ບົດທີ 44
ສ້າງວິຫານໃຫ້ພະເຢໂຫວາ
ຫຼັງຈາກໂຊໂລໂມນເປັນກະສັດຂອງອິດສະຣາເອນ ພະເຢໂຫວາຖາມລາວວ່າ: ‘ເຈົ້າຢາກຂໍຫຍັງຈາກເຮົາ?’ ໂຊໂລໂມນຕອບວ່າ: ‘ລູກຍັງນ້ອຍແລະບໍ່ຮູ້ວ່າຕ້ອງເຮັດຫຍັງແດ່. ຂໍໃຫ້ລູກມີສະຕິປັນຍາເພື່ອລູກຈະເບິ່ງແຍງປະຊາຊົນຂອງພະອົງໄດ້.’ ພະເຢໂຫວາຕອບລາວວ່າ: ‘ຍ້ອນເຈົ້າຂໍສະຕິປັນຍາ ເຮົາກໍຈະໃຫ້ເຈົ້າມີສະຕິປັນຍາຫຼາຍທີ່ສຸດໃນໂລກແລະຈະໃຫ້ເຈົ້າຮັ່ງເຈົ້າມີ. ຖ້າເຈົ້າເຊື່ອຟັງເຮົາ ເຮົາກໍຈະໃຫ້ເຈົ້າມີອາຍຸຍືນ.’
ໂຊໂລໂມນໄດ້ເລີ່ມສ້າງວິຫານ. ລາວເລືອກໃຊ້ຄຳ ເງິນ ໄມ້ ແລະຫີນທີ່ດີທີ່ສຸດ. ມີຊ່າງສີມືຫຼາຍພັນຄົນທັງຜູ້ຊາຍແລະຜູ້ຍິງມາຊ່ວຍກັນສ້າງວິຫານ. ຫຼັງຈາກ 7 ປີ ວິຫານກໍສ້າງແລ້ວແລະພ້ອມຈະອຸທິດໃຫ້ພະເຢໂຫວາ. ຢູ່ເດີ່ນວິຫານມີແທ່ນບູຊາແທ່ນໜຶ່ງແລະມີເຄື່ອງບູຊາວາງຢູ່ເທິງຫັ້ນ. ໂຊໂລໂມນຄູ້ເຂົ່າລົງທາງໜ້າແທ່ນບູຊາ ແລະອະທິດຖານວ່າ: ‘ພະເຢໂຫວາເອີ້ຍ ວິຫານນີ້ໃຫຍ່ບໍ່ພໍແລະບໍ່ງາມພໍສຳລັບພະອົງ ແຕ່ຂໍພະອົງຍອມຮັບການນະມັດສະການຂອງພວກເຮົາແລະຟັງຄຳອະທິດຖານຂອງພວກເຮົາແດ່ເດີ້.’ ພະເຢໂຫວາຄິດແນວໃດກັບວິຫານຫຼັງນີ້ແລະຄຳອະທິດຖານຂອງໂຊໂລໂມນ? ເມື່ອໂຊໂລໂມນອະທິດຖານຈົບ ກໍມີໄຟຕົກລົງມາຈາກຟ້າມາເຜົາເຄື່ອງບູຊາທີ່ຢູ່ເທິງແທ່ນບູຊາ. ນີ້ເຮັດໃຫ້ຮູ້ວ່າພະເຢໂຫວາຍອມຮັບວິຫານຫຼັງນີ້. ເມື່ອພວກອິດສະຣາເອນເຫັນແບບນັ້ນ ເຂົາເຈົ້າກໍດີໃຈຫຼາຍ.
ສະຕິປັນຍາຂອງກະສັດໂຊໂລໂມນຖືກຊ່າລືໄປທົ່ວອິດສະຣາເອນແລະແມ່ນແຕ່ປະເທດອື່ນທີ່ຢູ່ບັກໄກໆກໍຍັງຮູ້ເລື່ອງນີ້. ຫຼາຍຄົນມັກມາຂໍໃຫ້ໂຊໂລໂມນຊ່ວຍແກ້ໄຂບັນຫາໃຫ້ເຂົາເຈົ້າ. ລາຊີນີຂອງປະເທດເຊບາກໍຍັງມາທົດສອບສະຕິປັນຍາຂອງໂຊໂລໂມນໂດຍຖາມຄຳຖາມທີ່ຍາກໆ. ເມື່ອລາວໄດ້ຍິນຄຳຕອບຂອງໂຊໂລໂມນ ລາວກໍເວົ້າວ່າ: ‘ຕອນທີ່ຄົນອື່ນເລົ່າເລື່ອງເຈົ້າໃຫ້ຂ້ອຍຟັງ ຂ້ອຍບໍ່ເຊື່ອໄດ໋ຫັ້ນ. ແຕ່ຕອນນີ້ຂ້ອຍເຫັນແລ້ວວ່າເຈົ້າມີສະຕິປັນຍາຫຼາຍກວ່າທີ່ເຂົາເຈົ້າເວົ້າອີກ. ພະເຢໂຫວາພະເຈົ້າຂອງເຈົ້າອວຍພອນເຈົ້າແທ້ໆ.’ ຕອນນັ້ນ ອິດສະຣາເອນມີແຕ່ຄວາມສະຫງົບສຸກແລະປະຊາຊົນກໍມີຄວາມສຸກ. ແຕ່ທຸກຢ່າງກຳລັງຈະປ່ຽນໄປ.
“ຜູ້ທີ່ສຳຄັນກວ່າໂຊໂລໂມນກໍຢູ່ນີ້ແລ້ວ.”—ມັດທາຍ 12:42