ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 9 ໜ້າ 28-ໜ້າ 29 ຂໍ້ 1
  • ໃນ​ທີ່​ສຸດ​ກໍ​ມີ​ລູກ​ຊາຍ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃນ​ທີ່​ສຸດ​ກໍ​ມີ​ລູກ​ຊາຍ!
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ອັບຣາຮາມ​ກັບ​ຊາຣາ​ເຊື່ອຟັງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເຈົ້າ​ກຳລັງ​ລໍ​ຖ້າ “ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ” ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 9 ໜ້າ 28-ໜ້າ 29 ຂໍ້ 1
ຊາຣາ​ຟັງ​ຢູ່​ໃນ​ເຕັ້ນ​ຕອນ​ທີ່​ທູດສະຫວັນ​ເວົ້າ​ກັບ​ອັບຣາຮາມ

ບົດ​ທີ 9

ໃນ​ທີ່​ສຸດ​ກໍ​ມີ​ລູກ​ຊາຍ!

ອັບຣາຮາມ​ກັບ​ຊາຣາ​ແຕ່ງດອງ​ກັນ​ມາ​ຫຼາຍ​ປີ​ແລ້ວ. ເຂົາເຈົ້າ​ຖິ້ມ​ບ້ານ​ທີ່​ສະດວກ​ສະບາຍ​ໃນ​ເມືອງ​ອູເຣ​ມາ​ອາໄສ​ຢູ່​ໃນ​ເຕັ້ນ. ແຕ່​ຊາຣາ​ກໍ​ບໍ່​ເຄີຍ​ຈົ່ມ ຍ້ອນ​ລາວ​ໄວ້ໃຈ​ພະ​ເຢໂຫວາ.

ຊາຣາ​ຢາກ​ມີ​ລູກ​ແທ້ໆ ລາວ​ຈຶ່ງ​ບອກ​ອັບຣາຮາມ​ວ່າ: ‘ຖ້າ​ຮາກາ​ຄົນ​ຮັບໃຊ້​ຂອງ​ນ້ອງ​ມີ​ລູກ ລູກ​ທີ່​ເກີດ​ມາ​ກໍ​ຈະ​ເປັນ​ຄື​ກັບ​ລູກ​ຂອງ​ນ້ອງ.’ ຕໍ່​ມາ ຮາກາ​ກໍ​ເກີດ​ລູກ​ຊາຍແລ້ວ​ຕັ້ງ​ຊື່​ວ່າ ອິດຊະມາເອນ.

ຊາຣາ​ກຳລັງ​ຖືພາ

ຫຼາຍ​ປີ​ຕໍ່​ມາ ເມື່ອ​ອັບຣາຮາມ​ໄດ້ 99 ປີ ແລະ​ຊາຣາ​ໄດ້ 89 ປີ ມີ​ຜູ້​ຊາຍ​ສາມ​ຄົນ​ມາ​ຢາມ​ເຂົາເຈົ້າ. ອັບຣາຮາມ​ເຊີນ​ຜູ້​ຊາຍ​ທັງ​ສາມ​ຄົນ​ມາ​ນັ່ງ​ພັກຜ່ອນ​ຢູ່​ກ້ອງ​ຕົ້ນໄມ້​ແລະ​ລ້ຽງ​ເຂົ້າ​ເຂົາເຈົ້າ​ນຳ. ເຈົ້າ​ຮູ້​ບໍ​ວ່າ​ຜູ້​ຊາຍ​ສາມ​ຄົນ​ນີ້​ແມ່ນ​ໃຜ? ເຂົາເຈົ້າ​ແມ່ນ​ທູດສະຫວັນ! ທູດສະຫວັນ​ບອກ​ອັບຣາຮາມ​ວ່າ: ‘ໃນ​ຍາມ​ນີ້​ຂອງ​ປີ​ໜ້າ ເຈົ້າ​ກັບ​ເມຍ​ຈະ​ໄດ້​ລູກ​ຊາຍ.’ ຊາຣາ​ຟັງ​ເຂົາເຈົ້າ​ລົມ​ກັນ​ຢູ່​ໃນ​ເຕັ້ນ ລາວ​ໄດ້​ຍິນ​ທີ່​ເຂົາເຈົ້າ​ລົມ​ກັນ ລາວ​ກໍ​ເລີຍ​ຫົວຂວັນ​ໂຕເອງ​ແລະ​ເວົ້າ​ວ່າ: ‘ຂ້ອຍ​ເຖົ້າ​ປານ​ນີ້​ແລ້ວ ຊິ​ມີ​ລູກ​ໄດ້​ຢູ່​ບໍ?’

ໜຶ່ງ​ປີ​ຕໍ່​ມາ ຊາຣາ​ກໍ​ເກີດ​ລູກ​ຊາຍ​ຄື​ກັບ​ທີ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້. ອັບຣາຮາມ​ຕັ້ງ​ຊື່​ລູກ​ວ່າ​ອີຊາກ ເຊິ່ງ​ແປ​ວ່າ “ຫົວຂວັນ.”

ເມື່ອ​ອີຊາກ​ອາຍຸ​ປະມານ 5 ປີ ຊາຣາ​ເຫັນ​ອິດຊະມາເອນ​ເຍາະເຍີ້ຍ​ອີຊາກ. ຊາຣາ​ຢາກ​ປົກປ້ອງ​ລູກ​ຊາຍ​ຂອງ​ໂຕເອງ ລາວ​ຈຶ່ງ​ຂໍ​ອັບຣາຮາມ​ໃຫ້​ໄລ່​ຮາກາ​ກັບ​ອິດຊະມາເອນ​ໄປ​ຢູ່​ບ່ອນ​ອື່ນ. ຕອນ​ທຳອິດ​ອັບຣາຮາມ​ບໍ່​ພໍໃຈ​ຫຼາຍ. ແຕ່​ພະ​ເຢໂຫວາ​ກໍ​ຢາກ​ປົກປ້ອງ​ອີຊາກ​ຄື​ກັນ ເພິ່ນ​ຈຶ່ງ​ບອກ​ອັບຣາຮາມ​ວ່າ: ‘ໃຫ້​ຟັງ​ຊາຣາ. ເຮົາ​ຈະ​ເບິ່ງແຍງ​ອິດຊະມາເອນ​ເອງ. ແຕ່​ຄຳ​ສັນຍາ​ຂອງ​ເຮົາ​ຈະ​ເປັນ​ຈິງ​ທາງ​ອີຊາກ.’

ຊາຣາ​ກອດ​ອີຊາກ​ຕອນ​ທີ່​ຮາກາ​ກັບ​ອິດຊະມາເອນ​ຍ່າງ​ອອກ​ໄປ

“ຍ້ອນ​ຄວາມ​ເຊື່ອ ຊາຣາ​ສາມາດ​ຖືພາ​ໄດ້​ເຖິງ​ວ່າ​ຕອນ​ນັ້ນ​ລາວ​ເຖົ້າ​ກາຍ​ຍາມ​ທີ່​ຈະ​ມີ​ລູກ​ແລ້ວ. ລາວ​ເຊື່ອ​ວ່າ​ຜູ້​ທີ່​ສັນຍາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ເວົ້າ.”—ເຮັບເຣີ 11:11

ຄຳ​ຖາມ: ຊາຣາ​ໄດ້​ຍິນ​ທູດສະຫວັນ​ບອກ​ອັບຣາຮາມ​ເລື່ອງ​ຫຍັງ? ພະ​ເຢໂຫວາ​ປົກປ້ອງ​ອີຊາກ​ແນວ​ໃດ?

ປະຖົມມະການ 16:1-4, 15, 16; 17:25-27; 18:1-15; 21:1-14; ເຮັບເຣີ 11:11

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌