ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຮ ບົດຮຽນ 6 ໜ້າ 12-13
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
  • ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເລື່ອງທີ່ຄ້າຍກັນ
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຂ່າວດີຈາກພະເຈົ້າ!
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ຮຮ ບົດຮຽນ 6 ໜ້າ 12-13

ບົດຮຽນ 6

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ລາຊະອານາຈັກ​ຂອງ​ພະເຈົ້າ​ຕັ້ງ​ຢູ່​ໃສ? (1)

ໃຜ​ເປັນ​ກະສັດ? (2)

ມີ​ຄົນ​ອື່ນ​ຮ່ວມ​ການ​ປົກຄອງ​ກັບ​ກະສັດ​ອົງ​ນັ້ນ​ບໍ? ຖ້າ​ມີ ມີ​ຈັກ​ຄົນ? (3)

ມີ​ຫຍັງ​ແດ່​ສະແດງ​ວ່າ​ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ? (4)

ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ກະທຳ​ສິ່ງ​ໃດ​ສຳລັບ​ມະນຸດ​ຊາດ​ໃນ​ອະນາຄົດ? (5-7)

1. ເມື່ອ​ພະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ໄດ້​ສອນ​ເຫຼົ່າ​ສາວົກ​ຂອງ​ພະອົງ​ໃຫ້​ອະທິດຖານ​ຂໍ​ລາຊະອານາຈັກ​ຂອງ​ພະເຈົ້າ. ລາຊະອານາຈັກ​ຄື​ລັດຖະບານ​ຊຶ່ງ​ມີ​ກະສັດ​ເປັນ​ປະມຸກ. ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ລັດຖະບານ​ພິເສດ. ລັດຖະບານ​ນີ້​ຖືກ​ຕັ້ງ​ໃນ​ສະຫວັນ​ແລະ​ຈະ​ປົກຄອງ​ເໜືອ​ແຜ່ນດິນ​ໂລກ​ນີ້. ລັດຖະບານ​ນີ້​ຈະ​ກະທຳ​ໃຫ້​ນາມ​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ຫຼື​ເຮັດ​ໃຫ້​ສັກສິດ. ລາຊະອານາຈັກ​ນີ້​ຈະ​ກະທຳ​ໃຫ້​ນ້ຳ​ພະໄທ​ຂອງ​ພະເຈົ້າ​ເປັນ​ທີ່​ສຳເລັດ​ເທິງ​ແຜ່ນດິນ​ໂລກ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ສຳເລັດ​ໃນ​ສະຫວັນ.—ມັດທາຍ 6:9, 10.

2. ພະເຈົ້າ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ພະ​ເຍຊູ​ຈະ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະອົງ. (ລຶກາ 1:30-33) ເມື່ອ​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ ພະອົງ​ພິສູດ​ວ່າ​ພະອົງ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ກະລຸນາ ຍຸ​ຕິ​ທຳ ແລະ​ສົມບູນ. ເມື່ອ​ພະອົງ​ກັບ​ຄືນ​ສູ່​ສະຫວັນ ພະອົງ​ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ທັນທີ. (ເຫບເລິ 10:12, 13) ໃນ​ປີ 1914 ພະ​ເຢໂຫວາ​ໄດ້​ປະທານ​ລາຊະອຳນາດ​ແກ່​ພະ​ເຍຊູ​ຕາມ​ທີ່​ພະອົງ​ໄດ້​ປະຕິຍານ​ໄວ້​ຕໍ່​ພະອົງ. ຕັ້ງ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ມາ ພະ​ເຍຊູ​ດຳເນີນ​ການ​ປົກຄອງ​ໃນ​ສະຫວັນ​ຖານະ​ກະສັດ​ທີ່​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ.—ດານຽນ 7:13, 14.

3. ພະ​ເຢໂຫວາ​ໄດ້​ເລືອກ​ມະນຸດ​ຊາຍ​ແລະ​ຍິງ​ທີ່​ສັດ​ຊື່​ບາງ​ຄົນ​ຈາກ​ແຜ່ນດິນ​ໂລກ​ນີ້​ໃຫ້​ໄປ​ສະຫວັນ​ດ້ວຍ. ພວກ​ເຂົາ​ຈະ​ປົກຄອງ​ກັບ​ພະ​ເຍຊູ​ໃນ​ຖານະ​ເປັນ​ກະສັດ ເປັນ​ຜູ້​ຕັດສິນ ແລະ​ເປັນ​ປະໂລຫິດ​ເໜືອ​ມະນຸດ​ຊາດ. (ລຶກາ 22:28-30; ຄຳປາກົດ 5:9, 10) ພະ​ເຍຊູ​ເອີ້ນ​ຜູ້​ຮ່ວມ​ການ​ປົກຄອງ​ເຫຼົ່າ​ນີ້​ໃນ​ລາຊະອານາຈັກ​ຂອງ​ພະອົງ​ວ່າ “ຝູງ​ນ້ອຍ.” ພວກ​ເຂົາ​ມີ​ຈຳນວນ 144,000 ຄົນ.—ລຶກາ 12:32; ຄຳປາກົດ 14:1-3.

4. ທັນທີ​ຫຼັງ​ຈາກ​ພະ​ເຍຊູ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ ພະອົງ​ໄດ້​ຖິ້ມ​ຊາຕານ​ແລະ​ພວກ​ທູດ​ສະຫວັນ​ຊົ່ວ​ຮ້າຍ​ອອກ​ຈາກ​ສະຫວັນ​ລົງ​ມາ​ບໍລິເວນ​ຂອງ​ແຜ່ນດິນ​ໂລກ. ນີ້​ຄື​ສາເຫດ​ທີ່​ສິ່ງ​ຕ່າງໆ ເທິງ​ແຜ່ນດິນ​ໂລກ​ນີ້​ກາຍ​ເປັນ​ເລວ​ຮ້າຍ​ເຫຼືອ​ເກີນ​ຕັ້ງ​ແຕ່​ປີ 1914 ເປັນ​ຕົ້ນ​ມາ. (ຄຳປາກົດ 12:9, 12) ສົງຄາມ ຄວາມ​ອຶດຢາກ ໂລກ​ລະ​ບາດ ການ​ລະເລີຍ​ກົດໝາຍ​ທະວີ​ຂຶ້ນ—ສິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ເປັນ​ສ່ວນຂອງ “ເຄື່ອງ​ໝາຍ” ຫຼື “ສັນຍະລັກ” ທີ່​ສະແດງ​ວ່າ ພະ​ເຍຊູ​ພວມ​ປົກຄອງ​ຢູ່​ແລະ​ລະບົບ​ນີ້​ຕົກ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ມັນ.—ມັດທາຍ 24:3, 7, 8, 12; ລຶກາ 21:10, 11; 2 ຕີໂມເຕ 3:1-5.

5. ອີກ​ບໍ່​ດົນ​ພະ​ເຍຊູ​ຈະ​ພິພາກສາ​ຜູ້​ຄົນ ຄື​ກັບ​ຜູ້​ລ້ຽງ​ແກະ​ແຍກ​ຝູງ​ແກະ​ອອກ​ຈາກ​ຝູງ​ແບ້. “ຝູງ​ແກະ” ແມ່ນ​ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ພິສູດ​ຕົນ​ວ່າ​ເປັນ​ໄພ່​ຟ້າ​ປະຊາກອນ​ທີ່​ສັດ​ຊື່​ຂອງ​ພະອົງ. ພວກ​ເຂົາ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ​ເທິງ​ແຜ່ນດິນ​ໂລກ. ພວກ “ແບ້” ແມ່ນ​ຄົນ​ເຫຼົ່າ​ນັ້ນ​ຜູ້​ທີ່​ໄດ້​ປະຕິເສດ​ລາຊະອານາຈັກ​ຂອງ​ພະເຈົ້າ. (ມັດທາຍ 25:31-34, 46) ໃນ​ອະນາຄົດ​ອັນ​ໃກ້​ນີ້ ພະ​ເຍຊູ​ຈະ​ທຳລາຍ​ຄົນ​ເໝືອນ​ຢ່າງ​ແບ້​ທັງ​ໝົດ. (2 ເທຊະໂລນີກ 1:6-9) ຫາກ​ວ່າ​ທ່ານ​ຢາກ​ເປັນ​ຄົນ​ນຶ່ງ​ໃນ “ແກະ” ຂອງ​ພະ​ເຍຊູ ທ່ານ​ຕ້ອງ​ຮັບ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ແລະ​ລົງ​ມື​ປະຕິບັດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.—ມັດທາຍ 24:14.

6. ປັດຈຸບັນ​ນີ້​ແຜ່ນດິນ​ໂລກ​ຖືກ​ແບ່ງ​ແຍກ​ເປັນ​ຫຼາຍ​ປະເທດ. ແຕ່​ລະ​ປະເທດ​ມີ​ລັດຖະບານ​ຂອງ​ຕົນ​ເອງ. ຫຼາຍ​ເທື່ອ​ປະຊາ​ຊາດ​ເຫຼົ່າ​ນີ້​ຕໍ່​ສູ້​ກັນ. ແຕ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ແທນ​ທີ່​ລັດຖະບານ​ທັງ​ປວງ​ຂອງ​ມະນຸດ. ລາຊະອານາຈັກ​ນີ້​ຈະ​ປົກຄອງ​ໃນ​ຖານະ​ລັດຖະບານ​ດຽວ​ເທົ່າ​ນັ້ນ​ເໜືອ​ແຜ່ນດິນ​ໂລກ​ທັງ​ສິ້ນ. (ດານຽນ 2:44) ໃນ​ສະໄໝ​ນັ້ນ​ສົງຄາມ, ອາດຊະຍາກຳ, ແລະ​ຄວາມ​ຮຸນແຮງ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ໄພ່​ຟ້າ​ປະຊາກອນ​ທັງ​ປວງ​ຈະ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບ​ສຸກ ແລະ​ເປັນ​ເອກະພາບ.—ມີເກ 4:3, 4.

7. ລະຫວ່າງ​ສະໄໝ​ການ​ປົກຄອງ​ພັນ​ປີ​ຂອງ​ພະ​ເຍຊູ ມະນຸດ​ທີ່​ສັດ​ຊື່​ຈະ​ກາຍ​ເປັນ​ຄົນ​ສົມບູນ ແລະ​ແຜ່ນດິນ​ໂລກ​ທັງ​ໂລກ​ຈະ​ກາຍ​ເປັນ​ອຸດທະຍານ. ເມື່ອ​ເຖິງ​ສິ້ນ​ພັນ​ປີ​ແລ້ວ ພະ​ເຍຊູ​ຈະ​ເຮັດ​ໃຫ້​ສຳເລັດ​ທຸກ​ສິ່ງ​ຕາມ​ທີ່​ພະເຈົ້າ​ປະສົງ​ໃຫ້​ພະອົງ​ກະທຳ. ຫຼັງ​ຈາກ​ນັ້ນ​ພະອົງ​ກໍ່​ຈະ​ມອບ​ລາຊະອານາຈັກ​ຄືນ​ໃຫ້​ແກ່​ພະ​ບິດາ​ຂອງ​ພະອົງ. (1 ໂກລິນໂທ 15:24) ເປັນ​ຫຍັງ​ຈຶ່ງ​ບໍ່​ບອກ​ພວກ​ຫມູ່​ເພື່ອນ​ແລະ​ຜູ້​ທີ່​ທ່ານ​ຮັກ​ເຖິງ​ສິ່ງ​ທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ກະທຳ?

[ຮູບ​ພາບ​ໜ້າ 13]

ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະ​ເຍຊູ ຈະ​ບໍ່​ມີ​ຄວາມ​ກຽດ​ຊັງ​ຫຼື​ການ​ລຳ​ອຽງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌