ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 29 ໜ້າ 74-ໜ້າ 75 ຂໍ້ 2
  • ພະ​ເຢໂຫວາ​ເລືອກ​ໂຢຊວຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ເລືອກ​ໂຢຊວຍ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໂຢຊວຍກາຍເປັນຜູ້ນຳ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ການຂ້າມແມ່ນ້ຳຢູລະເດນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໄວ້​ວາງໃຈ​ພະ​ຄລິດ​ຜູ້​ນຳ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 29 ໜ້າ 74-ໜ້າ 75 ຂໍ້ 2
ປະໂລຫິດ​ຫາມ​ຫີບ​ສັນຍາ​ຂ້າມ​ແມ່​ນ້ຳ​ຈໍແດນ

ບົດ​ທີ 29

ພະ​ເຢໂຫວາ​ເລືອກ​ໂຢຊວຍ

ໂຢຊວຍ​ອ່ານ​ກົດໝາຍ​ຂອງ​ພະເຈົ້າ

ໂມເຊ​ເປັນ​ຜູ້​ນຳ​ຊາດ​ອິດສະຣາເອນ​ມາ​ຫຼາຍ​ປີ​ແລະ​ຕອນນີ້​ລາວ​ກໍ​ໃກ້​ຈະ​ຕາຍ​ແລ້ວ. ພະ​ເຢໂຫວາ​ບອກ​ລາວ​ວ່າ: ‘ເຈົ້າ​ຈະ​ບໍ່​ໄດ້​ພາ​ພວກ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ສັນຍາ ແຕ່​ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ແຜ່ນດິນ​ນັ້ນ.’ ໂມເຊ​ຂໍ​ໃຫ້​ພະ​ເຢໂຫວາ​ເລືອກ​ຜູ້​ນຳ​ຄົນ​ໃໝ່​ເພື່ອ​ຈະ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ. ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: ‘ໄປ​ຫາ​ໂຢຊວຍ​ແລະ​ບອກ​ລາວ​ວ່າ​ລາວ​ຈະ​ເປັນ​ຜູ້​ນຳ​ຄົນ​ຕໍ່​ໄປ.’

ໂມເຊ​ບອກ​ຄົນ​ອິດສະຣາເອນ​ວ່າ​ລາວ​ໃກ້​ຈະ​ຕາຍ​ແລ້ວ ແລະ​ພະ​ເຢໂຫວາ​ໄດ້​ເລືອກ​ໂຢຊວຍ​ໃຫ້​ເປັນ​ຜູ້​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ແລ້ວ​ໂມເຊ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ: ‘ຢ່າຊູ່​ຢ້ານ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ.’ ບໍ່​ດົນ​ຫຼັງ​ຈາກ​ນັ້ນ ໂມເຊ​ໄດ້​ຂຶ້ນ​ໄປ​ຈອມພູ​ເນໂບ​ບ່ອນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ເຫັນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ. ແລ້ວ​ໂມເຊ​ກໍ​ຕາຍ​ຕອນ​ອາຍຸ​ໄດ້ 120 ປີ.

ໂມເຊ​ບອກ​ປະໂລຫິດ​ແລະ​ຜູ້​ນຳ​ຄົນ​ອື່ນ⁠ໆ​ວ່າ​ໂຢຊວຍ​ຈະ​ເປັນ​ຜູ້​ນຳ​ຄົນ​ຕໍ່​ໄປ

ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ: ‘ໃຫ້​ຂ້າມ​ແມ່​ນ້ຳ​ຈໍແດນ​ແລະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ. ເຮົາ​ຈະ​ຊ່ວຍ​ເຈົ້າ​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ໂມເຊ. ເຈົ້າ​ຕ້ອງ​ອ່ານ​ກົດໝາຍ​ຂອງ​ເຮົາ​ທຸກ​ມື້. ບໍ່​ຕ້ອງ​ຢ້ານ ຂໍ​ໃຫ້​ກ້າຫານ ແລະ​ເຮັດ​ຕາມ​ທີ່​ເຮົາ​ບອກ​ເຈົ້າ​ທຸກ​ຢ່າງ.’

ໂຢຊວຍ​ສົ່ງ​ຜູ້​ສອດແນມ 2 ຄົນ​ໄປ​ເມືອງ​ເຢຣິໂກ. ບົດ​ຕໍ່​ໄປ​ຈະ​ເວົ້າ​ກ່ຽວກັບ​ເຫດການ​ທີ່​ເກີດຂຶ້ນ​ໃນ​ເມືອງ​ນັ້ນ. ຕອນ​ທີ່​ຜູ້​ສອດແນມ​ກັບ​ມາ ເຂົາເຈົ້າ​ບອກ​ໂຢຊວຍ​ວ່າ: ‘ຕອນນີ້​ເໝາະສົມ​ແລ້ວ​ທີ່​ຈະ​ເຂົ້າ​ໄປ​ໃນ​ການາອານ ເພາະ​ຄົນ​ທີ່​ຢູ່​ແຜ່ນດິນ​ນັ້ນ​ຢ້ານ​ພວກ​ເຮົາ​ຈົນ​ໂຕ​ສັ່ນ.’ ມື້​ຕໍ່​ມາ ໂຢຊວຍ​ກໍ​ບອກ​ພວກ​ອິດສະຣາເອນ​ໃຫ້​ຍ້າຍ​ຄ້າຍ​ພັກ. ລາວ​ໃຫ້​ປະໂລຫິດ​ຫາມ​ຫີບ​ສັນຍາ​ຍ່າງ​ອອກ​ໜ້າ​ປະຊາຊົນ​ໄປ​ແມ່​ນ້ຳ​ຈໍແດນ. ຕອນ​ນັ້ນ ນ້ຳ​ໃນ​ແມ່​ນ້ຳ​ຈໍແດນ​ຂຶ້ນ​ສູງ​ຈົນ​ລົ້ນ​ຕາຝັ່ງ ແຕ່​ທັນທີ​ທີ່​ຕີນ​ຂອງ​ປະໂລຫິດ​ຢຽບ​ນ້ຳ ນ້ຳ​ກໍ​ເຊົາ​ໄຫຼ​ແລະ​ແຫ້ງ​ລົງ! ພວກ​ປະໂລຫິດ​ລົງ​ໄປ​ຢືນ​ຢູ່​ກາງ​ແມ່​ນ້ຳ​ແລະ​ຢືນ​ຢູ່​ຫັ້ນ​ຈົນ​ກວ່າ​ພວກ​ອິດສະຣາເອນ​ຈະ​ຂ້າມ​ໄປ​ໝົດ​ທຸກ​ຄົນ. ການ​ອັດສະຈັນ​ເທື່ອ​ນີ້​ຄື​ຊິ​ເຮັດ​ໃຫ້​ເຂົາເຈົ້າ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດ​ຢູ່​ທະເລ​ແດງ​ແທ້ໆ.

ຫຼັງ​ຈາກ​ຢູ່​ບ່ອນ​ກັນດານ​ມາ​ຫຼາຍ​ປີ ໃນ​ທີ່​ສຸດ​ພວກ​ອິດສະຣາເອນ​ກໍ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ເຂົາເຈົ້າ​ສາມາດ​ສ້າງ​ເຮືອນ​ແລະ​ສ້າງ​ເມືອງ​ຕ່າງໆ ສາມາດ​ປູກ​ພືດ​ຜັກ ເຮັດ​ໄຮ່​ເຮັດ​ນາ ເຮັດ​ສວນ​ໝາກ​ລະແຊັງ ແລະ​ສວນ​ໝາກ​ໄມ້​ໄດ້. ແຜ່ນດິນ​ນີ້​ອຸດົມ​ສົມບູນ​ຫຼາຍ ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ​ຫຼາຍ.

“ພະເຢໂຫວາຈະນຳໜ້າພວກເຈົ້າສະເໝີ ແລະເຖິງວ່າພວກເຈົ້າຢູ່ໃນແຜ່ນດິນທີ່ແຫ້ງແລ້ງ ພວກເຈົ້າຈະມີສິ່ງຈຳເປັນທຸກຢ່າງ.”—ເອຊາຢາ 58:11

ຄຳ​ຖາມ: ໃຜ​ເປັນ​ຜູ້​ນຳ​ພວກ​ອິດສະຣາເອນ​ຫຼັງ​ຈາກ​ໂມເຊ​ຕາຍ? ເກີດ​ຫຍັງ​ຂຶ້ນ​ຢູ່​ແມ່​ນ້ຳ​ຈໍແດນ?

ຈົດເຊັນ​ບັນຊີ 27:12-23; ພະ​ບັນຍັດ 31:1-8; 34:1-12; ໂຢຊວຍ 1:1–3:17

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌