ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຮ ບົດຮຽນ 7 ໜ້າ 14-15
  • ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ
  • ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເລື່ອງທີ່ຄ້າຍກັນ
  • ການ​ອະທິດຖານ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫຍັບ​ເຂົ້າ​ໃກ້​ພະເຈົ້າ​ໂດຍ​ການ​ອະທິດຖານ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ບົດ​ທີ 11
    ເຊື່ອຟັງພະເຈົ້າ
ເບິ່ງຕື່ມ
ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ຮຮ ບົດຮຽນ 7 ໜ້າ 14-15

ບົດຮຽນ 7

ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ອະທິດຖານ​ເປັນ​ປະຈຳ? (1)

ເຮົາ​ຄວນ​ອະທິດຖານ​ເຖິງ​ຜູ້​ໃດ? ແລະ​ຢ່າງ​ໃດ? (2, 3)

ເລື່ອງ​ຫຍັງ​ທີ່​ນັບ​ວ່າ​ເໝາະ​ສົມ​ສຳລັບ​ການ​ອະທິດຖານ? (4)

ທ່ານ​ຄວນ​ອະທິດຖານ​ເມື່ອ​ໃດ? (5, 6)

ພະເຈົ້າ​ສະດັບ​ຄຳ​ອະທິດຖານ​ທຸກ​ຢ່າງ​ບໍ? (7)

1. ການ​ອະທິດຖານ​ຄື​ການ​ທູນ​ຕໍ່​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ໃຈ. ທ່ານ​ຄວນ​ອະທິດຖານ​ເຖິງ​ພະເຈົ້າ​ເປັນ​ປະຈຳ. ດ້ວຍ​ວິທີ​ນີ້​ທ່ານ​ສາມາດ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ​ເໝືອນ​ກັບ​ເພື່ອນ​ທີ່​ຮັກ​ແພງ​ຄົນ​ນຶ່ງ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ອົງ​ຍິ່ງ​ໃຫຍ່​ແລະ​ເຕັມ​ໄປ​ດ້ວຍ​ພະລັງ​ອຳນາດ ເຖິງ​ຢ່າງ​ນັ້ນ​ກໍ່​ດີ​ພະອົງ​ຍັງ​ສະດັບ​ຄຳ​ອະທິດຖານ​ຂອງ​ເຮົາ! ທ່ານ​ອະທິດຖານ​ເຖິງ​ພະເຈົ້າ​ເປັນ​ປະຈຳ​ບໍ?—ຄຳເພງ 65:2; 1 ເທຊະໂລນີກ 5:17.

2. ການ​ອະທິດຖານ​ເປັນ​ສ່ວນ​ຂອງ​ການ​ນະມັດສະການ​ຂອງ​ເຮົາ. ດ້ວຍ​ເຫດ​ນີ້ ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ເທົ່າ​ນັ້ນ. ເມື່ອ​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນໂລກ ພະອົງ​ອະທິດຖານ​ເຖິງ​ພະ​ບິດາ​ຂອງ​ພະອົງ​ສະເໝີ ບໍ່​ແມ່ນ​ເຖິງ​ພະອົງ​ອື່ນ. ເຮົາ​ຄວນ​ເຮັດ​ເຊັ່ນ​ດຽວ​ກັນ. (ມັດທາຍ 4:10; 6:9) ຢ່າງ​ໃດ​ກໍ່​ດີ ການ​ອະທິດຖານ​ທັງ​ໝົດ​ຂອງ​ເຮົາ​ຄວນ​ກ່າວ​ໃນ​ນາມ​ຂອງ​ພະ​ເຍຊູ. ການ​ເຮັດ​ດັ່ງ​ນີ້​ສະແດງ​ວ່າ​ເຮົາ​ນັບຖື​ຕຳແໜ່ງ​ຂອງ​ພະ​ເຍຊູ​ແລະ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະອົງ.—ໂຍຮັນ 14:6; 1 ໂຍຮັນ 2:1, 2.

3. ເມື່ອ​ເຮົາ​ອະທິດຖານ​ເຮົາ​ຄວນ​ທູນ​ກັບ​ພະເຈົ້າ​ຈາກ​ຫົວໃຈ​ເຮົາ. ເຮົາ​ບໍ່​ຄວນ​ຈະ​ທ່ອງ​ຈົ່ມ​ຫຼື​ອ່ານ​ຄຳ​ອະທິດຖານ​ຈາກ​ປຶ້ມ​ທີ່​ມີ​ຄຳ​ອະທິດຖານ​ບັນທຶກ​ໄວ້. (ມັດທາຍ 6:7, 8) ເຮົາ​ສາມາດ​ອະທິດຖານ​ດ້ວຍ​ທ່າ​ທາງ​ໃດ​ກໍ່​ໄດ້​ທີ່​ສະແດງ​ຄວາມ​ນັບຖື ໃນ​ເວລາ​ໃດ​ກໍ່​ໄດ້ ແລະ​ໃນ​ສະຖານ​ທີ່​ໃດ​ກໍ່​ໄດ້. ພະເຈົ້າ​ສາມາດ​ໄດ້​ຍິນ​ແມ່ນ​ວ່າ​ຄຳ​ອະທິດຖານ​ທີ່​ກ່າວ​ໄວ້​ໃນ​ໃຈ​ຂອງ​ເຮົາ. (1 ຊາເມິອນ 1:12, 13) ເປັນ​ການ​ດີ​ທີ່​ຈະ​ຫາ​ບ່ອນ​ທີ່​ສະຫງົບ​ຫ່າງ​ຈາກ​ຄົນ​ອື່ນໆ ເພື່ອ​ກ່າວ​ຄຳ​ອະທິດຖານ​ສ່ວນ​ຕົວ​ຂອງ​ເຮົາ.—ມາລະໂກ 1:35.

4. ທ່ານ​ອາດ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ໃດ​ໄດ້? ເລື່ອງ​ໃດ​ກໍ່​ໄດ້​ທີ່​ອາດ​ສົ່ງ​ຜົນ​ກະທົບ​ເຖິງ​ສາຍ​ສຳພັນ​ຂອງ​ທ່ານ​ກັບ​ພະອົງ. (ຟີລິບ 4:6, 7) ຄຳ​ອະທິດຖານ​ແບບ​ຢ່າງ​ນັ້ນ​ສະແດງ​ວ່າ ເຮົາ​ຄວນ​ອະທິດຖານ​ກ່ຽວ​ກັບ​ພະ​ນາມ​ແລະ​ພະ​ປະສົງ​ຂອງ​ພະ​ເຢໂຫວາ. ນອກ​ຈາກ​ນີ້ ເຮົາ​ອາດ​ຂໍ​ໃຫ້​ມີ​ການ​ຈັດ​ຕຽມ​ສິ່ງ​ຈຳເປັນ​ດ້ານ​ວັດຖຸ​ສຳລັບ​ພວກ​ເຮົາ, ການ​ອະໄພ​ບາບ​ທີ່​ເຮົາ​ເຮັດ, ແລະ​ຂໍ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຕ້ານ​ທານ​ການ​ຍົວະ​ຍວນ. (ມັດທາຍ 6:9-13) ຄຳ​ອະທິດຖານ​ຂອງ​ເຮົາ​ບໍ່​ຄວນ​ເປັນ​ແບບ​ເຫັນ​ແກ່​ຕົວ. ເຮົາ​ຄວນ​ອະທິດຖານ​ຂໍ​ສິ່ງ​ທີ່​ປະສານ​ກັບ​ພະໄທ​ປະສົງ​ຂອງ​ພະເຈົ້າ.—1 ໂຍຮັນ 5:14.

5. ທ່ານ​ອາດ​ອະທິດຖານ​ເມື່ອ​ໃດ​ກໍ່​ໄດ້​ທີ່​ຫົວໃຈ​ຂອງ​ທ່ານ​ກະຕຸ້ນ​ທ່ານ​ໃຫ້​ຂອບຄຸນ​ຫຼື​ສັນລະເສີນ​ພະເຈົ້າ. (1 ຂ່າວຄາວ 29:10-13) ທ່ານ​ຄວນ​ອະທິດຖານ​ເມື່ອ​ທ່ານ​ມີ​ບັນຫາ​ແລະ​ຄວາມ​ເຊື່ອ​ຂອງ​ທ່ານ​ພວມ​ຖືກ​ທົດລອງ. (ຄຳເພງ 55:22; 120:1) ເປັນ​ການ​ເໝາະ​ສົມ​ທີ່​ຈະ​ອະທິດຖານ​ກ່ອນ​ທ່ານ​ກິນ​ອາຫານ. (ມັດທາຍ 14:19) ພະ​ເຢໂຫວາ​ເຊື້ອ​ເຊີນ​ເຮົາ​ໃຫ້​ອະທິດຖານ “ທຸກ​ເວລາ.”—ເອເຟດ 6:18.

6. ເຮົາ​ຈຳເປັນ​ຕ້ອງ​ອະທິດຖານ​ໂດຍ​ສະເພາະ​ຫາກ​ວ່າ​ເຮົາ​ໄດ້​ເຮັດ​ຄວາມ​ບາບ​ຮ້າຍແຮງ. ໃນ​ເວລາ​ຢ່າງ​ນັ້ນ​ເຮົາ​ຄວນ​ອ້ອນ​ວອນ​ຂໍ​ຄວາມ​ເມດຕາ​ແລະ​ການ​ອະໄພຍະໂທດ​ຈາກ​ພະ​ເຢໂຫວາ. ຫາກ​ເຮົາ​ສາລະພາບ​ການ​ບາບ​ຂອງ​ເຮົາ​ຕໍ່​ພະອົງ​ແລະ​ພະຍາຍາມ​ສຸດ​ກຳລັງ​ເພື່ອ​ບໍ່​ເຮັດ​ບາບ​ນັ້ນ​ຊ້ຳ​ອີກ ພະເຈົ້າ “ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.”—ຄຳເພງ 86:5; ສຸພາສິດ 28:13.

7. ພະ​ເຢໂຫວາ​ສະດັບ​ຄຳ​ອະທິດຖານ​ອ້ອນ​ວອນ​ຂອງ​ຄົນ​ຊອບທຳ​ເທົ່າ​ນັ້ນ. ເພື່ອ​ພະ​ເຢໂຫວາ​ຈະ​ສະດັບ​ຄຳ​ອະທິດຖານ​ຂອງ​ທ່ານ ທ່ານ​ຕ້ອງ​ພະຍາຍາມ​ເຕັມ​ຄວາມ​ສາມາດ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ກົດໝາຍ​ຂອງ​ພະອົງ. (ສຸພາສິດ 15:29; 28:9) ທ່ານ​ຕ້ອງ​ຖ່ອມ​ຕົວ​ເມື່ອ​ທ່ານ​ອະທິດຖານ. (ລຶກາ 18:9-14) ທ່ານ​ຈຳເປັນ​ຕ້ອງ​ພະຍາຍາມ​ເຮັດ​ຕາມ​ທີ່​ປະສານ​ກັບ​ສິ່ງ​ທີ່​ທ່ານ​ອະທິດຖານ​ຂໍ​ນັ້ນ. ດ້ວຍ​ວິທີ​ນີ້​ທ່ານ​ຈະ​ພິສູດ​ວ່າ​ທ່ານ​ມີ​ຄວາມ​ເຊື່ອ​ແລະ​ທ່ານ​ໝາຍ​ຄວາມ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ຂໍ​ແທ້ໆ . ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ທ່ານ ສະເພາະ​ແຕ່​ເມື່ອ​ເຮັດ​ຢ່າງ​ນີ້​ເທົ່າ​ນັ້ນ.—ເຫບເລິ 11:6.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌