ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 54 ໜ້າ 130-ໜ້າ 131 ຂໍ້ 1
  • ພະ​ເຢໂຫວາ​ອົດທົນ​ກັບ​ໂຢນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ອົດທົນ​ກັບ​ໂຢນາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໂຍນາແລະປາໃຫຍ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໃຈຄວາມສຳຄັນຂອງປຶ້ມໂຢນາ
    ຄຳພີໄບເບິນສະບັບແປໂລກໃໝ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 54 ໜ້າ 130-ໜ້າ 131 ຂໍ້ 1
ໂຢນາ​ຈົມ​ລົງ​ໃນ​ທະເລ​ຕອນ​ທີ່​ປາ​ໃຫຍ່​ລອຍ​ຜ່ານ​ມາ

ບົດ​ທີ 54

ພະ​ເຢໂຫວາ​ອົດທົນ​ກັບ​ໂຢນາ

ຄົນ​ຢູ່​ເມືອງ​ນີເນເວ​ໃນ​ປະເທດ​ອັດຊີເຣຍ​ເປັນ​ຄົນ​ຊົ່ວ​ຫຼາຍ. ພະ​ເຢໂຫວາ​ຈຶ່ງ​ບອກ​ຜູ້​ພະຍາກອນ​ໂຢນາ​ໄປ​ເຕືອນ​ເຂົາເຈົ້າ​ໃຫ້​ເຊົາ​ເຮັດ​ຊົ່ວ ແຕ່​ໂຢນາ​ພັດ​ໜີ​ຂຶ້ນ​ເຮືອ​ໄປ​ເມືອງ​ຕາຊິດ​ທີ່​ຢູ່​ຄົນ​ລະ​ທິດ​ກັບ​ເມືອງ​ນີເນເວ.

ຕອນ​ທີ່​ເຮືອ​ແລ່ນ​ຢູ່​ກາງ​ທະເລ ຢູ່​ບໍ່​ຢູ່​ກໍ​ເກີດ​ມີ​ພາຍຸ​ພັດ​ບັກ​ແຮງໆ. ພວກ​ລູກ​ເຮືອ​ພາກັນ​ຢ້ານ​ແທ້​ຢ້ານ​ວ່າ ເຂົາເຈົ້າ​ຈຶ່ງ​ອະທິດຖານ​ຫາ​ພະເຈົ້າ​ຂອງ​ໂຕເອງ​ແລະ​ພາ​ກັນ​ເວົ້າ​ວ່າ: ‘ເປັນ​ຫຍັງ​ຈຶ່ງ​ເກີດ​ເລື່ອງ​ແບບ​ນີ້?’ ໃນ​ທີ່​ສຸດ ໂຢນາ​ກໍ​ບອກ​ເຂົາເຈົ້າ​ວ່າ: ‘ເປັນ​ຄວາມ​ຜິດ​ຂອງ​ຂ້ອຍ​ເອງ ຍ້ອນ​ຂ້ອຍ​ໜີ​ວຽກ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຮັດ. ໃຫ້​ໂຍນ​ຂ້ອຍ​ລົງ​ທະເລ ແລ້ວ​ພາຍຸ​ຈະ​ສະຫງົບ.’ ພວກ​ລູກ​ເຮືອ​ບໍ່​ຢາກ​ເຮັດ​ແບບ​ນັ້ນ ແຕ່​ໂຢນາ​ກໍ​ຍັງ​ຢືນຢັນ​ຄຳ​ເກົ່າ. ເມື່ອ​ເຂົາເຈົ້າ​ໂຍນ​ໂຢນາ​ລົງ​ທະເລ ພາຍຸ​ກໍ​ສະຫງົບ​ອີ່ຫຼີ.

ໂຢນາ​ຄິດ​ວ່າ​ລາວ​ກຳລັງ​ຈະ​ຕາຍ​ແລ້ວ. ຕອນ​ທີ່​ລາວ​ຄ່ອຍໆ​ຈົມ​ລົງ​ໃນ​ທະເລ ລາວ​ໄດ້​ອະທິດຖານ​ຫາ​ພະ​ເຢໂຫວາ. ແລ້ວ​ພະ​ເຢໂຫວາ​ກໍ​ສົ່ງ​ປາ​ໂຕ​ບັກ​ໃຫຍ່ໆ​ມາ​ກືນ​ໂຢນາ ແຕ່​ໂຢນາ​ບໍ່​ຕາຍ. ຕອນ​ທີ່​ຢູ່​ໃນ​ທ້ອງ​ປາ ລາວ​ອະທິດຖານ​ວ່າ: ‘ລູກ​ສັນຍາ​ວ່າ​ລູກ​ຈະ​ເຊື່ອຟັງ​ພະອົງ​ສະເໝີ.’ ພະ​ເຢໂຫວາ​ປົກປ້ອງ​ໂຢນາ​ໃຫ້​ຢູ່​ໃນ​ທ້ອງ​ປາ​ຢ່າງ​ປອດໄພ 3 ມື້ ແລ້ວ​ເພິ່ນ​ກໍ​ໃຫ້​ປາ​ໃຫຍ່​ໂຕ​ນັ້ນ​ຄາຍ​ລາວ​ອອກ​ມາ​ໄວ້​ແຄມ​ຝັ່ງ.

ການ​ທີ່​ພະ​ເຢໂຫວາ​ຊ່ວຍ​ຊີວິດ​ໂຢນາ ນີ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ຕ້ອງ​ໄປ​ເມືອງ​ນີເນເວ​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ພະ​ເຢໂຫວາ​ບອກ​ໂຢນາ​ໃຫ້​ໄປ​ເມືອງ​ນັ້ນ​ອີກ. ແຕ່​ເທື່ອ​ນີ້​ໂຢນາ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ. ລາວ​ໄປ​ເມືອງ​ນີເນເວ​ແລະ​ປະກາດ​ກັບ​ຄົນ​ຊົ່ວ​ເຫຼົ່າ​ນັ້ນ​ວ່າ: “ຍັງ​ແຕ່ 40 ມື້ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.” ແລ້ວ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ກໍ​ເກີດຂຶ້ນ. ຄົນ​ໃນ​ເມືອງ​ນີເນເວ​ຟັງ​ລາວ​ແລະ​ປ່ຽນແປງ​ໂຕເອງ. ກະສັດ​ຂອງ​ເມືອງ​ນີເນເວ​ສັ່ງ​ປະຊາຊົນ​ວ່າ: ‘ໃຫ້​ຮ້ອງ​ຫາ​ພະເຈົ້າ​ແລະ​ເຊົາ​ເຮັດ​ຊົ່ວ. ບາງ​ເທື່ອ​ພະເຈົ້າ​ທ່ຽງແທ້​ອາດ​ປ່ຽນ​ໃຈ​ບໍ່​ທຳລາຍ​ພວກ​ເຮົາ.’ ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຂົາເຈົ້າ​ເຊົາ​ເຮັດ​ຊົ່ວ ເພິ່ນ​ຈຶ່ງ​ບໍ່​ທຳລາຍ​ເມືອງ​ນີ້.

ໂຢນາ​ມາ​ຮອດ​ເມືອງ​ນີເນເວ

ໂຢນາ​ໃຈ​ຮ້າຍ​ຫຼາຍ​ທີ່​ເມືອງ​ນີ້​ບໍ່​ຖືກ​ທຳລາຍ. ລອງ​ຄິດ​ເບິ່ງ ລາວ​ບໍ່​ໄດ້​ເມດຕາ​ຄົນ​ໃນ​ເມືອງ​ນີເນເວ​ເລີຍ ທັງໆ​ທີ່​ພະ​ເຢໂຫວາ​ເມດຕາ​ລາວ​ແລະ​ອົດທົນ​ກັບ​ລາວ. ໂຢນາ​ອອກ​ໄປ​ນອກ​ເມືອງ​ແລະ​ນັ່ງ​ໜ້າ​ບູດ​ຢູ່​ກ້ອງ​ຮົ່ມ​ຕົ້ນ​ໝາກ​ນ້ຳ​ເຕົ້າ. ເມື່ອ​ຕົ້ນ​ໝາກ​ນ້ຳ​ເຕົ້າ​ຕາຍ ລາວ​ກໍ​ໃຈ​ຮ້າຍ​ເອົາ​ແທ້​ເອົາ​ວ່າ. ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: ‘ເຈົ້າ​ຄື​ເສຍດາຍ​ຕົ້ນ​ໝາກ​ນ້ຳ​ເຕົ້າ​ຫຼາຍ​ກວ່າ​ເສຍດາຍ​ຄົນ​ໃນ​ເມືອງ​ນີເນເວ ທັງໆ​ທີ່​ເຮົາ​ໄດ້​ເມດຕາ​ເຂົາເຈົ້າ​ແລະ​ບໍ່​ທຳລາຍ​ເຂົາເຈົ້າ.’ ພະ​ເຢໂຫວາ​ຢາກ​ສອນ​ໂຢນາ​ວ່າ​ຊີວິດ​ຄົນ​ໃນ​ເມືອງ​ນີເນເວ​ສຳຄັນ​ກວ່າ​ຕົ້ນໄມ້.

“ພະ​ເຢໂຫວາ . . . ອົດທົນ​ກັບ​ພວກ​ເຈົ້າ​ຍ້ອນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.”—2 ເປໂຕ 3:9

ຄຳ​ຖາມ: ພະ​ເຢໂຫວາ​ສອນ​ບົດ​ຮຽນ​ຫຍັງ​ໃຫ້​ໂຢນາ? ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ໂຢນາ?

ໂຢນາ 1:1–4:11

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌