ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜຂ ບົດ 48
  • ຊາວຊົນຄາບາໂອນທີ່ສະຫຼາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊາວຊົນຄາບາໂອນທີ່ສະຫຼາດ
  • ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໂຢຊວຍ​ກັບ​ຄົນ​ໃນ​ເມືອງ​ກິເບໂອນ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ບົດຮຽນຈາກເລື່ອງຂອງຄົນຄາບາໂອນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ດວງອາທິດຢຸດຢູ່ກັບທີ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຄຳຖາມ​ຈາກ​ຜູ້​ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ໜຂ ບົດ 48

ບົດ 48

ຊາວ​ຊົນ​ຄາບາໂອນ​ທີ່​ສະຫຼາດ

ຂະນະ​ນີ້​ຫຼາຍ​ເມືອງ​ໃນ​ການາອານ​ຕ່າງ​ກໍ່​ກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້​ກັບ​ຊົນ​ຍິດສະລາເອນ. ພວກ​ເຂົາ​ຄິດ​ວ່າ​ຕົນ​ຈະ​ຊະນະ​ໄດ້. ແຕ່​ຊາວ​ຊົນ​ໃນ​ເມືອງ​ຄາບາໂອນ​ບໍ່​ໄດ້​ຄິດ​ເຊັ່ນ​ນັ້ນ. ເຂົາ​ເຊື່ອ​ວ່າ​ພະເຈົ້າ​ຊ່ວຍ​ຊົນ​ຍິດສະລາເອນ ແລະ​ເຂົາ​ບໍ່​ຕ້ອງການ​ຕໍ່​ສູ້​ກັບ​ພະເຈົ້າ. ດັ່ງ​ນັ້ນ​ເຈົ້າ​ຮູ້​ບໍ​ວ່າ​ຊາວ​ຊົນ​ຄາບາໂອນ​ເຮັດ​ປະການ​ໃດ?

ພວກ​ເຂົາ​ຕັດສິນ​ໃຈ​ເຮັດ​ຕິ​ຄື​ວ່າ​ຕົນ​ອາໄສ​ຢູ່​ຫ່າງ​ໄກ. ດັ່ງ​ນັ້ນ​ບາງ​ຄົນ​ຈຶ່ງ​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ຂາດ​ສ້ອຍ​ແລະ​ຖື​ເກີບແຕະ​ຂາດ. ເຂົາ​ເອົາ​ກະສອບ​ເກົ່າ​ຂາດ​ບັນທຸກ​ໃສ່​ຫຼັງ​ລາ ແລະ​ເອົາ​ເຂົ້າຈີ່​ເກົ່າ​ແຫ້ງ​ໃສ່​ມາ​ດ້ວຍ. ແລ້ວ​ພວກ​ເຂົາ​ກໍ່​ໄປ​ຫາ​ໂຢຊວຍ​ແລະ​ກ່າວ​ວ່າ: ‘ພວກ​ເຮົາ​ມາ​ຈາກ​ດິນແດນ​ທີ່​ຢູ່​ຫ່າງ​ໄກ ເພາະ​ວ່າ​ເຮົາ​ໄດ້​ຍິນ​ຂ່າວ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ອົງ​ໃຫຍ່​ຍິ່ງ​ຂອງ​ທ່ານ. ແລະ​ເຮົາ​ໄດ້​ຍິນ​ເຖິງ​ບັນດາ​ສິ່ງ​ທີ່​ພະອົງ​ໄດ້​ກະທຳ​ເພື່ອ​ທ່ານ​ໃນ​ອີຢີບ. ດ້ວຍ​ເຫດ​ນີ້​ບັນດາ​ຜູ້​ນຳ​ຂອງ​ເຮົາ​ຈຶ່ງ​ໃຫ້​ພວກ​ເຮົາ​ກຽມ​ອາຫານ​ພ້ອມ​ສຳລັບ​ການ​ເດີນ​ທາງ​ມາ​ຫາ​ທ່ານ​ແລະ​ແຈ້ງ​ແກ່​ທ່ານ​ວ່າ: “ພວກ​ເຮົາ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ. ຂໍ​ສັນຍາ​ວ່າ​ທ່ານ​ຈະ​ບໍ່​ເຮັດ​ສົງຄາມ​ກັບ​ພວກ​ເຮົາ.” ທ່ານ​ກໍ່​ເຫັນ​ຢູ່​ແລ້ວ​ວ່າ​ເສື້ອ​ຜ້າ​ຂອງ​ເຮົາ​ຂາດ​ສ້ອຍ​ເນື່ອງ​ຈາກ​ການ​ເດີນ​ທາງ​ໄກ​ແລະ​ເຂົ້າຈີ່​ກໍ່​ເກົ່າ​ແຫ້ງ​ໄປ.’

ໂຢຊວຍ​ແລະ​ຜູ້​ນຳ​ອື່ນໆກໍ່​ເຊື່ອ​ຊາວ​ຊົນ​ຄາບາໂອນ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ສັນຍາ​ວ່າ​ຈະ​ບໍ່​ສູ້​ຮົບ​ກັບ​ຊົນ​ເຫຼົ່າ​ນັ້ນ. ແຕ່​ສາມ​ມື້​ຕໍ່​ມາ​ເຂົາ​ໄດ້​ຊາບ​ວ່າ ແທ້​ຈິງ​ຊາວ​ຊົນ​ຄາບາໂອນ​ອາໄສ​ຢູ່​ໃກ້ໆນີ້​ເອງ.

ໂຢຊວຍ​ຖາມ​ເຂົາ​ວ່າ: ‘ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ບອກ​ເຮົາ​ວ່າ​ເຈົ້າ​ມາ​ຈາກ​ດິນແດນ​ທີ່​ຫ່າງ​ໄກ?’

ຊາວ​ຄາບາໂອນ​ຕອບ​ວ່າ: ‘ພວກ​ເຮົາ​ເຮັດ​ເຊັ່ນ​ນັ້ນ​ເພາະ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ສັນຍາ​ໄວ້​ທີ່​ຈະ​ມອບ​ແຜ່ນດິນ​ການາອານ​ນີ້​ທັງ​ໝົດ​ໃຫ້​ແກ່​ພວກ​ທ່ານ. ດັງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຢ້ານ​ວ່າ​ທ່ານ​ຈະ​ຂ້າ​ພວກ​ເຮົາ​ທຸກ​ຄົນ.’ ແຕ່​ຊົນ​ຍິດສະລາເອນ​ຮັກສາ​ຄຳ​ສັນຍາ ເຂົາ​ບໍ່​ໄດ້​ຂ້າ​ຊາວ​ຄາບາໂອນ. ແທນ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ​ຈຶ່ງ​ໄດ້​ເຮັດ​ໃຫ້​ເຂົາ​ເປັນ​ຄົນ​ຮັບໃຊ້​ຂອງ​ຕົນ.

ກະສັດ​ແຫ່ງ​ນະຄອນ​ເຢຣຶຊາເລມ​ໃຈ​ຮ້າຍ​ເພາະ​ຊາວ​ຄາບາໂອນ​ໄດ້​ເຮັດ​ຄຳ​ສັນຍາ​ໄມຕີ​ກັບ​ຊົນ​ຍິດສະລາເອນ. ສະນັ້ນ​ທ່ານ​ຈຶ່ງ​ກ່າວ​ກັບ​ກະສັດ​ອີກ​ສີ່​ອົງ​ວ່າ: ‘ຂໍ​ເຊີນ​ມາ​ແລະ​ຊ່ວຍ​ເຮົາ​ຕໍ່​ສູ້​ຊາວ​ເມືອງ​ຄາບາໂອນ.’ ແລະ​ກະສັດ​ທັງ​ຫ້າ​ອົງ​ໄດ້​ເຮັດ​ຢ່າງ​ນັ້ນ. ຊາວ​ຊົນ​ຄາບາໂອນ​ເປັນ​ຄົນ​ສະຫຼາດ​ບໍ​ທີ່​ວ່າ​ໄດ້​ເຮັດ​ຄຳ​ສັນຍາ​ໄມຕີ​ກັບ​ຊົນ​ຍິດສະລາເອນ ຊຶ່ງ​ບັດ​ນີ້​ຈຶ່ງ​ໄດ້​ເປັນ​ເຫດ​ໃຫ້​ກະສັດ​ເຫຼົ່າ​ນີ້​ມາ​ຕໍ່​ສູ້​ພວກ​ເຂົາ? ເຮົາ​ຈະ​ເບິ່ງ​ດ້ວຍ​ກັນ​ຕໍ່​ໄປ.

ໂຢຊວຍ 9:​1-27; 10:​1-5.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌