ບົດທີ 8
ການປົກຄອງຂອງພະເຈົ້າແມ່ນຫຍັງ?
1. ໃນບົດນີ້ ເຮົາຈະຮຽນກ່ຽວກັບຄຳອະທິດຖານເລື່ອງຫຍັງ?
ຫຼາຍລ້ານຄົນຮູ້ຈັກຄຳອະທິດຖານທີ່ມີຊື່ສຽງຂອງພະເຢຊູເຊິ່ງເປັນຄຳອະທິດຖານແບບຢ່າງ. ພະເຢຊູໃຊ້ຄຳອະທິດຖານນີ້ເພື່ອສອນລູກສິດໃຫ້ຮູ້ວິທີອະທິດຖານ. ເພິ່ນສອນໃຫ້ອະທິດຖານເລື່ອງຫຍັງ? ແລະເປັນຫຍັງພວກເຮົາໃນທຸກມື້ນີ້ຕ້ອງສົນໃຈຄຳອະທິດຖານນີ້?
2. ພະເຢຊູສອນເຮົາໃຫ້ອະທິດຖານຂໍ 3 ເລື່ອງຫຍັງທີ່ສຳຄັນ?
2 ພະເຢຊູບອກວ່າ: “ພວກເຈົ້າຄວນອະທິດຖານແບບນີ້: ‘ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖື [ຫຼືສັກສິດ] ຢູ່ສະເໝີ. ຂໍໃຫ້ການປົກຄອງຂອງພະອົງມາທີ່ໂລກນີ້ ແລະຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.’” (ອ່ານມັດທາຍ 6:9-13) ເປັນຫຍັງພະເຢຊູສອນເຮົາໃຫ້ອະທິດຖານຂໍ 3 ເລື່ອງນີ້?—ເບິ່ງຄຳອະທິບາຍເພີ່ມເຕີມ 20
3. ເຮົາຕ້ອງຮູ້ຫຍັງແດ່ກ່ຽວກັບການປົກຄອງຂອງພະເຈົ້າ?
3 ເຮົາຮູ້ແລ້ວວ່າພະເຈົ້າຊື່ເຢໂຫວາ ເຮົາຍັງຮູ້ອີກວ່າພະເຈົ້າຢາກໃຫ້ມະນຸດມີຊີວິດແບບໃດແລະຢາກໃຫ້ໂລກເປັນແນວໃດ. ພະເຢຊູສອນໃຫ້ອະທິດຖານວ່າ: “ຂໍໃຫ້ການປົກຄອງຂອງພະອົງມາ.” ຄຳຂໍນີ້ໝາຍຄວາມວ່າແນວໃດ? ໃນບົດນີ້ເຮົາຈະຮູ້ວ່າການປົກຄອງຂອງພະເຈົ້າແມ່ນຫຍັງ ການປົກຄອງນີ້ຈະເຮັດຫຍັງ ແລະການປົກຄອງນີ້ຈະເຮັດໃຫ້ຊື່ຂອງພະເຈົ້າໄດ້ຮັບຄວາມນັບຖືຫຼືສັກສິດໄດ້ແນວໃດ.
ການປົກຄອງຂອງພະເຈົ້າແມ່ນຫຍັງ?
4. ການປົກຄອງຂອງພະເຈົ້າແມ່ນຫຍັງ ແລະໃຜເປັນກະສັດ?
4 ການປົກຄອງຂອງພະເຈົ້າແມ່ນລັດຖະບານທີ່ພະເຢໂຫວາຕັ້ງຂຶ້ນໃນສະຫວັນແລະເລືອກພະເຢຊູໃຫ້ເປັນກະສັດ. ຄຳພີໄບເບິນບອກວ່າພະເຢຊູເປັນ “ກະສັດເໜືອທຸກຄົນທີ່ປົກຄອງເປັນກະສັດແລະເປັນເຈົ້ານາຍເໜືອເຈົ້ານາຍທຸກຄົນ.” (1 ຕີໂມທຽວ 6:15) ພະເຢຊູສາມາດປົກຄອງໄດ້ດີກວ່າມະນຸດທຸກຄົນໃນໂລກ ແລະເພິ່ນກໍມີອຳນາດຫຼາຍກວ່າອຳນາດຂອງຜູ້ນຳທັງໝົດໃນໂລກລວມກັນດ້ວຍຊ້ຳ.
5. ການປົກຄອງຂອງພະເຈົ້າຢູ່ໃສ? ແລະຈະປົກຄອງຫຍັງ?
5 ຫຼັງຈາກພະເຢຊູຖືກປຸກໃຫ້ຄືນມາຈາກຕາຍໄດ້ 40 ມື້ ແລ້ວເພິ່ນກໍກັບໄປສະຫວັນ. ຕໍ່ມາ ພະເຢໂຫວາກໍໃຫ້ພະເຢຊູເປັນກະສັດໃນການປົກຄອງຂອງພະອົງ. (ກິດຈະການ 2:33) ລັດຖະບານຂອງພະເຈົ້າຢູ່ໃນສະຫວັນແລະຈະປົກຄອງໂລກນີ້. (ພະນິມິດ 11:15) ດັ່ງນັ້ນ ຄຳພີໄບເບິນຈຶ່ງເອີ້ນການປົກຄອງຂອງພະເຈົ້າວ່າ “ການປົກຄອງທີ່ຢູ່ໃນສະຫວັນ.”—2 ຕີໂມທຽວ 4:18
6, 7. ເປັນຫຍັງພະເຢຊູຈຶ່ງເປັນກະສັດທີ່ດີກວ່າກະສັດທັງໝົດ?
6 ຄຳພີໄບເບິນບອກວ່າພະເຢຊູຍິ່ງໃຫຍ່ກວ່າກະສັດຄົນອື່ນໆ ເພາະເພິ່ນເປັນ “ຜູ້ດຽວບໍ່ມີວັນຕາຍ.” (1 ຕີໂມທຽວ 6:16) ຜູ້ນຳທີ່ເປັນມະນຸດບໍ່ວ່າເປັນໃຜສຸດທ້າຍກໍຕ້ອງຕາຍ ແຕ່ພະເຢຊູຈະບໍ່ມີວັນຕາຍ. ເພິ່ນຢູ່ຕະຫຼອດໄປ ດັ່ງນັ້ນ ເພິ່ນຈະເຮັດສິ່ງດີໆໃຫ້ພວກເຮົາໄດ້ຕະຫຼອດໄປ.
7 ຄຳພະຍາກອນໃນຄຳພີໄບເບິນບອກວ່າ: “ທ່ານຜູ້ນັ້ນຈະໄດ້ຮັບພະລັງຈາກພະເຢໂຫວາແລະພະລັງນີ້ຈະຢູ່ກັບທ່ານ ທ່ານຈຶ່ງມີສະຕິປັນຍາແລະຄວາມເຂົ້າໃຈ. ໃຫ້ຄຳປຶກສາໄດ້ດີ ແລະມີອຳນາດ ມີຄວາມຮູ້ ແລະເກງກົວພະເຢໂຫວາ. ທ່ານຜູ້ນັ້ນຈະມີຄວາມຍິນດີທີ່ໄດ້ເກງກົວພະເຢໂຫວາ. ທ່ານຈະບໍ່ພິພາກສາຕາມທີ່ຕາເຫັນ ຫຼືຕັດສິນຕາມທີ່ຫູໄດ້ຍິນ. ທ່ານຈະໃຫ້ຄວາມເປັນທຳກັບຄົນຈົນ.” (ເອຊາອີ 11:2-4, ລ.ມ.) ພະເຢຊູເປັນກະສັດທີ່ມີຄວາມຍຸຕິທຳແລະເມດຕາສົງສານ. ເຈົ້າຢາກມີກະສັດແບບນີ້ບໍ?
8. ເຮົາຮູ້ໄດ້ແນວໃດວ່າຈະມີບາງຄົນໄດ້ປົກຄອງຮ່ວມກັບພະເຢຊູ?
8 ອັກຄະສາວົກໂປໂລເວົ້າກັບຕີໂມທຽວວ່າ: “ຖ້າພວກເຮົາອົດທົນຕໍ່ໄປ ພວກເຮົາຈະໄດ້ປົກຄອງເປັນກະສັດນຳກັນ.” (2 ຕີໂມທຽວ 2:12) ຂໍ້ນີ້ເຮັດໃຫ້ເຮົາຮູ້ວ່າພະເຈົ້າເລືອກມະນຸດບາງຄົນໃຫ້ປົກຄອງຮ່ວມກັບພະເຢຊູໃນລັດຖະບານທີ່ຢູ່ສະຫວັນ. ເຈົ້າຢາກຮູ້ບໍວ່າມີຈັກຄົນທີ່ໄດ້ປົກຄອງຮ່ວມກັບພະເຢຊູ?
9. ມີຈັກຄົນທີ່ຈະປົກຄອງຮ່ວມກັບພະເຢຊູ? ແລະພະເຈົ້າເລີ່ມເລືອກພວກເຂົາຕັ້ງແຕ່ຕອນໃດ?
9 ຄືກັບທີ່ໄດ້ຮຽນໄປແລ້ວໃນບົດທີ 7 ອັກຄະສາວົກໂຢຮັນເຫັນນິມິດໜຶ່ງ ໃນນິມິດນັ້ນລາວເຫັນພະເຢຊູເປັນກະສັດໃນສະຫວັນແລະມີ 144.000 ຄົນເປັນກະສັດນຳ. ແລ້ວ 144.000 ຄົນນີ້ແມ່ນໃຜ? ໂຢຮັນອະທິບາຍວ່າພວກເຂົາ “ມີຊື່ຂອງ [ພະເຢຊູ] ແລະຊື່ຂອງພໍ່ເພິ່ນຂຽນໄວ້ຢູ່ໜ້າຜາກ” ແລະຍັງບອກອີກວ່າ “ພວກເຂົາເປັນຄົນທີ່ເຝົ້າຕິດຕາມລູກແກະ [ນັ້ນແມ່ນພະເຢຊູ] ຂອງພະເຈົ້າບໍ່ວ່າເພິ່ນຈະໄປໃສກໍຕາມ. ພວກເຂົາຖືກຊື້ຈາກທ່າມກາງມະນຸດ.” (ອ່ານພະນິມິດ 14:1, 4) ກຸ່ມຄົນ 144.000 ຄົນແມ່ນຄລິດສະຕຽນທີ່ສັດຊື່ເຊິ່ງພະເຈົ້າໄດ້ເລືອກໃຫ້ “ເປັນກະສັດປົກຄອງໂລກ” ຮ່ວມກັບພະເຢຊູ. ເມື່ອຄົນກຸ່ມນີ້ຕາຍພວກເຂົາກໍຈະຖືກປຸກໃຫ້ໄປສະຫວັນ. (ພະນິມິດ 5:10) ພະເຢໂຫວາເລືອກຄລິດສະຕຽນທີ່ສັດຊື່ໃຫ້ມາເປັນສະມາຊິກຂອງ 144.000 ຄົນຕັ້ງແຕ່ສະໄໝຂອງອັກຄະສາວົກໃນສະຕະວັດທຳອິດເປັນຕົ້ນມາ.
10. ເປັນຫຍັງການທີ່ພະເຢໂຫວາໃຫ້ພະເຢຊູແລະ 144.000 ຄົນປົກຄອງມະນຸດຈຶ່ງເປັນການສະແດງຄວາມຮັກຕໍ່ພວກເຮົາ?
10 ພະເຢໂຫວາຮັກແລະເປັນຫ່ວງເຮົາຫຼາຍ ພະອົງຈຶ່ງເລືອກມະນຸດໃຫ້ປົກຄອງຮ່ວມກັບພະເຢຊູ. ພະເຢຊູເປັນກະສັດທີ່ດີຍ້ອນເພິ່ນເຂົ້າໃຈພວກເຮົາ. ເພິ່ນຮູ້ວ່າການໃຊ້ຊີວິດແບບມະນຸດເປັນແນວໃດແລະມະນຸດຕ້ອງເຈິຄວາມທຸກຫຍັງແດ່. ໂປໂລບອກວ່າພະເຢຊູເຂົ້າໃຈຄວາມຮູ້ສຶກຂອງເຮົາ ເພິ່ນ “ເຫັນອົກເຫັນໃຈໃນຄວາມອ່ອນແອຂອງພວກເຮົາ” ແລະເພິ່ນ “ເຄີຍຜ່ານການທົດສອບທຸກຢ່າງມາແລ້ວຄືກັບພວກເຮົາ.” (ເຮັບເຣີ 4:15; 5:8) ສ່ວນ 144.000 ຄົນທີ່ຈະປົກຄອງຮ່ວມກັບພະເຢຊູກໍເຄີຍເປັນມະນຸດທີ່ບໍ່ສົມບູນແບບມາແລ້ວ ພວກເຂົາຈຶ່ງເຂົ້າໃຈວ່າຄວາມບໍ່ສົມບູນແບບແລະຄວາມເຈັບປ່ວຍເປັນແນວໃດ. ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າທັງພະເຢຊູແລະ 144.000 ຄົນຈະເຂົ້າໃຈຄວາມຮູ້ສຶກແລະບັນຫາຕ່າງໆຂອງເຮົາ.
ການປົກຄອງຂອງພະເຈົ້າຈະເຮັດຫຍັງ?
11. ເປັນຫຍັງພະເຢຊູສອນລູກສິດໃຫ້ອະທິດຖານຂໍໃຫ້ທຸກຢ່າງໃນສະຫວັນເປັນແບບທີ່ພະເຈົ້າຢາກໃຫ້ເປັນ?
11 ພະເຢຊູສອນລູກສິດໃຫ້ອະທິດຖານຂໍໃຫ້ທຸກຢ່າງໃນສະຫວັນເປັນແບບທີ່ພະເຈົ້າຢາກໃຫ້ເປັນ. ເປັນຫຍັງເພິ່ນສອນໃຫ້ຂໍແບບນັ້ນ? ໃນບົດທີ 3 ເຮົາໄດ້ຮຽນຮູ້ວ່າຊາຕານກະບົດຕໍ່ພະເຢໂຫວາ ແລະຫຼັງຈາກທີ່ຊາຕານກະບົດ ພະເຢໂຫວາຍອມໃຫ້ມັນກັບພວກປີສາດເຊິ່ງກໍແມ່ນທູດສະຫວັນທີ່ຕິດຕາມມັນໄດ້ຢູ່ໃນສະຫວັນໄລຍະໜຶ່ງ. ບໍ່ແມ່ນທູດສະຫວັນທຸກອົງເຮັດຕາມຄວາມຕ້ອງການຂອງພະເຈົ້າ ດັ່ງນັ້ນ ສະຫວັນຈຶ່ງບໍ່ໄດ້ເປັນແບບທີ່ພະເຈົ້າຢາກໃຫ້ເປັນ. ໃນບົດທີ 10 ເຮົາຈະໄດ້ຮຽນເລື່ອງຂອງຊາຕານກັບພວກປີສາດຫຼາຍຂຶ້ນ.
12. ໃນພະນິມິດ 12:10 ເວົ້າເຖິງເຫດການສຳຄັນ 2 ເລື່ອງຫຍັງ?
12 ຄຳພີໄບເບິນບອກວ່າບໍ່ດົນຫຼັງຈາກທີ່ພະເຢຊູໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດໃນການປົກຄອງຂອງພະເຈົ້າ ເພິ່ນກໍເຮັດສົງຄາມກັບຊາຕານ. (ອ່ານພະນິມິດ 12:7-10) ໃນພະນິມິດ 12:10 ບອກໃຫ້ເຮົາຮູ້ເຖິງເຫດການສຳຄັນ 2 ເລື່ອງຄື: ການປົກຄອງຂອງພະເຈົ້າເລີ່ມຕົ້ນແລ້ວໂດຍມີພະເຢຊູເປັນກະສັດ ແລະຊາຕານຖືກຖິ້ມຈາກສະຫວັນລົງມາໃນໂລກ. ທັງສອງເຫດການນີ້ໄດ້ເກີດຂຶ້ນແລ້ວ.
13. ໃນສະຫວັນເປັນແນວໃດຫຼັງຈາກຊາຕານຖືກຖິ້ມອອກຈາກສະຫວັນ?
13 ຄຳພີໄບເບິນບອກວ່າ ຫຼັງຈາກຊາຕານກັບພວກປີສາດຖືກຖິ້ມອອກຈາກສະຫວັນ ພວກທູດສະຫວັນທີ່ສັດຊື່ກໍດີໃຈແລະມີຄວາມສຸກ. ຂໍ້ນັ້ນບອກວ່າ: “ສະຫວັນແລະຜູ້ທີ່ຢູ່ໃນສະຫວັນ ຂໍໃຫ້ດີໃຈ.” (ພະນິມິດ 12:12) ຕອນນີ້ໃນສະຫວັນສະຫງົບສຸກແລະບໍ່ແຕກແຍກເພາະມີແຕ່ຜູ້ທີ່ເຮັດຕາມຄວາມຕ້ອງການຂອງພະເຈົ້າ.
ຄວາມທຸກລຳບາກມີຫຼາຍຂຶ້ນຕັ້ງແຕ່ຊາຕານກັບພວກປີສາດຖືກຖິ້ມລົງມາໃນໂລກ ອີກບໍ່ດົນຄວາມທຸກລຳບາກນີ້ກໍຈະໝົດໄປ
14. ໂລກເປັນແນວໃດເມື່ອຊາຕານຖືກຖິ້ມອອກຈາກສະຫວັນ?
14 ແຕ່ສະພາບການໃນໂລກພັດຮ້າຍແຮງ ຜູ້ຄົນຕ້ອງເຈິກັບສິ່ງທີ່ຊົ່ວຮ້າຍ “ຍ້ອນມານຮ້າຍລົງມາດ້ວຍຄວາມຄຽດຮ້າຍຫຼາຍ ແລະມັນຮູ້ວ່າເວລາຂອງມັນເຫຼືອແຕ່ໜ້ອຍດຽວ.” (ພະນິມິດ 12:12) ຊາຕານໃຈຮ້າຍແທ້ໆທີ່ມັນຖືກຖິ້ມອອກຈາກສະຫວັນແລະຮູ້ວ່າອີກບໍ່ດົນມັນກໍຈະຖືກທຳລາຍ. ມັນຈຶ່ງເຮັດທຸກຢ່າງເພື່ອສ້າງບັນຫາ ຄວາມທຸກຍາກລຳບາກ ແລະຄວາມເຈັບປວດໃຫ້ກັບມະນຸດທຸກຄົນໃນໂລກ.
15. ພະເຈົ້າຢາກໃຫ້ໂລກນີ້ເປັນແບບໃດ?
15 ແຕ່ພະເຈົ້າຍັງຢາກໃຫ້ໂລກເປັນຄືກັບທີ່ພະອົງຕັ້ງໃຈໄວ້ຕັ້ງແຕ່ຕອນທຳອິດ. ພະອົງຢາກໃຫ້ມະນຸດທີ່ສົມບູນແບບມີຊີວິດຕະຫຼອດໄປໃນໂລກທີ່ເປັນສວນທີ່ສວຍງາມ. (ຄຳເພງ 37:29) ແລ້ວການປົກຄອງຂອງພະເຈົ້າຈະຈັດການກັບເລື່ອງນີ້ແນວໃດ?
16, 17. ດານຽນ 2:44 ບອກຫຍັງແດ່ກ່ຽວກັບການປົກຄອງຂອງພະເຈົ້າ?
16 ຄຳພະຍາກອນໃນດານຽນ 2:44 ບອກວ່າ: “ໃນຄາວກະສັດທັງຫຼາຍນັ້ນພະເຈົ້າແຫ່ງຟ້າສະຫວັນຈະຕັ້ງພະລາຊະອານາຈັກ [“ການປົກຄອງ,” ລ.ມ.] ອັນໜຶ່ງໄວ້ທີ່ຈະບໍ່ຈິບຫາຍສັກເທື່ອ. ແລະພະລາຊະອານາຈັກ [“ການປົກຄອງ,” ລ.ມ.] ນີ້ຈະບໍ່ກາຍເປັນຂອງຊາວປະເທດອື່ນ. ມັນຈະໃຫ້ລາຊະອານາຈັກ [“ການປົກຄອງ,” ລ.ມ.] ທັງປວງນີ້ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.” ຄຳພະຍາກອນນີ້ບອກໃຫ້ເຮົາຮູ້ຫຍັງກ່ຽວກັບການປົກຄອງຂອງພະເຈົ້າ?
17 ສິ່ງທຳອິດ ຄຳພະຍາກອນນີ້ບອກວ່າການປົກຄອງຂອງພະເຈົ້າເລີ່ມຕົ້ນ “ໃນຄາວກະສັດທັງຫຼາຍນັ້ນ” ປົກຄອງຢູ່. ນີ້ໝາຍຄວາມວ່າຕອນທີ່ການປົກຄອງຂອງພະເຈົ້າເລີ່ມຕົ້ນ ລັດຖະບານຕ່າງໆໃນໂລກກໍຍັງປົກຄອງຢູ່. ສິ່ງທີສອງ ຄຳພະຍາກອນນີ້ບອກວ່າການປົກຄອງຂອງພະເຈົ້າຈະຢູ່ຕະຫຼອດໄປແລະຈະບໍ່ມີລັດຖະບານໃດມາແທນການປົກຄອງນີ້ໄດ້. ສິ່ງທີສາມ ການປົກຄອງຂອງພະເຈົ້າຈະເຮັດສົງຄາມກັບລັດຖະບານທັງໝົດໃນໂລກແລະການປົກຄອງຂອງພະເຈົ້າຈະຊະນະ. ແລ້ວຫຼັງຈາກນັ້ນການປົກຄອງຂອງພະເຈົ້າຈະເປັນລັດຖະບານດຽວເທົ່ານັ້ນທີ່ປົກຄອງທົ່ວໂລກ. ມະນຸດຈະມີລັດຖະບານທີ່ດີທີ່ສຸດເທົ່າທີ່ເຄີຍມີມາ.
18. ສົງຄາມຂັ້ນສຸດທ້າຍລະຫວ່າງການປົກຄອງຂອງພະເຈົ້າກັບລັດຖະບານຂອງມະນຸດເອີ້ນວ່າຫຍັງ?
18 ຈະເກີດຫຍັງຂຶ້ນກ່ອນທີ່ການປົກຄອງຂອງພະເຈົ້າຈະເຮັດສົງຄາມກັບລັດຖະບານຂອງມະນຸດ? ກ່ອນທີ່ສົງຄາມຂັ້ນສຸດທ້າຍທີ່ເອີ້ນວ່າອາມາເຄໂດນຈະເລີ່ມຂຶ້ນ ພວກປີສາດຈະເຮັດໃຫ້ “ກະສັດທົ່ວໂລກ . . . ມາເຕົ້າໂຮມກັນສຳລັບສົງຄາມໃນວັນໃຫຍ່ຂອງພະເຈົ້າຜູ້ມີລິດເດດສູງສຸດ.” ນີ້ເປັນການຕໍ່ສູ້ລະຫວ່າງການປົກຄອງຂອງພະເຈົ້າກັບລັດຖະບານຂອງມະນຸດ ແລະການປົກຄອງຂອງພະເຈົ້າຈະຊະນະ.—ພະນິມິດ 16:14, 16, ເບິ່ງຄຳອະທິບາຍເພີ່ມເຕີມ 10
19, 20. ເປັນຫຍັງຕ້ອງມີການປົກຄອງຂອງພະເຈົ້າມາປົກຄອງໂລກ?
19 ເປັນຫຍັງເຮົາຕ້ອງມີການປົກຄອງຂອງພະເຈົ້າ? ມີເຫດຜົນຢ່າງໜ້ອຍ 3 ຂໍ້. ເຫດຜົນທີ 1 ຍ້ອນເຮົາມີບາບເຮົາຈຶ່ງເຈັບປ່ວຍແລະຕາຍ. ແຕ່ຄຳພີໄບເບິນບອກວ່າການປົກຄອງຂອງພະເຈົ້າຈະເຮັດໃຫ້ເຮົາມີສຸຂະພາບແຂງແຮງແລະມີຊີວິດຕະຫຼອດໄປ. ໂຢຮັນ 3:16 ບອກໄວ້ວ່າ: “ພະເຈົ້າຮັກຄົນໃນໂລກຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງພະອົງ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.”
20 ເຫດຜົນທີ 2 ຍ້ອນຢູ່ອ້ອມຂ້າງເຮົາມີແຕ່ຄົນຊົ່ວ. ພວກເຂົາຂີ້ຕົວະ ຫຼອກລວງ ແລະເຮັດຜິດສິນລະທຳ. ເຮົາກຳຈັດຄົນຊົ່ວໃຫ້ໝົດໄປບໍ່ໄດ້ ແຕ່ພະເຈົ້າເຮັດໄດ້. ຄົນທີ່ບໍ່ເຊົາເຮັດຊົ່ວຈະຖືກທຳລາຍໃນສົງຄາມອາມາເຄໂດນ. (ອ່ານຄຳເພງ 37:10) ເຫດຜົນທີ 3 ຍ້ອນລັດຖະບານຂອງມະນຸດບໍ່ໝັ້ນຄົງ ອ່ອນແອ ໂຫດຮ້າຍ ສໍ້ໂກງ ແລະບໍ່ໄດ້ຊ່ວຍຜູ້ຄົນໃຫ້ເຮັດຕາມສິ່ງທີ່ພະເຈົ້າສອນ. ທີ່ຈິງ ຄຳພີໄບເບິນບອກວ່າ: “ຄົນທັງຫຼາຍຄຸ້ມຄອງຄົນທັງຫຼາຍໃຫ້ເປັນການອັນຕະລາຍແກ່ເຂົາ.”—ຜູ້ເທສະໜາປ່າວປະກາດ 8:9
21. ການປົກຄອງຂອງພະເຈົ້າຈະເຮັດໃຫ້ໂລກເປັນແບບທີ່ພະເຈົ້າຕັ້ງໃຈໄວ້ໃນຕອນທຳອິດໄດ້ແນວໃດ?
21 ຫຼັງຈາກສົງຄາມອາມາເຄໂດນຈົບລົງ ການປົກຄອງຂອງພະເຈົ້າຈະເຮັດໃຫ້ໂລກເປັນແບບທີ່ພະເຈົ້າຕັ້ງໃຈໄວ້ໃນຕອນທຳອິດ. ຕົວຢ່າງເຊັ່ນ: ການປົກຄອງຂອງພະເຈົ້າຈະກຳຈັດຊາຕານແລະພວກປີສາດ. (ພະນິມິດ 20:1-3) ໃນທີ່ສຸດ ຈະບໍ່ມີຜູ້ໃດຕ້ອງເຈັບປ່ວຍແລະຕາຍ ເພາະຄ່າໄຖ່ຈະຊ່ວຍທຸກຄົນທີ່ສັດຊື່ຕໍ່ພະເຈົ້າໃຫ້ມີຊີວິດຕະຫຼອດໄປໃນໂລກທີ່ເປັນສວນທີ່ສວຍງາມ. (ພະນິມິດ 22:1-3) ແລະການປົກຄອງນີ້ຈະເຮັດໃຫ້ຊື່ຂອງພະເຈົ້າໄດ້ຮັບຄວາມເຄົາລົບນັບຖື ເພາະວ່າເມື່ອລັດຖະບານຂອງພະເຈົ້າປົກຄອງໂລກ ມະນຸດທຸກຄົນຈະຍ້ອງຍໍສັນລະເສີນຊື່ຂອງພະເຢໂຫວາ.—ເບິ່ງຄຳອະທິບາຍເພີ່ມເຕີມ 21
ພະເຢຊູເປັນກະສັດຕອນໃດ?
22. ເຮົາຮູ້ໄດ້ແນວໃດວ່າພະເຢຊູບໍ່ໄດ້ເປັນກະສັດຕອນຢູ່ໂລກ ແລະບໍ່ໄດ້ເປັນທັນທີຫຼັງຈາກຖືກປຸກ?
22 ພະເຢຊູສອນລູກສິດໃຫ້ອະທິດຖານເຖິງພະເຈົ້າວ່າ: “ຂໍໃຫ້ການປົກຄອງຂອງພະອົງມາ.” ການທີ່ເພິ່ນອະທິດຖານແບບນີ້ສະແດງວ່າຕອນນັ້ນຍັງບໍ່ມີການປົກຄອງນີ້. ພະເຢໂຫວາຕ້ອງຕັ້ງການປົກຄອງຂອງພະອົງກ່ອນ ພະເຢຊູຈຶ່ງຈະເປັນກະສັດໄດ້. ຄັນຊັ້ນພະເຢຊູໄດ້ເປັນກະສັດທັນທີຕອນທີ່ເພິ່ນກັບໄປສະຫວັນບໍ? ບໍ່ແມ່ນ. ພະເຢຊູຕ້ອງລໍຖ້າໄລຍະໜຶ່ງກ່ອນ. ເຮົາຮູ້ໄດ້ແນວໃດ? ບໍ່ດົນຫຼັງຈາກທີ່ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍ ທັງເປໂຕແລະໂປໂລເວົ້າເຖິງຄຳພະຍາກອນໃນຄຳເພງ 110:1 (ລ.ມ.) ທີ່ພະເຢໂຫວາບອກວ່າ: “ນັ່ງຂ້າງຂວາມືຂອງເຮົາໄປກ່ອນ ຈົນກວ່າເຮົາຈະເຮັດໃຫ້ພວກສັດຕູຂອງເຈົ້າເປັນທີ່ ວາງຕີນຂອງເຈົ້າ.” ທັງສອງຄົນບອກວ່າຄຳພະຍາກອນນີ້ໝາຍເຖິງພະເຢຊູ. (ກິດຈະການ 2:32-35; ເຮັບເຣີ 10:12, 13) ແລ້ວພະເຢຊູຕ້ອງລໍຖ້າດົນປານໃດພະເຢໂຫວາຈຶ່ງແຕ່ງຕັ້ງເພິ່ນໃຫ້ເປັນກະສັດ?
ການປົກຄອງຂອງພະເຈົ້າຈະເຮັດໃຫ້ໂລກເປັນແບບທີ່ພະເຈົ້າຢາກໃຫ້ເປັນ
23. (ກ) ພະເຢຊູເລີ່ມປົກຄອງເປັນກະສັດໃນປີໃດ? (ຂ) ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
23 ຫຼາຍສິບປີກ່ອນປີ 1914 ກຸ່ມຄລິດສະຕຽນທີ່ສຶກສາຄຳພີໄບເບິນດ້ວຍຄວາມຈິງໃຈໄດ້ເຂົ້າໃຈວ່າປີ 1914 ເປັນປີທີ່ມີຄວາມສຳຄັນຕາມຄຳພະຍາກອນໃນຄຳພີໄບເບິນ. ເຫດການຕ່າງໆທີ່ເກີດຂຶ້ນຢູ່ໂລກໃນປີ 1914 ພິສູດວ່າພວກເຂົາເຂົ້າໃຈຖືກຕ້ອງ. ພະເຢຊູເລີ່ມປົກຄອງເປັນກະສັດໃນປີນັ້ນ. (ຄຳເພງ 110:2) ຫຼັງຈາກນັ້ນບໍ່ດົນ ຊາຕານກໍຖືກຖິ້ມລົງມາໃນໂລກ ແລະຕອນນີ້ “ເວລາຂອງມັນເຫຼືອແຕ່ໜ້ອຍດຽວ.” (ພະນິມິດ 12:12) ຄຳພີໄບເບິນເອີ້ນໄລຍະເວລານີ້ວ່າສະໄໝສຸດທ້າຍ. ໃນບົດຕໍ່ໄປ ເຮົາຈະເຫັນຫຼັກຖານຫຼາຍຂຶ້ນວ່າເຮົາກຳລັງຢູ່ໃນສະໄໝສຸດທ້າຍ ແລະເຮົາຈະຮຽນວ່າອີກບໍ່ດົນການປົກຄອງຂອງພະເຈົ້າຈະເຮັດໃຫ້ໂລກເປັນແບບທີ່ພະເຈົ້າຕັ້ງໃຈໄວ້ໃນຕອນທຳອິດ.—ເບິ່ງຄຳອະທິບາຍເພີ່ມເຕີມ 22