ບົດທີ 31
ໂຢຊວຍກັບຄົນໃນເມືອງກິເບໂອນ
ຂ່າວເມືອງເຢຣິໂກຖືກທຳລາຍໄດ້ຖືກຊ່າລືໄປທົ່ວແຜ່ນດິນການາອານ. ກະສັດຂອງຊາດຕ່າງໆໃນການາອານຈຶ່ງຕັດສິນໃຈຮ່ວມມືກັນຕໍ່ສູ້ພວກອິດສະຣາເອນ. ແຕ່ຄົນໃນເມືອງກິເບໂອນໄດ້ວາງແຜນອີກແບບໜຶ່ງ. ເຂົາເຈົ້ານຸ່ງເຄື່ອງເກົ່າໆຂາດໆໄປຫາໂຢຊວຍແລະເວົ້າວ່າ: ‘ພວກເຮົາມາແຕ່ແຜ່ນດິນທີ່ຢູ່ໄກໆພຸ້ນ. ພວກເຮົາໄດ້ຍິນກ່ຽວກັບເລື່ອງຂອງພະເຢໂຫວາແລະທຸກສິ່ງທີ່ເພິ່ນເຮັດໃນເອຢິບແລະໃນໂມອາບ. ຂໍເຮັດສັນຍາກັບພວກເຮົາໄດ້ບໍວ່າຈະບໍ່ໂຈມຕີພວກເຮົາ ແລ້ວພວກເຮົາຈະຮັບໃຊ້ພວກທ່ານ.’
ໂຢຊວຍເຊື່ອຄົນກິເບໂອນແລະສັນຍາວ່າຈະບໍ່ໂຈມຕີເຂົາເຈົ້າ. ແຕ່ 3 ມື້ຕໍ່ມາ ໂຢຊວຍກໍຮູ້ວ່າເຂົາເຈົ້າບໍ່ໄດ້ມາຈາກແຜ່ນດິນທີ່ຢູ່ໄກໆ ເຂົາເຈົ້າຢູ່ໃນການາອານນີ້. ໂຢຊວຍຈຶ່ງຖາມຄົນກິເບໂອນວ່າ: ‘ເປັນຫຍັງພວກເຈົ້າຈຶ່ງຕົວະພວກເຮົາ?’ ເຂົາເຈົ້າຕອບວ່າ: ‘ພວກເຮົາຢ້ານ! ພວກເຮົາຮູ້ວ່າພະເຢໂຫວາພະເຈົ້າຂອງທ່ານຈະຕໍ່ສູ້ແທນພວກທ່ານ. ຂໍຢ່າຂ້າພວກເຮົາເດີ້.’ ໂຢຊວຍກໍເຮັດຕາມສັນຍາແລະບໍ່ຂ້າເຂົາເຈົ້າ.
ບໍ່ດົນ ກະສັດການາອານ 5 ອົງໄດ້ຍົກກອງທັບມາໂຈມຕີເມືອງກິເບໂອນ. ໂຢຊວຍກັບກອງທັບຂອງລາວກໍເດີນທາງໝົດຄືນເພື່ອໄປຊ່ວຍຄົນກິເບໂອນ. ເມື່ອຮອດຕອນເຊົ້າ ເຂົາເຈົ້າກໍຕໍ່ສູ້ກັນ. ພວກການາອານແຕກໜີຄົນລະທິດຄົນລະທາງ. ບໍ່ວ່າເຂົາເຈົ້າຈະໜີໄປທາງໃດ ພະເຢໂຫວາກໍເຮັດໃຫ້ໝາກເຫັບໃຫຍ່ຕົກໃສ່ເຂົາເຈົ້າ. ແລ້ວໂຢຊວຍກໍຂໍພະເຢໂຫວາເຮັດໃຫ້ຕາເວັນຢຸດຢູ່ບ່ອນເກົ່າ. ເປັນຫຍັງລາວຈຶ່ງຂໍແນວນັ້ນທັງໆທີ່ຕາເວັນບໍ່ເຄີຍຢຸດຢູ່ບ່ອນເກົ່າຈັກເທື່ອ? ລາວຂໍແນວນັ້ນກໍຍ້ອນວ່າລາວໄວ້ໃຈພະເຢໂຫວາອີ່ຫຼີ. ແລ້ວຕາເວັນກໍຢຸດຢູ່ກາງທ້ອງຟ້າໝົດມື້ຈົນພວກອິດສະຣາເອນຕໍ່ສູ້ຊະນະພວກກະສັດການາອານແລະກອງທັບຂອງເຂົາເຈົ້າ.
“ຖ້າພວກເຈົ້າເວົ້າວ່າຈະເຮັດບາງຢ່າງກໍໃຫ້ເຮັດຕາມທີ່ເວົ້າ ແຕ່ຖ້າພວກເຈົ້າເວົ້າວ່າຈະບໍ່ເຮັດກະບໍ່ຕ້ອງເຮັດ. ຄັນບໍ່ເຮັດຕາມທີ່ເວົ້າ ພວກເຈົ້າກໍເຮັດຄືກັບມານຮ້າຍ.”—ມັດທາຍ 5:37