ບົດທີ 17
ການອະທິດຖານເປັນສິດທິພິເສດທີ່ມີຄ່າຫຼາຍ
“ຜູ້ໄດ້ສ້າງຟ້າສະຫວັນກັບແຜ່ນດິນໂລກ” ຢາກຟັງຄຳອະທິດຖານຂອງເຮົາ.—ຄຳເພງ 115:15
1, 2. (ກ) ເປັນຫຍັງການອະທິດຖານຈຶ່ງເປັນຄືກັບຂອງຂວັນທີ່ມີຄ່າຫຼາຍ? (ຂ) ເປັນຫຍັງເຮົາຕ້ອງຮູ້ວ່າຄຳພີໄບເບິນບອກແນວໃດໃນເລື່ອງການອະທິດຖານ?
ຖ້າທຽບກັບເອກະພົບແລ້ວ ໂລກຂອງເຮົາກໍນ້ອຍໆ ແລະເມື່ອພະເຢໂຫວາແນມລົງມາເບິ່ງໂລກ ຜູ້ຄົນຈາກຊາດຕ່າງໆກໍນ້ອຍໆຄືກັບນ້ຳຢົດດຽວຈາກຄຸ. (ຄຳເພງ 115:15; ເອຊາອີ 40:15) ເຖິງວ່າພວກເຮົາຈະນ້ອຍໆເມື່ອທຽບກັບເອກະພົບ ແຕ່ຄຳເພງ 145:18, 19 (ລ.ມ.) ບອກວ່າ: “ພະເຢໂຫວາຢູ່ໃກ້ທຸກຄົນທີ່ຮ້ອງຮຽກພະອົງ ຄືທຸກຄົນທີ່ຮ້ອງຮຽກພະອົງດ້ວຍຄວາມຈິງໃຈ. ພະອົງໃຫ້ຄົນທີ່ເກງກົວພະອົງໄດ້ທຸກສິ່ງທີ່ຕ້ອງການ ພະອົງຟັງພວກເຂົາຮ້ອງຂໍຄວາມຊ່ວຍເຫຼືອແລະຊ່ວຍພວກເຂົາ.” ເຮົາໄດ້ຮັບສິດທິພິເສດຫຼາຍແທ້ໆ! ພະເຢໂຫວາຜູ້ສ້າງທີ່ມີລິດເດດສູງສຸດຢາກໃກ້ຊິດເຮົາແລະຢາກຟັງຄຳອະທິດຖານຂອງເຮົານຳ. ການອະທິດຖານເປັນສິດທິພິເສດ ເປັນຄືກັບຂອງຂວັນທີ່ມີຄ່າຫຼາຍທີ່ພະເຢໂຫວາໃຫ້ເຮົາແຕ່ລະຄົນ.
2 ແຕ່ພະເຢໂຫວາຈະຟັງຄຳອະທິດຖານຂອງເຮົາກໍຕໍ່ເມື່ອເຮົາເວົ້າກັບພະອົງໃນວິທີທີ່ພະອົງຍອມຮັບເທົ່ານັ້ນ. ແລ້ວເຮົາຈະເຮັດແບບນັ້ນໂດຍວິທີໃດ? ໃຫ້ເຮົາມາເບິ່ງວ່າຄຳພີໄບເບິນບອກແນວໃດໃນເລື່ອງນີ້.
ເປັນຫຍັງຈຶ່ງອະທິດຖານເຖິງພະເຢໂຫວາ
3. ເປັນຫຍັງເຈົ້າຄວນອະທິດຖານເຖິງພະເຢໂຫວາ?
3 ພະເຢໂຫວາຢາກໃຫ້ເຈົ້າອະທິດຖານເວົ້າລົມກັບພະອົງ ເຮົາຮູ້ໄດ້ແນວໃດ? ຂໍໃຫ້ອ່ານຟີລິບປອຍ 4:6, 7. ລອງຄິດເບິ່ງວ່ານີ້ເປັນຄຳເຊີນທີ່ອົບອຸ່ນຫຼາຍສ່ຳໃດ. ພະເຢໂຫວາຜູ້ສ້າງເອກະພົບອົງຍິ່ງໃຫຍ່ສົນໃຈເຈົ້າແທ້ໆ ແລະຢາກໃຫ້ເຈົ້າບອກພະອົງວ່າເຈົ້າຮູ້ສຶກແນວໃດແລະເຈິບັນຫາຫຍັງແດ່.
4. ການອະທິດຖານເປັນປະຈຳຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
4 ການອະທິດຖານຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາ. ເມື່ອເຈົ້າອະທິດຖານເວົ້າລົມກັບພະເຢໂຫວາເປັນປະຈຳ ເຈົ້າກໍແຮ່ງຈະສະໜິດກັບພະອົງຫຼາຍຂຶ້ນ. ຄືກັບໝູ່ທີ່ລົມກັນເປັນປະຈຳ ທັງສອງຈະສະໜິດກັນຫຼາຍຂຶ້ນເລື້ອຍໆ ແລະຮູ້ວ່າອີກຄົນໜຶ່ງຄິດແນວໃດ ຮູ້ສຶກແນວໃດ ແລະເປັນຫ່ວງເລື່ອງຫຍັງຢູ່. ພະເຢໂຫວາເອງກໍບອກໃຫ້ເຈົ້າຮູ້ວ່າພະອົງຄິດແລະຮູ້ສຶກແນວໃດໂດຍທາງຄຳພີໄບເບິນ. ພະອົງຍັງບອກອີກວ່າຈະເຮັດຫຍັງໃນອະນາຄົດເພື່ອເຈົ້າ. ເຈົ້າເອງກໍອະທິດຖານບອກຄວາມຮູ້ສຶກເລິກໆຂອງເຈົ້າໃຫ້ພະເຢໂຫວາຟັງໄດ້ຄືກັນ. ການອະທິດຖານເປັນປະຈຳຈະຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ.—ຢາໂກໂບ 4:8
ຕ້ອງເຮັດຫຍັງພະເຈົ້າຈຶ່ງຈະຟັງຄຳອະທິດຖານຂອງເຮົາ
5. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາບໍ່ຟັງຄຳອະທິດຖານຂອງທຸກຄົນ?
5 ພະເຢໂຫວາຟັງຄຳອະທິດຖານຂອງທຸກຄົນບໍ? ບໍ່! ໃນສະໄໝຂອງຜູ້ພະຍາກອນເອຊາຢາ ພະເຢໂຫວາບອກຊາວອິດສະຣາເອນວ່າ: “ເຖິງແມ່ນພວກເຈົ້າຈະອະທິດຖານແລ້ວອະທິດຖານອີກ ເຮົາກໍຈະບໍ່ຟັງ ເພາະມືພວກເຈົ້າເປື້ອນເລືອດ.” (ເອຊາອີ 1:15, ລ.ມ.) ເຮົາເອງກໍຕ້ອງລະວັງຄືກັນ ຖ້າບໍ່ດັ່ງນັ້ນ ເຮົາອາດເຮັດສິ່ງທີ່ພະເຢໂຫວາບໍ່ມັກ ແລ້ວພະອົງກໍຈະບໍ່ຟັງຄຳອະທິດຖານຂອງເຮົາ.
6. ເປັນຫຍັງຕ້ອງມີຄວາມເຊື່ອ? ເຈົ້າຈະເຮັດໃຫ້ເຫັນແນວໃດວ່າເຈົ້າມີຄວາມເຊື່ອ?
6 ຖ້າເຮົາຢາກໃຫ້ພະເຢໂຫວາຟັງຄຳອະທິດຖານຂອງເຮົາ ເຮົາຕ້ອງເຊື່ອໃນພະອົງ. (ມາຣະໂກ 11:24) ອັກຄະສາວົກໂປໂລອະທິບາຍວ່າ: “ຖ້າບໍ່ມີຄວາມເຊື່ອກໍບໍ່ມີທາງເຮັດໃຫ້ພະເຈົ້າພໍໃຈໄດ້ ເພາະຄົນທີ່ເຂົ້າມາຫາພະເຈົ້າຕ້ອງເຊື່ອວ່າພະອົງມີຢູ່ແທ້ ແລະຕ້ອງເຊື່ອວ່າພະອົງໃຫ້ລາງວັນແກ່ຄົນທີ່ຊອກຫາພະອົງຢ່າງຈິງຈັງ.” (ເຮັບເຣີ 11:6) ພຽງແຕ່ບອກວ່າເຊື່ອຍັງບໍ່ພໍ ເຮົາຕ້ອງເຮັດໃຫ້ເຫັນນຳວ່າເຮົາເຊື່ອຟັງພະເຢໂຫວາທຸກມື້.—ອ່ານຢາໂກໂບ 2:26
7. (ກ) ເປັນຫຍັງເຮົາຄວນຖ່ອມຕົວແລະສະແດງຄວາມນັບຖືຕອນອະທິດຖານເຖິງພະເຢໂຫວາ? (ຂ) ເຮົາຈະເຮັດແນວໃດທີ່ສະແດງວ່າເຮົາອະທິດຖານຈາກໃຈ?
7 ເມື່ອອະທິດຖານເຖິງພະເຢໂຫວາ ເຮົາຄວນຖ່ອມຕົວແລະສະແດງຄວາມນັບຖື. ຍ້ອນຫຍັງ? ຄິດເບິ່ງແມ້ ຖ້າເຮົາໄດ້ເວົ້າກັບກະສັດຫຼືນາຍົກລັດຖະມົນຕີ ເຮົາກໍຈະເວົ້າດ້ວຍຄວາມນັບຖືແມ່ນບໍ? ແລ້ວຕອນທີ່ເຮົາລົມກັບພະເຢໂຫວາເຊິ່ງເປັນພະເຈົ້າຜູ້ມີລິດເດດສູງສຸດເດ ເຮົາກໍແຮ່ງຕ້ອງສະແດງຄວາມນັບຖືແລະຖ່ອມຕົວຫຼາຍກວ່ານັ້ນອີກ. (ຕົ້ນເດີມ 17:1; ຄຳເພງ 138:6) ນອກຈາກນັ້ນ ເມື່ອອະທິດຖານເຖິງພະເຢໂຫວາ ເຮົາຄວນບອກຄວາມຮູ້ສຶກແລະເລື່ອງທີ່ຢູ່ໃນໃຈເຮົາແທ້ໆບໍ່ແມ່ນທ່ອງຊ້ຳຄຳເວົ້າເກົ່າໆ.—ມັດທາຍ 6:7, 8
8. ເມື່ອອະທິດຖານຂໍບາງຢ່າງ ເຮົາຕ້ອງເຮັດຫຍັງພ້ອມ?
8 ເມື່ອອະທິດຖານແລ້ວ ເຮົາກໍຕ້ອງເຮັດທຸກສິ່ງທີ່ເຮັດໄດ້ໃຫ້ສອດຄ່ອງກັບທີ່ເຮົາອະທິດຖານ. ຕົວຢ່າງເຊັ່ນ: ຖ້າເຮົາອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ມີສິ່ງຈຳເປັນໃນຊີວິດປະຈຳວັນ ເຮົາກໍບໍ່ຄວນຂີ້ຄ້ານແລະຄິດວ່າພະເຢໂຫວາຈະໃຫ້ສິ່ງຈຳເປັນນັ້ນກັບເຮົາໂດຍທີ່ເຮົາບໍ່ຕ້ອງເຮັດຫຍັງເລີຍ. ແຕ່ເຮົາຕ້ອງດຸໝັ່ນເຮັດວຽກແລະບໍ່ເລືອກວຽກ. (ມັດທາຍ 6:11; 2 ເທຊະໂລນິກ 3:10) ຫຼືຖ້າເຮົາອະທິດຖານເຖິງພະເຢໂຫວາເພື່ອຂໍພະອົງຊ່ວຍເຮົາໃຫ້ເຊົາເຮັດສິ່ງທີ່ຜິດ ເຮົາກໍຕ້ອງບໍ່ໄປຢູ່ໃນບ່ອນທີ່ຈະຖືກລໍ້ໃຈໃຫ້ເຮັດຜິດ. (ໂກໂລຊາຍ 3:5) ຕອນນີ້ໃຫ້ເຮົາມາເບິ່ງບາງຄຳຖາມກ່ຽວກັບການອະທິດຖານທີ່ຫຼາຍຄົນຢາກຮູ້.
ຄຳຖາມທົ່ວໄປກ່ຽວກັບການອະທິດຖານ
9. ເຮົາຄວນອະທິດຖານເຖິງໃຜ? ແລະໂຢຮັນ 14:6 ສອນແນວໃດໃນເລື່ອງການອະທິດຖານ?
9 ເຮົາຄວນອະທິດຖານເຖິງໃຜ? ພະເຢຊູສອນລູກສິດຂອງເພິ່ນໃຫ້ອະທິດຖານເຖິງ “ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ.” (ມັດທາຍ 6:9) ເພິ່ນຍັງບອກອີກວ່າ: “ຂ້ອຍເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ. ບໍ່ມີຜູ້ໃດທີ່ຈະມາເຖິງພະເຈົ້າຜູ້ເປັນພໍ່ໄດ້ນອກຈາກມາທາງຂ້ອຍ.” (ໂຢຮັນ 14:6) ດັ່ງນັ້ນ ເຮົາຄວນອະທິດຖານເຖິງພະເຢໂຫວາໃນນາມພະເຢຊູ. ການອະທິດຖານໃນນາມພະເຢຊູໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຮົາຕ້ອງສະແດງຄວາມນັບຖືຕໍ່ຕຳແໜ່ງພິເສດທີ່ພະເຢໂຫວາມອບໃຫ້ພະເຢຊູ. ເຮົາໄດ້ຮຽນແລ້ວວ່າ ພະເຢຊູມາໃນໂລກກໍເພື່ອຊ່ວຍມະນຸດໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ. (ໂຢຮັນ 3:16; ໂຣມ 5:12) ນອກຈາກນັ້ນ ພະເຢໂຫວາຍັງແຕ່ງຕັ້ງພະເຢຊູໃຫ້ເປັນຜູ້ພິພາກສາແລະເປັນມະຫາປະໂລຫິດເພື່ອຊ່ວຍເຮົາໃຫ້ໄດ້ຮັບການອະໄພບາບ.—ໂຢຮັນ 5:22; ເຮັບເຣີ 6:20
ເຈົ້າອະທິດຖານຕອນໃດກໍໄດ້
10. ຕອນອະທິດຖານເຮົາຕ້ອງເຮັດທ່າທາງພິເສດບໍ? ແລະເປັນຫຍັງ?
10 ຕອນອະທິດຖານເຮົາຕ້ອງເຮັດທ່າທາງພິເສດບໍ? ບໍ່. ພະເຢໂຫວາບໍ່ໄດ້ບອກໃຫ້ເຮົາຄູ້ເຂົ່າ ນັ່ງ ຫຼືຢືນຕອນທີ່ເຮົາອະທິດຖານ. ຄຳພີໄບເບິນສອນວ່າຕອນອະທິດຖານເຖິງພະເຢໂຫວາເຮົາຈະຢູ່ໃນທ່າໃດກໍໄດ້ ແຕ່ຕ້ອງເປັນແບບທີ່ສະແດງຄວາມນັບຖື. (1 ຂ່າວຄາວ 17:16; ເນເຫມີ 8:6; ດານຽນ 6:10; 1 ກະສັດ 8:22, 23) ສຳລັບພະເຢໂຫວາ ສິ່ງສຳຄັນທີ່ສຸດບໍ່ແມ່ນທ່າທາງຕອນອະທິດຖານ ແຕ່ເປັນສິ່ງທີ່ຢູ່ໃນໃຈແລະຄວາມນັບຖືຂອງຄົນນັ້ນ. ເຮົາຈະອະທິດຖານແບບອອກສຽງຫຼືອະທິດຖານໃນໃຈກໍໄດ້ ຈະອະທິດຖານຢູ່ໃສຫຼືຕອນໃດກໍໄດ້ບໍ່ວ່າຈະເປັນກາງເວັນຫຼືກາງຄືນ. ເມື່ອອະທິດຖານເຖິງພະເຢໂຫວາ ເຮົາໝັ້ນໃຈໄດ້ເລີຍວ່າພະອົງຈະໄດ້ຍິນແນ່ນອນເຖິງວ່າບໍ່ມີໃຜໄດ້ຍິນກໍຕາມ.—ເນເຫມີ 2:1-6
11. ເຮົາອະທິດຖານເລື່ອງຫຍັງໄດ້ແດ່?
11 ເຮົາອະທິດຖານເລື່ອງຫຍັງໄດ້ແດ່? ເຮົາອະທິດຖານເລື່ອງຫຍັງກໍໄດ້ຕາມທີ່ພະເຢໂຫວາເຫັນດີນຳ. ຄຳພີໄບເບິນບອກວ່າ: “ຖ້າພວກເຮົາຂໍສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຕ້ອງການຂອງພະອົງ ພະອົງຈະຟັງພວກເຮົາ.” (1 ໂຢຮັນ 5:14) ເຮົາອະທິດຖານເລື່ອງສ່ວນຕົວໄດ້ບໍ? ໄດ້. ການອະທິດຖານເຖິງພະເຢໂຫວາກໍຄືກັບການລົມກັບໝູ່ສະໜິດ. ບໍ່ວ່າຈະມີເລື່ອງຫຍັງຢູ່ໃນໃຈ ເຮົາກໍລົມກັບພະອົງໄດ້ທຸກເລື່ອງ. (ຄຳເພງ 62:8) ເຮົາສາມາດຂໍພະລັງບໍລິສຸດຈາກພະອົງເພື່ອຊ່ວຍເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງໄດ້. (ລູກາ 11:13) ນອກຈາກນັ້ນ ເຮົາສາມາດອະທິດຖານຂໍສະຕິປັນຍາຈາກພະເຢໂຫວາເພື່ອຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງ ແລະຂໍກຳລັງຈາກພະອົງເພື່ອຮັບມືກັບບັນຫາຫຍຸ້ງຍາກຕ່າງໆໄດ້. (ຢາໂກໂບ 1:5) ບໍ່ພຽງແຕ່ເທົ່ານັ້ນ ເຮົາຍັງອະທິດຖານເພື່ອຄົນອື່ນໄດ້ນຳ ເຊັ່ນ: ຄົນໃນຄອບຄົວແລະພີ່ນ້ອງໃນປະຊາຄົມ.—ກິດຈະການ 12:5; ໂກໂລຊາຍ 4:12
12. ອັນໃດຄວນເປັນເລື່ອງສຳຄັນທີ່ສຸດໃນຄຳອະທິດຖານຂອງເຮົາ?
12 ອັນໃດຄວນເປັນເລື່ອງສຳຄັນທີ່ສຸດໃນຄຳອະທິດຖານຂອງເຮົາ? ຄຳຕອບກໍຄື ເລື່ອງທີ່ກ່ຽວຂ້ອງກັບພະເຢໂຫວາແລະຄວາມຕ້ອງການຂອງພະອົງ. ເຮົາຄວນຂອບໃຈພະອົງຈາກໃຈສຳລັບທຸກສິ່ງທີ່ພະອົງເຮັດເພື່ອເຮົາ. (1 ຂ່າວຄາວ 29:10-13) ເຮົາຮູ້ວ່າເລື່ອງນີ້ສຳຄັນທີ່ສຸດກໍຍ້ອນວ່າຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນສອນລູກສິດໃຫ້ອະທິດຖານກ່ຽວກັບເລື່ອງນີ້. (ອ່ານມັດທາຍ 6:9-13) ເພິ່ນບອກວ່າອັນດັບທຳອິດຄວນອະທິດຖານຂໍໃຫ້ຊື່ຂອງພະເຈົ້າເປັນທີ່ເຄົາລົບນັບຖືຫຼືສັກສິດໃນສາຍຕາທຸກຄົນ. ຈາກນັ້ນ ຄວນອະທິດຖານຂໍໃຫ້ການປົກຄອງຂອງພະເຈົ້າມາທີ່ໂລກນີ້ ແລະໃຫ້ທຸກຢ່າງໃນໂລກເປັນໄປຕາມທີ່ພະເຈົ້າຕ້ອງການໃຫ້ເປັນ. ເມື່ອເຮົາເວົ້າເຖິງພະເຢໂຫວາແລະຄວາມຕ້ອງການຂອງພະອົງເປັນອັນດັບທຳອິດໃນຄຳອະທິດຖານ ເຮົາກໍສະແດງໃຫ້ເຫັນວ່າເຮົາໃຫ້ສິ່ງໃດສຳຄັນທີ່ສຸດ. ຫຼັງຈາກອະທິດຖານເລື່ອງສຳຄັນເຫຼົ່ານີ້ແລ້ວ ພະເຢຊູກໍບອກວ່າໃຫ້ເຮົາອະທິດຖານຂໍສິ່ງຈຳເປັນສຳລັບເຮົາໄດ້.
13. ຄຳອະທິດຖານຂອງເຮົາຄວນຍາວສ່ຳໃດ?
13 ຄຳອະທິດຖານຂອງເຮົາຄວນຍາວສ່ຳໃດ? ຄຳພີໄບເບິນບໍ່ໄດ້ບອກຫຍັງກ່ຽວກັບເລື່ອງນີ້. ຄຳອະທິດຖານຂອງເຮົາຈະສັ້ນຫຼືຍາວກໍຂຶ້ນຢູ່ກັບສະຖານະການຫຼືເລື່ອງທີ່ເຮົາຈະເວົ້າ. ຕົວຢ່າງເຊັ່ນ: ກ່ອນກິນເຂົ້າເຮົາອາດອະທິດຖານສັ້ນໆ ແຕ່ຖ້າເຮົາຢາກຂອບໃຈພະເຢໂຫວາຫຼືມີເລື່ອງກັງວົນໃຈ ເຮົາກໍອະທິດຖານຍາວກວ່ານັ້ນໄດ້. (1 ຊາເມືອນ 1:12, 15) ແຕ່ເຮົາຈະບໍ່ອະທິດຖານຍືດຍາວພຽງເພື່ອຢາກໃຫ້ຄົນອື່ນປະທັບໃຈຄືກັບທີ່ບາງຄົນໃນສະໄໝພະເຢຊູເຮັດ. (ລູກາ 20:46, 47) ພະເຢໂຫວາບໍ່ມັກຄຳອະທິດຖານແບບນັ້ນ ສະເພາະຄຳອະທິດຖານທີ່ອອກມາຈາກໃຈເທົ່ານັ້ນທີ່ພະເຢໂຫວາຖືວ່າສຳຄັນ.
14. ເຮົາຄວນອະທິດຖານເລື້ອຍປານໃດ? ແລະເລື່ອງນີ້ເຮັດໃຫ້ເຮົາຮູ້ຫຍັງກ່ຽວກັບພະເຢໂຫວາ?
14 ເຮົາຄວນອະທິດຖານເລື້ອຍປານໃດ? ພະເຢໂຫວາເຊີນເຮົາໃຫ້ອະທິດຖານເຖິງພະອົງເປັນປະຈຳ. ຄຳພີໄບເບິນບອກວ່າເຮົາຄວນ “ອະທິດຖານຢູ່ເລື້ອຍໆ” “ອະທິດຖານເລື້ອຍໆ” ແລະ “ອະທິດຖານເປັນປະຈຳ.” (ມັດທາຍ 26:41; ໂຣມ 12:12; 1 ເທຊະໂລນິກ 5:17) ພະເຢໂຫວາພ້ອມຈະຟັງເຮົາສະເໝີ. ເຮົາຂອບໃຈພະອົງໄດ້ທຸກມື້ສຳລັບຄວາມຮັກແລະທຸກສິ່ງທຸກຢ່າງທີ່ພະອົງໃຫ້ເຮົາ ແລະຖ້າຕອນໃດທີ່ເຮົາຕ້ອງການກຳລັງໃຈ ຄຳແນະນຳຫຼືກຳລັງ ເຮົາກໍອະທິດຖານຂໍຈາກພະອົງໄດ້ສະເໝີ. ຖ້າເຮົາເຫັນຄ່າສິດທິພິເສດໃນການອະທິດຖານເຖິງພະເຢໂຫວາແທ້ໆ ເຮົາກໍຈະອະທິດຖານທຸກຄັ້ງເມື່ອມີໂອກາດ.
15. ເປັນຫຍັງເຮົາຄວນເວົ້າວ່າ “ອາແມນ” ໃນຕອນຈົບຂອງຄຳອະທິດຖານ?
15 ເປັນຫຍັງເຮົາຄວນເວົ້າວ່າ “ອາແມນ” ໃນຕອນຈົບຂອງຄຳອະທິດຖານ? ຄຳວ່າ “ອາແມນ” ໝາຍເຖິງ “ແນ່ນອນ” ຫຼື “ຂໍໃຫ້ເປັນແບບນັ້ນ.” ການເວົ້າອາແມນເປັນການຢືນຢັນວ່າເຮົາໝາຍຄວາມຕາມທີ່ເຮົາອະທິດຖານແທ້ໆ ແລະຢືນຢັນວ່າຄຳອະທິດຖານນັ້ນມາຈາກໃຈຈິງຂອງເຮົາ. (ຄຳເພງ 41:13) ຄຳພີໄບເບິນສອນວ່າເມື່ອມີຄົນອະທິດຖານແທນເຮົາ ເຮົາຄວນເວົ້າ “ອາແມນ” ໃນຕອນຈົບຂອງຄຳອະທິດຖານບໍ່ວ່າຈະອອກສຽງຫຼືເວົ້າໃນໃຈເພື່ອສະແດງວ່າເຮົາເຫັນດີກັບຄຳອະທິດຖານນັ້ນ.—1 ຂ່າວຄາວ 16:36; 1 ໂກຣິນໂທ 14:16
ວິທີທີ່ພະເຈົ້າຕອບຄຳອະທິດຖານຂອງເຮົາ
16. ພະເຢໂຫວາຕອບຄຳອະທິດຖານຂອງເຮົາບໍ? ຄຳພີໄບເບິນສອນແນວໃດ?
16 ພະເຢໂຫວາຕອບຄຳອະທິດຖານຂອງເຮົາບໍ? ພະອົງຕອບຄຳອະທິດຖານຂອງເຮົາແນ່ນອນ. ຄຳພີໄບເບິນເອີ້ນພະເຢໂຫວາວ່າ: “ຜູ້ຟັງຄວາມອ້ອນວອນ” ແລະບອກວ່າ “ພະອົງຈະຕອບເຈົ້າ.” (ຄຳເພງ 65:2; ເອຊາອີ 30:19) ພະເຢໂຫວາຟັງແລະຕອບຄຳອະທິດຖານທີ່ຈິງໃຈຂອງຫຼາຍລ້ານຄົນ ແລະພະອົງຕອບຄຳອະທິດຖານຂອງພວກເຂົາໃນຫຼາຍໆວິທີ.
17. ພະເຢໂຫວາຕອບຄຳອະທິດຖານຂອງເຮົາແນວໃດໂດຍໃຊ້ທູດສະຫວັນແລະຜູ້ຮັບໃຊ້ຂອງພະອົງທີ່ຢູ່ໃນໂລກ?
17 ພະເຢໂຫວາຕອບຄຳອະທິດຖານໂດຍໃຊ້ທູດສະຫວັນແລະຜູ້ຮັບໃຊ້ຂອງພະອົງທີ່ຢູ່ໃນໂລກ. (ເຮັບເຣີ 1:13, 14) ມີຕົວຢ່າງຂອງຫຼາຍຄົນທີ່ອະທິດຖານຂໍໃຫ້ຮູ້ຈັກພະເຈົ້າແລະໃຫ້ເຂົ້າໃຈຄຳພີໄບເບິນ ແລ້ວບໍ່ດົນພະຍານພະເຢໂຫວາກໍໄປຫາພວກເຂົາ. ຄຳພີໄບເບິນສະແດງໃຫ້ເຫັນວ່າທູດສະຫວັນກຳລັງເບິ່ງແຍງວຽກປະກາດ “ຂ່າວດີ” ໄປທົ່ວໂລກ ແລະໄດ້ຊີ້ນຳຜູ້ປະກາດໃຫ້ໄປຫາຄົນທີ່ຈິງໃຈ. (ອ່ານພະນິມິດ 14:6) ນອກຈາກນັ້ນ ມີຫຼາຍຄົນທີ່ເຄີຍອະທິດຖານເຖິງພະເຢໂຫວາກ່ຽວກັບບັນຫາບາງຢ່າງຫຼືເລື່ອງທີ່ຢາກໃຫ້ພະອົງຊ່ວຍ ແລ້ວບໍ່ດົນກໍໄດ້ຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງຄລິດສະຕຽນ.—ສຸພາສິດ 12:25; ຢາໂກໂບ 2:16
ພະເຢໂຫວາສາມາດຕອບຄຳອະທິດຖານຂອງເຮົາໂດຍໃຫ້ພີ່ນ້ອງຄລິດສະຕຽນມາຊ່ວຍເຫຼືອເຮົາ
18. ພະເຢໂຫວາໃຊ້ພະລັງບໍລິສຸດແລະຄຳພີໄບເບິນແນວໃດເພື່ອຕອບຄຳອະທິດຖານຂອງເຮົາ?
18 ພະເຢໂຫວາຍັງຕອບຄຳອະທິດຖານຂອງເຮົາໂດຍທາງພະລັງບໍລິສຸດຂອງພະອົງ. ເມື່ອອະທິດຖານຂໍໃຫ້ພະເຈົ້າຊ່ວຍເຮົາຮັບມືກັບບັນຫາ ພະອົງຈະໃຫ້ພະລັງບໍລິສຸດຂອງພະອົງເພື່ອຊ່ວຍເຮົາໃຫ້ຮູ້ວ່າຕ້ອງເຮັດແນວໃດ ແລະຊ່ວຍໃຫ້ມີກຳລັງເພື່ອຈະຜ່ານຜ່າບັນຫາໄປໄດ້. (2 ໂກຣິນໂທ 4:7) ພະເຢໂຫວາຍັງໃຊ້ຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງນຳອີກ. ເມື່ອອ່ານຄຳພີໄບເບິນ ເຮົາອາດເຈິຂໍ້ພະຄຳພີທີ່ຊ່ວຍເຮົາໃຫ້ຮູ້ວິທີແກ້ບັນຫາ. ນອກຈາກນັ້ນ ພະເຢໂຫວາຍັງກະຕຸ້ນພີ່ນ້ອງບາງຄົນໃຫ້ອອກຄວາມຄິດເຫັນຢູ່ຫໍປະຊຸມ ແລ້ວຄວາມເຫັນນັ້ນກໍກົງກັບເລື່ອງຂອງເຮົາພໍດີ ຫຼືພະເຢໂຫວາອາດໃຊ້ຜູ້ດູແລໃນປະຊາຄົມໃຫ້ອະທິບາຍແງ່ມຸມບາງຢ່າງຈາກຄຳພີໄບເບິນທີ່ກົງກັບເລື່ອງຂອງເຮົາ.—ຄາລາເຕຍ 6:1
19. ເປັນຫຍັງອາດເບິ່ງຄືວ່າພະເຢໂຫວາບໍ່ຕອບຄຳອະທິດຖານຂອງເຮົາຈັກເທື່ອ?
19 ບາງຄັ້ງ ເຮົາອາດຄິດວ່າ ‘ເປັນຫຍັງພະເຢໂຫວາຄືບໍ່ຕອບຄຳອະທິດຖານຂອງຂ້ອຍຈັກເທື່ອ?’ ຢ່າລືມວ່າ ພະອົງຮູ້ວ່າຄວນຕອບຄຳອະທິດຖານຂອງເຮົາຕອນໃດແລະໂດຍວິທີໃດ. ພະອົງຮູ້ວ່າເຮົາຕ້ອງການຫຍັງ. ເຮົາຕ້ອງອະທິດຖານຕໍ່ໄປເລື້ອຍໆເພື່ອສະແດງວ່າເຮົາຕ້ອງການແບບນັ້ນແທ້ໆ ແລະເຊື່ອວ່າພະອົງຈະຊ່ວຍເຮົາແທ້ໆ. (ລູກາ 11:5-10) ບາງຄັ້ງ ພະເຢໂຫວາອາດຕອບຄຳອະທິດຖານໃນແບບທີ່ບໍ່ກົງກັບທີ່ເຮົາຄິດໄວ້. ຕົວຢ່າງເຊັ່ນ: ເຮົາອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ຫຼຸດພົ້ນຈາກບັນຫາຫຍຸ້ງຍາກບາງຢ່າງ ແຕ່ແທນທີ່ພະເຢໂຫວາຈະເຮັດໃຫ້ບັນຫານັ້ນໝົດໄປ ພະອົງພັດໃຫ້ກຳລັງເຮົາເພື່ອອົດທົນກັບບັນຫານັ້ນໄດ້.—ອ່ານຟີລິບປອຍ 4:13
20. ເປັນຫຍັງເຮົາຄວນອະທິດຖານເຖິງພະເຢໂຫວາເລື້ອຍໆ?
20 ການອະທິດຖານເຖິງພະເຢໂຫວາເປັນສິດທິພິເສດສຳລັບເຮົາແທ້ໆ! ເຮົາໝັ້ນໃຈໄດ້ວ່າພະອົງຈະຟັງເຮົາ. (ຄຳເພງ 145:18) ເມື່ອອະທິດຖານເຖິງພະອົງເລື້ອຍໆ ເຮົາກໍແຮ່ງຈະສະໜິດກັບພະອົງຫຼາຍຂຶ້ນ.