ບົດຄວາມສຶກສາທີ 48
ເພງທີ 129 ເຮົາຈະອົດທົນຕໍ່ໄປ
ປຶ້ມໂຢບຊ່ວຍເຈົ້າໄດ້ຕອນທີ່ເຈິຄວາມທຸກລຳບາກ
“ພະເຈົ້າບໍ່ເຮັດຊົ່ວແນ່ນອນ.”—ໂຢບ 34:12
ຈຸດສຳຄັນ
ສິ່ງທີ່ເຮົາຮຽນໄດ້ຈາກປຶ້ມໂຢບກ່ຽວກັບເຫດຜົນທີ່ພະເຈົ້າຍອມໃຫ້ມີຄວາມທຸກລຳບາກ ແລະເຮົາຈະອົດທົນໄດ້ແນວໃດເມື່ອເຈິຄວາມທຸກລຳບາກ.
1-2. ເປັນຫຍັງຈຶ່ງດີສຳລັບເຮົາທີ່ຈະອ່ານປຶ້ມໂຢບ?
ຫວ່າງບໍ່ດົນມານີ້ເຈົ້າມ່ວນກັບການອ່ານປຶ້ມໂຢບບໍ? ເຖິງວ່າປຶ້ມນີ້ຂຽນໄດ້ 3.500 ປີແລ້ວ ແຕ່ຫຼາຍຄົນຍັງຖືວ່າເປັນປຶ້ມຫົວໜຶ່ງທີ່ຂຽນໄດ້ດີທີ່ສຸດ. ຫຼາຍຄົນຍ້ອງຜູ້ທີ່ຂຽນປຶ້ມໂຢບຍ້ອນລາວໃຊ້ຄຳເວົ້າທີ່ເຂົ້າໃຈງ່າຍ ມີຮູບແບບການຂຽນທີ່ດີ ແລະໃຊ້ພາສາທີ່ສະແດງເຖິງອາລົມຄວາມຮູ້ສຶກ. ໂມເຊເປັນຜູ້ຂຽນປຶ້ມຫົວນີ້ ແຕ່ພະເຢໂຫວາພະເຈົ້າເປັນຜູ້ທີ່ບອກໃຫ້ລາວຂຽນ.—2ຕມ. 3:16
2 ປຶ້ມໂຢບເປັນປຶ້ມຫົວໜຶ່ງທີ່ສຳຄັນຫຼາຍໃນຄຳພີໄບເບິນ. ຍ້ອນຫຍັງ? ຍ້ອນມັນເວົ້າເຖິງປະເດັນທີ່ສຳຄັນທີ່ທູດສະຫວັນແລະມະນຸດທຸກຄົນເຈິ ນັ້ນກໍຄືການເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ. ປຶ້ມໂຢບຍັງສອນເຮົາກ່ຽວກັບຄຸນລັກສະນະທີ່ສຳຄັນຂອງພະເຢໂຫວາ ເຊັ່ນ: ຄວາມຮັກ ສະຕິປັນຍາ ຄວາມຍຸຕິທຳ ແລະລິດເດດຂອງເພິ່ນ. ຕົວຢ່າງເຊັ່ນ: ໃນປຶ້ມໂຢບເວົ້າເຖິງພະເຢໂຫວາວ່າເປັນ “ຜູ້ມີລິດເດດສູງສຸດ” 31 ເທື່ອ ເຊິ່ງຫຼາຍກວ່າປຶ້ມຫົວອື່ນໆໃນຄຳພີໄບເບິນ. ນອກຈາກນັ້ນ ປຶ້ມໂຢບຍັງຕອບຄຳຖາມຕ່າງໆທີ່ສຳຄັນເຊິ່ງລວມເຖິງຄຳຖາມໜຶ່ງທີ່ຄາໃຈຫຼາຍຄົນ ນັ້ນຄື ເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກລຳບາກ?
3. ເຮົາຈະຮຽນຫຍັງຈາກປຶ້ມໂຢບ?
3 ເຮົາສາມາດສົມທຽບການອ່ານປຶ້ມໂຢບເປັນຄືກັບການຢືນຢູ່ເທິງພູ. ເມື່ອຢູ່ເທິງພູ ເຮົາຈະເຫັນສິ່ງທີ່ຢູ່ອ້ອມຂ້າງໄດ້ກວ້າງໄກ. ການອ່ານປຶ້ມໂຢບກໍຈະເຮັດໃຫ້ເຮົາເຫັນແຈ້ງວ່າພະເຢໂຫວາຄິດແນວໃດກ່ຽວກັບຄວາມທຸກລຳບາກທີ່ເຮົາເຈິ. ໃຫ້ເຮົາມາເບິ່ງວ່າປຶ້ມໂຢບຊ່ວຍເຮົາແນວໃດເມື່ອເຈິຄວາມທຸກລຳບາກ. ເຮົາຍັງຈະເບິ່ງວ່າເລື່ອງຂອງໂຢບເປັນປະໂຫຍດແນວໃດຕໍ່ຄົນອິດສະຣາເອນ ແລະມັນເປັນປະໂຫຍດຕໍ່ເຮົາແນວໃດໃນທຸກມື້ນີ້. ນອກຈາກນັ້ນ ເຮົາຈະເບິ່ງວ່າເຮົາຈະໃຊ້ປຶ້ມໂຢບແນວໃດເພື່ອຊ່ວຍຄົນອື່ນ.
ພະເຈົ້າຍອມໃຫ້ໂຢບເຈິຄວາມທຸກລຳບາກ
4. ໂຢບຕ່າງຈາກຄົນອິດສະຣາເອນທີ່ຢູ່ເອຢິບແນວໃດ?
4 ຕອນທີ່ຄົນອິດສະຣາເອນເຈິຄວາມທຸກລຳບາກຍ້ອນເປັນທາດຢູ່ເອຢິບ ໂຢບອາໄສຢູ່ແຜ່ນດິນອູເຊເຊິ່ງອາດຈະຢູ່ທາງທິດຕາເວັນອອກຂອງແຜ່ນດິນທີ່ພະເຢໂຫວາສັນຍາໄວ້ແລະອາດຈະຢູ່ບ່ອນໃດບ່ອນໜຶ່ງທາງທິດເໜືອຂອງອາຣັບ. ຕອນທີ່ຄົນອິດສະຣາເອນຢູ່ເອຢິບ ບາງຄົນໄດ້ນະມັດສະການຮູບພະຕ່າງໆຂອງເອຢິບ ແຕ່ໂຢບຮັບໃຊ້ພະເຢໂຫວາຢ່າງສັດຊື່. (ຢຊ. 24:14; ອຊກ. 20:8) ພະເຢໂຫວາເວົ້າເຖິງໂຢບວ່າ: “ຢູ່ໃນໂລກບໍ່ມີຜູ້ໃດຄືກັບລາວ. ລາວເຮັດສິ່ງທີ່ຖືກຕ້ອງແລະສັດຊື່ໃນທຸກເລື່ອງ.”a (ໂຢບ 1:8) ໂຢບເປັນຄົນລວຍຫຼາຍແລະເປັນຄົນທີ່ຄົນອື່ນໃຫ້ຄວາມນັບຖືຫຼາຍທີ່ສຸດຢູ່ແຖວທິດຕາເວັນອອກ. (ໂຢບ 1:3) ແນ່ນອນວ່າຊາຕານຕ້ອງໃຈຮ້າຍຫຼາຍແທ້ໆທີ່ເຫັນໂຢບຮັບໃຊ້ພະເຢໂຫວາຢ່າງສັດຊື່!
5. ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ໂຢບເຈິຄວາມທຸກລຳບາກ? (ໂຢບ 1:20-22; 2:9, 10)
5 ຊາຕານເວົ້າວ່າ ຖ້າໂຢບເຈິຄວາມທຸກລຳບາກລາວຈະເຊົາຮັບໃຊ້ພະເຢໂຫວາ. (ໂຢບ 1:7-11; 2:2-5) ເຖິງວ່າພະເຢໂຫວາຮັກໂຢບຫຼາຍ ແຕ່ເພິ່ນກໍຍອມໃຫ້ຊາຕານພະຍາຍາມພິສູດວ່າສິ່ງທີ່ມັນເວົ້າກ່ຽວກັບໂຢບເປັນຄວາມຈິງຫຼືບໍ່. (ໂຢບ 1:12-19; 2:6-8) ຊາຕານໃຫ້ມີຄົນມາເອົາຝູງສັດຂອງໂຢບໄປ ມັນເຮັດໃຫ້ລູກ 10 ຄົນຂອງລາວຕາຍ ແລະເຮັດໃຫ້ລາວເປັນຝີເຕັມໂຕຕັ້ງແຕ່ຫົວຮອດຕີນ. ເຖິງວ່າຊາຕານເຮັດໃຫ້ໂຢບເຈັບປວດທໍລະມານຫຼາຍ ແຕ່ລາວກໍຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່. (ອ່ານໂຢບ 1:20-22; 2:9, 10) ຕໍ່ມາ ພະເຢໂຫວາເຮັດໃຫ້ລາວເຊົາເປັນຝີ ໃຫ້ລາວຮັ່ງມີຫຼາຍກວ່າເກົ່າ ໃຫ້ຄົນນັບຖືລາວຄືເກົ່າ ແລະເພິ່ນໃຫ້ລາວມີລູກອີກ 10 ຄົນ. ນອກຈາກນັ້ນ ພະເຢໂຫວາຍັງໃຫ້ໂຢບມີຊີວິດຕໍ່ໄປອີກ 140 ປີ. ສະນັ້ນ ລາວຈຶ່ງໄດ້ເຫັນລູກເຫັນຫຼານແລະເຫຼນຂອງໂຕເອງ. (ໂຢບ 42:10-13, 16) ເລື່ອງຂອງໂຢບເປັນປະໂຫຍດແນວໃດສຳລັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝແຕ່ກີ້ ແລະມັນເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້?
6. ເລື່ອງຂອງໂຢບອາດຊ່ວຍຄົນອິດສະຣາເອນແນວໃດ? (ເບິ່ງຮູບນຳ)
6 ຄົນອິດສະຣາເອນອາດຈະໄດ້ຮັບປະໂຫຍດແນວໃດ? ຄົນອິດສະຣາເອນມີຊີວິດທີ່ທຸກຍາກລຳບາກຫຼາຍຢູ່ເອຢິບ. ຕົວຢ່າງເຊັ່ນ: ຕອນທີ່ໂຢຊວຍກັບກາເລັບເປັນໄວລຸ້ນ ເຂົາເຈົ້າເປັນທາດ. ຕໍ່ມາ ເຂົາເຈົ້າຕ້ອງຢູ່ບ່ອນກັນດານ 40 ປີຍ້ອນຄົນອິດສະຣາເອນບາງຄົນບໍ່ເຊື່ອຟັງພະເຢໂຫວາ. ຖ້າຄົນອິດສະຣາເອນຮູ້ວ່າໂຢບເຈິກັບຄວາມທຸກລຳບາກແບບໃດແດ່ແລະລາວໄດ້ຮັບຜົນຕອບແທນແນວໃດທີ່ສັດຊື່ຕໍ່ພະເຢໂຫວາ ແນ່ນອນວ່າມັນຈະຊ່ວຍເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າໃຫ້ເຂົ້າໃຈວ່າຊາຕານເປັນຜູ້ທີ່ເຮັດໃຫ້ເກີດຄວາມທຸກລຳບາກບໍ່ແມ່ນພະເຢໂຫວາ. ນອກຈາກນັ້ນ ເຂົາເຈົ້າຈະເຂົ້າໃຈຫຼາຍຂຶ້ນວ່າເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ມີຄວາມທຸກລຳບາກແລະເຂົ້າໃຈວ່າເພິ່ນເຫັນຄ່າຄວາມສັດຊື່ພັກດີຂອງມະນຸດຫຼາຍສ່ຳໃດ.
ຄົນອິດສະຣາເອນທີ່ເປັນທາດຢູ່ເອຢິບເປັນເວລາຫຼາຍປີໃນທີ່ສຸດອາດໄດ້ຮັບປະໂຫຍດຈາກສິ່ງທີ່ເກີດຂຶ້ນກັບໂຢບ (ເບິ່ງຂໍ້ 6)
7-8. ປຶ້ມໂຢບຊ່ວຍຄົນທີ່ເຈິຄວາມທຸກລຳບາກແນວໃດ? ຂໍໃຫ້ເລົ່າປະສົບການໜຶ່ງ
7 ເຮົາໄດ້ຮັບປະໂຫຍດແນວໃດ? ເປັນຕາເສົ້າໃຈ ຫຼາຍຄົນໃນທຸກມື້ນີ້ເຊົາເຊື່ອໃນພະເຈົ້າຍ້ອນເຂົາເຈົ້າບໍ່ເຂົ້າໃຈວ່າເປັນຫຍັງຄົນດີຈຶ່ງເຈິກັບເລື່ອງທີ່ບໍ່ດີ. ໃຫ້ເຮົາມາເບິ່ງເລື່ອງຂອງເຮເຊວbຈາກປະເທດຣະວັນດາ. ຕອນຍັງນ້ອຍ ລາວເຊື່ອໃນພະເຈົ້າ ແຕ່ຕໍ່ມາລາວກໍເຊົາເຊື່ອ. ພໍ່ແມ່ຂອງລາວປະກັນ. ແມ່ຂອງລາວແຕ່ງດອງໃໝ່ແລະພໍ່ນ້າປະຕິບັດບໍ່ດີກັບລາວ. ຕອນເປັນໄວລຸ້ນ ລາວຖືກຂົ່ມຂືນ. ເມື່ອເຮເຊວໄປໂບດເພື່ອຈະໄດ້ຮັບການປອບໃຈ ແຕ່ລາວກໍບໍ່ໄດ້ຮັບການປອບໃຈຫຍັງເລີຍ. ຕໍ່ມາ ເຮເຊວຂຽນລະບາຍຄວາມຮູ້ສຶກກັບພະເຈົ້າ ລາວຂຽນວ່າ: “ພະເຈົ້າເອີ້ຍ ລູກອະທິດຖານຫາພະອົງ. ລູກພະຍາຍາມເຮັດສິ່ງທີ່ດີ ແຕ່ເປັນຫຍັງພະອົງຈຶ່ງຕອບແທນຄວາມດີທີ່ລູກເຮັດດ້ວຍສິ່ງທີ່ຊົ່ວ. ລູກຊິເຊົາເຊື່ອໃນພະອົງແລ້ວ ແລະຈະເຮັດໃນສິ່ງທີ່ເຮັດໃຫ້ລູກມີຄວາມສຸກ.” ເຮົາເສຍໃຈແທ້ໆທີ່ຫຼາຍຄົນເປັນຄືກັບເຮເຊວທີ່ຖືກຕົວະໃຫ້ເຊື່ອວ່າພະເຈົ້າເປັນຕົ້ນເຫດຂອງຄວາມທຸກລຳບາກທີ່ເຂົາເຈົ້າເຈິ!
8 ໃນປຶ້ມໂຢບ ເຮົາໄດ້ຮຽນວ່າພະເຢໂຫວາບໍ່ແມ່ນຕົ້ນເຫດຂອງຄວາມທຸກລຳບາກຕ່າງໆ ແຕ່ແມ່ນຊາຕານທີ່ເປັນຕົ້ນເຫດ. ເຮົາຍັງໄດ້ຮຽນວ່າເມື່ອຄົນເຮົາເຈິຄວາມທຸກລຳບາກ ເຮົາບໍ່ຄວນຄິດວ່າເຂົາເຈົ້າເຈິແບບນັ້ນເປັນຍ້ອນສິ່ງບໍ່ດີທີ່ເຂົາເຈົ້າໄດ້ເຮັດ. ຄຳພີໄບເບິນບອກວ່າ: “ເວລາແລະເຫດການທີ່ບໍ່ຄາດຄິດ” ສາມາດເກີດຂຶ້ນກັບທຸກຄົນໄດ້ທຸກເວລາ. (ປຍຈ. 9:11; ໂຢບ 4:1, 8) ນອກຈາກນັ້ນ ເຮົາຍັງໄດ້ຮຽນວ່າຖ້າເຮົາຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປເຖິງວ່າເຈິຄວາມຍາກລຳບາກ ເຮົາກໍພິສູດໃຫ້ເຫັນວ່າຊາຕານເວົ້າຕົວະ. (ໂຢບ 2:3; ສພສ. 27:11) ເຮົາດີໃຈແທ້ໆທີ່ໄດ້ຮຽນເລື່ອງເຫຼົ່ານີ້ຈາກຄຳພີໄບເບິນຍ້ອນມັນຊ່ວຍເຮົາໃຫ້ຮູ້ຄວາມຈິງທີ່ວ່າເປັນຫຍັງເຮົາກັບຄົນທີ່ເຮົາຮັກຈຶ່ງເຈິຄວາມທຸກລຳບາກ. ຕໍ່ມາ ເຮເຊວໄດ້ຮຽນຄຳພີໄບເບິນກັບພະຍານພະເຢໂຫວາແລະໄດ້ເຂົ້າໃຈວ່າພະເຈົ້າບໍ່ແມ່ນຜູ້ທີ່ເຮັດໃຫ້ລາວເຈິສິ່ງທີ່ບໍ່ດີ. ລາວເວົ້າວ່າ: “ຂ້ອຍອະທິດຖານຫາພະເຈົ້າອີກເທື່ອໜຶ່ງຈາກໃຈ. ຂ້ອຍບອກພະເຢໂຫວາວ່າຕອນທີ່ຂ້ອຍເວົ້າວ່າຂ້ອຍຈະເຊົາເຊື່ອໃນພະເຈົ້າ ຂ້ອຍບໍ່ໄດ້ຢາກເຮັດແບບນັ້ນແທ້ໆ. ຂ້ອຍເວົ້າຈັ່ງຊັ້ນຍ້ອນຂ້ອຍຍັງບໍ່ທັນຮູ້ຈັກກັບເພິ່ນ. ຕອນນີ້ຂ້ອຍຮູ້ແລ້ວວ່າພະເຢໂຫວາຮັກຂ້ອຍ ແລະຂ້ອຍມີຄວາມສຸກຫຼາຍ.” ເຮົາດີໃຈແທ້ໆທີ່ຮູ້ວ່າເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ມີຄວາມທຸກລຳບາກ! ຕອນນີ້ ໃຫ້ເຮົາມາເບິ່ງວ່າເລື່ອງຂອງໂຢບຊ່ວຍເຮົາແນວໃດເມື່ອເຈິຄວາມທຸກລຳບາກ.
ເລື່ອງຂອງໂຢບຊ່ວຍເຮົາແນວໃດໃຫ້ອົດທົນ
9. ໂຢບໄດ້ເຮັດຫຍັງຕອນທີ່ລາວເຈັບປວດຫຼາຍ? (ຢາໂກໂບ 5:11)
9 ໃຫ້ນຶກພາບວ່າໂຢບນັ່ງຄົນດຽວຢູ່ເທິງຂີ້ເທົ່າ. ລາວມີຝີເຕັມໂຕແລະເຈັບປວດຫຼາຍ ຜິວໜັງຂອງລາວດຳຍ້ອນເປັນຝີແລະມັນຄ່ອຍໆລອກອອກຈາກຮ່າງກາຍທີ່ຈ່ອຍໆຂອງລາວ. ໂຢບເກືອບບໍ່ມີແຮງທີ່ຈະເຮັດຫຍັງ. ລາວເອົາປ່ຽງໝໍ້ແຕກຂູດຕາມຕົນໂຕແລະຈົ່ມກ່ຽວກັບຄວາມເຈັບປວດຂອງໂຕເອງ. ໂຢບບໍ່ພຽງແຕ່ມີຊີວິດຢູ່ໄປແຕ່ລະມື້ເທົ່ານັ້ນ ແຕ່ລາວກຳລັງອົດທົນຢ່າງສັດຊື່. (ອ່ານຢາໂກໂບ 5:11) ອັນໃດຊ່ວຍໂຢບໃຫ້ອົດທົນຢ່າງສັດຊື່?
10. ອັນໃດທີ່ສະແດງໃຫ້ເຫັນວ່າໂຢບສະໜິດກັບພະເຢໂຫວາ? ຂໍໃຫ້ອະທິບາຍ
10 ໂຢບລະບາຍຄວາມຮູ້ສຶກກັບພະເຢໂຫວາ. (ໂຢບ 10:1, 2; 16:20) ຕົວຢ່າງເຊັ່ນ: ໃນບົດທີ 3 ບອກເຮົາວ່າໂຢບຈົ່ມດ້ວຍຄວາມເຈັບປວດໃຈກ່ຽວກັບສິ່ງບໍ່ດີທີ່ເກີດຂຶ້ນກັບລາວ. ໂຢບຄິດວ່າເລື່ອງຮ້າຍໆທຸກຢ່າງທີ່ລາວເຈິແມ່ນມາຈາກພະເຢໂຫວາ. ຕໍ່ມາ ຕອນທີ່ໂຢບເວົ້າໂຕ້ຕອບກັບໝູ່ 3 ຄົນຂອງລາວທີ່ເວົ້າໃຫ້ລາວວ່າລາວຖືກພະເຈົ້າລົງໂທດຍ້ອນເຮັດຜິດບາງຢ່າງ ໂຢບເວົ້າປົກປ້ອງຄວາມສັດຊື່ຂອງໂຕເອງຢ່າງໜັກແໜ້ນ. ໂຢບເວົ້າຕະຫຼອດວ່າລາວສັດຊື່ຕໍ່ພະເຢໂຫວາ. ສິ່ງທີ່ໂຢບເວົ້າສະແດງໃຫ້ເຫັນວ່າມີໄລຍະໜຶ່ງທີ່ລາວຄິດວ່າລາວດີກວ່າພະເຈົ້າ. (ໂຢບ 10:1-3; 32:1, 2; 35:1, 2) ແຕ່ໂຢບກໍຍອມຮັບວ່າບາງເທື່ອລາວກໍ “ເວົ້າອອກມາແບບບໍ່ຄິດ” ຍ້ອນພະຍາຍາມພິສູດວ່າລາວຍັງສັດຊື່ຕໍ່ພະເຢໂຫວາ. (ໂຢບ 6:3, 26) ໃນບົດທີ 31 ໂຢບຢາກໃຫ້ພະເຢໂຫວາຕອບລາວແລະບອກວ່າລາວບໍ່ສົມຄວນຖືກເພິ່ນລົງໂທດ. (ໂຢບ 31:35) ແນ່ນອນວ່າມັນບໍ່ຖືກທີ່ໂຢບຈະຮຽກຮ້ອງໃຫ້ພະເຢໂຫວາຕອບລາວກົງໆວ່າເປັນຫຍັງລາວຈຶ່ງເຈິເລື່ອງຮ້າຍໆເຫຼົ່ານີ້.
11. ພະເຢໂຫວາເຮັດແນວໃດເມື່ອໂຢບເວົ້າປົກປ້ອງຄວາມສັດຊື່ຂອງໂຕເອງ?
11 ຕອນນີ້ເຮົາເຂົ້າໃຈແລ້ວວ່າໂຢບເວົ້າກັບພະເຢໂຫວາແບບນັ້ນຍ້ອນລາວສະໜິດກັບເພິ່ນ ແລະລາວໝັ້ນໃຈເຕັມທີວ່າເພິ່ນຈະຕັດສິນລາວຢ່າງຍຸຕິທຳ. ຕໍ່ມາ ພະເຢໂຫວາໄດ້ເຮັດໃຫ້ມີລົມພາຍຸແລະເພິ່ນໄດ້ຕອບໂຢບຈາກລົມພາຍຸນັ້ນ ແຕ່ເພິ່ນບໍ່ໄດ້ອະທິບາຍເຫດຜົນວ່າເປັນຫຍັງໂຢບຈຶ່ງເຈິເລື່ອງຮ້າຍໆແບບນັ້ນ. ພະເຢໂຫວາບໍ່ໄດ້ລົງໂທດໂຢບທີ່ຈົ່ມລະບາຍຄວາມຮູ້ສຶກຂອງໂຕເອງອອກມາຫຼືທີ່ລາວເວົ້າປົກປ້ອງໂຕເອງວ່າບໍ່ໄດ້ເຮັດຫຍັງຜິດ. ແຕ່ພະເຢໂຫວາສອນໂຢບຄືກັບພໍ່ສອນລູກ ແລະນີ້ເປັນວິທີທີ່ດີທີ່ສຸດໃນການຊ່ວຍໂຢບ. ຜົນກໍຄື ໂຢບຍອມຮັບຢ່າງຖ່ອມໃຈວ່າລາວຮູ້ແຕ່ໜ້ອຍດຽວ ແລະລາວຮູ້ສຶກຜິດໃນສິ່ງທີ່ລາວເວົ້າ. (ໂຢບ 31:6; 40:4, 5; 42:1-6) ເລື່ອງຂອງໂຢບອາດເປັນປະໂຫຍດແນວໃດສຳລັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝແຕ່ກີ້ ແລະມັນເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້?
12. ຄົນອິດສະຣາເອນອາດໄດ້ຮັບປະໂຫຍດແນວໃດຈາກເລື່ອງຂອງໂຢບ?
12 ຄົນອິດສະຣາເອນອາດຈະໄດ້ຮັບປະໂຫຍດແນວໃດ? ຄົນອິດສະຣາເອນອາດຈະໄດ້ຮຽນຮູ້ຈາກສິ່ງທີ່ເກີດຂຶ້ນກັບໂຢບ. ຂໍໃຫ້ເບິ່ງເລື່ອງຂອງໂມເຊ. ລາວຕ້ອງອົດທົນກັບຄວາມຍາກລຳບາກຫຼາຍຢ່າງ ຄວາມຜິດຫວັງ ແລະຄວາມທໍ້ໃຈຕອນທີ່ເປັນຜູ້ນຳຂອງຊາດອິດສະຣາເອນ. ຄົນອິດສະຣາເອນທີ່ບໍ່ເຊື່ອຟັງມັກຈົ່ມໃຫ້ພະເຢໂຫວາ ແລະໂມເຊຕ້ອງອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວໃນເວລາທີ່ຍາກລຳບາກແບບນັ້ນຄືກັບທີ່ໂຢບໄດ້ເຮັດ. (ອພຍ. 16:6-8; ຈຊບ. 11:10-14; 14:1-4, 11; 16:41, 49; 17:5) ຕົວຢ່າງຂອງໂຢບອາດຊ່ວຍໂມເຊໃຫ້ອົດທົນເມື່ອພະເຢໂຫວາສັ່ງສອນລາວ. ຕົວຢ່າງເຊັ່ນ: ຕອນທີ່ຄົນອິດສະຣາເອນຕັ້ງຄ້າຍຢູ່ກາເດັດໃນບ່ອນກັນດານ ຕອນນັ້ນເຂົາເຈົ້າໃກ້ຈະເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້ ໂມເຊໃຈຮ້າຍໃຫ້ເຂົາເຈົ້າແລະ “ເວົ້າອອກມາແບບບໍ່ຄິດ” ແລະລາວບໍ່ໄດ້ໃຫ້ກຽດພະເຢໂຫວາ. (ພສ. 106:32, 33) ຜົນກໍຄື ພະເຢໂຫວາບໍ່ໄດ້ໃຫ້ໂມເຊເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາໄວ້. (ພບຍ. 32:50-52) ການສັ່ງສອນຈາກພະເຢໂຫວາຕ້ອງເຮັດໃຫ້ໂມເຊເສຍໃຈແທ້ໆ ແຕ່ລາວກໍຖ່ອມໃຈຍອມຮັບການສັ່ງສອນນັ້ນ. ເລື່ອງຂອງໂຢບອາດຊ່ວຍຄົນອິດສະຣາເອນລຸ້ນຕໍ່ໆໄປໃຫ້ອົດທົນກັບຄວາມຍາກລຳບາກທີ່ເຂົາເຈົ້າເຈິ. ການຄິດຕຶກຕອງເລື່ອງຂອງໂຢບອາດຊ່ວຍຄົນທີ່ສັດຊື່ໃຫ້ຮຽນຮູ້ວ່າເຂົາເຈົ້າສາມາດລະບາຍຄວາມຮູ້ສຶກກັບພະເຢໂຫວາໄດ້ ແລະຮຽນຮູ້ວ່າເຂົາເຈົ້າບໍ່ຄວນຄິດວ່າໂຕເອງດີກວ່າພະເຢໂຫວາ. ນອກຈາກນັ້ນ ເຂົາເຈົ້າອາດຈະໄດ້ຮຽນຮູ້ນຳວ່າເຂົາເຈົ້າຄວນຖ່ອມໃຈຍອມຮັບການສັ່ງສອນຈາກພະເຢໂຫວາ.
13. ເລື່ອງຂອງໂຢບຊ່ວຍເຮົາແນວໃດໃຫ້ອົດທົນ? (ເຮັບເຣີ 10:36)
13 ເຮົາໄດ້ຮັບປະໂຫຍດແນວໃດ? ໃນທຸກມື້ນີ້ ເຮົາມີຊີວິດໃນໄລຍະທີ່ຫຍຸ້ງຍາກລຳບາກ ສະນັ້ນເຮົາກໍຕ້ອງອົດທົນຄືກັນ. (ອ່ານເຮັບເຣີ 10:36) ຕົວຢ່າງເຊັ່ນ: ບາງຄົນມີບັນຫາທາງດ້ານສຸຂະພາບຫຼືທາງດ້ານອາລົມ ມີບັນຫາໃນຄອບຄົວ ຄົນທີ່ເຮົາຮັກຕາຍປະ ຫຼືບັນຫາຮ້າຍແຮງອື່ນໆ. ບາງເທື່ອຕອນທີ່ເຮົາກຳລັງເຈິກັບຄວາມຍາກລຳບາກ ບາງຄົນອາດຈະເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຮົາອົດທົນໄດ້ຍາກກວ່າເກົ່າ. (ສພສ. 12:18) ແຕ່ເລື່ອງຂອງໂຢບສອນເຮົາວ່າເຮົາສາມາດລະບາຍຄວາມຮູ້ສຶກກັບພະເຢໂຫວາໄດ້ແລະໝັ້ນໃຈວ່າເພິ່ນຈະຟັງເຮົາ. (1ຢຮ. 5:14) ພະເຢໂຫວາຈະບໍ່ໃຈຮ້າຍໃຫ້ເຮົາຖ້າເຮົາບອກເພິ່ນວ່າເຮົາຮູ້ສຶກແນວໃດ ແມ່ນແຕ່ບາງເທື່ອເຮົາອາດ “ເວົ້າອອກມາແບບບໍ່ຄິດ” ຄືກັບທີ່ໂຢບໄດ້ເຮັດ. ແຕ່ເພິ່ນຈະໃຫ້ກຳລັງແລະສະຕິປັນຍາກັບເຮົາເພື່ອເຮົາຈະອົດທົນໄດ້. (2ຂຄ. 16:9; ຢກບ. 1:5) ນອກຈາກນັ້ນ ເພິ່ນອາດຈະປັບຄວາມຄິດຂອງເຮົາຄືກັບທີ່ເພິ່ນໄດ້ເຮັດກັບໂຢບ. ປຶ້ມໂຢບຍັງສອນເຮົາວ່າເຮົາຈະອົດທົນໄດ້ແນວໃດຖ້າເຮົາໄດ້ຮັບຄຳແນະນຳຫຼືການສັ່ງສອນທີ່ມາຈາກຄຳພີໄບເບິນ ປຶ້ມຕ່າງໆຂອງອົງການ ຈາກຜູ້ເບິ່ງແຍງ ຫຼືຈາກໝູ່ຂອງເຮົາ. (ຮຣ. 12:5-7) ຄືກັບທີ່ໂຢບໄດ້ຮັບປະໂຫຍດຈາກການຖ່ອມໃຈຍອມໃຫ້ພະເຢໂຫວາປັບຄວາມຄິດຂອງລາວ ເຮົາກໍຈະໄດ້ຮັບປະໂຫຍດຄືກັນເມື່ອເຮົາຍອມໃຫ້ພະເຢໂຫວາປັບຄວາມຄິດຂອງເຮົາ. (2ກຣ. 13:11) ເຮົາໄດ້ຮັບປະໂຫຍດຫຼາຍແທ້ໆຈາກເລື່ອງຂອງໂຢບ! ຕອນນີ້ໃຫ້ເຮົາມາເບິ່ງວ່າເຮົາຈະໃຊ້ເລື່ອງຂອງໂຢບແນວໃດເພື່ອຊ່ວຍຄົນອື່ນ.
ໃຊ້ປຶ້ມໂຢບເພື່ອຊ່ວຍຄົນອື່ນ
14. ຕອນໄປປະກາດ ຖ້າມີຄົນຖາມວ່າເປັນຫຍັງໂລກນີ້ຈຶ່ງມີຄວາມທຸກລຳບາກ ເຈົ້າອະທິບາຍແນວໃດ?
14 ຕອນໄປປະກາດ ເຈົ້າເຄີຍເຈິຄົນທີ່ຖາມເຈົ້າບໍວ່າເປັນຫຍັງໂລກນີ້ຈຶ່ງມີຄວາມທຸກລຳບາກ? ເຈົ້າຕອບແນວໃດ? ເຈົ້າອາດອະທິບາຍຈາກຄຳພີໄບເບິນກ່ຽວກັບສິ່ງທີ່ເກີດຂຶ້ນໃນສວນເອເດັນ. ບາງເທື່ອເຈົ້າອາດຈະເລີ່ມຕົ້ນໂດຍບອກວ່າຊາຕານທີ່ເປັນທູດສະຫວັນທີ່ບໍ່ດີໄດ້ຕົວະອາດາມກັບເອວາມະນຸດຄູ່ທຳອິດເຊິ່ງເຮັດໃຫ້ເຂົາເຈົ້າບໍ່ເຊື່ອຟັງພະເຈົ້າ. (ປຖກ. 3:1-6) ຈາກນັ້ນ ເຈົ້າອາດອະທິບາຍວ່າຫຼັງຈາກອາດາມກັບເອວາບໍ່ເຊື່ອຟັງພະເຈົ້າກໍເກີດຄວາມທຸກແລະຄວາມຕາຍໃນໂລກນີ້. (ຣມ. 5:12) ສຸດທ້າຍ ເຈົ້າອາດອະທິບາຍວ່າພະເຈົ້າຍອມໃຫ້ມີເວລາພຽງພໍເພື່ອພິສູດວ່າຊາຕານເວົ້າຕົວະແລະເພື່ອໃຫ້ຄົນຮູ້ວ່າເພິ່ນຈະກຳຈັດຄວາມທຸກລຳບາກທຸກຢ່າງໃຫ້ໝົດໄປ ແລະຄົນເຮົາຈະມີຊີວິດທີ່ມີຄວາມສຸກຕະຫຼອດໄປ. (ພນມ. 21:3, 4) ນີ້ເປັນວິທີທີ່ດີທີ່ຈະອະທິບາຍຄຳຖາມແບບນີ້ ແລະມັນສາມາດເກີດຜົນທີ່ດີ.
15. ເຮົາອາດຈະໃຊ້ປຶ້ມໂຢບແນວໃດເພື່ອອະທິບາຍກັບຄົນທີ່ຖາມເຮົາວ່າເປັນຫຍັງໂລກນີ້ຈຶ່ງມີຄວາມທຸກລຳບາກ? (ເບິ່ງຮູບນຳ)
15 ອີກວິທີໜຶ່ງທີ່ເຮົາສາມາດອະທິບາຍກັບຄົນອື່ນວ່າເປັນຫຍັງເຮົາຈຶ່ງເຈິຄວາມທຸກລຳບາກແມ່ນໂດຍໃຊ້ປຶ້ມໂຢບ. ເຈົ້າອາດເລີ່ມຕົ້ນໂດຍຊົມເຊີຍລາວທີ່ຖາມແບບນີ້. ຈາກນັ້ນກໍໃຫ້ເຈົ້າເວົ້າວ່າ ມີຜູ້ຊາຍທີ່ສັດຊື່ຄົນໜຶ່ງຊື່ໂຢບກໍເຄີຍຖາມຄືກັນວ່າເປັນຫຍັງລາວຈຶ່ງເຈິຄວາມທຸກລຳບາກ. ລາວເຖິງຂັ້ນເຊື່ອວ່າເລື່ອງຮ້າຍໆທີ່ລາວເຈິມາຈາກພະເຈົ້າ. (ໂຢບ 7:17-21) ຄົນທີ່ເຈົ້າລົມນຳອາດຮູ້ສຶກດີໃຈກໍໄດ້ທີ່ຮູ້ວ່າຄົນໃນສະໄໝແຕ່ກີ້ກໍຢາກຮູ້ຄືກັນວ່າເປັນຫຍັງຄົນເຮົາຈຶ່ງເຈິຄວາມທຸກລຳບາກ. ຈາກນັ້ນ ໃຫ້ເຈົ້າອະທິບາຍຈາກປຶ້ມໂຢບວ່າ ຊາຕານເປັນຜູ້ທີ່ເຮັດໃຫ້ເລື່ອງຮ້າຍໆເກີດຂຶ້ນກັບໂຢບ ບໍ່ແມ່ນພະເຈົ້າເປັນຜູ້ເຮັດ. ຊາຕານເຮັດແບບນັ້ນຍ້ອນມັນຢາກພິສູດວ່າມະນຸດຮັບໃຊ້ພະເຈົ້າຍ້ອນຄວາມເຫັນແກ່ໂຕ. ເຈົ້າອາດເວົ້າຕື່ມວ່າ ເຖິງວ່າພະເຈົ້າບໍ່ໄດ້ເປັນຕົ້ນເຫດຂອງຄວາມທຸກລຳບາກທີ່ໂຢບເຈິ ແຕ່ເພິ່ນຍອມໃຫ້ມັນເກີດຂຶ້ນກໍເພື່ອສະແດງໃຫ້ເຫັນວ່າເພິ່ນໝັ້ນໃຈວ່າມະນຸດທີ່ສັດຊື່ສາມາດພິສູດວ່າຊາຕານເວົ້າຕົວະ. ສຸດທ້າຍໃຫ້ອະທິບາຍວ່າ ໂຢບໄດ້ຮັກສາຄວາມສັດຊື່ເຖິງວ່າຈະເຈິຄວາມຍາກລຳບາກ ແລະຕໍ່ມາພະເຈົ້າໄດ້ໃຫ້ລາງວັນລາວ. ສະນັ້ນ ບໍ່ວ່າຈະເຈິຄວາມທຸກລຳບາກແບບໃດ ເຮົາກໍສາມາດໃຫ້ກຳລັງໃຈຄົນອື່ນໂດຍຊ່ວຍເຂົາເຈົ້າໃຫ້ໝັ້ນໃຈວ່າຄວາມທຸກລຳບາກນັ້ນບໍ່ໄດ້ມາຈາກພະເຢໂຫວາ.
ເຈົ້າຈະໃຊ້ປຶ້ມໂຢບແນວໃດເພື່ອຊ່ວຍຄົນອື່ນໃຫ້ໝັ້ນໃຈວ່າ “ພະເຈົ້າບໍ່ເຮັດຊົ່ວແນ່ນອນ”? (ເບິ່ງຂໍ້ 15)
16. ປຶ້ມໂຢບຊ່ວຍຄົນທີ່ເຈິຄວາມທຸກລຳບາກແນວໃດ? ຂໍໃຫ້ຍົກຕົວຢ່າງ
16 ໃຫ້ເຮົາມາເບິ່ງວ່າປຶ້ມໂຢບຊ່ວຍມາຣິໂອ້ແນວໃດ? ມີມື້ໜຶ່ງໃນປີ 2021 ພີ່ນ້ອງຍິງຄົນໜຶ່ງໄດ້ປະກາດທາງໂທລະສັບ. ຄົນທຳອິດທີ່ຮັບສາຍຂອງລາວແມ່ນມາຣິໂອ້. ພີ່ນ້ອງຍິງໄດ້ອ່ານຂໍ້ຄຳພີໜຶ່ງໃຫ້ມາຣິໂອ້ຟັງແລະອະທິບາຍວ່າພະເຈົ້າບໍ່ພຽງແຕ່ຟັງຄຳອະທິດຖານຂອງເຮົາ ແຕ່ເພິ່ນຍັງຢາກໃຫ້ເຮົາມີອະນາຄົດທີ່ດີແລະມີຄວາມຫວັງນຳ. ຕອນທີ່ພີ່ນ້ອງຍິງຖາມມາຣິໂອ້ວ່າຄິດແນວໃດກ່ຽວກັບເລື່ອງນີ້? ລາວບອກວ່າ ຕອນທີ່ພີ່ນ້ອງໂທມາ ລາວກຳລັງຂຽນຈົດໝາຍລາຕາຍໃຫ້ຄອບຄົວ. ລາວເວົ້າວ່າ: “ຂ້ອຍເຊື່ອໃນພະເຈົ້າ ແຕ່ມື້ເຊົ້ານີ້ຂ້ອຍສົງໄສວ່າເພິ່ນສົນໃຈຂ້ອຍຢູ່ບໍ.” ຕໍ່ມາ ພີ່ນ້ອງຍິງໄດ້ໂທໄປຫາລາວອີກແລະລົມກັນກ່ຽວກັບຄວາມທຸກລຳບາກທີ່ໂຢບເຈິ. ແລ້ວມາຣິໂອ້ກໍຕັດສິນໃຈວ່າລາວຕ້ອງອ່ານປຶ້ມໂຢບທັງໝົດ. ພີ່ນ້ອງຈຶ່ງສົ່ງລິ້ງຄຳພີໄບເບິນສະບັບແປໂລກໃໝ່ ໃຫ້ລາວ. ຜົນເປັນແນວໃດ? ມາຣິໂອ້ຕົກລົງຮຽນຄຳພີໄບເບິນ ແລະລາວຮູ້ສຶກຕື່ນເຕັ້ນທີ່ຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຈົ້າທີ່ມີຄວາມຮັກທີ່ສົນໃຈລາວ.
17. ເປັນຫຍັງເຮົາຈຶ່ງຂອບໃຈພະເຢໂຫວາທີ່ໃຫ້ມີປຶ້ມໂຢບຢູ່ໃນຄຳພີໄບເບິນ? (ໂຢບ 34:12)
17 ເຫັນໄດ້ແຈ້ງວ່າຄຳພີໄບເບິນມີພະລັງຫຼາຍແທ້ໆທີ່ຈະປ່ຽນແປງຊີວິດຂອງຄົນເຮົາ ແລະທັງໃຫ້ກຳລັງໃຈຜູ້ທີ່ເຈິຄວາມທຸກລຳບາກ. (ຮຣ. 4:12) ເຮົາຂອບໃຈອີ່ຫຼີທີ່ພະເຢໂຫວາໃຫ້ມີປຶ້ມໂຢບລວມຢູ່ໃນຄຳພີໄບເບິນ! (ໂຢບ 19:23, 24) ປຶ້ມໂຢບເຮັດໃຫ້ເຮົາໝັ້ນໃຈວ່າ “ພະເຈົ້າບໍ່ເຮັດຊົ່ວແນ່ນອນ.” (ອ່ານໂຢບ 34:12) ປຶ້ມໂຢບຍັງສອນເຮົາໃຫ້ຮູ້ວ່າເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກລຳບາກ ແລະເຮົາຈະອົດທົນກັບຄວາມທຸກນັ້ນໄດ້ແນວໃດ. ນອກຈາກນັ້ນ ປຶ້ມນີ້ຍັງຊ່ວຍເຮົາໃຫ້ຮູ້ວິທີປອບໃຈຄົນທີ່ເຈິຄວາມທຸກລຳບາກ. ໃນບົດຕໍ່ໄປເຮົາຈະເບິ່ງວ່າປຶ້ມໂຢບຊ່ວຍເຮົາແນວໃດເມື່ອເຮົາຕ້ອງໃຫ້ຄຳແນະນຳຄົນອື່ນ.
ເພງທີ 156 ເພາະມີຄວາມເຊື່ອ
a ໂຢບມີຊີວິດຫຼັງຈາກທີ່ໂຢເຊັບຕາຍແລະກ່ອນທີ່ໂມເຊຖືກແຕ່ງຕັ້ງໃຫ້ເປັນຜູ້ນຳຂອງຊາດອິດສະຣາເອນ. ສະນັ້ນ ການລົມກັນລະຫວ່າງພະເຢໂຫວາກັບຊາຕານແລະເລື່ອງຮ້າຍໆທີ່ເກີດຂຶ້ນກັບໂຢບຕ້ອງເກີດຂຶ້ນລະຫວ່າງປີ 1657 ກ່ອນຄລິດຕະສັກກະຫຼາດຫາປີ 1514 ກ່ອນຄລິດຕະສັກກະຫຼາດ.
b ຊື່ສົມມຸດ