ບົດທີ 33
ຣຸດກັບນາໂອມີ
ຕອນທີ່ເກີດຄວາມອຶດຢາກຢູ່ປະເທດອິດສະຣາເອນ ຜູ້ຍິງອິດສະຣາເອນຄົນໜຶ່ງຊື່ນາໂອມີໄດ້ຍ້າຍໄປຢູ່ປະເທດໂມອາບພ້ອມກັບຜົວແລະລູກຊາຍ 2 ຄົນ. ຕໍ່ມາ ຜົວຂອງລາວກໍຕາຍ. ລູກຊາຍທັງສອງຄົນໄດ້ແຕ່ງດອງກັບຣຸດແລະໂອປາທີ່ເປັນຄົນໂມອາບ. ແຕ່ເປັນຕາອີ່ຕົນແທ້ໆທີ່ຕໍ່ມາລູກຊາຍ 2 ຄົນຂອງລາວກໍຕາຍຄືກັນ.
ເມື່ອນາໂອມີໄດ້ຍິນວ່າບໍ່ມີຄວາມອຶດຢາກຢູ່ອິດສະຣາເອນແລ້ວ ລາວຈຶ່ງຕັດສິນໃຈກັບເມືອບ້ານ. ຣຸດແລະໂອປາກໍເມືອນຳລາວ. ແຕ່ໃນລະຫວ່າງທາງ ນາໂອມີບອກເຂົາເຈົ້າວ່າ: ‘ລູກສອງຄົນເປັນເມຍທີ່ດີຂອງລູກຊາຍແມ່ແລະເປັນລູກໃພ້ທີ່ດີຂອງແມ່. ແມ່ຢາກໃຫ້ລູກທັງສອງໄດ້ແຕ່ງດອງໃໝ່ ໃຫ້ພາກັນກັບເມືອໂມອາບສະ.’ ລູກໃພ້ທັງສອງຄົນຕອບນາໂອມີວ່າ: ‘ພວກລູກຮັກແມ່! ພວກລູກຈະໄປນຳແມ່.’ ແຕ່ນາໂອມີກໍຍັງບອກໃຫ້ເຂົາເຈົ້າກັບເມືອ. ສຸດທ້າຍໂອປາກໍເມືອ ແຕ່ຣຸດບໍ່ຍອມເມືອ. ນາໂອມີຈຶ່ງບອກຣຸດວ່າ: ‘ໂອປາກັບເມືອຫາຄົນຊາດດຽວກັນກັບລາວແລະພະເຈົ້າຂອງລາວແລ້ວ. ລູກກໍກັບເມືອນຳລາວສະ ເມືອເຮືອນແມ່ຂອງລູກ.’ ແຕ່ຣຸດຕອບວ່າ: ‘ລູກຈະໄປນຳແມ່. ຄົນຊາດດຽວກັນກັບແມ່ກໍຈະເປັນຄົນຊາດດຽວກັນກັບລູກແລະພະເຈົ້າຂອງແມ່ກໍຈະເປັນພະເຈົ້າຂອງລູກ.’ ເຈົ້າຄິດວ່ານາໂອມີຊິຮູ້ສຶກແນວໃດທີ່ຣຸດເວົ້າແບບນັ້ນ?
ຣຸດກັບນາໂອມີມາຮອດອິດສະຣາເອນຕອນເລີ່ມກ່ຽວເຂົ້າບາເລ. ມື້ໜຶ່ງ ຣຸດໄປເກັບເຂົ້າເຮ່ຍຢູ່ທົ່ງນາຂອງຜູ້ຊາຍຄົນໜຶ່ງທີ່ຊື່ໂບອາດ ລາວເປັນລູກຂອງຣາຮາບ. ໂບອາດໄດ້ຍິນວ່າຣຸດເປັນຄົນໂມອາບທີ່ເບິ່ງແຍງນາໂອມີຢ່າງດີ ລາວຈຶ່ງບອກໃຫ້ຄົນທີ່ເຮັດວຽກດຶງຮວງເຂົ້າອອກຈາກມັດປະໄວ້ເພື່ອຣຸດຈະໄດ້ເກັບເອົາ.
ຕອນແລງມື້ນັ້ນ ນາໂອມີຖາມຣຸດວ່າ: ‘ມື້ນີ້ລູກໄປເກັບເຂົ້າຢູ່ນາໃຜ?’ ຣຸດບອກວ່າ: ‘ຢູ່ນາຂອງຜູ້ຊາຍຄົນໜຶ່ງຊື່ໂບອາດ.’ ນາໂອມີຈຶ່ງບອກຣຸດວ່າ: ‘ໂບອາດເປັນພີ່ນ້ອງຂອງຜົວແມ່. ໃຫ້ລູກເກັບເຂົ້າຢູ່ນາຂອງລາວຕໍ່ໄປເດີ້ ແລະເກັບຢູ່ໃກ້ໆພວກຜູ້ຍິງເພື່ອລູກຊິໄດ້ປອດໄພ.’
ຣຸດຈຶ່ງເກັບເຂົ້າເຮ່ຍຢູ່ໃນນາຂອງໂບອາດຈົນໝົດລະດູກ່ຽວເຂົ້າ. ໂບອາດເຫັນວ່າຣຸດເປັນຄົນດຸໝັ່ນແລະເປັນຜູ້ຍິງທີ່ດີຫຼາຍ. ໃນສະໄໝນັ້ນ ຖ້າຜູ້ຊາຍຄົນໃດຕາຍແລະຍັງບໍ່ມີລູກຊາຍຈັກຄົນ ພີ່ນ້ອງຄົນໜຶ່ງຂອງລາວສາມາດແຕ່ງດອງກັບເມຍທີ່ເປັນໝ້າຍຂອງລາວໄດ້. ໂບອາດຈຶ່ງແຕ່ງດອງກັບຣຸດແລະມີລູກຊາຍຊື່ໂອເບັດ ເຊິ່ງຕໍ່ມາກາຍເປັນປູ່ຂອງກະສັດດາວິດ. ໝູ່ຂອງນາໂອມີກໍມາຍິນດີນຳລາວ. ເຂົາເຈົ້າເວົ້າວ່າ: ‘ຕອນທຳອິດ ພະເຢໂຫວາໄດ້ໃຫ້ຣຸດກັບເຈົ້າ ລາວເຮັດດີກັບເຈົ້າຫຼາຍອີ່ຫຼີ ແລະຕອນນີ້ເຈົ້າກໍໄດ້ຫຼານຊາຍອີກ. ຂໍໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ.’
“ໝູ່ທີ່ຮັກແພງກັນຫຼາຍກວ່າອ້າຍນ້ອງແທ້ໆກໍມີ.”—ສຸພາສິດ 18:24