ບົດທີ 26
ຜູ້ສອດແນມ 12 ຄົນ
ພວກອິດສະຣາເອນເດີນທາງອອກຈາກພູຊີນາຍຜ່ານບ່ອນກັນດານປາຣານຈົນມາຮອດກາເດັດ. ຕອນທີ່ຢູ່ຫັ້ນ ພະເຢໂຫວາບອກໂມເຊວ່າ: ‘ໃຫ້ສົ່ງຜູ້ສອດແນມ 12 ຄົນຈາກ 12 ຕະກູນໄປສືບເບິ່ງແຜ່ນດິນການາອານທີ່ເຮົາຈະເອົາໃຫ້ພວກອິດສະຣາເອນ.’ ໂມເຊຈຶ່ງເລືອກຜູ້ສອດແນມ 12 ຄົນແລະບອກເຂົາເຈົ້າວ່າ: ‘ໃຫ້ພວກເຈົ້າໄປແຜ່ນດິນການາອານແລະສືບເບິ່ງວ່າແຜ່ນດິນນັ້ນອຸດົມສົມບູນຫຼືບໍ່ ຄົນຢູ່ຫັ້ນແຂງແຮງຫຼືອ່ອນແອ ເຂົາເຈົ້າຢູ່ໃນເຕັ້ນຫຼືຢູ່ໃນເມືອງ.’ ແລ້ວຜູ້ສອດແນມ 12 ຄົນເຊິ່ງລວມໂຢຊວຍແລະກາເລັບກໍອອກເດີນທາງໄປການາອານ.
ເມື່ອຜ່ານໄປ 40 ມື້ ຜູ້ສອດແນມກໍກັບມາ. ເຂົາເຈົ້າໄດ້ເອົາໝາກເດື່ອ ໝາກພິລາ ແລະໝາກລະແຊັງກັບມານຳ. ເຂົາເຈົ້າເລົ່າວ່າ: ‘ແຜ່ນດິນນັ້ນອຸດົມສົມບູນຂະໜາດ ແຕ່ຄົນຢູ່ຫັ້ນແຂງແຮງຫຼາຍແລະເມືອງຕ່າງໆກໍມີກຳແພງອ້ອມບັກສູງໆ.’ ແລ້ວກາເລັບກໍເວົ້າວ່າ: ‘ໄປຕອນນີ້ໂລດ! ພວກເຮົາຈະຊະນະເຂົາເຈົ້າໄດ້ແນ່ນອນ!’ ເຈົ້າຮູ້ບໍວ່າເປັນຫຍັງກາເລັບຈຶ່ງເວົ້າແບບນັ້ນ? ຍ້ອນລາວກັບໂຢຊວຍໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຂົາເຈົ້າ. ແຕ່ຜູ້ສອດແນມອີກ 10 ຄົນພັດເວົ້າວ່າ: ‘ຢ່າຊູໄປ! ຄົນຢູ່ຫັ້ນໂຕບັກໃຫຍ່ໆປານຍັກ. ຄັນທຽບກັນແລ້ວພວກເຮົາກໍສ່ຳກັບຕັກກະແຕນ.’
ພວກອິດສະຣາເອນຮູ້ສຶກທໍ້ໃຈຫຼາຍ. ເຂົາເຈົ້າເລີ່ມຈົ່ມແລະລົມກັນວ່າ: ‘ໃຫ້ພວກເຮົາເລືອກຫົວໜ້າຄົນໃໝ່ເພື່ອພາພວກເຮົາກັບໄປເອຢິບ. ເປັນຫຍັງເຮົາຕ້ອງໄປໃຫ້ເຂົາເຈົ້າຂ້າ?’ ໂຢຊວຍກັບກາເລັບຈຶ່ງເວົ້າວ່າ: ‘ພວກເຈົ້າຕ້ອງເຊື່ອຟັງພະເຢໂຫວາແລະບໍ່ຕ້ອງຢ້ານ. ພະເຢໂຫວາຈະປົກປ້ອງພວກເຮົາ.’ ແຕ່ພວກອິດສະຣາເອນບໍ່ຟັງເລີຍ ແລະເຂົາເຈົ້າເຖິງຂັ້ນຢາກຂ້າໂຢຊວຍກັບກາເລັບ!
ພະເຢໂຫວາເຮັດແນວໃດກັບເລື່ອງນີ້? ເພິ່ນບອກໂມເຊວ່າ: ‘ເຮົາໄດ້ເຮັດຫຼາຍຢ່າງເພື່ອພວກອິດສະຣາເອນ ແຕ່ເຂົາເຈົ້າກໍຍັງບໍ່ເຊື່ອຟັງເຮົາ. ດັ່ງນັ້ນ ເຂົາເຈົ້າຈະຢູ່ບ່ອນກັນດານນີ້ 40 ປີແລະຕາຍຢູ່ນີ້. ຈະມີແຕ່ລູກຂອງເຂົາເຈົ້າກັບໂຢຊວຍແລະກາເລັບເທົ່ານັ້ນທີ່ຈະໄດ້ຢູ່ໃນແຜ່ນດິນທີ່ເຮົາສັນຍາວ່າຈະເອົາໃຫ້ເຂົາເຈົ້າ.’
“ເປັນຫຍັງຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?”—ມັດທາຍ 8:26