ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 46 ໜ້າ 112-ໜ້າ 113 ຂໍ້ 1
  • ການ​ທົດສອບ​ເທິງ​ພູ​ກາເມນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ທົດສອບ​ເທິງ​ພູ​ກາເມນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລູກ​ເຄີຍ​ຮູ້ສຶກ​ຢ້ານ​ໂດດ​ດ່ຽວ?
    ສອນລູກໃຫ້ເປັນຄົນດີ
  • ພະ​ເຢໂຫວາ​ຊ່ວຍ​ເອລີຢາ​ໃຫ້​ມີ​ກຳລັງ​ເຂັ້ມແຂງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 46 ໜ້າ 112-ໜ້າ 113 ຂໍ້ 1
ໄຟ​ຈາກ​ພະ​ເຢໂຫວາ​ເຜົາ​ເຄື່ອງ​ບູຊາ​ຂອງ​ເອລີຢາ

ບົດ​ທີ 46

ການ​ທົດສອບ​ເທິງ​ພູ​ກາເມນ

ອິດສະຣາເອນ 10 ຕະກູນ​ມີ​ກະສັດ​ທີ່​ບໍ່​ດີ​ຫຼາຍ​ອົງ​ປົກຄອງ ແຕ່​ກະສັດ​ທີ່​ຊົ່ວ​ທີ່​ສຸດ​ແມ່ນ​ກະສັດ​ອາຮາບ. ລາວ​ແຕ່ງດອງ​ກັບ​ເຢເຊເບນ​ຜູ້​ຍິງ​ຊົ່ວ​ທີ່​ນະມັດສະການ​ພະ​ບາອານ. ກະສັດ​ອາຮາບ​ກັບ​ລາຊີນີ​ເຢເຊເບນ​ເຮັດ​ໃຫ້​ອິດສະຣາເອນ​ເຕັມ​ແຕ່​ການ​ນະມັດສະການ​ພະ​ບາອານ ແລະ​ຂ້າ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ. ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້? ເພິ່ນ​ໄດ້​ສົ່ງ​ຜູ້​ພະຍາກອນ​ເອລີຢາ​ໄປ​ເວົ້າ​ກັບ​ກະສັດ​ອາຮາບ.

ຜູ້​ພະຍາກອນ​ເອລີຢາ​ບອກ​ກະສັດ​ອາຮາບ​ວ່າ​ຍ້ອນ​ເຈົ້າ​ເຮັດ​ຊົ່ວ ຝົນ​ຈະ​ບໍ່​ຕົກ​ຢູ່​ອິດສະຣາເອນ​ເລີຍ. ປະຊາຊົນ​ຈຶ່ງ​ອຶດຢາກ​ຍ້ອນ​ຜົນລະປູກ​ບໍ່​ເກີດ​ເປັນ​ເວລາ​ຫຼາຍ​ກວ່າ 3 ປີ. ຕໍ່​ມາ ພະ​ເຢໂຫວາ​ໃຫ້​ເອລີຢາ​ກັບ​ໄປ​ຫາ​ກະສັດ​ອາຮາບ​ອີກ. ກະສັດ​ເວົ້າ​ວ່າ: ‘ເຈົ້າ​ເປັນ​ຄົນ​ເຮັດ​ໃຫ້​ພວກ​ເຮົາ​ເດືອດຮ້ອນ! ທັງໝົດ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ.’ ເອລີຢາ​ຕອບ​ວ່າ: ‘ບໍ່​ແມ່ນ​ຂ້ອຍ. ແຕ່​ແມ່ນ​ເຈົ້າ​ຫັ້ນ​ແຫຼະ ຍ້ອນ​ເຈົ້າ​ໄປ​ນະມັດສະການ​ພະ​ບາອານ. ພວກ​ເຮົາ​ມາ​ທົດສອບ​ນຳ​ກັນ​ເບິ່ງ​ເບາະ. ໃຫ້​ເຈົ້າ​ເອີ້ນ​ພວກ​ອິດສະຣາເອນ​ແລະ​ພວກ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ໄປ​ລວມ​ກັນ​ຢູ່​ເທິງ​ພູ​ກາເມນ.’

ປະຊາຊົນ​ກໍ​ພາກັນ​ຂຶ້ນ​ໄປ​ເທິງ​ພູ. ເອລີຢາ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: ‘ໃຫ້​ພວກ​ເຈົ້າ​ຕັດສິນໃຈ​ວ່າ​ຈະ​ນະມັດສະການ​ໃຜ? ຖ້າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ກໍ​ໃຫ້​ນະມັດສະການ​ເພິ່ນ ແຕ່​ຖ້າ​ພະ​ບາອານ​ເປັນ​ພະເຈົ້າ​ທ່ຽງແທ້​ກໍ​ໃຫ້​ນະມັດສະການ​ພະ​ບາອານ​ໂລດ. ຂ້ອຍ​ຂໍ​ທ້າ​ແບບ​ນີ້ ໃຫ້​ຜູ້​ພະຍາກອນ​ຂອງ​ພະ​ບາອານ 450 ຄົນ​ກຽມ​ເຄື່ອງ​ບູຊາ​ແລະ​ຮ້ອງ​ຊື່​ພະເຈົ້າ​ຂອງ​ເຂົາເຈົ້າ. ສ່ວນ​ຂ້ອຍ​ກໍ​ຈະ​ກຽມ​ເຄື່ອງ​ບູຊາ​ແລະ​ຮ້ອງ​ຊື່​ພະ​ເຢໂຫວາ. ຖ້າ​ພະເຈົ້າ​ອົງ​ໃດ​ຕອບ​ໂດຍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ກໍ​ແມ່ນ​ອົງ​ນັ້ນ​ແຫຼະ​ທີ່​ເປັນ​ພະເຈົ້າ​ທ່ຽງແທ້.’ ປະຊາຊົນ​ກໍ​ເຫັນດີ.

ເມື່ອ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ກຽມ​ເຄື່ອງ​ບູຊາ​ແລ້ວໆ ເຂົາເຈົ້າ​ກໍ​ຮ້ອງ​ຫາ​ພະເຈົ້າ​ຂອງ​ເຂົາເຈົ້າ​ໝົດ​ມື້​ວ່າ: “ພະ​ບາອານ​ເອີ້ຍ ຕອບ​ພວກ​ເຮົາ​ແດ່!” ແຕ່​ພະ​ບາອານ​ກໍ​ບໍ່​ໄດ້​ຕອບ​ຫຍັງ​ເລີຍ. ເອລີຢາ​ຈຶ່ງ​ເວົ້າ​ໃສ່​ເຂົາເຈົ້າ​ວ່າ: ‘ຮ້ອງ​ຈົນ​ສຸດ​ສຽງ​ໂລດ! ບໍ່​ແມ່ນ​ເພິ່ນ​ກຳລັງ​ນອນ​ຫຼັບ​ຢູ່​ບໍ? ໃຫ້​ຄົນ​ໄປ​ປຸກ​ເພິ່ນ​ແມ້.’ ຈົນ​ຮອດ​ຕອນ​ແລງ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ກໍ​ຍັງ​ຮ້ອງ​ຢູ່ ແຕ່​ກໍ​ບໍ່​ມີ​ໃຜ​ຕອບ.

ເອລີຢາ​ເອົາ​ເຄື່ອງ​ບູຊາ​ໄປ​ວາງ​ໄວ້​ເທິງ​ແທ່ນ​ບູຊາ​ແລະ​ຖອກ​ນ້ຳ​ໃສ່​ຈົນ​ປຽກ ແລ້ວ​ລາວ​ກໍ​ອະທິດຖານ​ວ່າ: ‘ພະ​ເຢໂຫວາ​ເອີ້ຍ! ຂໍ​ພະອົງ​ເຮັດ​ໃຫ້​ປະຊາຊົນ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ທ່ຽງແທ້.’ ທັນໃດ​ນັ້ນ ພະ​ເຢໂຫວາ​ກໍ​ໃຫ້​ໄຟ​ຕົກ​ລົງ​ຈາກ​ຟ້າ​ມາ​ເຜົາ​ເຄື່ອງ​ບູຊາ. ປະຊາຊົນ​ພາກັນ​ຮ້ອງ​ອອກ​ມາ​ວ່າ: “ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້.” ເອລີຢາ​ບອກ​ເຂົາເຈົ້າ​ວ່າ: ‘ຢ່າ​ໃຫ້​ພວກ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ໜີ​ໄປ​ໄດ້!’ ໃນ​ມື້​ນັ້ນ ຜູ້​ພະຍາກອນ​ຂອງ​ພະ​ບາອານ 450 ຄົນ​ຖືກ​ຂ້າ​ຕາຍ​ທັງໝົດ.

ເມື່ອ​ເຫັນ​ຂີ້ເຝື້ອ​ກ້ອນ​ນ້ອຍໆ​ກ້ອນ​ໜຶ່ງ​ລອຍ​ຢູ່​ເທິງ​ທະເລ ເອລີຢາ​ບອກ​ອາຮາບ​ວ່າ: ‘ພາຍຸ​ກຳລັງ​ຊິ​ມາ ໃຫ້​ກຽມ​ລົດ​ມ້າ​ແລະ​ຟ້າວ​ເມືອ​ວັງ.’ ແລ້ວ​ຟ້າ​ກໍ​ເລີ່ມ​ມືດ ມີ​ລົມ​ພັດ​ບັກ​ແຮງໆ ແລະ​ຝົນ​ກໍ​ຕົກ​ແຮງ​ຫຼາຍ. ໃນ​ທີ່​ສຸດ ຄວາມ​ແຫ້ງ​ແລ້ງ​ຢູ່​ອິດສະຣາເອນ​ກໍ​ໝົດ​ໄປ. ອາຮາບ​ຂັບ​ລົດ​ມ້າ​ໄວ​ສຸດ​ຄວາມ​ສາມາດ​ຂອງ​ລາວ ແຕ່​ເອລີຢາ​ກໍ​ຍັງ​ແລ່ນ​ໄວ​ກວ່າ​ລົດ​ມ້າ​ຂອງ​ອາຮາບ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ລາວ! ບັນຫາ​ຂອງ​ເອລີຢາ​ຍັງ​ບໍ່​ໝົດ​ແຕ່​ສ່ຳ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ຕໍ່.

“ຂໍ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະອົງ​ຜູ້​ມີ​ຊື່​ວ່າ​ເຢໂຫວາ ເປັນ​ພະເຈົ້າ​ສູງ​ສຸດ​ອົງ​ດຽວ​ທີ່​ປົກຄອງ​ທົ່ວ​ໂລກ.”—ເພງ​ສັນລະເສີນ 83:18

ຄຳ​ຖາມ: ມີ​ການ​ທົດສອບ​ຫຍັງ​ຢູ່​ເທິງ​ພູ​ກາເມນ? ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເອລີຢາ​ແນວ​ໃດ?

1 ກະສັດ 16:29-33; 17:1; 18:1, 2, 17-46; ຢາໂກໂບ 5:16-18

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌