະນາ​ມາ​ຕັ້ງ​ແຕ່​ປີ 1933-1939 ຮັບຮອງ​ວ່າ​ພີ່​ນ້ອງ​ຂອງ​ເຮົາ​ມີ​ສິດ​ຕາມ​ລັດຖະທຳມະນູນ​ທີ່​ຈະ​ປະກາດ​ຕໍ່​ໄປ. ເຮົາ​ຈຶ່ງ​ປະກາດ​ໄດ້​ຢ່າງ​ເສລີ​ພາບ​ຈົນ​ເຖິງ​ທຸກ​ມື້​ນີ້.

ວັນ​ຕັດສິນ​ຄະດີ 17 ມີນາ 1953

ປະເທດ ໂຮ​ນ​ລັງ

ປະເດັນ ເສລີ​ພາບ​ໃນ​ການ​ສະແດງ​ອອກ​ແລະ​ສະເໜີ​ຂ່າວ​ສານ.

ເຫດການ ພີ່​ນ້ອງ​ປີເຕີ ຮາ​ເວນ​ນາ​ຖືກ​ຈັບ​ຍ້ອນ​ຝ່າ​ຝືນ​ຄຳ​ສັ່ງ​ທີ່​ກຳນົດ​ໃຫ້​ແຈກ​ຢາຍ​ປຶ້ມ​ໄດ້​ສະເພາະ​ວັນ​ອັງຄານ​ກັບ​ວັນ​ພຸດ ຕັ້ງ​ແຕ່​ເວລາ 9:00-11.00 ໂມງ​ເທົ່າ​ນັ້ນ.

ຄຳ​ຕັດສິນ ສານ​ສູງ​ສຸດ​ເຫັນ​ວ່າ​ຂໍ້​ຫ້າມ​ນີ້​ເຂັ້ມ​ງວດ​ເກີນ​ໄປ.

ຜົນ​ຂອງ​ຄຳ​ຕັດສິນ ມີ​ການ​ຍົກ​ເລີກ​ຂໍ້​ບັນຍັດ​ອື່ນໆທີ່​ຈຳກັດ​ສິດ​ໃນ​ການ​ສະເໜີ​ປຶ້ມ​ຫຼື​ສິ່ງ​ພິມ​ຕ່າງໆ ເຊິ່ງ​ເຂັ້ມ​ງວດ​ເຖິງ​ຂະໜາດ​ທີ່​ເຮັດ​ໃຫ້​ບໍ່​ສາມາດ​ເຮັດ​ກິດຈະກຳ​ທາງ​ສາສະໜາ​ໄດ້.

ວັນ​ຕັດສິນ​ຄະດີ 6 ຕຸລາ 1953

ປະເທດ ການາດາ

ປະເດັນ ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ​ແລະ​ການ​ສະແດງ​ອອກ.

ເຫດການ ກົດ​ໝາຍ​ທ້ອງຖິ່ນ​ໃນ​ເມືອງ​ຄິວ​ເບກ​ຫ້າມ​ບໍ່​ໃຫ້​ຜູ້​ໃດ​ຈຳ​ໜ່າຍ​ປຶ້ມ​ຕ່າງໆໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຕຳ​ຫຼວດ. ຜູ້​ດູ​ແລ​ເດີນ​ທາງ​ຊື່​ລໍ​ຢາ ໂຊ​ມົວ ຕ້ອງ​ຕິດ​ຄຸກ 3 ເດືອນ​ຍ້ອນ​ຝ່າ​ຝືນ​ກົດ​ໝາຍ​ຂໍ້​ນີ້.

ຄຳ​ຕັດສິນ ສານ​ສູງ​ສຸດ​ເຫັນ​ວ່າ​ການ​ຕັ້ງ​ຂໍ້​ຫ້າມ​ແບບ​ນັ້ນ​ກັບ​ພະຍານ​ພະ​ເຢໂຫວາ​ເປັນ​ເລື່ອງ​ຜິດ​ກົດ​ໝາຍ. ສານ​ຮັບຮອງ​ວ່າ​ການ​ແຈກ​ຢາຍ​ຂ່າວ​ສານ​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃຫ້​ກັບ​ຜູ້​ຄົນ​ເປັນ​ກິດຈະກຳ​ທາງ​ສາສະໜາ​ຢ່າງ​ໜຶ່ງ​ຂອງ​ພະຍານ​ພະ​ເຢໂຫວາ​ຕາມ​ສິດທິ​ທີ່​ລັດຖະທຳມະນູນ​ຄຸ້ມຄອງ.

ຜົນ​ຂອງ​ຄຳ​ຕັດສິນ ສານ​ຍົກ​ຟ້ອງ​ຂໍ້​ກ່າວ​ຫາ​ຫຼາຍ​ກວ່າ 1.600 ຂໍ້​ໃນ​ຄິວ​ເບກ.

ວັນ​ຕັດສິນ​ຄະດີ 13 ກໍລະກົດ 1983

ປະເທດ ເຊີ​ເບຍ

ປະເດັນ ເສລີ​ພາບ​ໃນ​ການ​ສະແດງ​ອອກ​ແລະ​ການ​ສະເໜີ​ຂ່າວ​ສານ.

ເຫດການ ພີ່​ນ້ອງ​ຍິງ 2 ຄົນ​ຖືກ​ຈັບ​ຍ້ອນ​ແຈກ​ຢາຍ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ຖືກ​ຟ້ອງ​ຍ້ອນ​ຂໍ້​ຫາ “ກໍ່​ຄວາມ​ບໍ່​ສະຫງົບ​ສຸກ​ໃຫ້​ກັບ​ສັງຄົມ” ແລະ​ທັງ​ສອງ​ກໍ​ຖືກ​ຂັງ​ຄຸກ 5 ມື້.

ຄຳ​ຕັດສິນ ສານ​ສູງ​ສຸດ​ເຫັນ​ວ່າ​ພີ່​ນ້ອງ 2 ຄົນ​ນີ້​ບໍ່​ໄດ້​ຝ່າ​ຝືນ​ກົດ​ໝາຍ ແລະ​ບໍ່​ມີ​ຫຼັກ​ຖານ​ໃດໆທີ່​ພິສູດ​ວ່າ​ເຂົາ​ເຈົ້າ​ກໍ່​ຄວາມ​ວຸ່ນວາຍ​ຕາມ​ທີ່​ກ່າວ​ຫາ.

ຜົນ​ຂອງ​ຄຳ​ຕັດສິນ ຫຼັງ​ຈາກ​ຊະນະ​ຄະດີ​ໃນ​ຄັ້ງ​ນີ້ ການ​ຈັບ​ພີ່​ນ້ອງ​ແລະ​ການ​ຍຶດ​ສັບພະ​ໜັງສື​ກໍ​ຫຼຸດ​ລົງ.

ວັນ​ຕັດສິນ​ຄະດີ 26 ພຶດສະພາ 1986

ປະເທດ ຕວກກີ

ປະເດັນ ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ​ແລະ​ຄວາມ​ເຊື່ອ.

ເຫດການ ຫຼັງ​ຈາກ​ພະຍານ 3 ຄອບຄົວ​ຂໍ​ລະບຸ​ສາສະໜາ​ພະຍານ​ພະ​ເຢໂຫວາ​ໃນ​ບັດ​ປະຈຳ​ຕົວ ພີ່​ນ້ອງ​ຊາຍ​ຍິງ 23 ຄົນ​ກໍ​ຕິດ​ຄຸກ​ຍ້ອນ​ຂໍ້​ຫາ​ພະຍາຍາມ​ປ່ຽນ​ແປງ​ລະບຽບ​ທາງ​ສັງຄົມ​ຫຼື​ທາງ​ການ​ເມືອງ.

ຄຳ​ຕັດສິນ ສານ​ສູງ​ສຸດ​ປະກາດ​ໃຫ້​ການ​ລົງໂທດ​ນັ້ນ​ເປັນ​ໂມຄະ​ແລະ​ໃຫ້​ປ່ອຍ​ຕົວ​ພີ່​ນ້ອງ ສານ​ຍັງ​ຢືນຢັນ​ວ່າ​ພະຍານ​ພະ​ເຢໂຫວາ​ມີ​ສິດ​ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ.

ຜົນ​ຂອງ​ການ​ຕັດສິນ ບໍ່​ມີ​ການ​ຈັບ​ຄລິດສະຕຽນ​ທີ່​ເຮັດ​ກິດຈະກຳ​ທາງ​ສາສະໜາ​ອີກ​ຕໍ່​ໄປ ແລະ​ປະຊາຊົນ​ທຸກ​ຄົນ​ໃນ​ຕວກກີ​ກໍ​ມີ​ເສລີ​ພາບ​ຫຼາຍ​ຂຶ້ນ​ໃນ​ການ​ນັບຖື​ສາສະໜາ.

ວັນ​ຕັດສິນ​ຄະດີ 25 ພຶດສະພາ 1993

ປະເທດ ເກັຣກ

ປະເດັນ ເສລີ​ພາບ​ໃນ​ການ​ລະບຸ​ສາສະໜາ​ຂອງ​ຕົວ​ເອງ​ຢ່າງ​ເປີດ​ເຜີຍ.

ເຫດການ ໃນ​ປີ 1986 ພີ່​ນ້ອງ​ມີ​ໂນດ​ສ ໂຄ​ຄີ​ນາ​ຄິດ​ສ ຖືກ​ຕັດສິນ​ເປັນ​ຄັ້ງ​ທີ 18 ວ່າ​ມີ​ຄວາມ​ຜິດ​ຍ້ອນ​ເຜີຍ​ແຜ່​ສາສະໜາ. ນັບ​ຕັ້ງ​ແຕ່​ປີ 1938-1992 ກົດ​ໝາຍ​ຂອງ​ປະເທດ​ເກັຣກ​ທີ່​ຫ້າມ​ເຜີຍ​ແຜ່​ສາສະໜາ​ເປັນ​ເຫດ​ໃຫ້​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 19.000 ຄົນ​ຖືກ​ຈັບ.

ຄຳ​ຕັດສິນ ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ​ເຫັນ​ວ່າ​ກົດ​ໝາຍ​ຂໍ້​ນີ້​ລະເມີດ​ເສລີ​ພາບ​ທາງ​ຄວາມ​ຄິດ ເສລີ​ພາບ​ໃນ​ການ​ເຮັດ​ຕາມ​ຄວາມ​ຮູ້ສຶກ​ຜິດ​ຊອບ​ຊົ່ວ​ດີ ແລະ​ເສລີ​ພາບ​ທາງ​ສາສະໜາ ສານ​ເຫັນ​ວ່າ​ການ​ແຊກ​ແຊງ​ເສລີ​ພາບ​ໃນ​ການ​ລະບຸ​ສາສະໜາ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ​ເປັນ​ເລື່ອງ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ ແລະ​ຍັງ​ຢືນຢັນ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ “ສາສະໜາ​ທີ່​ຜູ້​ຄົນ​ຮູ້ຈັກ.”

ຜົນ​ຂອງ​ຄຳ​ຕັດສິນ ລັດຖະບານ​ເກັຣກ​ສັ່ງ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕຸລາການ​ທຸກ​ຄົນ​ບໍ່​ໃຫ້​ຝ່າ​ຝືນ​ຄຳ​ສັ່ງ​ຂອງ​ສານ​ໃນ​ຄະດີ​ຂອງ​ໂຄ​ຄີ​ນາ​ຄິດ​ສ ແລະ​ການ​ເຜີຍ​ແຜ່​ສາສະໜາ​ກໍ​ບໍ່​ເປັນ​ຄວາມ​ຜິດ​ອີກ​ຕໍ່​ໄປ.

ວັນ​ຕັດສິນ​ຄະດີ 17 ມິຖຸນາ 2002

ປະເທດ ສະຫະລັດ

ປະເດັນ ເສລີ​ພາບ​ໃນ​ການ​ສະແດງ​ອອກ.

ເຫດການ ໝູ່​ບ້ານ​ສະ​ເຕຣດ​ຕອນ​ໃນ​ລັດ​ໂອ​ຮາຍ​ໂອ​ໄດ້​ອອກ​ກົດ​ໝາຍ​ຫ້າມ​ບໍ່​ໃຫ້​ຜູ້​ໃດ​ໄປ​ຕາມ​ບ້ານ​ເຮືອນ​ເພື່ອ​ເຮັດ​ກິດຈະກຳ​ຕ່າງໆໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ສານ​ຊັ້ນ​ຕົ້ນ​ແລະ​ສານ​ອຸທອນ​ຂອງ​ລັດຖະບານ​ກາງ​ຕັດສິນ​ວ່າ​ກົດ​ໝາຍ​ຂໍ້​ນີ້​ຖືກຕ້ອງ​ຕາມ​ລັດຖະທຳມະນູນ.

ຄຳ​ຕັດສິນ ສານ​ສູງ​ສຸດ​ຍົກ​ເລີກ​ກົດ​ໝາຍ​ຂໍ້​ນັ້ນ​ເພາະ​ເຫັນ​ວ່າ​ບໍ່​ເປັນ​ໄປ​ຕາມ​ລັດຖະທຳມະນູນ ແລະ​ຮັບຮອງ​ອີກ​ຄັ້ງ​ເລື່ອງ​ສິດ​ເສລີ​ພາບ​ທາງ​ສາສະໜາ​ແລະ​ເສລີ​ພາບ​ໃນ​ການ​ສະແດງ​ອອກ. ສານ​ຍອມ​ຮັບ​ຄຳ​ອະທິບາຍ​ຂອງ​ພະຍານ​ທີ່​ວ່າ: “ວຽກ​ປະກາດ​ເປັນ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ຄຳພີ​ໄບເບິນ.”

ຜົນ​ຂອງ​ຄຳ​ຕັດສິນ ເທດສະບານ​ຫຼາຍ​ຮ້ອຍ​ເຂດ​ໄດ້​ຍົກ​ເລີກ​ຄວາມ​ພະຍາຍາມ​ທີ່​ຈະ​ໃຊ້​ກົດ​ທີ່​ຄ້າຍໆກັນ​ນັ້ນ​ເພື່ອ​ຂັດ​ຂວາງ​ວຽກ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌