ບົດທີ 56
ໂຢສີຢາຮັກກົດໝາຍຂອງພະເຈົ້າ
ໂຢສີຢາເປັນກະສັດຂອງຢູດາຕອນອາຍຸ 8 ປີ. ຕອນນັ້ນ ປະຊາຊົນສ່ວນຫຼາຍໃຊ້ຄາຖາອາຄົມແລະຂາບໄຫວ້ຮູບບູຊາ. ເມື່ອໂຢສີຢາອາຍຸໄດ້ 16 ປີ ລາວກໍພະຍາຍາມຮຽນຮູ້ວິທີທີ່ຈະນະມັດສະການພະເຢໂຫວາຢ່າງຖືກຕ້ອງ. ເມື່ອລາວອາຍຸໄດ້ 20 ປີ ລາວກໍເລີ່ມທຳລາຍຮູບບູຊາແລະແທ່ນບູຊາຕ່າງໆທົ່ວຢູດາ ແລະເມື່ອລາວອາຍຸໄດ້ 26 ປີ ລາວກໍສັ່ງໃຫ້ແປງວິຫານຂອງພະເຢໂຫວາ.
ມີມື້ໜຶ່ງ ປະໂລຫິດໃຫຍ່ຮິນກີຢາເຈິມ້ວນໜັງສືກົດໝາຍຂອງພະເຢໂຫວາໃນວິຫານ ເຊິ່ງອາດເປັນມ້ວນໜັງສືທີ່ໂມເຊຂຽນໄວ້. ຊາຟານທີ່ເປັນເລຂາຂອງກະສັດໄດ້ເອົາມ້ວນໜັງສືນັ້ນໄປໃຫ້ກະສັດໂຢສີຢາແລະອ່ານໃຫ້ລາວຟັງ ໂຢສີຢາຈຶ່ງຮູ້ວ່າປະຊາຊົນບໍ່ໄດ້ເຊື່ອຟັງພະເຢໂຫວາມາຫຼາຍປີແລ້ວ. ລາວຈຶ່ງສັ່ງຮິນກີຢາວ່າ: ‘ຕອນນີ້ພະເຢໂຫວາໃຈຮ້າຍໃຫ້ພວກເຮົາຫຼາຍ. ໃຫ້ເຈົ້າໄປຖາມພະເຢໂຫວາວ່າພວກເຮົາຄວນເຮັດແນວໃດ?’ ພະເຢໂຫວາຕອບຜ່ານທາງຜູ້ພະຍາກອນຍິງຮຸນດາວ່າ: ‘ພວກຢູດາຖິ້ມເຮົາ. ເຮົາຈະລົງໂທດເຂົາເຈົ້າ ແຕ່ບໍ່ແມ່ນຕອນທີ່ໂຢສີຢາຍັງເປັນກະສັດ ຍ້ອນລາວຖ່ອມໂຕແລະຟັງຄວາມເຮົາ.’
ເມື່ອກະສັດໂຢສີຢາໄດ້ຍິນແນວນັ້ນ ລາວກໍເອີ້ນພວກຢູດາມາປະຊຸມກັນຢູ່ວິຫານ ແລ້ວລາວກໍອ່ານກົດໝາຍຂອງພະເຢໂຫວາໃຫ້ທຸກຄົນຟັງ. ໂຢສີຢາແລະປະຊາຊົນສັນຍາວ່າຈະເຊື່ອຟັງພະເຢໂຫວາສຸດຫົວໃຈ.
ຄົນຢູດາບໍ່ໄດ້ສະຫຼອງປັດສະຄາດົນແລ້ວ. ແຕ່ເມື່ອໂຢສີຢາອ່ານເຈິໃນກົດໝາຍວ່າຄວນສະຫຼອງປັດສະຄາທຸກປີ ລາວກໍບອກປະຊາຊົນວ່າ: ‘ພວກເຮົາຈະສະຫຼອງປັດສະຄາໃຫ້ພະເຢໂຫວາ.’ ແລ້ວໂຢສີຢາກໍກຽມເຄື່ອງບູຊາຫຼາຍຢ່າງແລະໃຫ້ຄະນະນັກຮ້ອງມາຮ້ອງເພງຢູ່ວິຫານ. ຫຼັງຈາກປະຊາຊົນສະຫຼອງປັດສະຄາແລ້ວໆ ເຂົາເຈົ້າກໍສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອຕໍ່ອີກ 7 ມື້. ບໍ່ໄດ້ມີການສະຫຼອງປັດສະຄາແບບນີ້ມາຕັ້ງແຕ່ສະໄໝຊາມູເອນແລ້ວ. ໂຢສີຢາຮັກກົດໝາຍຂອງພະເຈົ້າຫຼາຍແທ້ໆ. ເຈົ້າມັກຮຽນເລື່ອງຂອງພະເຈົ້າຄືກັບໂຢສີຢາບໍ?
“ຄຳເວົ້າຂອງພະອົງເປັນຕະກຽງສ່ອງທາງຕອນທີ່ລູກຍ່າງ ແລະເປັນແສງສະຫວ່າງສຳລັບທາງຂອງລູກ.”—ເພງສັນລະເສີນ 119:105