ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 24 ໜ້າ 62-ໜ້າ 63 ຂໍ້ 2
  • ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລູກງົວຄຳ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເຈົ້າ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ໂມເຊຕີຫີນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 24 ໜ້າ 62-ໜ້າ 63 ຂໍ້ 2
ພວກ​ອິດສະຣາເອນ​ຮ້ອງ​ເພງ​ແລະ​ຟ້ອນ​ເຕັ້ນ​ອ້ອມ​ຮູບ​ງົວ​ນ້ອຍ​ຄຳ

ບົດ​ທີ 24

ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້

ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: ‘ໃຫ້​ເຈົ້າ​ຂຶ້ນ​ມາ​ຫາ​ເຮົາ​ຢູ່​ເທິງ​ພູ ເຮົາ​ຊິ​ຂຽນ​ກົດໝາຍ​ໃສ່​ແຜ່ນ​ຫີນ​ໃຫ້​ເຈົ້າ.’ ໂມເຊ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແລະ​ຢູ່​ຫັ້ນ 40 ມື້ 40 ຄືນ. ຕອນ​ທີ່​ລາວ​ຢູ່​ຫັ້ນ ພະ​ເຢໂຫວາ​ກໍ​ໄດ້​ຂຽນ​ກົດໝາຍ 10 ຂໍ້​ໃສ່​ແຜ່ນ​ຫີນ 2 ແຜ່ນ​ໃຫ້​ໂມເຊ.

ໂມເຊ​ດຶກ​ແຜ່ນ​ຫີນ 2 ແຜ່ນ​ລົງ​ພື້ນ

ຜ່ານ​ໄປ​ໄລຍະ​ໜຶ່ງ ພວກ​ອິດສະຣາເອນ​ກໍ​ຄິດ​ວ່າ​ໂມເຊ​ຖິ້ມ​ເຂົາເຈົ້າ​ແລ້ວ ເຂົາເຈົ້າ​ຈຶ່ງ​ບອກ​ອາໂຣນ​ວ່າ: ‘ພວກ​ເຮົາ​ຢາກ​ມີ​ຜູ້​ຊີ້ນຳ! ສ້າງ​ພະເຈົ້າໃຫ້​ພວກ​ເຮົາ​ແດ່!’ ອາໂຣນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: ‘ເອົາ​ຄຳ​ຂອງ​ພວກ​ເຈົ້າ​ມາ​ໃຫ້​ຂ້ອຍ.’ ແລ້ວ​ລາວ​ກໍ​ເອົາ​ຄຳ​ໄປ​ຫຼໍ່​ເຮັດ​ຮູບ​ງົວ​ນ້ອຍ. ປະຊາຊົນ​ພາກັນ​ເວົ້າ​ວ່າ: ‘ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ ຜູ້​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ!’ ເຂົາເຈົ້າ​ເລີ່ມ​ນະມັດສະການ​ຮູບ​ງົວ​ນ້ອຍ​ຄຳ​ແລະ​ຈັດ​ງານ​ລ້ຽງ​ສະຫຼອງ. ເຂົາເຈົ້າ​ເຮັດ​ແບບ​ນີ້​ຜິດ​ບໍ? ຜິດ​ແທ້. ເພາະ​ເຂົາເຈົ້າ​ສັນຍາ​ກັບ​ພະ​ເຢໂຫວາ​ແລ້ວ​ວ່າ​ຈະ​ນະມັດສະການ​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ພັດ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້.

ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ບອກ​ໂມເຊ​ວ່າ: ‘ໃຫ້​ເຈົ້າ​ລົງ​ໄປ​ຫາ​ປະຊາຊົນ. ຕອນນີ້​ເຂົາເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ແລະ​ກຳລັງ​ນະມັດສະການ​ພະເຈົ້າ​ປອມ​ຢູ່.’ ແລ້ວ​ໂມເຊ​ກໍ​ລົງ​ຈາກ​ພູ​ແລະ​ເອົາ​ແຜ່ນ​ຫີນ 2 ແຜ່ນ​ລົງ​ໄປ​ນຳ.

ເມື່ອ​ໂມເຊ​ລົງ​ມາ​ໃກ້​ຊິ​ຮອດ​ຄ້າຍ​ພັກ ລາວ​ກໍ​ໄດ້​ຍິນ​ສຽງ​ປະຊາຊົນ​ຮ້ອງ​ເພງ. ເມື່ອ​ມາ​ຮອດ ລາວ​ກໍ​ເຫັນ​ເຂົາເຈົ້າ​ກຳລັງ​ຟ້ອນ​ເຕັ້ນ​ແລະ​ກົ້ມ​ກາບ​ຮູບ​ງົວ​ນ້ອຍ​ຄຳ. ໂມເຊ​ໃຈ​ຮ້າຍ​ແຮງ ລາວ​ຈຶ່ງ​ດຶກ​ແຜ່ນ​ຫີນ 2 ແຜ່ນ​ລົງ​ພື້ນ​ຈົນ​ແຕກຊະ​ເປັນ​ປ່ຽງ​ນ້ອຍໆ. ລາວ​ທຳລາຍ​ຮູບ​ງົວ​ນ້ອຍ​ນັ້ນ​ທັນທີ ແລ້ວ​ກໍ​ຖາມ​ອາໂຣນ​ວ່າ: ‘ຄົນ​ພວກ​ນີ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ເຮັດ​ຜິດ​ຮ້າຍ​ແຮງ​ໄດ້​ປານ​ນີ້?’ ອາໂຣນ​ຕອບ​ວ່າ: ‘ບໍ່​ຕ້ອງ​ໃຈ​ຮ້າຍ ເຈົ້າ​ກໍ​ຮູ້​ຢູ່​ວ່າ​ຄົນ​ພວກ​ນີ້​ເປັນ​ແນວ​ໃດ. ເຂົາເຈົ້າ​ຢາກ​ໄດ້​ພະເຈົ້າ ຂ້ອຍ​ກໍ​ເລີຍ​ເອົາ​ຄຳ​ໂຍນ​ລົງ​ໃສ່​ໄຟ ແລ້ວ​ມັນ​ກໍ​ເປັນ​ຮູບ​ງົວ​ນ້ອຍ​ຄື​ກັບ​ທີ່​ເຈົ້າ​ເຫັນ​ນີ້​ແຫຼະ!’ ອາໂຣນ​ບໍ່​ຄວນ​ເຮັດ​ແບບ​ນັ້ນ. ແລ້ວ​ໂມເຊ​ກໍ​ກັບ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອ້ອນວອນ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ປະຊາຊົນ.

ພະ​ເຢໂຫວາ​ຍົກໂທດ​ໃຫ້​ຜູ້​ທີ່​ເຕັມໃຈ​ເຊື່ອຟັງ​ເພິ່ນ. ເຈົ້າ​ເຫັນ​ບໍ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສ່ຳ​ໃດ​ທີ່​ພວກ​ອິດສະຣາເອນ​ຈະ​ຕິດຕາມ​ໂມເຊ​ຜູ້​ນຳ​ຂອງ​ເຂົາເຈົ້າ?

“ຖ້າ​ເຈົ້າ​ສັນຍາ​ຫຍັງ​ກັບ​ພະເຈົ້າ​ກໍ​ໃຫ້​ເຈົ້າ​ຟ້າວ​ເຮັດ​ຕາມ ຍ້ອນ​ເພິ່ນ​ບໍ່​ພໍໃຈ​ຄົນ​ໂງ່​ທີ່​ບໍ່​ເຮັດ​ຕາມ​ສັນຍາ. ເຈົ້າ​ສັນຍາ​ຫຍັງ​ໄວ້​ກໍ​ໃຫ້​ເຮັດ​ຕາມ​ນັ້ນ.”—ປັນຍາຈານ 5:4

ຄຳ​ຖາມ: ພວກ​ອິດສະຣາເອນ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ໂມເຊ​ບໍ່​ຢູ່? ໂມເຊ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ລາວ​ກັບ​ມາ?

ອົບພະຍົບ 24:12-18; 32:1-30

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌